29/06/2025
⏩ຫຼາຍຄົນຕັ້ງຄຳຖາມ ແລະ ຫຼາຍຄົນຍັງບໍ່ເຂົ້າໃຈກ່ຽວກັບ ການປຸກລະດົມ, ຄັດເລືອກ ເອົານາຍ ແລະ ພົນທະຫານ ຜູ້ທີ່ມີຄວາມສະໝັກໃຈ ແລະ ມີມາດຖານເງື່ອນໄຂເຂົ້າເຝິກອົບຮົບວິຊາຄູຊັ້ນປະຖົມສຶກສາ ໃນໄລຍະສັ້ນ ແລ້ວໄປຊ່ວຍສອນຢູເຂດຫາງໄກສອກຫຼີກ ເຊິ່ງຫຼາຍຄົນຄິດວ່າ ການແກ້ໄຂບັນຫາຍັງບໍ່ຖືກຕ້ອງ, ບໍ່ສອດຄ່ອງ ຫຼື ບາງຄົນກໍຄິດວ່າ ເປັນຫຍັງຄືບໍ່ເອົາຄູອາສາ ຫຼື ຜູ້ທີ່ຮຽນຈົບສາຍຄູ ທີ່ກຳລັງວ່າງວຽກຈຳນວນຫຼາຍຢູ່ແຕ່ລະແຂວງ ໄປສອນ ແລ້ວກໍບັນຈຸເຂົາເຈົ້າເປັນລັດຖະກອນໃນໂຄຕາ ຂອງກະຊວງສຶກສາທິການ ແລະ ກິລາ? ແລ້ວຖ້າເອົາທະຫານໄປຊ່ວຍສອນ ຄຸນນະພາບຈະມີບໍ? ຄຳຕອບ ກໍຄືການທີ່ເອົາພະນັກງານ-ນັກຮົບ ໄປອົບຮົບແລ້ວໄປຊ່ວຍສອນຢູ່ເຂດຫາງໄກສອກຫຼີກນັ້ນ ເປັນພຽງການໄປຊ່ວຍສອນຊົ່ວຄາວ, ສົມມຸດ ໃນໂຮງຮຽນປະຖົມແຫ່ງໜຶ່ງ ມີຫ້ອງຮຽນ 2-3 ຫ້ອງ, ມີຄູສອນ 2 ຄົນ, ແລ້ວໃນກໍລະນີ້ ມີຄູຜູ້ໜຶ່ງບໍ່ສະບາຍ,ພັກເກີດລູກ, ໄປປະຊຸມ, ແກ້ໄຂວຽກຄອບຄົວ ຫຼື ມີເຫດສຸດວິໄສຕ່າງໆ ເວລານັ້ນ, ຄູທະຫານ ຈະເຂົ້າໄປຊ່ວຍສອນແທນ, ແລ້ວພາຍຫຼັງທີ່ຄູສອນປະຈຳກັບມາ ຄູທະຫານກໍຈະກັບໄປເຮັດໜ້າທີ່ໃນກົມກອງປົກກະຕິ ຫຼື ປະຈຳຢູ່ຫ້ອງການໃນໂຮງຮຽນ ເພື່ອລໍຖ້າ.
