24/07/2024
ພະແນກ ແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ສະຫລຸບ ການຈັດຕັ້ງປະຕິບັດວຽກງານ ປະຈຳ 6 ເດືອນ ຕົ້ນປີ 2024
ຂ່າວ: ຄານມະນີ ຮຽນດໍຈັນ
ກອງປະຊຸມ ສະຫລຸບ ຕີລາຄາ ຜົນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ຂອງຂະແຫນງແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ປະຈຳ 6 ເດືອນ ຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍ ປີ 2024 ຈັດຂຶ້ນໃນຕອນເຊົ້າວັນທີ 24 ກໍລະກົດ 2024 ນີ້ ຢູ່ທີ່ຫ້ອງປະຊຸມ ຂອງຕົນ ໂດຍການເປັນປະທານຂອງທ່ານນາງ ຈັນທະລາ ໄຊບຸນເຮືອງ ຫົວຫນ້າພະແນກ ແຜນການ ແລະ ການລົງທຶນ ແຂວງ,ມີຄະນະພະແນກ,ຫົວຫນ້າ,ຮອງຫົວຫນ້າຫ້ອງການ ແຜນການ ແລະ ການລົງທຶນ 7 ເມືອງ ແລະ ພະນັກງານ - ລັດຖະກອນ ພາຍໃນພະແນກ ແຜນການ ແລະ ການລົງທຶນ ແຂວງ ເຂົ້າຮ່ວມ.
ການດຳເນີນກອງປະຊຸມໃນຄັ້ງນີ ກໍເພື່ອຍົກໃຫ້ເຫັນ ບັນດາດ້ານດີ,ຜົນງານ,ດ້ານອ່ອນ,ຂໍ້ຄົງຄ້າງ ຕ່າງໆ ທີ່ໄດ້ເຄື່ອນໄຫວ ຈັດຕັ້ງປະຕິບັດ ໃນຕະຫລອດໄລຍະ 6 ເດືອນຜ່ານມາ ຂອງຫນ້າວຽກແຕ່ລະດ້ານ ເປັນຕົ້ນແມ່ນ ວຽກງານ ການເມືອງ - ແນວຄິດ,ວຽກງານບໍລິຫານ ແລະ ຈັດຕັ້ງ,ວຽກງານ ກວດກາ,ວຽກງານແຜນການ,ວຽກງານປະເມີນຜົນ,ວຽກງານ ສົ່ງເສີມ ການລົງທຶນ,ວຽກງານ ຮ່ວມມື ສາກົນ ແລະ ວຽກງານ ສະຖິຕິ. ໃນນີ້ ວຽກງານ ອັນພົ້ນເດັ່ນ ກໍຄື: ວຽກງານ ສົ່ງເສີມ ການລົງທຶນ ເຊິ່ງເປັນວຽກງານຫລັກ ໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ມາຮອດປັດຈຸບັນນີ້ ໄດ້ມີການເຊັນສັນຍາ ໂຄງການລົງທຶນ ພາກເອກະຊົນ ລວມທັງຫມົດ 12 ໂຄງ ການ ໃນນີ້ ໂຄງການ ໃນກິດຈະການຄວບຄຸມ ແລະ ກິດຈະການສຳປະທານ ມີ 8 ໂຄງການ,ມູນຄ່າ ເກືອບ 79 ລ້ານໂດລາສະຫະລັດ,ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອດໍາເນີນການສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນ ພັດທະນາໂຄງການ ທັງຫມົດ 7 ໂຄງການ,ຂັ້ນສູນກາງ 5 ໂຄງການ ແລະ ຂັ້ນແຂວງ 2 ໂຄງການ,ໄດ້ຄົ້ນຄວ້າ ການນຳເຂົ້າປັດໃຈການຜະລິດ ໃຫ້ແກ່ບັນດາໂຄງການລົງທຶນ ຂອງພາກເອກະຊົນ ຢູ່ພາຍໃນແຂວງອຸດົມໄຊ ດ້ວຍນະໂຍບາຍ ຍົກເວັ້ນພາສີ ແລະ ອາກອນມູນຄ່າເພີ່ມ ນຳເຂົ້າໄດ້ 4 ໂຄງການ ຈຳນວນ 76 ລາຍການ ມູນຄ່າ 10 ລ້ານກວ່າໂດລາສະຫະລັດ.
ໂອກາດດັ່ງກ່າວ ກໍໄດ້ພ້ອມກັນ ມີຄຳຄິດ ຄຳເຫັນແລກປ່ຽນ ບົດຮຽນ ດ້ານວິຊາການ ເຊິ່ງກັນ ແລະ ກັນ ເພື່ອປັບປຸງ,ແກ້ໄຂ ບາງບັນຫາ ທີ່ຍັງຄົງຄ້າງ ແລະ ເປັນບ່ອນອີງ ໃຫ້ແກ່ການ ສືບຕໍ່ເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ຮອບດ້ານໃນຕໍ່ຫນ້າ ກໍຄື ທິດທາງແຜນການ 6 ເດືອນທ້າຍປີ 2024 ນີ້ ໃຫ້ມີຜົນສໍາເລັດ ຕາມລະດັບຄາດຫມາຍ.
ຕິດພັນກັບ ການສະຫລຸບ ຕີລາຄາ ການຈັດຕັ້ງປະຕິບັດວຽກງານ ຂອງຂະແຫນງແຜນການ ແລະ ການລົງທຶນ ດັ່ງກ່າວນີ້ ຍັງໄດ້ມີພິທີ ເຜີຍແຜ່,ເຊື່້ອມຊຶມ ເອກະສານສຳຄັນ ທີ່ກ່ຽວຂ້ອງກັບວຽກງານພັກ-ລັດ ຈຳນວນຫນຶ່ງ ໂດຍສະເພາະແມ່ນ ເອກະສານ ວັນສ້າງຕັ້ງ ແຂວງອຸດົມໄຊ ຄົບຮອບ 62 ປີ,ວັນຄ້າຍ ວັນເກີດ ປະທານສຸພານຸວົົງ ຄົບຮອບ 115 ປີ,ມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃຫມ່,ມະຕິ ກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 8 ສະໄຫມທີ XI ແລະ ເອກະສານ ເສີມຂະຫຍາຍ ມູນເຊື້ອ ສາຍພົວພັນ ມິດຕະພາບອັນຍິງໃຫຍ່,ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃຫ້ຫມັ້ນຄົງທະນົງແກ່ນ ຕະຫລອດກາລະນານ ໃຫ້ແກ່ພະນັກງານ ພາຍໃນ ຂະແຫນງແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ຕື່ມອີກ.