ZeroCrew ZeroCrew: Bottles for Change ພວກເຮົາສ້າງການປ່ຽນແປງ ເພື່ອອະນາຄົດທີ່ສົດໃສ ✨

💚♻️ ໃນວັນທີ 30/06/2025 ທີ່ຜ່ານ, ທີມງານໂຄງການ ZeroCrew ພ້ອມດ້ວຍອາສາສະມັກ ໄດ້ຮ່ວມຮັບ-ມອບ ອຸປະກອນຮັບໃຊ້ພາຍໃນຫ້ອງຮຽນ ແກ່ໂຮງຮ...
07/07/2025

💚♻️ ໃນວັນທີ 30/06/2025 ທີ່ຜ່ານ, ທີມງານໂຄງການ ZeroCrew ພ້ອມດ້ວຍອາສາສະມັກ ໄດ້ຮ່ວມຮັບ-ມອບ ອຸປະກອນຮັບໃຊ້ພາຍໃນຫ້ອງຮຽນ ແກ່ໂຮງຮຽນສຶກສາພິເສດ ແຂວງຫຼວງພະບາງ ເຊິ່ງໃຫ້ກຽດຮັບ-ມອບໃນຄັ້ງນີ້ ໂດຍທ່ານ ອາຈານ ສົມຫວັງ ສິລິປັນຍາ ຜູ້ອຳນວຍການ ໂຮງຮຽນສຶກສາພິເສດ ແຂວງຫຼວງພະບາງ ພ້ອມດ້ວຍບັນດາຄູອາຈານ ກໍໃຫ້ກຽດເຂົ້າຮ່ວມເຊັ່ນດຽວກັນ.

✨ໂຄງການ ZeroCrew, ໂຄງການ “ແລກຂວດນ້ຳ” ຂອງພວກເຮົາໄດ້ຖືກຈັດຂຶ້ນ ເພື່ອລະດົມໃຫ້ນັກສຶກສາ ແລະ ອາສາສະມັກຜູ້ມີຈິດສຳນຶກໃນການແຍກຂີ້ເຫຍື້ອ ແລະນຳຕຸກນ້ຳທີ່ໃຊ້ແລ້ວມາແລກເປັນຂອງລາງວັນ ເຊັ່ນ: ເຂົ້າຫນົມ ຫຼື ອຸປະກອນການຮຽນ ມອບໃຫ້ໂຮງຮຽນເປົ້າໝາຍ. ເພື່ອກະຕຸ້ນຈິດໃຈໃນທາງບວກ ສົ່ງເສີມພຶດຕິກຳການໃຊ້ຊິວິດແບບປະຢັດ ແລະ ລູກຝັງຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມໃນກຸ່ມນັກຮຽນ, ຊຶ່ງຈະຊ່ວຍຫຼຸດປະລິມານຂີ້ເຫຍື້ອພາຍໃນໂຮງຮຽນ ແລະສ້າງບັນຍາກາດແຫ່ງຄວາມຮ່ວມມືເພື່ອຮັກສາສິ່ງແວດລ້ອມທີ່ຍືນຍົງ.

ເຊິ່ງຕະຫຼອດໄລຍະເວລາສອງເດືອນທີ່ຜ່ານມາ, ພວກເຮົາໄດ້ເຕົ້າໂຮມອາສາສະມັກ ແລະຄູອາຈານ ເພື່ອດຳເນີນໂຄງການໃນໄລຍະທົດລອງ ສອງເດືອນ (01/05/2025-30/06/2025) ໂດຍໄດ້ຮັບຄວາມຮ່ວມມືຈາກບັນດາພາກສ່ວນຕ່າງໆ ຈົນໄດ້ຮັບໝາກຜົນ ແລະປະສົບຜົນສໍາເລັດຕາມເປົ້າໝາຍທີ່ວາງໄວ້.

