ກະສິກຳໃໝ່

ກະສິກຳໃໝ່ Contact information, map and directions, contact form, opening hours, services, ratings, photos, videos and announcements from ກະສິກຳໃໝ່, Media/News Company, แขวงหวพัน, Vang Vieng.

 # ຂ່າວ ກະສິກຳ ແລະ ສີ່ງແວດລ້ອມພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ  ມອບຕົ້ນໄມ້ຊາກ  ( ໄມ້ປ່ອງ )                       ໃຫ້ບ້ານນ...
01/10/2025

# ຂ່າວ ກະສິກຳ ແລະ ສີ່ງແວດລ້ອມ
ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ມອບຕົ້ນໄມ້ຊາກ ( ໄມ້ປ່ອງ )
ໃຫ້ບ້ານນາເຊັງ ເມືອງ ຊຳເໜືອ ແຂວງ ຫົວພັນ
-------------------------------
ໃນວັນທີ 25 ກັຍາ 2025 ນີ້ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ມອບຕົ້ນໄມ້ຊາກ ( ໄມ້ປ່ອງ ) ໃຫ້ບ້ານນາເຊັງ ເມືອງ ຊໍາເໜືອ ແຂວງ ຫົວພັນ ໂດຍມີທ່ານ ບຸນພອນ ບຸດພະຈັນ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ມີ ຫ້ອງການກະສິກຳ ແລະ ສີ່ງແວດລ້ອມ ເມືອງ ຊຳເໜືອ, ບັນດາທ່ານຫົວໜ້າ, ຮອງຂະແໜງປ່າໄມ້ ແລະ ວິຊາການປ່າໄມ້ພ້ອມດ້ວຍອຳນາດການປົກຄອງບ້ານ ນາເຊັງເຂົ້າຮ່ວມ.
ເພື່ອເປັນການຊຸກຍູ້ສົ່ງເສີງການປູກປ່າທົດແທນ ແລະ ສົ່ງເສີມໃຫ້ປະຊາຊົນມີອາຊີບທີ່ໝັ້ນຄົງ, ໂດຍສະເພາະການປູກຕົ້ນໄມ້ປ່ອງທີສາມາດສ້າງລາຍຮັບ ເປັນຕົ້ນແມ່ນປູກໄມ້ຊາກ ຫຼື ໄມ້ປ່ອງ ບ້ານ ນາເຊັງກໍເປັນບ້ານໜື່ງຂອງເມືອງ ຊຳເໜືອ , ມີທັງໝົດ 76 ຫຼັງຄາເຮືອນ, ມີພົນລະເມືອງ ທັງໝົດ 426 ຄົນ,ມີຍີງ 212 ຄົນ ມີເນື້ອທີ່ທັງໝົດ 2.919 ເຮັກຕາ ປະຊົນຊົນມີອາຊີບປູກຝັງ, ເຮັດນາ ເປັນອາຊີບຕົ້ນຕໍ, ການຮມອບຮັບຕົ້ນໄມ້ຊາກໃນຄັ້ງນີ້ມີ ຈຳນວນຄອບຄົວທີ່ໄດ້ຮັບຕົ້ນໄມ້ຊາກທັງໝົດ ມີ 6 ຄອບຄົວ ມີຈຳນວນທັງໝົດ 2.370 ເບ້ຍມີທັງໝົດ ລວມມູນຄ່າທັງໝົດ 70 ລ້ານກ່ວາກີບ
ໃນໂອກາດດັ່ງກ່າວທ່ານບຸນພອນ ບຸດພະຈັນ ຍັງໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ແລະ ຄອບຄົວທີ່ໄດ້ຮັບເບ້ຍໄມ້ ໃຫ້ເອົາໃຈໃສ່ບົວລະບັດຮັກສາ ປູກຕາມເຕັກນິກໃຫ້ໄດ້ຮັບໝາກຜົນເພື່ອສ້າງລາຍຮັບຈາກການຂາຍໃບໄມ້ຊາກ ແລະ ມອບໃຫ້ວິຊາການຂະແໜງປ່າໄມ້ລົງໃກ້ສິດຕິດແທດ ແນະນຳເຕັກນິກການປູກການບົວລະບັດຮັກສາໃນແຕ່ລະໄລຍະ, ການເກັບກ່ຽວເພື່ອສົ່ງອອກ, ຊອກບ່ອນຈຳໜ່າຍຫຼືບໍ ລິສັດເກັບຊື້ໃບໄມ້ສາກ, ມີການປະເມີນ ແລະ ວາງແຜນຂະຫຍາຍເນື້ອຄອບຄົວທີ່ມີເງື່ອນໄຂປູກໃຫ້ໄດ້ຫຼາຍຄອບຄົວຂື້ນຕື່ມ ເພື່ອສ້າງລາຍຮັບຈາກການຂາຍໃບໄມ້ຊາກໃຫ້ຫຼາຍຂື້ນ.

