Climax Radio FM 95 MHz ຄື້ນຍອດນິຍົມ ສຳລັບທຸກຄົນ

  • Home
  • Climax Radio FM 95 MHz ຄື້ນຍອດນິຍົມ ສຳລັບທຸກຄົນ

Climax Radio FM 95 MHz ຄື້ນຍອດນິຍົມ ສຳລັບທຸກຄົນ ຄື້ນຍອດນິຍົມ ສຳລັບທຸກຄົນ - ຮັບດູແລເພຈ, ຕິກຕອກ, ສ້າງຄອນເທນທີ່ສ້າງສັນ, Digital Marketing professional

ປັບລົງລາຄານ້ຳມັນ
13/08/2025

ປັບລົງລາຄານ້ຳມັນ

ເປີດນ້ຳໃຊ້  #ຂົວອູ່ຂ້າມນ້ຳມ່າ ຢູ່ທີ່ບ້ານແຜ້ ເມືອງແອດ ແຂວງຫົວພັນ ມູນຄ່າກໍ່ສ້າງ 9 ຕື້ກວ່າກີບ ເປັນທຶນຂອງລັດຖະບານ ສປປ ລາວ.ໂຄ...
13/08/2025

ເປີດນ້ຳໃຊ້ #ຂົວອູ່ຂ້າມນ້ຳມ່າ ຢູ່ທີ່ບ້ານແຜ້ ເມືອງແອດ ແຂວງຫົວພັນ ມູນຄ່າກໍ່ສ້າງ 9 ຕື້ກວ່າກີບ ເປັນທຶນຂອງລັດຖະບານ ສປປ ລາວ.

ໂຄງການກໍ່ສ້າງຂົວອູ່ຂ້າມນ້ຳມ່າ ຢູ່ທີ່ບ້ານແຜ້ ເມືອງແອດ ແຂວງຫົວພັນ ໄດ້ສໍາເລັດ 100% ຕາມແຜນການ ແລະ ໜ້າວຽກທີ່ວາງໄວ້, ດັ່ງນັ້ນ ໄດ້ຈັດພິທີມອບ-ຮັບ ແລະ ເປີດໃຫ້ປະຊາຊົນນຳໃຊ້ຢ່າງເປັນທາງການ ໃນວັນທີ 8 ສິງຫາ 2025 ນີ້, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປະລິນຍາເອກ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫົວພັນ, ມີບັນດາທ່ານການນຳແຂວງ, ການນຳເມືອງ ແລະ ຕາງໜ້າບໍລິສັດຮັບເໝົາກໍ່ສ້າງ-ເຈົ້າຂອງໂຄງການ ຕະຫຼອດຮອດອຳນາດການປົກຄອງ ພ້ອມດ້ວຍພໍ່ແມ່ປະຊາຊົນບ້ານແຜ້ເຂົ້າຮ່ວມຢ່າງພ້ອມພຽງ.

ຜູ່ເຂົ້າຮ່ວມໄດ້ຮັບຟັງບົດລາຍງານ ການກໍ່ສ້າງຈາກບໍລິສັດ ໃຫ້ຮູ້ວ່າ: ຂົວອູ່ທີ່ສ້າງມີລວງຍາວ 162 ແມັດ, ກວ້າງ 2,4 ແມັດ, ກໍ່ສ້າງດ້ວຍເຫຼັກເປັນສ່ວນໃຫຍ່-ທັງສອງພາກມີເສົາເບຕົງເສີມເຫຼັກເພຶ່ອຈ່ອງສາຍຂົວຢ່າງແໜ້ນໜາ, ລວມມູນຄ່າທັງໝົດຂອງໂຄງການ 9 ຕື້ກວ່າກີບ, ເປັນທຶນຂອງລັດຖະບານ ສປປ ລາວ, ຮັບເໝົາກໍ່ສ້າງໂດຍບໍລິສັດກຸ່ມບຸນທະວີຊັບ ຈຳກັດ, ເລີ່ມຕົ້ນກໍ່ສ້າງວັນທີ 11 ມີນາ 2025, ສຳເລັດ 100% ໃນວັນທີ 12 ກໍລະກົດ 2025 ນີ້. ບໍລິສັດຈິ່ງໄດ້ມອບໃຫ້ເຈົ້າຂອງໂຄງການ-ມອບໃຫ້ເມືອງ ແລະ ທ່ານປະທານຄະນະກຳມະການປົກຄອງເມືອງ ໄດ້ກ່າວມອບໃຫ້ປະຊາຊົນເປັນຜູ້ປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດຜົນປະໂຫຍດຢ່າງຍາວນານ.

