YAP Central We talk, we listen, we keep up. A Laos-based media platform covering the stories that get people talking—pop culture, trends, and the news that matters.

ມີໃຜສົນໃຈບໍ່? ສໍາລັບຜູ້ໃດທີ່ສຢນໃຈທີ່ຈະໄປເຮັດວຽດຫຼືຢາກຢູ່ຖາວອນ ແລະ ເຮັດວຽກຢູ່ທີ່ສະຫະລັດອາເມລິກາ ລ້ວນແຕ່ຕ້ອງການ 'ບັດຂຽວ' ແ...
26/02/2025

ມີໃຜສົນໃຈບໍ່? ສໍາລັບຜູ້ໃດທີ່ສຢນໃຈທີ່ຈະໄປເຮັດວຽດຫຼືຢາກຢູ່ຖາວອນ ແລະ ເຮັດວຽກຢູ່ທີ່ສະຫະລັດອາເມລິກາ ລ້ວນແຕ່ຕ້ອງການ 'ບັດຂຽວ' ແຕ່ເມື່ອບໍ່ດົນມານີ້ ທ່ານປະທານາທິບໍດີ Donald Trump ໄດ້ປະກາດໄຟຂຽວວ່າຈະຂາຍ 'ບັດຄຳ' ໃນລາຄາ 5 ລ້ານໂດລາສະຫະລັດ ຫຼື ປະມານ 11.6 ຕື້ກີບເປັນການເປີດໂອກາດໃຫ້ມະຫາເສດຖີທົ່ວໂລກ. ບໍ່ວ່າທ່ານຈະເປັນຄົນ້ຊື້ອຊາດໃດກໍຕາມ ກໍສາມາດເຂຢ້າມາໃຊ້ຊີວິດ ແລະ ລົງທຶນໃນສະຫະລັດອາເມລິກາໄດ້, ແລະເບື້ອງຕຢ້ນຍັງຄາດຄະເນວ່າບໍ່ມີຂອບເຂດຈໍາກັດກ່ຽວກັບຈໍານວນບັດທີ່ຈະຂາຍອີກດ້ວຍ. ປະທານິບໍດີ Donald Trump ໄດ້ກ່າວຕື່ມວ່າຈະມີຫຼາຍລ້ານ ບັດທີ່ຈະນໍາມາຂາຍເລີຍ.

ທ່ານຄິດວ່າເເນວໃດມີຜູ້ໃດທີ່ສົນໃຈບໍ່ມີເງິນພຽງ 11.6 ຕື້ກໍຢູ່ສະຫະລັດອາເມລິກາໄດ້ເເລ້ວ.

#ຂ່າວການເມືອງ

ເວລາປະມານ 5 ໂມງເຊົ້າ ຂອງວັນທີ 25 ກຸມພາ 2025 ນີ້ ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈາກ...
25/02/2025

ເວລາປະມານ 5 ໂມງເຊົ້າ ຂອງວັນທີ 25 ກຸມພາ 2025 ນີ້ ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈາກເຫດການດັ່ງກ່າວ ມີຜູ້ເສຍຊີວິດ 1 ຄົນ ຊື່ນາງ ວິໄລຄຳ ອາຍຸ 31 ປີ ເຊິ່ງເປັນເມຍເຈົ້າຂອງເຮືອນ ເເລະ ເປັນເຈົ້າຂອງເເບຣນເຄື່ອງສໍາອາງຊື່ດັງ ຄີຣີມໂສມງາມ.

ສາເຫດຂອງອັກຄີໄພ ແລະ ລາຍລະອຽດຄວາມເສຍຫາຍ ຍັງຢູ່ໃນຂັ້ນຕອນເກັບກໍາຂໍ້ມູນຂອງເຈົ້າໜ້າທີ່

