CMG FM93 CMG FM93 中国国际广播电台万象调频台

ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ ແລະ​ອູ​ແກ​ຣນ​ພົບ​ປະ​ກັນ​ອີກ​ຄັ້ງ     ວັນ​ທີ 17 ຕຸ​ລາ​ນີ້, ທ່ານໂວໂລດີເມຍ ເຊເລນສະກີ ປະທານາທິ...
18/10/2025

ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ ແລະ​ອູ​ແກ​ຣນ​ພົບ​ປະ​ກັນ​ອີກ​ຄັ້ງ

ວັນ​ທີ 17 ຕຸ​ລາ​ນີ້, ທ່ານໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນ ໄດ້​ເດີນ​ທາງ​ໄປຮອດ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ ແລະ​ພົບ​ປະ​ກັບ​ທ່ານ ໂດ​ນັນ ທຣຳ ປະທານາທິບໍດີອາເມຣິກາ. ການ​ພົບ​ປະ​ຄັ້ງ​ນີ້​ແມ່ນຄັ້ງ​ທີ 3 ທີ່ ທ່ານໂວໂລດີເມຍ ເຊເລນສະກີ​ຢ້ຽມ​ຢາມ​ທຳ​ນຽບ​ຂາວ​ພາຍ​ໃນ​ເວ​ລາ 8 ເດືອນ.
ທ່ານ ໂດ​ນັນ ທ​ຣຳ ​ກ່າວວ່​າ: ທ່ານ​ບໍ່​ມີ​ແຜນ​ທີ່​ຈະ​ສະ​ໜອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ “​ໂທ​ມາ​ຮັອກ” ທີ່​ມີ​ໄລ​ຍະ​ທາງ​ຍິງ​ສາ​ມາດ​ປົກ​ຄຸມນະ​ຄອນຫຼວງມົ​ສ​ກູ​ຂອງ​ຣັດ​ເຊຍ​ໃຫ້​ແກ່​ອູ​ແກ​ຣນ, ເພາະ​ອາ​ເມ​ຣິ​ກາ​ບໍ່​ຢາກ​ໃຫ້​ສະ​ຖາ​ນະ​ການ​ຮຸນ​ແຮງ​ຂຶ້ນ​ຕື່ມ​ອີກ.
ທ່ານໂວໂລດີເມຍ ເຊເລນສະກີ ກ່າວ​ວ່າ: ລະ​ບົບ​ປ້ອງ​ກັນ​ອາ​ກາດ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ຕໍ່​ອູ​ແກ​ຣນ, ອູ​ແກ​ຣນ​ຍິນ​ດີດຳ​ເນີນ​ການ​ຮ່ວມ​ມືດ້ານ​ໂດ​ຣນ ແລະ​ຄວາມ​ສາ​ມາດ​ການ​ໂຈມ​ຕີ​ທາງ​ໄກກັບ​ອາ​ເມ​ຣິ​ກາ​ໃຫ້ຫຼາຍກວ່າ​ເກົ່າ. ທ່ານ​​ຍັງກ່າວ​ຕື່ມ​ວ່າ: ​ທ່ານ​ຍິນ​ດີ​ຮັບ​ເອົາການ​ເຈ​ລະ​ຈາ​ສອງ​ຝ່າຍ ຫຼື​ສາມ​ຝ່າຍ, ຍິນ​ດີ​ຮັບ​ເອົາ​ທຸກ​ຮູບ​ແບບ​​ທີ່​ສາ​ມາດ​ບັນ​ລຸ​ສັນ​ຕິ​ພາບ​ໄດ້.

