ລະຫວ່າງທາງ

  • Home
  • ລະຫວ່າງທາງ

ລະຫວ່າງທາງ contact works Only 02078148080
LINE: lavanthangtravel
Online time 8:00-21:00 all days

ແຜ່ນທ້ຽວເຕັ້ມຫົວ ເງີນຍ່າງກາຍຮ້ານຂາຍເຄື້ອງກໍຫມົດລະ🤣🤣
10/09/2025

ແຜ່ນທ້ຽວເຕັ້ມຫົວ ເງີນຍ່າງກາຍຮ້ານຂາຍເຄື້ອງກໍຫມົດລະ🤣🤣

ບາງຄັ່ງຄວາມສວຍງາມອາດຫ່າງເຮົາແຕ່ ສອງ ຊົ່ວໂມງປາຍ🌄✨🌿 “ພູແດນເມືອງ ຈຸດຊົມວິວທີບໍ່ລັບແລະກຳລັງເປັນກະແຊຣ໌ຢູ່ຕອນນີ່ເສັ້ນທາງກ່ອນເຖ...
09/09/2025

ບາງຄັ່ງຄວາມສວຍງາມອາດຫ່າງເຮົາແຕ່ ສອງ ຊົ່ວໂມງປາຍ🌄✨

🌿 “ພູແດນເມືອງ ຈຸດຊົມວິວທີບໍ່ລັບແລະກຳລັງເປັນກະແຊຣ໌ຢູ່ຕອນນີ່ເສັ້ນທາງກ່ອນເຖິງຊະນະຄາມ🌿 ຈຸດສູ້ງທີສຸດຂອງເຂດນີ່!!

“ມີບາງສະຖານທີ່… ທີ່ເຮັດໃຫ້ພວກເຮົາຮູ້ສຶກວ່າເວລາເຄື່ອນຊ້າລົງ
ແລະ ‘ພູແດນເມືອງ’ ແມ່ນໜຶ່ງໃນນັ້ນຂ້ອຍໄດ້ຜ່ານມາເຈີກ່ອນຈະເດີນທາງຕໍ່ໄປຕົວເມືອງເຫັນແລ້ວຢາກບອກຕໍ່ ເຈົ້າຢາກໄປກັບຫມູ່ຄົນໃດ ຫຼື ຢາກໄປກັບແຟນແທ໋ກຫາລາວເລີຍ ຫວ່າງແຜ່ນທ້າຍອາທິດນີ່ແລ້ວອອກເດີນທາງກັນ 🏞️✨

ກ່ອນເຖິງ ຕົວເມືອງສະໜະຄາມ ຂ້ອຍກັບ ຫມູ່ ແວະມາທີ່ນີ້
ວິວ 360° ມອງເຫັນພູເຂົາຊ້ອນສະຫລັບກັນກັບສາຍໝອກ 🌄
ຈຸດພິເສດຄື… ສາມາດຂັບລົດຂຶ້ນໄປໄດ້ / ຍ່າງຂຶ້ນໄປກໍໄດ້ / ຫຼືຈະກາງເຕັ້ນນອນໃຕ້ດາວກໍໄດ້ບອກເລີຍວ່າຟິນບໍ່ຢຸດກັບບັນຢາກາດ
ສາຍແຄ້ມ, ສາຍຊິວ, ສາຍຖ່າຍຮູບ ບອກເລີຍວ່າ ຫ້າມພາດ!

📌 ສະຖານທີ່: ຈຸດຊົມວິວພູແດນເມືອງ/ ຊະນະຄາມ
⛰️ ໄຮໄລທ໌: ວິວພາໂນຣາມາ / ລົມເຢັນ / ໝອກຍາມເຊົ້າ
🏕️ ກາງເຕັ້ນໄດ້ / ຂັບລົດຂຶ້ນໄດ້ / ຍ່າງຂຶ້ນກໍໄດ້ຕາມໃຈ
🚙 ໃຊ້ເວລາເດີນທາງຈາກຕົວເມືອງຊະນະຄາມປະມານ 30 ນາທີເທົ່ານັ້ນ

#ລະຫວ່າງທາງ #ພູແດນເມືອງ #ຊະນະຄາມ #ທ່ຽວລາວ #ສາຍແຄ້ມ #ວິວຫມອກ

ແຖວເອື້ອຍຄຸ້ມມມ😆
08/09/2025

ແຖວເອື້ອຍຄຸ້ມມມ😆

ແກ້ມື້ຕົກລົດໄຟມື້ວານນີ່😆😆😆 ທ່ຽວໃສ່ດີ  #ຫຼວງພະບາງ  #ເດີວິວ  #ທ່ຽວລາວ
07/09/2025

ແກ້ມື້ຕົກລົດໄຟມື້ວານນີ່😆😆😆 ທ່ຽວໃສ່ດີ #ຫຼວງພະບາງ #ເດີວິວ #ທ່ຽວລາວ

ຢ່າເຮັດຄືຂ້ອຍ!! ບົດຮຽນລາຄາແພງຈາກການພາດລົດໄຟຮອບສຸດທ້າຍ ຮື້ໆ🥺🚄ມື້ນີ້ຂ້ອຍຢາກແບ່ງປະສົບການສ່ວນໂຕທີ່ເກີດຂຶ້ນຈິງສົດໆຮ້ອນໆ…ຂ້ອຍຈ...
06/09/2025