#ຂ່າວໄຟໄໝ້ #ຂ່າວທັນເຫດການ

20/02/2025

Apple ເປີດໂຕ iPhone 16e, ເຊິ່ງເປັນລຸ້ນອັບເກຣດທີ່ດູດີມີໄສຕລ໌ ເເລະ ລາຄາໜ້າຮັກ ໂດຍລາຄາເລີ່ມຕົ້ນທີ່ $599. iPhone 16e ມີການອອກແບບທີ່ທັນສະໄຫມ, ຟັງຊັ່ນ Face ID ປ່ຽນເເທນປຸ່ມໂຮມ, ແລະປັບປຸງກ້ອງຖ່າຍຮູບສໍາລັບການຖ່າຍຮູບທີ່ຄົມຊັດຂຶ້ນ, ນອກຈາກນີ້ຍັງປ່ຽນສາຍສາກຈາກ USB-lightning ເປັນ USB-C ຍິ່ງເຮັດໃຫ້ສະດວກຍິ່ງຂຶ້ນໄປອີກ. ໂດຍທາງສູນ Appleຈະເປີດໃຫ້ pre-order ໃນວັນທີ 21 ກຸມພາ ແລະ ຈະເລີ່ມຂາຍຢ່າງເປັນທາງການໃນວັນທີ 28 ກຸມພາ. ໃນຂະນະດຽວກັນ, Apple ຈະຢຸດການຂາຍ iPhone SE, iPhone 14, ແລະ iPhone 14 Plus ເຊິ່ງ Iphone 16e ຈະສະເຫນີຄວາມສົມດຸນຂອງຟັງຊັ່ນ ແລະ ລາຄາ ເຮັດໃຫ້ເປັນທາງເລືອກທີ່ດີສໍາລັບຜູ້ທີ່ຊອກຫາການອັບເກດໃຫ້ໂຕເອງ.

ທ່ານຄິດວ່າເເນວໃດ? ເປັນຕາຊື່ຫຼືບໍ່?

ກົດຖືກໃຈ ເເລະ ຕິດຕາມ YAP ເພື່ອຮັບຊົມຮັບຟັງຄອນເທັ້ນໄດ້ທັນທີກ່ອນໝູ່ໄດ້ທີ່:

FB: YAP Central
Tiktok: YAP.Itsofficial

#ຂ່າວຕາມເທຮນ ?

ວັນ​ທີ 20 ກຸມພາ 2025, ພະນະທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ​ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເເລະ ການນໍາຂັ້ນສ...
20/02/2025

ວັນ​ທີ 20 ກຸມພາ 2025, ພະນະທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ​ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເເລະ ການນໍາຂັ້ນສູງ ໄດ້​ພົບ​ປະ​ກັບ ​ທ່ານນາງ ​ເເພທອງທານ ຊິນ​ນະ​ວັດ ນາຍົກລັດຖະມົນຕີ​ ເເຫ່ງ ຣາຊະອານາຈັກໄທ ທີ່​ ກຸງເທບ. ​

ໂດຍເປັນການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຕາມຄໍາເຊື້ອເຊີນຈາກ ທ່ານນາງ ​ເເພທອງທານ ຊິນ​ນະ​ວັດ ນາຍົກລັດຖະມົນຕີ​ ປະຈໍາ ຣາຊະອານາຈັກໄທເນື່ອງ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລາວ-​ໄທ ຄົບຮອບ 75 ປີ. ການ​ນຳ​ສອງ​ປະ​ເທດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ພັດທະນາ​ເສດຖະກິດ, ການພັດທະນາສາຍສໍາພັນ ເເລະ ວັດທະນະທໍາລະຫວ່າງສອງປະເທດ. ນອກນັ້ນຜູ້ນໍາທັງ ສອງ ປະເທດຍັງໄດ້ປຶກສາຫາລືໃນການເເກ້ບັນຫາໃນຂົງ​ເຂດ​ຕ່າງໆ​ເຊັ່ນ​ຢາ​ເສບ​ຕິດ, ການ​ສໍ້​ໂກງ​ທາງ​ອິນ​ເຕີ​ເນັດ, ການ​ຄ້າ​ມະນຸດ, ມົນ​ລະ​ພິດ PM2.5 ​ແລະ​ ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ​ຮ່ວມ​ກັນ.

#ຂ່າວການເມືອງ

ທ່ານປະທານປະເທດ ສີ ຈິ້ນຜິງ ໄດ້ພົບປະກັບນັກທຸລະກິດລະດັບສູງຂອງ ສ.ປ ຈີນ, ລວມທັງ Jack Ma ຂອງ Alibaba, ພ້ອມດ້ວຍຜູ້ບໍລິຫານຈາກບໍລ...
19/02/2025

