bluethonz

bluethonz ພວກເຮົາ bluethonz ເປັນຜູ້ໃຫ້ທີ່ປຶກສາຮອບດ?

blueThonz ດິຈິຕອນ ທູ ເດິມູນ ເປັນຜູ້ໃຫ້ຄໍາປຶກສາຮອບດ້ານກ່ຽວກັບ Graphic Design & Video contents, ບັນດາ Digital platform (Defi, Blockchain, Crypto Currency, NFT, etc.), ການຈັດການ SEO ແລະ SMO ສຳລັບທຸລະກິດໃນລາວ ພວກເຮົາມຸ່ງໝັ້ນທີ່ຈະນຳສະເໜີການບໍລິການທີ່ເປັນມືອາຊີບ, ການບໍລິການທີ່ມີປະສິດທິພາບ ແລະ ໝັ້ນໃຈວ່າເປັນການຈັດສັນຂໍ້ມູນທີ່ຖືກຕ້ອງ ກຸ້ມຄ່າຕໍ່ການລົງທຶນຂອງທຸລະກິດຂອງທ່ານ...
bluethonz, Digital to the Moon

, is a full-service consultant for businesses in Laos on Graphic Design & Video Content, Digital Platforms (Defi, Blockchain, Crypto Currency, NFT, etc. ), SEO and SMO management.

[English Below]ບຸນຊ່ວງເຮືອມາເຖິງແລ້ວ! ປະເພນີອັນດີງາມຂອງຊາວລາວ ຮ່ວມໃຈ ຮ່ວມແຮງ ເປັນນໍ້າໜຶ່ງໃຈດຽວ 🇱🇦✨__________The boat rac...
08/10/2025

[English Below]

ບຸນຊ່ວງເຮືອມາເຖິງແລ້ວ! ປະເພນີອັນດີງາມຂອງຊາວລາວ ຮ່ວມໃຈ ຮ່ວມແຮງ ເປັນນໍ້າໜຶ່ງໃຈດຽວ 🇱🇦✨

__________

The boat racing festival has arrived! A beautiful Lao tradition — coming together in unity and strength as one heart 🇱🇦✨

[English Below]🌕ວັນອອກພັນສາ 15 ຄໍ່າ ເດືອນ 11 ສືບສານປະເພນີລາວ ຮັກສາວັດທະນະທໍາ ຮ່ວມກັນອະນຸລັກຮີດຄອງທີ່ດີງາມ 🕯️✨__________🌕...
07/10/2025

[English Below]

🌕ວັນອອກພັນສາ 15 ຄໍ່າ ເດືອນ 11 ສືບສານປະເພນີລາວ ຮັກສາວັດທະນະທໍາ ຮ່ວມກັນອະນຸລັກຮີດຄອງທີ່ດີງາມ 🕯️✨

__________

🌕 End of Buddhist Lent Day
Let’s continue the Lao traditions, preserve our culture, and cherish the beautiful customs of our nation 🕯️✨

[English Below]ທີມ Bluethonz ໄດ້ມີໂອກາດເຂົ້າຮ່ວມງານ ISF 2025 (Innovative Scholarship Forum 2025)! ງານນີ້ມ່ວນຫຼາຍ, ພວກເຮົ...
07/10/2025

[English Below]

ທີມ Bluethonz ໄດ້ມີໂອກາດເຂົ້າຮ່ວມງານ ISF 2025 (Innovative Scholarship Forum 2025)! ງານນີ້ມ່ວນຫຼາຍ, ພວກເຮົາໄດ້ຮຽນຮູ້, ແບ່ງປັນ ແລະເຕີບໂຕຮ່ວມກັນ — ຂໍຂອບໃຈສໍາລັບໂອກາດດີໆນີ້!

******

Team Bluethonz had the honor of joining ISF 2025 (Innovative Scholarship Forum 2025)! It was an inspiring event filled with great experiences, new connections, and so much joy. We learned, shared, and grew together — grateful for the opportunity!

.

