30/09/2025
🙏🏻ສາຍນ້ຳຝົນ ສິສູ້ສາຍນ້ຳໃຈຄົນລາວ ຮ່ວມອຸປະຖຳນ້ຳມັນເຮືອ ນ້ຳມັນລົດກູ້ໄພ ທີ່ຈະລົງຊ່ວຍເຫລືອໄພນ້ຳຖ້ວມ ທີ່ແຂວງບໍລິຄຳໄຊໃນມື້ອື່ນເຊົ້າອອກເດີນທາງ 1/10/2025 ລົງພື້ນທີ່ກວດກາ ປະເມີນຄວາມເສຍຫາຍ ເກັບຂໍ້ມູນ ແລະມີສະບຽງເລັກນ້ອຍໄປໃຫ້ພໍ່ແມ່ປະຊາຊົນນຳ ສະມາຄົມ ອາສາເພື່ອປະຊາຊົນລາວ ນຳທີມໂດຍທ່ານ ວິໄລສັກ ເພັດເມືອງພວນ ຮອງປະທານສະມາຄົມ ພ້ອມດ້ວຍຄະນະ ຫົວຫນ້າຫນ່ວຍກູ້ໄພຈິງໃຈ ສົມທົບກັບທີມອາສາສູ້ສຸດໃຈ ພ້ອມອິນຟູໄລຣເຕີ້
ລົງຢາຍເຄື່ອງສະບຽງອາຫານ ເຂົ້າສານອາຫານແຫ້ງເຄື່ອງມື 2 ທີ່ທາງສະມາຄົມລະດົມໄວ້ໃນສາງຜ່ານມາຈຳນວນ 250 ຖົງຍັນຊີບ
ແລະ ເຂົ້າຈີ່ 100 ກ້ອນ ຍັງຮັບສັດທາເພີ່ມ ກ້ອນ 8.000 ກີບ
ເຂົ້າກ່ອງ ຈຳນວນ 1 ຍັງຮັບສັດທາ
ແລະ ທາງທີມງານເຮົາຍັງຕ້ອງການເຂົ້າສານອາຫານແຫ້ງຕື່ມອີກ ເປັນຕົ້ນ ນ້ຳດື່ມ ຫມີ່,ປ່ອງປາ ໄຂ່ ຜັກ ເຂົ້າ ເຊິ່ງທີມເຮົາຈະມີພໍ່ຄົວໂຮງທານ ທີ່ຜະລິດສະບຽງແຈກປະຊາຊົນນຳອີກ ດັ່ງທີ່ເຄີຍເຮັດຜົນງານຜ່ານມາທີ່ແຂວງຫລວງນ້ຳທ່າ ຕາມພາມທີ່ປະກອບໃນຮູບ
ສີ່ງທີ່ກ່າວຂໍ້ມູນມາຂ້າງເທີງແມ່ນເປັນສີ່ງຈຳເປັນໃນການຊ່ວຍເຫຼືອ ດັ່ງນັ້ນຈື່ງຂໍຄວາມຊ່ວຍເຫຼືອຈາກທ່ານຜູ້ໃຈບຸນ
-------------------------------------
÷÷÷÷÷÷÷÷÷÷÷÷÷÷÷÷÷÷÷÷÷÷÷
ເລກບັນທີທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ເລກບັນຊີ
-160 - 11 - 0045 - 0842 KIP
-160 - 11 - 0045 - 0851 THB
ອອກຊື່ Association of Volunteer for Lao Peopleo
- [ ] ພ້ອມລະບຸເຫດຜົນຂອງການບໍລິຈາກດ້ວຍ
ຕິດຕໍ່ຮ່ວມບໍລິຈາກຖາມຂໍ້ມູນ :
021 773736
020 56781636
020 5788 2797 ທ່ານ ວິໄລສັກ (ໂດ້)
ໜ່ວຍກູ້ໄພອາສາເພື່ອປະຊາຊົນ
ເຂື່ອນໄຟຟ້ານ້ຳງຽບ 1 ໄດ້ປ່ອຍນ້ຳຢ່າງກະທັນຫັນ ເຮັດໃຫ້ນ້ຳຖ້ວມບ້ານປະຊາຊົນ
ເຂດລຸ່ມເຂື່ອນ...................................................................................................