ນາ​ຍົກ​ໄທ​ກ່າວ​ວ່າ: ຈະ​ນຳ​ພາ​ລັດ​ຖະ​ບານ​ຊຸດ​ໃໝ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ຈີນ     ວັນ​ທີ 17 ຕຸ​ລາ​ນີ້,  ທ່ານ ...
18/10/2025

ນາ​ຍົກ​ໄທ​ກ່າວ​ວ່າ: ຈະ​ນຳ​ພາ​ລັດ​ຖະ​ບານ​ຊຸດ​ໃໝ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ຈີນ

ວັນ​ທີ 17 ຕຸ​ລາ​ນີ້, ທ່ານ ອະ​ນຸ​ທິນ ຊານ​ວີ​ຣະ​ກູນ ໄດ້​ພົບ​ປະ​ກັບ​ທ່ານ ຈ່າງ​ຈ້ຽນ​ເວີ້ຍ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ​ຢູ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີໄທ.
ທ່ານ ອະ​ນຸ​ທິນ ຊານ​ວີ​ຣະ​ກູນ ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ໄທ-ຈີນ ແລະ​ກ່າວ​ວ່າ: ປີ​ນີ້​ແມ່ນ​ປີ​ທີ່​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ໄທ-ຈີນ​ຄົບ​ຮອບ 50 ປີ, ທ່ານ​ຈະ​ນຳ​ພາ​ລັດ​ຖະ​ບານ​ຊຸດ​ໃໝ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ຈີນ, ​ຊຸກ​ຍູ້​ໃຫ້​​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດ​ທະ​ນາຫຼາຍກວ່າ​ເກົ່າ ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊ​າ​ຊົນ​ສອງ​ປະ​ເທດ​ໝັ້ນ​ຄົງກວ່າ​ເກົ່າ.
ທ່ານ ຈ່າງ​ຈ້ຽນ​ເວີ້ຍ ກ່າວ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ໄທ​ສຸມ​ຄວາມ​ພະ​ຍາ​ຍາມ​ນຳ​ກັນ, ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ຊຸກ​ຍູ້​ໃຫ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ໄທ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ອັນ​ໃໝ່.

ທ່ານ ເຮີ​ລີ້​ເຟີ່ງ ສົນ​ທະ​ນາ​ກັບ​ຜູ້​ຕາງ​ໜ້າ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ຜ່ານ​ທາງ​ວິ​ດີ​ໂອ     ​ຕອນ​ເຊົ້າ​...
18/10/2025

ທ່ານ ເຮີ​ລີ້​ເຟີ່ງ ສົນ​ທະ​ນາ​ກັບ​ຜູ້​ຕາງ​ໜ້າ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ຜ່ານ​ທາງ​ວິ​ດີ​ໂອ

​ຕອນ​ເຊົ້າ​ວັນ​ທີ 18 ຕຸ​ລາ​ນີ້, ທ່ານ​ ເຮີ​ລີ້​ເຟີ່ງ ຜູ້​ຮັບ​ຜິດ​ຊອບ​ວຽກ​ງານ ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາຂອງ​ຝ່າຍ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ໄດ້​ສົນ​ທະ​ນາ​ກັບ​ທ່ານ ຈາ​​ມິ​ຊັນ ​ເກ​ຣຍ ຜູ້​ຕາງ​ໜ້າ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ຜ່ານ​ທາງວິ​ດີ​ໂອ, ​ສອງ​ຝ່າຍ​ໄດ້​ປິ່ນ​ອ້ອມ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ອັນ​ສຳ​ຄັນ​​ໃນ​ປີ​ນີ້ລະ​ຫວ່າງ​ປະ​ມຸ​ລັກ​ສອງ​ປະ​ເທດ, ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງກົງ​ໄປ​ກົງ​ມາ, ​ເລິກ​ເຊິ່ງ ແລະ​ມີ​​ລັກ​ສະ​ນະ​ສ້າງ​ສັນ​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ​ໃນ​​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່​າງ​ສອງ​ຝ່າຍ, ​ພ້ອມ​ທັງເຫັນ​ດີ​ຈັດ​ການ​ປຶ​ກ​ສາ​ຫາ​ລື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ຮອບ​ໃໝ່​ໂດຍ​ໄວ.

