ວິທະຍຸ - ໂທລະພາບແຂວງບໍ່ແກ້ວ

ວິທະຍຸ - ໂທລະພາບແຂວງບໍ່ແກ້ວ ວິທະຍຸ - ໂທລະພາບແຂວງບໍ່ແກ້ວ
(1)

21/07/2025

ທົດສອບສຽງສົດ

ແຊັມປະຈຳປີ 2024 ຂຸນແຜນແດນ 3 ຫຼ່ຽມ ໃນງານບຸນອອກພັນສາປະວໍຣະນາ ປະຈຳປີ ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
17/10/2024

ແຊັມປະຈຳປີ 2024 ຂຸນແຜນແດນ 3 ຫຼ່ຽມ ໃນງານບຸນອອກພັນສາປະວໍຣະນາ ປະຈຳປີ ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ມວນຊົນທົ່ວສາລະທິດ ໃຫ້ຄວາມສົນໃຈ " ຫີບ " ໃບສຳຄັນໃບນີ້ເປັນຈຳນວນຫຼວງ ຫຼາຍ ແລະໃຈຈົດໃຈຈໍ່ເຖິງມື້ທີ່ຈະເປີດ " ຫີບ " ໃບດັ່ງກ່າວ, ...
08/05/2024

ມວນຊົນທົ່ວສາລະທິດ ໃຫ້ຄວາມສົນໃຈ " ຫີບ " ໃບສຳຄັນໃບນີ້ເປັນຈຳນວນຫຼວງ ຫຼາຍ ແລະໃຈຈົດໃຈຈໍ່ເຖິງມື້ທີ່ຈະເປີດ " ຫີບ " ໃບດັ່ງກ່າວ, ເຊິ່ງໃນແຕ່ລະວັນມີຜູ້ຄົນໄດ້ໄຖ່ຖາມເຖິງເວລາທີ່ຈະເປີດ; ນອກຈາກການໄດ້ຊົມ-ໄດ້ສຳພັດພຽງແຕ່ຮູບລັກສະ ນະພາຍນອກຂອງຫີບແລ້ວ, ສຳຄັນທີ່ສຸດແມ່ນ: ສັງຄົມສົນໃຈ ແລະຕ້ອງການຢາກເຫັນດ້ານໃນຂອງຫີບໄດ້ບັນຈຸເຄືີ່ອງຂອງສຳຄັນຫຍັງແດ່. ເຖິງແນວໃດກໍຕາມ, ສື່ມວນຊົນ ແຂວງບໍ່ແກ້ວຈະຕິດເກາະພາກສະໜາມ ນຳພາບບັນຍາກາດ ລວມເຖິງວັນເວລາຂອງການເປີດຫີບໃຫ້ມວນຊົນໄດ້ຮັບຮູ້-ຮັບຊົມຢ່າງທັນການ

ໜ່ວຍພັກພະແນກພາຍໃນແຂວງບໍ່ແກ້ວ ໄດ້ເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ 2 ສະຫາຍ. ໜ່ວຍພັກພະແນກພາຍໃນແຂວງບໍ່ແກ້ວ ໄດ້ຈ...
29/03/2024

