Update Laos Magazine

  • Home
  • Update Laos Magazine

Update Laos Magazine ວາລະສານ ອັບເດດລາວ Update Laos Magazine
ໂທ: 020 77307311

"ເຖິງວ່າຄຳວ່າໄຂມັນອາດຈະຟັງຄືໜ້າຢ້ານສຳລັບສາວໆທີ່ຮັກສາຮູບຮ່າງ ແຕ່ຄວາມຈິງແລ້ວ ໄຂມັນບາງຊະນິດກໍເປັນສິ່ງຈຳເປັນຕໍ່ສຸຂະພາບຂອງທ່າ...
13/08/2025

"ເຖິງວ່າຄຳວ່າໄຂມັນອາດຈະຟັງຄືໜ້າຢ້ານສຳລັບສາວໆທີ່ຮັກສາຮູບຮ່າງ ແຕ່ຄວາມຈິງແລ້ວ ໄຂມັນບາງຊະນິດກໍເປັນສິ່ງຈຳເປັນຕໍ່ສຸຂະພາບຂອງທ່ານຜູ້ຍິງຫຼາຍ ບໍ່ວ່າຈະເປັນການຊ່ວຍປັບຮໍໂມນໃຫ້ສົມດຸນ, ເຮັດໃຫ້ຜິວພັນສົດໃສ, ແລະ ສະໝອງເຮັດວຽກໄດ້ດີ. ດັ່ງນັ້ນ, ພວກເຮົາຈຶ່ງຈະພາທ່ານໄປຮູ້ຈັກກັບ ໄຂມັນດີ 6 ຊະນິດ ທີ່ຄວນກິນທຸກມື້ໂດຍບໍ່ຕ້ອງຢ້ານອ້ວນ.

6 ໄຂມັນດີທີ່ຮ່າງກາຍຄວນໄດ້ຮັບທຸກວັນ
1. ກົດໄຂມັນໂອເມກ້າ-3:
ໂອເມກ້າ-3 ເປັນໄຂມັນດີທີ່ຊ່ວຍຫຼຸດການອັກເສບໃນຮ່າງກາຍ, ເສີມສ້າງສະໝອງ ແລະ ບຳລຸງຫົວໃຈ. ເໝາະຫຼາຍສຳລັບສາວໆທີ່ຕ້ອງໃຊ້ສະໝອງໃນການເຮັດວຽກ ຫຼື ຮຽນຮູ້ສິ່ງໃໝ່ໆເປັນປະຈຳ. ນອກຈາກນີ້, ຍັງຊ່ວຍຫຼຸດອາການກ່ອນມີປະຈຳເດືອນ (PMS) ໄດ້ດີອີກດ້ວຍ. ອາຫານທີ່ອຸດົມໄປດ້ວຍໂອເມກ້າ-3 ແມ່ນປາແຊລມອນ, ປາທູນ່າ, ເມັດແຟລັກ (Flaxseed), ແລະ ໝາກວໍນັດ (Walnut).

2. ກົດໄຂມັນໂອເມກ້າ-9:
ໂອເມກ້າ-9 ເປັນໄຂມັນທີ່ບໍ່ອີ່ມຕົວເຊິງດ່ຽວທີ່ຊ່ວຍຫຼຸດລະດັບຄໍເລສເຕີໂຣນຊະນິດບໍ່ດີ (LDL) ແລະ ເພີ່ມຄໍເລສເຕີໂຣນຊະນິດດີ (HDL), ເຊິ່ງສົ່ງຜົນດີຕໍ່ສຸຂະພາບຫົວໃຈຂອງທ່ານຜູ້ຍິງໂດຍກົງ, ພ້ອມຊ່ວຍໃຫ້ລະບົບພູມຄຸ້ມກັນແຂງແຮງຂຶ້ນ. ພົບໄດ້ຫຼາຍໃນນ້ຳມັນໝາກກອກ, ໝາກອາໂວກາໂດ, ແລະ ໝາກອາມອນ.

