Sa Phongsaly

Sa Phongsaly Contact information, map and directions, contact form, opening hours, services, ratings, photos, videos and announcements from Sa Phongsaly, Digital creator, .

04/04/2026

ຄຳຄົມຕະຫຼົກ

🌕 ກຽມເບິ່ງ ປະກົດການດວງເດືອນສີບົວ "Pink Moon" ໃນຄໍ່າຄືນວັນທີ 1 ເມສາ 2026 🌸  ໃນຄືນວັນທີ 1 ເມສາ 2026 ຈະໄດ້ພົບກັບປະກົດການດວງ...
26/03/2026

🌕 ກຽມເບິ່ງ ປະກົດການດວງເດືອນສີບົວ "Pink Moon" ໃນຄໍ່າຄືນວັນທີ 1 ເມສາ 2026 🌸

ໃນຄືນວັນທີ 1 ເມສາ 2026 ຈະໄດ້ພົບກັບປະກົດການດວງເດືອນເຕັມດວງທີ່ສວຍງາມ ເຊິ່ງມີຊື່ເອີ້ນສະເພາະວ່າ “ດວງເດືອນສີບົວ” (Pink Moon) ໂດຍສາມາດສັງເກດເຫັນໄດ້ດ້ວຍຕາເປົ່າໃນທົ່ວໂລກ.

✨ ເຖິງແມ່ນວ່າຈະຖືກເອີ້ນວ່າ “ດວງເດືອນສີບົວ”, ແຕ່ໃນຄວາມເປັນຈິງແລ້ວ ດວງເດືອນຈະບໍ່ໄດ້ປ່ຽນເປັນສີບົວແຕ່ຢ່າງໃດ.

ທີ່ມາຂອງຊື່ດັ່ງກ່າວ ແມ່ນມາຈາກຊາວພື້ນເມືອງໃນທະວີບອາເມລິກາເໜືອ ທີ່ຕັ້ງຊື່ຕາມລະດູການເບັ່ງບານຂອງດອກໄມ້ປ່າສີບົວຊະນິດໜຶ່ງທີ່ເອີ້ນວ່າ Moss pink (Phlox subulata) 🌸 ເຊິ່ງຈະເບັ່ງບານຢ່າງສວຍງາມໃນຊ່ວງຕົ້ນລະດູໃບໄມ້ປົ່ງຂອງທຸກໆປີ.

🌍 ນອກຈາກຄວາມສວຍງາມຂອງດວງເດືອນແລ້ວ, ປະກົດການດວງເດືອນເຕັມດວງໃນເດືອນເມສາຍັງມີຄວາມສຳຄັນທາງວັດທະນະທຳ ເນື່ອງຈາກເປັນດວງເດືອນເຕັມດວງຄັ້ງທຳອິດ ຫຼັງຈາກປະກົດການ ວັນວິສຸວັດ (Spring Equinox) ☀️ ຫຼື ມື້ທີ່ກາງເວັນຍາວເທົ່າກັບກາງຄືນ, ດວງເດືອນໃນຄໍ່າຄືນນັ້ນຈຶ່ງຖືກໃຊ້ເປັນຕົວກຳນົດ ໃນການນັບມື້ສະຫຼອງ ບຸນອິດສະເຕີ (Easter) 🐣 ຂອງຄຣິສຕະສາສະນິກະຊົນໃນທົ່ວໂລກນຳອີກ.

22/03/2026

ຂໍເປັນກຳລັງໃຈໃຫ້ຊາວນະຄອນຫຼວງວຽງຈັນ ທີ່ຖືກໝາກເຫັບຍັກຕົກໃສ່ ຈົນໄດຮັບຄວາມເສຍຫາຍໜັກ ສູ້ໆ 😢🥺✌🏻