ໜ່ວຍພັກພະແນກພາຍໃນແຂວງບໍ່ແກ້ວ ໄດ້ເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ 2 ສະຫາຍ.
ໜ່ວຍພັກພະແນກພາຍໃນແຂວງບໍ່ແກ້ວ ໄດ້ຈັດພິທີ່ເລືອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ 2 ສະຫາຍ ໃນຕອນແລງຂອງວັນທີ 28 ມີນານີ້. ໂດຍການເປັນປະທານຂອງສະຫາຍ ບຸນມາ ສີລິປັນຍາ ເລຂາໜ່ວຍພັກພະແນກພາຍໃນແຂວງ, ມີບັນດາຄະນະໜ່ວຍພັກ, ແຂກ, ອົງການຈັດຕັ້ງມະຫາ ຊົນ ແລະ ສະມາຊິກພັກເຂົ້າຮ່ວມ.
ຄະນະຮັບຜິດຊອບ ໄດ້ຜ່ານມມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການອານຸມັດເລື່ອນສະຫາຍ ນາງ ສັນທິບ ປັນຍາວົງ ແລະ ສະຫາຍ ອ້ວນ ລາມະນີ ສະມາຊິກພັກສຳຮອງທີ່ໄດ້ຈັດຕັ້ງປະຕິບັດຖຶກຕອງ, ຄົບຕາມມາດຖານເງື່ອນໄຂ ທີ່ພັກປະຊາຊົນ ປະຕິວັດລາວ ໄດ້ກຳນົດ. ໂດຍການກ່າວຮັບແມ່ນ ສະ ຫາຍ ບຸນມາ ສີລິປັນຍາ ເລຂາໜ່ວຍພັກພະແນກພາຍໃນແຂວງ ພ້ອມທັງມີຄຳເຫັນໂອ້ລົມເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການເລື່ອນເຂົ້າເປັນສະມາຊິກພັກສົມບູນໃນຄັ້ງນີ້ ຈົ່ງສືບຕໍ່ເອົາໃຈໃສ່ເພີ່ມທະວີວຽກງານການສຶກສາອົບຮົມການເມືອງ - ແນວ ຄິດ, ປັບປຸງຕົນເອງຕາມ 5 ຫຼັກການ, 3 ທິດນຳ, 11 ຂໍ້ຫ້າມ ຂອງພັກ, ເຄື່ອນໄຫວຕາມ 11 ສິດ ທີ່ໄດ້ກຳນົດ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນຂອງພັກ ພ້ອມກັນສືບຕໍ່ກໍ່ສ້າງ ແລະ ປັບປຸງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ກະຊວງການເງິນ ລົງເຜີຍແຜ່ ນິຕິກຳ ກ່ຽວກັບວຽກງານຄຸ້ມຄອງ ພະນັກງານ-ລັດຖະກອນ ຂະແໜງການເງິນ 8 ແຂວງພາກເໜືອ------------------ ຂ່າວ:...
28/03/2024

