ສະຖານີວິທະຍຸແຂວງຈຳປາສັກ Champasak Radio station 100,7 Mhz

ສະຖານີວິທະຍຸແຂວງຈຳປາສັກ Champasak Radio station 100,7 Mhz ສະຖານີວິທະຍຸກະຈາຍສຽງແຂວງຈຳປາສັກ FM100,7 Mhz

13/12/2025

ຂ່າວ ພາກຄ່ຳ ວັນທີ 13 ທັນວາ 2025

13/12/2025

ລາຍການ ເສັ້ນທາງກ້າວສູ່ຄວາມປອດໄພຈາກລະເບີດທີ່ບໍ່ທັນແຕກ
ໂຄສົກ ບ່າວແອນ້ອຍ ບຸນທະວິໄຊ
12:30-13:00 ທຸກວັນ ເສົາ - ອາທິດ
ໂທ, Whats App : 020 98582769

13/12/2025

#ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ແລະ ດວງໃຈຂອງປວງຊົນລາວຕະຫຼອດໄປ
ສະຖານີວິທະຍຸແຂວງຈຳປາສັກ Champasak Radio station 100,7 Mhz

13/12/2025

ຂ່າວ ພາກທ່ຽງ ວັນທີ 13 ທັນວາ 2025

13/12/2025
12/12/2025

ຂ່າວ ພາກເຊົ້າ ວັນທີ 13 ທັນວາ 2025

12/12/2025

ລາຍການ ສຽງທຳນຳຊີວິດ
ພະອາຈານ ປອ ມູນທະວີ ວົງວີຈິດດີ
ເລື່ອງ : ມົງຄູນຊີວິດ
ເວລາ 6:00 - 6:30 ໂມງ, ວັນຈັນ ແລະ ວັນເສົາ.

 #ໜ່ວຍພັກກອງວັດທະນະທໍາ ເປີດກອງປະຊຸມກວດກາປະເມີນຜົນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນເພື່ອເຮັດໃຫ້ວຽກງານການກວດກາປະເມີນຜົນກໍ່ສ...
12/12/2025

#ໜ່ວຍພັກກອງວັດທະນະທໍາ ເປີດກອງປະຊຸມກວດກາປະເມີນຜົນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ

ເພື່ອເຮັດໃຫ້ວຽກງານການກວດກາປະເມີນຜົນກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳ ປີ2025 ຂອງໜ່ວຍພັກກອງວັດທະນະທໍາ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຈຳປາສັກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ ຕາມລະ ດັບຄາດໝາຍ.
ວັນທີ: 12 ທັນວາ 2025 ທີ່ຫ້ອງປະຊຸມພະແນກວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ເປີດກອງປະຊຸມກວດກາປະເມີນຜົນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍພາຍໃຕ້ ການເປັນປະທານຂອງສະຫາຍ ນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ,ເລຂາຄະນະພັກຮາກຖານພະແນກ ວັດທະນະທຳ ແລະ ການທ່ອງ,ສະຫາຍ ເພັດດາວັນ ມະນີວົງ ຫົວໜ້າຂະແໜງພັກ, ຄະນະຈັດຕັ້ງແຂວງ, ຄະນະກຳມະການປະເມີນຜົນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂັ້ນແຂວງ,ສະຫາຍ ພູໂຂງ ກິ່ງລັດຕະນາ ເລຂາໜ່ວຍພັກກອງວິຊາການວັດທະນະທຳ,ມີສະຫາຍ
ໃນຄະນະກຳມະການກວດກາປະເມີນຜົນຂັ້ນແຂວງ, ຄະ ນະພັກ, ຄະນະພະແນກ, ເລຂາໜ່ວຍພັກ 5 ໜ່ວຍ ອ້ອມຂ້າງພະແນກ ແລະ ສະມາຊິກພັກພາຍໃນ ໜ່ວຍກອງວິຊາການ ວັດທະນະທໍາ ເຂົ້າຮ່ວມ

