INFO. - ອິນໂຟ

  • Home
  • INFO. - ອິນໂຟ

INFO. - ອິນໂຟ Info. - ອິນໂຟ - to know what you don't know

ປະກາດປິດປັບປຸງເພຈຢ່າງບໍ່ມີກຳນົດ.     ອິນໂຟຂໍຂອບໃຈຜູ້ຕິດຕາມທຸກຄົນ ທີ່ມອບຄວາມຮັກ, ໃຫ້ຄວາມສົນໃຈ, ສະໜັບສະໜູນ ແລະ ຕິດຕາມອິນໂຟ...
18/09/2022

ປະກາດປິດປັບປຸງເພຈຢ່າງບໍ່ມີກຳນົດ.

ອິນໂຟຂໍຂອບໃຈຜູ້ຕິດຕາມທຸກຄົນ ທີ່ມອບຄວາມຮັກ, ໃຫ້ຄວາມສົນໃຈ, ສະໜັບສະໜູນ ແລະ ຕິດຕາມອິນໂຟມາຕະຫຼອດ. 🙏🏻

ຂໍຂອບໃຈຜູ້ສະໜັບສະໜູນທັງໝົດຂອງອິນໂຟ ທີ່ໃຫ້ການສະໜັບສະໜູນພວກເຮົາ ແລະ ຊຸມຊົນນັກຂຽນອິດສະຫຼະຂອງເຮົາ ທີ່ນຳເອົາເລື່ອງລາວດີໆມາແບ່ງປັນສູ່ສັງຄົມ ແລະ ເປັນສ່ວນສຳຄັນທີ່ເຮັດໃຫ້ເຮົາສາມາດ ສ້າງຄອນເທັ້ນໄດ້ເລື້ອຍໆມາ.

ທຸກທ່ານຍັງສາມາດເຂົ້າໄປເບິ່ງວິດີໂອ ແລະ ອ່ານຄອນເທັ້ນເກົ່າໆຂອງພວກເຮົາໄດ້ສະເໝີ.

ດ້ວຍຄວາມເຄົາລົບ,
Info. - Team

Until we meet again 💙

INFO.- Remake | 5ໂຣກວິຕົກກັງວົນ ທີ່ພົບໄດ້ຫຼາຍໃນຄົນໄວເຮັດວຽກມື້ນີ້ເຮົາມາແນະນໍາ 5ໂຣກວິຕົກກັງວົນທີ່ເຮົາສາມາດພົບເຫັນໃນກຸ່ມຄົ...
17/09/2022

INFO.- Remake | 5ໂຣກວິຕົກກັງວົນ ທີ່ພົບໄດ້ຫຼາຍໃນຄົນໄວເຮັດວຽກ
ມື້ນີ້ເຮົາມາແນະນໍາ 5ໂຣກວິຕົກກັງວົນທີ່ເຮົາສາມາດພົບເຫັນໃນກຸ່ມຄົນໄວເຮັດວຽກ ດັ່ງນິີ້:
1. ໂຣກວິຕົກກັງວົນທົ່ວໄປ (Generalized Anxiety Disorder)
ແມ່ນເກີດຄວາມກັງວົນທີ່ຫຼາຍກວ່າປົກກະຕິໃນເລື່ອງທົ່ວໄປໃນຊີວິດປະຈໍາວັນ ເຊັ່ນ: ເລື່ອງວຽກ, ຄອບຄົວ, ສຸຂະພາບ, ການຮຽນ ເຊິ່ງຜູ້ປ່ວຍຍັງສາມາດລະງັບຄວາມຮູ້ສຶກໄດ້ດ້ວຍຕົນເອງ ແຕ່ຜູ້ປ່ວຍຍັງຮູ້ສຶກແບບເກົ່າຫຼາຍກວ່າ 6ເດືອນ ບໍ່ສາມາດປັບຕົວໃຫ້ຮັບມືກັບເຫດການຕ່າງໆໄດ້ ອາດເຮັດໃຫ້ເກີດຄວາມອ່ອນເພີຍ, ກະວົນກະວາຍ, ບໍ່ມີສະມາທິ, ຫງຸດຫງິດງ່າຍ ແລະ ນອນບໍ່ຫຼັບ ຫຼື ນອນຫຼັບບໍ່ສະນິດ ຖ້າມີອາການໃນລັກສະນະນີ້ຄວນເຂົ້າພົບແພດເພື່ອຫາແນວທາງຮັກສາຕໍ່ໄປ.
2. ໂຣກແພນິກ (Panic Disorder)
ເປັນໂຣກວິຕົກກັງວົນ ທີ່ເກີດຈາກຄວາມກັງວົນໂດຍບໍ່ມີສາເຫດ, ຕື່ນຕົກໃຈ, ຢ້ານວ່າຈະຄວບຄຸມຕົວເອງບໍ່ໄດ້ ຫຼື ຕາຍ ມີອາການເຈັບປ່ວຍໜ້ອຍໜຶ່ງກໍມີຄວາມວິຕົກກັງວົນເຊັ່ນ: ຢ້ານວ່າເປັນໂຣກຮ້າຍ ເຊິ່ງໃນຄວາມເປັນຈິງນັ້ນບໍ່ໄດ້ປ່ວຍທາງກາຍ ແຕ່ປ່ວຍທາງໃຈ, ອາການວິຕົກກັງວົນເກີນເຫດ ອາດເກີດເປັນໄລຍະ ເຮັດໃຫ້ເຫື່ອອອກ, ໃຈສັ່ນ, ຫົວໃຈເຕັ້ນໄວ, ອອກຮ້ອນ, ແໜ້ນໜ້າເອິກ,ໜ້າມືດຄ້າຍຈະເປັນລົມ, ອາການແບບນີ້ອາດເຮັດໃຫ້ເສຍສຸຂະພາບຈິດ ແລະ ອາດນໍາໄປສູ່ການເກີດໂຣກອື່ນໆຕາມມາ ເຊັ່ນ: ພາວະຊຶມເສົ້າເປັ້ນຕົ້ນ.
3. ໂຣກຢ້ານສັງຄົມ (Social Phobia)
ແມ່ນອາການວິຕົກກັງວົນທີ່ຈະນໍາໄປຢູ່ໃນສະຖານະການທີ່ຄິດວ່າຕ້ອງຖືກຈັບຕາເບິ່ງ ເຮັດໃນເລື່ອງທີ່ໜ້າອາຍ ຕ້ອງລົບໜ້າເພາະຮູ້ສຶກປະໜາດ ແລະ ມັກກຄິດໃນແງ່ລົບວ່າຄົນອື່ນຈະນິນທາລັບຫຼັງ ເຮັດໃຫ້ສົ່ງຜົນກະທົບຕໍ່ການໃຊ້ຊີວິດປະຈໍາວັນ ເຮັດໃຫ້ເກີດອາການໜ້າແດງ, ເຫື່ອອອກ, ປວດຮາກ, ຫົວໃຈເຕັ້ນແຮງ, ປວດຫົວ ແລະ ທີ່ສໍາຄັນໂຣກນີ້ມັກແຝງຢູ່ໃນຄົນທີ່ເບິ່ງພາຍນອກຮ່າງກາຍກໍສົມບູນແຂງແຮງດີ ແລະ ບໍ່ມີອາການປ່ວຍ ເຊິ່ງສາເຫດຂອງອາການນີ້ອາດເກີດຈາກການລ້ຽງດູທີ່ຂາດທັກສະການເຂົ້າສັງຄົມ ຫຼື ກ່ຽວຂ້ອງກັບລະບົບການເຮັດວຽກຂອງສະໝອງທີ່ເກີດຈາກກໍາມະພັນ.
4. ໂຣກຢ້ານແບບສະເພາະ (Phobia)
ເປັນອາການວິຕົກກັງວົນທີ່ຫຼາຍເກີນໄປໃນບາງເລື່ອງແບບສະເພາະເຈາະຈົງເຊັ່ນ: ຢ້ານເລືອດ, ຢ້ານບ່ອນແຄບ, ຢ້ານຄວາມມືດ ລວມເຖິງຢ້ານໝາ ແລະ ແມວ ເປັນຕົ້ນ, ເຖິງວ່າຈະຮູ້ສຶກຢ້ານແບບບໍ່ສົມເຫດສົມຜົນແຕ່ກໍບໍ່ສາມາດຫ້າມບໍ່ໃຫ້ຢ້ານສິ່ງນັ້ນໄດ້ ພະຍາຍາມຫຼີກລ້ຽງກັບສິ່ງທີ່ຕົວເອງຢ້ານ, ຜູ້ປ່ວຍມັກເກີດປະຕິກິລິຍາທາງຮ່າງກາຍຂຶ້ນມາຖ້າຢູ່ໃນສະຖານະການສະເພາະເຈາະຈົງເຊັ່ນ: ໜ້າມືດ, ມື-ຕີນເຢັນ ອາດເຮັດໃຫ້ໃຈສັ່ນ, ຫາຍໃຈລໍາບາກ ແລະ ເຫື່ອອອກ.
5. ໂຣກຍໍ້າຄິດຍໍ້າທໍາ (Obsessive Compulsive Disorder)
ຄວາມວິຕົກກັງວົນທີ່ເກີດຈາກການຄິດວົນໄປວົນມາ ເຮັດໃຫ້ເກີດພຶດຕິກໍາທີ່ຕອບສະໜອງຕໍ່ເຫດການແບບຊໍ້າໆ ກໍໃຫ້ເກີດຄວາມວິຕົກກັງວົນ ເຖິງວ່າອາການແບບນີ້ຈະບໍ່ຮ້າຍແຮງ ຫຼື ສົ່ງຜົນກະທົບຕໍ່ການດໍາເນີນຊີວິດປະຈໍາວັນ ແຕ່ກໍເຮັດໃຫ້ເສຍເວລາຊີວິດໄປກັບພຶດຕິກໍາເຫຼົ່ານີ້ບໍ່ໜ້ອຍ ເຊິ່ງອາການແບບນີ້ຈະພົບໃນຄົຍໄວເຮັດວຽກເຊັ່ນ:ຄິດວ່າລືມລ໋ອກປະຕູບ້ານ, ຄິດວ່າລືມປິດໄຟແລ້ວກໍຢ່າງກັບໄປເບິ່ງອີກຮອບເປັນຕົ້ນ.
ອ່ານບົດຄວາມເພີ່ມເຕີມໄດ້ທີ່: https://www.facebook.com/infolaopdr/photos/364811095130273
_____
ຊ່ອງທາງຕິດຕາມອື່ນໆ:
Tiktok: www.tiktok.com/
Facebook: https://rebrand.ly/infolaopdr
Youtube: https://rebrand.ly/thepasstudio
Instagram: https://rebrand.ly/Infolaos
Soundcloud: https://rebrand.ly/soundlcoud_infolaopdr
Apple Podcast: https://rebrand.ly/applepodcast_infolaopdr

INFO.- ອິນໂຟ | ຮູ້ສຶກວ່າໜ້າຕົວເອງບໍ່ເທົ່າກັນ ບັນຫາໂລກແຕກຂອງໃຜຫຼາຍໆຄົນ.ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance ...
17/09/2022

INFO.- ອິນໂຟ | ຮູ້ສຶກວ່າໜ້າຕົວເອງບໍ່ເທົ່າກັນ ບັນຫາໂລກແຕກຂອງໃຜຫຼາຍໆຄົນ.
ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Writer
______________
ສະຫນັບສະຫນຸນຄອນເທັ້ນນີ້ໂດຍ Pastel Creative Laos
______________
ໃນຫຼາຍໆຄົນ ອາດຮູ້ສຶກຕົວເອງວ່າເປັນຄົນໜ້າບໍ່ເທົ່າກັນ, ໜ້າບ້ຽວ, ຄາງບໍ່ເທົ່າກັນ, ກາມບໍ່ສະເໝີ ກັນ ຈົນສົ່ງໃຫ້ຂາດຄວາມໝັ້ນໃຈໃນການຖ່າຍຮູບ ໂດຍສະເພາະໃນການຖ່າຍຮູບຕິດບັດ ທີ່ເມື່ອຖ່າຍ ອອກມາຍິ່ງຈະເຫັນຄວາມບໍ່ເທົ່າກັນຂອງໃບໜ້າໄດ້ຢ່າງຊັດເຈນ.

ເຊິ່ງຫຼາຍຄົນກໍອາດບໍ່ມີຄວາມໝັ້ນໃຈໃນການຖ່າຍຮູບອີກເລີຍ ໂດຍອາດຈະເລືອກຫັນຂ້າງມາຖ່າຍສະເພາະຂ້າງທີ່ຕົວເອງມີຄວາມໝັ້ນໃຈ ຫຼື ຫຼາຍຄັ້ງເມື່ອຖ່າຍຮູບອອກມາແລ້ວກໍປິ້ນຮູບເພື່ອໃຫ້ເຫັນຂ້າງໃບໜ້າທີ່ຕົນມີຄວາມໝັ້ນໃຈຫຼາຍກວ່າ.