3. ກົດໄຂມັນໂອເມກ້າ-6:
ເຖິງວ່າໂອເມກ້າ-6 ເປັນໄຂມັນທີ່ຕ້ອງຄວບຄຸມປະລິມານ, ແຕ່ຖ້າກິນຢ່າງເໝາະສົມກໍມີປະໂຫຍດບໍ່ໜ້ອຍ ໂດຍສະເພາະໃນການຊ່ວຍໃຫ້ຜິວພັນຂອງສາວໆຊຸ່ມຊື່ນ ແລະ ຫຼຸດການສູນເສຍນ້ຳຈາກຜິວໜັງ. ພົບໄດ້ໃນນ້ຳມັນດອກຄຳຝອຍ, ນ້ຳມັນດອກຕາເວັນ, ແລະ ຖົ່ວເຫຼືອງ. ຄວນເລືອກແຫຼ່ງທີ່ບໍ່ຜ່ານການປຸງແຕ່ງຫຼາຍເກີນໄປ ເພື່ອຫຼີກລ່ຽງຜົນເສຍ.

4. ໄຂມັນຈາກພືດທຳມະຊາດ:
ໄຂມັນຈາກພືດ ເຊັ່ນ: ໝາກອາໂວກາໂດ, ໝາກຖົ່ວຕ່າງໆ, ແລະ ເມັດພືດ, ເປັນແຫຼ່ງພະລັງງານທີ່ດີຕໍ່ຮ່າງກາຍຂອງສາວໆ ໂດຍສະເພາະຜູ້ທີ່ຕ້ອງການຄວບຄຸມນ້ຳໜັກ ເພາະໄຂມັນເຫຼົ່ານີ້ຊ່ວຍໃຫ້ອີ່ມດົນ, ຫຼຸດຄວາມຢາກອາຫານ ແລະ ຍັງມີໄຟເບີສູງທີ່ຊ່ວຍເລື່ອງລະບົບຂັບຖ່າຍອີກດ້ວຍ.

5. ໄຂມັນຈາກປາທະເລນ້ຳເລິກ:
ປາທະເລນ້ຳເລິກ ເຊັ່ນ: ປາແມັກເຄີເລວ, ປາຊາດີນ ແລະ ປາແຊລມອນ ມີໄຂມັນດີທີ່ຊ່ວຍຫຼຸດຄວາມສ່ຽງພະຍາດຫົວໃຈ ແລະ ຫຼອດເລືອດ, ທັງຍັງມີວິຕາມິນ D ເຊິ່ງຈຳເປັນຕໍ່ການດູດຊຶມທາດການຊຽມ ແລະ ເສີມສ້າງກະດູກໃຫ້ແຂງແຮງ. ເໝາະຫຼາຍສຳລັບທ່ານຜູ້ຍິງໄວເຮັດວຽກ ແລະ ໄວໃກ້ໝົດປະຈຳເດືອນ.

6. ນ້ຳມັນໝາກພ້າວໃນປະລິມານພໍດີ:
ເຖິງວ່ານ້ຳມັນໝາກພ້າວຈະມີໄຂມັນອີ່ມຕົວ ແຕ່ເປັນຊະນິດທີ່ຮ່າງກາຍສາມາດນຳໄປໃຊ້ເປັນພະລັງງານໄດ້ຢ່າງໄວ, ຊ່ວຍເພີ່ມອັດຕາການເຜົາຜານ ແລະ ມີສານຕ້ານເຊື້ອຈຸລິນຊີທີ່ດີຕໍ່ລະບົບທາງເດີນອາຫານຂອງສາວໆ. ຄວນເລືອກແບບສະກັດເຢັນ ແລະ ກິນໃນປະລິມານທີ່ເໝາະສົມ ເຊັ່ນ: 1-2 ບ່ວງແກງຕໍ່ມື້.

