ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ

ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ

ANNOUNCEMENT / ປະກາດປະກາດTARASA25 is Back: Register and Submit Your Abstract Now📌For more information, please visit the ...
16/06/2025

ANNOUNCEMENT / ປະກາດປະກາດ
TARASA25 is Back: Register and Submit Your Abstract Now📌
For more information, please visit the website
TARASA25 (Transitioning Towards Agroecology and Regenerative Agriculture: A Contribution to Food Systems Transformation) is returning as an international workshop focused on tackling the urgent challenges in global food systems. With a special emphasis on the Asia-Pacific region, this event seeks to promote the shift towards agroecology and regenerative agriculture through inclusive dialogue, knowledge sharing, and collaboration among diverse stakeholders.
The workshop invites farmers, researchers, advisors, policymakers, and representatives from government, civil society, and the private sector across Asia and the Pacific to submit abstracts. These abstracts can highlight recent research, development projects, or innovative fieldwork related to sustainable agriculture. Selected submissions will be given the opportunity to present their work in 15-minute oral sessions, fostering dynamic discussions about sustainable pathways for food systems.
To participate, register and submit your abstract at https://tarasa25.org. Don’t miss this chance to contribute to a vital conversation shaping the future of food and agriculture in the region.

ການຈັດຕັ້ງປະຕິບັດ ບົດແນະນໍານະໂຍບາຍ ກ່ຽວກັບການຫັນປ່ຽນໄປສູ່ນິເວດກະສິກໍາ ແລະ ການເຊື່ອມໂຍງເຂົ້າໃນການເງິນສີຂຽວ..................
25/03/2025