#ເຊີ່ງສາເຫດທີ່ເຮັດໃຫ້ໜ້າເຮົາບໍ່ເທົ່າກັນມີສາເຫດມາຈາກຫຍັງໄດ້ແນ່?

(1) ກຳມະພັນ ຫຼື ໂຣກບາງຊະນິດ.
ເມື່ອພໍ່ແມ່ກໍມີໃບໜ້າບໍ່ເທົ່າກັນ ກໍສາມາດສົ່ງຜົນເຮັດໃຫ້ໃບໜ້າຂອງເຮົາບໍ່ເທົ່າກັນກໍໄດ້ສູງ ແລະ ໃຜທີ່ ເປັນໂຣກປາກບ້ຽວ Bell’s Palsy, ໂຣກຄໍງ່ຽງ Torticollis ກໍຈະເປັນສາເຫດຫຼັກໆທີ່ເຮັດໃຫ້ໃບໜ້າບໍ່ເທົ່າ ກັນ.

(2) ການໃຊ້ຊີວິດ.
ໃນບາງຄົນອາດມັກນອນຕະແຄງຂ້າງໄດ້ຂ້າງໜຶ່ງຫຼາຍ ຫຼື ບາງຄົນອາດມັກຢ້ຳອາຫານຂ້າງໃດຂ້າງໜຶ່ງຫຼາຍກວ່າ ທັງ 2 ຢ່າງນີ້ກໍເປັນສາເຫດທີ່ຫຼາຍຄົນມັກເບິ່ງຂ້າມ ເພາະເປັນການໃຊ້ຊີວິດປະຈຳວັນທີ່ອາດເບີ່ງວ່າບໍ່ຜົນຕໍ່ໃບໜ້າ ແຕ່ໃນຄວາມເປັນຈິງເມື່ອສະສົມໄປເລື້ອຍໆໃບໜ້າອາດບໍ່ເທົ່າກັນໄດ້

(3) ກະດູກເຕີບໃຫຍ່ບໍ່ເທົ່າບໍ່ກັນ.
ເມື່ອກະດູກຂະຫຍາຍອອກໄດ້ເຕັມທີ່ແລ້ວ ຫຼື ຢູ່ໃນຊ່ວງໄວຈະເລີນພັນ. ກະດູກບາງບ່ອນ ອາດຈະຍັງຂະ ຫຍາຍໃຫຍ່ຕໍ່ໄປໄດ້ອີກເລັກນ້ອຍ ເເຕ່ອີກບາງບ່ອນອາດຢຸດຂະຫຍາຍຕົວ, ຈຶ່ງເຮັດກະດູກຂະຫຍາຍ ອອກບໍ່ເທົ່າກັນ ແລະ ເມື່ອມັນເກີດຂື້ນຢູ່ທີ່ໃບໜ້າ ຈຶ່ງເຮັດໃບໜ້າບິດບ້ຽວ ຫຼື ບໍ່ເທົ່າກັນ.

#ວິທີແກ້ເພື່ອເຮັດໃຫ້ໃບໜ້າເຮົາເບີ່ງເທົ່າກັນມີວິທີດັ່ງນີ້:

#ການແຕ່ງໜ້າສາມາດຊ່ວຍໄດ້. ຖ້າຫາກໃຜທີ່ມີໃບໜ້າບໍ່ເທົ່າກັນເລັກນ້ອຍເຊັ່ນ: ປາກບໍ່ເທົ່າກັນ, ຄີ້ວ ບໍ່ເທົ່າກັນ,ຕາບໍ່ເທົ່າກັນ ການແຕ່ງໜ້າເພື່ອປິດບັງສິ່ງເລັກໆນ້ອຍໆແບບນີ້ກໍສາມາດຊ່ວຍໄດ້.

#ບໍລິຫານໃບໜ້າ. ເຊັ່ນການອ້າງປາກ, ການບີບ, ການໜວດ, ບໍລິເວນໃບໜ້າກໍສາມາດຊ່ວຍໄດ້ອີກ ທາງໜຶ່ງ.

#ການສັນຍາກຳ. ແນ່ນອນວ່າການສັນຍາກຳສາມາດຊ່ວຍໄດ້ຢ່າງແນ່ນອນບໍ່ວ່າຈະເປັນບັນຫາຕ່າງໆ ໃນໃບໜ້າ ແຕ່ກໍຕ້ອງແລກມາດ້ວຍຄ່າໃຊ້ຈ່າຍໃນລາຄາທີ່ສູງ ເພື່ອຈະເຮັດໃຫ້ໄດ້ຕາມທີ່ຕົວເອງຕ້ອງ ການ.

#ປັບປ່ຽນຄວາມຄິດ. ໃນຄວາມເປັນຈິງແລ້ວ ໃບໜ້າຂອງຄົນເຮົາທຸກຄົນກໍບໍ່ໄດ້ເທົ່າກັນ, ບໍ່ໄດ້ສະເໝີກັນຢູ່ແລ້ວ ແຕກຕ່າງກັນທີ່ບາງຄົນຈະບໍ່ເທົ່າກັນຫຼາຍ ຫຼື ໜ້ອຍພຽງເທົ່ານັ້ນ ເຊີ່ງມັນກໍເປັນເລື່ອງປົກກະຕິທີ່ທຸກຄົນເປັນກັນ. ດັ່ງນັ້ນ, ບາງຄັ້ງຄວາມບໍ່ເທົ່າກັນຂອງໃບໜ້າ ອາດມີແຕ່ເຮົາເທົ່ານັ້ນທີ່ເຫັນ ຄົນອື່ນໆອາດບໍ່ເຫັນວ່າໃບໜ້າຂອງເຮົາບໍ່ເທົ່າກັນ.

ອ້າງອີງ:

(1) https://www.youtube.com/watch?v=5p1vPvGfIUU
(2) https://www.vertexclinic.com/fix-unequal-faces/
(3) https://www.vsquareclinic.com/tips/uneven-cheeks/
___________________________________
ຊ່ອງທາງຕິດຕາມອື່ນໆ:
Facebook: https://rebrand.ly/infolaopdr
Youtube: https://rebrand.ly/thepasstudio
Instagram: https://rebrand.ly/Infolaos
Soundcloud: https://rebrand.ly/soundlcoud_infolaopdr
Apple Podcast: https://rebrand.ly/applepodcast_infolaopdr

INFO.- ອິນໂຟ | ທຳຄວາມຮູ້ຈັກກັບ Ambivert ຜູ້ທີ່ຢູ່ລະຫວ່າງກາງ ລະຫວ່າງ Introvert ກັບ Extrovert.ບົດຄວາມຈາກຜູ້ເຂົ້າຮ່ວມ progr...
16/09/2022

INFO.- ອິນໂຟ | ທຳຄວາມຮູ້ຈັກກັບ Ambivert ຜູ້ທີ່ຢູ່ລະຫວ່າງກາງ ລະຫວ່າງ Introvert ກັບ Extrovert.
ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Writer
ເມື່ອເວົ້າເຖິງການຈຳແນກບຸກຄະລິກກະພາບ ຫຼາຍຄົນອາດຈະລຶ້ງເຄີຍກັບຄຳວ່າ “Introvert” ກັບ “Extrovert” ເຊິ່ງມີລັກສະນະແຕກຕ່າງກັນສຸດຂົ້ວ. Extrovert ເປັນຄົນທີ່ມັກເຂົ້າສັງຄົມ, ສື່ສານໄດ້ດີ ແລະ ບໍ່ມັກການຢູ່ຄົນດຽວ; ສ່ວນ Introvert ເປັນຄົນທີ່ບໍ່ມັກເຂົ້າສັງຄົມ, ມັກຢູ່ຄົນດຽວ ແລະ ເປັນຜູ້ຟັງທີດີ. ແຕ່ທ່ານເຄີຍຮູ້ບໍ່ວ່າ ຍັງມີອີກບຸກຄະລິກກະພາບໜຶ່ງທີ່ຢູ່ລະຫວ່າງກາງຂອງທັງສອງ ນັ້ນກໍ່ຄື “Ambivert”.
“Ambivert” ເປັນບຸກຄະລິກກະພາບຂອງຄົນທີ່ຢູ່ເຄິ່ງກາງລະຫວ່າງ “Introvert” ແລະ “Extrovert” ເຊິ່ງມີສ່ວນປະສົມບາງຢ່າງຂອງທັງສອງເຂົ້ານຳກັນ. Ambivert ຍັງມີອີກຫຼາຍໆຊື່ທີ່ໄວ້ໃຊ້ເອີ້ນເຊັ່ນ:
· Outgoing introvert: ສາມາດເຂົ້າສັງຄົມໄດ້ ຖ້າຈຳເປັນ.
· Antisocial extrovert: Extrovert ທີ່ຕ້ອງການຢູ່ຄົນດຽວເພື່ອເຕີມພະລັງ ກ່ອນໄປພົບປະຜູ້ຄົນໃນສັງຄົມ ຫຼື ອາດຈະມັກຢູ່ຄົນດຽວຫຼາຍກວ່າ Extrovert ທົ່ວໄປ.
· Social Introvert: Introvert ທີ່ສາມາດປ່ຽນເປັນ Extrovert ໄດ້ເມື່ອມີຄວາມຈຳເປັນ.
ຂໍ້ດີຂອງການເປັນ Ambivert ມີດັ່ງນີ້:
1) ປັບຕົວເຂົ້າກັບສະຖານະການຕ່າງໆໄດ້ດີ.
ບໍ່ວ່າຈະຢູ່ໃນສະຖານະການໃດ ການປັບຕົວຖືວ່າເປັນສິ່ງທີ່ເຮົາຄວນເຮັດ, ການເປັນຄົນ Ambivert ຈະຊ່ວຍໃຫ້ເຮົາຮູ້ວ່າຈະເປີດໂໝດໃດ ໃນສະຖານະການແບບໃດ ເຊັ່ນ: ໃນການເຮັດວຽກທີ່ຕ້ອງການສະມາທິສູງ ເຮົາກໍຕ້ອງມີບຸກຄະລິກກະພາບແບບ Introvert, ແຕ່ເມື່ອໃດທີ່ເຮົາຕ້ອງເຮັດວຽກເປັນທີມ ທີ່ຈຳເປັນຕ້ອງສື່ສານກັບເພື່ອນຮ່ວມງານຫຼາຍຄົນ ເຮົາກໍຄວນເປີດໂໝດ Extrovert ເປັນຕົ້ນ.
2) ມີຄວາມຍືດຍຸ່ນໃນການເຮັດວຽກ.
ການວິໄຈໃນມະຫາວິທະຍາໄລ Pennsylvania ປະເທດສະຫະລັດອາເມລິກາພົບວ່າ ພະນັກງານຂາຍທີ່ມີລັກສະນະ Ambivert ຈະສາມາດປິດການຂາຍສິນຄ້າໄດ້ດີ ແລະ ສາມາດສ້າງລາຍໄດ້ໃຫ້ແກ່ບໍລິສັດຫຼາຍກວ່າຄົນທີ່ມີບຸກຄະລິກກະພາບແບບອື່ນ. ເພາະການເປັນ Ambivert ຈະມີລັກສະນະພິເສດທີ່ສາມາດໃຊ້ໃນການຂາຍສິນຄ້າໄດ້ດີເຊັ່ນ: ການນຳສະເໜີສັບພະຄຸນຂອງສິນຄ້າໃຫ້ແກ່ລູກຄ້າ ແລະ ຈະມີຊ່ວງເວລາງຽບ ເພື່ອໃຫ້ລູກຄ້າໄດ້ຕັດສິນໃຈດ້ວຍຕົວເອງ.
3) ມີລັກສະນະໃນການເປັນຜູ້ຟັງທີ່ດີ ແລະ ຍັງສາມາດສື່ສານໄດ້ດີ.
ການເປັນ Ambivert ທີ່ໄດ້ສ່ວນປະສົມລະຫວ່າງ Introvert ແລະ Extrovert ເຮັດໃຫ້ສາມາດນຳໃຊ້ທັກສະທີ່ເປັນປະໂຫຍດຂອງທັງສອງຢ່າງ ໃນສະຖານະການທີ່ແຕກຕ່າງກັນ. ຕົວຢ່າງໃນທີ່ປະຊຸມ Ambivert ຈະຮູ້ວ່າຊ່ວງໃດຄວນງຽບເພື່ອຮັບຟັງ ແລະ ຊ່ວງໃດຄວນສະເໜີຄຳຄິດຄຳເຫັນ, ຕ່າງຈາກ Introvert ແລະ Extrovert ທີ່ອາດຈະມີລັກສະນະເດັ່ນສະເພາະດ້ານໃດດ້ານໜຶ່ງ.
4) ສາມາດສ້າງຄວາມສຳພັນທີ່ດີທັງຄົນທີ່ເປັນ Introvert ແລະ Extrovert.
ເນື່ອງຈາກມີຄວາມເຂົ້າໃຈໃນບຸກຄະລິກກະພາບຂອງທັງສອງຝ່າຍ ເຮັດໃຫ້ Ambivert ຖືເປັນກຸ່ມຄົນທີ່ສາມາດເຂົ້າກັບຄົນອື່ນໄດ້ດີ ແລະ ເປັນທີ່ໄວ້ວາງໃຈຂອງຄົນອ້ອມຂ້າງ.
ບໍ່ວ່າເຮົາຈະມີບຸກຄະລິກກະພາບແບບໃດ ສິ່ງສຳຄັນຄືການຮູ້ຈັກປັບຕົວໃຫ້ເຂົ້າກັບສະຖານະການຕ່າງໆ ແລະ ຮູ້ຈັກນຳໃຊ້ຈຸດແຂງ, ພັດທະນາຈຸດອ່ອນໃຫ້ດີຂຶ້ນ ເພື່ອຄວາມກ້າວໜ້າຂອງຕົວເຮົາເອງ.