ທ່ານປະທານປະເທດ ສີ ຈິ້ນຜິງ ໄດ້ພົບປະກັບນັກທຸລະກິດລະດັບສູງຂອງ ສ.ປ ຈີນ, ລວມທັງ Jack Ma ຂອງ Alibaba, ພ້ອມດ້ວຍຜູ້ບໍລິຫານຈາກບໍລິສັດ BYD, CATL, Xiaomi, AI startup DeepSeek ເເລະ ອື່ນໆ, ເພື່ອແນໃສ່ການຟື້ນຟູຄວາມເຊື່ອໝັ້ນໃຫ້ເເກ່ພາກເອກະຊົນ. ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ທ່າມກາງ​ຄວາມ​ບໍ່​ແນ່ນອນ​ທາງດ້ານ​ເສດຖະກິດ ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການສົ່ງເສີມນະວັດຕະກຳ ແລະ ຮັບປະກັນການເຂົ້າເຖິງຕະຫຼາດທີ່ຍຸດຕິທຳສຳລັບບໍລິສັດເອກະຊົນ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວເຖິງ​ຄວາມ​ກັງ​ວົນ​ກ່ຽວ​ກັບ​ນະ​ໂຍ​ບາຍ​ ເເລະ ລະ​ບຽບ​ການ, ບັນຫາທາງດ້ານການເງິນ ແລະ ການຈ່າຍເງິນທີ່ລ່າຊ້າຂອງພາກສ່ວນລັດທະບານ. ໃນເວລາດຽວກັນໜ່ວຍງານ ເເລະ ພາກສ່ວນກ່ຽວຂ້ອງທີ່ກໍາກັບດູເເລທາງດ້ານການເງິນໃຫ້ຄໍາຫມັ້ນສັນຍາທີ່ຈະສະຫນອງການສະຫນັບສະຫນູນການກູ້ຢືມທີ່ເຂັ້ມແຂ້ງແກ່ບໍລິສັດເອກະຊົນ ໂດຍສະເພາະໃນອຸດສາຫະກໍາເຕັກໂນໂລຢີຂັ້ນສູງ.

ກອງປະຊຸມໄດ້ສົ່ງສັນຍານຢ່າງຊັດເຈນເຖິງຕະຫຼາດໂລກ. ຮຸ້ນເຕັກໂນໂລຢີຂອງຈີນໄດ້ມີການເພີ່ມຂຶ້ນຢ່າງສູງ ໂດຍສະເພາະໃນຂະແຫນງການ AI ແລະການຜະລິດ. ການປະກົດຕົວຂອງ DeepSeek, ບໍລິສັດ AI ນ້ອງໃໝ່ທີ່ກໍາລັງເປັນທີ່ຈັບຕາມອງໃນຂະນະນີ້ ​ທີ່ມີວິໄສທັດໃນການເນັ້ນ​ໜັກ​ເຖິງ​ການ​ເອົາ​ໃຈ​ໃສ່​ຍຸດ​ທະ​ສາດ​ຂອງ​ຈີນ​ກ່ຽວ​ກັບການສ້າງ AI ​ໃຫ້ເປັນ​ກໍາລັງຫຼັກໃນການ​ຊຸກຍູ້​ການ​ເຕີບ​ໂຕ​ຂອງປະເທດຈີນໃນ​ອະນາຄົດ. ນອກນັ້ນ, ທ່ານ​ສີ​ຈິ້ນ​ຜິ​ງຍັງ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ພາກ​ເອກະ​ຊົນ ເເລະ ລັດຖະບານ​ໃນ​ການ​ຊຸກຍູ້​ການ​ຟື້ນ​ຟູ​ເສດຖະກິດອີກດ້ວຍ.

#ຂ່າວເສດຖະກິດ

14/02/2025

ຂ່າວໄຟໄໝ້
ເມື່ອ 10:20 ຕອນເຊົ້າຂອງວັນທີ 14 ກຸມພາ 2025, ໄດ້ເກີດເຫດໄຟໄໝ້ທີ່ຮ້ານຂາຍລົດເເຫ່ງໜຶ່ງທີ່ ມ.ໄຊ ເເຂວງ ອຸດົມໄຊ. ຈາກຄລິບວີດີໂອຈາກຜູ້ຢູ່ໃນເຫດການ, ໄຟໄດ້ເລີ່ມໄໝ້ພ້ອມມີກຸ່ມຄັວນຈໍານວນຫຼາຍລອຍຂຶ້ນສູ່ອາກາດໃນເວລາ 10:20.