22/09/2025
 # ຂ່າວກະສິກຳ ແລະ ສີງແວດລ້ອມ ແຂວງ ຫົວພັນ #ຮາກຖານແມ່ຍີງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ຫົວພັນ ຈັດກອງປະຊຸມເຊື້ອມຊືມເອກະສານ...
22/09/2025

# ຂ່າວກະສິກຳ ແລະ ສີງແວດລ້ອມ ແຂວງ ຫົວພັນ #

ຮາກຖານແມ່ຍີງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ຫົວພັນ ຈັດກອງປະຊຸມເຊື້ອມຊືມເອກະສານທີ່ສຳຄັນຂອງວຽກສະຫະພັນແມ່ຍີງລາວ
---------------------------------------
ໃນວັນທີ່ 19 ກັນຍາ 2025 ນີ້ ຮາກຖານແມ່ຍີງພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ຫົວພັນ ຈັດກອງປະຊຸມເຊື້ອມຊືມເອກະສານທີ່ສຳຄັນຂອງວຽກສະຫະພັນແມ່ຍີງ ແລະ ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຈາກຄະນະພະແນກກະສິກຳ ແລະ ສີ່ງແວດລ້ອມ ໂດຍການເປັນປະທານຂອງ ສະຫາຍ ນາງ ສຸລິລັກ ຄຳວົງສາ ຮອງປະທານກວດກາພັກຮາກຖານ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມ, ມີສະຫາຍ ນາງ ແພງວັນ ມະໂນທຳ ປະທານສະຫະພັນແມ່ຍີງຮາກຖານ ແມ່ຍີງພະແນກກະສິກຳ ແລະ ສີ່ງແວດລ້ອມ, ມີຫົວໜ້າໜ່ວຍ, ຮອງໜ່ວຍແມ່ຍີງພາຍໃນພະແນກ ພ້ອມດ້ວຍເອື້ອຍນ້ອງແມ່ຍີງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 704/ຄປຈຂ, ລົງວັນທີ 6 ສີງຫາ 2025 ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງປະທານ, ຮອງປະທານສະຫະພັນແມ່ຍີງ ຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມ , ຜ່ານມະຕິຕົກລົງ ສະບັບເລກທີ 47/ຮຖພ.ກສ.ລົງວັນທີ 15 ກັນຍາ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຄະນະສະຫະພັນແມ່ຍີງຮາກຖານພະແນກກະສິກຳ ແລະ ສີ່ງແວດລ້ອມ ນອກຈາກນີ້ຍັງໄດ້ຮັບຟັງການສະຫຼຸບຍໍ້ໃນ ການນຳພາຊີ້ນຳວຽກງານແມ່ຍີງໃນໄລຍະຜ່ານມາ, ສະຫະພັນແມ່ຍິງຮາກຖານພະແນກກະສິກໍາ ແລະ ສິ່ງແວດລ້ອມ ເປັນຮາກຖານເອກະລາດທີ່ຂື້ນກັບສະຫະພັນແມ່ຍິງແຂວງ, ເຊິ່ງພາຍໃຕ້ການຊີ້ນຳໆພາໂດຍກົງຂອງຄະນະພັກຮາກຖານ, ຄະນະພະແນກກະສິກຳ ແລະ ສິ່ງແວດລ້ອມ, ຕະຫຼອດໄລຍະ, ຄະນະພັກໄດ້ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ສະຫະພັນແມ່ຍິງຮາກຖານເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່ຂອງຕົນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງຫົວພັນ ຄັ້ງທີ X, ມະຕິກອງປະຊຸມໃຫຍ່ຮາກຖານພັກພະແນກ ຄັ້ງທີ VI ກໍຄືມະຕິກອງປະຊຸມໃຫຍ່ສະຫະພັນແມ່ຍິງຮາກຖານພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ຄັ້ງທີ III, ມີຜົນສໍາເລັດຫຼາຍດ້ານ, ສະຫະພັນແມ່ຍິງຮາກຖານພະແນກກະສິກຳ ແລະ ສິ່ງແວດລ້ອມ ( ກ່ອນບໍ່ທັນໄດ້ໂຮມ ພະແນກກະສິກໍາ ແລະ ປ່າໄມ້ ມີສະມາຊິກແມ່ຍິງ 53 ສະຫາຍ, ພະນັກງານອາສາສະມັກມີ 8 ສະຫາຍ , ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ມີສະມາຊິກແມ່ຍິງ 22 ສະຫາຍ, ພະນັກງານອາສາສະມັກມີ 1 ສະຫາຍ ) ພາຍຫຼັງໂຮມ 2 ພະແນກເຂົ້າກັນມີສະມາຊິກແມ່ຍິງທັງໝົດ 75 ສະຫາຍ, ໃນນີ້ເປັນພະນັກງານລັດຖະກອນ 66 ສະຫາຍ (ພະນັກງານອາສາສະໝັກ 09 ສະຫາຍ), ສະມາຊິກພັກ 69 ສະຫາຍ (ສະມາຊິກພັກສົມບຸນ 67 ສະຫາຍ, ສໍາຮອງ 02 ສະຫາຍ), ການຈັດຕັ້ງປະຕິບັດໄດ້ປັບປຸງການຈັດຕັ້ງຂັ້ນຂອງຕົນຮັບຜິດຊອບ ໃຫ້ເຂັ້ມແຂງ ເປັນຕົ້ນແມ່ນປັບປຸງພາລະບົດບາດກົງຈັກການຈັດຕັ້ງ, ການກຳນົດຕຳແໜ່ງງານ ແລະ ແບ່ງຄວາມຮັບຜິດຊອບໃຫ້ບັນດາຄະນະສະຫະພັນແມ່ຍິງຮາກຖານ ລົງເລິກຊີ້ນຳແຕ່ລະໜ້າວຽກ ແລະ ຊີ້ນຳແຕ່ລະໜ່ວຍດ້ວຍຄວາມຮັບຜິດຊອບສູງ, ຂະຫຍາຍໜ່ວຍແມ່ຍິງຕຶ່ມອີກ 1 ໜ່ວຍ ລວມເປັນ 5 ໜ່ວຍຂຶ້ນກັບຮາກຖານ ຄື: ໜ່ວຍແມ່ຍິງຫ້ອງການບໍລິຫານ ແລະ ກວດກາ , ໜ່ວຍແມ່ຍິງ ປູກຝັງ ແລະ ລ້ຽງສັດ, ໜ່ວຍແມ່ຍິງ ພັດທະນາຊົນນະບົດ-ຊົນລະປະທານ ແລະ ສົ່ງເສີມກະສິກຳ , ໜ່ວຍແມ່ຍິງ ປ່າໄມ້-ກວດກາຊັບພະຍາກອນທຳມະຊາດ ແລະ ຄຸ້ມຄອງ 3 ປະເພດປ່າ , ໜ່ວຍແມ່ຍິງຄຸ້ມຄອງພັດທະນາທີ່ດິນ - ຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ສິ່ງແວດລ້ອມ .