ຕາມການລາຍງານຂອງເມືອງບໍລິຄັນ ແລະ ປະຊາຊົນບ້ານຫາດຢື້ນ ໄດ້ໃຫ້ຮູ້ວ່າ: ເຂື່ອນໄຟຟ້ານ້ຳງຽບ1 ໄດ້ເປີດປະຕູນ້ຳເພື່ອລະບາຍນ້ຳຢ່າງກະທັນຫັນ ໄດ້ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນ ໃນກາງຄືນ ເວລາ 1 ໂມງ ຂອງວັນທີ 30 ກັນຍາ 2025 ໄດ້ສ້າງຜົນກະທົບໃຫ້ແກ່ປະຊາຊົນບ້ານຫາດຢື້ນ ແລະ ບ້ານທ່າເຮືອ, ສອງບ້ານດັ່ງກ່າວໄດ້ຖືກຖ້ວມ ປະຊາຊົນຂາດທີ່ຢູ່ອາໃສ, ເນື້ອທີ່ການຜະລິດ ແລະ ສັດລຽ້ງ ໄດ້ຮັບຜົນເສຍຫາຍຈຳນວນຫຼາຍ, ນອກນັ້ນຍັງໄດ້ຮັບການລາຍງານເພີ່ມເຕີມວ່າ: ຢູ່ເຂດບ້ານຊົມຊື່ນ ນ້ຳກໍ່ໄດ້ເລີ່ມຂື້ນຖ້ວມເຮືອນປະຊາຊົນຈຳນວນໜື່ງ.
ໃນເວລາ 6:58 ໂມງ ຂອງວັນທີ 30 ກັນຍາ 2025 ໄດ້ຮັບການລາຍງານສະຖານະການຂອງເຂື່ອນນໍ້າເຂື່ອນໄຟຟ້ານໍ້າງຽບ 1, ລະດັບນໍ້າໃນອ່າງເຂື່ອນໃຫຍ່ມີປະລິມານ 319.88 m.a.s.l ຫຼື 319.88 ແມັດ ເໜືອນ້ຳທະເລ, ລະດັບນ້ຳເຕັມອ່າງແມ່ນ 320 ແມັດ ເໜືອນ້ຳທະເລ, ຫ່າງຈາກນ້ຳເຕັມອ່າງ: 0,10 m ແລະ ນໍ້າໄຫລເຂົ້າອ່າງເຂື່ອນໃຫຍ່ມີປະລິມານ 2,900 ແມັດກ້ອນຕໍ່ວິນາທີ ແລະ ນ້ຳທີ່ປ່ອຍນຜ່ານປະຕູລະບາຍ 2,650 ແມັດກ້ອນຕໍ່ວິນາທີ, ປ່ອຍນໍ້າຜ່ານຈັກຜະລິດໄຟຟ້າ: 230 ແມັດກ້ອນຕໍ່ວິນາທີ, ປະລິມານປ່ອຍນໍ້າລວມຈາກເຂື່ອນໃຫຍ່: 2880 ແມັດກ້ອນຕໍ່ວິນາທີ ຈື່ງເປັນຕົ້ນເຫດເກີດໃຫ້ນ້ຳຖ້ວມບ້ານ, ເຮືອນຂອງປະຊາຊົນຢ່າງກະທົນຫັນ.
ປະຈຸບັນປະຕູລະບາຍນໍ້າ ໄດ້ເປີດຕໍ່ເນື່ອງ ເພື່ອຮັບປະລິມານນໍ້າຈາກພະຍຸ ກໍາລັງຈະເຂົ້າມາ ແລະ ປະລິມານນໍ້າປ່ອຍລະບາຍຜ່ານປະຕູໄດ້ ປັບປ່ຽນ ຕາມການເຫນັງຕີງ ຂອງລະດັບນໍ້າໃນອ່າງ ແລະ ປະລິມານນໍ້າໄຫລເຂົ້າອ່າງ