ທີ່ມາຂອງຂໍ້ມູນ:
1. https://www.longtunman.com/34594
2. https://www.mindspringconsulting.com/2021/10/21/who-is-ambivert/
3. มารู้จักกับ Ambivert อีก 1 บุคลิกภาพ ส่วนผสมระหว่าง Introvert และ Extrovert (ananda.co.th)
________________________
ຊ່ອງທາງຕິດຕາມອື່ນໆ:
Tiktok: www.tiktok.com/
Facebook: https://rebrand.ly/infolaopdr
Youtube: https://rebrand.ly/thepasstudio
Instagram: https://rebrand.ly/Infolaos
Soundcloud: https://rebrand.ly/soundlcoud_infolaopdr

16/09/2022

Introvert VS Extrovert | INFO. - ເລົາສູ່ກັນຟັງ [EP.06]
ເຮົາມັກຈະໄດ້ຍິນວ່າຄົນທີ່ບອກຕົວເອງວ່າເປັນ Introvert ມັກຈະເປັນຄົນທີ່ມີໂລກສ່ວນຕົວສູງ ບຸກຄະລິກເຂົ້າເຖິງຍາກ ມັກຢູ່ຄົນດຽວ ສ່ວນ Extrovert ເປັນຄົນທີ່ບໍ່ມັກຢູ່ຄົນດຽວ ມັກເຂົ້າສັງຄົມ ແລະ ມີໝູ່ຫຼາຍ ແຕ່ສິ່ງທີ່ເຮົາເຄີຍໄດ້ຍິນມານັ້ນຈະເປັນຈິງທັງໝົດບໍ່

ມື້ນີ້ເຮົາມາຟັງຄວາມຄິດເຫັນຂອງແຂກທີ່ຈະມາເລົ່າສູ່ກັນຟັງວ່າ Introvert ແລະ Extrovert ແຕກຕ່າງກັນແນວໃດ, ຂໍ້ດີ ຂໍ້ເສຍ ແລະ ສິ່ງທີ່ຄົນມັກເຂົ້າໃຈຜິດລະຫວ່າງ Introvert ແລະ Extrovert ຜ່ານທັດສະນະຄະຕິຕ່າງໆຂອງແຂກຮັບເຊີນ

ຊ່ອງທາງຕິດຕາມອື່ນໆ:
Tiktok: www.tiktok.com/
Facebook: https://rebrand.ly/infolaopdr
Youtube: https://rebrand.ly/thepasstudio
Instagram: https://rebrand.ly/Infolaos
Soundcloud: https://rebrand.ly/soundlcoud_infolaopdr

INFO.- ອິນໂຟ | “ຍົກລະດັບຄຸນຄ່າຂອງຕົນ ໃຫ້ສົມກັບຄ່າຕອບແທນທີ່ຢາກໄດ້”ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Write...
16/09/2022

INFO.- ອິນໂຟ | “ຍົກລະດັບຄຸນຄ່າຂອງຕົນ ໃຫ້ສົມກັບຄ່າຕອບແທນທີ່ຢາກໄດ້”
ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Writer
______________
ສະຫນັບສະຫນຸນຄອນເທັ້ນນີ້ໂດຍ Pastel Creative Laos
______________

ໜ້າວຽກທີ່ດີ, ງ່າຍ, ສະບາຍ, ແຕ່ໄດ້ເງິນຫຼາຍ ຫຼື ຄ່າຕອບແທນສູງ ເປັນວຽກທີ່ພວກເຮົາຫຼາຍໆຄົນໄຝ່ຝັນ. ແຕ່ໃນຄວາມເປັນຈິງແລ້ວ, ບໍ່ມີວຽກໃດທີ່ງ່າຍ ແຕ່ໄດ້ເງິນຫຼາຍຄືດັ່ງທີ່ພວກເຮົາຄິດດອກ ເພາະວຽກງານທຸກຢ່າງກ່ອນຈະປະສົບຜົນສຳເລັດ ແລະ ມີຄ່າຕອບແທນທີ່ດີໄດ້ ກໍລ້ວນແຕ່ແລກມາດ້ວຍຄວາມຫຍຸ້ງຍາກ ແລະ ອຸປະສັກຫຼາຍປະການເຊັ່ນກັນ.
ໄດ້ຍິນຄໍາຈົ່ມຈາກຄົນອ້ອມຂ້າງຫຼາຍໆຄົນວ່າ “ເປັນຫຍັງເງິນເດືອນຂອງຂ້ອຍ ຄືບໍ່ສູງຄືຄ່າຄອງຊີບ” ການເວົ້າແບບນີ້ບາງທີພວກເຮົາອາດຈະລືມຄິດໄປວ່າ ສັງຄົມທຸກມື້ນີ້ມີການປ່ຽນແປງໄວ, ທຸກສິ່ງທຸກຢ່າງປັບຕົວ ແລະ ຍົກລະດັບໄປທາງທີ່ກ້າວໜ້າ ທັນສະໄໝຫຼາຍຂຶ້ນກວ່າເກົ່າ, ຄຽງຄູ່ກັນນັ້ນມູນຄ່າລາຄາຂອງສິ່ງຕ່າງໆເຫຼົ່ານັ້ນ ກໍເພີ່ມສູງຂຶ້ນໄປຕາມໆກັນ. ກົງກັນຂ້າມ, ຕົວຂອງພວກເຮົາຍັງຢໍ່າເທົ້າຢູ່ກັບທີ່ ແລ້ວເຫດໃດຄຸນຄ່າໃນຕົວຂອງເຈົ້າຈຶ່ງຈະສາມາດໄລ່ທັນກັບບາດກ້າວການປ່ຽນແປງຂອງສັງຄົມໄດ້.
ໃນຕະຫຼາດແຮງງານແລ້ວ, ຄົນງານ ຫຼື ພວກເຮົາທຸກຄົນກໍບໍ່ຕ່າງຫຍັງຈາກສິນຄ້າປະເພດໜຶ່ງ ທີ່ວາງຢູ່ໃນຕະຫຼາດແຮງງານ ເພື່ອໃຫ້ບັນດາບໍລີິສັດ ຫຼື ຜູ້ວ່າຈ້າງມາຈັບຈອງ ແລະ ຈ່າຍມູນຄ່າແຮງງານຕາມຄຸນຄ່າຂອງແຮງງານນັ້ນໆ. ແຕ່ແນ່ນອນ, ໃນຕະຫຼາດແຮງງານຄົນຈ້າງງານ ແລະ ຜູ້ຖືກຈ້າງ ຈະເລືອກເຊິ່ງກັນ ແລະກັນ, ແຕ່ສ່ວນໃຫຍ່ຜູ້ວ່າຈ້າງຈະມີສິດອຳນາດໃນການເລືອກຫຼາຍກວ່າ. ສະນັ້ນ, ຖ້າເຈົ້າເປັນສິນຄ້າ (ແຮງງານ) ປະເພດທຳມະດາ, ບໍ່ມີສັບພະຄຸນ ຫຼື ບໍ່ມີຄວາມສາມາດທີ່ໂດດເດັ່ນ ຄຸນຄ່າທາງມູນຄ່າຂອງຕົວເຮົາກໍຈະຕໍ່າລົງ. ກົງກັນຂ້າມ, ຖ້າເຈົ້າເປັນບຸກຄົນທີ່ມີຄວາມຕື່ນຕົວຕໍ່ການປ່ຽນແປງຂອງສັງຄົມ, ມີການພັດທະນາຕົນເອງ ແລະ ອັບເກຣດຄຸນຄ່າຂອງຕົນຢູ່ສະເໝີ, ເຈົ້າກໍອາດຈະກາຍເປັນສິນຄ້າເກຣດດີ ຫຼື ແຮງງານພຣີມຽມຕົວໜຶ່ງ ທີ່ມີມູນຄ່າລາຄາສູງທີ່ຕະຫຼາດຕ້ອງການສູງປຽບເໝືອນກັບສິນຄ້າແບຣນແນມໄດ້.
ຄໍາບູຮານເພິ່ນກ່າວວ່າ “ຄ່າຂອງຄົນຢູ່ທີ່ຜົນຂອງງານ” ຄໍານີ້ຖືກຕ້ອງທີ່ສຸດ, ເພາະຖ້າວຽກງານທີ່ພວກເຮົາຮັບຜິດຊອບນັ້ນ ເຮັດອອກມາໄດ້ດີ, ສ້າງຄຸນຄ່າ ແລະ ຜົນປະໂຫຍດໃຫ້ແກ່ອົງກອນ ເຈົ້າກໍຈະກາຍເປັນເພັດເມັດງາມທີ່ບໍ່ພຽງແຕ່ມີລາຄາສູງເທົ່ານັ້ນ, ແຕ່ຍັງເປັນທີ່ຕ້ອງການຂອງອົງກອນ ຫຼື ຂອງບໍລິສັດຫຼາຍໆແຫ່ງນຳອີກ. ກ່ຽວກັບທັດສະນະທີ່ກ່າວມານີ້, ກໍອາດຈະເຮັດໃຫ້ຫຼາຍຄົນກໍຈະຕັ້ງຂໍ້ສົງໄສວ່າ: “ລະດັບການສຶກສາແດ່, ສາມາດຕັ້ງມູນຄ່າຂອງຄົນໄດ້ ຫຼືບໍ”? ຂໍຕອບກ່ອນວ່າ: ໄດ້! ແຕ່ວ່າເຈົ້າຈະສາມາດເພີ່ມຄຸນຄ່າຄ່າຂອງຕົນເອງໃຫ້ສູງກວ່າເງິນເດືອນພື້ນຖານໄດ້ ຫຼືບໍ! ນັ້ນແມ່ນຂຶ້ນກັບຄວາມຮູ້ຄວາມສາມາດຂອງຕົວເຈົ້າເອງ. ຖ້າຫາກພວກເຮົາເປັນໝາກພ້າວນໍ້າເຕັມໜ່ວຍທີ່ສົມກັບລະດັບການສຶກສາ ຄຸນຄ່າໃນຕົວເຮົາກໍຍິ່ງຈະສູງຂຶ້ນ, ແຕ່ຖ້າເປັນພຽງທິດສະດິນໍ້າເຕົ້ມເປົ່າ ແລ້ວເອົາແຕ່ລະດັບການສຶກສາ ຫຼື ໃບປະກາດມາອ້າງ ໂດຍບໍ່ມີຄວາມຮູ້ແທ້ ກໍອາດຈະບໍ່ເປັນພຽງປະລິນຍາເຕະຝຸ່ນຄືເຂົາວ່າຫັ້ນແລ້ວ!
ສະນັ້ນ, ຢ່າຍຶດຖືກັບການສຶກສາພຽງຢ່າງດຽວ ທັງຢ່າຄິດໂທດແຕ່ລະບົບການສຶກສາ ແລະ ໂຊກຊະຕາ ແຕ່ຈົ່ງຫັນມາພັດທະນາທັກສະຄວາມສາມາດຂອງຕົນຢ່າງສະໝໍ່າສະເໝີ, ຄົ້ນຄວ້າຫາວິທີອັບເກຣດຄຸນຄ່າຂອງຕົນ, ນຳການພັດທະນາຂອງສັງຄົມໃຫ້ທັນການ ແລະ ເພີ່ມພູນທັກສະຄວາມຮູ້ໃໝ່ໆ ເພື່ອຮັບມືກັບຄວາມທ້າທາຍ ແລະ ການປ່ຽນແປງຂອງສັງຄົມ. ພວກເຮົາສັງເກດເຫັນ ຫຼືບໍ? “ໂທລະສັບໄອໂຟນທີ່ວ່າດີທີ່ສຸດແລ້ວ ກໍຍັງມີການອັບເກຣດໃໝ່ຢູ່ທຸກໆປີ, ແລ້ວເປັນຫຍັງຄົນທຳມະດາຄືພວກເຮົາ ຈຶ່ງບໍ່ຄວນອັບເກຣດຄວາມຮູ້ ແລະ ຍົກລະດັບຄຸນຄ່າຂອງຕົນໃຫ້ສູງຂຶ້້ນລະ?”
ຢາກມີຊີວິດທີ່ດີຕ້ອງຮູ້ຈັກຫັນປ່ຽນມູມມອງຄວາມຄິດ, ປ່ຽນທັດສະນະຄະຕິ, ປ່ຽນພຶດທິກຳ ເພື່ອຍົກສູງຄຸນນະພາບຊີວິດຂອງຕົນໃຫ້ທັນກັບການປ່ຽນແປງຂອງສັງຄົມ, ອັດຕາເງິນເຟີ້ ແລະ ທັນກັບຄ່າຄອງຊີບທີ່ມັນສູງຂຶ້ນທຸກໆມື້!