🙏 ທ້າຍນີ້, ທີມອາສາສະມັກ ZeroCrew ຂໍຂອບໃຈຄະນະອຳນວຍການ, ຄູອາຈານ ຕະຫຼອດເຖິງນ້ອງນັກຮຽນທີ່ໜ້າຮັກໝົດທຸກຄົນ ຈາກໂຮງຮຽນສຶກສາພິເສດແຂວງຫຼວງພະບາງ ທີ່ເລັ່ງເຫັນເຖິງຄວາມສຳຄັນຂອງບັນຫາສິ່ງແວດລ້ອມ ແລະ ອະນຸຍາດໃຫ້ພວກເຮົາຈັດກິດຈະກຳຂຶ້ນ ພາຍໃຕ້ການສະໜັບສະໜູນຈາກອົງການ UNICEFLaos, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ໂຄງການ SinxayUPSHIFT 🫶🫶

💚♻️ ເມື່ອວັນທີ 29/06/2025 ທີ່ຜ່ານມາ, ທີມງານອາສາສະໝັກ ZeroCrew ໄດ້ຮ່ວມເຮັດກິດຈະກຳຄັດແຍກຂີ້ເຫຍື້ອ ໂດຍສະເພາະຕຸກນ້ຳພລາສຕິກ ທ...
30/06/2025

💚♻️ ເມື່ອວັນທີ 29/06/2025 ທີ່ຜ່ານມາ, ທີມງານອາສາສະໝັກ ZeroCrew ໄດ້ຮ່ວມເຮັດກິດຈະກຳຄັດແຍກຂີ້ເຫຍື້ອ ໂດຍສະເພາະຕຸກນ້ຳພລາສຕິກ ທີ່ສາມາດນຳໄປຣີໄຊເຄິນໃຊ້ໃໝ່ໄດ້.

👉ໂຮງຮຽນ ມ.ສ ສັນຕິພາບເອງ ກໍເປັນໜຶ່ງໃນບັນດາໂຮງຮຽນ ພາຍໃນນະຄອນຫຼວງພະບາງ ທີ່ມີການບໍລິການຈັດການຂີ້ເຫຍື້ອທີ່ເປັນລະບົບ ແລະມີປະສິທິພາບ, ມີຖັງ ແລະຈຸດແຍກຂີ້ເຫຍື້ອທົ່ວໂຮງຮຽນ.

ທາງທີມງານ ZeroCrew ເອງ. ຂໍສະແດງຄວາມຂອບໃຈຢ່າງສູງ ມາຍັງຄູອາຈານ ແລະນັກຮຽນ ທີ່ໄດ້ໃຫ້ໂອກາດ ປະກອບສ່ວນເຂົ້າໃນການສ້າງສາ ແລະພັດທະນາວຽກງານສິ່ງແວດລ້ອມຂອງ ໂຮງຮຽນ ມ.ສ ສັນຕິພາບ, ຈາກທີ່ດີຢູ່ແລ້ວ ໃຫ້ດີຂຶ້ນເລື່ອຍໆ 🤗💚

💚♻️ ເມື່ອວັນທີ 21/06/2025 ທີ່ຜ່ານມາ, ທີມງານອາສາສະໝັກ ZeroCrew ຮ່ວມກັບຄູອາຈານ ແລະ ນັກຮຽນຈາກ ໂຮງຮຽນ ມ.ສ ສັນຕິພາບ ໄດ້ຮ່ວມເຮ...
23/06/2025

💚♻️ ເມື່ອວັນທີ 21/06/2025 ທີ່ຜ່ານມາ, ທີມງານອາສາສະໝັກ ZeroCrew ຮ່ວມກັບຄູອາຈານ ແລະ ນັກຮຽນຈາກ ໂຮງຮຽນ ມ.ສ ສັນຕິພາບ ໄດ້ຮ່ວມເຮັດກິດຈະກຳຄັດແຍກຂີ້ເຫຍື້ອ ໂດຍສະເພາະຕຸກນ້ຳພລາສຕິກ ທີ່ສາມາດນຳໄປຣີໄຊເຄິນໃຊ້ໃໝ່ໄດ້.

