JPEG Productions

JPEG Productions we are Laos based photography and videography service established in 2015, expertize in event and corporate photography. Photography Consultation. Drone Service.

we excel in capturing the essence of professional gatherings, brand stories, and milestone moments with authenticity and artistry JPEG IMAGE PRODUCTIONS SOLE CO., LTD

Photography Service. Videography Service
Photography Mechanical & Print. Artspace For Workshop, Activities, Exhibition. Photography Contributor on Society and Sponsorship.

(English Below) ໃນຍຸກປັດຈຸບັນ ທີ່ທຸກຄົນຕ້ອງເຈີກັບຄວາມກົດດັນ ແລະ ຄວາມປ່ຽນແປງຢ່າງມະຫາສານ, ຄວາມໂດດດ່ຽວ ແລະ ຄວາມອິດເມື່ອຍທາງ...
06/06/2026

(English Below)

ໃນຍຸກປັດຈຸບັນ ທີ່ທຸກຄົນຕ້ອງເຈີກັບຄວາມກົດດັນ ແລະ ຄວາມປ່ຽນແປງຢ່າງມະຫາສານ, ຄວາມໂດດດ່ຽວ ແລະ ຄວາມອິດເມື່ອຍທາງຈິດໃຈກາຍເປັນສິ່ງທີ່ຫຼາຍຄົນຕ້ອງແບກຮັບໄວ້ພຽງລຳພັງ. JPEG Productions ໃນຖານະຜູ້ຮ່ວມຈັດງານ ບໍ່ໄດ້ເບິ່ງວ່າ Living Well Club Event 2026 ເປັນພຽງແຕ່ກິດຈະກຳສຸຂະພາບທົ່ວໄປ, ແຕ່ພວກເຮົາຕັ້ງໃຈສ້າງ (Empathy & Support Community)" ໃຫ້ເປັນພື້ນທີ່ປອດໄພຢ່າງແທ້ຈິງ.

ຫາກຖາມເຖິງແຮງຂັບເຄື່ອນສຳຄັນ ທີ່ເຮັດໃຫ້ JPEG Production ຕັດສິນໃຈຮ່ວມຈັດງານນີ້, ມັນຄືຄວາມຕັ້ງໃຈທີ່ສະທ້ອນມາຈາກ 'ຈຸດຢືນ' ຂອງພວກເຮົາເອງ. ໃນຖານະອົງກອນສ້າງ ຫຼື ຖ່າຍທອດ ສື່ຮູບພາບ ແລະ ວິດີໂອທີ່ຕ້ອງໃຊ້ພະລັງຄວາມຄິດ ແລະ ຂັບເຄື່ອນວຽກງານພາຍໃຕ້ຄວາມກົດດັນຢູ່ສະເໝີ, ພວກເຮົາຍອມຮັບວ່າ 'ທີມງານຂອງພວກເຮົາເອງ ກໍຄືໜຶ່ງໃນກຸ່ມຄົນທີ່ສະແຫວງຫາ ແລະ ຈຳເປັນຕ້ອງມີພື້ນທີ່ແຫ່ງການຟື້ນຟູ (Well-being Space) ນີ້ເຊັ່ນດຽວກັນ'.

ພວກເຮົາມີຄວາມເຊື່ອວ່າ ຄວາມສຳເລັດທີ່ຍືນຍົງຂອງອົງກອນ ຫຼື ການເຕີບໂຕທີ່ມີປະສິດທິພາບຂອງສັງຄົມ ບໍ່ສາມາດເກີດຂຶ້ນໄດ້ເລີຍ ຫາກບຸກຄະລາກອນຂາດຄວາມສົມດຸນທາງກາຍ ແລະ ໃຈ. ການຮ່ວມສ້າງ Living Well Club Event 2026 ຈຶ່ງບໍ່ແມ່ນພຽງແຕ່ການຈັດກິດຈະກຳ, ແຕ່ຄືຄວາມຕັ້ງໃຈຂອງ JPEG ທີ່ຢາກຮ່ວມກໍ່ຕັ້ງ (Empathy Ecosystem) ພື້ນທີ່ບ່ອນທີ່ທຸກຄົນ, ລວມເຖິງພວກເຮົາ, ຈະໄດ້ກັບມາຖອດຖອນຄວາມເມື່ອຍ, ຮັບຟັງ, ແລະ ເຕີມເຕັມພະລັງງານບວກ ເພື່ອເພີ່ມສັກກະຍະພາບໃນການຂັບເຄື່ອນຊີວິດ ແລະ ສັງຄົມຕໍ່ໄປຢ່າງແຂງແຮງ.