18/03/2026

ສະບາຍດີຕອນເຊົ້າ
9 ຂໍ້ເຕືອນ ໃນເຊົ້າມື້ໃໝ່

18/03/2026

ຝັນດີທຸກຄົນ

ສິ່ງທີ່ເງິນຊື້ບໍ່ໄດ້
12/03/2026

ສິ່ງທີ່ເງິນຊື້ບໍ່ໄດ້

07/03/2026

ຊີວິດຈະດີຖ້າມີ 7 ຢ່າງນີ້

ຊາຍຊາວມາເລເຊຍ ຄອງສະຖິຕິ ມີແຂ້ວຫຼາຍທີ່ສຸດໃນໂລກ ນັບໄດ້ທັງໝົດ 42 ເຫຼັ້ມເມື່ອວັນທີ 6 ມີນາ 2026, ມີລາຍງານຂ່າວທີ່ສ້າງຄວາມຮືຮາໄ...
07/03/2026

ຊາຍຊາວມາເລເຊຍ ຄອງສະຖິຕິ ມີແຂ້ວຫຼາຍທີ່ສຸດໃນໂລກ ນັບໄດ້ທັງໝົດ 42 ເຫຼັ້ມ

ເມື່ອວັນທີ 6 ມີນາ 2026, ມີລາຍງານຂ່າວທີ່ສ້າງຄວາມຮືຮາໄປທົ່ວໂລກ ເມື່ອ "ປະທັບ ມູເນຍນດີ" (Prathap Muniandy) ຊາຍຊາວມາເລເຊຍ ອາຍຸ 33 ປີ ໄດ້ຮັບການບັນທຶກສະຖິຕິໂລກຈາກ ກິນເນັສ ເວີລດ໌ ເຣັກຄອດ (Guinness World Records) ວ່າເປັນຜູ້ຊາຍທີ່ມີແຂ້ວຫຼາຍທີ່ສຸດໃນໂລກ ໂດຍມີແຂ້ວໃນປາກລວມທັງໝົດເຖິງ 42 ເຫຼັ້ມ ເຊິ່ງຫຼາຍກວ່າຄົນທົ່ວໄປເຖິງ 10 ເຫຼັ້ມ.

ໂດຍປົກກະຕິແລ້ວ ຄົນເຮົາມັກຈະມີແຂ້ວປະມານ 32 ເຫຼັ້ມ ແຕ່ສຳລັບ ມູເນຍນດີ ເຊິ່ງເປັນຜູ້ຊາຍທີ່ມີລູກແລ້ວ 1 ຄົນ ໄດ້ສັງເກດເຫັນຄວາມຜິດປົກກະຕິນີ້ຄັ້ງທຳອິດໃນປີ 2021 ລະຫວ່າງທີ່ນັ່ງດື່ມຊາກັບຄອບຄົວ ເມື່ອລາວບອກຄົນໃນບ້ານວ່າຄືຈະມີແຂ້ວປົ່ງເພີ່ມຂຶ້ນມາ ທຸກຄົນຈຶ່ງຊ່ວຍກັນນັບ ແລະ ພົບວ່າໃນຕອນນັ້ນລາວມີແຂ້ວຢູ່ 38 ເຫຼັ້ມ.

ຕໍ່ມາເມື່ອໄປກວດເອກຊະເຣ (X-ray) ກັບໝໍແຂ້ວ ຈຶ່ງພົບວ່າຍັງມີແຂ້ວທີ່ຍັງບໍ່ທັນປົ່ງອອກມາອີກ 4 ເຫຼັ້ມທີ່ຝັງຢູ່ໃນເຫືອກ, ຈົນກະທັ່ງໃນຕົ້ນປີ 2023 ລາວຈຶ່ງໄດ້ຮູ້ວ່າຕົນເອງມີແຂ້ວລວມທັງໝົດ 42 ເຫຼັ້ມ ເຊິ່ງສະຖິຕິນີ້ໄດ້ຮັບການຢືນຢັນຢ່າງເປັນທາງການໃນປີ 2023 ຫຼັງຈາກຜ່ານການກວດສອບຈາກໝໍແຂ້ວ 2 ທ່ານຢ່າງລະອຽດ.