22/09/2025
 # ຂ່າວກະສິກຳ ແລະ ສີ່ງແວດລ້ອມ ແຂວງ ຫົວພັນ #ກອງປະຊຸມປືກສາຫາລືເຜີ່ຍແຜ່ແຜນຄຸ້ມຄອງປ່າສະຫງວນ ແລະ ການຈັດຕັ້ງປະຕິບັດການຄຸ້ມຄອງປ...
15/09/2025

# ຂ່າວກະສິກຳ ແລະ ສີ່ງແວດລ້ອມ ແຂວງ ຫົວພັນ #
ກອງປະຊຸມປືກສາຫາລືເຜີ່ຍແຜ່ແຜນຄຸ້ມຄອງປ່າສະຫງວນ ແລະ ການຈັດຕັ້ງປະຕິບັດການຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າຊຳຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ
---------------------------- 0000-----------------------------
ໃນວັນທີ່ 10 ກັນຍາ 2025 ນີ້ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ ຫົວພັນໄດ້ຈັດກອງປະຊຸມປືກສາຫາລືເຜີ່ຍແຜ່ແຜນຄຸ້ການມຄອງປ່າສະຫງວນແຫ່ງຊາດນໍ້າຊຳຮ່ວມກັບພາກສ່ວນທີ່ກ່ຽວ
ຂ້ອງຂອງແຂວງ ແລະ ເມືອງ ຢູ່ທີຫ້ອງປະຊຸມຫ້ອງການສາທາລະນະສຸກ ເມືອງ ວຽງໄຊ ໂດຍການເປັນປະທານຂອງ ທ່ານ ບຸນພອນ ບຸດພະຈັນ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ມີການນໍາເມືອງ ວຽງໄຊ, ເມືອງ ຊໍາໃຕ້, ເມືອງ ຊໍາເໜືອ , ມີ ປກສ, ປກຊ 3 ເມືອງ ພ້ອມດ້ວຍພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ , ເມືອງ ເຂົ້າຮ່ວມ.
ເພື່ອປະຕິບັດຕາມແຜນຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດວຽກງານປ່າສະຫງວນແຫ່ງຊາດນໍ້າຊຳເປັນການທົບທວນ ແລະ ປືກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ຂັ້ນທ້ອງຖີ່ນ ເອກະພາບກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຍົກໃຫ້ເຫັນທ່າແຮງມີຈຸດດີພື້ນຖານ ແລະ ຈຸດທີ່ຕ້ອງເອົາໃຈໃສ່ແກ້ໄຂໃຫ້ຖືກຕ້ອງຊັດເຈນ , ກອງປະຊຸມໄດ້ຜ່ານແຜນຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າຊຳທີ່ຕິດພັນກັບປ່າໄມ້ບ້ານ, ລາຍງານການຈັດຕັ້ງປະຕິບັດການຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າຊຳຈາກຫ້ອງການກະສິກຳ ແລະ ສີ່ງແວດລ້ອມ 3 ເມືອງ ເມືອງ ຊຳເໜືອ, ເມືອງ ວຽງໄຊ ແລະ ເມືອງ ຊຳໃຕ້ , ຜ່ານການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງປ່າສະຫງວນນໍ້າຊຳຂອງ ປກສ, ປກຊ 3 ເມືອງ , ປ່າສະຫງວນແຫ່ງຊາດນໍ້າຊຳ ມີເນື້ອທີ່ທັງໝົດ 70.000 ເຮັກຕາ , ມີເຂດຫວງຫ້າມເດັດຂາດ 44,448 ເຮັກຕາ, ເຂດຄູ້ມຄອງນໍາໃຊ້ 25,552 ເຮັກຕາ , ກວມເອົາ 3 ເມືອງ ມີທັງໝົດ 32 ບ້ານຄື: ເມືອງ ຊໍາເໜືອ ມີ 2 ບ້ານ, ເມືອງ ວຽງໄຊ ມີ 3 ບ້ານ ແລະ ເມືອງ ຊຳໃຕ້ ມີ 27 ບ້ານທີ່ຢູ່ຕິດກັບປ່າສະຫງວນ ,ໃນນີ້ໄດ້ວາງແຜນນໍາໃຊ້ທີີ່ດິນສຳເລັດແລ້ວ ຈໍານວນ 17 ບ້ານ , ການຈັດຕັ້ງປະຕິບັດການຄຸ້ມຄອງປ່າສະຫງວນໄລຍະຜ່ານມາ ກອງຄຸ້ມຄອງປ່າສະຫງວນ ໄດ້ສົມທົບກັບເມືອງ, ບ້ານເປົ້າໝາຍ ໂດຍໄດ້ເລັ່ງໃສ່ການເຜີ່ຍແຜ່ບັນດາກົດໝາຍປ່າໄມ້, ກົດໝາຍສັດນໍ້າສັດປ່າ, ການປູກຈິດສຳນຶກໃນການປົກປັກຮັກສາປ່າໄມ້ ໃຫ້ປະຊາຊົນບັນດາທີ່ຢູ່ຕິດປ່າສະຫງວນ , ການບັງຄັບໃຊ້ກົດໝາຍ ຊຸກຍູ້ການກວດກາລາດຕະເວນຂັ້ນກອງຄຸ້ມຄອງປ່າສະຫງວນ ແລະ ບ້ານເປົ້າໝາຍທີ່ຢູ່ພາຍໃນ ແລະ ໃກ້ຄຽງເຂດປ່າສະຫງວນແຫ່ງຊາດ , ຊຸກຍູ້ການລາດຕະເວນຮ່ວມກັບທະຫານໃນເຂດທະຫານລຽບຕາມຊາຍແດນ ລາວ - ຫວຽດ, ດໍາເນີນການຕັ້ງຈຸດກວດການລັກລອບເຄື່ອນຍ້າຍໄມ້, ສັດນໍ້າ - ສັດປ່າ , ເຄື່ອງປ່າຂອງດົງ ແລະ ປະຕິບັດລະບຽບກົດໝາຍຕໍ່ຜູ້ລະເມີດລະບຽບການຄູ້ມຄອງຊັບພະຍາກອນທຳມະຊາດຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຊໍາ.

