ແຂວງເຊກອງ

ແຂວງເຊກອງ ເພື່ອຄວາມສະດວກສຳລັບນັກຮຽນນັກສຶກສາ?

ເຊກອງ ເປີດຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້-----ວັນທີ 4 ເມສາ 2024 ທີ່ບ້ານດາກປຳ ເມືອງດາກຈຶງ ແຂວງເຊກອງ, ທ່ານ ສອນໄຊ ສີ...
04/04/2024

ເຊກອງ ເປີດຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້
-----
ວັນທີ 4 ເມສາ 2024 ທີ່ບ້ານດາກປຳ ເມືອງດາກຈຶງ ແຂວງເຊກອງ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍບັນດາລັດຖະມົນຕີ ແລະ ແຂກພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມເປີດຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ໂດຍພາຍໃຕ້ການຊີ້ນໍາ-ບັນຊາ ຂອງປະທານ ຄຳໄຕ ສິພັນດອນ.
ທ່ານ ຄຳສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ຫົວໜ້າຄະນະຮັບຜິດຊອບໂຄງການພື້ນຟູບູລະນະຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ລາຍງານວ່າ: ໃນການເຄື່ອນໄຫວເຮັດການປະຕິວັດ ຂອງປະທ່ານ ຄຳໄຕ ສີພັນດອນ ຢູ່ເມືອງດາກຈຶງ ແມ່ນຈຸດເລີ່ມຕົ້ນຂອງການປະຕິວັດລາວໃຕ້ ໂດຍປະທ່ານ ຄຳໄຕ ສີພັນດອນ ທີ່ເຄົາລົບຮັກເປັນຜູ້ກໍ່ຕັ້ງນຳພາ ຮ່ວມກັບຜູ້ນໍາຄົນອື່ນໆ ນໍາພາພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເພິ່ນເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍ ສະຫຼະທຸກສິ່ງຢ່າງ, ອຸທິດສະຕິປັນຍາ ແລະ ກໍາລັງວັງຊາຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຄົນອື່ນໆ ຈັດຕັ້ງນໍາພາຂະບວນການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ. ປະ ທານ ຄໍາໄຕ ສີພັນດອນ ຍາມໃດກໍ່ໄດ້ຮັບຄວາມນັບຖືຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະ ກໍຄືພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ. ເພິ່ນໄດ້ຮັບການມອບໝາຍຫຼາຍໜ້າທີ່ສໍາຄັນຈາກປະຊາຊົນ, ຈາກຜູ້ແທນລັດ ຖະບານລາວອິດສະຫຼະປະຈໍາເຂດໃຕ້ລາວຄື: ເປັນປະທານຄະນະກໍາມະການຕໍ່ຕ້ານເຂດກາງ, ເປັນກໍາມະການສູນກາງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ, ເປັນກໍາມະການສູນກາງພັກ; ໄດ້ຮັບການປະດັບຊັ້ນພົນເອກ ແລະ ເປັນຜູ້ບັນຊາການສູງສຸດຂອງກອງທັບປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວໃນປັດຈຸບັນ; ເປັນກໍາມະການກົມການເມືອງສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນນາຍົກລັດ ຖະມົນຕີ ແລະ ເລຂາທີການສູນກາງພັກ (ຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາ). ປະທານ ຄໍາໄຕ ສີພັນດອນ ໄດ້ຈັດຕັ້ງຄະນະກໍາມະການຕໍ່ຕ້ານເຂດພາກໃຕ້ໃນປີ 1948 ເຖິງປີ 1949 ໂດຍສ້າງເປັນເຂດທີ່ໝັ້ນຢູ່ເຂດບ້ານດາກປຳ ເມືອງດາກຈຶງ ແຂວງເຊກອງ ເປັນພື້ນທີ່ຍຸດທະສາດໃນການຕໍ່ຕ້ານ, ໄດ້ສ້າງເງື່ອນໄຂໃຫ້ການຕໍ່ຕ້ານຢູ່ເຂດໃຕ້ຂະຫຍາຍຕົວ ຢ່າງໄວວາ ແລະ ໄດ້ຮັບໄຊຊະນະ (ອໍານາດການປົກຄອງເກົ່າໄດ້ຖືກລົບລ້າງ), ອໍານາດການປົກຄອງໃໝ່ຂັ້ນບ້ານ, ຕາແສງ ແລະ ເມືອງໄດ້ຮັບການສ້າງຕັ້ງຂຶ້ນຄື: ຕາແສງຊຽງຫຼວງ, ຕາແສງຕາຕື ແລະ ຕາແສງອາຢູນ ເພື່ອນໍາພາການຕໍ່ສູ້ກູ້ຊາດດ້ວຍຫຼາຍວິທີ ແລະ ຫຼາຍຮູບແບບເຊັ່ນ: ນໍາໃຊ້ຮູບແບບທາງດ້ານການເມືອງໄດ້ນໍາໃຊ້ວິທີ 3 ຈື່ 4 ບໍ່ ແລະ ທາງດ້ານການທະຫານ ໂດຍສ້າງກໍາລັງປ້ອມໝັ້ນສູ້ລົບຕິດລຽນ ໃນແຕ່ລະຕາແສງໃນນັ້ນມີກອງຫຼອນ 30 ທ່ານ. ໄດ້ແຕ່ງຕັ້ງຜູ້ບັນຊາ 3 ທ່ານຄື: ທ່ານ ຢວນ (ບ້ານເປັງຢາ) ເປັນຫົວໜ້າ, ທ່ານ ເນື້ອດ (ບ້ານດາກບອງ) ເປັນຮອງ ແລະ ທ່ານ ບຣຶດ (ບ້ານດາກເຊງ) ເປັນຄະນະ; ການເຄື່ອນໄຫວຕໍ່ສູ້ແຕ່ລະໄລຍະ ໂດຍພາຍໃຕ້ການນໍາພາ ຂອງປະທານ ຄໍາໄຕ ສີພັນດອນ ສາມາດສະກັດກັ້ນ ໂດຍການປຸກລະດົມປະຊາຊົນບ້ານມາເປັນກອງຫຼອນບ້ານ, ສ້າງອາວຸດບູຮານຟື້ນເມືອງທີ່ຜະລິດດ້ວຍຫົວ ຄິດປະດິດສ້າງພູມປັນຍາຂອງທ້ອງຖິ່ນເຊັ່ນ: ຫອກ, ຫຼາວ, ດາບ, ງ້າວ, ໜ້າໜ້ອງ ແລະ ອື່ນໆ ເຊິ່ງສາມາດຕີຈັກກະ ພັດຝຣັ່ງຕາຍ 14 ບັກ.
