07/06/2025
ເມືອງສະໝ້ວຍ ແຂວງສາລະວັນ ໄດ້ປະກາດຮັບຮອງເອົາ 9 ບ້ານ ເປັນບ້ານວັດທະນະທຳໃໝ່ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງ 8 ບ້ານ.
-----------------------------------
ເມືອງສະໝ້ວຍ ແຂວງສາລະວັນ ໄດ້ປະກາດຮັບຮອງເອົາ 9 ບ້ານ,ເປັນບ້ານວັດທະນະທຳໄໝ່ແລະຄອບຄົວປ້ອງກັນຊາດເຂັ້ມແຂງໃນ 8ທບ້ານ, ພິທີໄດ້ຈັດຂື້ນໃນວັນທີ 5 ເດືອນມິຖຸນາ2025ຢູ່ທີ່ສະໂມສອນເມືອງໂດຍການເຂົ້ົາເປັນປະທານຂອງ ທ່ານ ບຸນເນື້ອ ຫລອງຄຳໄຕ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆສະໝ້ວຍ,ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ,ເຂົ້າຮ່ວມຂອງ ທ່ານ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວແຂວງ,ມີບັນດາທ່ານໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການທີ່ກ່ຽວຂ້ອງ,ຕະຫຼອດຮອດອຳນາດການປົກຄອງບ້ານແລະແຂກທີ່ຖືກເຊີນເຂົ້າຮ່ວມ,
ໃນພິທີຕ່າງໜ້າອຳນາດການປົກຄອງບ້ານໄດ້ຜ່ານບົດສະຫຼຸບຜົນສຳ ເລັດຂອງການສ້າງຄອບຄົວແລະບ້ານວັດທະນະທຳໄໝ່ໃນ9ບ້ານ,ຄື:ບ້ານລະໄລອັງກົງ,ລະໄລອາສ້ອຍ,ກະເລງ,ອາໂຫ້,ບ້ານກຸໂບຍ,ບ້ານລະຮາງ,ບ້ານປີໄຮ່,ອາຈຶງໃຫ່ຍແລະບ້ານຕະປົງແລງ, ມີທັງໝົດ750ຫຼັງຄາເຮືອນ, ມີ 608ຄອບຄົວ,ພົນລະເມືອງທັງໝົດ8.764ຄົນ,ຍິງ2.242ຄົນ,ພາຍໃນນບ້ານນັບຖືສາສະໜາຜີ,ປະກອບມີເຜົ່າປະໂກະກວມເປັນສ່ວນຫຼາຍແລະເຜົ່າລາວຈຳນວນໜື່ງ,ປະຊາຊົນມີອາຊິບເຮັດນາເປັນຕົ້ນຕໍ,ລ້ຽງສັດແລະປູກພືດເປັນອາຊີບສຳຮອງ,ຜານມາອຳນາດການປົກຄອງບ້ານໄດ້ມີການປັບປຸງຢ່າງເປັນລະບົບເຊັ່ນ:ມີອົງການຈັດຕັ້ງພັກ,ອົງການຈັດຕັ້ງແນວລາວສ້າງຊາດ,ອົງການຈັດຕັ້ງຊາວໜຸ່ມ,ແມ່ຍິງ,ໃນແຕ່ລະອົງການຈັດຕັ້ງແມ່ນໄດ້ເຄືອ່ນໄຫວຕາມພາລະບົດບາດຂອງຕົນຢ່າງແຂງແຮງ, ນັບແຕ່ປີ2023ເປັນ ຕົ້ນມາໄດ້ກຳນົດຢູ່ໃນເປົ້າໝາຍສ້າງເປັນບ້ານວັດທະນະທຳໄໝ່,ຈາກນັ້ນອຳນາດການປົກຄອງຂັ້ນຕ່າງໆກໍໄດ້ເຄື່ອນໄຫວຕາມເງື່ອນໄຂເປັນຕົ້ນໄດ້ພ້ອມກັນອະນຸລັກແລະປົກປັກຮັກສາມູນເຊື້ອວັດທະນະທຳຮິດຄອງປະເພນີຂອງຊາດ,ຂອງທ້ອງຖີ່ນ,ມີໂທລະໂຄ່ງປະຈຳບ້ານເພື່ອບໍລິການຮັບໃນການກະຈ່າຍຂໍ້ມູນຂ່າວ,ມີແຫຼ່ງທ່ອງທ່ຽວທາງທຳມະຊາດເປັນນ້ຳຕົກຕາດຕັນດືຢູ່ບ່ານອາຈຶງໃຫ່ຍ,ຕາດກຳປອງບ້ານລະໄລອັງກົງ,ສ່ວນດ້ານການສືກສາເດັກນັບແຕ່ຊັ້ນປໍ1-ຊັ້ນປະຖົມປີທີ5ແມ່ນໄດ້ເຂົ້າໂຮງຮຽນ100%,ວຽກດ້ານສາທາລະນະສຸກປະຊາຊົນໄດ້ເຂົ້າເຖີງການບໍລິການດ້ານສຸຂະພາບເປັນຕົ້ນໄດ້ສັກຢາ-ຢອດຢາກັນພະຍາດ100%, ນຳໃຊ້ວິດຖ່າຍເກືອບ100%, ໄດ້ນຳໃຊ້ນ້ຳສະອາດ, ໄດ້ລະດົມກອງທືນປະຈຳບ້ານເພື່ອຊ່ວຍເຫຼືອເຊີ່ງກັນແລະກັນໃນເວລາເກີດອະຄີໄພ,ນ້ຳຖ້ວມແລະເກີດລົມພະຍຸພັດຕ່າງໆ,ດ້ານເສດຖະກິດປັດຈຸບັນເຫັນປະຊາຊົນມີຊີວິດການເປັນຢູ່ດີຂື້ນກວ່າເກົ່າ,ສະເລ່ຍລາຍຮັບ2ລ້ານກວ່າກີບຕໍ່ຄົນຕໍ່ປີ,ບາງຄອບຄົວມີພາຫະນະໂດຍສະເພາະມີລົດໄຖນາເດີນຕາມ,ມີລົດຈັກແລະພາຫະນະອືນ່ໆໃນຄອບຄົວຫຼາຍຂື້ນ,ໄລຍະຜ່ານມາປະຊາຊົນໃນ9ບ້ານຍັງໄດ້ຮັບນາມມະຍົດຕ່າງໆເຊັ່ນ:ນາມມະຍົດໜ່ວຍພັກປອດໃສ,ເຂັ້ມແຂງແລະໜັກແໜ້ນ,ບ້ານສາມັກຄີ,ບ້ານສາທາລະນະສຸກແບບຢ່າງ,ບ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດີ,ບ້ານປອດຄະດີ,ບ້ານຊາວໜຸ່ມ4ບຸກແລະບ້ານແມ່ຍິງ3ດີ,ຖ້າທຽບໃສ 3ມາດຖານຂອງການສ້າງຄອບຄົວ ແລະ 4 ມາດຖານຂອງການສ້າງບ້ານວັດທະນະທຳເຫັນວ່າມີຫຼາຍກິດຈະກຳບັນລຸຜົນສຳເລັດ.ໂດຍສະເພາະມາດຖານ1.ການສ້າງຄອບຄົວວັດທະນະທຳມີ3ມາດຖານ23ຕົວຊີວັດບັນລຸໄດ້95%,ມາດຖານ2.ການສ້າງບ້ານວັດທະນະທຳມີ4ມາດຖານມີ26ຕົວຊີວັດປະຕິບັດ95%, ສຳລັບຄອບຄົວປ້ອງກັນຊາດເຂັ້ມແຂງມີ8ບ້ານຄື: ບ້ານພີນອາ,ລະວາເໜືອ,ພີນເບ,ບ້ານປັນໄຕໃຫຍ,ອາວາວ,ພີນເຊ,ຕັນດື,ບ້ານອາເສົາ,ມີພົນລະເມືອງທັງໝົດ2.418ຄົນ,ມີ348ຫຼັງຄາເຮືອນ,ມີ430ຄອບຄົວ,ອາຊີບສ່ວນຫຼາຍແມ່ນຊາວກະສີກອນແລະພະນັກງານຈຳນວນໜື່ງ,ບ້ານມີລະບົບການຈັດຕັ້ທຸກຂະແໜງການເຊັ່ນ: ໜ່ວຍງານບໍລິຫານແລະປົກຄອງ,ໜ່ວຍງານພັກແລະການອົງການຈັດຕັ້ງມະຫາຊົນ,ໜ່ວຍງານເສດຖະກິດແລະສັງຄົມ,ໜວ່ຍງານວັດທະນະທຳແລະສັງຄົມ, ໜວ່ຍງານປ້ອງກັນຊາດແລະປ້ອງກັນຄວາມສະຫງົບ,ຜ່ານມາໄດ້ເອົາໃສ່ເປັນພິເສດຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຕົ້ນໃນວັນສຳຄັນຕ່າງໆຂອງພັກ-ຂອງຊາດ,ໄດ້ມີການກວດກາຄົນເຂົ້າ-ອອກບ້ານ,ຄົນມາພັກເຊົາຊົວຄາວ,ໄດ້ຕີດຕາມການເຄື່ອນໄຫວກຸ່ມຄົນບໍ່ດີ,ພາຍໃນ8ບ້ານມີກອງຫຼອນ, ປກສ, ນອກ ນັ້ນຍັງມີກອງທືນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍໄດ້ມີການລະດົມຄອບຄົວລະ40.000 ຕໍ່ປີ ແລະ ວຽກງານອື່ນໆ,
ໃນພິທີກໍໄດ້ມີການມອບໃບຢັ້ງຢືນບ້ານວັດທະນະທຳໄໝ່ໃຫ້9ບ້ານໂດຍເປັນກຽດມອບຂອງ ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວແຂວງ,ສຳລັບຄອບຄົວປ້ອງກັນຊາດເຂັ້ມແຂງໃຫ້ກຽດມອບໂດຍ ທ່ານ ບຸນເນື້ອ ຫລອງຄຳໄຕ ເລຂາພັກເມືອງເຈົ້າເມືອງສະໝ້ວຍ ໂດຍແມ່ນຕ່າງໜ້າອຳນາດການປົກຄອງແຕ່ລະບ້ານຂື້ນກ່າວຮັບ,ໃນຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມຊີທີດເຍືອງຈາກທ່ານເລຂາພັກເມືອງເຈົ້າເມືອງສະໜ້ວຍຕື່ມອີກ.
ຂຽນໂດຍ: ຄຳສອນ ແກ້ວບຸນທະວົງ