Bluethonz ໄດ້ຮ່ວມມືກັບ ສູນຕ້ານເອດ ແລະ ພຕພ. ໃນການຈັດຕັ້ງການຝຶກອົບຮົມໃຫ້ແກ່ນັກສະແດງ. ເພື່ອພັດທະນາທັກສະໃນການສະແດງອອກທາງໃບໜ້...
29/09/2025

Bluethonz ໄດ້ຮ່ວມມືກັບ ສູນຕ້ານເອດ ແລະ ພຕພ. ໃນການຈັດຕັ້ງການຝຶກອົບຮົມໃຫ້ແກ່ນັກສະແດງ.
ເພື່ອພັດທະນາທັກສະໃນການສະແດງອອກທາງໃບໜ້າ ແລະ ທ່າທາງ ໃຫ້ສາມາດຖ່າຍທອດອາລົມ ແລະ ຄວາມຮູ້ສຶກໄດ້ຢ່າງມີປະສິດທິພາບ ຕາມເປົ້າໝາຍທີ່ກຳນົດໄວ້.

ການຝຶກອົບຮົມຄັ້ງນີ້ມີຈຸດປະສົງເພື່ອເຕີມຄວາມພ້ອມໃນການຜະລິດສື່ວິດີໂອ “ການຮຽນຮູ້ກ່ຽວກັບການຈຳແນກ ແລະ ການເລືອກປະຕິບັດໃນສະຖານບໍລິການສາທາລະນະສຸກ” ພ້ອມທັງມຸ່ງເນັ້ນໃຫ້ນັກສະແດງເຂົ້າໃຈປະເດັນບັນຫາຢ່າງເລິກເຊິ່ງ ແລະ ພັດທະນາທັກສະການສະແດງອອກ ທັງທາງໃບໜ້າ ແລະ ທ່າທາງ ເພື່ອໃຫ້ຂະບວນການຜະລິດ ແລະ ຖ່າຍທຳ ຜ່ານໄປຢ່າງຮາບລື່ນ ແລະ ໄດ້ຜົນງານທີ່ມີຄຸນນະພາບສູງສຸດ.

******

Bluethonz has collaborated with Center for HIV/AIDS and STls. in organizing training for actors to develop skills in facial expressions and body language, enabling them to effectively convey emotions and feelings according to the set objectives.
This training aims to prepare for the production of a video on "Learning about Discrimination and Selective Practices in Public Health Service Settings," while focusing on helping actors gain a deep understanding of the issues and develop their expressive skills in both facial expressions and body language, so that the production and filming process can proceed smoothly and achieve the highest quality results.

#ສູນຕ້ານເອດ #ພຕພ #ຝຶກອົບຮົມນັກສະແດງ

[English Below]🌍 ຄົ້ນພົບໂອກາດທີ່ບໍ່ມີຂອບເຂດ!ມາຮ່ວມກັບພວກເຮົາໃນວັນທີ 03–04 ຕຸລາ ນີ້ ທີ່  ງານມະຫະກຳທຶນການສຶກສາຄັ້ງຍິ່ງໃຫຍ່...
27/09/2025

[English Below]

🌍 ຄົ້ນພົບໂອກາດທີ່ບໍ່ມີຂອບເຂດ!
ມາຮ່ວມກັບພວກເຮົາໃນວັນທີ 03–04 ຕຸລາ ນີ້ ທີ່ ງານມະຫະກຳທຶນການສຶກສາຄັ້ງຍິ່ງໃຫຍ່ ຄັ້ງທີ2 (Innovative Scholarship Forum 2025)—ບ່ອນລວມທຶນການສຶກສາຈາກທົ່ວໂລກມາໄວ້ໃນບ່ອນດຽວ. 🎓✨

*****

🌍 Discover Boundless Opportunities!
Join us this October 3–4 at the 2nd Innovative Scholarship Forum 2025 — the largest scholarship fair, where scholarships from around the world come together in one place. 🎓✨

#ງານມະຫະກຳທຶນການສຶກສາ

[English Below]🌀 Hook Model: ເປັນຫຍັງພວກເຮົາຖຶງຕິດໂທລະສັບ ເກມ ຫຼືແອັບບາງຕົວ?ເຄີຍຄິດບໍ່ວ່າເປັນຫຍັງພວກເຮົາຖຶງເລື່ອນຟີດ Tik...
15/09/2025

[English Below]

🌀 Hook Model: ເປັນຫຍັງພວກເຮົາຖຶງຕິດໂທລະສັບ ເກມ ຫຼືແອັບບາງຕົວ?
ເຄີຍຄິດບໍ່ວ່າເປັນຫຍັງພວກເຮົາຖຶງເລື່ອນຟີດ TikTok ບໍ່ຢຸດ ຫຼິ້ນເກມຈົນດຶກ ຫຼືກົດໄລ້ Facebook ຊ້ຳໆ? 😲 ຄຳຕອບຢູ່ທີ່ Hook Model ໂມເດນຈິດວິທະຍາທີ່ນັກພັດທະນາຜະລິດຕະພັນໃຊ້ສ້າງພຶດຕິກຳຕິດໃຈຜູ້ໃຊ້
Hook Model ມີ 4 ຂັ້ນຕອນຫຼັກ:
1️⃣ Trigger (ຕົວກະຕຸ້ນ) ຕົວກະຕຸ້ນຄືສິ່ງທີ່ເຮັດໃຫ້ພວກເຮົາເລີ່ມໃຊ້ງານ
* External trigger → ພາຍນອກເຊັ່ນ: ການແຈ້ງເຕືອນ, ໂຄສະນາ, ອີເມວ
* Internal trigger → ພາຍໃນເຊັ່ນ: ຄວາມເບື່ອ, ຄວາມໂດດດ່ຽວ, ຄວາມຢາກຮູ້
2️⃣ Action ຄືສິ່ງທີ່ພວກເຮົາເຮັດເພື່ອຕອບສະໜອງຕົວກະຕຸ້ນ ຕ້ອງງ່າຍທີ່ສຸດ ແລະ ໃຊ້ພະລັງງານໜ້ອຍທີ່ສຸດ
* ກົດໄລ້, ກົດແຊ໌, ເລື່ອນຟີດ, ຫຼິ້ນເກມ
3️⃣ Variable Reward ແມ່ນລາງວັນທີ່ພວກເຮົາໄດ້ຮັບຫຼັງທຳການກະທຳ ເຮັດໃຫ້ພວກເຮົາຢາກກັບມາໃຊ້ຊ້ຳ ມີ 3 ແບບຫຼັກ:
* Rewards of the Tribe → ການຍອມຮັບຈາກຄົນອື່ນ ເຊັ່ນ: ໄລ້, ຄອມເມັ້ນ
* Rewards of the Hunt → ການຄົ້ນຫາສິ່ງໃໝ່ ເຊັ່ນ: ເບິ່ງວິດີໂອ TikTok, ສຸ່ມໄອເທັມໃນເກມ
* Rewards of the Self → ຄວາມຮູ້ສຶກພໍໃຈສ່ວນຕົວ ເຊັ່ນ: ເຮັດວຽກສຳເລັດ, level ຕົວລະຄອນໃນເກມເພີ່ມຂຶ້ນ
4️⃣ Investment ຄືສິ່ງທີ່ພວກເຮົາລົງແຮງ ເວລາ ຫຼືຂໍ້ມູນລົງໄປ ເຮັດໃຫ້ພວກເຮົາ ກັບມາໃຊ້ງານຊ້ຳ ຕົວຢ່າງເຊັ່ນ: ໂພສ໌ຮູບ, ເພີ່ມໝູ່, ຊື້ໄອເທັມ, ອັບເກຣດຕົວລະຄອນໃນເກມ💡 ສະຫຼຸບງ່າຍໆ: Trigger → Action → Variable Reward → Investment ວົງຈອນນີ້ເຮັດໃຫ້ພວກເຮົາ ກັບມາໃຊ້ຊ້ຳໆ ຈົນເກີດນິໄສ ບາງທີພວກເຮົາບໍ່ຮູ້ຕົວເລີຍດ້ວຍຊ້ຳວ່າຖືກ "ດຶງ" ດ້ວຍ Hook Model
📌ອ້າງອີງຈາກ: https://www.productplan.com/glossary/hook-model/

