YOYO School

YOYO School Yoyo Nursery and Kindergarten
ໂຮງຮຽນໂຢໂຢ ເພາະການຫຼິ້ນຄືການຮຽນຮູ້

22/08/2026

ກິດຈະກຳພາສາຈີນ ສຳລັບຫຼານນ້ອຍຊັ້ນລ້ຽງເດັກ ທີ່ສາວຄູໃຊ້ ບັດຄຳສັບຮູບພາບ ເພື່ອ:
🧠 ຝຶກຄວາມຈື່ຈຳ ແລະ ການຮັບຮູ້ຄຳສັບ
🗣️ ຝຶກການອອກສຽງພາສາຈີນໃຫ້ຖືກຕ້ອງ
👀 ໃຫ້ເດັກຈື່ຈຳຄຳສັບຜ່ານຮູບພາບ ແລະ ເຂົ້າໃຈຄວາມໝາຍ
💬 ສ້າງຄວາມກ້າໃນການເວົ້າ ແລະ ຕອບໂຕ້ກັບຄູ
🌱 ປູພື້ນຖານພາສາຈີນໃຫ້ເດັກຜ່ານການຮຽນຮູ້ທີ່ສະໜຸກ ແລະ ເໝາະກັບໄວ
ຈຸດປະສົງຫຼັກ: ໃຫ້ເດັກໄດ້ “ເບິ່ງຮູບ – ຟັງຄູ – ເວົ້າຕາມ – ຈື່ຈຳຄຳສັບ” ຢ່າງເປັນທຳມະຊາດ. 🌈🇨🇳✨
#ໂຮງຮຽນໂຢໂຢ #ເພາະການຫຼິ້ນຄືການຮຽນຮູ້

🦋🌈 ສ້າງສັນຈາກສິ່ງງ່າຍໆ ສູ່ການຮຽນຮູ້ທີ່ມ່ວນ 🌈🦋ມື້ນີ້ຫຼານນ້ອຍຊັ້ນ ອະນຸບານ 3 ໄດ້ຮ່ວມກັນປະດິດ ເຄື່ອງຫຼິ້ນແມງກະເບື້ອ 🦋 ຈາກວັດ...
22/08/2026

🦋🌈 ສ້າງສັນຈາກສິ່ງງ່າຍໆ ສູ່ການຮຽນຮູ້ທີ່ມ່ວນ 🌈🦋
ມື້ນີ້ຫຼານນ້ອຍຊັ້ນ ອະນຸບານ 3 ໄດ້ຮ່ວມກັນປະດິດ ເຄື່ອງຫຼິ້ນແມງກະເບື້ອ 🦋 ຈາກວັດສະດຸງ່າຍໆ ໄດ້ທັງຫຼິ້ນ ແລະ ຮຽນຮູ້ໄປພ້ອມກັນ 💕
ກິດຈະກຳນີ້ຊ່ວຍຝຶກ ຄວາມຄິດສ້າງສັນ 🧠 ຈິນຕະນາການ 🎨 ສະມາທິ ✨ ແລະ ກ້າມຊີ້ນມື-ນິ້ວມື 🤲 ພ້ອມຝຶກໃຫ້ເດັກໆ ຮູ້ຈັກການລົງມືເຮັດດ້ວຍຕົນເອງ
💗 ຮຽນຮູ້ຜ່ານການຫຼິ້ນ ສ້າງຄວາມສຸກຜ່ານການລົງມືເຮັດ 🦋✨
#ໂຮງຮຽນໂຢໂຢ #ອະນຸບານ3 #ກິດຈະກຳສ້າງສັນ #ປະດິດເຄື່ອງຫຼິ້ນ #ແມງກະເບື້ອ #ຮຽນຮູ້ຜ່ານການຫຼິ້ນ #ເພາະການຫຼິ້ນຄືການຮຽນຮູ້

🎂ສຸກສັນວັນຄ້າຍວັນເກີດ, ນ້ອງ ບີບີ່ ຫ້ອງ ອະນຸບານ1ຄົບຮອບ 3 ປີ ໂຮງຮຽນໂຢໂຢ  ແລະ ອ້າຍໂຢໂຢ ຂໍໃຫ້ນ້ອງມີສຸຂະພາບແຂງແຮງ ເປັນເດັກຄຳຮ...
21/08/2026

🎂ສຸກສັນວັນຄ້າຍວັນເກີດ, ນ້ອງ ບີບີ່ ຫ້ອງ ອະນຸບານ1ຄົບຮອບ 3 ປີ ໂຮງຮຽນໂຢໂຢ ແລະ ອ້າຍໂຢໂຢ ຂໍໃຫ້ນ້ອງມີສຸຂະພາບແຂງແຮງ ເປັນເດັກຄຳຮູ້ຂອງພໍ່ແມ່ແລະສາວຄູ ເດີ້🥰 #ໂຮງຮຽນໂຢໂຢ
#ເພາະການຫລີ້ນຄືການຮຽນຮູ້