ຫຼັງຈາກນັ້ນກໍມີສຽງລະເບີດເກີດຂຶ້ນຢ່າງຮຸນເເຮງໃນເວລາຕໍ່ມາ. ລາຍງານເບື້ອງຕົ້ນເເມ່ນມີຜູ້ເສຍຊີວິດ 1 ຄົນ ເເລະ ບາດເຈັບໜັກ 4 ຄົນໂດຍເຈົ້າໜ້າທີ່ໄດ້ນໍາສົ່ງຄົນເຈັບໄປໂຮງໝໍທີ່ໃກ້ຄຽງເເລ້ວ.

ສາເຫດຂອງອັກຄີໄພຄັ້ງນີ້ຍັງຢູ່ໃນຂັ້ນຕອນການສືບສວນຈາກເຈົ້າໜ້າທີ່.

Source: ສະຖານີວິທະຍຸ ເເລະ ໂທລະພາບເເຂວງອຸດົມໄຊ

#ຂ່າວດ່ວນ #ໄຟໄໝ້

Fizche ເກີຣລກຣຸບສາວລາວນ້ອງໃໝ່ທີ່ກະເເສມາເເຮງທີ່ສຸດໃນຕອນນີ້ ໄດ້ເປີດໂຕ ຢ່າງເປັນທາງການມື້ນີ້, 13 ກຸມພາ 2025, ດ້ວຍ Single ທຳອ...
13/02/2025

Fizche ເກີຣລກຣຸບສາວລາວນ້ອງໃໝ່ທີ່ກະເເສມາເເຮງທີ່ສຸດໃນຕອນນີ້ ໄດ້ເປີດໂຕ ຢ່າງເປັນທາງການມື້ນີ້, 13 ກຸມພາ 2025, ດ້ວຍ Single ທຳອິດ "ເສຍອາການ" (You Make Me Blush) ພາຍໃຕ້ຕົ້ນສັງກັດ A-List Talent Agency

ສາວໆສະມາຊິກທັງ 6 ຄົນ: ເປຍໂນ, ກຸ້ງນາງ, ຜັກບຸ້ງ, ນໍ້າຝົນ, ລີຊ່າ, ແລະ ອາລີເຊຍ, ໄດ້ເເຜ່ມົນສະເໜ່ ແລະ ພະລັງໃນ MV ທໍາອິດຂອງສາວໆທີ່ Youtube ເເພລຕຟອມຂອງເຂົາເຈົ້າ. ສາວໆ Fizche ໄດ້ໂຊຄວາມສາມາດຂອງເຂົາ ເເລະ ພ້ອມທີ່ຈະສ້າງສັນໃຫ້ວົງການເພງລາວຢ່າງເເນ່ນອນ.

ບອກໄດ້ເລີຍວ່າ, ເປັນອີກ 1 ວົງທີ່ກະເເສມາເເຮງທີ່ສຸດ ເເລະ ເປັນທີ່ ຈັບຕາມອງຂອງເເຟນໆເພງປ້ອບໃນຕອນນີ້. ສາມາດຕິດຕາມ ແລະສະໜັບສະໜຸນສາວໆທີ່ YouTube: Fizche Official ໄດ້ເລີຍ!

ຂໍ້ມູນຈາກ: Fizche.

#ຂ່າວບັນເທີງ

Blackpink ຈະກັບມາລວມໂຕອີກຄັ້ງໃນປີ 2025 ພ້ອມກັບທົວຄອນເສີດອອ້ມໂລກຄັ້ງໃໝ່ ເຊິ່ງນີ້ຈະເປັນການລວມໂຕຂອງສາວໆທັ້ງ 4 ຄົນເປັນຄັ້ງທໍ...
12/02/2025

Blackpink ຈະກັບມາລວມໂຕອີກຄັ້ງໃນປີ 2025 ພ້ອມກັບທົວຄອນເສີດອອ້ມໂລກຄັ້ງໃໝ່ ເຊິ່ງນີ້ຈະເປັນການລວມໂຕຂອງສາວໆທັ້ງ 4 ຄົນເປັນຄັ້ງທໍາອິດ ຫຼັງຈາກການທົວຄອນເສີດຄັ້ງລ່າສຸດ “Bornpink” ທີ່ທໍາລາຍສະຖິຕິຄອນເສີດທີ່ມີເເຟນຄລັບບລິ້ງເຂົ້າຮ່ວມຫຼາຍກ່ວາ 1.8 ລ້ານຄົນໃນການສະເເດງ 66ໂຊຂອງພວກເຂົາທີ່ຈົບລົງໃນປີ 2023.