******

🌀 The Hook Model: Why We Can't Put Down Our Phones, Games, or Certain Apps
Ever catch yourself mindlessly scrolling TikTok for hours, gaming until 3 AM, or compulsively checking Facebook notifications? 😲 The secret behind this behavior is the Hook Model - a psychological framework that product developers use to turn casual users into habitual ones.
The Hook Model works through 4 key stages:
1️⃣ Trigger (The Spark) Something that prompts us to take action
* External triggers → Push notifications, ads, emails, that red notification badge
* Internal triggers → Emotions like boredom, FOMO, loneliness, or curiosity
2️⃣ Action (The Behavior) The simplest possible behavior we can do in response to the trigger
* Swiping, tapping like, scrolling through feeds, opening an app
3️⃣ Variable Reward (The Unpredictable Payoff) The uncertain reward we get after taking action - this unpredictability keeps us coming back for more Three main types:
* Social rewards → Likes, comments, shares - that dopamine hit from social validation
* Material rewards → New content, loot boxes, surprise features - satisfying our hunter-gatherer instincts
* Personal rewards → Sense of achievement, progress bars, completing tasks
4️⃣ Investment (The Hook Sets Deeper) Time, effort, data, or money we put into the platform, making it harder to leave
* Building profiles, follower counts, in-game progress, playlists, photo libraries
💡 The cycle in action: Trigger → Action → Variable Reward → Investment → Repeat This loop gradually transforms occasional use into compulsive habit. Before we know it, we're checking our phones 96 times a day without even realizing we've been "hooked."
📌 According to: https://www.productplan.com/glossary/hook-model/

ປະກາດຮັບສະໝັກນັກສະເເດງ ຮອບທີ່ 2! ✨🎬ພວກເຮົາກໍາລັງຊອກຫານັກສະເເດງທີ່ມີຄວາມມັກຮັກຢາກມີສ່ວນຮ່ວມໃນການສະເເດງໃນ Project ໃໝ່ຂອງພວ...
09/09/2025

ປະກາດຮັບສະໝັກນັກສະເເດງ ຮອບທີ່ 2! ✨🎬
ພວກເຮົາກໍາລັງຊອກຫານັກສະເເດງທີ່ມີຄວາມມັກຮັກຢາກມີສ່ວນຮ່ວມໃນການສະເເດງໃນ Project ໃໝ່ຂອງພວກເຮົາ! 🌟
👉 ບົດບາດທີ່ຕ້ອງການ:
👨‍⚕️ ທ່ານໝໍ
👩‍⚕️ ພະຍາບານ
🧑‍🤝‍🧑 ຄົນເຈັບ
📌 ອາຍຸ: 20 – 35 ປີ
🎥 ບໍ່ມີປະສົບການ ບໍ່ເເມ່ນບັນຫາ! ຖ້າທ່ານຮັກໃນການສະເເດງ ແລະ ຢາກລອງເສີດສາຍໃນຈໍ ນີ້ແມ່ນໂອກາດຂອງທ່ານ!
ຫມົດເຂດວັນທີ 19/9/2025
💌 ສະໝັກດ່ວນ: https://docs.google.com/forms/d/e/1FAIpQLScM0TDyt8KcosboAyil8bbc9QSkyeNs6XH1Mb1lSGVfV-BDIQ/viewform?usp=dialog
ແລະ ມາເປັນສ່ວນໜຶ່ງໃນການສ້າງສັນຜົນງານ!

---------------------------------
🎬✨ Casting Call Alert Round 2nd! ✨🎬
We’re looking for passionate actors to join our upcoming movie! 🌟
👉 Roles available:
👨‍⚕️ Doctor
👩‍⚕️ Nurse
🧑‍🤝‍🧑 Patient
📌 Age: 20 – 35 years old
🎥 No experience? No problem! If you love acting and want to shine on screen, this is your chance!
Deadline 19/9/2025
💌 Apply now https://docs.google.com/forms/d/e/1FAIpQLScM0TDyt8KcosboAyil8bbc9QSkyeNs6XH1Mb1lSGVfV-BDIQ/viewform?usp=dialog
and be part of something exciting!