ໃນໄລຍະການຕໍ່ສູ້ກູ້ຊາດຕ້ານຈັກກພັດອາເມລິກາ, ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງປະຕິວັດຢູ່ເມືອງດາກຈຶງ ເຊິ່ງເວລາໃດກໍໜັກແໜ້ນທາງດ້ານການເມືອງ, ສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ; ເລີ່ມຈາກພະນັກງານທໍາມະດາກາຍເປັນຜູ້ຊີ້ນໍາ- ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ທັງໄດ້ປະກອບສ່ວນຄົ້ນຄວ້າ ແລະ ກໍານົດທິດທາງຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດໄດ້ຮັບຜົນສໍາເລັດໃນຫຼາຍດ້ານ. ເຫັນໄດ້ຄວາມສຳຄັນອັນໃຫຍ່ຫຼວງທາງປະຫວັດສາດດັ່ງກ່າວ, ພັກ-ລັດຖະບານ ກໍຄື ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ຈຶ່ງໄດ້ພື້ນຟູບູລະນະ ແລະ ກໍ່ສ້າງມາແຕ່ເດືອນ 8/2023 ຮອດວັນທີ 4/4/2024 ຈຶ່ງສຳເລັດ ເຊິ່ງມີມູນຄ່າໃນເບື້ອງຕົ້ນ 1.689 ລ້ານກີບ. ໃນນັ້ນ, ກໍ່ສ້າງເຮືອນພັກ ຂອງປະທານ ຄຳໄຕ ສີພັນດອນ, ເຮືອນພັກທະຫານລາວ-ທະຫານຫວຽດນາມ, ປ້ອມຍາມ, ປ້າຍຊີວະປະຫວັດ ຂອງທ່ານ ປະທານ ຄໍາໄຕ ສີພັນດອນ, ປ້າຍບອກທາງ, ເສັ້ນທາງ-ຂົວຈົມເຂົ້າຈຸດຖານທີ່ໝັ້ນ ແລະ ຫ້ອງນໍ້າ.
ທ່ານ ຄໍາສອນ ກອນເຍີ ກ່າວຕື່ມວ່າ: ເຖິງວ່າການບູລະນະກໍ່ສ້າງໄດ້ສຳເລັດຫຼາຍກິດຈະກຳ, ແຕ່ເພື່ອສືບຕໍ່ພັດທະນາສະຖານທີ່ແຫ່ງນີ້ ກາຍເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດຂອງພາກໃຕ້ລາວທີ່ໂດດເດັ່ນສວຍງາມ. ຄະນະພັກ, ອົງ ການປົກຄອງແຂວງ ກໍຄື ເມືອງ ແລະ ບ້ານ ຈະສຸມໃສ່ພັດທະນາພື້ນຖານໂຄງລາງ ເປັນຕົ້ນ ເຮືອນພັກ, ເຮືອນຄົວ ແລະ ລະບົບເສັ້ນທາງ, ໄຟຟ້າ, ນ້ຳປະປາ. ນອກນັ້ນ, ສຸມໃສ່ພັດທະນາກະສິກຳ, ປູກຕົ້ນໄມ້ໃຫ້ໝາກ, ດອກໄມ້ປະດັບ ແລະ ການບູລະນະປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຂຽວງາມ ສາມາດເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວເມືອງດາກຈຶງ ແຂວງເຊກອງຫຼາຍຂຶ້ນໃນອະນາຄົດ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນວ່າ: ການເປີດຖານທີ່ໝັ້ນຂອງປະທານ ຄໍາໄຕ ສີພັນດອນ ເທື່ອນີ້ ແມ່ນມີຄວາມໝາຍສໍາຄັນຫຼຍ ເພາະເປັນມູນເຊື້ອອັນດີງາມຂອງທ່ານ ແລະ ເປັນເຂດອານຸລັກປົກປັກຮັກສາ ແລະ ພັດທະນາຮ່ອງຮອຍປະຫວັດສາດການປະຕິວັດຂອງຜູ້ນໍາລາວໃຕ້ ສະໄໝຕໍ່ສູ້ກັບຈັກກະພັດ ຝັ່ຣງ ແລະ ອາເມລິການ ທີ່ມາຮຸກຮານລາວພວກເຮົາໃນເມື່ອກອ່ນ ເພື່ອໃຫ້ຮຸ່ນລູກ-ຮຸ່ນຫຼານໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງເປັນບ່ອນສືກສາອົບຮົບໃຫ້ພະນັກງານ, ສະມາຊິກພັກ, ທະຫານ-ຕໍາຫຼວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ, ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ກໍຄຶຊາວລາວທົ່ວປະເທດ ຮັບຮູ້ເຊື່ອມຊືມກໍາແໜ້ນທາດແທ້ວິລະກໍາ ອັນອົງອາດກ້າຫານ, ທົນທານໜ້ຽວແໜ້ນ, ຕໍ່ສູ້ຢ່າງທໍ່ລະຫົດ ແລະ ຮັບໄຊະນະຂອງກໍາລັງປະກອບອາວຸດທ້ອງຖິ່ນ ຕະຫຼອດໄລຍະເຮັດການປົດປ່ອຍຊາດ ກໍຄຶ ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນແຕ່ລະໄລຍະ.