ຈີນປະກາດ “ບົດລາຍງານສະພາບອາເມຣິກາປະຕິບັດກົດລະບຽບ ແລະ ພັນທະ WTO ໃນປີ 2025”    ວັນທີ 17 ຕຸລານີ້,ກະຊວງການຄ້າຈີນໄດ້ປະກາດ “ບົດ...
18/10/2025

ຈີນປະກາດ “ບົດລາຍງານສະພາບອາເມຣິກາປະຕິບັດກົດລະບຽບ ແລະ ພັນທະ WTO ໃນປີ 2025”

ວັນທີ 17 ຕຸລານີ້,ກະຊວງການຄ້າຈີນໄດ້ປະກາດ “ບົດລາຍງານກ່ຽວກັບສະພາບອາເມຣິກາປະຕິບັດກົດລະບຽບ ແລະ ພັນທະອົງການການຄ້າໂລກ ຫຼື WTO ໃນປີ 2025”.
ຜູ້ຮັບຜິດຊອບກົມການຄ້າໂລກຂອງກະຊວງການຄ້າຈີນກ່າວວ່າ:ບົດລາຍງານດັ່ງກ່າວໄດ້ສະແດງຄວາມເປັນຫ່ວງຕໍ່ນະໂຍບາຍ ແລະ ມາດຕະການຂອງອາເມຣິກາທີ່ທຳລາຍລະບົບການຄ້າຫຼາຍຝ່າຍ,ດຳເນີນການຂົ່ມເຫັງດ້ານການຄ້າ,ປະຕິບັດສອງມາດຖານໃນດ້ານນະໂຍບາຍອຸດສາຫະກຳ,ສ້າງຄວາມວຸ້ນວາຍໃຫ້ຕ່ອງໂສ້ການຜະລິດ ແລະ ຕ່່ອງໂສ້ການສະໜອງຂອງໂລກ ແລະ ອື່ນໆ.
ລະບົບການຄ້າຫຼາຍຝ່າຍທີ່ຖືອົງການ WTO ເປັນແກນກາງນັ້ນເປັນພື້ນຖານເສດຖະກິດໂລກາພິວັດ ແລະ ການຄ້າສາກົນ.ປັດຈຸບັນ,ລະບົບການຄ້າຫຼາຍຝ່າຍພວມຜະເຊີນໜ້າກັບສິ່ງທ້າທາຍອັນໃຫຍ່ຫຼວງ,ຈີນຫວັງໃຫ້ຜ່ານການປະກາດບົດລາຍງານສະບັບປີ 2025,ເຕືອນໃຫ້ອາເມຣິກາດັດແກ້ການກະທຳທີ່ຜິດພາດຢ່າງທັນການ,ເຄົາລົບກົດລະບຽບອົງການ WTOຢ່າງແທ້ຈິງ,ຮ່ວມກັບສະມາຊິກອື່ນໆ ເຊິ່ງລວມທັງປະເທດຈີນ ພ້ອມກັນສຸມໃສ່ການບັນລຸໂລກຫຼາຍຂົ້ວທີ່ີສະເໝີພາບ ແລະ ເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດໂລກາພິິວັດທີ່ມີຜົນປະໂຫຍດຮ່ວມ ແລະ ເປັນແບບກວມລວມ.

ຈີນສະໜັບສະໜູນໃຫ້ກຳປູເຈຍແລະໄທແກ້ໄຂຄວາມຂັດແຍ້ງໃນບັນຫາຊາຍແດນຢ່າງເໝາະສົມດ້ວຍການປຶກສາຫາລື    ວັນທີ 17 ຕຸລານີ້,ທ່ານລີນຈ້ຽນ ໂຄສ...
18/10/2025

ຈີນສະໜັບສະໜູນໃຫ້ກຳປູເຈຍແລະໄທແກ້ໄຂຄວາມຂັດແຍ້ງໃນບັນຫາຊາຍແດນຢ່າງເໝາະສົມດ້ວຍການປຶກສາຫາລື