ກະຊວງການເງິນ ລົງເຜີຍແຜ່ ນິຕິກຳ ກ່ຽວກັບວຽກງານຄຸ້ມຄອງ ພະນັກງານ-ລັດຖະກອນ ຂະແໜງການເງິນ 8 ແຂວງພາກເໜືອ
------------------ ຂ່າວ: ຄຳພັນ ແກ້ວມະນີ
ວັນທີ 28 ມີນາ 2024ນີ້ ກະຊວງການເງິນ ລົງເຜີຍແຜ່ ນິຕິກຳ ກ່ຽວກັບວຽກງານຄຸ້ມຄອງ ພະນັກງານ-ລັດຖະກອນ ຂະແໜງການເງິນ 8 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ ແລະ ແຂວງຫົວພັນ ພິທີຈັດຂຶ້ນທີ່ສະໂມສອນແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງການເງິນ, ມີ ທ່ານ ກົງຄຳ ສິດທິວໍລະດາ ກໍາມະການຄະນະພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ມີຜູ້ຕາງໜ້າຈາກກົມຄຸ້ມຄອງ ພະນັກງານ ຄະນະຈັດຕັ້ງສູນກາງພັກ, ກົມຄຸ້ມຄອງລັດຖະກອນ ແລະ ກົມພັດທະນາການບໍລິຫານລັດ ກະຊວງພາຍໃນ, ຄະນະຈັດຕັ້ງແຂວງ, ພະແນກພາຍໃນ, ພະແນກການເງິນ, ພາສີ, ສ່ວຍສາອາກອນ ແລະ ຄັງເງິນ ປະຈໍາແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ 8 ແຂວງພາກເໜືອ ເຂົ້າຮ່ວມ.
ທ່ານ ບຸນປອນ ວັນນະຈິດ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງການເງິນ ປະທານກອງປະຊຸມ ກ່າວວ່າ: ກອງປະຊຸມ ເປັນການເຜີຍແຜ່ນິຕິກຳຈຳນວນໜຶ່ງ ທີ່ກ່ຽວຂ້ອງກັບວຽກງານ ຄຸ້ມຄອງ ພະນັກງານ-ລັດຖະກອນ ຂະແໜງການເງິນ ຢູ່ຂັ້ນທ້ອງຖິ່ນ ເພື່ອເປັນການຕີລາຄາ, ທົບທວນຄືນການຈັດຕັ້ງປະຕິບັດ ການຫັນວຽກງານ ພາສີ, ສ່ວຍສາອາກອນ ແລະ ຄັງເງິນ ລວມສູນຕາມສາຍຕັ້ງ ຂຶ້ນໂດຍກົງກັບ ກະຊວງການເງິນ ຕາມຄໍາສັ່ງ ເລກທີ 35/ນຍ, ລວມທັງການຈັດຕັ້ງປະຕິບັດ ບັນດານິຕິກຳ ກ່ຽວກັບວຽກງານຄຸ້ມຄອງ ພະນັກງານ-ລັດຖະກອນ ໃນໄລຍະຜ່ານມາ. ພ້ອມຕີລາຄາຄືນ ສະພາບການຈັດຕັ້ງປະຕິບັດ ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງກົມພາສີ, ກົມສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດ ແລະ ກໍານົດທິດທາງໃນການປັບປຸງ ພາລະບົດບາດ ໃນຕໍ່ໜ້າ ຂອງຂະແໜງສາຍຕັ້ງ (ພາສີ, ສ່ວຍສາອາກອນ ແລະ ຄັງເງິນ) ປະຈໍາຢູ່ຂັ້ນທ້ອງຖິ່ນ.
ສະນັ້ນ, ເພື່ອເຮັດໃຫ້ການຄຸ້ມຄອງ ພະນັກງານ, ຄຸ້ມຄອງ ລາຍຮັບ-ລາຍຈ່າຍ ງົບປະມານແຫ່ງລັດ ເຂົ້າສູ່ລະບົບລວມສູນ ເອກະພາບ ຕາມກົດໝາຍ ແລະ ລະບຽບການ ໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ມີຄວາມຄ່ອງຕົວ, ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ທັງເປັນການກະກຽມເງື່ອນໄຂ ທີ່ຈໍາເປັນໃຫ້ແກ່ການເຊື່ອມໂຍງວຽກງານການເງິນເປັນລະບົບ ເອກະພາບ ເຂົ້າກັບພາກພື້ນ ແລະ ສາກົນ. ພວກເຮົາຕ້ອງສຸມສະຕິປັນຍາ ເຂົ້າໃສ່ການຄົ້ນຄວ້າ ແລະ ເປັນເຈົ້າການ ປະກອບຄຳຄິດຄຳເຫັນຢ່າງ​ເລິກ​ເຊິ່ງ, ກົງ​ໄປ​ກົງ​ມາ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມ ມີລັກສະນະຄົບຖ້ວນ ແລະ ເປັນເອກະພາບສູງຕໍ່ບັນຫາຕ່າງໆ ໂດຍສະເພາະບັນຫາຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ແລະ ສະເໜີວິທີການແກ້ໄຂ ຕໍ່ກັບບັນດາຂອດຂັ້ນທີ່ເປັນບັນຫາອຸດຕັນໃນວຽກງານຄຸ້ມຄອງພະນັກງານ ເພື່ອເປັນຂໍ້ມູນໃນການສັງລວມ ນຳໄປປັບປຸງບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານໃຫ້ມີຄວາມອຸດົມສົມບູນຂຶ້ນຕື່ມ ແລະ ຮັບປະກັນ ການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ໃນວຽກຄຸ້ມຄອງ ພະນັກງານ ​ແລະ ການ​ປັບປຸງ​ກົງຈັກ​ການຈັດຕັ້ງ ຕາມທິດ​ກະທັດ​ຮັດ, ​ໂປ່​ງ​ໃສ, ​ເຂັ້ມ​ແຂງ, ມີ​ປະສິດ​ທິພາບ ແລະ ​ປະສິດທິ​ຜົນສູງ​ຂຶ້ນກວ່າເກົ່າ. ​ກອງປະຊຸມ ຈະດຳເນີນໄປເປັນເວລາ 1 ວັນເຄິ່ງ ຈິ່ງຈະສຳເລັດ.

3 ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມສູນກາງພັກ ສໍາເລັດການມາ ຢ້ຽມຢາມເຂດເສດຖະກິດພິເສດສາມຫຼ່ຽມຄຳ.---------    ເນື່ອງໃນໂອກ...
11/03/2024