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ  ຄົບຮອບ 40 ປີ-----ຕອນເຊົ້າວັນທີ 4 ເມສາ ນີ້, ຄະນະພັກ,...
04/04/2024

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ
-----
ຕອນເຊົ້າວັນທີ 4 ເມສາ ນີ້, ຄະນະພັກ, ອົງການປົກຄອງແຂວງ ແລະ ສະພາປະຊາຊົນແຂວງເຊກອງ ນໍາໂດຍ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ພ້ອມຄະນະ ໄດ້ເຂົ້າວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ (ວັນທີ 14 ເມສາ 191984-14 ເມສາ 2024).
ການວາງພວງມາລາ ແລະ ກະຕ່າດອກໄມ້ຄັ້ງນີ້, ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ-ຮູ້ບຸນຄຸນ ແລະຈາລຶກຄຸນງາມຄວາມດີຕໍ່ວິລະຊົນແຫ່ງຊາດ, ນັກຮົບປະຕິວັດ, ນາຍ ແລະພົນທະຫານ, ປະຊາຊົນລາວບັນດາເຜົ່າທີ່ເສຍສະຫຼະເລືອດເນື້ອ ແລະຊີວິດໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ, ພ້ອມທັງສະແດງຄວາມຮູ້ບຸນຄຸນ ແລະຈົ່ງຮັກພັກດີຕໍ່ຜູ້ນໍາ, ສະມາຊິກພັກທຸກສະຫາຍທີ່ເສຍສະຫຼະເລືອດເນື້ອເຫື່ອແຮງ, ສະຕິປັນຍາ ເພື່ອພາລະກິດປົດປ່ອຍຊາດອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ.
ໃນວັນດຽວກັນນີ້, ການນໍາແຂວງຍັງໄດ້ເຂົ້າຈູດທູບສັກກາລະບູຊາຢູ່ຕໍ່ໜ້າຮູບປັ້ນທ່ານ ອົງແກ້ວ ແລະ ເສົາຫຼັກເມືອງ ຊຶ່ງເປັນມິ່ງຂວັນຂອງຊາວແຂວງເຊກອງ ທີ່ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າຊາວແຂວງເຊກອງ ໃຫ້ມີຄວາມຮຸ່ງເຮືອງສີວິໄລເທື່ອລະກ້າວ.
ຂ່າວ: ພຸດທະສອນ

ຊ້ອມໃຫຍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ-----ການຝຶກຊ້ອມໃຫຍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອ...
03/04/2024

ຊ້ອມໃຫຍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ
-----
ການຝຶກຊ້ອມໃຫຍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ (14 ເມສາ 1984-14 ເມສາ 2024) ໄດ້ຈັດຂຶ້ນໃນວັນທີ 3 ເມສາ 2024 ນີ້, ຢູ່ທີ່ສະໜາມກິລາຂອງແຂວງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ບັນດາທ່ານການນໍາຂອງແຂວງ ພ້ອມດ້ວຍມວນຊົນ ເຂົ້າຮ່ວມ.
ການຝຶກຊ້ອມໃຫຍ່ຄັ້ງນີ້ ແມ່ນເປັນການຝຶກຊ້ອມຕົວຈິງຢ່າງເຕັມຮູບແບບ ເພື່ອກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ມື້ເປີດງານຕົວຈິງນັບແຕ່ຂັ້ນຕອນການສະແດງສິລະປະ-ວັນນະຄະດີ, ການສະແດງໂດດຈ້ອງ, ການຮ້ອງເພງໂຊ, ການສະແດງຄອນເສີດ, ການເດີນຂະບວນສວນສະໜາມຂອງກ້ອນກໍາລັງ ແລະ ກິດຈະກໍາອື່ນໆທີ່ປິ່ນອ້ອມ.
ການສະເຫຼີມສະຫຼອງໃຫຍ່ວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ ຈະໄດ້ຈັດໃນວັນທີ 4 ເມສາ 2024 ໂດຍເລີ່ມແຕ່ເວລາ 15:00 ໂມງເປັນຕົ້ນໄປ.
---
ຂ່າວ: ສັນຍາ, ພາບ: ພຸດທະສອນ

1 ປີຜ່ານມາ ເສດຖະກິດເມືອງທ່າແຕງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ-------------ຕາມການໃຫ້ສໍາພາດຂອງ ທ່ານ ສົມເພັດ ເອີດລັດດາ ເຈົ້າເມ...
21/03/2024