ສາວໆບໍ່ຈຳເປັນຕ້ອງຢ້ານໄຂມັນອີກຕໍ່ໄປ ຫາກເລືອກກິນໄຂມັນດີຢ່າງເໝາະສົມ ແລະ ຫຼາກຫຼາຍ, ໄຂມັນເຫຼົ່ານີ້ຈະຊ່ວຍໃຫ້ຮ່າງກາຍແຂງແຮງ, ຜິວພັນສົດໃສ ແລະ ສະໝອງປອດໂປ່ງ. ສະນັ້ນ, ຈຶ່ງບໍ່ຄວນລືມວ່າໄຂມັນດີຄືເພື່ອນແທ້ຂອງສຸຂະພາບທ່ານຜູ້ຍິງໃນທຸກຊ່ວງໄວ."

ອຸບັດຕິເຫດລົດໃຫຍ່ປິ້ນ ເສຍຊີວິດຄາທີ 1 ຄົນ+++++++++++++++++++++++++++ກູ້ໄພ 1623 ນະຄອນຫລວງວຽງຈັນ ແຈ້ງໃຫ້ຮູ້ວ່າ: “ປະກາດຕາມຫາ...
13/08/2025

ອຸບັດຕິເຫດລົດໃຫຍ່ປິ້ນ ເສຍຊີວິດຄາທີ 1 ຄົນ
+++++++++++++++++++++++++++
ກູ້ໄພ 1623 ນະຄອນຫລວງວຽງຈັນ ແຈ້ງໃຫ້ຮູ້ວ່າ:
“ປະກາດຕາມຫາຍາດຜູ້ເສຍຊີວິດ (ອຸບັດຕິເຫດລົດໃຫຍ່ປິ້ນ) ໃນວັນທີ13/08/2025. ປະກາດຕາມຫາຍາດພີ່ນ້ອງຜູ້ເສຍຊີວິດ,ເປັນເພດຊາຍ ອາຍຸປະມານ 35ປີ ສັນຊາດ:ຈີນ ຈຸດເກີດເຫດແມ່ນຢູ່:ບ້ານຊຳເກດ ທາງໄປວົງວຽນໜອງບຶກ ເມືອງ.ສີໂຄດ ແຂວງ.ນະຄອນຫລວງວຽງຈັນ.
ປະຈຸບັນສົບຜູ້ກ່ຽວແມ່ນຢູ່ມູນນິທິຈີນ ດົງປະແຫຼບ
ຖ້າຫາກທ່ານໃດທີ່ຮູ້ຈັກຫລືເປັນຍາດພີ່ນ້ອງລົບກວນຕິດຕໍ່ພົວພັນມາທີ່ເບີໂທສຸກເສີນ 1623 ຂໍຂອບໃຈ.”

ສະບາຍດີ ວັນພຸດ ພີ່ນ້ອງ!ວັນທີ 13/8/2025
13/08/2025

ສະບາຍດີ ວັນພຸດ ພີ່ນ້ອງ!
ວັນທີ 13/8/2025

ຊົມເຊີຍ! ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ(13 ສິງຫາ 1950 - 13 ສິງຫາ 2025)
13/08/2025

ຊົມເຊີຍ! ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ
(13 ສິງຫາ 1950 - 13 ສິງຫາ 2025)

ຊົມເຊີຍ 13 ສິງຫາ! ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ແຫ່ງຊາດ ຄົບຮອບ 75 ປີ
13/08/2025

ຊົມເຊີຍ 13 ສິງຫາ! ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ແຫ່ງຊາດ ຄົບຮອບ 75 ປີ

12/08/2025

ປະກາດຫາຄູ່ກໍລະນີ‼️ໃນເວລາ 11:44 ນາທີ ຂອງວັນທີ12/8/2025 ໄດ້ມີຜູ້ຂັບຂີ່ລົດເກັ່ງ ແຄມລີ ສີດຳ ຂັບມາຕ່ຳ ເອົາລົດຈັກ ຢູ່ແຄມທາງ ແລ້ວລົບຫນີ ໄປເລີຍ ເສັ້ນທາງບ້ານຫນອງໄຮ ໃກ້ປ້ຳນ້ຳພັດ ຫນ້າວັດຫນອງໄຮໃຫຍ່ ຫນ້າຮ້ານຊັກແຫ້ງ ໃຜພົບເຫັນ ຫລື ມີເບາະແສ ໃຫ້ແຈ້ງຫາ ພວກເຮົາແດ່ 020 ⁨020 56 399 997⁩

