MaKood Marin

MaKood Marin Contact information, map and directions, contact form, opening hours, services, ratings, photos, videos and announcements from MaKood Marin, Digital creator, R4, Sayaboury.

ທຸກຄົນສາມາດອັບເດດ ເວີຊັ່ນໃຫມ່ ເພື່ອຄວາມປອດໄພສູງສຸດໄດ້ແລ້ວເດີ
18/02/2026

ທຸກຄົນສາມາດອັບເດດ ເວີຊັ່ນໃຫມ່ ເພື່ອຄວາມປອດໄພສູງສຸດໄດ້ແລ້ວເດີ

🛡️ ຄວາມປອດໄພຂອງລູກຄ້າ ຄືຫົວໃຈສຳຄັນຂອງພວກເຮົາ ❤️
ຢຸດຄວາມກັງວົນ! 𝐁𝐂𝐄𝐋𝐎𝐧𝐞 ອັບເດດເວີຊັນໃໝ່ລ່າສຸດ ທີ່ມາພ້ອມກັບລະບົບປ້ອງກັນຂັ້ນສູງສຸດ ເພື່ອກວດຈັບ ແລະ ຢັບຢັ້ງການເຊື່ອມຕໍ່ຈາກ 𝐑𝐞𝐦𝐨𝐭𝐞 𝐂𝐨𝐧𝐭𝐫𝐨𝐥 ຂອງກຸ່ມມິດສາຊີບ ທີ່ແຝງມາພ້ອມກັບ 𝐀𝐩𝐩 ແປກປອມຕ່າງໆ 📲

✅ ປ້ອງກັນການລັກຄວບຄຸມຈາກໄລຍະໄກ (Remote Control) ຢ່າງມີປະສິດທິພາບ.
✅ ປອດໄພຈາກການກົດລິ້ງປອມ ແລະ ການຕິດຕັ້ງແອັບແປກປອມທີ່ເປັນອັນຕະລາຍ.
✅ ໝັ້ນໃຈທຸກທຸລະກຳປອດໄພ ດ້ວຍລະບົບມາດຕະຖານສາກົນ.
✅ ທັນສະໄໝປັບປຸງລະບົບໃຫ້ແໜ້ນໜາ ແລະ ມີປະສິດທິພາບສູງ ເພື່ອຄຸ້ມຄອງເງິນໃນບັນຊີຂອງທ່ານ.

ເພາະພວກເຮົາຄື 🔴 "𝐑𝐞𝐝 𝐅𝐢𝐫𝐬𝐭, 𝐑𝐞𝐝 𝐂𝐨𝐧𝐟𝐢𝐝𝐞𝐧𝐜𝐞 - ແດງໝັ້ນໃຈ" 🔴

📢 ຊ່ວຍກັນແຊຣ໌ບອກຕໍ່ໝູ່ເພື່ອນ ແລະ ຄອບຄົວໃຫ້ຟ້າວອັບເດດກັນເດີ້‼️

📲 ອັບເດດໄດ້ແລ້ວມື້ນີ້ທີ່ 𝐏𝐥𝐚𝐲 𝐒𝐭𝐨𝐫𝐞 & 𝐀𝐩𝐩 𝐒𝐭𝐨𝐫𝐞

#ແດງໝັ້ນໃຈ

☀️☀️☀️ບູຊາຮັບໂຊກ ມື້ອອກໃໝ່ 3 ເດືອນ​ 3☀️☀️☀️******* ຄໍາກ່າວ ******ໄຕ້ທູບ ທຽນຂຶ້ນ ຈັບພາບູຊາແລ້ວກ່າວ:ສາທຸ ສາທຸ ມື້ນີ້ເປັນວັ...
21/01/2026