ທາງດ້ານຕົ້ນສັງກັດ YG Entertainment ໄດ້ອອກມາຢືນຢັນວ່າການກະກຽມທຸກຢ່າງກໍາລັງດໍາເນີນການໄປຢ່າງເຕັມທີ່ ໂດຍໄດ້ມີການຈັດສັນທີມງານມືອາຊີບພິເສດເພື່ອດູເເລ ເເລະ ຄວາມຄຸມມາດຕະຖານ ເເລະ ສື່ສຽງຂອງວົງ Blackpink ທີ່ຂຶ້ນຊື່ວ່າເປັນລະດັບໂລກໄວ້ໃຫ້ໄດ້.ເຖິງເເມ້ວ່າລາຍລະອຽດກ່ຽວກັບວັນທີ ເເລະ ສະຖານທີ່ທົວຈະຍັງບໍ່ໄດ້ມີການເເຈ້ງການຢ່າງເປັນທາງການ ເເຕ່ເເຟນຄລັບບລິ້ງກໍຍັງເຝົ້າຄອຍລໍຖ້າໂອກາດທີ່ ຈະໄດ້ເຫັນສາວໆທັງ 4 ກັບມາລວມໂຕກັນຢ່າງຍິ່ງໃຫຍ່ຢູ່ເທິງເວທີອີກຄັ້ງ.

ໃນຊ່ວງເວລາກະກຽມນີ້, ສະມາຊິກວົງ Black Pink ເເຕ່ລະຄົນກໍຕັ້ງໃຈມຸ້ງເນັ້ນ ໄປທີ່ການສ້າງໂປເຈັກດ່ຽວຂອງຕົນເອງເຊັ່ນດຽວກັນ. ທາງດ້ານ Jenny, ໄດ້ຫາກໍ່ປ່ອຍເພງລ່າສຸດຂອງນາງ “Love Hangover” ໃນຂະນະທີ່ Lisa ກໍາລັງກຽມຕົວສໍາລັບອັລບັ້ມໃໝ່ “Alter Ego” ເເລະ ບົດບາດໃນ “The white lotus” season 3 ຂອງ HBO. ທາງດ້ານ Jisoo ກໍາລັງສ້າງສົມດຸນລະຫວ່າງດົນຕີ ເເລະ ການສະເເດງໂດຍສະເເດງໃນ New topia ເເລະ Rosé ທີ່ໄດ້ສ້າງຜົນງານເພງສື່ດັງຢ່າງ “APT” ທີ່ຮ່ວມກັບ Bruno mars ຍັງຄົນໄຕ່ອັນດັບສູ່ທອບ 3 ໃນເເອບສຕຣີມມິ່ງຕ່າງໆ.

ເຖິງວ່າສາວໆ Black Pink ຈະປະສົບຜົນສໍາເລັດໃນຖານະສິນລະປິນດ່ຽວ ເເຕ່ຄວາມຮັກເເພງ ເເລະ ຄວາມຕັ້ງໃຈໃນການເຮັດກິດຈະກໍາຮ່ວມກັນໃນຖານະເກີຣລກຣຸບຍັງຄົນເເໜ້ນເເຟ້ນຄືເກົ່າ. ລ່າສຸດ Jisoo, ໄດ້ຢືນຢັນວ່າ ພວກເຂົາກໍາລັງກະກຽມອອກອັລບັ້ມໃມ່ໃນຖານະວົງ ເເລະ ທົວຄອນເສີດໃນປີ 2025 ນີ້.

ຄອນເສີດທົວນີ້ຈະຈັດຂຶ້ນມື້ໃດ?, ເເຟນຄລັບບລິ້ງທຸກຄົນກໍຄົງຕ້ອງຕິດຕາມລໍຖ້າຟັງໄປພ້ອມໆກັນເລີຍ. ທ່ານສາມາດເຂົ້າຊົມວີດີໂອຕົວຢ່າງຂອງຄອນເສີດນີ້ໄດ້ທີ່ລິ້ງກ້ອງຄອມເມັ້ນໄດ້ເລີຍ. ⬇

ກົດ like ເເລະ follow ເພຈ YAP ເພື່ອທີ່ຈະບໍ່ພາດຂ່າວສານ ເເລະ ຄອນເທັ້ນຄຸນນະພາບ.

Souce: Asia News Network

#ຂ່າວບັນເທີງ ?