ຂໍ້ມູນອ້າງອີງ:
1. “ ຮູ້ກ່ອນໄດ້ກ່ອນ 5 ວິທີການອັບເກດເງິນເດືອນໃຫ້່ສູງຂຶ້້ນ” https://www.businessplus.co.th/Activities.
2. 6 ວິທີການອັບເກຣດເງິນເດືອນໃຫ້ສູງກວ່າເກົ່າ https://moneyhub.in.th/article/tips-to-increase-your-salary.
___________________________________
ຊ່ອງທາງຕິດຕາມອື່ນໆ:
Facebook: https://rebrand.ly/infolaopdr
Youtube: https://rebrand.ly/thepasstudio
Instagram: https://rebrand.ly/Infolaos
Soundcloud: https://rebrand.ly/soundlcoud_infolaopdr
Apple Podcast: https://rebrand.ly/applepodcast_infolaopdr

INFO.- ອິນໂຟ | ການຮັບມືກັບນັກຮຽນມັກຂາດໂຮງຮຽນ.ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Writer______________ສະຫນັ...
15/09/2022

INFO.- ອິນໂຟ | ການຮັບມືກັບນັກຮຽນມັກຂາດໂຮງຮຽນ.
ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Writer
______________
ສະຫນັບສະຫນຸນຄອນເທັ້ນນີ້ໂດຍ Settha Business Administrator Collage
______________
ຫຼາຍຄັ້ງ ພວກເຮົາຈະເຫັນນັກຮຽນ ຫຼື ນັກສຶກສາທີ່ມັກຂາດຮຽນເປັນປະຈຳ ເຮັດໃຫ້ການຮຽນບໍ່ເຕັມທີ່ ແລະ ເຮັດໃຫ້ມີບັນຫາກັບການຮຽນເປັນປະຈຳ ແລະ ມັກຈະຖືກເອີ້ນໄປຕັກເຕືອນຢູ່ສະເໝີ. ເຮົາມາເບິ່ງສາເຫດທີ່ມັກເຮັດໃຫ້ນັກຮຽນຂາດຮຽນ ວ່າໝູ່ຄົນໃດ ຫຼື ໃຜຖືກຂໍ້ໃດແດ່:
.
1. ເປັນເດັກຂາດຄວາມອົບອຸ່ນຈາກຄອບຄົວ:
ຄອບຄົວເອງກໍມີສ່ວນເຮັດໃຫ້ມີຜົນກະທົບຕໍ່ການບໍ່ຍອມຮັບຂອງນັກຮຽນໃນການຮຽນ ບໍ່ວ່າຈະເປັນການຂາດຄວາມອົບອຸ່ນໃນຄອບຄົວທີ່ນັກຮຽນຈະຕ້ອງປະເຊີນກັບການຂັດແຍ່ງກັບສະມາຊິກໃນຄອບຄົວ, ພໍ່ແມ່ທີ່ບໍ່ສົນໃຈນັກຮຽນເທົ່າທີ່ຄວນ ລວມທັງຄວາມສຳພັນໃນຄອບຄົວທີ່ຫ່າງເຫີນຫຼາຍ ຈົນເຮັດໃຫ້ນັກຮຽນຂາດທີ່ປຶກສາ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ນັກຮຽນ ແລະ ເຮັດໃຫ້ເກີດບັນຫາທີ່ບໍ່ຢາກຮຽນ.
.
2. ບັນຫາກົດລະບຽບຂອງໂຮງຮຽນເຄັ່ງເກີນໄປ:
ບາງຄັ້ງ, ກົດລະບຽບໂຮງຮຽນກໍເຄັ່ງເກີນໄປເຮັດໃຫ້ນັກຮຽນຂາດຄວາມເຂົ້າໃຈກ່ຽວກັບກົດລະບຽບ ແລະ ກົດລະບຽບໃນຫ້ອງຮຽນຕ້ອງຊັດເຈນກ່ອນທີ່ຈະເລີ່ມຮຽນ ເພື່ອໃຫ້ນັກຮຽນບໍ່ມີຄວາມສົງໃສກ່ຽວກັບກົດລະບຽບເຫຼົ່ານັ້ນ.
3. ອາຈານ ແລະ ຄູສອນ:
ໃນບັນດາເຫດຜົນທີ່ກ່າວມາຂ້າງເທິງນັ້ນ ດ້ານຂອງຄູແມ່ນມີຄວາມສຳຄັນທີ່ສຸດ ເພາະກິດຈະກຳການຮຽນການສອນຂອງຄູໃນຫ້ອງຮຽນສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຄວາມຮູ້ສຶກຢາກເຂົ້າຫ້ອງຮຽນຂອງນັກຮຽນ ບໍ່ວ່າຈະເປັນກິດຈະກຳການຮຽນການສອນ ລວມໄປເຖິງການປະຕິບັດຕໍ່ນັກຮຽນທຸກຄົນຢ່າງເທົ່າທຽມກັນ, ປັດໄຈນີ້ມີຄວາມສໍາຄັນຫຼາຍໃນການຕັດສິນໃຈວ່າຈະໄປໂຮງຮຽນ ຫຼືບໍ່.
4. ສະພາບແວດລ້ອມບໍ່ອຳນວຍຄວາມສະດວກ:
ຖ້ານັກສຶກສາເຊື່ອມໂຍງສະພາບແວດລ້ອມເຂົ້າກັນຜ່ານຄວາມເຂົ້າໃຈຜິດ ກໍສາມາດເຮັດໃຫ້ເຂົາເຈົ້າບໍ່ຍອມຮຽນຮູ້ສິ່ງແວດລ້ອມ, ຖ້ານັກສຶກສາເຕີບໃຫຍ່ຂຶ້ນໃນສະພາບແວດລ້ອມທີ່ບໍ່ມີການກະຕຸ້ນໃຫ້ຮຽນ ສະພາບແວດລ້ອມທີ່ເຕັມໄປດ້ວຍຢາເສບຕິດ, ໄວໜຸ່ມຊົກຕ່ອຍກັນ ເຫດຜົນນີ້ເປັນອີກປັດໄຈໜຶ່ງທີ່ສຳຄັນ ທີ່ເຮັດໃຫ້ພວກເຂົາມັກຂາດໂຮງຮຽນ.
5. ມີບັນຫາກັບໝູ່ເພື່ອນ:
ນີ້ສາມາດຖືໄດ້ວ່າ ເປັນສາເຫດຕົ້ນຕໍຂອງພຶດຕິກໍາຂອງເດັກນ້ອຍທີ່ມັກຈະຂາດໂຮງຮຽນ. ແນ່ນອນ, ຖ້າເດັກນ້ອຍຂອງພວກເຮົາມີບັນຫາກັບໝູ່ເພື່ອນໃນຫ້ອງຮຽນ ຫຼື ໝູ່ເພື່ອນບາງຄົນ ຈະບໍ່ມັກ ແລະ ບໍ່ຕ້ອງການຫຼິ້ນກັບພວກເຂົາ ນີ້ຈຶ່ງເປັນບັນຫາໜຶ່ງທີ່ເຮັດໃຫ້ລູກຫຼານຂອງພວກເຮົາບໍ່ຢາກໄປໂຮງຮຽນ. ສະນັ້ນ, ພໍ່ແມ່ອາດຈະຕ້ອງຕິດຕາມ ແລະ ເອົາໃຈໃສ່ລູກສະເໝີ.
6. ໂຮງຮຽນ ຫຼື ຄູສອນບໍ່ເຂົ້າໃຈນັກຮຽນ:
ເປັນອີກສິ່ງໜຶ່ງທີ່ໂຮງຮຽນ ຫຼື ຄູສອນຕ້ອງເອົາໃຈໃສ່ ແລະ ຄວນລະວັງໃຫ້ດີ ແມ່ນຢູ່ວ່າເຮົາຢາກໃຫ້ລູກສິດເຊື່ອຟັງ ຫຼື ປະຕິບັດຕາມ ດັ່ງນັ້ນ, ພວກເຮົາຈຶ່ງຈໍາເປັນຕ້ອງໄດ້ກໍານົດກົດລະບຽບ ເພື່ອໃຫ້ພວກເຂົາປະຕິບັດຕາມ, ແຕ່ໃນທາງກົງກັນຂ້າມ ຖ້າຫາກວ່າພວກເຮົາກໍານົດກົດລະບຽບ ຫຼື ວາງກົດລະບຽບທີ່ເຂັ້ມງວດເກີນໄປ ອັນນີ້ອາດຈະເຮັດໃຫ້ເດັກບໍ່ມັກ ແລະ ຢາກຝ່າຝືນກົດລະບຽບໄດ້ງ່າຍ. ດັ່ງນັ້ນ, ເຮົາຕ້ອງເຂົ້າໃຈນັກຮຽນ ແລະ ໃຊ້ເຫດຜົນເພື່ອລົມກັບພວກເຂົາເຊັ່ນກັນ.
.
7. ນັກຮຽນບໍ່ເຂົ້າໃຈກັບສິ່ງທີ່ຕົນເອງຮຽນ:
ຕາມທີ່ຮູ້ກັນດີວ່າ ໃນໄລຍະຮຽນຖ້າເດັກນ້ອຍເລີ່ມຮຽນບໍ່ເຂົ້າໃຈ ຫຼື ບໍ່ມີຄວາມຮັກໃນການຮຽນວິຊານີ້ ລາວຈະມີຄວາມຮູ້ສຶກບໍ່ຢາກຮຽນວິຊານີ້ເລີຍ, ອັນນີ້ອາດຈະສົ່ງຜົນໃຫ້ລູກໆຂອງພວກເຮົາມີພຶດຕິກຳຂາດໄປໂຮງຮຽນ. ສໍາລັບພໍ່ແມ່ ໃຜທີ່ຮູ້ວ່າລູກຂອງພວກເຮົາບໍ່ເຂົ້າໃຈ ພວກເຮົາອາດຈະຕ້ອງສືບຕໍ່ໃຫ້ຄໍາແນະນໍາ ແລະ ສອນສິ່ງທີ່ເດັກນ້ອຍບໍ່ເຂົ້າໃຈຕື່ມອີກ ເພື່ອໃຫ້ລາວສາມາດຮຽນຮູ້ທີ່ຈະເຂົ້າໃຈ ແລະ ຢາກຮຽນຮູ້ເພີ່ມເຕີມກ່ຽວກັບວິຊານີ້.
ອ້າງອີງຈາກ:
1. https://th.theasianparent.com/child-skipping-class
2. https://sites.google.com/site/payhawayrunpaccuban/payha-reuxng-kar-dod-reiyn
https://www.dek-d.com/board/view/656772/
___________________
ຊ່ອງທາງຕິດຕາມອື່ນໆ:
Tiktok: www.tiktok.com/
Facebook: https://rebrand.ly/infolaopdr
Youtube: https://rebrand.ly/thepasstudio
Instagram: https://rebrand.ly/Infolaos
Soundcloud: https://rebrand.ly/soundlcoud_infolaopdr

INFO.- ອິນໂຟ | ຄວາມອິດສາ ສັນຍານທີ່ບອກວ່າເຈົ້າບໍ່ນັບຖືຕົນເອງບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Writer_____...
15/09/2022