ເຈົ້າຂອງສະຖິຕິໂລກຍັງກ່າວດ້ວຍຄວາມພາກພູມໃຈວ່າ ການທີ່ໄດ້ຮັບການບັນທຶກສະຖິຕິໂລກເປັນຄວາມຮູ້ສຶກທີ່ພິເສດຫຼາຍ ແລະ ລາວຢາກຂໍຂອບໃຈໝໍແຂ້ວທີ່ຄອຍເບິ່ງແຍງ ແລະ ສະໜັບສະໜູນລາວມາຕະຫຼອດ ຈົນເຮັດໃຫ້ຮອຍຍິ້ມທີ່ເປັນເອກະລັກນີ້ກາຍເປັນສະຖິຕິລະດັບໂລກໃນທີ່ສຸດ.

ທີ່ມາ: Khaosok

ໃນຄືນວັນທີ 3 ມີນາ 2026 ນີ້ ຈະມີປະກົດການ "ຈັນທະຄາດເຕັມດວງ" ຫຼື "ດວງເດືອນສີເລືອດ" ສາມາດສັງເກດເຫັນໄດ້ຢ່າງຊັດເຈນໃນຂອບເຂດທົ່ວ...
23/02/2026

ໃນຄືນວັນທີ 3 ມີນາ 2026 ນີ້ ຈະມີປະກົດການ "ຈັນທະຄາດເຕັມດວງ" ຫຼື "ດວງເດືອນສີເລືອດ" ສາມາດສັງເກດເຫັນໄດ້ຢ່າງຊັດເຈນໃນຂອບເຂດທົ່ວປະເທດລາວ ເລີ່ມຕັ້ງແຕ່ເວລາ 6 ໂມງແລງເປັນຕົ້ນໄປ .

ເຊິ່ງປະກົດການນີ້ເກີດຂຶ້ນເມື່ອ ດວງອາທິດ ໂລກ ແລະ ດວງເດືອນ ໂຄຈອນມາຢູ່ໃນແນວເສັ້ນຊື່ດຽວກັນ ☀️🌎🌕 ໂດຍມີໂລກຢູ່ລະຫວ່າງກາງ ສີແດງທີ່ປະກົດຂຶ້ນນັ້ນ ເກີດຈາກການຫັກເຫຂອງແສງອາທິດຜ່ານຊັ້ນ ບັນຍາກາດຂອງໂລກໄປຕົກໃສ່ຜິວດວງເດືອນ ຖ້າພາດຄັ້ງນີ້ ຕ້ອງລໍຖ້າໄປຈົນຮອດ ປີ 2028.

ປະກົດການນີ້ບໍ່ມີຜົນກະທົບທີ່ເປັນອັນຕະລາຍ ແລະ ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ✅ ໂດຍທີ່ບໍ່ຈຳເປັນຕ້ອງໃຊ້ມີອຸປະກອນກັ່ນຕອງແສງ 👓🚫

ຂໍ້ມູນອ້າງອີງຈາກ: Nasa ແລະ Timeanddate

23/02/2026

#ສະພາບອາກາດ: ອີງຕາມການຕິດຕາມສະພາບອາກາດລ່າສຸດ ຈາກແອັບພະຍາກອນອາກາດ ໃນຊ່ວງວັນອັງຄານ ທີ 24 ຫາ ວັນພະຫັດ ທີ 26 ກຸມພາ 2026 ນີ້ ຈະມີການປ່ຽນແປງຂອງສະພາບອາກາດ ຈະມີກຸ່ມຝົນຟ້າຄະນອງເຄື່ອນຕົວລົງມາຈາກທາງພາກເໜືອເຂົ້າປົກຄຸມ ເຊິ່ງຈະເຮັດໃຫ້ເກີດມີຝົນຕົກໃນລະດັບປານກາງ ຫາ ຕົກໜັກກະຈາຍເປັນວົງກວ້າງ ໃນຫຼາຍພື້ນທີ່ ລວມທັງນະຄອນຫຼວງວຽງຈັນ.

Address


Website

Alerts

Be the first to know and let us send you an email when Sa Phongsaly posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Sa Phongsaly:

Shortcuts

  • Want your business to be the top-listed Media Company?

Share