ທີ່ມາ: ຖວທ ເມືອງແອດ ແຂວງຫົວພັນ

13/08/2025

ເກີດເຫດຂົວຫັກ‼️ທີ່ບ້ານນ້ຳຮົ່ມ ເມືອງຄຳ ແຂວງຊຽງຂວາງ ເຂດທາງເຂົ້າຊົມບໍ່ນ້ຳຮ້ອນ
ເຫດເກີດໃນຕອນເຊົ້າ ວັນທີ 13/08/2025 , ເຊິ່ງກ່ອນໜ້ານີ້ແມ່ນຖືກນ້ຳຖ້ວມຂົວຈົນເປ່ເພ ແລ້ວປະຊາຊົນຮ່ວມກັນແປງໃຫ້ລົດເບົາໃຊ້ຊົ່ວຄາວ.
ປັດຈຸບັນ, ແມ່ນລົດບັນທຸກໃຫຍ່ຄັນດັ່ງໄປເຮັດຂົວຫັກ (ມີເສັ້ນທາງເວັ້ນໃຫ້ລົດບັນທຸກທຽວຢູ່ ແຕ່ຍັງມາຂ້າມຂົວນີ້) ເປັນແນວໃດ ເສຍຫາຍຫຼາຍລ້ານຄັກບໍ່.
++++++++++++++++++++
ຂໍ້ມູນຈາກ: ນັກສັນຈອນ

ເຖິງແມ່ນວ່າ ຄຳວ່າ "ໄຂມັນ" ອາດຈະຟັງຄືໜ້າຢ້ານສຳລັບສາວໆ ທີ່ຮັກສາຮູບຮ່າງ ແຕ່ຄວາມຈິງແລ້ວ ໄຂມັນບາງຊະນິດກໍເປັນສິ່ງຈຳເປັນຕໍ່ສຸຂະ...
13/08/2025

ເຖິງແມ່ນວ່າ ຄຳວ່າ "ໄຂມັນ" ອາດຈະຟັງຄືໜ້າຢ້ານສຳລັບສາວໆ ທີ່ຮັກສາຮູບຮ່າງ ແຕ່ຄວາມຈິງແລ້ວ ໄຂມັນບາງຊະນິດກໍເປັນສິ່ງຈຳເປັນຕໍ່ສຸຂະພາບຂອງທ່ານຜູ້ຍິງຫຼາຍ ບໍ່ວ່າຈະເປັນການຊ່ວຍປັບຮໍໂມນໃຫ້ສົມດຸນ, ເຮັດໃຫ້ຜິວພັນສົດໃສ, ແລະ ສະໝອງເຮັດວຽກໄດ້ດີ. ດັ່ງນັ້ນ, ພວກເຮົາຈຶ່ງຈະພາທ່ານໄປຮູ້ຈັກກັບ ໄຂມັນດີ 6 ຊະນິດ ທີ່ຄວນກິນທຸກມື້ໂດຍບໍ່ຕ້ອງຢ້ານອ້ວນ.

6 ໄຂມັນດີທີ່ຮ່າງກາຍຄວນໄດ້ຮັບທຸກວັນ

1. ກົດໄຂມັນໂອເມກ້າ-3:
ໂອເມກ້າ-3 ເປັນໄຂມັນດີທີ່ຊ່ວຍຫຼຸດການອັກເສບໃນຮ່າງກາຍ, ເສີມສ້າງສະໝອງ ແລະ ບຳລຸງຫົວໃຈ. ເໝາະຫຼາຍສຳລັບສາວໆທີ່ຕ້ອງໃຊ້ສະໝອງໃນການເຮັດວຽກ ຫຼື ຮຽນຮູ້ສິ່ງໃໝ່ໆເປັນປະຈຳ. ນອກຈາກນີ້, ຍັງຊ່ວຍຫຼຸດອາການກ່ອນມີປະຈຳເດືອນ (PMS) ໄດ້ດີອີກດ້ວຍ. ອາຫານທີ່ອຸດົມໄປດ້ວຍໂອເມກ້າ-3 ແມ່ນປາແຊລມອນ, ປາທູນ່າ, ເມັດແຟລັກ (Flaxseed), ແລະ ໝາກວໍນັດ (Walnut).