INFO.- ອິນໂຟ | ຄວາມອິດສາ ສັນຍານທີ່ບອກວ່າເຈົ້າບໍ່ນັບຖືຕົນເອງ
ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Writer
______________
ສະຫນັບສະຫນຸນຄອນເທັ້ນນີ້ໂດຍ Pastel Creative Laos
______________
ປະຕິເສດບໍ່ໄດ້ວ່າໃນຊ່ວງໜຶ່ງຂອງຊີວິດ ຄົນເຮົາລ້ວນແຕ່ເຄີຍປະເຊີນໜ້າກັບຄວາມອິດສາ ບໍ່ວ່າຈະເປັນການທີ່ເຮົາໄປອິດສາຜູ້ອື່ນ ຫຼື ຜູ້ອື່ນມາອິດສາເຮົາ.
ຄວາມອິດສາ ເກີດຂຶ້ນເມື່ອເຮົາປຽບທຽບຕົນເອງກັບຄົນອື່ນ ເຊິ່ງເຂົາອາດຈະມີສິ່ງທີ່ເຮົາຢາກໄດ້ ຫຼື ບັນລຸເປົ້າໝາຍທີ່ເຮົາຍັງໄປບໍ່ຮອດ, ເຮັດໃຫ້ຮູ້ສຶກດ້ອຍກວ່າ ແລະ ເກີດຄວາມບໍ່ພໍໃຈຕໍ່ຕົນເອງ ລວມໄປເຖິງຄົນທີ່ເຮົາອິດສາ.
ຄວາມເປັນຈິງແລ້ວ, ອາການຂອງຄວາມອິດສາເກີດຂຶ້ນຈາກປັດໄຈພາຍໃນຫຼາຍກວ່າປັດໄຈພາຍນອກ. ຄົນທີ່ມີຄວາມນັບຖືຕໍ່ຕົນເອງຕ່ຳ ຫຼື Low Self-Esteem ມີແນວໂນ້ມທີ່ຈະເກີດຄວາມອິດສາໄດ້ງ່າຍກວ່າ ເພາະຂາດຄວາມໝັ້ນໃຈ, ເຊື່ອວ່າຕົນເອງບໍ່ມີຄວາມສາມາດຫຼາຍພໍ ແລະ ບົກພ່ອງໃນທາງໃດໜຶ່ງ. ນອກຈາກນີ້, ລະດັບຂອງຄວາມອິດສາຍັງຂຶ້ນກັບຄວາມໃກ້ຄຽງຂອງເພດ, ອາຍຸ, ສະຖານະ ແລະ ຄວາມສາມາດນໍາອີກ.
Low Self-Esteem ແປໄດ້ວ່າ ບຸກຄົນທີ່ມີຄວາມນັບຖື ຫຼື ພາກພູມໃຈໃນຕົນເອງຕ່ຳ, ບໍ່ຄ່ອຍເຫັນຄຸນຄ່າຕົນເອງ. ເຊິ່ງມີຕົ້ນເຫດມາຈາກການລ້ຽງດູ, ປະສົບການໃນຊີວິດ ຫຼື ພະຍາດປະຈຳຕົວ ທີ່ສົ່ງຜົນໃຫ້ເກີດຄວາມຄິດເຫັນ ແລະ ຄວາມເຊື່ອທາງລົບຕໍ່ຕົນເອງເຊັ່ນ:
· ເຊື່ອວ່າຕົນເອງເຮັດບໍ່ໄດ້, ບໍ່ເກັ່ງ
· ບໍ່ເຊື່ອໃຈຕົນເອງ
· ຮູ້ສຶກວ່າຕົນເອງບໍ່ດີພໍ
· ຄິດວ່າຕົນເອງຂາດຄວາມສາມາດ
· ຄິດວ່າຕົນເອງໄຮ້ຄ່າ
ປະໂຫຍກທີ່ກ່າວໄປດ້ານເທິງ ເປັນສຽງເວົ້າພາຍໃນໃຈທີ່ສະທ້ອນເຖິງມູມມອງທີ່ບຸກຄົນໜຶ່ງມີຕໍ່ຕົນເອງ ແລະ ລ້ວນແຕ່ເປັນກ້ອນຄວາມຄິດທີ່ເກີດຂຶ້ນກັບເຮົາໃນບາງສະຖານະການ. ແຕ່ຖ້າສັງເກດເຖິງຄວາມຄິດເຫຼົ່ານີ້ທີ່ປາກົດຂຶ້ນໃນຫົວເກືອບຕະຫຼອດເວລາ, ໃຫ້ລອງພິຈາລະນາເບິ່ງວ່າ ເຮົາອາດຈະກຳລັງມີມູມມອງທີ່ບໍ່ດີຕໍ່ຕົນເອງຢູ່ບໍໍ, ເຊັ່ນດຽວກັນກັບຄວາມອິດສາ ຫາກເກີດຖີ່ຂຶ້ນກໍມີຄວາມເປັນໄປໄດ້ວ່າ ຈະເຊື່ອມໂຍງກັບມູມມອງທີ່ເຮົາມີຕໍ່ຕົນເອງ.
ຄວາມນັບຖືຕໍ່ຕົນເອງຕ່ຳ ພັດທະນາຈາກການທີ່ເຮົາສ້າງຄວາມຄິດແງ່ລົບໃຫ້ຕົນເອງເລື່ອຍໆ ຈົນເຊື່ອວ່າເຮົາເປັນແບບທີ່ຄິດແທ້. ເຊິ່ງສຸດທ້າຍແລ້ວມັນກໍເປັນພຽງແຕ່ຄວາມຄິດເຫັນເທົ່ານັ້ນ. ຖ້າຫາກເຮົາຮູ້ສຶກວ່າຕົນເອງກຳລັງຢູ່ໃນພາວະນີ້ ກໍໝັ່ນສັງເກດ ແລະ ຈົດບັນທຶກຄວາມຄິດເອົາໄວ້, ລອງວິເຄາະຫາຫຼັກຖານເບິ່ງວ່າ ມັນມີຄວາມຈິງແທ້ຂະໜາດໃດ. ທຸກໆຄົນເຕີບໃຫຍ່ມາຄົນລະແບບ ແລະ ມີເສັ້ນທາງໃນຊີວິດທີ່ຕ່າງກັນ ດັ່ງນັ້ນ, ເຮົາບໍ່ສາມາດເອົາມື້ນີ້ຂອງເຮົາໄປທຽບກັບມື້ນີ້ຂອງໃຜໄດ້. ໃຫ້ຄຳນຶງສະເໝີວ່າຕົນເອງມີທັງຂໍ້ດີ ແລະ ຂໍ້ເສຍ, ເຮົາສາມາດພັດທະນາສ່ວນທີ່ເປັນຂໍ້ເສຍໄດ້ ໂດຍການທ້າທາຍຄວາມເຊື່ອແງ່ລົບເຫຼົ່ານັ້ນ ແລະ ປະຕິບັດກັບຕົນເອງດ້ວຍຄວາມເຫັນໃຈ.
ອ້າງອີງຈາກ:
1. https://www.goodtherapy.org/blog/psychpedia/envy
2. https://www.psychologytoday.com/us/blog/hide-and-seek/201408/the-psychology-and-philosophy-envy
3. https://www.webmd.com/mental-health/signs-low-self-esteem
4. https://www.healthdirect.gov.au/self-esteem
5. https://www.psychalive.org/low-self-esteem/
___________________
ຊ່ອງທາງຕິດຕາມອື່ນໆ:
Tiktok: www.tiktok.com/
Facebook: https://rebrand.ly/infolaopdr
Youtube: https://rebrand.ly/thepasstudio
Instagram: https://rebrand.ly/Infolaos
Soundcloud: https://rebrand.ly/soundlcoud_infolaopdr

INFO.- ອິນໂຟ | Cabin fever ອາການເບື່ອການຢູ່ເຮືອນ.ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Writerທ່ານເຄີຍເປັນບໍ ...
14/09/2022

INFO.- ອິນໂຟ | Cabin fever ອາການເບື່ອການຢູ່ເຮືອນ.
ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Writer
ທ່ານເຄີຍເປັນບໍ ເວລາທີ່ຕ້ອງຢູ່ແຕ່ເຮືອນດົນໆແລ້ວເຮົາຮູ້ສຶກເບື່ອ ຢາກອອກໄປນອກ ຫຼື ໄປໃສກໍໄດ້ທີ່ບໍ່ແມ່ນເຮືອນ? ບາງຄັ້ງສະຖານະການກໍບໍ່ເອື້ອອຳນວຍ ອາດຈະມີຝົນຕົກ ຫຼື ທີ່ຜ່ານມາກໍຄືໂຄວິດ ທີ່ເຮັດໃຫ້ເຮົາຫຼາຍຄົນອອກໄປໃສບໍ່ໄດ້ ຈົນເກີດຄວາມອຶດອັດກັບການທີ່ຕ້ອງຢູ່ເຮືອນ. ເຊິ່ງອາການລັກສະນະນີ້ມີຊື່ເອີ້ນວ່າ cabin fever ຫຼື ອາການກົດດັນທາງຈິດໃຈເມື່ອຕ້ອງຢູ່ແຕ່ເຮືອນ.
ຕາມເດີມແລ້ວ cabin fever ເປັນການເວົ້າເຖິງຄົນທີ່ຕ້ອງຢູ່ໂດດດ່ຽວໃນພື້ນທີ່ຫ່າງໄກ ຫຼື ອາໄສຢູ່ຕູບໃນແຖບອາເມຣິກາເໜືອ ໂດຍສະເພາະໃນຊ່ວງລະດູໜາວທີ່ຈຳເປັນຕ້ອງອາໄສຢູ່ໃນເຮືອນຫຼາຍມື້.
.
Cabin fever ບໍ່ແມ່ນອາການທາງຈິດ ເປັນພຽງສະພາບກົດດັນທາງຈິດທີ່ເກີດຂຶ້ນເມື່ອເຮົາຕ້ອງຢູ່ເຮືອນດົນໆ ທັງໆທີ່ເຮົາຢາກອອກໄປນອກ ແຕ່ສະພາບບໍ່ເອື້ອອຳນວຍ, ເປັນພຽງຄວາມຮູ້ສຶກທີ່ກ່ຽວຂ້ອງກັບອາລົມທາງດ້ານລົບ ແລະ ຄວາມທຸກໃຈທີ່ຕ້ອງຖືກຈຳກັດພື້ນທີ່ ກໍ່ໃຫ້ເກີດຄວາມຫງຸດຫງິດໃຈ, ເບື່ອໜ່າຍ, ສິ້ນຫວັງ ແລະ ບໍ່ມີສະມາທິຕາມມາ.
ນັກຈິດຕະວິທະຍາກ່າວວ່າ ບຸກຄະລິກກະພາບ ແລະ ອາລົມ ເປັນປັດໄຈສຳຄັນວ່າຈະພັດທະນາອາລົມເຫຼົ່ານີ້ໄດ້ໄວເທົ່າໃດ; ຫາກວ່າເຮົາເປັນຄົນທີ່ມັກເຮັດກິດຈະກຳນອກບ້ານ, ມັກສິ່ງແວດລ້ອມພາຍນອກຫຼາຍກວ່າ ແລະ ບໍ່ຄຸ້ນເຄີຍກັບການຢູ່ເຮືອນ ກໍອາດຈະມີແນວໂນ້ມທີ່ຈະມີຄວາມຮູ້ສຶກແບບນີ້ໄດ້.
ແຕ່ສຳລັບບາງຄົນທີ່ມັກການຢູ່ເຮືອນ ເຫັນວ່າການຢູ່ເຮືອນຄືການພັກຜ່ອນ ຈະໄດ້ມີເວລາຈັດລະບຽບເຮືອນ, ທຳຄວາມສະອາດ ຫຼື ມີກິດຈະກຳຫຼາຍຢ່າງເຮັດຢູ່ເຮືອນ ກໍຈະເກີດອາການ cabin fever ຊ້າກວ່າຄົນອື່ນ.
ບໍ່ວ່າເຈົ້າຈະເປັນຄົນແບບໃດ ກໍຄົງບໍ່ຢາກຮູ້ສຶກເບື່ອທີ່ຕ້ອງຢູ່ເຮືອນແມ່ນບໍ? ຕໍ່ໄປນີ້ຄືວິທີຫຼີກລ່ຽງອາການ cabin fever.
• ສ້າງກິດຈະວັດປະຈຳວັນ: ຕື່ນນອນກົງຕາມເວລາ, ກິນເຂົ້າກົງຕາມເວລາ, ເຮັດທຸກຢ່າງຕາມຕາຕະລາງເວລາເທົ່າທີ່ຈະເຮັດໄດ້ ແທນທີ່ຈະຄິດວ່າການຢູ່ເຮືອນເປັນການພັກຜ່ອນ ແຕ່ມັນເປັນການສ້າງໜ້າທີ່ໃຫ້ເຮົາຮັບຜິດຊອບ.
• ຈັດເຮືອນໃໝ່: ການຢູ່ເຮືອນທີ່ຕົກແຕ່ງແບບເກົ່າໆເປັນສ່ວນໜຶ່ງທີ່ເຮັດໃຫ້ເກີດອາການກົດດັນທາງຈິດໃຈ ລອງປ່ຽນ ເຄື່ອນຍ້າຍສິ່ງຂອງ, ຕົກແຕ່ງເຮືອນໃໝ່ອາດຊ່ວຍໄດ້.
• ຫາກິດຈະກຳເຮັດ: ເບິ່ງໜັງ, ຟັງເພງ, ຫຼິ້ນເກມ, ລອງເຮັດອາຫານເມນູໃໝ່ໆ, ປູກຕົ້ນໄມ້ປະດັບ ຫຼື ເຮັດສວນຄົວນ້ອຍໆເປັນຕົ້ນ.
• ອອກກຳລັງກາຍ ແລະ ໃຈສະໝຳ່ສະເໝີ: ການອອກກຳລັງກາຍເລັກໆນ້ອຍໆເຊັ່ນ ການອອກໄປຍ່າງຫຼິ້ນຮັບອາກາດບໍລິສຸດກໍຖືເປັນສິ່ງສຳຄັນເຊັ່ນກັນ ເພາະມັນເຮັດໃຫ້ເຮົາໄດ້ຜ່ອນຄາຍຄວາມຄຽດ.
• ຕິດຕໍ່ໂອ້ລົມກັບຄົນໃນຄອບຄົວ ແລະ ໝູ່ຄູ່: ການສົ່ງຂໍ້ຄວາມ ຫຼື ໂທຫາໝູ່ເພື່ອນສາມາດຊ່ວຍຜ່ອນຄາຍຄວາມເຫງົາ ແລະ ລົດຄວາມຄຽດໄດ້.
ແຕ່ຖ້າລອງເຮັດທຸກວິທີທີ່ກ່າວມາແລ້ວຍັງມີອາການເບື່ອເຮືອນໜັກຢູ່ກໍຄວນອອກໄປເຮັດກິດຈະກຳນອກບ້ານສາເດີ! ເພາະບາງເທື່ອສະພາບແວດລ້ອມໃນເຮືອນອາດຈະບໍ່ເໝາະກັບເຈົ້າອີ່ຫຼີ ແລະ ອີກຢ່າງເຮົາກໍຄວນສ້າງຄວາມສົມດຸນລະຫວ່າງເວລາໃນການຢູ່ເຮືອນ ແລະ ການຢູ່ນອກບ້ານ ເພື່ອຫຼີກລ່ຽງອາການ cabin fever.
ອ້າງອີງຈາກ:
1. https://www.facebook.com/permalink.php?story_fbid=pfbid06y6PkjiwmNkFo8AmDUqMfC6xuHgf1jx8xZcumo4Jpdx8j7xLexTRY3s4maGdDyDbl&id=107098834030352
2. https://www.sanook.com/health/21605/
3. https://women.trueid.net/detail/pj8ZJd0k9p0X
4. https://www.punpro.com/p/cabin-fever
___________________
ຊ່ອງທາງຕິດຕາມອື່ນໆ:
Tiktok: www.tiktok.com/
Facebook: https://rebrand.ly/infolaopdr
Youtube: https://rebrand.ly/thepasstudio
Instagram: https://rebrand.ly/Infolaos
Soundcloud: https://rebrand.ly/soundlcoud_infolaopdr