1 ປີຜ່ານມາ ເສດຖະກິດເມືອງທ່າແຕງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ
-------------
ຕາມການໃຫ້ສໍາພາດຂອງ ທ່ານ ສົມເພັດ ເອີດລັດດາ ເຈົ້າເມືອງທ່າແຕງ ເມື່ອບໍ່ດົນນີ້ວ່າ: ໃນໄລຍະ 1 ປີຜ່ານມາ ເມືອງຂອງພວກເຮົາສາມາດຮັກສາໄດ້ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນພັດທະນາດີຂຶ້ນຢ່າງຕໍ່ເນື່ອງ; ກົງຈັກການຈັດຕັ້ງແຕ່ລະຂັ້ນໄດ້ຮັບການປັບປຸງດີຂຶ້ນ. ໃນນີ້, ສຳເລັດການບັນຈຸສັບຊ້ອນ, ຈັດວາງຕຳແໜ່ງບໍລິຫານປະເພດ 4-5, ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບເຂດຈຸດສຸມພັດທະນາລົງປະຈຳຢູ່ຂັ້ນຮາກຖານບ້ານ. ພ້ອມທັງໄດ້ແກ້ໄຂບັນຫາເຂດເຊື່ອມຕໍ່ ລະຫວ່າງເມືອງກັບເມືອງອ້ອມຂ້າງ ເຫັນວ່າມີຄວາມເອກກະພາບກັນ ໂດຍພື້ນຖານ. ພ້ອມນີ້, ສໍານັກງານອົງການ, ອົງການຈັດຕັ້ງຮາກຖານບ້ານ, ໜ່ວຍພັກ ກໍ່ເຫັນວ່າໄດ້ສໍາເລັດການດໍາເນີນກອງປະຊຸມແຕ່ລະຂັ້ນ ເກືອບ100%, ນອກຈາກນີ້ ກໍ່ໄດ້ສໍາເລັດການເຊື່ອມຊຶມບັນດາເອກະສານ 3 ຂັ້ນຂອງພັກ ລົງສູ່ຮາກຖານບ້ານ, ສໍານັກງານອົງການຢ່າງທົ່ວເຖິງ.
ນອກນີ້, ບັນດາໂຄງລ່າງພື້ນຖານທີ່ຈໍາເປັນໄດ້ຮັບການປັບປຸງ-ສ້ອມແປງ ເຮັດໃຫ້ການຄົມມະນາຄົມສະດວກສະບາຍ ແລະ ສາມາດທຽວໄດ້ສອງລະດູໄປທົ່ວທຸກບ້ານ ແລະ ບັນດາໂຄງການລົງທຶນຂອງລັດທົ່ວເມືອງ ມີ 26 ໂຄງການ ລວມມູນຄ່າ 60,86 ຕື້ກີບ, ໃນນັ້ນ ບ້ວງທຶນຟື້ນຟູໄພພິບັດ 9 ໂຄງການ ມູນຄ່າການລົງທຶນ 8,64 ຕື້ກີບ; ທຶນຊ່ວຍເຫຼືອລ້າ ODA ແລະ NGO ຈໍານວນ 8 ໂຄງການ, ພິເສດແມ່ນທຶນຊ່ວຍເຫຼືອຂອງເມືອງຟູນິນ ແຂວງກວາງນາມ ສສ ຫວຽດນາມ ໄດ້ຊ່ວຍກໍ່ສ້າງ ໂຮງຮຽນປະຖົມສົມບູນບ້ານຫ້ວຍຊາຍ ເມືອງທ່າແຕງ ໃນມູນຄ່າ 4 ຕື້ດົງ, ນອກນັ້ນ ຍັງມີບໍລິສັດຂອງຊາວຫວຽດນາມ ທີ່ມາລົງທຶນຢູ່ເມືອງທ່າແຕງ ທີ່ໄດ້ໃຫ້ການຊ່ວຍເຫຼືອປະກອບສ່ວນໃຫ້ແກ່ເມືອງຂອງພວກເຮົາບໍ່ໜ້ອຍ ໂດຍສະເພາະ ບໍລິສັດຄຸນມີໄຊ, ບໍລິສັດ ກາດເກ້, ບໍລິສັດ ແອວວີເອັບ, ບໍລິສັດ ບີດິນາ ເປັນຕົ້ນ.
ທ່ານ ສົມເພັດເອີດລັດດາ ຍັງໃຫ້ຮູ້ຕື່ມວ່າ: ໃນໂອກາດທີ່ແຂວງເຊກອງກະກຽມການສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ ທີ່ຈະມາເຖິງໃນໄວໆນີ້ ເມືອງທ່າແຕງພວກເຮົາກໍໄດ້ກະກຽມຄວາມພ້ອມ ເປັນສ່ວນໜຶ່ງໃນການປະກອບສ່ວນໃນງານດັ່ງກ່າວ, ໂດຍສະເພາະ ພວກເຮົາກໍ່ໄດ້ສຳເລັດການແຕ່ງຕັ້ງຄະນະກຳມະການຮັບຜິດຊອບຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງເປັນຂະບວນການ, ພ້ອມທັງໄດ້ເປັນເຈົ້າການຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວລົງສູ່ຮາກຖານບ້ານ, ປະຊາຊົນກໍ່ໄດ້ສ້າງຂະບວນການ ການປູກ-ການລ້ຽງ ເປັນຂະບວນການຢ່າງກວ້າງຂວາງ, ເສັ້ນທາງຄົມມະນາຄົມກໍ່ໄດ້ຮັບການປັບປຸງ ແລະ ສາມາດທຽວໄດ້ 2 ລະດູ, ຕິດພັນກັບການຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ທີ່ເຂົ້າມາທ່ຽວຊົມ ແຂວງເຊກອງເຊກອງ, ເວົ້າລວມ, ເວົ້າສະເພາະກໍຄືເມືອງທ່າແຕງຂອງພວກເຮົາ ຢ່າງເປັນຂະບວນຟົດຟື້ນ.
ຂ່າວ,ພຸດທະສອນ