ເຮົາແຈ້ງເຈົ້າຫນ້າທີ ໃຫ້ມາດຳເນີນຄະດີໃຫ້ເຖີງທີສຸດ ຂັບລົດດ້ວຍຄວາມປະຫມາດ ຕ່ຳແລ້ວຫນີ ບໍ່ມີຄວາມຮັບຜິດຊອບ

12/08/2025

😡😡ອັນຕະລາຍແບບນີ້ນະ‼️ ມີຄວາມຮັບຜິດຊອບແດ່ເດີ‼️
ກໍລະນີລົດບັນທຸກດິນ ເຮັດເຮ່ຍຕາມເສັ້ນທາງບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 11/08/2025 ທີ່ຜ່ານມາເຮັດໃຫ້ທາງເປິເປື້ອນ ແລະ ອັນຕະລາຍຕໍ່ຜູ້ສັນຈອນອື່ນໆ (ເປັນແບບນີ້ທຸກມື້).

ກິນໄຂ່ມື້ລະຈັກໜ່ວຍດີທີ່ສຸດ? 🥚ເຄີຍສົງໄສບໍ່ວ່າເຮົາຄວນກິນໄຂ່ມື້ລະຈັກໜ່ວຍຈຶ່ງຈະດີຕໍ່ຮ່າງກາຍ? ຄຳຕອບຄື... ບໍ່ມີໂຕເລກທີ່ຕາຍໂຕ! ...
12/08/2025

ກິນໄຂ່ມື້ລະຈັກໜ່ວຍດີທີ່ສຸດ? 🥚
ເຄີຍສົງໄສບໍ່ວ່າເຮົາຄວນກິນໄຂ່ມື້ລະຈັກໜ່ວຍຈຶ່ງຈະດີຕໍ່ຮ່າງກາຍ? ຄຳຕອບຄື... ບໍ່ມີໂຕເລກທີ່ຕາຍໂຕ! 😯

ແຕ່ໂດຍທົ່ວໄປ, ຜູ້ຊ່ຽວຊານສ່ວນໃຫຍ່ແນະນຳໃຫ້ກິນໄຂ່ມື້ລະ 1-2 ໜ່ວຍ ແມ່ນດີທີ່ສຸດສຳລັບຄົນທົ່ວໄປ. ເພາະໄຂ່ເຕັມໄປດ້ວຍໂປຣຕີນ, ວິຕາມິນ, ແລະແຮ່ທາດສຳຄັນທີ່ຊ່ວຍບຳລຸງສະໝອງ ແລະຮ່າງກາຍ. 💪🧠

ເຖິງຢ່າງໃດກໍຕາມ, ຖ້າໃຜທີ່ມີບັນຫາສຸຂະພາບເຊັ່ນ: ໄຂມັນໃນເລືອດສູງ ຄວນປຶກສາແພດໝໍ ຫຼືນັກໂພຊະນາການກ່ອນເດີ້. 🩺

ແລ້ວທຸກຄົນກິນໄຂ່ວັນລະຈັກໜ່ວຍ? ມາແບ່ງປັນກັນແນ່! 👇

ປິດງານສັບປະດາ ສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດຄົບຮອບ 75 ປີ.+++++++ພິທີປິດງານດັ່ງກ່າວ ໄດ້ຈັດຂຶ້ນຕອນບ່າຍວັນທີ 11 ສິງ...
12/08/2025