2. ກົດໄຂມັນໂອເມກ້າ-9:
ໂອເມກ້າ-9 ເປັນໄຂມັນທີ່ບໍ່ອີ່ມຕົວເຊິງດ່ຽວທີ່ຊ່ວຍຫຼຸດລະດັບຄໍເລສເຕີໂຣນຊະນິດບໍ່ດີ (LDL) ແລະ ເພີ່ມຄໍເລສເຕີໂຣນຊະນິດດີ (HDL), ເຊິ່ງສົ່ງຜົນດີຕໍ່ສຸຂະພາບຫົວໃຈຂອງທ່ານຜູ້ຍິງໂດຍກົງ, ພ້ອມຊ່ວຍໃຫ້ລະບົບພູມຄຸ້ມກັນແຂງແຮງຂຶ້ນ. ພົບໄດ້ຫຼາຍໃນນ້ຳມັນໝາກກອກ, ໝາກອາໂວກາໂດ, ແລະ ໝາກອາມອນ.

3. ກົດໄຂມັນໂອເມກ້າ-6:
ເຖິງວ່າໂອເມກ້າ-6 ເປັນໄຂມັນທີ່ຕ້ອງຄວບຄຸມປະລິມານ, ແຕ່ຖ້າກິນຢ່າງເໝາະສົມກໍມີປະໂຫຍດບໍ່ໜ້ອຍ ໂດຍສະເພາະໃນການຊ່ວຍໃຫ້ຜິວພັນຂອງສາວໆຊຸ່ມຊື່ນ ແລະ ຫຼຸດການສູນເສຍນ້ຳຈາກຜິວໜັງ. ພົບໄດ້ໃນນ້ຳມັນດອກຄຳຝອຍ, ນ້ຳມັນດອກຕາເວັນ, ແລະ ຖົ່ວເຫຼືອງ. ຄວນເລືອກແຫຼ່ງທີ່ບໍ່ຜ່ານການປຸງແຕ່ງຫຼາຍເກີນໄປ ເພື່ອຫຼີກລ່ຽງຜົນເສຍ.

4. ໄຂມັນຈາກພືດທຳມະຊາດ:
ໄຂມັນຈາກພືດ ເຊັ່ນ: ໝາກອາໂວກາໂດ, ໝາກຖົ່ວຕ່າງໆ, ແລະ ເມັດພືດ, ເປັນແຫຼ່ງພະລັງງານທີ່ດີຕໍ່ຮ່າງກາຍຂອງສາວໆ ໂດຍສະເພາະຜູ້ທີ່ຕ້ອງການຄວບຄຸມນ້ຳໜັກ ເພາະໄຂມັນເຫຼົ່ານີ້ຊ່ວຍໃຫ້ອີ່ມດົນ, ຫຼຸດຄວາມຢາກອາຫານ ແລະ ຍັງມີໄຟເບີສູງທີ່ຊ່ວຍເລື່ອງລະບົບຂັບຖ່າຍອີກດ້ວຍ.

5. ໄຂມັນຈາກປາທະເລນ້ຳເລິກ:
ປາທະເລນ້ຳເລິກ ເຊັ່ນ: ປາແມັກເຄີເລວ, ປາຊາດີນ ແລະ ປາແຊລມອນ ມີໄຂມັນດີທີ່ຊ່ວຍຫຼຸດຄວາມສ່ຽງພະຍາດຫົວໃຈ ແລະ ຫຼອດເລືອດ, ທັງຍັງມີວິຕາມິນ D ເຊິ່ງຈຳເປັນຕໍ່ການດູດຊຶມທາດການຊຽມ ແລະ ເສີມສ້າງກະດູກໃຫ້ແຂງແຮງ. ເໝາະຫຼາຍສຳລັບທ່ານຜູ້ຍິງໄວເຮັດວຽກ ແລະ ໄວໃກ້ໝົດປະຈຳເດືອນ.