ປະກາດ 3 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານບ້ານໃຫ່ຍດອນຊາ=====000=====3 ໜ່ວຍພັກຢູ່ບ້ານດອນຊາ ໄດ້ປະກາດຂຶ້ນກັບຄະນະພັກຮາກຖານບ້ານໃຫ່ຍດ...
05/07/2022

ປະກາດ 3 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານບ້ານໃຫ່ຍດອນຊາ
=====000=====
3 ໜ່ວຍພັກຢູ່ບ້ານດອນຊາ ໄດ້ປະກາດຂຶ້ນກັບຄະນະພັກຮາກຖານບ້ານໃຫ່ຍດອນຊາໃນວັນທີ 4 ກໍລະກົດ 2022 ນີ້ ທີ່ສະໂມສອນຂອງບ້ານດັ່ງກ່າວ,ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ກໍລະກັນ ບຸດສະບາ ກໍາມະການພັກເມືອງ ຫົວໜ້າເຂດຈຸດສຸມພັດທະນາທີ 6 ດອນຊາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ເພັດຕຸລາ ສຸດທິຈັກ ຮອງຫົວໜ້າຄະນະຈັດຕັ້ງເມືອງທ່າແຕງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ,ສະບັບເລກທີ 71,72,73/ຄຈພມ,ລົງວັນທີ 27 ພຶດສະພາ 2022 ວ່າດ້ວຍຮັບຮອງເອົາ 3 ໜ່ວຍພັກຂອງບ້ານດອນຊາຄື: ໜ່ວຍພັກທີ 1,ທີ 2 ແລະ ໜ່ວຍພັກທີ 3 ຂຶ້ນກັບຄະນະພັກຮາກຖານບ້ານໃຫ່ຍດອນຊາ,ເຊິ່ງມີສະມາຊິກພັກສົມບູນທັງໝົດ 74 ສະຫາຍ,ຍິງ 14 ສະ
ຫາຍ. ໃນຂະນະດຽວກັນ ຍັງໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະສະໝັກເຂົ້າໂຄງປະກອບຂອງຄະນະພັກຮາກຖານບ້ານໃຫ່ຍ ແລະ ນາຍບ້ານໃນຮອບທີ 1 ແລະ ຮອບທີ 2.
ໂອກາດນີ້ ທ່ານ ກໍລະກັນ ບຸດສະບາ ຫົວໜ້າເຂດຈຸດສຸມພັດທະນາທີ 6 ດອນຊາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກຮາກຖານ,ຄະນະໜວ່ຍພັກ,ນາຍບ້ານ ຍາດມາໄດ້ໃນໄລຍະຜ່ານມາ,ພ້ອມຮຽກຮ້ອງມາຍັງຄະນະພັກຮາກຖານ,ຄະນະໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍ ຕ້ອງສືບຕໍ່ຈັດຕັ້ງປະຕິບັດແຜນການສູ້ຊົນດ້ວຍການເອົາໃຈໃສ່ຂຸດຄົ້ນທ່າແຮງທີ່ບົ່ມຊ້ອນ ເຂົ້າການພັດທະນາທຸກຂົງເຂດວຽກງານພາຍໃນບ້ານໃຫ້ໜັກແໜ້ນເຂັ້ມແຂງ,ເອົາໃຈໃສ່ປຸກລະດົມສຶກສາອົບຮົມການເມືອງ,ນໍາພາແນວຄິດໃຫ້ສະມາຊິກພັກ ຕິດພັນກັບການສ້າງແຜນການ,ຊີ້ນໍາໆພາປະຊາຊົນຜະລິດສິນຄ້າໃຫ້ນັບມື້ນັບເພີ່ມຂື້ນ,ເຮັດແທ້ທໍາຈິງສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ອົງການຈັດຕັ້ງຂັ້ນບ້ານ,ເຕົ້າໂຮມຄວາມສາມັກຄີພາຍໃນ-ພາຍນອກໃຫ້ກວ້າງຂວາງ, ປັບປຸງລະບົບການເຮັດວຽກຢ່າງຈະແຈ້ງ,ເຮັດວຽກແບບລວມສູນປະຊາທິປະໄຕ,ສ້າງພະນັກ ງານສືບທອດປ່ຽນແທນ,ປະຕິບັດການສະຫຼຸບສ່ອງແສງລາຍງານໃຫ້ຂັ້ນເທິງເປັນປົກກະຕິ ໄປຄຽງຄູ່ກັບການເຮັດວຽກປອ້ງກັນຊາດ-ປອ້ງກັນຄວາມສະຫງົບ ເພື່ອຮັບປະກັນໃຫ້ບ້ານມີຄວາມສະຫງົບປອດໄພໂດຍພື້ນຖານ.
ຂ່າວ: ພອນ ບຸນອຸທິດ Tel & WhatsApp 020 5632 8844
ກວດແກ້ໂດຍ: ສະຫຍາມ ຈັນທະສອນ
ເພື່ອນຮ່ວມງານ 5/7/2022

ໂຄງການກໍ່ສ້າງສູນການຄ້າແຂວງເຊກອງ ເປີດໃຫ້ຈອງແລ້ວ -----ສູນການຄ້າ ແລະ ອາຄານ ເປັນສູນການຄ້າທີ່ທັນສະໄໝໃນແຂວງເຊກອງ ໂດຍແມ່ນ ບໍລິສ...
29/06/2022