ວັນທີ 17 ຕຸລານີ້,ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ.ມີນັກຂ່າວຖາມວ່າ:ພິທີລົງນາມສັນຍາສັນຕິພາບກຳປູເຈຍ-ໄທຈະຈັດຂຶ້ນຢູ່ມາເລເຊຍລະຫວ່າງວັນທີ 26 ຫາ 28 ຕຸລານີ້.ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?
ທ່ານລີນຈ້ຽນຕອບວ່າ:ຈີນສະໜັບສະໜູນໃຫ້ກຳປູເຈຍ ແລະ ໄທຜ່ານການສົນທະນາ ແລະ ປຶກສາຫາລືກັນ ແກ້ໄຂຄວາມຂັດແຍ່ງໃນບັນຫາຊາຍແດນຢ່າງເໝາະສົມ,ພ້ອມທັງສະໜັບສະໜູນມາເລເຊຍເສີມຂະຫຍາຍບົດບາດທີ່ເປັນປະເທດປະທານໝູນວຽນອາຊຽນ.
ທ່ານລີນຈ້ຽນກ່າວຕື່ມວ່າ,ຫວັງໃຫ້ກຳປູເຈຍ ແລະ ໄທຍຶດໝັ້ນການປຶກສາຫາລືຢ່າງສະເໝີພາບ ເພື່ອຊອກພົບວິທີແກ້ໄຂບັນຫາຢ່າງຍາວນານທີ່ສອງຝ່າຍລ້ວນແຕ່ຮັບເອົາໄດ້.ນັບແຕ່ເຂດຊາຍແດນກຳປູເຈຍ-ໄທເກີດການປະທະກັນເປັນຕົ້ນມາ,ຈີນໄດ້ຕັ້ງໜ້າໄກ່ເກ່ຍ ແລະ ຊຸກຍູ້ການເຈລະຈາດ້ວຍວິທີຂອງຕົນ,ກຳລັງ ແລະ ຈະສືບຕໍ່ເສີມຂະຫຍາຍບົດບາດສ້າງສັນເພື່ອເຮັດໃຫ້ກຳປູເຈຍ ແລະ ໄທສ້າງຄວາມໄວ້ເນື້ອເຊື່ອໃຈກັນຄືນໃໝ່,ຮັກສາການຢຸດຍິງ ແລະ ແກ້ໄຂຄວາມຂັດແຍ້ງດ້ວຍສັນຕິວິທີ.

ຈັດກອງປະຊຸມສະມາຊິກສະຫະພັນການຮ່ວມມືມໍລະດົກໂລກຂອງປະເທດສະມາຊິກ RCEP ປີ 2025    ລະຫວ່າງວັນທີ 17 ຫາ 18 ຕຸລານີ້,ກອງປະຊຸມສະມາຊິ...
18/10/2025

ຈັດກອງປະຊຸມສະມາຊິກສະຫະພັນການຮ່ວມມືມໍລະດົກໂລກຂອງປະເທດສະມາຊິກ RCEP ປີ 2025

ລະຫວ່າງວັນທີ 17 ຫາ 18 ຕຸລານີ້,ກອງປະຊຸມສະມາຊິກສະຫະພັນການຮ່ວມມືມໍລະດົກໂລກຂອງປະເທດສະມາຊິກອາເຊັບ (RCEP) ປີ 2025 ໄດ້ຈັດຂຶ້ນຢູ່ນະຄອນຮວງສ່ານ ແຂວງອ່ານຮຸ່ຍຈີນ.
ກອງປະຊຸມມີຈຸດປະສົງເພື່ອສ້າງເວທີການແລກປ່ຽນ ແລະຮ່ວມມືສາກົນໃນດ້ານການປົກປັກຮັກສາ ສືບທອດ ແລະ ສົ່ງເສີມມໍລະດົກໂລກສຳລັບປະເທດສະມາຊິກ RCEP, ຊຸກຍູ້ໃຫ້ບັນດາປະເທດສະມາຊິກ RCEP ພັດທະນາການທ່ອງທ່ຽວກ່ຽວກັບມໍລະດົກໂລກ.ກອງປະຊຸມໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການຊຸກຍູ້ມໍລະດົກໂລກແຫ່ງຕ່າງໆດຳເນີນການຮ່ວມມືໃນດ້ານຕ່າງໆ ເຊັ່ນ:ປົກປັກຮັກສາມໍລະດົກ,ຍົກສູງຄວາມສາມາດ ແລະ ເພີ່ມທະວີການໂຄສະນາສາກົນເປັນຕົ້ນ.
180 ທ່ານທີ່ມາຈາກ 15 ປະເທດສະມາຊິກ RCEP,ແລະ ອົງການຄຸ້ມຄອງ ມໍລະດົກໂລກ 60 ແຫ່ງໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