6. ນ້ຳມັນໝາກພ້າວໃນປະລິມານພໍດີ:
ເຖິງວ່ານ້ຳມັນໝາກພ້າວຈະມີໄຂມັນອີ່ມຕົວ ແຕ່ເປັນຊະນິດທີ່ຮ່າງກາຍສາມາດນຳໄປໃຊ້ເປັນພະລັງງານໄດ້ຢ່າງໄວ, ຊ່ວຍເພີ່ມອັດຕາການເຜົາຜານ ແລະ ມີສານຕ້ານເຊື້ອຈຸລິນຊີທີ່ດີຕໍ່ລະບົບທາງເດີນອາຫານຂອງສາວໆ. ຄວນເລືອກແບບສະກັດເຢັນ ແລະ ກິນໃນປະລິມານທີ່ເໝາະສົມ ເຊັ່ນ: 1-2 ບ່ວງແກງຕໍ່ມື້.

ສາວໆບໍ່ຈຳເປັນຕ້ອງຢ້ານໄຂມັນອີກຕໍ່ໄປ ຫາກເລືອກກິນໄຂມັນດີຢ່າງເໝາະສົມ ແລະ ຫຼາກຫຼາຍ, ໄຂມັນເຫຼົ່ານີ້ຈະຊ່ວຍໃຫ້ຮ່າງກາຍແຂງແຮງ, ຜິວພັນສົດໃສ ແລະ ສະໝອງປອດໂປ່ງ. ສະນັ້ນ, ຈຶ່ງບໍ່ຄວນລືມວ່າໄຂມັນດີຄືເພື່ອນແທ້ຂອງສຸຂະພາບທ່ານຜູ້ຍິງໃນທຸກຊ່ວງໄວ."

ຊົມເຊີຍ! ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75 ປີ
13/08/2025

ຊົມເຊີຍ! ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75 ປີ

ຊົມເຊີຍ 13 ສິງຫາ! ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ແຫ່ງຊາດ ຄົບຮອບ 75 ປີ
12/08/2025

ຊົມເຊີຍ 13 ສິງຫາ! ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ແຫ່ງຊາດ ຄົບຮອບ 75 ປີ

ກິນໄຂ່ມື້ລະຈັກໜ່ວຍດີທີ່ສຸດ? 🥚ເຄີຍສົງໄສບໍ່ວ່າເຮົາຄວນກິນໄຂ່ມື້ລະຈັກໜ່ວຍຈຶ່ງຈະດີຕໍ່ຮ່າງກາຍ? ຄຳຕອບຄື... ບໍ່ມີໂຕເລກທີ່ຕາຍໂຕ! ...
12/08/2025

ກິນໄຂ່ມື້ລະຈັກໜ່ວຍດີທີ່ສຸດ? 🥚

ເຄີຍສົງໄສບໍ່ວ່າເຮົາຄວນກິນໄຂ່ມື້ລະຈັກໜ່ວຍຈຶ່ງຈະດີຕໍ່ຮ່າງກາຍ? ຄຳຕອບຄື... ບໍ່ມີໂຕເລກທີ່ຕາຍໂຕ! 😯

ແຕ່ໂດຍທົ່ວໄປ, ຜູ້ຊ່ຽວຊານສ່ວນໃຫຍ່ແນະນຳໃຫ້ກິນໄຂ່ມື້ລະ 1-2 ໜ່ວຍ ແມ່ນດີທີ່ສຸດສຳລັບຄົນທົ່ວໄປ. ເພາະໄຂ່ເຕັມໄປດ້ວຍໂປຣຕີນ, ວິຕາມິນ, ແລະແຮ່ທາດສຳຄັນທີ່ຊ່ວຍບຳລຸງສະໝອງ ແລະຮ່າງກາຍ. 💪🧠