[English Below]📡 ຈີນໄດ້ເປີດໂຕຊິບ 6G ແຫ່ງອະນາຄົດຈີນສ້າງຄວາມຮືຮາອີກຄັ້ງດ້ວຍການເປີດໂຕ ຊິບ 6G "All-frequency" ລຸ້ນທຳອິດຂອງໂລ...
04/09/2025

[English Below]

📡 ຈີນໄດ້ເປີດໂຕຊິບ 6G ແຫ່ງອະນາຄົດ
ຈີນສ້າງຄວາມຮືຮາອີກຄັ້ງດ້ວຍການເປີດໂຕ ຊິບ 6G "All-frequency" ລຸ້ນທຳອິດຂອງໂລກ ເມື່ອວັນທີ 29 ສິງຫາ 2025 ຊິບຂະໜາດພຽງ 11 x 1.7 ມມ. ນີ້ຮອງຮັບຄື່ນຄວາມຖີ່ຕັ້ງແຕ່ 0.5 GHz – 115 GHz ແລະ ເຮັດຄວາມໄວໄດ້ສູງສຸດ 100 Gbps. ເມື່ອທຽບກັບ 5G ທີ່ເຮັດຄວາມໄວສູງສຸດປະມານ 10 Gbps. ຊິບ 6G ໃໝ່ນີ້ຈຶ່ງມີຄວາມໄວກວ່າ 5G ເຖິງ 10 ເທົ່າ ເລີຍ.🚀
ຄວາມພິເສດຂອງຊິບນີ້ຄື ການຜະສານ ໂຟໂຕນິກ ແລະ ອິເລັກໂຕຣນິກ ເຮັດໃຫ້ລວມຄວາມສາມາດຫຼາຍລະບົບໄວ້ໃນຊິບດຽວ. ຊຶ່ງເດີມທີຕ້ອງໃຊ້ຫຼາຍຊິ້ນແຍກກັນ. ນັກວິໄຈຊີ້ວ່ານີ້ຈະຊ່ວຍຫຼຸດຊ່ອງວ່າງການເຂົ້າເຖິງອິນເຕີເນັດລະຫວ່າງເມືອງໃຫຍ່ກັບພື້ນທີ່ຫ່າງໄກໄດ້ຢ່າງຫຼວງຫຼາຍ.
🌍 ນີ້ອາດຈະເປັນຈຸດເລີ່ມຕົ້ນຂອງການປ່ຽນແປງເຄືອຂ່າຍການສື່ສານລະດັບໂລກໃນອະນາຄົດ.

📌ອ້າງອີງຈາກ: https://interestingengineering.com/innovation/china-unveils-6g-chip-100gbps?utm_source=chatgpt.com

******

📡 China Unveils the Future 6G Chip
China has created a buzz once again by unveiling the world's first "All-frequency" 6G chip on August 29, 2025. This chip, measuring just 11 x 1.7 mm, supports frequency bands from 0.5 GHz to 115 GHz and achieves maximum speeds of 100 Gbps.
Compared to 5G which achieves maximum speeds of approximately 10 Gbps, this new 6G chip has the potential to be up to 10 times faster than 5G.🚀
The chip's unique feature is the integration of photonics and electronics, combining multiple system capabilities into a single chip that previously required multiple separate components. Researchers indicate this breakthrough could significantly help bridge the digital divide between major cities and remote areas.
🌍 This could mark the beginning of a global transformation in communication networks for the future.

📌According to: https://interestingengineering.com/innovation/china-unveils-6g-chip-100gbps?utm_source=chatgpt.com

🎬✨ ປະກາດຮັບສະໝັກນັກສະເເດງຈຳນວນຫຼາຍ! ✨🎬ພວກເຮົາກໍາລັງຊອກຫານັກສະເເດງທີ່ມີຄວາມມັກຮັກຢາກມີສ່ວນຮ່ວມໃນການສະເເດງໃນ Project ໃໝ່ຂອ...
20/08/2025

🎬✨ ປະກາດຮັບສະໝັກນັກສະເເດງຈຳນວນຫຼາຍ! ✨🎬
ພວກເຮົາກໍາລັງຊອກຫານັກສະເເດງທີ່ມີຄວາມມັກຮັກຢາກມີສ່ວນຮ່ວມໃນການສະເເດງໃນ Project ໃໝ່ຂອງພວກເຮົາ! 🌟