17/10/2025

ຄະນະຜູ້ແທນຈີນປະຈຳອົງການອາຫານແລະກະສິກຳ ສປຊ ໄດ້ຮັບການຍົກລະດັບຂຶ້ນ
ວັນທີ 16 ຕຸລານີ້, ຄະນະຜູ້ແທນຈີນປະຈຳອົງການອາຫານແລະກະສິກຳແຫ່ງສະຫະປະຊາຊາດ ຂຶ້ນປ້າຍຢ່າງເປັນທາງການ.
ສາທາລະນະລັດປະຊາຊົນຈີນໄດ້ຟື້ນຟູທີ່ນັ່ງຖືກຕ້ອງຕາມກົດໝາຍໃນອົງການ FAO ໃນເດືອນເມສາປີ 1973, ໄດ້ຕັ້ງສຳນັກງານຜູ້ຕາງໜ້າປະຈຳອົງການອາຫານແລະກະສິກຳ ສປຊ ໃນປີ 1982, ຮອດປີ 2020 ໄດ້ຍົກລະດັບຂຶ້ນເປັນອົງການການຕ່າງປະເທດທີ່ມີລະດັບເທົ່າກັບເອກອັກຄະລັດຖະທູດ. ເດືອນສິງຫາປີ 2025 ນີ້, ສຳນັກງານຜູ້ຕາງໜ້າປະຈຳອົງການອາຫານແລະກະສິກຳ ສປຊ ໄດ້ຍົກລະດັບຂຶ້ນເປັນຄະນະຜູ້ແທນປະຈຳ.
ອົງການອາຫານແລະກະສິກຳ ສປຊ, ລວມທັງອົງການຟາວ, ອົງການແຜນການອາຫານໂລກ (WFP) ແລະ ກອງທຶນພັດທະນາກະສິກຳສາກົນ (IFAD).

ຮອງນາຍົກລັດຖະມົນຕີຈີນເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືສາກົນດ້ານສິ່ງແວດລ້ອມແລະການພັດທະນາຂອງຈີນ ວັນທີ 16 ຕຸລານີ້, ທ່ານ ຕີ...
17/10/2025

ຮອງນາຍົກລັດຖະມົນຕີຈີນເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືສາກົນດ້ານສິ່ງແວດລ້ອມແລະການພັດທະນາຂອງຈີນ
ວັນທີ 16 ຕຸລານີ້, ທ່ານ ຕີ່ງເສ່ຍຊຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນ ປະທານຄະນະກຳມະການຮ່ວມມືສາກົນດ້ານສິ່ງແວດລ້ອມແລະການພັດທະນາຂອງຈີນ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ 2025 ຂອງຄະນະກຳມະການດັ່ງກ່າວ.
ໃນໂອກາດຂຶ້ນກ່າວຄຳປາໄສຢູ່ກອງປະຊຸມດັ່ງກ່າວ, ທ່ານ ຕີ່ງເສ່ຍຊຽງ ໄດ້ເນັ້ນໜັກວ່າ: ຈີນຈະເລັ່ງລັດການຫັນປ່ຽນຮູບແບບການພັດທະນາໃຫ້ເປັນສີຂຽວຕື່ມອີກ, ຍິນດີເພີ່ມທະວີຮັດແໜ້ນຄວາມສາມັກຄີແລະການຮ່ວມມືກັບຝ່າຍຕ່າງໆ, ຮ່ວມກັນຊຸກຍູ້ການພັດທະນາແບບສີຂຽວໃນທົ່ວໂລກ, ຮ່ວມກັນສ້າງໂລກທີ່ສະອາດແລະສວຍງາມ. ລັດຖະບານຈີນ ຈະສືບຕໍ່ອອກແຮງສະໜັບສະໜູນການພັດທະນາຂອງຄະນະກຳມະການດັ່ງກ່າວ, ເພື່ອປະກອບສ່ວນສະຕິປັນຍາແລະກຳລັງແຮງຫຼາຍກວ່າເກົ່າ ເຂົ້າໃນການເພີ່ມທະວີການສ້າງອະລິຍະທຳດ້ານນິເວດຈີນ ແລະການຊຸກຍູ້ການພັດທະນາແບບຍືນຍົງຂອງໂລກ.
ຫົວຂໍ້ຂອງກອງປະຊຸມປະຈຳປີນີ້ແມ່ນ “ເດັດດ່ຽວຫັນປ່ຽນຮູບແບບເປັນສີຂຽວຢ່າງຮອບດ້ານ, ຊຸກຍູ້ການຢູ່ຮ່ວມກັນຢ່າງກົມກຽວກັນລະຫວ່າງມະນຸດກັບທຳມະຊາດ”. ໂດຍມີກຳມະການຈີນແລະຕ່າງປະເທດ, ຊ່ຽວຊານຈີນແລະຕ່າງປະເທດ, ຄູ່ຮ່ວມມືແລະອື່ນໆທັງໝົດປະມານ 400 ຄົນເຂົ້າຮ່ວມກອງປະຊຸມຄັ້ງນີ້.