ຢ່າເຮັດຄືຂ້ອຍ!! ບົດຮຽນລາຄາແພງຈາກການພາດລົດໄຟຮອບສຸດທ້າຍ ຮື້ໆ🥺🚄

ມື້ນີ້ຂ້ອຍຢາກແບ່ງປະສົບການສ່ວນໂຕທີ່ເກີດຂຶ້ນຈິງສົດໆຮ້ອນໆ…
ຂ້ອຍຈອງປີ້ລົດໄຟລາວ-ຈີນ ຈາກ ນະຄອນຫຼວງວຽງຈັນ ໄປຫຼວງພະບາງເປັນຈຸດໝາຍປາຍທາງ ໃນຮອບ 15:05 ໂມງແລງ
ແຕ່ສິ່ງທີ່ບໍ່ຄາດຄິດກໍເກີດຂຶ້ນ… 🚦
• ເອີ້ນລົດມາຮັບ → ລົດກາບໍ່ມາ
• ຂັບລົດສ່ວນໂຕອອກໄປ → ພັດການຈະລາຈອນຕິດຫນັກ
• ເມື່ອມາຮອດສະຖານີ → ລົດໄຟກໍອອກໄປແລ້ວ…

ຂ້ອຍຄິດວ່າອາດຈະຂໍຂຶ້ນຮອບຕໍ່ໄປໄດ້ ຫຼື ຂໍສ່ວນຫຼຸດບາງສ່ວນ, ແຕ່ສຸດທ້າຍມາຮູ້ວ່າ

ປີ້ລົດໄຟຮອບສຸດທ້າຍ ບໍ່ມີນະໂຍບາຍການຄືນເງິນ ຫຼື ປ່ຽນປີ້

ສ່ວນຫຼຸດ 80% ມີແຕ່ສໍາລັບຄົນທີ່ພາດຮອບທົ່ວໄປ ແລະມີຮອບຕໍ່ໄປໃຫ້ເລືອກ.
ແຕ່ຖ້າຄືຂ້ອຍ… ໄປບໍ່ທັນຮອບສຸດທ້າຍ → ບໍ່ມີສິດໃດໆເລີຍ.



ບົດຮຽນທີ່ໄດ້ຈາກປະສົບການນີ້

ເພື່ອບໍ່ໃຫ້ຜູ້ຕິດຕາມເພຈ “ລະຫວ່າງທາງ” ພາດຄືຂ້ອຍ, ນີ້ແມ່ນສິ່ງທີ່ຄວນຈື່ໄວ້ທຸກຄົນ

✅ 1. ໄປຮອດສະຖານີກ່ອນ 1-2 ຊົ່ວໂມງດີທີ່ສຸດ
• ໂດຍສະເພາະຊ່ວງມີລົດຕິດ ຫຼື ມີຄົນໃຊ້ລົດໄຟຈໍານວນຫຼາຍ
• ການໄປຮອດໄວຊ່ວຍໃຫ້ມີເວລາເຊັກອິນ, ກວດສອບປີ້, ແລະເຂົ້າປະຕູທັນເວລາ

✅ 2. ເອີ້ນລົດມາຮັບໃຫ້ໄວກວ່າປົກກະຕິ
• ຖ້າຈະໃຊ້ແທັກຊີ, ແອັບເອີ້ນລົດ, ຫຼືລົດຮັບຈ້າງ → ໃຫ້ເຜື່ອເວລາເພີ່ມເພື່ອເຫັນແກ່ຄວາມປອດໄພ

✅ 3. ກວດສອບຮອບສຸດທ້າຍໃຫ້ຊັດເຈນ
• ຖ້າຈອງຮອບສຸດທ້າຍ, ຈະບໍ່ມີທາງໄດ້ຮັບສ່ວນຫຼຸດ ຫຼືຄືນເງິນອີກ.
• ດັ່ງນັ້ນ ຄວນເລືອກຮອບທີ່ມີການສຳຮອງໄວ້ດີກວ່າແນ່ນອນ