ການຈັດຕັ້ງປະຕິບັດ ບົດແນະນໍານະໂຍບາຍ ກ່ຽວກັບການຫັນປ່ຽນໄປສູ່ນິເວດກະສິກໍາ ແລະ ການເຊື່ອມໂຍງເຂົ້າໃນການເງິນສີຂຽວ........................................................................................................................................
ໃນລະຫວ່າງວັນທີ 17-18 ມີນາ 2025 ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ຮ່ວມກັບ ກົມແຜນການ ແລະ ການຮ່ວມມື, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດເວທີສົນທະນາ ການຈັດຕັ້ງປະຕິບັດ ບົດແນະນໍານະໂຍບາຍ ກ່ຽວກັບການຫັນປ່ຽນໄປສູ່ນິເວດກະສິກໍາ ແລະ ການເຊື່ອມໂຍງເຂົ້າໃນການເງິນສີຂຽວ (Implementing the Policy Guidelines on Agroecology Transition and linking to Green Finance (Fin4Green Forum)) ຂຶ້ນ, ທີ່ ໂຮງແຮມ ອາມາລີ ວຽງຈັນ (Amari), ນະຄອນຫລວງວຽງຈັນ, ສປປ ລາວ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ຊິບເລັງ ຊູອັອກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ, ທ່ານ ມາກ ກໍເລັກເກີ ເອກອັກຄະລັດຖະທູດສຳນັກງານຜູ້ຕາງໜ້າ ສະຫະພາບເອີຣົບ ປະຈໍາລາວ, ຊຶ່ງພາກສ່ວນລັດຖະບານ, ຄູ່ຮ່ວມພັດທະນາ, ພາກທຸລະກິດ, ກຸ່ມຊາວກະສິກອນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ເພື່ອ 1) ເປີດຕົວ ຄູ່ມືນໍານະໂຍບາຍກ່ຽວກັບການຫັນປ່ຽນໄປສູ່ນິເວດກະສິກໍາໃນອາຊຽນ (the Policy Guidelines on Agroecology Transitions in ASEAN) ຢ່າງເປັນທາງການ; 2) ອໍານວຍຄວາມສະດວກໃຫ້ແກ່ການສົນທະນາປຶກສາຫາລື ຂອງບັນດາຜູ້ກໍານົດນະໂຍບາຍ ຈາກບັນດາປະເທດສະມາຊິກອາຊຽນ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ; 3) ສົ່ງເສີມວິທີການສະເພາະດ້ານ/ແທດ ເໝາະກັບທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດການເຮັດກະສິກໍາແບບຍືນຍົງໃນທົ່ວພາກພື້ນອາຊຽນ; ເສີມຂະຫຍາຍກົນໄກການຮ່ວມມືລະດັບພາກພື້ນ ເພື່ອແກ້ໄຂບັນຫາຂ້າມພົມແດນ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມ ໝັ້ນຄົງທາງດ້ານສະບຽງອາຫານ; ແລະ 4) ການສ້າງຄວາມເຂັ້ມແຂງໃຫ້ບັນດາຈຸດປະສານງານຂອງ LICA ໃນປະເທດສະມາ ຊິກອາຊຽນ ເພື່ອນໍາພາໃນການຈັດຕັ້ງປະຕິບັດວຽກງານ.
ໃນທີ່ປະຊຸມ ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວວ່າ: ຄູ່ມືນະໂຍບາຍດ້ານການຫັນປ່ຽນໄປສູ່ນິເວດກະສິກຳໃນອາຊຽນ ສະບັບນີ້ ຖືວ່າເປັນຂີດໝາຍອັນສໍາຄັນ ທີ່ສະແດງໃຫ້ເຫັນຄວາມພະຍາຍາມຮ່ວມກັນຂອງພວກເຮົາ ໃນການກ້າວໄປສູ່ການເຮັດກະສິກຳແບບຍືນຍົງ ແລະ ລະບົບສະບຽງອາຫານທີ່ທົນທານຕໍ່ການປ່ຽນແປງຕ່າງໆ ໃນທົ່ວພາກພື້ນອາຊຽນ.