ກອງທັບເຮືອຈີນເດີນທາງຢ້ຽມຢາມສັນທະວະໄມຕີເປັນເວລາ 4 ມື້ຢູ່ໄທວັນທີ 16 ຕຸລານີ້, ກອງກຳປັ່ນ 83 ຂອງກອງທັບເຮືອຈີນໄດ້ເດີນທາງໄປເຖິງ...
17/10/2025

ກອງທັບເຮືອຈີນເດີນທາງຢ້ຽມຢາມສັນທະວະໄມຕີເປັນເວລາ 4 ມື້ຢູ່ໄທ
ວັນທີ 16 ຕຸລານີ້, ກອງກຳປັ່ນ 83 ຂອງກອງທັບເຮືອຈີນໄດ້ເດີນທາງໄປເຖິງທ່າກຳປັ່ນ ສັດຕະຫີບ, ເລີ່ມດຳເນີນການຢ້ຽມຢາມສັນທະວະໄມຕີຕໍ່ໄທ ເປັນເວລາ 4 ມື້.
ຕາມຂ່າວແຈ້ງວ່າ, ການເດີນທາງຂອງກຳປັ່ນ ຊີ່ຈີ້ກ່ວງ ຄັ້ງນີ້ແມ່ນການຢ້ຽມຢາມໄທເທື່ອທີ 3 , ສ່ວນກຳປັ່ນ ຢີເມີງຊ່ານ ແມ່ນເດີນທາງໄປໄທເປັນຄັ້ງທຳອິດ.

ສະພາແຫ່ງຊາດຈັດກອງປະຊຸມຄະນະກໍາມາທິການແຜນການ ການເງິນ ແລະ ການກວດສອບ      ກໍາມາທິການແຜນການ,ການເງິນ ແລະ ກວດສອບ (ກຜງສ) ສະພາແຫ່...
17/10/2025