ສື່ຕ່າງປະເທດ wall street journal ໄດ້ລາຍງານວ່າ,  ອີລອນມັສ, Elon Musk,  ແລະ ກຸ່ມນັກລົງທຶນໄດ້ສະເຫນີເງິນຈໍານວນ 97.4 ຕື້ໂດລາ ...
11/02/2025

ສື່ຕ່າງປະເທດ wall street journal ໄດ້ລາຍງານວ່າ, ອີລອນມັສ, Elon Musk, ແລະ ກຸ່ມນັກລົງທຶນໄດ້ສະເຫນີເງິນຈໍານວນ 97.4 ຕື້ໂດລາ ຫຼື 2,087 ລ້ານລ້ານກີບ ເພື່ອຊື້ອົງການບໍ່ຫວັງຜົນກໍາໄລທີ່ຄວບຄຸມ OpenAI ທີ່ລາວໄດ້ຮ່ວມເປັນຜູ້ກໍ່ຕັ້ງ. ອົງການບໍ່ຫວັງຜົນກຳໄລ OpenAI Inc., ດູເເລ ເເລະ ບໍລິຫານ OpenAI LP, ພະເເນກທີ່ກ່ຽວຂ້ອງຂອງ OpenAI ທີ່ຕັ້ງຂຶ້ນມາເພື່ອດູເເລຜົນກຳໄລຂອງ OpenAI ທີ່ຈັດການກ່ຽວກັບຂໍ້ຕົກລົງທາງທຸລະກິດຕ່າງໆຍົກຕົວຢ່າງເຊັ່ນ ດີລຂໍ້ຕົກລົງທາງການຄ້າຫຼາຍຕື້ໂດລາລະຫວ່າງ Open Ai ເເລະ ບໍລິສັດ Microsoft.

ອີລອນມັສ, Elon Musk, ຕ້ອງການຮຽກຄືນອິດທິພົນຕໍ່ທິດທາງຂອງ OpenAI, ໂດຍໂຕ້ຖຽງວ່າອົງກອນດັ່ງກ່າວໄດ້ລະເລີຍພາລະບົດບາດ ເເລະ ວິໄສທັດ ທໍາອິດຂອງອົງກອນກ່ຽວກັບການພັດທະນາ AI ເພື່ອຜົນປະໂຫຍດຂອງມະນຸດຢ່າງເເທ້ຈິງ. ຢ່າງໃດກໍ່ຕາມ, CEO ຂອງ OpenAI ເເຊມ ອັລຕເເມນໄດ້ປະຕິເສດຂໍ້ສະເຫນີໃນທັນທີ ເເລະ ຍັງໄດ້ຕອບໂຕ້ໂດຍການຂໍຊື້ບໍລິສັດ X ຫຼື ຊື່ເກົ່າທີ່ເຮົາຮູ້ກັນດີໃນນາມ twitter, ໃນມູນຄ່າ 9.74 ຕື້ໂດລາ ຫຼື 224 ລ້ານລ້ານກີບ.

ຂໍ້ສະເໜີຂອງ Musk ໄດ້ເພີ່ມທະວີຄວາມຂັດແຍ້ງລະຫວ່າງລາວ ແລະ ຜູ້ບໍລິຫານຂອງ OpenAI ໂດຍສະເພາະໃນຊ່ວງເວລານີ້ທີ່ລາວໄດ້ຮ້ອງຟ້ອງ OpenAI ເພື່ອປ້ອງກັນບໍ່ໃຫ້ອົງກອນຫັນປ່ຽນໄປສູ່ອົງກອນທີ່ມີສະເເຫວງຜົນກໍາໄລ. ລາວເຊື່ອວ່າການປ່ຽນແປງຂອງ OpenAI ຂັດກັບຫຼັກການພື້ນຖານເລີ່ມຕົ້ນຂອງອົງກອນ ແລະ ພະເເນກທີ່ກ່ຽວຂ້ອງກັບອົງກອນຈັດຕັ້ງທີ່ບໍ່ຫວັງຜົນກໍາໄລຂອງ Open AI ຄວນຈະໄດ້ຮັບການຊົດເຊີຍທີ່ເຫມາະສົມ.