ຄູ່ມືນະໂຍບາຍດ້ານການຫັນປ່ຽນໄປສູ່ນິເວດກະສິກຳໃນອາຊຽນ ດັ່ງກ່າວ ໄດ້ຮັບການກະກຽມ/ພັດທະນາຂື້ນ ພາຍໃຕ້ ໜ່ວຍງານຂະແໜງການຍ່ອຍນິເວດກະສິກຳ (Sub-sector Working Group on Agroecology/SSWG-AE) ເຊີ່ງເປັນປະທານໂດຍ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ປະທານຮ່ວມໂດຍ ອົງການຝຣັ່ງເພື່ອການພັດທະນາ (AFD) ໂດຍຮ່ວມມືກັບ ສູນຄົ້ນຄ້ວາກະສິກຳເພື່ອການພັດທະນາລະຫວ່າງປະເທດຂອງຝຣັ່ງ (CIRAD), ຄະນະກຳມາທິການເສດຖະກິດ ແລະ ສັງຄົມແຫ່ງອາຊີ ແລະ ປາຊີຟິກ ຂອງອົງການສະຫະປະຊາຊາດ (ESCAP), ແລະ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ແລະ ໄດ້ປະສານສົມທົບຢ່າງໃກ້ຊິດກັບ ກອງເລຂາອາຊຽນ ໂດຍຜ່ານ ພະແນກສະບຽງອາຫານ, ກະເສດ ແລະ ປ່າໄມ້. ການພັດທະນາໃນຄັ້ງນີ້ ເກີດຈາກການຮ່ວມມືຂອງຫຼາຍຝ່າຍ ແລະ ໂດຍສະເພາະຢ່າງຍີ່ງ ການສະໜັບສະໜູນຈາກ ອົງການຝຣັ່ງເພື່ອການພັດທະນາ (AFD), ພາຍໃຕ້ ໂຄງການປັບປຸງລະບົບນິເວດກະສິກໍາ ແລະ ຄວາມປອດໄພຂອງອາຫານຢູ່ ສປປ ລາວ (ASSET), ເຊີ່ງນຳພາໂດຍ GRET ແລະ CIRAD ແລະ ໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອີຣົບ ແລະ ອົງການ Fonds Français pour l'Environne (FFEM). (ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບຄູ່ມື, ສາມາດເຂົ້າເບີ່ງໄດ້ທີ່ www.aseanaetguidelines.org )
ກອງປະຊຸມໃນນີ້ ໄດ້ສ້າງກາລະໂອກາດ-ເປັນເວທີສຳຄັນ ໃນການສົ່ງເສີມວຽກງານກະສິກໍາໃຫ້ມີຄວາມຍືນຍົງໂດຍການຊຸກຍູ້ສົ່ງເສີມການສົນທະນາ ລະຫວ່າງ ບັນດາຜູ້ກຳນົດນະໂຍບາຍ, ຄູ່ຮ່ວມພັດທະນາ, ພາກເອກະຊົນ, ກຸ່ມຊາວກະສິກອນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ພາກພື້ນ. ໝາກຜົນຈາກການສົນທະນາກັນ ຈະຊ່ວຍໃຫ້ພວກເຮົາ ສາມາດພັດທະນາບັນດາວິທີການຕ່າງໆ ສຳລັບການຫັນປ່ຽນໄປສູ່ນິເວດກະສິກຳ, ສາມາດສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການເງິນ ຫຼື ການເຂົ້າເຖີິງແຫຼ່ງທຶນ ແລະ ກຳນົດເຂດການລົງທຶນສີຂຽວທີ່ເປັນບູລິມະສິດ ເພື່ອມາຊ່ວຍຊາວກະສິກອນ ແລະ ຜູ້ຜະລິດກະສິກຳ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕາມທິດສີຂຽວຍືນຍົງ.
ກອງປະຊຸມໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນທຶນຈາກ ອົງການຝຣັ່ງເພື່ອການພັດທະນາ ແລະ ໂຄງການ ASSET.