ສະພາແຫ່ງຊາດຈັດກອງປະຊຸມຄະນະກໍາມາທິການແຜນການ ການເງິນ ແລະ ການກວດສອບ
ກໍາມາທິການແຜນການ,ການເງິນ ແລະ ກວດສອບ (ກຜງສ) ສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະຂຶ້ນ ໃນວັນທີ 17 ຕຸລານີ້ ທີ່ຫ້ອງປະຊຸມຂອງ ສພຊ, ໂດຍການເປັນປະທານຂອງ ທ່ານ ລີເບີ ລີບົວປາວປະທານ ກໍາມາທິການ ແຜນການ, ການເງິນ ແລະ ການກວດສອບ, ເປັນກຽດເຂົ້າຮ່ວມ ມີທ່ານ ສົມມາດ ພົນເສນາ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ຜູ້ຊີ້ນໍາວຽກງານ ກໍາມາທິການແຜນການ, ການເງິນ ແລະ ການກວດສອບ.
ທ່ານ ລີເບີ ລີບົວປາວ ກ່າວວ່າ:ເນື້ອໃນທີ່ສະເໜີໃຫ້ຄົ້ນຄວ້າຕົກລົງແມ່ນມີຫຼາຍບັນຫາເປັນຕົ້ນແມ່ນຈະໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດ ວຽກງານຂອງກຳມາທິການແຜນການ, ການເງິນ ແລະ ການກວດສອບຕະຫຼອດ 1 ປີ (2025) ພ້ອມກັນນັ້ນ ກໍຈະໄດ້ຮັບຟັງການລາຍງານບັນຫາສໍາຄັນຂອງຊາດທີ່ລັດຖະບານ ໄດ້ຈັດຕັ້ງປະຕິບັດຜ່ານມາຕາມມະຕິຂອງສະພາແຫ່ງຊາດໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ, ວຽກງານກວດສອບ ແລະ ກວດກາລັດ 5 ປີ ຄັ້ງທີ IX (2021-2025), ຊຶ່ງຈະລາຍງານໂດຍກະ ຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ ນອກຈາກນີ້ ຈະໄດ້ມີເວລາຄົ້ນຄິດຊ່ວຍປະກອບຄໍາເຫັນ ເພື່ອຫາວິທີການແກ້ໄຂບັນຫາຮ່ວມກັນ ແລະ ສາມາດເຮັດສໍາເລັດຕາມແຜນການ.
ຂ່າວ: ປະຊາຊົນ

ທ່ານນາງ ເຊິ້ນ​ຢີ​ຊິນ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ສິ​ລະ​ປະ​ຈີນ​ຄັ້ງ​ທີ 14      ວັນ​ທີ 16 ຕຸ​ລາ​ນີ້, ທ່ານ​ນາງ ເຊິ້ນ​ຢີ​ຊິນ ທີ່...
17/10/2025

ທ່ານນາງ ເຊິ້ນ​ຢີ​ຊິນ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ສິ​ລະ​ປະ​ຈີນ​ຄັ້ງ​ທີ 14
ວັນ​ທີ 16 ຕຸ​ລາ​ນີ້, ທ່ານ​ນາງ ເຊິ້ນ​ຢີ​ຊິນ ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ໄດ້​ເຂົ້າ​ຮ່ວມ​​ພິ​ທີ​ໄຂແລະ​ປະ​ກາດ​ໄຂງານ​ສິ​ລະ​ປະ​ຈີນ​ຄັ້ງ​ທີ 14 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີງ​ຕູ່​ແຂວງ​ເສ​ສວນ​ຈີນ​.
ງານ​ສິ​ລະ​ປະ​ຈີນ​ແມ່ນ​ງານ​ມະ​ໂຫລານ​ດ້ານ​ສິ​ລະ​ປະ​ແລະ​ວັດ​ທະ​ນະ​ທຳ​ແບບສັງ​ລວມ​ລະ​ດັບ​ຊາດແລະ​ມີ​ອິດ​ທິ​ພົນ​ສູງ​ສຸດ​ຂອງ​ຈີນ. ງານ​​ສິ​ລະ​ປະ​ຄັ້ງ​ນີ້​ຈະ​ລົງ​ເລິກ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄິດ​ວັດ​ທະ​ນະ​ທຳຂອງ​ທ່ານ ສີ​ຈິ້ນ​ຜິງ, ຈັດ​ຕັ້ງ​ປະ​ຕິ​ບັດ​ຈິດ​ໃຈ​ສານ​ຊົມ​ເຊີຍ​ຂອງ​ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ໃນ​ປີ 2013,ອອກ​ແຮງ​ສ້າງ​ເປັນ “ງານ​ມະ​ໂຫລານ​ແຫ່ງ​ສິ​ລະ​ປະ​ແລະ​ວັນ​ບຸນ​​ຂອງປະ​ຊາ​ຊົນ”,ສຸມ​ໃສ່​ການ​ສະ​ແດງ​ໃຫ້​ເຫັນ​ລະ​ດັບ​ໃໝ່​ແລະ​​ບັນ​ຍາ​ກາດ​ໃໝ່​ຂອງວັດ​ທະ​ນະ​ທຳ​ແລະ​ສິ​ລະ​ປະ​ຂອງ​ຈີນ​ໃນ​ຊຸ​ມ​ປີ​ມໍ່ໆ​ມາ​ນີ້, ກໍ​ຄື​ຜົນ​ງານ​ໃໝ່​ແລະ​ໂສມ​ໜ້າ​ໃໝ່​ຂອງ​ພະ​ນັກ​ງານ​ວັດ​ທະ​ນະ​ທຳ​ແລະ​ສິ​ລະ​ປະ​ຂອງ​ຈີນ. ໃນ​ໄລ​ຍະ​ນີ້, ຍັງ​ຈະ​ສະ​ແດງ​ໃຫ້​ເຫັນ​ຜົນ​ງານ​ສິ​ລະ​ປະ​ເທິງ​ເວ​ທີ​ທີ່ດີ​ເດັ່ນ 100 ກວ່າ​ຮອບ​​ແລະວາງ​ສະ​ແດງ​​ຜົນ​ງານ​ຮູບ​ແຕ້ມ,ການ​ຂຽນ​ງາມ​ກາ​ປະ​ທັບ​ໜັງ​ສື​ຈີນທີ່​ດີ​ເດັ່ນປະ​ມານ 1 ພັນ​​ແຜ່ນແລະ​ກິດ​ຈະ​ກຳ​ອື່ນໆ​ພາຍ​ໃຕ້​ຫົວ​ຂໍ້ “ບັນ​ຍາ​ກາດ​ສິ​ລະ​ປະ​ທ່າມ​ກາງ​ພູ​ຂຽວ​ນ້ຳ​ໃສ​ເສ​ສວນ ຮ່ວມ​ກັນ​ສ້າງ​ໜ້າ​ໃໝ່​ແຫ່ງ​ຍຸກ​ສະ​ໄໝ”.

ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ ຊົມ​ເຊີຍ​ອາ​ຟະ​ກາ​ນິ​ດ​ສະ​ຖານ​ແລະ​ປາ​ກິດ​ສະ​ຖານ​ບັນ​ລຸ​ການ​ຢຸດ​ຍິງ​ຊົ່ວ​ຄາວ      ວັນ​ທີ 16 ຕຸ​ລ...
17/10/2025

ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ ຊົມ​ເຊີຍ​ອາ​ຟະ​ກາ​ນິ​ດ​ສະ​ຖານ​ແລະ​ປາ​ກິດ​ສະ​ຖານ​ບັນ​ລຸ​ການ​ຢຸດ​ຍິງ​ຊົ່ວ​ຄາວ
ວັນ​ທີ 16 ຕຸ​ລາ​ນີ້, ທ່ານ ສະຕີ​ເຟນ ດູ​ຈາ​ຣິກ ໂຄ​ສົກ​ຂອງ​ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ​: ທ່ານ​ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ອາ​ຟະ​ກາ​ນິດ​ສະ​ຖານ​ແລະ​ປາ​ກິດ​ສະ​ຖານ​ປະ​ກາດ​ຢຸດ​ຍິງ​ຊົ່ວ​ຄາວ.
ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ອາ​ຟະ​ກາ​ນິດ​ສະ​ຖານ​ແລະ​ປາ​ກິດ​ສະ​ຖານ​ໄດ້​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​​ອາ​ວຸດຢ່າງ​ຕໍ່​ເນື່ອງ. ​ຫຼ້າ​ສຸດ​ໃນວັນ​ທີ 15 ຕຸ​ລາ​ນີ້, ລັດ​ຖະ​ບານ​ຂອງ​ສອງ​ປະ​ເທດ​ດັ່ງ​ກ່າວ​​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ໄດ້​ປະ​ກາດ​ຈະ​ປະ​ຕິ​ບັດ​ການ​ຢຸດ​ຍິງ​ຊົ່ວ​ຄາວ​ເປັນ​ເວ​ລາ 48 ຊົ່ວ​ໂມງ. ປັດ​ຈຸ​ບັນ,ການ​ຢຸດ​ຍິງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ແລ້ວ.

Address

Saphanthong Neua Village, Sisattanak District, Vientiane Capital
Lao Pdr

Alerts

Be the first to know and let us send you an email when CMG FM93 posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share