☀️☀️☀️ບູຊາຮັບໂຊກ ມື້ອອກໃໝ່ 3 ເດືອນ​ 3☀️☀️☀️
******* ຄໍາກ່າວ ******
ໄຕ້ທູບ ທຽນຂຶ້ນ ຈັບພາບູຊາແລ້ວກ່າວ:
ສາທຸ ສາທຸ ມື້ນີ້ເປັນວັນດີ ວັນດີຖີ ມົງຄຸນເລີກ,
ວັນເບີກຟ້າ ມະຫາໄຊ,
ວັນເລົ້າເຂົ້າໃຫຍ່ ເປີດກວ້າງ,
ວັນໄຂປ່ອງເຂົ້າ ເອົາຊັບ,
ວັນຈັບເງິນຄໍາແກ້ວ,
ວັນແປວປ່ອງ ເງິນທອງໄຫຼ,
ວັນອັດໄພ ໄຫຼລ່ວງ,
ວັນໂຊກໃຫຍ່ ເຂົ້າເຮືອນ,
ລູກຫຼານຂໍຮັບໂຊກ,
ຕົກແຕ່ງໂຕກ ພາຫວານ,
ແຕ່ງພາພານ ແລະ ຂັນຫ້າ,
ແຕ່ງດາພ້ອມ ເຂົ້າເປືອກເຂົ້າສານ
ພາຫວານຄາວ ມີທຸກສິ່ງ
ຂໍນ້ອມຍິ່ງບູຊາ..

ມື້ນີ້ ເປັນວັນ ມະຫາມຸງຄຸນແທ້
ອອກໃຫມ່3ຄໍ່າ ເດືອນສາມ
ຕາມບູຮານກ່າວໄວ້
ປູ່ຍ່າໄທ້ ລຸງຕາ
ສ້າງທຳມາ ແຕ່ກ່ອນ
ໄຫວ້ວອນຕໍ່ ຈອມໄຕຣ
ພຸດທັມສົງ ຫນໍ່ແກ້ວ
ອົງຜ່ານແຜ້ວ ສັບພັນຍູ
ໄຫວ້ບູຊາ ເທບໄທ້
ອົງປົກປ້ອງ ເຮືອນຊານ
ໄຫວ້ບູຊາ ພູມມາ ແລະ ເຈົ້າບ້ານ
ຜູ້ບຸນກວ້າງ ໄດ້ປົກປັກ
ເທພາລັກ ອົງລໍ້າ
ຂໍນ້ອມລໍ່າ ບູຊາ
ພວກລູກທັງຫຼາຍ ໝາຍມີ:......(ຊື່ຄົນໃນຄອບຄົວ)..........
ໄດ້ພ້ອມກັນມາມື້ນີ້
ຂໍໄຫວ້ຕໍ່ເຈົ້າທີ່ເຈົ້າຖານ ເຈົ້າບ້ານເຈົ້າເຮືອນ
ເທພາອາລັກ ທັງຫຼາຍ
ຂໍບູຊາດ້ວຍທູບທຽນແລະດອກໄມ້
ພາຫວານໝາກໄມ້ທັງຫລາຍ
ເພື່ອເຮັດຕາມຮີດ ສືບຕາມຄອງ ຜູ່ເຖົ້າບູຮານແຕ່ເກົ່າ
ເພື່ອເປີດໂຊກເອົາໄຊ ຂັບຈັງໄຮເວນໄພ ແລະອຸບາດ.