12/02/2025

ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສີກຳ ໄດ້ຈັດການຝຶກອົບຮົມການສ້າງໝໍດິນຂັ້ນບ້ານ ທີ່ ແຂວງ ຊຽງຂວາງ
____________________________________________________________________

22/01/2025
ພິທີລົງນາມບົດບັນທຶກການປຶກສາຫາຫລື ລະຫວ່າງ ອົງການຮ່ວມມືສາກົນ ສ. ເກົາຫລີ ປະຈຳ ສປປ ລາວ ແລະ ກະຊວງກະສິກຳ ແລະ ປ່າໄມ້-----------...
27/12/2024

ພິທີລົງນາມບົດບັນທຶກການປຶກສາຫາຫລື ລະຫວ່າງ ອົງການຮ່ວມມືສາກົນ ສ. ເກົາຫລີ ປະຈຳ ສປປ ລາວ ແລະ ກະຊວງກະສິກຳ ແລະ ປ່າໄມ້
----------------------------------------------------------------------

ສະເຫຼີມ ສະຫຼອງ ວັນດິນໂລກ ປະຈຳປີ 2024 ພາຍໃຕ້ຄຳຂວັນທີ່ວ່າ: “ໃສ່ໃຈຕໍ່ການຄຸ້ມຄອງນໍາໃຊ້ດິນ ຢ່າງມີປະສິດທິຜົນ”-----------------...
27/12/2024