ໃນກອງປະຊຸມໄດ້ຮັບຟັງການລາຍງານການກະກຽມຈັດຕັ້ງການປະເມີນ ຂອງສະຫາຍເລຂາໜ່ວຍພັກ, ຮັບຟັງ ການຜ່ານບົດລາຍງານຂອງ 3 ອົງການຈັດຕັ້ງມະຫາຊົນ, ຮັບຟັງການຜ່ານບົດສະຫຼຸບ ແລະ ທິດທາງແຜນການ ການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນນັ້ນສະຫາຍຍັງໄດ້ຍົກໃຫ້ເຫັນຈຸດດີ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ໃນການເຄື່ອນໃຫວນໍາພາ-ຊີ້ນໍາໃນໄລຍະ 1ປີ ຜ່ານມາຕໍ່ກອງປະຊຸມ, ຈາກນັ້ນກໍ່ ໄດ້ຮັບຟັງ ແລະ ບັນທຶກເອົາ ຄໍາເຫັນ ຂອງຄະນະກຳມະການ, ຜູ້ແທນກອງປະຊຸມ ໃນການປັບປຸງດ້ານເອກະສານທີ່ລາຍງານຕໍ່ກອງປະຊຸມຄືນໃໝ່ ເພື່ອເຮັດໃຫ້ມີຄວາມຮັດກຸມ, ຖືກຕ້ອງ, ເປັນເອກະພາບ,
ຜ່ານການປະເມີນຜົນ ໜ່ວຍພັກ ແລະ ບັນດາໜ່ວຍໃນອົງການຈັດຕັ້ງມະຫາຊົນ ກອງວິຊາການວັດທະນະທໍາ ແມ່ນຖືກຈັດຢູ່ໃນປະເພດດັ່ງນີ້: ໜ່ວຍພັກຈັດຢູ່ໃນປະເພດ ແຂງ, ໜ່ວຍກຳມະບານຈັດຢູ່ໃນກຳມະບານ 5 ເປັນເຈົ້າ. ໜ່ວຍຊາວໜຸ່ມຈັດຢູ່ໃນປະເພດ ຊາວໜຸ່ມ 4 ບຸກ ແລະ ໜ່ວຍສະຫາພັນແມ່ຍິງ 3 ດີ
ກອງປະຊຸມ ກວດກາປະເມີນຜົນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງນີ້
ໄດ້ຮັບຟັງ ການໂອ້ລົມ ຊີ້ທິດ, ເຍືອງທາງ ຂອງສະຫາຍ ນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ,ເລຂາຄະນະພັກຮາກຖານພະແນກ ວັດທະນະທຳ ແລະ ທ່ອງທ່ຽວ ໃນນັ້ນສະຫາຍ ໄດ້ລົງເລິກ ກ່ຽວກັບວຽກງານການນໍາພາຮອບດ້ານ ຂອງຄະນະໜ່ວຍ ເພື່ອຮັບປະກັນການຈັດຕັ້ງປະຕິບັດນໍາພາ ວຽກງານ ໃຫ້ມີຜົນສໍາເລັດສູງ ພ້ອມນີ້ສະຫາຍກໍ່ຍັງໄດ້ເນັ້ນໃຫ້ຄະນະໜ່ວຍ ໄດ້ເອົາໃຈໃສ່ຮີບຮ້ອນ ຄັດຈ້ອນ, ປັບ ປຸງດ້ານເນື້ອໃນເອກະສານ ໃຫ້ເປັນໄປຕາມຮູບແບບ, ແບບແຜນ ແລະ ກຳນົດເວລາ ທີ່ກຳມະການກຳນົດໃຫ້ ເພື່ອຮຽນສະເໜີຕໍ່ຂັ້ນເທິງ ໄດ້ພິຈາລະນາຕາມຄວາມເໝາະສົມ.

ຂ່າວ,ພາບ:ເກດສະໜາ
ສູນຂ່າວຊາວພາກໃຕ້ Southerners News Center

 #ອົງການປົກຄອງແຂວງຈຳປາສັກຈັດກອງປະຊຸມເປີດກວ້າງ ຄັ້ງທີ II ປະຈໍາປີ 2025          ອົງການປົກຄອງແຂວງຈໍາປາສັກ ດຳເນີນກອງປະຊຸມເປີ...
12/12/2025

#ອົງການປົກຄອງແຂວງຈຳປາສັກຈັດກອງປະຊຸມເປີດກວ້າງ ຄັ້ງທີ II ປະຈໍາປີ 2025

ອົງການປົກຄອງແຂວງຈໍາປາສັກ ດຳເນີນກອງປະຊຸມເປີດກວ້າງ ຄັ້ງທີ II ປະຈໍາປີ 2025 ກອງປະຊຸມມີຂຶ້ນໃນວັນທີ 12 ທັນວາ 2025 ທີ່ຫ້ອງວ່າການແຂວງ ໃຫ້ກຽດເປັນປະທານຂອງທ່ານ ປອ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ມີຮອງປະທານຄະນະກຳມະການປົກຄອງແຂວງ, ພະແນກການ, ກົມກອງອ້ອມຂ້າງແຂວງ, ອົງການທຽບເທົ່າຂັ້ນແຂວງ,ປະທານຄະນະກຳມະການປົກຄອງນະຄອນປາກເຊ ແລະ ປະທານ ຄະນະກຳມະການປົກຄອງເມືອງ 9 ເມືອງເຂົ້າຮ່ວມ.
ໃນກອງປະຊຸມທ່ານ ປອ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ ໄດ້ກ່າວເປີດກອງປະຊຸມ ໂດຍຍົກໃຫ້ເຫັນກອງປະຊຸມ ຄະນະກຳມະການປົກຄອງແຂວງ ເປີດກ້ວາງ ຄັ້ງ ທີ II ປະຈໍາປີ 2025 ເພື່ອສະຫຼຸບ-ຕີລາຄາ ການເຄື່ອນໄຫວວຽກງານຈຸດສຸມ ປະຈຳປີ 2025 ທີ່ຜ່ານມາ ແລະ ກຳນົດທິດທາງແຜນການຈຸດສຸມປີ 2026; ເຊິ່ງເປັນໄລຍະທີ່ທົ່ວພັກ, ທົ່ວລັດ ສຸມໃສ່ຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງແຂວງ ເຊິ່ງເປັນປີມ້ວນທ້າຍຂອງການສະຫຼຸບສັງລວມ ແຜນພັດທະນາ 2021-2025; ພ້ອມດຽວກັນນັ້ນກໍຢູ່ໃນໄລຍະ ແຫ່ງການສະເຫຼີມສະຫຼອງ ວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ຢ່າງເປັນຂະບວນກວ້າງຂວາງ, ຟົດຟື້ນ. ກອງປະຊຸມຄັ້ງນີ້ ຈະໄດ້ສະຫຼຸບ-ຕີລາຄາຄືນ ຜົນການຈັດຕັ້ງປະຕິບັດວຽກງານຂອງ ຄະນະ ກຳມະການປົກຄອງແຂວງ ໃນໄລຍະ 01 ປີຜ່ານມາ ເພື່ອວາງຈຸດສຸມແນໃສ່ເຮັດສຳເລັດວຽກງານຂອງຄະນະ ກຳມະການປົກຄອງແຂວງ ໃນໄລຍະປີ 2026 ແລະ ລົງເລິກຄົ້ນຄວ້າປຶກສາຫາລື ໃນບາງຂົງເຂດວຽກງານ.
ກອງປະຊຸມໄດ້ຮັບຟັງການລາຍງານໃນແຕ່ລະຫົວຂໍ້ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ (2026-2030) ປະຈໍາປີ 2026 ຂອງແຂວງ, ການຈັດຕັ້ງປະຕິບັດວາລະຂອງແຂວງ ຕາມເນື້ອໃນ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນໃນໄລຍະ 5 ປີ (2021-2025) ແລະ ທິດ ທາງໃນຕໍ່ໜ້າ, ການຈັດຕັ້ງປະຕິບັດວາລະຂອງແຂວງ ຕາມເນື້ອໃນ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະທິດທາງໃນຕໍ່ໜ້າ, ການພິຈາລະນາ ຮັບຮອງກ່ຽວກັບເອກະສານ ນິຕິກຳຕ່າງໆ ໃນການຈັດຕັ້ງປະຕິບັດຮັບຮອງ ບັນດາຕາແສງ ໃນ ທົ່ວແຂວງຈໍາປາສັກ. ຜ່ານຮ່າງແຜນຜັງຕົວເມືອງນະຄອນປາກເຊ ເພື່ອພິຈາລະນາຮັບຮອງນໍາສະເໜີສະພາປະຊາຊົນແຂວງຄົ້ນຄວ້າພິຈາລະນາ.
ກອງປະຊຸມມີການປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນຂອງຄະນະຜູ້ແທນຢ່າງກົງໄປກົງມາ ອີກດ້ວຍ.

ຂ່າວ: ຈັນທະວີສັກ
ພາບ: ຫ້ອງວ່າການ

12/12/2025

ລາຍການ ຄ່ຳຄືນສຸກສັນ
ໂຄສົກ ບ່າວແອນ້ອຍ ບຸນທະວິໄຊ
ເວລາ 20:00-21:00 ທຸກວັນ
ໂທ, Whats App : 020 98582769

12/12/2025

ຂ່າວ ພາກຄ່ຳ ວັນທີ 12 ທັນວາ 2025

Address

13 ໃຕ້
Paksé

Alerts

Be the first to know and let us send you an email when ສະຖານີວິທະຍຸແຂວງຈຳປາສັກ Champasak Radio station 100,7 Mhz posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ສະຖານີວິທະຍຸແຂວງຈຳປາສັກ Champasak Radio station 100,7 Mhz:

Share

Category