👉ໂຮງຮຽນ ມ.ສ ສັນຕິພາບເອງ ກໍເປັນໜຶ່ງໃນບັນດາໂຮງຮຽນ ພາຍໃນນະຄອນຫຼວງພະບາງ ທີ່ມີການບໍລິການຈັດການຂີ້ເຫຍື້ອທີ່ເປັນລະບົບ ແລະມີປະສິທິພາບ, ມີຖັງ ແລະຈຸດແຍກຂີ້ເຫຍື້ອທົ່ວໂຮງຮຽນ.

ທາງທີມງານ ZeroCrew ເອງ. ຂໍສະແດງຄວາມຂອບໃຈຢ່າງສູງ ມາຍັງຄູອາຈານ ແລະນັກຮຽນ ທີ່ໄດ້ໃຫ້ໂອກາດ ປະກອບສ່ວນເຂົ້າໃນການສ້າງສາ ແລະພັດທະນາວຽກງານສິ່ງແວດລ້ອມຂອງ ໂຮງຮຽນ ມ.ສ ສັນຕິພາບ, ຈາກທີ່ດີຢູ່ແລ້ວ ໃຫ້ດີຂຶ້ນເລື່ອຍໆ 🤗💚

🟩 ເມື່ອວັນທີ 14/06/2025 ທີ່ຜ່ານມາ, ທີມອາສາສະມັກໂຄງການ ZeroCrew ໄດ້ຮ່ວມກັນເຮັດກິດຈະກຳ ເພື່ອເກັບ ແລະ ແຍກຂີ້ເຫຍື້ອ ຢູ່ບໍລິເ...
15/06/2025

🟩 ເມື່ອວັນທີ 14/06/2025 ທີ່ຜ່ານມາ, ທີມອາສາສະມັກໂຄງການ ZeroCrew ໄດ້ຮ່ວມກັນເຮັດກິດຈະກຳ ເພື່ອເກັບ ແລະ ແຍກຂີ້ເຫຍື້ອ ຢູ່ບໍລິເວນແຄມຄານ ນະຄອນຫຼວງພະບາງ ເຊິ່ງເປັນຈຸດທ່ອງທ່ຽວຍອດນິຍົມຂອງນັກທ່ອງທ່ຽວ.

📌 ຈຸດປະສົງເພື່ອໃຫ້ເກີດຄວາມສະອາດງາມຕາ ແລະເພີ່ມທະວີຄວາມເປັນເຈົ້າການ ໃນການຮັກສາຄວາມສະອາດຊ່ວຍກັນ ຈາກທີ່ສະອາດຢູ່ແລ້ວ, ໃຫ້ສະອາດຍິ່ງຂຶ້ນ. ໂດຍສະເພາະການນຳເອົາຂີ້ເຫຍື້ອທີ່ສາມາດຣີໄຊເຄິນໄດ້ ເຊັ່ນ: ຂວດນ້ຳພລາສຕິກ ມາໃຊ້ໃຫ້ເກີດປະໂຫຍດ ເຊິ່ງເປັນໜ້າທີ່ຂອງ ພວກເຮົາ, ອາສາສະມັກ ZeroCrew ທີ່ຈະນຳເອົາຂວດພລາສຕິກເຫຼົ່ານີ້, ມາແລກເປັນອຸປະກອນຮັບໃຊ້ພາຍໃນຫ້ອງຮຽນ ມອບແກ່ໂຮງຮຽນເປົ້າໝາຍ.

ທ້າຍນີ້, ຂໍສະແດງຄວາມຂອງໃຈແກ່ທີມງານອາສາສະມັກທຸກຄົນ, ທີ່ເຂົ້າຮ່ວມເຮັດກິດຈະກຳກັບພວກເຮົາໃນຄັ້ງນີ້. 🙏

💚🌱 ເມື່ອວັນທີີ 31/05/2025 ທາງທີມງານ ZeroCrew ໄດ້ຮ່ວມຈັດກິດຈະກຳ Workshop ໃນຫົວຂໍ້: ຮູ້ເຂົ້າ, ຮູ້ເຮົາ, ຮູ້ບັນຫາ: ການລົງເກັ...
02/06/2025