ສະເຫຼີມ ສະຫຼອງ ວັນດິນໂລກ ປະຈຳປີ 2024 ພາຍໃຕ້ຄຳຂວັນທີ່ວ່າ: “ໃສ່ໃຈຕໍ່ການຄຸ້ມຄອງນໍາໃຊ້ດິນ ຢ່າງມີປະສິດທິຜົນ”
-------------------------------------------------------------------------
ໃນວັນທີ 25 ທັນວາ 2024 ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດງານສະເຫຼີມສະຫຼອງ ວັນດິນໂລກ ປະຈໍາປີ 2024 ຂື້ນ. ພາຍໃຕ້ຄຳຂວັນທີ່ວ່າ: “ໃສ່ໃຈຕໍ່ການຄຸ້ມຄອງນໍາໃຊ້ດິນ ຢ່າງມີປະສິດທິຜົນ” ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍການໃຫ້ກຽດເຂົ້າຮ່ວມງານສະເຫຼີມສະຫຼອງຄັ້ງນີ້ ໂດຍ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ນາງ ຄະຢອງ ມີ ຄີມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາ ຊາດ ປະຈໍາ ສປປ ລາວ ໂດຍມີ ທ່ານຫົວໜ້າ-ຮອງຫົວໜ້າ ຫ້ອງການ, ກົມອ້ອມຂ້າງກະຊວງ ກະສິກໍາ ແລະ ປ່າໄມ້, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ/ນະ ຄອນຫຼວງ , ຕາງໜ້າໂຄງການ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ນັກຮຽນຮູ້ ທັງພາຍໃນ ແລະ ຕ່ພາຍນອກ ເຂົ້າຮ່ວມ.
ຈຸດປະສົງຂອງການຈັດງານແມ່ນເພື່ອສ້າງຄວາມເຂົ້າໃຈ ແລະ ຊຸກຍູ້ໃຫ້ກັບທຸກຊັ້ນຄົນ ໃຫ້ເຫັນຄວາມສຳຄັນຂອງການປັບປຸງ ແລະ ບຳລຸງດິນ ການອະນຸລັກຮັກສາດິນ, ຍົກສູງຄຸນຄ່າ ແລະ ຄວາມສໍາຄັນຂອງດິນ ເພາະດິນເປັນພາຫະນະທີ່ສຳຄັນໃນການບັນລຸຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ບໍລິຫານຈັດການຢ່າງແທດເໝາະ ຕໍ່ກັບການປ່ຽນແປງສະພາບອາກາດໃນປະຈຸບັນ.
ໃນພິທີ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າ ໄມ້ ໄດ້ກ່າວມີຄໍາເຫັນກ່າວເປີດງານຢ່່າງເປັນທາງການ ໂດຍທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ ແລະ ຄວາມຈໍາເປັນອັນຂາດກັນບໍ່ໄດ້ ຂອງສາຍພົວພັນ ລະຫວ່າງ ດິນ ແລະ ນ້ຳ ເພື່ອບັນລຸການຟື້ນຟູລະບົບອາຫານ ແລະ ການກະເສດ ແບບຍືນຍົງ, ທັງເປັນການສ້າງໂອກາດ ແລະ ເງື່ອນໄຂ ຊຸກຍູ້ໃຫ້ສັງຄົມທົ່ວໂລກມີສ່ວນຮ່ວມ ໃນການອະນຸລັກ ແລະ ປັບປຸງຄຸນນະພາບຂອງດິນ ແລະ ຮັກສາແຫຼ່ງນ້ຳ, ການສະເຫຼີມສະ ຫຼອງວັນດິນໂລກ ແມ່ນງານປະຈໍາປີ ທີ່ທຸກປະເທດໃນໂລກ ຕ້ອງໄດ້ຈັດການສະເຫຼີມສະຫຼອງ ຕາມມະຕິຕົກລົງ ຂອງກອງປະຊຸມຂອງສະຫະປະຊາຊາດ ຄັ້ງທີ 68 ໃນ ເດືອນ ທັນວາ 2013 ທີ່ກຸງໂຣມ, ປະເທດອີຕາລີ ທີ່ໄດ້ກໍານົດເອົາ ວັນທີ 5 ທັນວາ ຂອງທຸກໆ ປີເປັນວັນດິນໂລກ, ຮັກສາດິນ, ຍົກສູງຄຸນຄ່າ ແລະ ຄວາມສໍາຄັນຂອງດິນ ເປັນພາຫະນະທີ່ສຳຄັນໃນການບັນລຸຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ບໍລິຫານຈັດການຢ່າງແທດເໝາະ.
ຫຼັງຈາກນັ້ນ ທ່ານ ນາງ ຄະຢອງ ມີ ຄີມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ປະຈໍາ ສປປ ລາວ ກໍ່ໄດ້ກ່າວມີຄຳເຫັນຕໍ່ພິທີສະເຫຼີມສະຫຼອງວັນດິນໂລກ ແລະ ກໍ່ໄດ້ຢ້ຽມຊົມບູດວາງສະແດງຜົນງານ ຂອງວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ພ້ອມດຽວກັນ, ກໍ່ໄດ້ເປີດພິພິດຕະພັນດິນ ແລະ ຫ້ອງວິໃຈດິນອີກດ້ວຍ.