INFO.- ອິນໂຟ | ການມີລູກໃນຍຸກນີ້ເທົ່າກັບການ “ເປັນພາລະ” ແທ້ບໍ?(ເພາະທັງອັນຕາເງີນເຝີ້, ຄ່າຄອງຊີບທີ່ສູງຂຶ້ນໃນປັດຈຸບັນ)ບົດຄວາມ...
13/09/2022

INFO.- ອິນໂຟ | ການມີລູກໃນຍຸກນີ້ເທົ່າກັບການ “ເປັນພາລະ” ແທ້ບໍ?
(ເພາະທັງອັນຕາເງີນເຝີ້, ຄ່າຄອງຊີບທີ່ສູງຂຶ້ນໃນປັດຈຸບັນ)
ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Writer
ແນວຄວາມຄິດຂອງຄົນຮຸ່ນກ່ອນມັກຈະໃຫ້ຄຸນຄ່າກັບການມີຄູ່ຊີວິດ, ການມີລູກ ວ່າເປັນເປົ້າໝາຍ ສູງສຸດຂອງຊີວິດ ແລະ ນີ້ກໍຖືວ່າເປັນຄ່ານິຍົມທີ່ສືບທອດຕໍ່ໆກັນມາ; ແຕ່ກົງກັນຂ້າມໃນຍຸກປັດຈຸບັນທີ່ຄົນໃນສັງຄົມ ໂດຍສະເພາະຄົນໃນຮຸ່ນ Generation Y ທີ່ເກີດໃນຊ່ວງປີ 1980-2000 ພັດບໍ່ຢາກມີລູກ, ບໍ່ຢາກສ້າງຄອບຄົວ ເພາະປັດໄຈຄ່າຄອງຊີບໃນປັດຈຸບັນທີ່ສູງຂຶ້ນ ແລະ ຍ້ອນຄ່ານິຍົມອື່ນໆ.
#ເຊິ່ງສາເຫດຂອງຄົນຮຸ່ນໃໝ່ທີ່ເຊື່ອວ່າການມີລູກພັດຈະເປັນພາລະທີ່ໜັກຈົນເກີນໄປຈຶ່ງບໍ່ຢາກມີລູກ ມີຄື:
(1) ຍ້ອນຄະຕິຄ່ານິຍົມແບບໃໝ່.
ເພາະຄະຕິຂອງຄົນຮຸ່ນໃໝ່ ພຽງແຕ່ຢາກໃຊ້ຊີວິດຂອງຕົວເອງໃຫ້ມີຄວາມສຸກ, ຫາເງິນເພື່ອໃຫ້ໄດ້ໄປທ່ຽວ ຊອກຫາປະສົບການຊີວິດ, ໄດ້ເຮັດ, ໄດ້ໃຊ້, ໄດ້ຢູ່, ໄດ້ກິນ ຕາມທີ່ຕົວເອງຕ້ອງການ ແລະ ເມື່ອບໍ່ໄດ້ສ້າງ ຄອບຄົວ, ບໍ່ມີລູກກໍບໍ່ຕ້ອງມີຄວາມຮັບຜິດຊອບຫຍັງຫຼາຍ ພຽງແຕ່ຮັບຜິດຊອບຊີວິດຂອງຕົວເອງກໍພໍ ເມື່ອມີເງິນກໍສາມາດນຳໄປໃຊ້ໄດ້ຢ່າງເຕັມທີ່ຕາມຄວາມພໍໃຈ.
(2) ຍ້ອນຄ່າຄອງຊີບທີ່ສູງເກີນແບກຮັບໄຫວ.
ປັດໄຈຄ່າຄອງຊີບນີ້ແມ່ນປັດໄຈຫຼັກໆ ທີ່ເຮັດໃຫ້ຄົນຮຸ່ນໃໝ່ຍິ່ງບໍ່ຢາກມີລູກ ເພາະຍ້ານທີ່ຈະຮັບຜິດຊອບບໍ່ໄຫວທັງຄ່າຢູ່, ຄ່າກິນ, ຄ່າການຮຽນການສຶກສາ ທີ່ແພງຂຶ້ນຫຼາຍເທົ່າໂຕ ແລະ ລວມໄປເຖິງເສດຖະກິດທີ່ຫົດຖອຍ, ລາຍໄດ້ຕ່ຳ ແຕ່ຄ່າໃຊ້ຈ່າຍພັດສູງ ເຊິ່ງນີ້ຈຶງເປັນປັດໄຈຫຼັກທີ່ເຮັດໃຫ້ຄົນລຸ້ນໃໝ່ບໍ່ຢາກມີລູກ ຫຼື ບໍ່ຢາກສ້າງຄອບຄົວ.
(3) ເພາະຄ່ານິຍົມຢາກລ້ຽງລູກໃຫ້ດີ ຖ້າລ້ຽງໄດ້ບໍ່ມີບໍ່ຂໍມີລູກດີກວ່າ.
ໃນບາງຄົນ ບໍ່ວ່າຈະເປັນຜູ້ຍິງ ຫຼື ຜູ້ຊາຍເອງມັກຈະມີຄວາມເຊື່ອທີ່ວ່າ ຄວາມສາມາດໃນການລ້ຽງດູລູກ ພຽງຢາງດຽວນັ້ນບໍ່ພຽງພໍ ເພາະຕ້ອງລວມໄປເຖິງລ້ຽງລູກໃຫ້ໄດ້ດີອີກນຳເຊັ່ນ: ສາມາດສົ່ງເສີມການສຶກສາ ໃຫ້ໄດ້ເຂົ້າໂຮງຮຽນທີ່ດີ, ສາມາດສົ່ງໃຫ້ຈົບສູງໆໄດ້, ສາມາດພາໄປທ່ຽວ ແລະ ຕ້ອງສາມາດສ້າງສະພາບແວດລ້ອມທີ່ດີທາງສັງຄົມໃຫ້ລູກໄດ້ ເຊິ່ງນີ້ກໍຖືວ່າເປັນອີກສາເຫດໜຶ່ງທີ່ເຮັດໃຫ້ຄົນຮຸ່ນໃໝ່ບໍ່ຢາກມີລູກ “ຖ້າຫາກລ້ຽງລູກໃນລະດັບດີທີ່ສຸດບໍ່ໄດ້”.
(4) ເປັນເພາະຄົນຮຸ່ນໃໝ່ສົນໃຈທີ່ຈະປະສົບຜົນສຳເລັດໃນວຽກງານຫຼາຍກວ່າ.
ຖືວ່າເປັນປັດໄຈທີ່ສຳຄັນຫຼາຍສຳລັບຄົນຮຸ່ນໃໝ່ທີ່ສັງຄົມໃນປັດຈຸບັນມັກຈະໃຫ້ຄ່າກັບຄວາມສຳເລັດໃນວຽກງານຫຼາຍກວ່າເລື່ອງອື່ນໆ. ດັ່ງນັ້ນ, ຍ້ອນປັດໄຈດັ່ງກ່າວຈຶ່ງເຮັດໃຫ້ຄົນຮຸ່ນໃໝ່ຄິດວ່າການສ້າງ ຄອບຄົວ ແມ່ນບັນຫາທີ່ຈະເຮັດໃຫ້ໂຕເອງບໍ່ປະສົມຜົນສຳເລັດໃນວຽກງານ ຈຶ່ງເລືອກທີ່ຈະແຕ່ງງານຊ້າ ຫຼື ບໍ່ຄິດທີ່ຈະສ້າງຄອບຄົວເລີຍ.
ເຊິ່ງເວົ້າລວມແລ້ວ ສາເຫດທີິ່ຄົນຮຸ່ນໃໝ່ຄິດວ່າການສ້າງຄອບຄົວ, ການມີລູກນັ້ນເປັນສິ່ງທີ່ບໍ່ຈຳເປັນ ແລະ ຈະຍິ່ງເປັນພາລະໃນການຮັບຜິດຊອບລ້ຽງດູ ກໍເພາະຫຼາກຫຼາຍສາເຫດແຕກຕ່າງກັນອອກໄປ ທັງຄ່ານິຍົມຂອງຄົນຮຸ່ນໃໝ່, ຄ່າໃຊ້ຈ່າຍ, ຄ່າຄອງຊີບຕ່າງໆ. ດັ່ງນັ້ນ, ຈະສ້າງຄອບຄົວ ຫຼືບໍ່? ຈະມີລູກ ຫຼືບໍ່? ກໍສຸດແລ້ວແຕ່ຄວາມເພິ່ງພໍໃຈ ຈະບໍ່ມີຜິດ ຫຼື ຖືກຕາຍຕົວ.
ອ້າງອີງຈາກ:

(1) https://www.springnews.co.th/spring-life/824731?fbclid=IwAR3sfAN930qKF6DId5QQCS-uXCIpjaf0R-YuPC8alznBfV1z8pamKjIFASo
(2) https://www.the101.world/gen-y-no-child/?fbclid=IwAR17UvsIB8Hl3iQ9T-8_HLw_dT2rd3y55QR77V2iM1zp5eJ8WRHyRncjwkU
(3) https://www.innnews.co.th/lifestyle/news_64351/
___________________
ຊ່ອງທາງຕິດຕາມອື່ນໆ:
Tiktok: www.tiktok.com/
Facebook: https://rebrand.ly/infolaopdr
Youtube: https://rebrand.ly/thepasstudio
Instagram: https://rebrand.ly/Infolaos
Soundcloud: https://rebrand.ly/soundlcoud_infolaopdr

INFO.- ອິນໂຟ | 6 ວິທີຊ່ວຍໃຫ້ປັບຕົວກ່ອນເຂົ້າມະຫາວິທະຍາໄລ.ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Writer________...
12/09/2022

INFO.- ອິນໂຟ | 6 ວິທີຊ່ວຍໃຫ້ປັບຕົວກ່ອນເຂົ້າມະຫາວິທະຍາໄລ.
ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Writer
______________
ສະຫນັບສະຫນຸນຄອນເທັ້ນນີ້ໂດຍ Settha Business Administrator Collage
______________
ເຊື່ອວ່າ ການກ້າວເຂົ້າສູ່ຊ່ວງມະຫາວິທະຍາໄລຈະເອີ້ນໄດ້ວ່າ ເປັນຊ່ວງທີ່ປ່ຽນແປງຊີວິດຂອງຄົນຫຼາຍໆຄົນເລີຍກໍວ່າໄດ້, ຈາກເດັກຄົນໜຶ່ງໃຫ້ກາຍເປັນຄົນທີ່ໃຫຍ່ຂຶ້ນໃນທຸກໆດ້ານເຊັ່ນ: ດ້ານການດໍາລົງຊີວິດທົ່ວໄປ, ດ້ານຄວາມຄິດ, ດ້ານການສື່ສານ, ການພົວພັນໃນສັງຄົມເປັນຕົ້ນ ທີ່ຕ້ອງຮູ້ຈັກ ແລະ ຮັບຜິດຊອບເອງໃຫ້ໄດ້; ເຊິ່ງການສຶກສາໃນຮົ້ວມະຫາວິທະຍາໄລຂອງແຕ່ລະຄົນນັ້ນ ກໍຈະແຕກຕ່າງກັນອອກໄປໂດຍພື້ນຖານຂອງແຕ່ລະຄະນະທີ່ເລືອກຮຽນ.
ເມື່ອເວົ້າເຖິງມະຫາວິທະຍາໄລແລ້ວ ນ້ອງໆຫຼາຍຄົນທີ່ກໍາລັງຈະກ້າວເຂົ້າສູ່ຮົ້ວຂອງມະຫາວິທະຍາໄລໃນໄລຍະທີ່ໃກ້ໆນີ້ ອາດຈະມີຄວາມຮູ້ສຶກກັງວົນ, ຄິດຫຼາຍ, ຫວາດລະແວງ, ຄິດຢ້ານໃນສິ່ງທີ່ຍັງມາບໍ່ຮອດ, ຢ້ານຈະເຂົ້າກັບໝູ່ເພື່ອນບໍ່ໄດ້, ຢ້ານການທີ່ຈະຕ້ອງໄປຢູ່ຄົນດຽວໃນສະຖານທີ່ໃໝ່ ແລະ ຢ້ານທີ່ຈະຕ້ອງອອກຈາກ Comfort Zone ຂອງຕົນ.
ສະນັ້ນ, ມື້ນີ້ ພວກເຮົາຈະມາແນະນໍາ 6 ວິທີ ທີ່ຈະຊ່ວຍໃຫ້ນ້ອງໆທຸກຄົນສາມາດນໍາເອົາໄປປັບໃຊ້ ກ່ອນການເຂົ້າສູ່ຊີວິດຂອງມະຫາວິທະຍາໄລ ດັ່ງລຸ່ມນີ້:
1. ສຶກສາກົດລະບຽບ: ການສຶກສາກົດລະບຽບຄືສິ່ງທີ່ເປັນພື້ນຖານທີ່ສຸດສໍາລັບທຸກຄົນ ເພາະໃນທຸກທີ່ທຸກໂຮງຮຽນ ແລະ ທຸກມະຫາວິທະຍາໄລນັ້ນ ຈະລ້ວນແລ້ວແຕ່ມີກົດລະບຽບທີ່ແຕກຕ່າງກັນອອກໄປ. ການທີ່ເຮົາສຶກສາ-ຮູ້ກົດລະບຽບໄວ້ກ່ອນ ກໍຈະເປັນຜົນດີຕໍ່ຕົວຂອງເຮົາຫຼາຍ, ຈະເຮັດໃຫ້ເຮົາຮູ້ທັນ ແລະ ມີເວລາກຽມຕົວໄວ້ກ່ອນ.
.
2. ສໍາຫຼວດບໍລິເວນອ້ອມຮອບໂຮງຮຽນ: ນອກຈາກການສຶກສາສໍາຫຼວດກົດລະບຽບ ຫຼື ຂໍ້ມູນຕ່າງໆພາຍໃນຮົ້ວມະຫາວິທະຍາໄລແລ້ວ, ການທີ່ເຮົາສຶກສາເພີ່ມເຕີມເຖິງຂໍ້ມູນສະຖານທີ່ທີ່ໃກ້ຄຽງອ້ອມຮອບມະຫາວິທະຍາໄລຍິ່ງເປັນການດີ ເພາະຈະເຮັດໃຫ້ເຮົາຮູ້ເຖິງສະຖານທີ່ຕ່າງໆທີ່ຈໍາເປັນຕ້ອງຮູ້ໄວ້ ເພື່ອຄວາມສະດວກ ແລະ ປອດໄພໃນການດໍາລົງຊີວິດ.
.
3. ຮູ້ຈັກຈັດການເວລາ: ເວລາຄືສິ່ງສໍາຄັນສໍາລັບນັກສຶກສາຫຼາຍໆຄົນ ເພາະການສຶກສາໃນມະຫາວິທະຍາໄລ ຈະບໍ່ມີຕາຕະລາງຮຽນທີ່ຕາຍຕົວຄືຊັ້ນມັດທະຍົມທີ່ຜ່ານມາ; ນອກຈາກວິຊາຮຽນທີ່ຫຼາຍຢູ່ແລ້ວ ຍັງປະກອບມີວິຊາເສີມ, ກິດຈະກໍາຕ່າງໆທີ່ຕ້ອງເຂົ້າຮ່ວມອີກ. ສະນັ້ນ, ເຮົາຕ້ອງຮູ້ຈັກແບ່ງເວລາໃນການຮຽນ, ການພັກ ແລະ ເວລາທີ່ຕ້ອງດູແລຮັບຜິດຊອບຕົນເອງທັງໝົດໃຫ້ດີ.
.
4. ເປີດໃຈຮັບສັງຄົມໃໝ່: ເມື່ອກ້າວເຂົ້າສູ່ມະຫາວິທະຍາໄລ ແນ່ນອນຢູ່ແລ້ວວ່າສັງຄົມທີ່ເຮົາຕ້ອງໄດ້ສໍາຜັດ ແລະ ພົບພໍ້ຈະໃຫຍ່ຂຶ້ນກ່ວາເກົ່າ ທັງໝູ່ຄູ່ໃນຄະນະດຽວກັນ ແລະ ຕ່າງຄະນະ, ການເຂົ້າພັກໃນຫໍພັກ, ການເຂົ້າຫ້ອງສະໝຸດ ຫຼື ທີ່ຕ່າງໆກໍຈະປ່ຽນໄປ. ສະນັ້ນ, ເຮົາຕ້ອງຮູ້ຈັກກ້າທີ່ຈະໃຫ້ໂອກາດຕົນເອງໄດ້ລອງອອກໄປຊອກຫາປະສົບການໃໝ່ໆ.
.
5. ເຂົ້າຮ່ວມກິດຈະກໍາຕ່າງໆ: ໃນທຸກມະຫາວິທະຍາໄລຈະປະກອບມີກິດຈະກໍາທີ່ຫຼາກຫຼາຍແຕກຕ່າງກັນອອກໄປ ບໍ່ວ່າຈະເປັນກິດຈະກໍາການຊ່ວຍເຫຼືອທາງສັງຄົມ, ອາສາສະໝັກ, ສະໂມສອນກິລາ, ສິລະປະກໍາ-ສິລະປະດົນຕີ ແລະ ອື່ນໆ ທີ່ຈະມີທັງພາກບັງຄັບ ຫຼື ແລ້ວແຕ່ຄວາມສະໝັກໃຈຂອງຕົວນັກສຶກສາເອງ; ເຊິ່ງການທີ່ເຮົາໄດ້ມີໂອກາດເຂົ້າຮ່ວມກິດຈະກໍາເຫຼົ່ານີ້ ນອກຈາກຈະຊ່ວຍໃຫ້ເຮົາໄດ້ມີໂອກາດພົບພໍ້ໝູ່ເພື່ອນທີ່ຫຼາຍຂຶ້ນແລ້ວ, ຍັງຊ່ວຍໃຫ້ເຮົາຮູ້ຈັກເຖິງຂັ້ນຕອນຂອງການເຮັດວຽກຕົວຈິງ, ການຢູ່ຮ່ວມກັນຂອງຄົນໃນສັງຄົມ, ຊ່ວຍໃຫ້ເຮົາມີທັກສະການປັບຕົວ ແລະ ເຂົ້າກັບຄົນອື່ນໄດ້ງ່າຍ.
.
6. ຮູ້ຈັກເຂົ້າຫາຄູອາຈານ: ນອກຈາກໝູ່ເພື່ອນອ້າຍເອື້ອຍນ້ອງຕ່າງໆທີ່ເຮົາຕ້ອງມີ, ຄູອາຈານກໍເປັນອີກກຸ່ມຄົນໜຶ່ງທີ່ສໍາຄັນກັບເຮົາຫຼາຍ ເພາະເມື່ອເຮົາຫ່າງໄກຈາກບ້ານມາສຶກສາຮໍ່າຮຽນດ້ວຍຕົວຄົນດຽວ ການທີ່ເຮົາໄດ້ມີໂອກາດຮູ້ຈັກກັບຄູອາຈານທີ່ນອກຈາກຈະເປັນຜູ້ທີ່ຄອຍຊ່ວຍສິດສອນ, ຊີ້ແນະໃຫ້ຄໍາແນະນໍາທາງດ້ານການຮຽນແລ້ວ ເພິ່ນຍັງຈະຊ່ວຍເບິ່ງແຍງດ້ານການໃຊ້ຊີວິດ ການເປັນຢູ່ທົ່ວໄປຂອງເຮົາ ເມື່ອເຮົາປະສົບບັນຫາອີກດ້ວຍ.
.
ຊ່ວງຊີວິດມະຫາວິທະຍາໄລຈະເປັນຊ່ວງທີ່ນ້ອງໆຫຼາຍໆຄົນຈະໄດ້ຮຽນຮູ້, ໄດ້ສໍາຜັດ, ໄດ້ປະສົບການທີ່ຫຼາກຫຼາຍທີ່ສຸດຊ່ວງໜຶ່ງ ທີ່ຈະກາຍເປັນຕົວພື້ນຖານຊ່ວຍຊຸກຢູ້ ແລະ ຜັກດັນນ້ອງໆເວລາຕ້ອງເຂົ້າໄປເຮັດວຽກຕົວຈິງ. ສະນັ້ນ, ຈົ່ງຢ່າຢ້ານທີ່ຈະອອກໄປຊອກຫາປະສົບການ ແລະ ຄວາມຮູ້ດີໆແບບນີ້ ເພາະໂອກາດບໍ່ແມ່ນສິ່ງທີ່ຈະໄດ້ມາແບບງ່າຍໆ.
ແຫຼ່ງທີ່ມາຂອງຂໍ້ມູນ:
1. https://campus.campus-star.com/variety/44067.html/amp
2. https://serazu.com/web/news/350
3. https://www.tvpoolonline.com/content/29035
___________________
ຊ່ອງທາງຕິດຕາມອື່ນໆ:
Tiktok: www.tiktok.com/
Facebook: https://rebrand.ly/infolaopdr
Youtube: https://rebrand.ly/thepasstudio
Instagram: https://rebrand.ly/Infolaos
Soundcloud: https://rebrand.ly/soundlcoud_infolaopdr

INFO.- ອິນໂຟ | First Impression ດີ ມີໄຊໄປກວ່າເຄິ່ງ.ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Writerຫຼາຍຄັ້ງທີ່ຄົ...
11/09/2022