👉 ບົດບາດທີ່ຕ້ອງການ:
👨‍⚕️ ທ່ານໝໍ
👩‍⚕️ ພະຍາບານ
🧑‍🤝‍🧑 ຄົນເຈັບ

📌 ອາຍຸ: 22 – 30 ປີ
🎥 ບໍ່ມີປະສົບການ ບໍ່ເເມ່ນບັນຫາ! ຖ້າທ່ານຮັກໃນການສະເເດງ ແລະ ຢາກລອງເສີດສາຍໃນຈໍ ນີ້ແມ່ນໂອກາດຂອງທ່ານ!
ຫມົດເຂດວັນທີ 25/8/2025
💌 ສະໝັກດ່ວນ: https://docs.google.com/forms/d/1GH6Li1r9oSKSyTGCkw6zojW-1SU-ZKKDO4nun7GltZ8/edit
ແລະ ມາເປັນສ່ວນໜຶ່ງໃນການສ້າງສັນຜົນງານ!


---------------------------------

🎬✨ Casting Call Alert! ✨🎬
We’re looking for passionate actors to join our upcoming movie! 🌟

👉 Roles available:
👨‍⚕️ Doctor
👩‍⚕️ Nurse
🧑‍🤝‍🧑 Patient

📌 Age: 22 – 30 years old
🎥 No experience? No problem! If you love acting and want to shine on screen, this is your chance!
Deadline 25/8/2025
💌 Apply now https://docs.google.com/forms/d/1GH6Li1r9oSKSyTGCkw6zojW-1SU-ZKKDO4nun7GltZ8/edit
and be part of something exciting!

[English Below]⚠️ ການຈໍານໍາ iCloud ແມ່ນຫຍັງ? ອາດເບິ່ງຄືບໍ່ອັນຕະລາຍ ແຕ່ຄວາມຈິງ…ອັນຕະລາຍກວ່າທີ່ຄິດ!📱 ປັດຈຸບັນມີການ "ຈໍານໍາ...
31/07/2025

[English Below]

⚠️ ການຈໍານໍາ iCloud ແມ່ນຫຍັງ? ອາດເບິ່ງຄືບໍ່ອັນຕະລາຍ ແຕ່ຄວາມຈິງ…ອັນຕະລາຍກວ່າທີ່ຄິດ!
📱 ປັດຈຸບັນມີການ "ຈໍານໍາ iCloud" ເກີດຂຶ້ນຫຼາຍໃນໂລກອອນລາຍ ແລະ ຕາມຮ້ານມືຖືຕ່າງໆ ໂດຍສະເພາະໃນກຸ່ມໄວໜຸ່ມທີ່ຕ້ອງການເງິນດ່ວນໂດຍບໍ່ຢາກຈໍານໍາຕົວເຄື່ອງຈິງ ຊຶ່ງການຈໍານໍາ iCloud ແມ່ນ ການນໍາເຄື່ອງ iPhone ຫຼື iPad ໄປທີ່ຮ້ານ ແລ້ວໃຫ້ຮ້ານ ຫຼື ຜູ້ຮັບຈຳນຳ ລັອກອິນບັນຊີ iCloud ຂອງຜູ້ຮັບຈຳນຳໃສ່ໄວ້ໃນເຄື່ອງຂອງທ່ານ ພ້ອມມອບເງິນໃຫ້ທ່ານຈໍານວນໜຶ່ງ ໂດຍທີ່ທ່ານຍັງສາມາດໃຊ້ງານເຄື່ອງຕໍ່ໄປໄດ້
ແຕ່ຖ້າບໍ່ຄືນເງິນໃນເວລາທີ່ກໍານົດ ຮ້ານສາມາດ "ລັອກເຄື່ອງ" ຂອງທ່ານໄດ້ທັນທີຜ່ານລະບົບ Find My iPhone
❗ ຟັງເບິ່ງຄືງ່າຍ, ສະດວກ ແລະ ປອດໄຟ... ແຕ່ຄວາມຈິງແມ່ນ:
🔐 ທ່ານກໍາລັງໃຫ້ສິດທິຄົນແປກໜ້າເຂົ້າເຖິງເຄື່ອງຂອງທ່ານເຕັມຮູບແບບ
– ຮ້ານສາມາດຕິດຕາມຕໍາແໜ່ງຂອງເຄື່ອງຂອງທ່ານໄດ້
– ຄວບຄຸມ/ລັອກເຄື່ອງທ່ານໄດ້ທຸກເມື່ອ
– ປົດລັອກບໍ່ໄດ້ຫາກບໍ່ຄືນເງິນ
🛑 ຂໍ້ມູນສ່ວນຕົວຂອງທ່ານອາດບໍ່ປອດໄພ
– ຮູບພາບ, ຂໍ້ຄວາມ, ບັນຊີທະນາຄານ ອາດຖືກເຂົ້າເຖິງຫຼືນໍາໄປໃຊ້ໃນທາງທີ່ຜິດ
– ບໍ່ມີໃຜຮັບປະກັນໄດ້ວ່າເຂົາຈະບໍ່ລະເມີດຄວາມເປັນສ່ວນຕົວຂອງທ່ານ
💸 ດອກເບ້ຍມະຫາໂຫດ
– ບາງຮ້ານຄິດດອກເບ້ຍຫຼາຍເຖິງ 300–365% ຕໍ່ປີ
📌 ຊ່ວຍກັນແຊຣ໌ ໃຫ້ໝູ່ເພື່ອນ, ຄົນໃນຄອບຄົວ ຫຼື ຄົນທີ່ທ່ານຮັກໄດ້ຮູ້ ແລະ ບໍ່ຕົກເປັນເຫຍື່ອ