ກອງປະຊຸມ ສະຫຼຸບວຽກງານການຄູຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025----------------...
27/12/2024

ກອງປະຊຸມ ສະຫຼຸບວຽກງານການຄູຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025
---------------------------------------------------------------
ໃນລະຫວ່າງ ວັນທີ 24 - 25 ທັນວາ 2024 ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຈັດ ກອງປະຊຸມ ສະຫຼຸບວຽກງານການຄູຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຂຶ້ນຢູ່ຫ້ອງປະຊຸມ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ປອ ລິນຄໍາ ດວງສະຫວັນ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຮອງສາດສະດາຈານ ໂດຍມີຄະນະນໍາພະແນກກະສິກຳ ແລະ ປ່າໄມ້, ຫົວໜ້າ, ຮອງຫົວໜ້າ ຂະແໜງ ຄຸ້ມຄອງ ແລະ ພັດທະນາທີ່ກະສິກຳ ທົ່ວປະເທດ, ມີແຂກຜູ້ຕາງໜ້າຈາກບັນດາກົມ, ສະຖາບັນ ອອ້ມຂ້າງກະຊວງກະສິກຳ ແລະ ປ່າໄມ້, ອາດິດຄະນະນໍາຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ແຂກຜູ້ຕາງໜ້າຈາກ ກະຊວງທີ່ກ່ຽວຂ້ອງ ຕະຫຼອດຮອດ ສະຖາບັນການສືກສາພາກວິຊາທີ່ກ່ຽວຂ້ອງກໍ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫຼູບວຽກງານ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025, ແລະ ສະເຫຼີມສະຫຼອງວັນດິນໂລກ ປະຈໍາປີ 2024
ການດໍາເນິນກອງປະຊູມໄດ້ແບ່ງອອກເປັນ 2 ວາລະຕົ້ນຕໍ, ວາລະທີ1 ແມ່ນການນໍາສະເໜີ ສະຫຼູບວຽກງານ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ໂດຍເລີ່ມ ການຂື້ນລາຍງານ ບົດສະຫຼູບຕີລາກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຂອງກົມຄຸ້ມຄອງ ແລະພັດທະນາທີ່ດິນກະສິກຳ ປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ໂດຍ ທ່ານ ຮອງຫົວໜ້າ ກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ທ່ານ ກອງແກ້ວ ພະຈອມພົນ, ແລະ ນໍາສະເໜີ ວິໃສທັດຮອດປີ 2040 ແລະ ຍຸດທະສາດ ການຄຸ້ມຄອງ ແລະ ພັດພັດທະນາທີ່ດິນ ກະສິກຳ ຮອດປີ 2030 ໂດຍທ່ານ ຮອງຫົວໜ້າກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ປອ ທັດເທວາ ສະພັງທອງ,
ນໍາສະເໜີ ສະຫຼູບລາຍງານ ວຽກງານສ້າງນິຕິກຳລຸ່ມກົດໝາຍ ວ່າດ້ວຍ ຮ່າງດໍາລັດທີ່ດິນກະສີກຳ ໂດຍ ທ່ານ ຫົວໜ້າ ພະແນກ ຄຸ້ມຄອງດິນກະສິກຳ, ບົດສະຫຼບລາຍງານ ວຽກງານກໍານົດແບ່ງເຂດດິນກະສິກຳ 4 ປະເພດ ຂອງ ສປປລາວ ໂດຍ ທ່ານ ຮອງສູນສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກຳ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ໂຮງງານຜລິດຝຸ່ນ ໂດຍ ທ່ານ ຫົວໜ້າ ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ,
ພາຍຫຼັງການລາຍງານຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສີກຳ ແລ້ວ, ທີ່ປະຊຸມໄດ້ັຮັບຟັງ ການປະກອບຄໍາຄິດເຫັນ ຈາກຄະນໍາພະແນກກະສິກຳ ແລະ ປ່າໄມ້ແຂວງທີ່ເຂົ້າຮ່ວມກອງປະຊຸມ ເຊັ່ນ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງນໍ້າທາ, ວຽງຈັນ, ສະຫັວນະເຂດ, ເຊກອງ, ຊຽງຂວາງ, ຫົວພັນ, ຫຼວງພະບາງ, ໄຊສົມບູນ ແລະ ແຂວງອື່ນໆ ຊື່ງໄດ້ຍົກໃຫ້ເຫັນ ທັງຂໍຫຍຸ້ງຍາກ, ຄວາມທ້າທາຍ ແລະ ເງືອ່ນໄຂສະພາບແວດລ້ອມ ໃນການເຮັດວຽກຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເຊັ່ນປະເດັນດ້ານຂອດການປະສານງານເຮັດວຽກຮ່ວມກັນລະຫວ່າງສູນ ແລະ ທ້ອງທ້ອງ, ການປະສານງານລະຫວ່າງ ຂະແໜງການກ່ຽວຂ້ອງພາຍໃນທ້ຶອງຖີ່ນເອງ, ດ້ານການປັບປຸງຍົກລະດັບອຸບປະກອນເຄື່ອງມືຮັບໃຊ້ທາງວິຊາການ ແລະ ຊັບພະຍາກອນມະນຸດຂອງຂະແໜງການ ແລະ ປະເດັນດ້ານຂໍ້ມູນ, ຂ່າວສານ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ.
ເພື່ອລົງເລິກດ້ານວຽກງານຂະແໜງການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼູບລາຍງານວຽກງານ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຂັັ້ນແຂວງ ທົ່ວປະເທດ ໂດຍຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ເລີ່ມຈາກແຂວງ ພາກເໜືອ ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ແຂວງພາກກາງ: ແຂວງໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ແລະ ແຂວງຄໍາມ່ວນ, ພາກໄຕ້ ສະຫັວນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື. ກອງປະຊຸມ ໄດ້ດໍາເນີນມາຮອດ ເວລາ 12 ໂມງຂອງວັນທີ 25 ທັນວາ 2024 ຈື່ງໄດ້ປິດລົງຢ່າງຈົບງາມ ແລະ ຕາມແຜນທີ່ວາງໄວ້.