INFO.- ອິນໂຟ | First Impression ດີ ມີໄຊໄປກວ່າເຄິ່ງ.
ບົດຄວາມຈາກຜູ້ເຂົ້າຮ່ວມ program: Info. - Freelance Writer
ຫຼາຍຄັ້ງທີ່ຄົນເຮົາມັກຈະຕັດສິນຄົນຜູ້ໜຶ່ງທີ່ເຮົາຫາກໍພົບເຫັນເຂົາ ຫຼື ໄດ້ໂອ້ລົມກັນເປັນເທື່ອທຳອິດວ່າ ຄົນຜູ້ນັ້ນເປັນຄົນເຟຣນລີ່, ຍິ້ມແຍ້ມແຈ່ມໃສ, ເບິ່ງໂລກໃນແງ່ດີ, ມີທັດສະນະຄະຕິດີ ຫຼື ບາງຄົນກໍມີອະຄະຕິ, ມີອີໂກ້ສູງ ຫຼື ຕ່າງໆນາໆ. ເຊິ່ງທຸກຄົນຮູ້ບໍ່ວ່າສ່ວນໜຶ່ງຂອງສິ່ງເຫຼົ່ານີ້ກໍຍ້ອນມາຈາກ First Impression ຂອງຄົນນັ້ນທີ່ພວກເຮົາໄດ້ພໍ້ນັ້ນເອງ. ແລ້ວເປັນຫຍັງຈຶ່ງຕ້ອງເປັນ First Impression?.
ຄຳວ່າ “ First Impression “ ຫຼື ໃນພາສາລາວທີ່ແປວ່າ ຄວາມໜ້າປະທັບໃຈໃນຄັ້ງທຳອິດທີ່ພົບກັນ. ຄໍານີ້ເປັນຄຳທີ່ຫຼາຍຄົນມັກຈະຄຸ້ນຫູເມື່ອຕ້ອງຕົກຢູ່ໃນສະຖານະການທີ່ຕ້ອງພົບກັບຄົນແປກໜ້າ ແລະ ຍິ່ງເປັນສິ່ງສໍາຄັນເພື່ອທີ່ຈະໄດ້ສ້າງສາຍສຳພັນໄມຕີທີ່ດີ ບວກກັບຮູບລັກສະນະພາຍນອກເມື່ອຫາກໍພົບກັນເທື່ອທຳອິດ.
.
ການທີ່ມີ First Impression ທີ່ດີຈະມີໄຊໄປກວ່າເຄິ່ງ ເພາະວ່າ “ຄັ້ງທໍາອິດ“ ນັ້ນສຳຄັນສະເໝີທີ່ຈະເຮັດໃຫ້ເຮົາກາຍເປັນທີ່ໜ້າຈົດຈຳ ແລະ ໜ້າປະທັບໃຈຕັ້ງແຕ່ແລກພົບ. ເຊິ່ງໃນເວລາອັນສັ້ນທີ່ບໍ່ຮອດ 10 ວິນາທີໃນການເບິ່ງຄົນຜູ້ໜຶ່ງໃນຄັ້ງທຳອິດນັ້ນ ສະໝອງຂອງມະນຸດຈະສາມາດປະມວນຜົນໃບໜ້າຂອງຄົນນັ້ນເພື່ອທີ່ຈະນຳໄປສູ່ຂໍ້ສະຫຼຸບແບບໄວວາວ່າຄົນໆນັ້ນເປັນຄົນແບບໃດໃນເລື່ອງຂອງຄຸນສົມບັດ, ຄວາມໜ້າໄວ້ວາງໃຈ, ມິດຕະພາບ, ຄວາມສັດຊື່ບໍລິສຸດ ເຊິ່ງມັນກໍເປັນສ່ວນໜຶ່ງທີ່ມີອິດທິພົນຕໍ່ກັບການຕັດສິນລັກສະນະພາຍນອກຂອງຄົນ ແລະ ມີຜົນຕໍ່ການຕັດສິນໃຈໃນເລື່ອງໃດໜຶ່ງໂດຍສະເພາະແມ່ນ ການສະໝັກງານເພື່ອເປັນພະນັກງານ, ເປັນອາສາສະໝັກ,…
.
ເຊິ່ງການທີ່ຈະສ້າງ First Impression ທີ່ດີໃຫ້ຕົວເຮົານັ້ນບໍ່ໄດ້ແມ່ນເລື່ອງຍາກເລີຍ ເພາະວ່າຕໍ່ຈາກນີ້ຈະຂໍນໍາເອົາວິທີການ ຫຼື ເທັກນິກງ່າຍໆທີ່ພວກເຮົາສາມາດນໍາໄປເຝິກໃຊ້ໄດ້ທັນທີຕໍ່ກັບຄູ່ສົນທະນາຂອງເຮົາທີ່ຫາກໍພົບກັນເປັນເທື່ອທໍາອິດ ຄື:
.
1. ການຍິ້ມ (ຮອຍຍິ້ມທີ່ຈິງໃຈ ແລະ ເປັນມິດ) ເຄີຍໄດ້ຍິນບໍ່ວ່າ “ຮອຍຍິ້ມຄືປະຕູຂອງຫົວໃຈ“.
ເຮົາທຸກຄົນສາມາດທີ່ຈະຍິ້ມໃຫ້ກັບຄົນອື່ນໄດ້ຕະຫຼອດເວລາ ເພາະນອກຈາກຈະຊ່ວຍໃຫ້ເປັນມິດທີ່ດີຕໍ່ກັນ ມັນຍັງມີຜົນຕໍ່ການສ້າງມະນຸດສຳພັນທີ່ດີ, ຊ່ວຍເພີ່ມສະເໜ່ໃຫ້ກັບຕົນເອງ ເຊິ່ງຈະເຮັດໃຫ້ບັນຍາກາດຂອງການສົນທະນາບໍ່ຕຶງຄຽດ, ມີຄວາມລາບລື່ນ ແລະ ເກີດຄວາມປະທັບໃຈໄດ້.
.
2. ການຈັບມືກັນແບບໝັ້ນໃຈເພື່ອເປັນການທັກທາຍ.
ສິ່ງນີ້ເປັນສິລະປະຢ່າງໜຶ່ງທີ່ເປັນສັນຍະລັກມາລະຍາດດີທີ່ ຈະຊ່ວຍໃຫ້ທັງສອງຝ່າຍຮູ້ສຶກເປັນມິດ, ໃຫ້ຄວາມຜ່ອນຄາຍໃນເບື້ອງຕົ້ນ ບວກກັບມັນສາມາດສ້າງຄວາມໝັ້ນໃຈເພື່ອເລີ່ມບົດສົນທະນາ.
.
3. ການກ່າວຄຳທັກທາຍ.
ຖ້າຫາກວ່າເຮົາຈະໃຊ້ 10 ວິນາທີທໍາອິດຂອງເຮົາຕໍ່ກັບຄົນຜູ່ໜຶ່ງໃຫ້ມີປະສິດທິພາບຫຼາຍຂຶ້ນ ການກ່າວຄຳທັກທາຍເລັກໆນ້ອຍໆດ້ວຍຄວາມຍິ້ມແຍ້ມແຈ່ມໃສ ເມື່ອມີໂອກາດເວົ້າຖືວ່າເປັນເລື່ອງທີ່ດີຫຼາຍ ເຊິ່ງອາດຈະກ່າວຄໍາງ່າຍໆເຊັ່ນວ່າ: ສະບາຍດີ, ຍິນດີທີ່ໄດ້ຮູ້ຈັກ ຫຼື ຍິນດີທີ່ໄດ້ພົບກັນ.
.
4. ການສະແດງມາລະຍາດທີ່ເໝາະສົມ.
ໃນເລື່ອງຂອງທ່າທາງ ບວກກັບການເວົ້າ ເວົ້າຈາໃຫ້ສຸພາບ, ມີຄວາມໜ້າເຊື່ອຖື, ໝັ້ນໃຈ, ບໍ່ເວົ້າຫຼາຍ ຫຼື ໜ້ອຍເກີນໄປ ພ້ອມທັງການໃຊ້ນ້ຳສຽງທີ່ໜັກແໜ້ນ ແລະ ເໝາະສົມຍິ່ງ ຈະເຮັດໃຫ້ຄູ່ສົນທະນາເກີດຄວາມສົນໃຈເພື່ອຢາກລົມໃນຫົວຂໍ້ຕ່າງໆກັບເຮົາຕໍ່ແບບບໍ່ລຳຄານ.
.
5. ການສົບຕາ.
ໃນງານວິໄຈທີ່ຊື່ Eye Contact Marks the Rise and Fall of Shared attention in Conversation ພົບວ່າ ການສົບຕາຊ່ວຍໃຫ້ບົດສົນທະນາລື່ນໄຫຼ ແລະ ການສົນທະນາເປັນທໍາມະຊາດຫຼາຍຂຶ້ນ. ນອກນັ້ນ, ມັນຍັງສະແດງເຖິງຄວາມໝັ້ນໃຈ ແລະ ໃຫ້ຄວາມສົນໃຈກັບອີກຝ່າຍທີ່ກໍາລັງເວົ້າຢູ່.
.
6. ການທີ່ເຮົາກ້າເປັນໂຕຂອງໂຕເອງ.
ຈະຊ່ວຍໃຫ້ເຮົາຜ່ອນຄາຍ, ກ້າສະແດງອອກໃນຂະນະເວົ້າໂດຍທີ່ບໍ່ຕ້ອງກັງວົນ ວ່າເຮົາຈະສະແດງທ່າທີທີ່ບໍ່ດີບໍ່ງາມອອກໄປ ແຕ່ກໍຕ້ອງຢູ່ໃນຂອບເຂດເພາະອາດເຮັດໃຫ້ຄູ່ສົນທະນາອຶດອັດ ແລະ ເຂົ້າເຖິງຍາກ.
.
ອ້າງອີງຈາກ:
1. https://trust-vision.co/2021/11/24/7-%E0%B9%80%E0%B8%97%E0%B8%84%E0%B8%99%E0%B8%B4%E0%B8%84%E0%B8%AA%E0%B8%A3%E0%B9%89%E0%B8%B2%E0%B8%87-first-impression-%E0%B9%83%E0%B8%99%E0%B8%A3%E0%B9%88%E0%B8%A7%E0%B8%A1%E0%B8%87%E0%B8%B2%E0%B8%99/
2. https://www.betterup.com/blog/how-to-make-a-good-first-impression
3. https://youtu.be/wf1vUYhYRBY
___________________
ຊ່ອງທາງຕິດຕາມອື່ນໆ:
Tiktok: www.tiktok.com/
Facebook: https://rebrand.ly/infolaopdr
Youtube: https://rebrand.ly/thepasstudio
Instagram: https://rebrand.ly/Infolaos
Soundcloud: https://rebrand.ly/soundlcoud_infolaopdr

Address


Telephone

+8562059230585

Website

Alerts

Be the first to know and let us send you an email when INFO. - ອິນໂຟ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to INFO. - ອິນໂຟ:

Shortcuts

  • Address
  • Telephone
  • Alerts
  • Contact The Business
  • Claim ownership or report listing
  • Want your business to be the top-listed Media Company?

Share

INFO. ອິນໂຟ

INFO. ອິນໂຟ - ມີຄວາມຕັ້ງໃຈທີ່ຈະວາງໂຕ ໃນການເປັນສື່ມວນຊົນທີ່ເປັນກາງ ແລະ ມີຄຸນນະພາບ ໃນການກະຈາຍຂ່າວສານທີ່ໜ້າເຊື່ອຖື ສູ່ສັງຄົມ.

INFO. ອິນໂຟ ເປັນພື້ນທີ່ສຳລັບຄົນທີ່ມັກຮັກໃນເລື່ອງການອ່ານ-ການຂຽນ ແລະ ມັກຄົ້ນຄ້ວາຮຽນຮູ້ກ່ຽວກັບສິ່ງຕ່າງໆ ເຊັ່ນ: ການທ່ອງທ່ຽວ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປະຫວັດສາດ, ສິນລະປະການບັນເທີງ, ສຸຂະພາບ, ບັນຫາສັງຄົມ ແລະ ອື່ນໆ

ຈຸດປະສົງຂອງອິນໂຟກໍເພື່ອເຮັດໃຫ້ສັງຄົມລາວຫັນມາໃສ່ໃຈການອ່ານການຂຽນຫຼາຍຂື້ນ ພ້ອມທັງສົ່ງເສີມນັກຂຽນທີ່ມີຄວາມສາມາດໃຫ້ມີລາຍໄດ້ໃນສິ່ງທີ່ຕົນມັກ ຜ່ານໂຄງການນັກຂຽນອິດສະຫຼະ ຂອງອິນໂຟ