ປິດງານສັບປະດາ ສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດຄົບຮອບ 75 ປີ.
+++++++
ພິທີປິດງານດັ່ງກ່າວ ໄດ້ຈັດຂຶ້ນຕອນບ່າຍວັນທີ 11 ສິງຫາ 2025 ນີ້, ພາຍຫັຼຼງດໍາເນີນມາເປັນເວລາ 4 ວັນເຕັມ ນັບແຕ່ວັນທີ 8-11 ສິງຫາ ທີ່ ສວນບັນດາເຜົ່າ (ສວນພຶກສາ) ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍແມ່ນສູນກາງແນວລາວສ້າງຊາດ ຮ່ວມກັບອົງການປົກຄອງນະຄອນຫຼວງວຽງຈັນ, ເມືອງນາຊາຍທອງ ແລະ ສວນບັນດາເຜົ່າ ຮ່ວມມືປະສານສົມທົບກັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດຄົບຮອບ 75 ປີ ຕິດພັນກັບ 3 ວັນປະຫວັດສາດຂອງພັກຂອງຊາດ ເຊິ່ງເປັນໜຶ່ງໃນ 9 ກິດຈະກໍາໃຫຍ່ ; ໃນພິທີປິດ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີທ່ານ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາທ່ານກໍາມະການສູນກາງພັກ, ຮອງປະທານ ສນຊ ການນໍານະຄອນຫຼວງວຽງຈັນ, ທ່ານ ພູວົງ ພະມີສິດ ກໍາມະການ ສນຊ, ປະທານສວນບັນດາເຜົ່າ, ຄອບຄົວການນໍາພັກ-ລັດ ແຂກຖືກເຊີນ ຈາກກະຊວງ-ອົງການ, ບັນດາແຂວງ ແລະ ມວນຊົນນະຄອນຫວງວຽງຈັນ ພ້ອມດ້ວຍປະຊາຊົນບັນດາເຜົ່າທົ່ວປະເທດ ແລະ ຜູ້ປະກອບການ ເຂົ້າຮ່ວມຢ່າງຄັບຄາໜາແໜ້ນ ແລະ ຟົດຟືື້ນ.
ໃນພິທີຄັ້ງນີ້, ທ່ານ ພູວົງ ພະມີສິດ ປະທານສວນບັນດາເຜົ່າ ຫົວໜ້າຄະນະທີ່ປຶກສາວຽກງານຊົນເຜົ່າຂອງສູນກາງແນວລາວສ້າງຊາດ ໄດ້ລາຍງານຫຍໍ້ຄວາມເປັນມາຂອງສວນບັນດາເຜົ່າແຫ່ງນີ້ ເຊິ່ງໄດ້ເປີດໃຫ້ບໍລິການມາແຕ່ປີ 2017, ເພື່ອສ້າງເປັນແຫຼ່ງທ່ອງທ່ຽວທາງວັດທະນະທໍາບັນດາຊົນເຜົ່າຕ່າງໆ ທົ່ວປະເທດ (50 ຊົນເຜົ່າ) ສະຖານທີ່ຕັ້ງຂອງສວນບັນດາເຜົ່າ ຢູ່ບ້ານດານຊີ, ເມືອງນາຊາຍທອງ ຫ່າງຈາກໃຈກາງນະຄອນຫຼວງວຽງຈັນປະມານ 20 ກິໂລແມັດ ໄດ້ຮັບການໄກ້ຊິດຕິດແທດຈາກການຊີ້ນໍາຂອງຄະນະພັກເມືອງ ນາຊາຍທອງ. ພາຍໃນສວນຂອງພວກເຮົາປະກອບດ້ວຍຈຸດທ່ອງທ່ຽວຢ້ຽມຊົມ-ຮຽນຮູ້ຄື: ມີ ເຮືອນເຜົ່າ ຕົວຈິງ 10 ຊົນເຜົ່າ, ມີຫ້ອງວາງສະແດງຂໍ້ມູນບັນດາເຜົ່າ, ຫ້ອງຂາຍເຄື່ອງທີ່ລະນຶກ, ບ່ອນສັກກະລະບູຊາ ວັງພະຍານາກ, ສວນພືດເປັນຢາ, ຣີສອດ, ສະໂມສອນ, ຮ້ານອາຫານ - ກາເຟ ເຄື່ອງດື່ມ, ຕູບນັ່ງຊົມວິວ, ຈໍາລອງນໍ້າຕົກ, ທໍາມະຊາດອື່ນໆ. ງານສັບປະດາຄັ້ງນີ້ ແມ່ນໄດ້ດໍາເນີນເປັນເວລາ 4 ວັນຜ່ານມາ ນັບແຕ່ວັນທີ 8-11 ສິງຫາ ແລະ ພາຍໃນງານແຕ່ລະວັນ ຈະມີຫຼາກຫຼາຍກິດຈະກໍາຕະຫຼອດງານ ທີ່ໜ້າສົນໃຈ ຈິ່ງເຊີນຊວນສັງຄົມ ແລະ ມວນຊົນ ເຂົ້າທ່ຽວຊົມ ເພື່ອປະກອບສ່ວນມີສ່ວນຮ່ວມໃນງານສົ່ງເສີມວັດທະນະທໍາອັນດີງາມຂອງຊາດລາວ.
ໃນໂອກາດນີ້, ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຂຶ້ນກ່າວປິດງານ ແລະ ບາງຕອນທ່ານກ່າວາ: ກອນອື່ນຂໍຕາງໜ້າຄະນະປະຈໍາ ສນຊ ສະແດງຄວາມຊົມເຊີີຍຕໍ່ຄະນະຮັບຜິດຊອບທັງໝົດທີີີ່່ ່ໄດ້ເອົາໃຈໃສນໍາພາຊີ້ນໍາ ແລະ ມີີເນື້ອໃນ ມີີບັນຍາກາດດີ ແລະ ມີຄວາມສະຫງົບສຸກ ແລະ ທ່ານກ່າວຕື່ມວ່າ ແນວລາວສ້າງຊາດ ແມ່ນອົງການຈັດຕັ້ງສໍາພັນທາງການເມືອງຂອງທົ່ວສັງຄົມ, ມີພາລະບົດບາດໃນການເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມຂົນຂວາຍກໍາລັງແຮງຂອງທົ່ວສັງຄົມປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ ປີ 1950 ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີີຜົນງານອັນໃຫ່ຍຫຼວງຜ່ານ 3 ໄລຍະ(ໄລຍະແນວລາວອິດສະຫຼະ, ແນວລາວຮັກຊາດ ໃນເມື່ອກ່ອນ ແລະ ແນວລາວສ້າງຊາດໃນປະຈຸບັນ)
ການຈັດງານສັບປະດາຕະຫລອດໄລຍະ 4 ວັນຜ່ານມາ ໄດ້ມີຫຼາຍກິດຈະກໍາເປັນຕົ້ນ: ທ່ຽວຊົມສູູນຂໍ້ມູູນບັນດາເຜົ່າໃນລາວ, ວາງສະແດງຜະລິດຕະພັນຊົນເຜົ່່າ( ອາຫານ, ເຄືືື່່ອງດື່່່ມ, ເຄື່ອງໃຊ້ສອຍປະຈໍາວັນ, ການສະແດງສິິລະປະວັດທະນະທໍາ, ຢ້ຽມຢາມເຮືອນຊົນເຜົ່າແຕ່ລະຫລັງ, ຟ້ອນລໍາວົງມວນຊົນສາມັກຄີີ, ເດີນແບບ ແລະທ່ານໄດ້ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການນໍາພັກ-ລັດ, ຄະນະປະຈໍາ ສນຊ, ຄະນະຮັບຜິດຊອບທັງໝົດ, ພາກສ່ວນທີ່ກ່ຽວຂ້ອງ ທຸກພາກສ່ວນທີ່ປະກອບສ່ວນເຫື່ອແຮງ ສະຕິປັນຍາ ແລະ ວັດຖຸປັດໄຈ ເວລາ ເຂົ້າໃນງານສັບປະດາຄັ້ງນີ້້ ມຜົນສໍາເລັດຕາມຄາດໝາຍ ແລະ ໄດ້ແຈ້ງວາລະການເຄື່ອນໄຫວກິດຈະກໍາສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແຕ່ນີ້ຮອດວັນທີ 13 ສິງຫາ 2025 ຕື່ມອີກ.