ໂຄງການກໍ່ສ້າງສູນການຄ້າແຂວງເຊກອງ ເປີດໃຫ້ຈອງແລ້ວ
-----

ສູນການຄ້າ ແລະ ອາຄານ ເປັນສູນການຄ້າທີ່ທັນສະໄໝໃນແຂວງເຊກອງ ໂດຍແມ່ນ ບໍລິສັດສອນ ເປັນຜູ້ລົງທຶນຮັບເໝົາກໍ່ສ້າງ ແລະ ສໍາປະທານຈາກພາກລັດ ຊຶ່ງຕັ້ງຢູ່ເມືອງລະມາມ ກໍຄືເທສະບານແຂວງເຊກອງ, ເປັນອາຄານສູງ 4 ຊັ້ນ, ຂະໜາດ 36 x 57,6 ແມັດ ມີ 89 ຫ້ອງ, ແຕ່ລະຊັ້ນແຕກຕ່າງກັນໄປຄື: ຊັ້ນທີ I ມີ 30 ຫ້ອງ ເປັນປະເພດຫ້ອງໂຖງອາເນກປະສົງ, ຮ້ານຄ້າ, ໜ່ວຍບໍລິການ, ຊັ້ນທີ II ມີ 39 ຫ້ອງ ສ່ວນໃຫຍ່ເປັນປະເພດຂາຍເຄື່ອງທົ່ວໄປ, ຊັ້ນທີ III ມີ 15 ຫ້ອງ ປະກອບມີຫ້ອງປະຊຸມ 1 ຫ້ອງສາມາດຮອງຮັບໄດ້ຫຼາຍກວ່າ 300 ຄົນ, ເປັນຫ້ອງຂາຍເຄື່ອງຍີ່ຫໍ້ຕ່າງໆ, ຂາຍວັດສະດຸມີຄ່າ, ສ່ວນຊັ້ນທີ IV ມີ 5 ຫ້ອງ ປະກອບມີ ຮ້ານອາຫານ, ຊຸບເປີມາເກັດ, ບ່ອນຫຼິ້ນສໍາລັບເດັກ ແລະ ຫ້ອງການບໍລິການຕະຫຼາດ.

ທ່ານ ເພັດໄພບູນ ສີສະຫງ່າ ຫົວໜ້າພະແນກບໍລິຫານ ບໍລິສັດການຄ້າຂາອອກ-ຂາເຂົ້າເມືອງລະມາມ ຈໍາກັດຜູ້ດຽວ ໃຫ້ສໍາພາດຕໍ່ນັກຂ່າວແຂວງໃນວັນທີ 28 ມິຖຸນາ 2022 ວ່າ: ໂຄງການດັ່ງກ່າວ ເລີ່ມກໍ່ສ້າງມາແຕ່ປີ 2016 ແລະ ມີຈຸດປະສົງ ເພື່ອແນໃສ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຊາວຄ້າຂາຍ, ນັກລົງທຶນ ແລະ ກາຍເປັນຈຸດສໍາຄັນຂອງຕົວເມືອງລະມາມ ກໍຄືເທສະບານແຂວງເຊກອງ. ປັດຈຸບັນ ທາງບໍລິສັດພວກເຮົາໄດ້ອະນຸຍາດໃຫ້ບຸກຄົນ-ນິຕິບຸກຄົນເຂົ້າມາທ່ຽວຊົມ ແລະ ເປີດຈ່ອງຫ້ອງຂາຍເຄື່ອງຖາວອນພາຍໃນອາຄານເລີ່ມແຕ່ວັນທີ 21 ມິຖຸນາ 2022 ເປັນຕົ້ນໄປ ໂດຍຊັ້ນທີ I ລາຄາເຊົ່າ 500.000-1.500.000 ກີບຕໍ່ຫ້ອງຕໍ່ເດືອນ; ຊັ້ນທີ II ລາຄາເຊົ່າ 300.000-700.000 ກີບ; ຊັ້ນທີ III ລາຄາເຊົ່າ 250.000-500.000 ກີບ ແລະ ຊັ້ນທີ IV ລາຄາເຊົ່າ 200.000-300.000 ກີບຕໍ່ຫ້ອງຕໍ່ເດືອນ. ສໍາລັບທ່ານໃດທີ່ເຂົ້າມາຈ່ອງຫ້ອງຂາຍ ແລະ ເຊັນສັນຍາໃນຊ່ວງເທດສະການວາງສະແດງສິນຄ້າ ຊຶ່ງທ່ານຈ່ອງແລ້ວຫຼັງຈາກສໍາເລັດງານ ເປີດຮ້ານຂາຍເຄື່ອງເລີຍທາງບໍລິສັດມີນະໂຍບາຍສ່ວນຫຼຸດຟຣີຄ່າເຊົ່າຫ້ອງໄລຍະ 6 ເດືອນ.