21/08/2026

🎶🪑 ກິດຈະກຳ “ຕັ່ງດົນຕີ” 🎵✨
ມ່ວນສຸດໆກັບຫຼານນ້ອຍຊັ້ນອະນຸບານ 💕 ເດັກໆໄດ້ ຮ້ອງເອງ ຢຸດເອງ ແລະຫຼິ້ນຕາມຈັງຫວະເພງ 🎶
ກິດຈະກຳນີ້ຊ່ວຍຝຶກສະມາທິ 👀 ການຟັງ 🎧 ການຄວບຄຸມການເຄື່ອນໄຫວ ແລະການຮູ້ຈັກກົດກະຕິກາ ພ້ອມທັງໄດ້ຮຽນຮູ້ຜ່ານການຫຼິ້ນຢ່າງສະໜຸກສະໜານ 🥰🌈
ຮ້ອງກໍມ່ວນ 🎤 ຫຼິ້ນກໍມວ່ນ 🪑 ຮຽນຮູ້ກໍໄດ້ທັກສະ! ❤️
#ໂຮງຮຽນໂຢໂຢ #ອະນຸບານ #ກິດຈະກຳຕັ່ງດົນຕີ #ຮຽນຮູ້ຜ່ານການຫຼິ້ນ #ດພາະຫານຫຼິ້ນຄືການຮຽນຮູ້

ແຈ້ງການ ພັກປະຈຳປີເພື່ອກຽມຄວາມພ້ອມສື່ການສອນ ແລະສະຖານທີ່ ເພື່ອຕ້ອນຮັບສົກຮຽນໃໝ່ 2026-2027
21/08/2026

ແຈ້ງການ
ພັກປະຈຳປີເພື່ອກຽມຄວາມພ້ອມສື່ການສອນ ແລະສະຖານທີ່ ເພື່ອຕ້ອນຮັບສົກຮຽນໃໝ່ 2026-2027

ການໃຫ້ເດັກນ້ອຍຊັ້ນລ້ຽງເດັກ ຫຼິ້ນເຄື່ອງຫຼິ້ນຝຶກທັກສະ ຈັບຄູ່ຕົວເລກກັບຈຳນວນ ມີຈຸດປະສົງເພື່ອ:🔢 ໃຫ້ເດັກຮູ້ຈັກ ຕົວເລກ ແລະຈື່ຈຳ...
20/08/2026

ການໃຫ້ເດັກນ້ອຍຊັ້ນລ້ຽງເດັກ ຫຼິ້ນເຄື່ອງຫຼິ້ນຝຶກທັກສະ ຈັບຄູ່ຕົວເລກກັບຈຳນວນ ມີຈຸດປະສົງເພື່ອ:
🔢 ໃຫ້ເດັກຮູ້ຈັກ ຕົວເລກ ແລະຈື່ຈຳຮູບຮ່າງຂອງຕົວເລກ
🍎 ຝຶກໃຫ້ເດັກເຂົ້າໃຈວ່າ ຕົວເລກແຕ່ລະຕົວແທນຈຳນວນເທົ່າໃດ
🧠 ພັດທະນາການຄິດແບບເຫດຜົນ ແລະການສັງເກດ
✋ ຝຶກກ້າມຊີ້ນມື ແລະການປະສານງານ ຕາ–ມື
🎯 ຝຶກສະມາທິ ແລະຄວາມຈົດຈໍ່ໃນການເຮັດກິດຈະກຳ
😊 ໃຫ້ເດັກໄດ້ຮຽນຮູ້ຄະນິດສາດຜ່ານ ການຫຼິ້ນຢ່າງມ່ວນ ແລະເປັນທຳມະຊາດ
#ໂຮງຮຽນໂຢໂຢ #ເພາະການຫຼິ້ນຄືການຮຽນຮູ້

20/08/2026

ການຮ້ອງເພງພ້ອມທ່າທາງກ່ອນເລີ່ມກິດຈະກຳ ແມ່ນການ ກະກຽມຈິດໃຈ ແລະ ຮ່າງກາຍໃຫ້ເດັກມີສະມາທິ, ອາລົມດີ ແລະ ພ້ອມຮຽນຮູ້ ກ່ອນເຂົ້າສູ່ກິດຈະກຳຫຼັກ.
#ໂຮງຮຽນໂຢໂຢ #ເພາະການຫຼິ້ນຄືການຮຽນຮູ້ #ກິດຈະກຳ #ອະນຸບານ