ອີລອນມັສ, Elon Musk, ໄດ້ອອກຈາກ OpenAI ໃນປີ 2018 ເນື່ອງຈາກຄວາມຂັດແຍ້ງທາງຍຸດທະສາດ ແລະນັບຕັ້ງແຕ່ນັ້ນມາ ລາວ ແລະ ອັລເເມນ,Altman, ໄດ້ກາຍເປັນຄູ່ແຂ່ງທີ່ດຸເດືອດໃນອຸດສາຫະກໍາ AI ຍ້ອນວ່າ OpenAI ກ້າວໄປຂ້າງຫນ້າດ້ວຍແຜນການຂະຫຍາຍການດໍາເນີນງານຂອງຕົນເພື່ອສະແຫວງຫາຜົນກໍາໄລ. ຂໍ້ສະເຫນີຂອງ ອີລອນມັສ, Elon Musk, ຍັງເຮັດໃຫ້ເກີດຄໍາຖາມກ່ຽວກັບອະນາຄົດຂອງຜູ້ການບໍລິຫານ OpenAI ແລະ ການຄຸ້ມຄອງຂອງອົງກອນອີກດ້ວຍ.

Source: Wallstreet Journal

ລາຄາທອງຄໍາໄດ້ເພີ່ມຂຶ້ນຫຼາຍກວ່າ 30 ເປີເຊັນເເລ້ວນັບຕັ້ງແຕ່ຕົ້ນປີ, ເຊິ່ງຫຼາຍກວ່າຫຸ້ນໃນ S&P 500. ເປັນ​ຫຍັງ​ລາຄາທອງ​ຄໍາຈຶ່ງໄດ...
11/02/2025

ລາຄາທອງຄໍາໄດ້ເພີ່ມຂຶ້ນຫຼາຍກວ່າ 30 ເປີເຊັນເເລ້ວນັບຕັ້ງແຕ່ຕົ້ນປີ, ເຊິ່ງຫຼາຍກວ່າຫຸ້ນໃນ S&P 500. ເປັນ​ຫຍັງ​ລາຄາທອງ​ຄໍາຈຶ່ງໄດ້​ເພີ່ມຂຶ້ນ ແລະ​ ຍັງຈະເພີ່ມຂຶ້ນອີກບໍ່​? ບົດຄວາມນີ້ຈະນໍາທ່ານໄປ ສ່ອງປັດໃຈຫຼັກຂອງການເພີ່ມຂຶ້ນຂອງທອງນໍາກັນເລີຍ.

ທີ່ລາຄາຄໍາໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຫດຜົນສ່ວນຫນຶ່ງແມ່ນຍ້ອນວ່າທະນາຄານກາງຂອງປະເທດຕ່າງໆ ໄດ້ຊື້ຄໍາເພື່ອມາເປັນສັບສິນຕ້ານເງິນເຟີ້ມາເກັບໄວ້ໃນຄັງຫຼາຍຂຶ້ນ.

ໃນເມື່ອກ່ອນ, ທະນາຄານກາງຂອງປະເທດຕ່າງໆຈະເນັ້ນເກັບສັບສິນເປັນພັນທະບັດເງິນໂດລາ, ແຕ່ວ່າເມື່ອລັດຖະບານອາເມລິກາໄດ້ມີອໍານາດໃນການພິມເງິນ ເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນໄດ້ສົ່ງຜົນໃຫ້ສະກຸນເງິນໂດລາທີ່ຢູ່ໃນຄັງເງິນ ມີມູນຄ່າສັບສິນທີ່ຄ່ອຍໆຫຼຸດລົງ, ດັ່ງນັ້ນທະນາຄານກາງຂອງປະເທດຕ່າງໆກໍເລີຍຕ້ອງຊອກຫາຊັບສິນທີ່ ຢູ່ນໍາເສດຖະກິດໂລກໃນເວລາດົນນານເເລ້ວ ແລະ ມູນຄ່າຂອງກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງເປັນສັບສິນທີ່ສາມາດຕ້ານອັດຕາເງິນເຟີ້ໄດ້ພ້ອມ, ນັ້ນກໍຄືທອງຄໍາ.

ຕົວຢ່າງເຊັ່ນ, ສ.ປ. ຈີນ ແລະ ລັດເຊຍ ໄດ້ມີຄໍາເພີ່ມຂຶ້ນຫຼາຍກ່ວາ 300% ໃນຄັງສໍາຮອງຄໍາຂອງເຂົາເຈົ້ານັບຕັ້ງແຕ່ປີ 2008, ເເລະໄດ້ພາ 2 ປະເທດດັ່ງກ່າວຂຶ້ນໄປຢູ່ອັນດັບທີ 5 ແລະທີ 6 ໃນບັນດາປະເທດທີ່ມີຄໍາສອງຮອງຫຼາຍທີ່ສຸດໃນໂລກ ຫຼື​ ເຊັ່ນ​ດຽວ​ກັນ​ກັບ​ປະ​ເທດ​ອິນ​ເດຍ​, ທີ່​ໄດ້​ຂຶ້ນ​ໄປ​ຢູ່​ໃນ​ອັນ​ດັບ 9 ຂອງ​ໂລກ​.