ສຳລັບ ບາງຄົນທີ່ຄິດວ່າ ແລ້ວຄົນທີ່ຮຽນຈົບສາຍຄູຈຳນວນຫຼາຍ ແລ້ວເປັນຫຍັງຄືບໍ່ເອົາຄົນເຫຼົ່ານີ້ ຫຼື ເອົາຄູອາສາທີ່ສອນຢູ່ແລ້ວນັ້ນ ໄປເປັນຊ່ວຍສອນ, ຈຳເປັນບໍ ທີ່ຈະຕ້ອງໃຫ້ທະຫານໄປຊ່ວຍ ຄຳຕອບຄື: ຄຳວ່າເຂດຫາງໄກສອກຫຼີກ ເປັນເຂດທຸລະກັນດານ ເສັ້ນທາງຫຍຸ້ງຍາກ, ຕັ້ງຢູ່ເຂດພູດອຍ,ສັນຍານອິນເຕີເນັດບໍ່ມີ, ບໍ່ມີຕະຫຼາດ,ໄຟຟ້າເຂົ້າບໍ່ເຖິງ, ກໍລະນີເຈັບເປັນ ກໍບໍ່ມີໂຮງໝໍ ຫຼື ສຸກສະລາປິ່ນປົວ, ແລ້ວຢູ່ບາງຈຸດຍັງເປັນບ້ານຊົນເຜົ່າ ເຊິ່ງມີຄວາມຫຍຸ້ງຍາກໃນການສື່ສານ ສະນັ້ນ ແລ້ວຫຼາຍຄົນທີ່ຮຽນຈົບສາຍຄູ ຫຼື ເປັນຄູສອນຢູ່ໃນປັດຈຸບັນ ຈຶ່ງບໍ່ມີໃຜທີ່ຈະໄປສອນຢູ່ເຂດດັ່ງກ່າວ ໂດຍມັກຈະໃຫ້ເຫດຜົນວ່າ ໄກຄອບຄົວ, ຄອບຄົວບໍ່ພ້ອມ... ແຕ່ກົງກັນຂ້າມພັດພາກັນມາສອນຢູ່ໂຮງຮຽນໃນຕົວເມືອງ ຈົນບາງໂຮງຮຽນແບ່ງກັນສອນ ຜູ້ລະ 1-2 ຊົ່ວໂມງ ຕໍ່ອາທິດ, ສ່ວນໂຮງຮຽນເຂດຫາງໄກສອກຫຼີກ ຄູຜູ້ໜຶ່ງ ສອນທຸກວິຊາ ບາງຄັ້ງສອນຫ້ອງຄວບ ເຮັດໃຫ້ຄຸນນະພາບບໍ່ໄດ້ຕາມຄາດໝາຍ. ດັ່ງນັ້ນ, ທະຫານ ຈຶ່ງຕ້ອງອາສາເຂົ້າໄປຊ່ວຍສອນ ແລະ ແນ່ນອນທະຫານຜູ້ທີ່ຈະໄປເຮັດໜ້າທີ່ນີ້ ສ່ວນຫຼາຍແມ່ນຮຽນຈົບວິຊາສະເພາະສາຍຄູມາກ່ອນ ເວົ້າໄດ້ວ່າ ມີມາດຖານເງື່ອນຄົບຖ້ວນ ແລ້ວຈຶ່ງຄັດເລືອກເອົາອົບຮົມໄລຍະສັ້ນ ແລະ ສັບຊ້ອນໄປສອນຢູ່ເຂດຫາງໄກສອກຫຼີກຕາມຈຸດຕ່າງໆ ທີ່ມີຄວາມຕ້ອງການ.
ຢ່າງໃດກໍຕາມ ສຳລັບຄູອາສາຜູ້ທີ່ສອນປະຈຳຢູ່ແລ້ວນັ້ນ, ກະຊວງປ້ອງກັນປະເທດ ຈະຮັບເອົາຄູອາສາເຫຼົ່ານັ້ນຈຳນວນ 2.000 ຄົນ ມາສັງກັດຢູ່ໃນຖັນແຖວກອງທັບ, ເວົ້າງ່າຍໆ ຄື ເອົາເຂົ້າມາເປັນທະຫານ ແຕ່ເຮັດໜ້າທີ່ເປັນຄູສອນ ເຊິ່ງຈະໄດ້ຮັບນະໂຍບາຍຕ່າງໆ ເປັນຕົ້ນແມ່ນ ປະດັບທຽບຊັ້ນ, ຂັ້ນເງິນເດືອນຕ່າງໆ ຕາມລະບຽບການຂອງກອງທັບ. ສ່ວນນາຍ ແລະ ພົນທະຫານ ທີ່ໄປຊ່ວຍສອນນັ້ນ ກໍໄດ້ຮັບເງິນນະໂຍບາຍເພີ່ມຕື່ມ 70% ຂອງເງິນພື້ນຖານ. ທັງໝົດນີ້ ແມ່ນແນວທາງການແກ້ໄຂບັນຫາການຂາດແຄນຄູ ລວມເຖິງການປະລະການຮຽນ ຂອງນັກຮຽນໃນຂັ້ນຕ່າງໆ ລວມເຖິງການແກ້ບັນຫາຄູອາສາທີ່ຄົງຄ້າງມາຫຼາຍປີ, ລັດຖະບານ ຈຶ່ງໄດ້ອອກມະຕິ ເລກ09/ລບ ມອບໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການໃນດຳເນີນການແກ້ໄຂບັນຫາດັ່ງກ່າວ.
® ທີ່ມາ: ໜັງສືພິມກອງທັບ.