ເຖິງຢ່າງໃດກໍຕາມ, ຖ້າໃຜທີ່ມີບັນຫາສຸຂະພາບເຊັ່ນ: ໄຂມັນໃນເລືອດສູງ ຄວນປຶກສາແພດໝໍ ຫຼືນັກໂພຊະນາການກ່ອນເດີ້. 🩺

ແລ້ວທຸກຄົນກິນໄຂ່ວັນລະຈັກໜ່ວຍ? ມາແບ່ງປັນກັນແນ່! 👇

12/08/2025

#ເຕືອນການສັນຈອນ
ເສັ້ນທາງເຂດບ້ານນາຄະຍາງ ເມືອງປາກລາຍ ແຂວງໄຊຍະບູລີ ມີລົດຄາຕົມເຮັດໃຫ້ການສັນຈອນຕິດຂັດ, ວັນທີ 12/08/2025 ສຳລັບລົດຕໍ່າຂໍໃຫ້ຄ່ອຍໄປຄ່ອຍມາ ແລະ ເພື່ອເວລາໃນການເດີນທາງ.
++++++++++++++++
©️ນັກສັນຈອນ

ສະຖິຕິ ຮຽນຮຽນສອບເສັງເຂົ້າ ມຊ ໄລຍະປີ 2016-2025ຂໍ້ມູນຈາກ: ໜັງສືພິມລາວພັດທະນາ   #ສະຖິຕິນັກຮຽນສອບເສັງເຂົ້າ_ມຊ
10/08/2025

ສະຖິຕິ ຮຽນຮຽນສອບເສັງເຂົ້າ ມຊ ໄລຍະປີ 2016-2025
ຂໍ້ມູນຈາກ: ໜັງສືພິມລາວພັດທະນາ

#ສະຖິຕິນັກຮຽນສອບເສັງເຂົ້າ_ມຊ

📌ອຸດົມໄຊ ແຈ້ງປິດຊົ່ວຄາວ ຮ້ານກິນດື່ມ-ບັນເທີງ ຄາຣາໂອເກະ ໃນເທສະບານແຂວງ ໄລຍະກອງປະຊຸມໃຫຍ່ອົງຄະນະພັກແຂວງ ວັນທີ 7-9 ສິງຫາ 2025....
08/08/2025

📌ອຸດົມໄຊ ແຈ້ງປິດຊົ່ວຄາວ ຮ້ານກິນດື່ມ-ບັນເທີງ ຄາຣາໂອເກະ ໃນເທສະບານແຂວງ ໄລຍະກອງປະຊຸມໃຫຍ່ອົງຄະນະພັກແຂວງ ວັນທີ 7-9 ສິງຫາ 2025.

ອີງຕາມແຈ້ງການຂອງຫ້ອງວ່າການແຂວງອຸດົມໄຊ ລົງເມື່ອວັນທີ 1 ສິງຫາ 2025 ກ່ຽວກັບແຈ້ງປິດຊົ່ວຄາວ ຮ້ານກິນດື່ມ ບັນເທີງ ຄາຣາໂອເກະ ໃນເທສະບານແຂວງ
ຫ້ອງວ່າການແຂວງ ຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານຜູ້ປະກອບການຮ້ານບັນເທິງຕ່າງໆ ພາຍໃນເທດ ສະບານແຂວງ ຊາບ: ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ອຸດົມໄຊ ຄັ້ງທີ X ແລະ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ-ປອດ ໄພ, ສະນັ້ນ ຈຶ່ງແຈ້ງມາຍັງທຸກພາກສ່ວນປະຕິບັດ ດັ່ງນີ້:
👉ອ່ານລາຍລະອຽດແຈ້ງການໃນຄອມເມັ້ນ

ຊວນໄປປຸ້ນຮ້ານຄຳ ແຕ່ຖືກປະຕິເສດ ເລີຍລົງມືຄາດຕະກໍາ ແລ້ວໄປກໍ່ເຫດປຸ້ນເອົາຄຳຄົນດຽວ-----------------       ວັນທີ 5 ສິງຫາ 2025, ...
08/08/2025

ຊວນໄປປຸ້ນຮ້ານຄຳ ແຕ່ຖືກປະຕິເສດ ເລີຍລົງມືຄາດຕະກໍາ ແລ້ວໄປກໍ່ເຫດປຸ້ນເອົາຄຳຄົນດຽວ
-----------------