💚🌱 ເມື່ອວັນທີີ 31/05/2025 ທາງທີມງານ ZeroCrew ໄດ້ຮ່ວມຈັດກິດຈະກຳ Workshop ໃນຫົວຂໍ້: ຮູ້ເຂົ້າ, ຮູ້ເຮົາ, ຮູ້ບັນຫາ: ການລົງເກັບກຳຂໍ້ມູນໃນຊຸມຊົນ ແກ່ບັນດາອາສາທີ່ເຂົ້າຮ່ວມໂຄງການຂອງພວກເຮົາ ເຊິ່ງເປັນທັກສະທີ່ສຳຄັນ ໃນການລົງເຮັດວຽກກັບຊຸມຊົນ ຊ່ວຍສາມາດນຳໄປໝູນໃຊ້ໄດ້ໃນອະນາຄົດ.

ຂໍຂອບໃຈ ຫໍສະໝຸດ At my library ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ທີ່ເອື້ອເຟື້ອສະຖານທີ່ຈັດ Workshop ຂອງພວກເຮົາ ແລະຂໍຂອບໃຈນ້ອງໆອາສາ ທີ່ເຂົ້າຮ່ວມກິດຈະກຳກັບພວກເຮົາໃນຄັ້ງນີ້ ✨🙏🙏

📢📢 ປະກາດລາຍຊື່ອາສາສະມັກ ທີ່ເຂົ້າຮ່ວມການ ZeroCrew ຂອງພວກເຮົາ.💚🌱 ພວກເຮົາຮູ້ສຶກຍິນດີ ແລະຕື່ນເຕັ້ນ 🤩 ທີ່ຈະໄດ້ຮ່ວມງານກັບນ້ອງໆ...
20/05/2025

📢📢 ປະກາດລາຍຊື່ອາສາສະມັກ ທີ່ເຂົ້າຮ່ວມການ ZeroCrew ຂອງພວກເຮົາ.💚

🌱 ພວກເຮົາຮູ້ສຶກຍິນດີ ແລະຕື່ນເຕັ້ນ 🤩 ທີ່ຈະໄດ້ຮ່ວມງານກັບນ້ອງໆ ເພື່ອສ້າງປ່ຽນແປງໃນສັງຄົມຂອງພວກເຮົາ. ສ່ວນຄົນອື່ນໆ ທີ່ບໍ່ໄດ້ຖືກຮັບເລືອກ ກໍສາມາດເຂົ້າຮ່ວມເຄື່ອນໄຫວກິດຈະກຳຂອງພວກເຮົາໄດ້ ແລ້ວພົບກັນ🥰🫶

📢📢 ຮັບອາສາສະໝັກເຂົ້າຮ່ວມ ການເຄື່ອນໄຫວກິດຈະກຳ ເພື່ອປ່ຽນແປງດ້ານສິ່ງແວດລ້ອມກັບພວກເຮົາ ZeroCrew.🌎♻️ ເພາະພວກເຮົາຄືກຸ່ມຊາວໜຸ່ມ...
17/05/2025

📢📢 ຮັບອາສາສະໝັກເຂົ້າຮ່ວມ ການເຄື່ອນໄຫວກິດຈະກຳ ເພື່ອປ່ຽນແປງດ້ານສິ່ງແວດລ້ອມກັບພວກເຮົາ ZeroCrew.

🌎♻️ ເພາະພວກເຮົາຄືກຸ່ມຊາວໜຸ່ມທີ່ເຫັນບັນຫາສິ່ງແວດລ້ອມ ແລະ ຕ້ອງການທີ່ຈະແກ້ໄຂ 💚. ມາເປັນຄອບຄົວ ZeroCrew ນຳກັນເດີ້ 🤗

ລາຍລະອຽດ 👇👇👇

💚 ໃນວັນທີ 15/05/2025 ທີ່ຜ່ານມານີ້, ທີມອາສາສະມັກ ZeroCrew ໄດ້ຮ່ວມກັບນ້ອງໆນັກຮຽນ, ຄູອາຈານ ຈາກໂຮງຮຽນສຶກສາພິເສດແຂວງຫຼວງພະບາງ...
16/05/2025