******

⚠️ "iCloud Pawning" - Sounds Too Good to Be True? That's Because It Is!
📱 There's a new scam making rounds online and at phone shops, especially targeting young people who need quick cash. It's called "iCloud pawning," and here's how it works:
You bring your iPhone or iPad to a shop. They log into your device with their own iCloud account, hand you some cash, and you walk away still using your phone. Seems harmless, right? But here's the catch - if you don't pay them back on time, they can lock you out of your own device instantly using Find My iPhone.
❗ Why this is a terrible idea:
🔐 You're handing over control of your device to complete strangers They can now track everywhere you go, lock your phone whenever they feel like it, and if you can't pay up? Good luck getting back into your own device.
🛑 Kiss your privacy goodbye Your photos, texts, banking apps - everything is potentially accessible to them. And there's absolutely nothing stopping them from snooping through your personal life.
💸 The interest rates are insane We're talking 300-365% annually. That "quick cash" will cost you way more than any traditional loan ever would.
The bottom line? This isn't a solution - it's a digital trap that puts your privacy, data, and money at risk.
📌 Share this with anyone you care about. Don't let them fall for this scam.

#ຈໍານໍາiCloudແມ່ນຫຍັງ #ເຕືອນໄພດິຈິຕອນ #ຢ່າຫຼົງເຊື່ອ #ແຊຣ໌ເພື່ອເຕືອນ

[English Below]👦🏻👧🏻✨ ເປີດໂລກການຮຽນຮູ້ສູ່ອະນາຄົດກັບ 3 ເວັບໄຊທ໌ຮຽນໂຄ້ດດິ້ງສໍາລັບເດັກນ້ອຍ ທີ່ມ່ວນ, ງ່າຍ ແລະ ໃຊ້ໄດ້ຟຣີ! 💻 ກາ...
31/07/2025

[English Below]