ທ່ານ ເພັດໄພບູນ ສີສະຫງ່າ ໃຫ້ຮູ້ຕື່ມວ່າ: ໃນໂອກາດທີ່ທາງຄະນະພັກ-ອົງການປົກຄອງແຂວງ ໄດ້ຈັດງານວາງສະແດງສິນຄ້າ ເພື່ອສ້າງຂະບວນການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມປີ 2022 ໃນລະ ຫວ່າງວັນທີ 29 ມິຖຸນາ ຫາ ວັນທີ 3 ກໍລະກົດ 2022 ທີ່ສູນການຄ້າແຂວງເຊກອງດ້ານໃນອາຄານ ໂດຍມີຜູ້ປະກອບການຈາກ 4 ແຂວງພາກໃຕ້ຂອງ ສປປ ລາວຄື: ເຊກອງ, ສາລະວັນ, ຈໍາປາສັກ, ອັດຕະປື ແລະ 4 ແຂວງພາກກາງ ສສ ຫວຽດນາມຄື: ກວາງນາມ, ກອນຕູມ, ນະຄອນດານັງ ແລະ ແຂວງເທື່ອທຽນເຫວ້ ເຂົ້າຮ່ວມ; ສໍາລັບດ້ານນອກ ທາງບໍລິສັດໄດ້ຈັດເປັນໂຊນ ແລະ ເປີດບູດໃຫ້ຜູ້ປະກອບການ, ຫົວໜ່ວຍທຸລະກິດພາກລັດ-ເອກະຊົນ ແລະ ພໍ່ຄ້າຊາວຂາຍທີ່ຢູ່ພາຍໃນແຂວງ ແລະ ຕ່າງແຂວງ ຈອ່ງຂາຍເຄື່ອງດ້ານນອກຄື: ບຸດປະເພດ A ຂາຍອາຫານ ແລະ ເຄື່ອງດື່ມມີ 22 ບຸດ ຂະໜາດ 3 x 3 ແມັດ ລາຄາເຊົ່າ 75.000 ກີບຕໍ່ບຸດຕໍ່ງານ; ບຸດ B ຂາຍເສື້ອຜ້າ ແລະ ສິນຄ້າທົ່ວໄປມີ 43 ບຸດ ຂະໜາດ 3 x 3 ແມັດ ລາຄາເຊົ່າ 55.000 ກີບຕໍ່ບຸດຕໍ່ງານ. ສອບຖາມຂໍ້ມູນເພີ່ມຕື່ມ ສໍາລັບລູກຄ້າທີ່ສົນໃຈຢາກຈ່ອງໂທ: 020 966 635 15 ຫຼື ເຂົ້າໄປພົວພັນທີ່ບໍລິສັດໂດຍກົງ.
-----
(ຂ່າວ-ພາບ: ສັນຍາ)

ປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ແຂວງເຊກອງ   ໃນວັນທີ​ 4 ພຶດສະພາ​ ນີ້ ທ່ານ​ ປອ​ ໄຊສົມພອນ ພົມວິຫານ​ ກຳມະການກົມກ...
04/05/2022

ປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ແຂວງເຊກອງ

ໃນວັນທີ​ 4 ພຶດສະພາ​ ນີ້ ທ່ານ​ ປອ​ ໄຊສົມພອນ ພົມວິຫານ​ ກຳມະການກົມການເມືອງສູນກາງພັກ​ ປະທານສະພາແຫ່ງຊາດ​ ພ້ອມຄະນະ​ ລົງເຄື່ອນໄຫວຕິດຕາມ ຊຸກ ຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ຢູ່ແຂວງເຊກອງ ໂດຍການຕ້ອນຮັບຂອງທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງເຊກອງ, ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງ, ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ ແລະ​ ຄະນະປະຈໍາ​ພັກ​ແຂວງ,​ ກຳມະການພັກແຂວງ, ຄະນະປະຈຳ​ ສະພາປະຊາຊົນແຂວງ​ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

[26-4-2022] ເຈົ້າແຂວງເຊກອງພົບປະຢ້ຽມຢາມປະຊາຊົນ ບ້ານກັນດອນໃໝ່++++++++++ຕອນເຊົ້າວັນທີ 22 ເມສາ 2022 ນີ້, ທ່ານ ເຫລັກໄຫລ ສີວິໄ...
26/04/2022