💚 ໃນວັນທີ 15/05/2025 ທີ່ຜ່ານມານີ້, ທີມອາສາສະມັກ ZeroCrew ໄດ້ຮ່ວມກັບນ້ອງໆນັກຮຽນ, ຄູອາຈານ ຈາກໂຮງຮຽນສຶກສາພິເສດແຂວງຫຼວງພະບາງ ຈັດກິດຈະກຳ ເປີດ, ບິດ, ປິດ, ແລກ ຂວດນ້ຳພລາສຕິກຮ່ວມກັນ ດ້ວຍການແຍກເອົາຂວດນ້ຳພລາສຕິກຈາກຂີ້ເຫຍື້ອທຳມະດາ ນຳມາບິດເພື່ອຫຼຸດຜ່ອນຂະໜາດ ກ່ອນຈະນຳມາສະສົມໄວ້ເພື່ຶອນຳພວກມັນໄປເຂົ້າສູ່ຂະບວນການຣີໄຊເຄິນ ♻️

🤗 ນອກຈາກນີ້, ເພື່ອສ້າງຄວາມຮັບຮູ້ເລື່ອງບັນຫາສິ່ງແວດລ້ອມຕື່ມອີກ ທີມງານຍັງໄດ້ມີການປະຊາສຳພັນ ໂດຍສະເພາະການບໍລິຫານຂີ້ເຫຍື້ອຕຸກນ້ຳພລາລຕິກ ໃຫ້ເກີດປະໂຫຍດ ດ້ວຍການນຳເອົາໄປແລກເປັນອຸປະກອນຮັບໃຊ້ພາຍໃນຫ້ອງຮຽນ ກາຍເປັນສ່ວນໜຶ່ງສ້າງສະພາບແວດລ້ອມຫ້ອງຮຽນທີ່ສະອາດ ແລະບັນຍາກາດທີ່ເປັນມິດແກ່ການສຶກສາອີກດ້ວຍ 🏫.

🙏 ທ້າຍນີ້, ທີມອາສາສະມັກ ZeroCrew ຂໍຂອບໃຈຄະນະອຳນວຍການ, ຄູອາຈານ ຕະຫຼອດເຖິງນ້ອງນັກຮຽນທີ່ໜ້າຮັກໝົດທຸກຄົນ ຈາກໂຮງຮຽນສຶກສາພິເສດແຂວງຫຼວງພະບາງ ທີ່ເລັ່ງເຫັນເຖິງຄວາມສຳຄັນຂອງບັນຫາສິ່ງແວດລ້ອມ ແລະ ອະນຸຍາດໃຫ້ພວກເຮົາຈັດກິດຈະກຳຂຶ້ນ ພາຍໃຕ້ການສະໜັບສະໜູນຈາກອົງການ UNICEFLaos, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ໂຄງການ SinxayUPSHIFT 🫶🫶

14/05/2025

🤔 ທ່ານຮູ້ບໍ່ວ່າ ຂວດນ້ຳພລາສຕິກທີ່ທ່ານດື່ມໝົດພາຍໃນ 5 ນາທີ ຈະຢູ່ນຳພວກເຮົາອີກ 450 ປີ 😱

💚 ZeroCrew ຢາກຊວນທ່ານປ່ຽນໂລກແບບເທ້ໆ ເທື່ອລະຂວດ ພຽງຕິດຕາມພວກເຮົາ ກໍສາມາດປ່ຽນແປງໂລກໄດ້ 🌏

📢 ປະກາດຮັບອາສາສະມັດໄວໆນີ້.

🌏 ໃນປັດຈຸບັນ, ບັນຫາຂີ້ເຫຍື້ອພລາສຕິກ ໂດຍສະເພາະຂວດນ້ຳດື່ມ, ເພີ່ມຂຶ້ນເປັນຈຳນວນຫລາຍໃນສັງຄົມ ເຊິ່ງໄດ້ສ້າງຜົນກະທົບຕໍ່ສິ່ງແວດລ້...
14/05/2025