ໃນກອງປະຊຸມຍັງໄດ້ພ້ອມກັນປືກສາຫາລື ປະກອບຄຳຄິດເຫັນຢ່າງກົງໄປກົງມາໃສ່ບົດລາຍງານການຈັດຕັ້ງປະຕິບັດ ອັນໄດ້ຍົກໃຫ້ເຫັນດ້ານດີ ແລະ ຂໍ້ຍຸ້ງຍາກໃນການຈັຕັ້ງປະຕິບັດວຽກງານຄຸ້ມຄອງປ່າສະຫງວນ, ເປັນຕົ້ນແມ່ນການບຸກລຸກເຂດຫວງຫ້າມ, ການລັກລອບຕັດໄມ້ທຳລາຍປ່າໄມ້ ແລະ ການລ່າສັດປ່າທີ່ຫວງຫ້າມ ,ເພື່ອເຮັດໃຫ້ແຜນການຈັດຕັ້ງປະຕິບັດໃຫ້ໄດ້ຄາດໝາຍ ແມ່ນໃຫ້ພະນັກ
ງານແຕ່ລະພາກສ່ວນທີ່ປະຈຳຢູ່ເຂດປ່າສະຫງວນ ທຸກພາກສ່ວນ ແຂວງ, ເມືອງ ແລະ ກຸ່ມບ້ານ ຈົ່ງເພີ່ມທະວີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ເອົາໃຈໃສ່ບັນດາກົດໝາຍການຄຸ້ມຄອງປ່າໄມ້, ຂໍ້ຫ້າມຕ່າງໆໃນການລະເມີດປ່າສະຫງວນໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງການນຳພາຊີ້ນຳຂອງລັດທີ່ມີຈຸດປະສົງຢາກອານຸລັກຊັບພະຍາກອນທຳມະຊາດໃຫ້ມີຄວາມອຸດົມສົມບຸນ ແລະ ນຳໃຊ້ປ່າໄມ້ ແບບຢືນຍົງ.