ກອງປະຊຸມຝຶກອົບຮົມ ວຽກການວາງແຜນ, ຈັດສັນທີ່ດິນ ແລະ ຄຸ້ມຄອງປ່າໄມ້ FALUPAM ໃຫ້ກັບພະນັກງານທ້ອງຖີ່ນພາຍໃຕ້ເຂດເປົ້າໝາຍ IP2______...
10/12/2024

ກອງປະຊຸມຝຶກອົບຮົມ ວຽກການວາງແຜນ, ຈັດສັນທີ່ດິນ ແລະ ຄຸ້ມຄອງປ່າໄມ້ FALUPAM ໃຫ້ກັບພະນັກງານທ້ອງຖີ່ນພາຍໃຕ້ເຂດເປົ້າໝາຍ IP2
__________________________
ໃນວັນທີ 10 ທັນວາ 2024, ທີ່ຫ້ອງປະຊຸມສູນສຳຫຼວດ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ໄດ້ຈັດກອງປະຊຸມ ວຽກການວາງແຜນ, ຈັດສັນທີ່ດິນ ແລະ ຄຸ້ມຄອງປ່າໄມ້ FALU PAM ໃຫ້ກັບພະນັກງານທ້ອງຖີ່ນພາຍໃນເຂດເປົ້າໝາຍ IP2 ພາຍໃຕ້ໂຄງການອ່າງໂຕ່ງຂະໜາດນ້ອຍແບບຍືນຍົງຢູ່ພາກເໜືອຂອງ ສປປລາວ ຊື່ງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ຮ່ວມກັບອົງການ CIRAD ແລະ AIT ເຮັດໜ້າທີ່ໃນອົງປະກອບຄົ້ນຄວ້າ ແລະ ພັດທະນາ (R&D) ເພືີ່ອສະຫນັບສະຫນຸນດ້ານວິຊາການຂອງໜ່ວຍງານຈັດຕັັ້ງປະຕິບັດໂຄງການ (IPs), ຊື່ງໃຫ້ກຽດ ເປັນປະທານ ຂອງ ທ່ານ ໄພທູນ ພິລາກອນ, ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ຜູ້ຊີ້ນຳໂຄງການອ່າງໂຕ່ງຂະ ໜາດນ້ອຍແບບຍືນຍົງຢູ່ພາກເໜືອຂອງ ສປປລາວ ແລະ ປະທານຮ່ວມ ທ່ານ ນາງ ສອນພາວັນ ຫຼ່ຽມພະຈັນ, ຮອງຫົວໜ້າທີມງານໂຄງການ SWAN-IP2 , ພະນັກງານວິຊາການກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ພ້ອມທັງແຂກທີ່ຖືກເຊີນຈາກ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ແລະ ຜູ້ນຳພັດທະນາຊຸມຊົນ IP2 ເຂົ້າຮ່ວມທັງໝົດ 27 ທ່ານ.
ຈຸດປະສົງຂອງກອງປະຊຸມຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອ ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານຈາກພື້ນທີ່ເປົ້າໝາຍຂອງໂຄງການຂັ້ນ, ເມືອງ ໃຫ້ມີທັກສະ ແລະ ຄວາມຮູ້ຄວາມສາມາດ ນຳພາວຽກງານວາງແຜນ, ຈັດສັນ ແລະ ຄຸ້ມຄອງປ່າໄມ້ FALUPPAM ໃນບ້ານເປົ້າໝາຍພາຍໃຕ້ການຈັດຕັ້ງປະຕິບັດ SWANIP2 ແລະ ເສີມຂະຫຍາຍຄວາມສາມາດຂອງພະນັກງານຈາກອົງການທີ່ກ່ຽວຂ້ອງທ້ອງຖີ່ນເພື່ອນຳໃຊ້ FALUPPAM ເປັນພື້ນຖານ ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ/ປ່າໄມ້ແບບມີສ່ວນຮ່ວມລະດັບບ້ານ.
ກອງປະຊຸມຝຶກອົບຮົມ ແມ່ນຈະໃຊ້ເວລາຝຶກຢູ່ 3 ວັນເຕັມ ໂດຍການຝຶກອົບຮົມຄັ້ງ ນີ້ເຫັນໄດ້ວ່າ ຈະມີຫຼາກຫຼາຍຫົວຂໍ້ ທີ່ຈະຝຶກ ເປັນຕົ້ນແມ່ນ ການເກັບກຳຂໍ້ມູນ ດ້ານເສດຖະກິດ - ສັງຄົມ ໃນບ້ານ, ການເບີ່ງຂໍ້ມູນ ແລະ ວິເຄາະ, ການສຳຫຼວດ ແລະ ລາຍງານ p-FALUPAM ແລະ ວຽກງານ GIS
ດັ່ງນັ້ນ, ໃນການຝຶກອົບຮົມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມແມ່ນຈະໄດ້ເຂົ້າໃຈເຖິງການ ສ້າງທີມງານ, ບຸກຄະລາກອນໃຫ້ກັບທ້ອງຖີ່ນໃຫ້ມີທັກສະ ແລະ ຄວາມຮູ້ຄວາມສາມາດນຳພາວຽກງານວາງແຜນ, ຈັດສັນ ແລະ ຄຸ້ມຄອງປ່າໄມ້ FALUPAM ໃນບ້ານເປົ້າໝາຍພາຍໃຕ້ການຈັດຕັ້ງປະຕິບັດ SWAN/IP2 ແລະ ເສີມຂະຫຍາຍການວຽກງານວາງແຜນ, ຈັດສັນ ແລະ ຄຸ້ມຄອງປ່າໄມ້ (FALUPAM)ເປັນພືັ້ນຖານໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ/ປ່າໄມ້ແບບມີສ່ວນຮ່ວມ
ໃນການຝຶກອົບຮົມຄັ້ງແມ່ນມີຄວາມໝາຍສຳຄັນຫຼາຍ ເພື່ອຈະໄດ້ນຳສະເໜີບັນຫາ, ແລກປ່ຽນ ຄຳຄິດຄຳເຫັນ ຢ່າງກົງໄປກົງມາ ໃຫ້ມີຄວາມເປັນເອກະພາບກັນ ແລະ ຊອກວິທີການແກ້ໄຂບັນຫາຮ່ວມກັນ ເພື່ອຈັດປະຕິບັດວຽກງານໃຫ້ມີປະສິດທິພາບ ປະສິດທິຜົນ ຕາມແຜນທີ່ວາງໄວ້.