ນອກຈາກນີ້ຍັງມີອີກປັດໃຈໜຶ່ງທີ່ພາໃຫ້ລາຄາຄໍາເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນກໍຄື ໃນປັດຈຸບັນສ.ອາເມລິກາແມ່ນຢູ່ໃນໄລຍະຂອງການຫຼຸດຜ່ອນອັດຕາດອກເບ້ຍ, ເມື່ອອັດຕາດອກເບ້ຍຫຼຸດລົງ, ເງິນກໍຈະໄຫຼເຂົ້າໄປໃນຊັບສິນທີ່ມີຄວາມສ່ຽງ ນັ້ນກໍຄືທອງຄໍາ. ເນື່ອງຈາກວ່າເງິນສົດ ແລະ ພັນທະບັດ ນັ້ນໃຫ້ຜົນຕອບແທນຫນ້ອຍລົງ.

ທະນາຄານ Goldman Sachs ໄດ້ຕັ້ງເປົ້າໝາຍຄໍາໄວ້ທີ່ 3,000 ໂດລາຕໍ່ອອນ, ເຊິ່ງຖ້າປ່ຽນເປັນເງິນກີບຈະຢູ່ທີ່ປະມານ 31,250,000 ກີບຕໍ່ 1 ບາດໃນທ້າຍປີ 2025 ເນື່ອງຈາກ 2 ປັດໃຈຫຼັກທີ່ໄດ້ຂຽນໄວ້ຂ້າງເທິງ.

ແລະສຸດທ້າຍ, ເເມ່ນປັດໄຈຂອງການ FOMO (Fear of Missing out), ຫຼື ຄວາມຢ້ານທີ່ຈະຫຼຸດໂອກາດບາງຢ່າງ. ເພາະວ່າເມື່ອຄົນທີ່ເຫັນລາຄທອງາຄຳໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງກໍ ຢ້ານຕົກລົດ ຢ້ານຊື້ບໍ່ທັນໝູ່ ຈຶ່ງຮີບຮ້ອນຟ້າວໄປຊື້ຄໍາໄວ້, ເຊິ່ງນັ້ນເຮັດໃຫ້ລາຄາທອງຄໍາເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຢ່າງເຊັ່ນດຽວກັນກັບຊັບສິນອື່ນໆ.

ໃນປັດຈຸບັນ, ລາຄາຄໍາໄດ້ເພີ່ມຂຶ້ນຫຼາຍເທົ່າ. ດັ່ງນັ້ນ, ຖ້າທ່ານໃດຕ້ອງການຊື້ນຄໍາທາງ new world finance ໄດ້ແນະນໍາໃຫ້ທ່ານຄວນຊື້ຄໍາໂດຍຊື້ເເບບ DCA (Dollar-cost-averaging), ເຊິ່ງເປັນການລົງທຶນທົບຕົ້ນທຸນ ຫຼື ການລົງທຶນໃນຈໍານວນເງິນທີ່ແນ່ນອນ ໃນຈໍານວນທີ່ເທົ່າທຽມກັນໃນໄລຍະເວລາໜຶ່ງ ສືບຕໍ່ກັນເພື່ອກະຈາຍຄວາມສ່ຽງ. ເນື່ອງຈາກວ່າໃນໄລຍະຍາວ, ຄໍາຈະເປັນຊັບສິນທີ່ມີມູນຄ່າເພີ່ມຂຶ້ນສະເຫມີ.

ສະນັ້ນ, ຖ້າໃຜສົນໃຈຢາກລົງທຶນໃນຄຳກໍ່ຄວນສຶກສາສອງປັດໃຈນີ້ກ່ອນ ແລະ ກະຈາຍຄວາມສ່ຽງໃນການລົງທຶນເຊັ່ນກັນ.

Source:

#ລາຄາຄໍາ

Address

128, Don Nokkhoum Village
Sisattanak District
01030

Website

Alerts

Be the first to know and let us send you an email when YAP Central posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share