12/08/2025

#ເຕືອນການສັນຈອນ
ເສັ້ນທາງເຂດບ້ານນາຄະຍາງ ເມືອງປາກລາຍ ແຂວງໄຊຍະບູລີ ມີລົດຄາຕົມເຮັດໃຫ້ການສັນຈອນຕິດຂັດ, ວັນທີ 12/08/2025 ສຳລັບລົດຕໍ່າຂໍໃຫ້ຄ່ອຍໄປຄ່ອຍມາ ແລະ ເພື່ອເວລາໃນການເດີນທາງ.
++++++++++++++++
©️ນັກສັນຈອນ

ເຈົ້າຊີວິດໄທ ພະລາດສະທານເພີງສົບຄົນລາວ 1 ຄົນ ທີ່ເສຍຊີວິດໃນເຫດການປະທະກັນລະຫວ່າງໄທ-ກຳປູເຈຍ.ວັນທີ 10 ສິງຫາ 2025 ເວລາ 15:00 ໂມ...
11/08/2025

ເຈົ້າຊີວິດໄທ ພະລາດສະທານເພີງສົບຄົນລາວ 1 ຄົນ ທີ່ເສຍຊີວິດໃນເຫດການປະທະກັນລະຫວ່າງໄທ-ກຳປູເຈຍ.

ວັນທີ 10 ສິງຫາ 2025 ເວລາ 15:00 ໂມງທີ່ຜ່ານມາ ນາງສາວ ທິຣະຣັດ ຮອງລັດຖະມົນຕີກະຊວງພາຍໃນປະເທດໄທ ເປັນປະທານພິທີວາງເພີງສົບ ນາງຮຸ່ງ ເຊິ່ງໄດ້ເສຍຊີວິດຈາກສະຖານະການຊາຍແດນໄທ-ກຳປູເຈຍ ທີ່ຈັງຫວັດອຸບົນລາດສະທານີ ໃນວັນທີ 24 ກໍລະກົດ 2025.

ງານດັ່ງກ່າວໄດ້ຮັບຄວາມກະລຸນາຈາກ ພະມະຫາກະສັດໄທ ເປັນປະທານໃນການຈັດງານບຳເພັນສົບ ແລະ ວາງເພີງ ນາງ ຮຸ່ງ (ເຊື້ອຊາດລາວ). ເຊິ່ງຜູ້ເສຍຊີວິດແມ່ນໄດ້ເປັນເມຍຂອງຄົນໄທ ຊື່ທ້າວ ປອດ ໂຈນສາ ເຊິ່ງກໍໄດ້ບາດເຈັບສາຫັດ ຈາກສະຖານະການຊາຍແດນໄທ-ກຳປູເຈຍ ແລະ ໄດ້ຮັບການປິ່ນປົວຢູ່ໂຮງໝໍ.

ກໍລະນີຂອງ ທ້າວ ປອດ ໂຈນສາ ຈະໄດ້ຮັບເງິນຊ່ວຍເຫຼືອຈຳນວນ 800,000 ບາດ ຕາມທີ່ຄະນະລັດຖະມົນຕີໄດ້ມີມະຕິຕົກລົງ ລວມເຖິງເງິນຊ່ວຍເຫຼືອຕາມລະບຽບການ ແລະ ບັນເທົາສາທາລະນະໄພ.

ສຳລັບໃນສ່ວນຂອງ ນາງ ຮຸ່ງ ເປັນພົນລະເມືອງລາວ ໃນກໍລະນີນີ້ ເປັນກໍລະນີພິເສດທີ່ທາງເຈົ້າໜ້າທີ່ຈັງຫວັດອຸບົນລາດຊະທານີ ຈະຕ້ອງທຳການກວດສອບ ແລະ ນຳເລື່ອງເຂົ້າປຶກສາຄະນະກຳມະການ ເພື່ອພິຈາລະນາເງິນຊ່ວຍເຫຼືອໃນຂັ້ນຕອນຕໍ່ໄປ.