29/08/2025
12/08/2025
ໂຄງການພູມີທັດ ແລະ ຊີວິດການເປັນຢູ່ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງໂຄງການ ປະຈຳ06ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການ 06 ...
11/08/2025

ໂຄງການພູມີທັດ ແລະ ຊີວິດການເປັນຢູ່ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງໂຄງການ ປະຈຳ06ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2025.....................@@@@@@@....................................
ວັນທີ 11 ສິງຫາ 2025 ນີ້ ໂຄງການພູມີທັດ ແລະ ຊີວິດການເປັນຢູ່ ໃນ ສປປ ລາວ (LLL) ປະຈໍາແຂວງຫົວພັນ ສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງໂຄງການປະຈຳ 06 ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2025, ຢູ່ທີ່ຫ້ອງການ ປກສ ເມືອງແອດ ແຂວງຫົວພັນ ໂດຍການເປັນປະທານ ຂອງ ທ່ານ ບຸນພອນ ບຸດພະຈັນ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ. ຄະນະຊີ້ນຳໂຄງການຂັ້ນແຂວງ , ເປັນກຽດເຂົ້່ຮ່ວມໂດຍ ທ່ານ ຮສ ປອ ທຸມທອນ ວົງວີສຸກ ຮອງຫົວໜ້າກົມປ່າໄມ້ ທັງເປັນຜູ້ຊີ້ນຳໂຄງການຂັ້ນສູນກາງ), ມີຄະນະຜູ້ປະສານງານຂັ້ນສູນກາງ, ແຂວງ, ເມືອງເປົ້າໝາຍຂອງໂຄງການຄື: ເມືອງຊໍາເໜືອ, ເມືອງວຽງໄຊ, ຊຽງຄໍ້, ແອດ, ເມືອງຫົວເມືອງ ແລະ ພະນັກງານວິຊາການ, ພະນັກງານຜູ້ຊ່ວຍວຽກໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມນຳ.
ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດເປັນເວລາ 06 ປີ ເລີ່ມແຕ່ປີ 2021 – 2027 ກວມເອົາ 05 ເຂດພູມີທັດ ມີ 08 ແຂວງ 1 ນະຄອນຫຼວງ, 49 ເມືອງ 08 ປ່າສະຫງວນ 06 ປ່າປ້ອງກັນ, ແລະ 13 ປ່າຜະລິດ ແຂວງທີ່ຄັດເລືອກເຂົ້າໃນໂຄງການມີ: ຫົວພັນ, ຫຼວງພະບາງ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ ມີບ້ານເປົ້າໝາຍທັງໝົດ 600 ບ້ານ, ໃນນີ້ແຂວງຫົວພັນມີ 1 ເຂດພູມີທັດ ອຸທິຍານນ້ຳແອດພູເລີຍ ປະກອບມີ 7 ເມືອງຄື:ເມືອງຊຳເໜືອ, ວຽງໄຊ, ຊຽງຄໍ້, ແອດ, ຫົວເມືອງ, ຮ້ຽມ ແລະ ເມືອງຊ່ອນ. ມີຈຸດປະສົງເພືອສົ່ງເສີມການຄຸ້ມຄອງປ່າໄມ້ແບບຍືນຍົງ, ປັບປຸງການຄຸ້ມຄອງປ່າສະຫງວນ ແລະ ຊຸກຍູ້ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດພູມີທັດປ່າໄມ້ທີ່ໄດ້ຮັບການຄັດເລືອກ ເພື່ອເຂົ້າຮ່ວມກັບໂຄງການ ໃນ ສປປ ລາວ ແນໃສ່ການລົງທຶນເພື່ອເຮັດໃຫ້ເຂດພູມີທັດປ່າໄມ້ ມີຄວາມອຸດົມສົມບູນທາງທຳມະຊາດ ແລະ ເຮັດໃຫ້ປ່າໄມ້ມີຄວາມທົນໃນເຂດພູມີທັດປ່າໄມ້, ປັບປຸງຊີວິດການເປັນຢູ່ຈາກການຄຸ້ມຄອງພູມີທັດປ່າໄມ້ແບບຍືນຍົງດ້ານນະໂຍບາຍ ແລະ ຂໍ້ມູນຂ່າວສານ