✅ 4. ເຊັກນະໂຍບາຍຂອງລົດໄຟກ່ອນຈອງ
• ຖ້າເປັນຮອບທົ່ວໄປ → ພາດຮອບສາມາດຂໍສ່ວນຫຼຸດ80% ໄດ້
• ແຕ່ຖ້າເປັນ ຮອບສຸດທ້າຍ → ບໍ່ມີການຊ່ວຍເຫຼືອທຸກກໍລະນີຮື້ໆ🥺🥺


ສຸດທ້າຍ

ຂ້ອຍເຮັດບົດຄວາມນີ້ ເພື່ອເຕືອນທຸກຄົນວ່າ

“ຢ່າເຮັດຄືຂ້ອຍ! ຂໍໂທດລູກຄ້າທາງຫຼວງພະບາງທີໄປຊ້າເດີ!!
ການວາງແຜນເວລາເປັນສິ່ງສໍາຄັນ ໂດຍສະເພາະໃນການໃຊ້ລົດໄຟລາວ-ຈີນ ເພາະຮອບສຸດທ້າຍ ບໍ່ມີສິດເລືອກໃດໆເລີຍ.
ຫວັງວ່າປະສົບການຂອງຂ້ອຍຈະເປັນບົດຮຽນໃຫ້ຫຼາຍຄົນວາງແຜນດີຂຶ້ນ! 🌿 #ລົດໄຟລາວຈີນ #ຕົກລົດໄຟ #ລະຫວ່າງທາງ

ນີ່ແຫລະປັນຫາທີພົບເຈີແຕ່ລະມື້ລະເວັນ😆😆
05/09/2025

ນີ່ແຫລະປັນຫາທີພົບເຈີແຕ່ລະມື້ລະເວັນ😆😆

04/09/2025

ຮອດຫນອງຄາຍແລ້ວ
ແນະນຳຈຸດທ່ຽວ ທຳມະຊາດ

ຄາເຟ ໃຫ້ແນ່

ຮັບຊົມປະກົດການສຸດພີເສດຈາກທຳມະຊາດໄດ້ພ້ອມກັນທົ່ວປະເທດແທ໋ກແຟນ ຫຼື ຄົນທີທ່ານຢາກເບີ່ງແລະໃຊ້ເວລາສຸດພີເສດນິ່ຮ່ວມກັນ🌕🟥 ພະຈັນແດງ ...
03/09/2025

ຮັບຊົມປະກົດການສຸດພີເສດຈາກທຳມະຊາດໄດ້ພ້ອມກັນທົ່ວປະເທດ
ແທ໋ກແຟນ ຫຼື ຄົນທີທ່ານຢາກເບີ່ງແລະໃຊ້ເວລາສຸດພີເສດນິ່ຮ່ວມກັນ

🌕🟥 ພະຈັນແດງ (Blood Moon) 7–8 ກັນຍາ 2025

ຄືນວັນທີ 7 ຕໍ່ 8 ກັນຍາ ຈະມີ ຈັນທະຄາດເຕັມດວງ ເຮັດໃຫ້ພະຈັນກາຍເປັນສີແດງສວຍງາມ ສາມາດເບິ່ງໄດ້ດ້ວຍຕາເປົ່າ. ເວລາໃນ ລາວ (ICT, UTC+7):
• ເລີ່ມເຂົ້າເງົາຈາງ: 22:28 (7 ກັນຍາ)
• ເລີ່ມຈັນທະຄາດບາງສ່ວນ: 23:27
• ເລີ່ມຈັນທະຄາດເຕັມດວງ: 00:30 (8 ກັນຍາ)
• ຈຸດສູງສຸດ: 01:11
• ສິ້ນສຸດຊ່ວງເຕັມດວງ: 01:52
• ສິ້ນສຸດບາງສ່ວນ: 02:56
• ອອກຈາກເງົາຈາງທັງໝົດ: 03:55

💡 ແນະນຳ: ເບິ່ງຟ້າທາງຕອນກາງຄືນ–ຮຸ່ງເຊົ້າ, ບ່ອນທີ່ຟ້າໂປ່ງ ແລະ ຫ່າງໄກ້ຈາກໄຟສະຫວ່າງ. ປາກົດການນີ້ປອດໄພ ບໍ່ຕ້ອງໃສ່ແວ່ນປ້ອງກັນ.