19/08/2026

🌈 ສະໜາມຫຼິ້ນສ້າງການຮຽນຮູ້ 🧒🏻💪🏻
ພາເດັກໆຫຼິ້ນເຄື່ອງຫຼິ້ນກາງແຈ້ງ ໂຫນຮາວ–ປີນເຊືອກ–ໃຕ້ເຊືອກ 🪢✨ ເພື່ອຝຶກກ້າມເນື້ອ, ການຊົງຕົວ, ຄວາມຄ່ອງແຄ້ວ ແລະ ການປະສານງານຂອງຮ່າງກາຍ ໃຫ້ເດັກໆເຕີບໃຫຍ່ຢ່າງແຂງແຮງ 💕🌱
#ໂຮງຮຽນໂຢໂຢ #ຮຽນຮູ້ຜ່ານການຫຼິ້ນ #ພັດທະນາເດັກ
#ເພາະການຫຼິ້ນຄືການຮຽນຮູ້

17/08/2026

ມ່ວນບໍ? 💚

🎤 “ມາໂຮງຮຽນໂຢໂຢ ມ່ວນບໍ?”
ຄຳຕອບຈາກນ້ອງໆຄື… “ມ່ວນ!” 😍🥰

ທຸກມື້ທີ່ໂຮງຮຽນໂຢໂຢ ເຕັມໄປດ້ວຍຮອຍຍິ້ມ ສຽງຫົວເລາະ ການຫຼິ້ນ ແລະການຮຽນຮູ້ຢ່າງສ້າງສັນ 🌈📚✨

👧🏻👦🏻 ເພາະເຮົາເຊື່ອວ່າ “ການຮຽນຮູ້ທີ່ດີ ຄວນເລີ່ມຈາກຄວາມສຸກ” ❤️

ພໍ່ແມ່ທ່ານໃດກຳລັງຊອກຫາໂຮງຮຽນທີ່ໃຫ້ລູກໆໄດ້ທັງ ຄວາມສຸກ + ຄວາມຮູ້ + ທັກສະຮອບດ້ານ ມາຮ່ວມເປັນສ່ວນໜຶ່ງກັບພວກເຮົາໄດ້ເລີຍ! 💚

📍 ໂຮງຮຽນ YOYO SCHOOL
🌟 ພື້ນທີ່ແຫ່ງການຮຽນຮູ້ ແລະຮອຍຍິ້ມຂອງເດັກໆ
#ເພາະການຫຼິ້ນຄືການຮຽນຮູ້
ສົນໃຈຕິດຕໍ່ສອບຖາມ : 020 22429696

#ໂຮງຮຽນໂຢໂຢ #ຮຽນຢ່າງມ່ວນ #ຄວາມສຸກຂອງເດັກ #ຝາກລູກຮຽນນຳໂຢໂຢ

🌱✂️ ກິດຈະກຳສ້າງສັນ ຕັດ–ຕິດ ໃບໄມ້ 🌳🎨ມື້ນີ້ພາຫຼານນ້ອຍໆ ໂຮງຮຽນໂຢໂຢ ມາຮ່ວມກິດຈະກຳສ້າງສັນ ຕັດ–ຕິດໃບໄມ້ລົງໃນຫງ່າໄມ້ 🌳🍃ກິດຈະກຳນ...
16/08/2026

🌱✂️ ກິດຈະກຳສ້າງສັນ ຕັດ–ຕິດ ໃບໄມ້ 🌳🎨

ມື້ນີ້ພາຫຼານນ້ອຍໆ ໂຮງຮຽນໂຢໂຢ ມາຮ່ວມກິດຈະກຳສ້າງສັນ ຕັດ–ຕິດໃບໄມ້ລົງໃນຫງ່າໄມ້ 🌳🍃

ກິດຈະກຳນີ້ຊ່ວຍຝຶກກ້າມຊີ້ນມື ແລະ ການປະສານສຳພັນລະຫວ່າງມືກັບສາຍຕາ ພ້ອມທັງຝຶກສະມາທິ ຄວາມລະອຽດ ແລະ ຈິນຕະນາການ 🎨✨

ທຸກໆການຕັດ ແລະ ການຕິດ ລ້ວນເປັນການຮຽນຮູ້ຜ່ານຄວາມສຸກ ແລະ ສຽງຫົວເລາະຂອງເດັກໆ 💚😊

🌈 ໂຢໂຢ ເຊື່ອວ່າ “ເພາະການຫຼິ້ນ ຄືການຮຽນຮູ້” 🌈

#ໂຮງຮຽນໂຢໂຢ #ກິດຈະກຳສ້າງສັນ #ຕັດຕິດໃບໄມ້ #ເພາະການຫຼິ້ນຄືການຮຽນຮູ້

Address

KhouVieng-Buengkhayong

00856

Telephone

+8562022429696

Website

Alerts

Be the first to know and let us send you an email when YOYO School posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

  • Want your business to be the top-listed Media Company?

Share