ກອງປະຊຸມໃຫຍ່ຄັ້ງທີ່ 3 ໜ່ວຍພັກບໍລິຫານ, ແຜນການ ແລະ ວິໄຈດິນ ຄັ້ງວັນທີ 29 ພະຈິກ 2024----------------------------------------...
29/11/2024

ກອງປະຊຸມໃຫຍ່ຄັ້ງທີ່ 3 ໜ່ວຍພັກບໍລິຫານ, ແຜນການ ແລະ ວິໄຈດິນ ຄັ້ງວັນທີ 29 ພະຈິກ 2024
------------------------------------------------------------------------

ກອງປະຊຸມໃຫຍ່ຄັ້ງທີ່ 3 ໜ່ວຍພັກພັດທະນາທີ່ດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ ຄັ້ງວັນທີ 25 ພະຈິກ 2024-----------------------------...
29/11/2024

ກອງປະຊຸມໃຫຍ່ຄັ້ງທີ່ 3 ໜ່ວຍພັກພັດທະນາທີ່ດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ ຄັ້ງວັນທີ 25 ພະຈິກ 2024
------------------------------------------------------------------------

ກອງປະຊຸມໃຫຍ່ຄັ້ງທີ່ 3 ໜ່ວຍພັກສຳຫຼວດ ແລະ ຄຸ້ມຄອງທີ່ດິນກະສິກຳ ຄັ້ງວັນທີ 21 ພະຈິກ 2024-------------------------------------...
21/11/2024

ກອງປະຊຸມໃຫຍ່ຄັ້ງທີ່ 3 ໜ່ວຍພັກສຳຫຼວດ ແລະ ຄຸ້ມຄອງທີ່ດິນກະສິກຳ ຄັ້ງວັນທີ 21 ພະຈິກ 2024
------------------------------------------------------------------------

ປະກາດ ! ປະກາດ !ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳຮັບສະໝັກ ເພືອນຮ່ວມງານ 1 ຕຳແໜ່ງຊ່ຽວຊານ ດ້ານການປະເມີນໂຄງການProject Assess...
18/11/2024

ປະກາດ ! ປະກາດ !
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ
ຮັບສະໝັກ ເພືອນຮ່ວມງານ 1 ຕຳແໜ່ງ
ຊ່ຽວຊານ ດ້ານການປະເມີນໂຄງການ
Project Assessment Expert
ຄຸນສົມບັດພື້ນຖານ
1. ຈົບມະຫາວິທະຍາໄລ ຫຼື ທຽບເທົ່າສາຂາກະສິກຳ, ປ່າໄມ້, ສິ່ງແວດລ້ອມ, ກົດໝາຍ ແລະ ເສດຖະກິດ ຫຼື ທີ່ກ່ຽວຂ້ອງ
2. ມີປະສົບການດ້ານວິຊາຊີບທີ່ກ່ຽວຂ້ອງຢ່າງໜ້ອຍ 2 ປີ
3. ສາມາດເວົ້າ, ຂຽນ ແລະ ອ່ານພາສາລາວ ແລະ ອັງກິດ
4. ມີຄວາມຊຳນານໃນດ້ານຊອບແວຣຄອມພິວເຕີ (Excel, Word, PPT…)
ສຳລັບໃຜທີ່ມີຄວາມສົນໃຈ
ລາຍລະອຽດ ແລະ ເງື່ອນໄຂຂອງຜູ້ສະໝັກເພີ່ມເຕີມ ຕາມເອກະສານຕິດຄັດ:
----------------------------------------------
ຕິດຕໍ່
ບ້ານ ໜອງວຽງຄຳ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ
ອີເມວ: [email protected]
www.dalam.maf.gov.la

Address

ນະຄອນຫຼວງວຽງຈັນ
ນະຄອນຫຼວງວຽງຈັນ

Opening Hours

Monday 08:00 - 04:30

Telephone

+85621770201

Alerts

Be the first to know and let us send you an email when ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category