ຂໍແກ່ເຈົ້າສິ່ງສັກສິດທັງຫຼາຍ
ຂໍໃຫ້ປົກປັກຮັກສາ
ໃຫ້ລູກຫຼານທັງຫຼາຍຫາຍໂລກໄພ
ມີໂຊກໃຫຍ່ເຂົ້າມາຫາ
ຄ້າຂາຍງາຍມືຂໍໃຫ້ຄ່ອງແຄ້ວ
ເງິນຄໍາແກ້ວໄຫຼມາໂຮມ
ຈັບອັນໃດກໍ່ໃຫ້ຂຶ້ນ
ສ້າງອັນໃດກໍ່ໃຫ້ຮຸ່ງ ໃຫ້ເຮືອງ
ໃຫ້ພວກລູກທັງຫຼາຍມີໂຊກມີໄຊ
ຫາຍທຸກຫາຍໂສກ ຢູ່ຊຸ່ມກິນເຢັນ ທຸກຜູ້ທຸກຄົນ ນັ້ນເທີ້ນ.... ສາທຸ ສາທຸ (ເພິ່ມເຕີມໃສ່ໄດ້ຕາມສະດວກ)
---------------------------_---------------------------------------------
*****ວິທີຈັດໂຕະບູຊາຂໍພອນເທວະດາຕາມຮີດຄອງລາວແມ່ນມີດັ່ງນີ້ :
1. ພຣະພຸດທະຮູບ 1ອົງ ຫຼືຕາມຫິ້ງພຣະ.
2. ໝາກເບັງ 9ກາບ ຈໍານວນ 1 ຄູ່.
3. ໝາກໄມ້7ຫລື9ຊະນິດ​ ແລະ ດອກໄມ້ຂາວ ເຫຼືອງ.
4. ເງິນໃຫມ່ 7 ຫຼື 9ໃບ ແລະ ກະເປົ໋າເງິນ.
5. ທູບຫອມ 9ດອກໃຕ້ໃສ່ພາໝາກໄມ້
6. ທຽນຂັນ5 ສອງຂັນ(ຂັນຫນຶ່ງໄວ້ໃນພາຕໍ່ຫນ້າພຣະ ຂັນຫນຶ່ງບູຊາສານພຣະພູມບ້ານ ແລະ ຂັນແປດ 1 ຂັນ ວາງໃສ່ພາໝາກໄມ້.
7. ຈອກໃສ່ນ້ຳດື່ມບໍລິສຸດ3ຈອກ ແລະ ໃສ່ນ້ຳຊາຕົ້ມ3ຈອກ.​
8. ຕິບເຂົ້າໃສ່ເຂົ້າສຸກ 1 ຕິບ.
9. ພາຫວານ ພາຄາວ ຫຼືຈັດຕາມຮູບ.
10. ຂຽນລາຍຊື່ຄົນໃນຄອບຄົວໃສ່ເຈ້ຍເພື່ອອ່ານຂໍພອນ.
11. ສະຖານທີ່ຈັດບູຊາຈະຕັ້ງພິທີໃນກາງເຮືອນ ຫຼື ໜ້າບ້ານກໍ່ໄດ້ຕາມຄວາມສະດວກຂອງຜູ້ເຮັດພິທີ ຫຼື ຫນ້າຫິ້ງພຣະໃນເຮືອນ.

*****ເວລາບູຊາແມ່ນສາມາດເລືອກໄດ້ຕາມຄວາມສະດວກຊ່ວງເວລາໃດເວລາໜຶ່ງເຊັ່ນ : ຊ່ວງເຊົ້າໃນລະຫວ່າງ​ເວລາ​ 3:00ໂມງເຊົ້າ-6:00ໂມງເຊົ້າ ຫຼື
ຊ່ວງບ່າຍ - ແລງ ແມ່ນໃນລະຫວ່າງເວລາ 15:00ໂມງ-18:00ໂມງ ຫຼື ຊ່ວງເດິກແມ່ນໃນລະຫວ່າງເວລາ 21:00ໂມງ-24:00ໂມງ.

*****ໄຫວ້ແລ້ວ ທູບຫມົດຈຶ່ງຈັດມ້ຽນ ຕາມເດີມ ເຄື່ອງຫວານຄາວ ໝາກໄມ້ ປັນໃຫ້ລູກຫຼານຄົນໃນເຮືອນໄດ້ກິນຕາມສະດວກ ເພື່ອຄວາມເປັນສີຣິມຸງຄຸນ.

ຈົບ......
-----------------------------------------------

11/01/2026

ມື້ຂອງລູກ❤️

10/01/2026

#ເຊັດປາບຖົງນ້ຳກ້ອນເບົ້າ

ແຈ້ງປັບລາຄາຍອດສາວນັບແຕ່ວັນທີ່10/01/2026​ເປັນຕົ້ນໄປ
09/01/2026

ແຈ້ງປັບລາຄາຍອດສາວນັບແຕ່ວັນທີ່10/01/2026​ເປັນຕົ້ນໄປ

Happy New Year 2026
07/01/2026

Happy New Year 2026

07/11/2025

#ອົບໄກ່ດູກດຳ #ສະມຸນໄພຍອດສາວ

ເມນູທ້າຍທິດ
02/11/2025

ເມນູທ້າຍທິດ

02/11/2025

@ຢູ່ສວນຢູ່ນາ

28/10/2025

🏃‍➡️🏃‍➡️🏃‍➡️

28/10/2025

ຫນ້າແຊບ​ #ປີ້ງເປັດ

Address

R4
Sayaboury

Alerts

Be the first to know and let us send you an email when MaKood Marin posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share