[26-4-2022] ເຈົ້າແຂວງເຊກອງພົບປະຢ້ຽມຢາມປະຊາຊົນ ບ້ານກັນດອນໃໝ່
++++++++++
ຕອນເຊົ້າວັນທີ 22 ເມສາ 2022 ນີ້, ທ່ານ ເຫລັກໄຫລ ສີວິໄລ, ເລຂາພັກແຂວງ,ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມອຳນາດການປົກຄອງ ແລະ ປະຊາຊົນ ບ້ານ ກັນດອນໃໝ່, ໂດຍມີທ່ານ ແສງລາຕີ ຫຼອມຍະເດດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງທ່າແຕງ, ພ້ອມດ້ວຍຄະນະ ແລະ ອຳນາດການປົກຄອງບ້ານ ແລະ ປະຊາຊົນບ້ານດັ່ງກ່າວໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນການລົງເຄື່ອນໄຫວຢ້ຽງຢາມຄັ້ງນີ້ ກ່ອນອື່ນ ທ່ານກໍໄດ້ ຮັບຟັງ ການລາຍງານສະພາບລວມໂດຍຫຍໍ້ ຈາກທ່ານ ວິພັດ ແສງມະນີ ເລຂາພັກບ້ານ, ນາຍບ້ານກັນດອນໃໝ່. ພາຍໃນບ້ານກັນດອນໃໝ່ ມີພົນລະເມືອງທັງໝົດ 1377 ຄົນ, 711 ຄົນ, ມີເນື້ອທີ່ນາທັງໝົດ 140 ເຮັກຕາ, ສວນສາລີ 1 ເຮັກຕາ, ຜົນຜະລິດ 2,5 ໂຕນ, ສວນກ້ວຍ 2 ເຮັກຕາ, ຜົນຜະລິດ 16,8 ໂຕນ, ສວນມັນຕົ້ນ 94,8 ເຮັກຕາ, ຜົນຜະລິດ 1,516,8 ໂຕນ.ນອກນັ້ນ ຍັງມີສັດລ້ຽງປະເພດງົວ, ຄວາຍ, ໝູ ແລະ ສັດປີກອື່ນໆ. ພາຍຫຼັງທີ່ໄດ້ຮັວຟັງການລາຍງານດັ່ງກ່າວແລ້ວ, ທ່ານເຈົ້າແຂວງເຊກອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກບ້ານ ທີ່ໄດ້ທຸ່ມເທທຸກເຫື່ອແຮງຊີ້ນໍາໆພາ ເຮັດໃຫ້ວຽກງານຕ່າງໆພາຍໃນບ້ານມີທ່ວງທ່າຂະຫຍາຍຕົວ. ພ້ອມນັ້ນ ກໍໄດ້ໂອ້ລົມ ໂດຍເນັ້ນໃຫ້ຄະນະພັກບ້ານ-ນາຍບ້ານ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນພາຍໃນບ້ານໄດ້ຮັບຮູ້ ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍທີ່ດິນ ແລະ ກົດໝາຍຄອບຄົວ, ຍົກສູງຄວາມເປັນລະບຽບຮຽບຮ້ອຍພາຍໃນບ້ານ, ຫັນການຜະລິດໃຫ້ກາຍເປັນສິນຄ້າ, ໂອກາດດັ່ງກ່າວ ກໍ່ໄດ້ມີການມອບເງິນ ຈຳນວນ 10 ລ້ານກີບ ໃຫ້ແກ່ບ້ານກັນດອນໃໝ່ເພື່ອນຳໃຊ້ເຂົ້າໃນການສ້ອມແປງສາລາກວນບ້ານ ໃນການທໍາພິທີປະເພນີຕ່າງໆຂອງບ້ານ.
ແລະມາໃນຕອນບ່າຍຂອງວັນດຽວກັນ ທ່ານ ເຫລັກໄຫລ ສີວິໄລ, ເລຂາພັກແຂວງ,ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະ ກໍໄດ້ໄປພົບປະຢ້ຽມຢາມອຳນາດການປົກຄອງ ແລະ ປະຊາຊົນ ບ້ານຫົວເຊໂດນ. ໂດຍທ່ານກໍໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມຂອງບ້ານ ຈາກ ທ່ານ ຢວກ ກຳວົງສາ ຮອງນາຍບ້ານຫົວເຊໂດນ. ກ່ຽວກັບການສ້າງເສດຖະກິດຄອບຄົວ ການປູກ-ການລ້ຽງ ແລະ ອື່ນໆ. ໂດຍສະເພາະ ການປູກກາເຟທີ່ເຫັນວ່າພົ້ນເດັ່ນ ເຊິ່ງມີເນື້ອທີ່ກາເຟ 569,24 ເຮັກຕາ, ຜົນຜະລິດ 284,62 ໂຕນ, ເນື້ອທີ່ປູກກ້ວຍ 3 ເຮັກຕາ ຜົນຜະລິດ 15 ໂຕນ, ມັນຕົ້ນ 333 ເຮັກຕາ, ຜົນຜະລິດ 3.300 ໂຕນ ແລະວຽກງານອື່ນໆ. ພ້ອມນັ້ນບ້ານກໍໄດ້ສະເໜີບັນຫາຕ່າງໆ ເພື່ອໃຫ້ທ່ານຮັບຊາບ. ໂອກາດນີ້ ທ່ານ ເຫຼັກໄຫຼສີວິໄລ ເລຂາພັກແຂວງ,ເຈົ້າແຂວງເຊກອງ ກໍໄດ້ໂອ້ລົມ ແລະ ຮັບເອົາຄຳສະເໜີຂອງບັນດາບ້ານເພື່ອນຳໄປຄົ້ນຄວ້າພິຈາລະນາປຶກສາຫາລືກັນຕາມຂັ້ນຕອນ. ພ້ອມນັ້ນກໍເນັ້ນໃຫ້ຄະນະພັກບ້ານ-ນາຍບ້ານ ສຶບຕໍ່ສຸກຍູ້ໃນການພັດທະນາບ້ານ, ພັດທະນາເສດຖະກິດຄອບຄົວໃຫ້ເຂັ້ມແຂງ, ຜະລິດເປັນສິນຄ້າໃຫ້ຫຼາຍຂື້ນ, ເອົາໃຈໃສ່ປົກປັກຮັກສາປ່າໄມ້ຢູ່ເຂດຕົ້ນນ້ຳຫົວເຊໂດນ ແລະ ຮ່ວມກັນປູກໄມ້ໃຫ້ເປັນປ່າລະຫວ່າງຂັ້ນແຂວງ-ເມືອງ ແລະ ບ້ານ, ຕອນທ້າຍ ກໍໄດ້ມີການມອບ-ຮັບອຸປະກອນການຮຽນ ແລະ ອຸປະກອນກິລາໃຫ້ແກ່ບ້ານຫົວເຊໂດນຕື່ມອີກ.
ຂ່າວ: ເຈີນແດນ ວົງວິຈິດ 55808242
ກວດແກ້: ລັດຕະນະພອນ ກອງໄຊສະຫວັດ

Address

Thateng

Alerts

Be the first to know and let us send you an email when ແຂວງເຊກອງ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category