ວັນທີ 5 ສິງຫາ 2025, ປກສ ແຂວງ ບໍ່ແກ້ວ ໄດ້ທົດສະກໍາຄືນຄະດີຄາດຕະກໍາ ແລະ ປຸ້ນຊັບ ຜູ້ຖືກຫາ ທ້າວ ພູວັນ ອາຍຸ 22 ປີ ອາຊີບຫວ່າງງານ ຢູ່ບ້ານ ສະແນນ ເມືອງສຳເໜືອ ແຂວງຫົວພັນ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜ່ານການສອບສວນໃນເບື້ອງຕົ້ນ ຜູ້ຖືກຫາສາລະພາບວ່າ: ໃນວັນທີ 15 ມິຖຸນາ 2025 ເວລາ 15 ໂມງ, ຜູ້ຖືກຫາໄດ້ເດີນທາງອອກຈາກນະຄອນຫຼວງວຽງຈັນມາ ແຂວງ ບໍ່ແກ້ວ ຈຸດປະສົ່ງແມ່ນມາຊອກເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລ້ວມາພັກເຊົ່າຢູ່ເຮືອນພັກແຫ່ງໜຶ່ງ ບ້ານ ພຽງງາມ ເມືອງ ຕົ້ນເຜິ້ງ, ວັນທີ 17 ມິຖຸນາ 2025 ໄດ້ເຂົ້າໄປສະໝັກເຮັດວຽກຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳແຕ່ບໍ່ຜ່ານ ແລ້ວໄດ້ຕິດຕໍ່ໂທຫາຜູ້ຊາຍຄົນໜຶ່ງບໍ່ຮູ້ຊື່ (ຜູ້ເສຍຊີວິດ) ຢູ່ໃນກຸ່ມບໍລິການຮັບສົ່ງຄົນເຂົ້າອອກເຂດເສດຖະກິດພິເສດສາມຫຼ່ຽມຄຳ.

ວັນທີ 24 ມີຖຸນາ 2025 ຜູ້ຖືກຫາໄດ້ຕິດຕໍ່ໂທຫາຜູ້ຊາຍຄົນບໍ່ຮູ້ຊື່ (ຜູ້ເສຍຊີວິດ) ໃຫ້ມາຮັບຢູ່ເຮືອນພັກແຫ່ງໜຶ່ງ ຢູ່ເຂດບ້ານໃຫຍ່ຕົ້ນເຜິ້ງ, ຫຼັງຈາກນັ້ນ, ຜູ້ຊາຍຄົນນັ້ນກໍໄດ້ຂັບຂີ່ລົດຈັກ ຍີ່ຫໍ້ເວບ100 S ສີຟ້າ ປ້າຍທະບຽນບໍ່ຈື່ມາຮັບແລ້ວພາກັນຂັບຂີ່ລົດຈັກຊ້ອນກັນລົງໄປທາງເມືອງຫ້ວຍຊາຍ, ພໍໄປຮອດເຂດທົ່ງນາແຄມບ້ານສີດອນແຍງ ເມືອງຕົ້ນເຜິ້ງ ຜູ້ກ່ຽວໄດ້ບອກໃຫ້ຜູ້ເສຍຊີວິດ ຈອດລົດແລ້ວເຂົ້າໄປພັກຜ່ອນ ພ້ອມທັງໄດ້ຊັກຊວນກໍ່ເຫດປຸ້ນຮ້ານຂາຍຄໍາ ແຕ່ຊາຍຄົນດັ່ງກ່າວປະຕິເສດ ແລະ ຍັງຈະປະຖິ້ມຜູ້ກ່ຽວຢູ່ຈຸດດັ່ງກ່າວ ຈຶ່ງເກີດມີປາກສຽງກັນ, ຜູ້ກ່ຽວຈຶ່ງໄດ້ລົງມືທຳຮ້າຍຮ່າງກາຍຊາຍຄົນດັ່ງກ່າວໂດຍໃຊ້ຄ້ອນຕີທີ່ກະກຽມມາຕີໃສ່ບໍລິເວນຫົວຫຼາຍບາດຈົນເຮັດໃຫ້ຊາຍຄົນດັ່ງກ່າວເສຍຊີວິດ ແລ້ວຍູ້ສົບລົງຮ່ອງນໍ້າ (ຄອງເໝືອງ) ພ້ອມທັງຫັກກິ້ງໄມ້ປົກຊາກສົບໄວ້.