🌏 ໃນປັດຈຸບັນ, ບັນຫາຂີ້ເຫຍື້ອພລາສຕິກ ໂດຍສະເພາະຂວດນ້ຳດື່ມ, ເພີ່ມຂຶ້ນເປັນຈຳນວນຫລາຍໃນສັງຄົມ ເຊິ່ງໄດ້ສ້າງຜົນກະທົບຕໍ່ສິ່ງແວດລ້ອມ. ໂດຍສະພາຍໃນໂຮງຮຽນ ທີ່ໄດ້ນຳໃຊ້ນ້ຳດື່ມທີເປັນຕຸກເປັນຈຳນວນຫຼາຍ. ແຕ່ການຈັດການຂີ້ເຫຍື້ອພລາສຕິກຍັງບໍ່ເປັນລະບຽບ ແລະມັກຖືກທິ້ງປະປົນກັບຂີ້ເຫຍື້ອທົ່ວໄປ, ເຮັດໃຫ້ເກີດປັນຫາສິ່ງແວດລ້ອມຕາມມາ.

ດັ່ງນັ້ນ,ໂຄງການ “ແລກຂວດນ້ຳ” ຂອງພວກເຮົາຈຶ່ງໄດ້ຖືກຈັດຂຶ້ນ ເພື່ອລະດົມໃຫ້ນັກສຶກສາ ແລະ ຮິບໂຮມອາສາສະມັກ ຜູ້ມີຈິດສຳນຶກໃນການແຍກຂີ້ເຫຍື້ອ ແລະນຳຕຸກນ້ຳທີ່ໃຊ້ແລ້ວມາແລກເປັນຂອງລາງວັນ ເຊັ່ນ: ເຂົ້າຫນົມ ຫຼື ອຸປະກອນການຮຽນ ເພື່ອມອບໃຫ້ໂຮງຮຽນເປົ້າໝາຍ. ✨✨

ເພື່ອກະຕຸ້ນຈິດໃຈໃນທາງບວກ ສົ່ງເສີມພຶດຕິກຳການໃຊ້ຊິວິດແບບປະຢັດ ແລະ ລູກຝັງຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມໃນກຸ່ມນັກຮຽນ, ຊຶ່ງຈະຊ່ວຍຫຼຸດປະລິມານຂີ້ເຫຍື້ອພາຍໃນໂຮງຮຽນ ແລະສ້າງບັນຍາກາດແຫ່ງຄວາມຮ່ວມມືເພື່ອຮັກສາສິ່ງແວດລ້ອມທີ່ຍືນຍົງ. 🌳🍃🍃

🤔 ທ່ານຮູ້ບໍ່ວ່າ ຂວດນ້ຳພລາສຕິກນ້ອຍໆຈະສາມາດປ່ຽນແປງໂລກໄດ້ແນວໃດ? 🌎🤗 ໃນບາງຄັ້ງ, ສິ່ງທີ່ເຮົາເຄີຍເບິ່ງຂ້າມ ອາດມີຄຸນຄ່າຫຼາຍກວ່າທ...
10/05/2025

🤔 ທ່ານຮູ້ບໍ່ວ່າ ຂວດນ້ຳພລາສຕິກນ້ອຍໆຈະສາມາດປ່ຽນແປງໂລກໄດ້ແນວໃດ? 🌎

🤗 ໃນບາງຄັ້ງ, ສິ່ງທີ່ເຮົາເຄີຍເບິ່ງຂ້າມ ອາດມີຄຸນຄ່າຫຼາຍກວ່າທີ່ເຮົາຄິດ. ກຽມໂຕພົບກັບບາງສິ່ງ ທີ່ຈະເຮັດໃຫ້ “ຕຸກນ້ຳນ້ອຍໆ” ກາຍເປັນຈຸດເລີ່ມຕົ້ນຂອງສິ່ງທີ່ຍິ່ງໃຫຍ່. ແລ້ວພົບກັນໄວໆນີ້ 💚



English below 👇

------------------------

🤔 Have you ever wondered… how a simple plastic bottle could change the world? 🌎

🤗 Sometimes, the things we overlook hold more value than we realize.
Something is coming and it all begins with one small bottle. Stay tuned.💚

Address

Luangprabang
Luang Prabang
0600

Website

Alerts

Be the first to know and let us send you an email when ZeroCrew posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share