📌 ແຫຼ່ງຂໍ້ມູນ: NASA GSFC (ເວລາ UTC ແລະແຜນພາບ), EarthSky (ຕາຕະລາງເວລາ UTC), ແລະ timeanddate (ເວລາທ້ອງຖິ່ນເມືອງວຽງຈັນ). #ລະຫວ່າງທາງ

ເຊື່ອວ່າຫຼາຍຄົນກາເປັນຄືຂ້ອຍ🤣ຂ້ອຍຈະລົ້ວ
02/09/2025

ເຊື່ອວ່າຫຼາຍຄົນກາເປັນຄືຂ້ອຍ🤣ຂ້ອຍຈະລົ້ວ

ສະບາຍດີເດືອນກັນຍາ 🌿ຂໍໃຫ້ເດືອນໃໝ່ນີ້ເຕັມໄປດ້ວຍຮອຍຍິ້ມ, ຄວາມສຸກ ແລະ ກຳລັງໃຈດີໆໃຫ້ທຸກການເດີນທາງນຳເຮົາໄປພົບແຕ່ສິ່ງດີໆງາມໆ ທີ...
01/09/2025

ສະບາຍດີເດືອນກັນຍາ 🌿

ຂໍໃຫ້ເດືອນໃໝ່ນີ້ເຕັມໄປດ້ວຍຮອຍຍິ້ມ, ຄວາມສຸກ ແລະ ກຳລັງໃຈດີໆ
ໃຫ້ທຸກການເດີນທາງນຳເຮົາໄປພົບແຕ່ສິ່ງດີໆງາມໆ ທີ່ກຳລັງລໍຖ້າຢູ່ຂ້າງໜ້າ ✨ເດືອນນີ່ບໍ່ຂໍຍັງຫຼາຍຂໍໃຫ້ບໍ່ເກີນໄພພີບັດອີກລະແລ້ວ

31/08/2025

ຜາຈ່ອງ2ມື້1ຄື້ນ!!!
ບໍ່ແມ່ນແຄ່ການເດີນທາງ... ແຕ່ແມ່ນການເປີດໃຈໃຫ້ທຳມະຊາດດູ ແລ່ເຮົາໂດຍບໍ່ຕ້ອງມີຄໍາເວົ້າ

ຜາຈ້ອງແຫ່ງທຳມະຊາດອຸດົມສົມບູນສັດນາພັນໆຕົ້ນໄມ້ນານາ ສະນິດລະດັບຄວາມສູ້ງເນືອນນໍ້າຂະເລ1010M ວິວຫນ້າຜາສຸດ ອະລັງການບັນຢາກາດຫມອກຕະຫລອດຊ່ວງລະດູຝົນ ມີລົ້ມຫນາວ ພັດພາໄປມາທັ່ງຄື້ນ.

ບ່ອນທີ່ປ່າຕົ້ນໄມ້ແປກຍັງຄົງຢູ່ແບບດັ້ງເດີມ ຄື້ໄດ້ຫລົງເຂົ້າໄປຢູ່ໃນ ໂລກອື່ນເລີຍຕົ້ນແປກບໍ່ນ່າເຊື່ອງາມປານດັງຝັນບ່ອນໜຶ່ງຂອງລາວທີ່ ຍັງຖືກປົກຄຸມໄວ້ດ້ວຍປ່າດົມເດີມ ແລະເປັນແຫຼ່ງອາຊັບພັນທີ່ ຫາຍາກຂອງພືດປ່າຫຼາຍຊະນິດ

“ປ່າຕົ້ນໄມ້ແປກ” ທີ່ມີທັງຕົ້ນໄມ້ຫາຍາກ, ຕົ້ນໄມ້ໃຫຍ່ອາຍຸຮ້ອຍປີ, ລວມທັງຄວາມຊຸມຊື່ນ ກັບລົມເຢັນໆແບບທຳມະຊາດລ້ວນໆ

ແສງແດດລອດຜ່າໃບໄມ້, ສຽງນົກປ່າເປັນຈັງຫວະ, ແລະກິ່ນດິນຊຸມ ໆ ຄືຄຳເຊີນໃຫ້ຈິດໃຈຫຼີກຫນີຄວາມວຸ້ນວາຍໃນເມືອງ ໄປສູ່ຄວາມ ສະງົບແບບທຳມະຊາດລ້ວນໆ

#ລະຫວ່າງທາງ #ຜາຈ້ອງ #ພູເຂົາຄວາຍ

ໄດ້ເປັນລະເດີໄວລຸ້ນ Racing Tnt 🧨 💥 ຝາກຕິດຕາມເພຈນ້ອຍໆແນ່ສາຍທ່ຽວເດີນທາງໄປຈຸດຕ່າງໆເປີດປະສົບການ💫
31/08/2025

ໄດ້ເປັນລະເດີໄວລຸ້ນ Racing Tnt 🧨 💥 ຝາກຕິດຕາມເພຈນ້ອຍໆແນ່ສາຍທ່ຽວເດີນທາງໄປຈຸດຕ່າງໆເປີດປະສົບການ💫

Address


Alerts

Be the first to know and let us send you an email when ລະຫວ່າງທາງ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ລະຫວ່າງທາງ:

  • Want your business to be the top-listed Media Company?

Share