ຜ່ານການຈັດຕັ້ງປະຕິບັດໃນໄລຍະ 06 ເດືອນ ຜ່ານມາໄດ້ສະຫຼຸບຕີລາຄາການເຄື່ອນໄຫວການຈັດຕັ້ງປະຕິບັດຂອງໂຄງການ, ໂດຍໄດ້ຍົກໃຫ້ເຫັນດ້ານດີ ຜົນງານທີ່ຈັດຕັ້ງປະຕິບັດໄດ້ ແລະ ດ້ານອ່ອນທີ່ຈະໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນການສົ່ງເສີມຄຸ້ມຄອງປ່າໄມ້ແບບຍືນຍົງ, ປັບປຸງການຄຸ້ມຄອງປ່າສະຫງວນ ແລະ ຊຸກຍູ້ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນໃນເຂດພູມີທັດປ່າໄມ້ໃຫ້ດີຂື້ນ ໂດຍໄດ້ມອບເງິນກອງທຶນພັດທະນາບ້ານໃຫ້ຄອບຄົວທີ່ຂຽນບົດສະເໜີຂໍກູ້ຢືມທຶນ ໃນແຕ່ລະບ້ານຂອງເມືອງເປົ້າໝາຍໂຄງການ, ໄດ້ມີການຕິດປ້າຍປັກຫຼັກໝາຍປະເພດປ່າໄມ້ແຕ່ລະປະເພດເພື່ອໃຫ້ປະຊາຊົນໄດ້ມີເຂດໃນການທຳການຜະລິດ ແລະ ເຂດທີ່ສະຫງວນໄວ້ ເພື່ອໃຫ້ມີການປົກຫຸ້ມຂອງປ່າໄມ້ເພີ້ມຂື້ນ ທັງເປັນການຮັກສາຊັບພະຍາກອນທຳມະຊາດໄວ້ ທັງນີ້ຍັງໄດ້ນຳພານັກສຶກສາເຂົ້າມາຝຶກອົບຮົມໄລຍະສັ້ນ ສາຂາ ສ້ອມແປງລົດຈັກ ຢູ່ໂຮງຮຽນເຕັກນິກວິຊາຊີບແຂວງຫົວພັນ, ໃນເດືອນ 6-8/2025 ຈໍານວນ 16 ຄົນ, ໄດ້ເຜີຍແຜ່ ແນະນໍາເພື່ອກະກຽມຝຶກອົບຮົມການຈັດຕັ້ງກຸ່ມ ແລະ ຕ່ອງໂສ້ຕະຫຼາດສ້າງມູນຄ່າເພີ້ມ ໃຫ້ພະນັກງານ VLD2 ທັງ 5 ເມືອງ, ໃນ 06ເດືອນທ້າຍປີນີ້ແມ່ນ ມີຄາດໝາຍສືບຕໍ່ປະຕິບັດວຽກງານຕ່າງໆ ໂດຍສະເພາະການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ແລະ ການລົງເຜີຍແຜ່ກົດໝາຍປ່າໄມ້, ກົດໝາຍສັດນ້ຳ-ສັດປ່າ ລວມເຖິງວຽງກງານພື້ນຟູປ່າໄມ້, ການປັກຫຼັກໝາຍກຳນົດຂອບເຂດປະເພດປ່າໃນບາງເມືອງບາງບ້ານໃຫ້ສຳເລັດ ແລະສືບຕໍ່ປ່ອຍເງິນກອງທຶນພັດທະນາບ້ານ ເພື່ອໃຫ້ບ້ານໄດ້ເອົາໄປນຳໃຊ້ເຂົ້າໃນການປູກ-ການລ້ຽງ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນເທື່ອລະກ້າວ.

Address

แขวงหวพัน
Vang Vieng
07000

Telephone

+85664314229

Website

Alerts

Be the first to know and let us send you an email when ກະສິກຳໃໝ່ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ກະສິກຳໃໝ່:

Share