——
ຂໍ້ມູນ: ພັກເພື່ອໄທ

ເກມໜຸ່ມພະລັງໃບ! ຊາຍ 19 ປີ ຄ້າໃບກະທ່ອມ 4 ກິໂລກຣາມ ພ້ອມຢາແກ້ໄອ 135 ແກ້ວປກສ ແຂວງຫົວພັນ ລາຍງານວ່າ: ວັນທີ 8 ສິງຫາ 2025 ຜ່ານມາ...
11/08/2025

ເກມໜຸ່ມພະລັງໃບ! ຊາຍ 19 ປີ ຄ້າໃບກະທ່ອມ 4 ກິໂລກຣາມ ພ້ອມຢາແກ້ໄອ 135 ແກ້ວ

ປກສ ແຂວງຫົວພັນ ລາຍງານວ່າ: ວັນທີ 8 ສິງຫາ 2025 ຜ່ານມານີ້, ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໄດ້ກັກຕົວ ທ້າວຕະລອນ ອາຍຸ 19 ປີ ປະຊາຊົນ ຢູ່ບ້ານມີສຸກ ເມືອງຊໍາເໜືອ ແຂວງຫົວພັນ, ພ້ອມຂອງກາງໃບກະທ່ອມ ຈໍານວນ 4 ກິໂລກຣາມ, ຢາສູບໄຟຟ້າ 8 ອັນ, ນໍ້າຢາດີໄອຈໍານວນ 135 ແກ້ວ ແລະ ນໍ້າກະທ່ອມ 1 ຕຸກ ທີ່ຊຸກເຊື່ອງໄວ້ໃນຫ້ອງນອນຂອງຜູ້ກ່ຽວ. ດັ່ງນັ້ນ, ເຈົ້າທີ່ຈຶ່ງໄດ້ນໍາຕົວຜູ້ກ່ຽວມາສອບສວນ.

ຜ່ານການສອບສວນ ຜູ້ກ່ຽວໄດ້ສາລະພາບວ່າ: ວັນທີ 6 ສິງຫາ ໄດ້ສັ່ງຊື້ໃບກະທ່ອມ, ຢາສູບໄຟຟ້າ ແລະ ຢາດີໄອ ທາງເຟສບຸກ ຢູ່ນະຄອນຫລວງວຽງຈັນ. ໃນນັ້ນ, ມີໃບກະທ່ອມ 4 ກິໂລກຣາມ, ຢາສູບໄຟຟ້າ 9 ອັນ, ນໍ້າຢາດີໄອຈໍານວນ 135 ແກ້ວ ມູນຄ່າ 11,500,000 ກີບ. ເພື່ອມາປຸງແຕ່ງກິນເອງ ແລະ ຂາຍຍ່ອຍ ໃຫ້ພວກທີ່ຕິດນໍ້າກະທ່ອມ ແລະ ຢາສູບໄຟຟ້າ ຢູ່ໃນຕົວເມືອງຊໍາເໜືອ.

ມາຮອດເວລາ 22:00 ໂມງຂອງວັນທີ 8 ສິງຫາ 2025 ໄດ້ມີຄົນສັ່ງຊື້ໃບກະທ່ອມຈໍານວນ 2 ຊຸດ ແລະ ຢາສູບໄຟຟ້າ 1 ອັນ ເພື່ອມາສົ່ງໃນຢູ່ໃນຂອບເຂດ ຮ້ານສະນຸກເກີ ບ້ານນາວຽງ ເມືອງຊໍາເໜືອ ຜູ້ກ່ຽວຈຶ່ງໄດ້ ໄປສົ່ງໃຫ້ ແລະ ຖືກເຈົ້າໜ້າທີ່ກັກຕົວ.

Address


Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00

Telephone

+8562099962832

Website

Alerts

Be the first to know and let us send you an email when Update Laos Magazine posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Update Laos Magazine:

Shortcuts

  • Address
  • Telephone
  • Opening Hours
  • Alerts
  • Contact The Business
  • Claim ownership or report listing
  • Want your business to be the top-listed Media Company?

Share