ຈາກນັ້ນ, ກໍໄດ້ເອົາລົດຈັກ ຍີ່ຫໍ້ເວບ100 S ສີຟ້າ ປ້າຍທະບຽນບໍ່ຈື່ ຂອງຜູ້ເສຍຊີວິດ ຂັບຂີ່ກັບມາທາງເມືອງຕົ້ນເຜິ້ງ ແລ້ວເອົາໂທລະສັບຂອງຜູ້ເສຍຊີວິດໄປຖິ້ມລົງແມ່ນໍ້າຂອງເຂດບ້ານສີທາດ ແລ້ວຂັບຂີ່ເອົາລົດຈັກຂອງຜູ້ເສຍຊີວິດຂຶ້ນມາເມືອງຕົ້ນເຜິ້ງເພື່ອຊອກປຸ້ນຮ້ານຄຳ, ພໍມາຮອດເຂດ ບ້ານ ດອນມູນ ເມືອງ ຕົ້ນເຜິ້ງ ຈຶ່ງເຫັນຮ້ານຂາຍຄໍາແຫ່ງໜຶ່ງ ສັງເກດຮ້ານຂາຍຄໍາເຫັນວ່າມີຜູ້ຍິງໜຶ່ງຄົນນັ່ງຢູ່ໃນ ຈິ່ງໃຊ້ໝວກກັນກະທົບປິດບັງໃບໜ້າຢາງເຂົ້າໄປໃນຮ້ານຂາຍຄຳແລ້ວຈັບເອົາຄ້ອນຕີທີ່ໄດ້ກະກຽມມາຢູ່ໃນຖົງຢາງອອກມາທຸບຕູ້ແກ້ວທີ່ວາງຂາຍຄຳ 03-04 ບາດ ແລ້ວຈັບເອົາຄໍາຮູບ ປະພັນປະເພດສາຍແຂນ ແລະ ສາຍຄໍທີ່ຢູ່ໃນຕູ້ແກ້ວມາໃສ່ຖົງຢ່າງບໍ່ຮູ້ວ່າມີນໍ້າໜັກທັງໝົດຈັກບາດ.

ຈາກນັ້ນ, ກໍໄດ້ຂັບຂີ່ລົດຈັກອອກໄປທາງສະໜາມບິນແຕ່ມີຜູ້ເສຍຫາຍຂັບຂີ່ລົດນຳຜູ້ກ່ຽວຈຶ່ງໄດ້ຈອດລົດຈັກຖິ້ມປະໄວ້ແລ້ວແລ່ນຕໍ່ໄປແຕ່ແລ່ນບໍ່ໄຫວຈຶ່ງຖືກເຈົ້າຂອງຮ້ານຂາຍຄໍານໍາຈັບຕົວທັນແລ້ວແຈ້ງໃຫ້ເຈົ້າໜ້າທີ່ຕຳຫຼວດກັກຕົວທຳການສືບສວນ-ສອບສວນ.
ຂ່າວ:ຈາກ ປກສ ແຂວງບໍ່ແກ້ວ.

08/08/2025

ວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ ຮັບນັກຮຽນ ຈົບຊັ້ນມໍ4 ແລະ ມໍ7 ເຂົ້າຮຽນຟຣີ ພ້ອມເບ້ຍລ້ຽງບາງສາຂາວິຊາ.
ລາຍລະອຽດ👇👇👇

Address


Alerts

Be the first to know and let us send you an email when Climax Radio FM 95 MHz ຄື້ນຍອດນິຍົມ ສຳລັບທຸກຄົນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Climax Radio FM 95 MHz ຄື້ນຍອດນິຍົມ ສຳລັບທຸກຄົນ:

  • Want your business to be the top-listed Media Company?

Share