3 ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມສູນກາງພັກ ສໍາເລັດການມາ ຢ້ຽມຢາມເຂດເສດຖະກິດພິເສດສາມຫຼ່ຽມຄຳ.
---------
ເນື່ອງໃນໂອກາດວັນແມ່ຍິງສາກົນວັນທີ 8 ມີນາ ຄົບຮອບ 114 ປີ, ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມພັນລະຍາ, ມີທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ຊີ້ນໍາ 3 ອົງການຈັດ ຕັ້ງມະຫາຊົນ ໄດ້ນໍາພາສະມາຊິກກຳມະບານ, ແມ່ຍິງ, ຊາວໜຸ່ມ ຈຳນວນ 65 ທ່ານ ລົງເຄື່ອນໄຫວຢ້ຽມຢາມພົບປະແລກປ່ຽນບົດຮຽນວຽກງານຢູ່ເຂດເສດຖະກິດພິເສດສາມ ຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນວັນທີ 9 ມີນານີ້, ໃຫ້ການຕ້ອນຮັບມີທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດ ຖະກິດພິເສດສາມຫຼ່ຽມຄຳ,ທ່ານ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຫົວໜ້າກົມ, ຮອງກົມ, ຄະນະນໍາກ່ຽວຂ້ອງ 2 ຝ່າຍເຂົ້າຮ່ວມ.
ທ່ານ ສົມພອນ ສຸທຳ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ລາຍງານສະພາບຈຸດພິເສດການສ້າງຕັ້ງ ແລະ ການພັດທະນາເຂດເສດ ຖະກິດພິເສດໂດຍຫຍໍ້ນັບແຕ່ປີ 2007 ເຖິງປັດຈຸບັນ. ທ່ານ ຄຳພັນ ເຜີຍຍະວົງ ໄດ້ກ່າວວ່າ: ການລົງເຄື່ອນໄຫວຢູ່ແຂວງບໍ່ແກ້ວ ຄັ້ງນີ້, ໄດ້ນໍາພາສະມາ ຊິກກຳມະບານ, ແມ່ຍິງ ແລະ ຊາວໜຸ່ມຈໍານວນ 65 ທ່ານ, ເພື່ອມາແລກປ່ຽນບົດຮຽນດ້ານການພັດ ທະນາເຕີບໃຫຍ່ຂະຫຍາຍຕົວຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ,ເຫັນໄດ້ເຖິງການມີສ່ວນຮ່ວມຂອງ ຄອສພ ຊຶ່ງເປັນກະບອກສຽງຂອງສູນກາງພັກ ມີໜ້າທີ່ໂຄ ສະນາໃຫ້ສັງຄົມເຂົ້າມາມີສ່ວນຮ່ວມໃນການພັດ ທະນາປະເທດຊາດ ເພື່ອນໍາເອົາບົດຮຽນດັ່ງກ່າວໄປເຜີຍແຜ່ໃຫ້ແກ່ສັງຄົມ ໄດ້ຮັບຮູ້ຢ່າງກວ້າງ ຂວາງ; ໃນການພັດທະນາເຂດເສດຖະກິດພິເສດ ແມ່ນຄວາມມຸ່ງຫວັງຂອງລັດຖະບານໄດ້ກາຍເປັນຕົວແບບໃນການພັດທະນາໃຫ້ແກ່ເຂດເສດຖະກິດອື່ນໆ ເພື່ອເຮັດແນວໃດໃຫ້ແຂວງບໍ່ແກ້ວກາຍເປັນຮົງກົງໃນອະນາຄົດທີ່ທັນສະໄໝ ສະແດງໃຫ້ເຫັນວ່າເປັນຕົວແບບໃນການພັດທະນາບ້ານນ້ອຍໃຫ້ກາຍ ເປັນຕົວເມືອງໃຫຍ່ໃນຊົນນະບົດ ເມື່ອທຽບໃສ່ເຂດເສດຖະກິດອື່ນໆ ເຫັນວ່າເຂດເສດຖະກິດພິເສດສາມຫຼ່ຽມຄຳເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຫັນວ່າມີການພັດ ທະນາ ແລະ ທັນສະໄໝທີ່ສຸດ.
ທ່ານ ຈ້າວເຫວີຍ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຂອບໃຈ ຕໍ່ການມາເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນ ຂອງທ່ານ ຄຳພັນ ເຜີຍຍະວົງ ພ້ອມຄະນະໃນຄັ້ງນີ້ ແລະ ອວຍ ພອນໃຫ້ເອື້ອຍນ້ອງແມ່ ຍິງ ຈົ່ງມີສຸຂະພາບແຂງແຮງ ມີຄວາມສຸກໃນຄອບຄົວ ພ້ອມທັງລາຍງານການສ້າງຕັ້ງເຂດຖະກິດພິ ເສດສາມຫຼ່ຽມຄຳຕະ ຫຼອດໄລຍະ 17 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ.
ຂ່າວ: ພູວັນ, ພາບ: ຄອສພ

22/02/2024
20/02/2024

ວັນທີ 20 ກຸມພາ 2024.

Address

ແຂວງບໍ່ແກ້ວ
Houayxay
05000

Alerts

Be the first to know and let us send you an email when ວິທະຍຸ - ໂທລະພາບແຂວງບໍ່ແກ້ວ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ວິທະຍຸ - ໂທລະພາບແຂວງບໍ່ແກ້ວ:

Share