👦🏻👧🏻✨ ເປີດໂລກການຮຽນຮູ້ສູ່ອະນາຄົດກັບ 3 ເວັບໄຊທ໌ຮຽນໂຄ້ດດິ້ງສໍາລັບເດັກນ້ອຍ ທີ່ມ່ວນ, ງ່າຍ ແລະ ໃຊ້ໄດ້ຟຣີ!
💻 ການຂຽນໂຄ້ດບໍ່ແມ່ນເລື່ອງຍາກອີກຕໍ່ໄປ ໂດຍສະເພາະກັບ 3 ເວັບໄຊທ໌ນີ້ທີ່ອອກແບບມາໃຫ້ເໝາະສໍາລັບເດັກນ້ອຍ ຊ່ວຍເຝຶກຄວາມຄິດ, ວິເຄາະ, ແກ້ປັນຫາ ແລະ ສ້າງສັນສິ່ງໃໝ່ໆ ຜ່ານການຫຼິ້ນ ແລະ ການທົດລອງ!
🎯 ມາເບິ່ງກັນວ່າແຕ່ລະເວັບມີຫຍັງໜ້າສົນໃຈ…
🌟 1. Scratch – [scratch.mit.edu] ເວັບໄຊທ໌ຍອດນິຍົມລະດັບໂລກ ພັດທະນາໂດຍ MIT ເດັກໆ ສາມາດ ລາກ ແລະ ວາງບລັອກຄໍາສັ່ງ ເພື່ອສ້າງເກມງ່າຍໆ ໂດຍບໍ່ຕ້ອງພິມໂຄ້ດເອງ ເໝາະກັບເດັກປະຖົມ ແລະ ມັດທະຍົມຕົ້ນ!
🌟 2. Code.org – [code.org] ເໝາະສໍາລັບເດັກທີ່ມັກຫຼິ້ນເກມ ເພາະການຮຽນຈະຄ້າຍຄືກັບການຫຼິ້ນເກມເຊັ່ນ Minecraft, Frozen, Angry Birds ເປັນຕົ້ນ ທຸກບົດຮຽນມີຄລິບສັ້ນໆ ອະທິບາຍ ເຂົ້າໃຈງ່າຍ ມີທັງແບບພາສາອັງກິດ ແລະ ພາສາອື່ນໆ!
🌟 3. Tynker – [tynker.com] ເວັບໄຊທ໌ນີ້ເໝາະກັບເດັກທຸກໄວ ມີຄອສໃຫ້ເລືອກຕາມອາຍຸ ແລະ ລະດັບຄວາມສາມາດ ສອນການຂຽນໂຄ້ດຜ່ານເກມ, ເຮັດພາລະກິດຕ່າງໆ ແລະ ຍັງມີເນື້ອຫາສໍາລັບຂຽນ Python ຫຼື JavaScript!
🎓 ການຮຽນຮູ້ Coding ແມ່ນການປູພື້ນຖານສູ່ອະນາຄົດແຫ່ງໂລກອານາຄົດ ຮຽນແລ້ວບໍ່ເສຍເວລາ ເພາະໄດ້ທັກສະທີ່ມີຄຸນຄ່າ ພ້ອມຕໍ່ຍອດໄປສູ່ອາຊີບໃນອະນາຄົດ!

******

👦🏻👧🏻✨ Unlock Your Child's Future with 3 Amazing Free Coding Websites!
💻 Coding doesn't have to be scary anymore! These 3 kid-friendly websites make learning to code as fun as playing games while building critical thinking, problem-solving, and creativity skills.
🎯 Here's what makes each one special:
🌟 1. Scratch (scratch.mit.edu) Created by MIT, this is the world's most popular coding platform for kids. Children simply drag and drop colorful blocks to create their own games and animations - no typing required! It's perfect for elementary through middle school ages.
🌟 2. Code.org (code.org) If your child loves games, they'll love this! Kids learn coding by playing with their favorite characters from Minecraft, Frozen, and Angry Birds. Each lesson includes fun video tutorials that are easy to follow, and it's available in multiple languages.
🌟 3. Tynker (tynker.com) This platform grows with your child, offering age-appropriate courses from beginner to advanced levels. Kids start with game-based learning and can eventually progress to real programming languages like Python and JavaScript.
🎓 Why does this matter? Learning to code today gives kids the superpower skills they'll need for tomorrow's world. It's an investment in their future that pays off with valuable problem-solving abilities and opens doors to exciting career opportunities!

#ຮຽນໂຄ້ດງ່າຍໆ #ເດັກນ້ອຍກາຂຽນໂປຣແກຣມໄດ້ #ໂຄ້ດດິ້ງສໍາລັບເດັກ

Address


Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00

Telephone

+8562055348458

Website

Alerts

Be the first to know and let us send you an email when bluethonz posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to bluethonz:

  • Want your business to be the top-listed Media Company?

Share