————————-

"In today’s world, where everyone faces immense pressure and constant change, loneliness and emotional exhaustion have become heavy burdens that many must carry alone. As a co-organizer, JPEG Productions does not view the Living Well Club Event 2026 as just another standard wellness activity. Instead, we are fully dedicated to building an 'Empathy & Support Community'—a space that serves as a genuine safe haven.

If asked about the core driving force behind our decision to co-organize this event, it stems directly from our own perspective and reality. As a media production company crafting visual stories and videos, we operate under constant pressure and high cognitive demands. We openly admit that our own team is also among those seeking, and in need of, a 'Well-being Space' for restoration.

We firmly believe that the sustainable success of an organization, or the meaningful growth of a society, cannot happen if its people lack physical and mental balance. Co-creating the Living Well Club Event 2026 is therefore more than just putting together an event; it is JPEG's commitment to help cultivate an 'Empathy Ecosystem.' It is a place where everyone—including ourselves—can step back, unwind, feel heard, and recharge with positive energy to keep moving life and society forward, stronger than before."

Living Well Society - ສັງຄົມຂອງການເປັນຢູ່ທີ່ດີ

#ເພາະເຮົາກໍຢາກມີ #ພື້ນທີ່ປອດໄພ

✨ Something special is happening with Living well society!We are officially working with Living Well Society - ສັງຄົມຂອງ...
03/06/2026

✨ Something special is happening with Living well society!

We are officially working with Living Well Society - ສັງຄົມຂອງການເປັນຢູ່ທີ່ດີ on an exciting new project. Stay tuned for inspiring content and fresh updates coming your way soon! 🎬✨

🌳 ເພາະ "ປ່າໄມ້" ບໍ່ແມ່ນແຕ່ເລື່ອງຂອງຕົ້ນໄມ້... ແຕ່ຄືລົມຫາຍໃຈຂອງພວກເຮົາທຸກຄົນ 🌍✨ ທຸກຄົນເຄີຍຄິດບໍ່? ວ່າທຳມະຊາດຮັກພວກເຮົາຫຼາ...
01/06/2026

🌳 ເພາະ "ປ່າໄມ້" ບໍ່ແມ່ນແຕ່ເລື່ອງຂອງຕົ້ນໄມ້... ແຕ່ຄືລົມຫາຍໃຈຂອງພວກເຮົາທຸກຄົນ 🌍✨

ທຸກຄົນເຄີຍຄິດບໍ່? ວ່າທຳມະຊາດຮັກພວກເຮົາຫຼາຍປານໃດ... ເຂົາໃຫ້ທັງອາກາດບໍລິສຸດ, ແຫຼ່ງນ້ຳ, ແລະ ອາຫານ. ແຕ່ໃນມື້ທີ່ປ່າໄມ້ເລີ່ມຫຼຸດໜ້ອຍຖອຍລົງ, ມັນເຖິງເວລາແລ້ວທີ່ພວກເຮົາຕ້ອງຫັນມາດູແລປ່າໄມ້ຄືນ. 💚

ການ "ຄຸ້ມຄອງ" ບໍ່ແມ່ນໜ້າທີ່ຂອງໃຜຄົນໜຶ່ງ, ແຕ່ມັນເລີ່ມຈາກການທີ່ພວກເຮົາຊ່ວຍກັນເປັນຫູເປັນຕາ, ບໍ່ທຳລາຍ, ແລະ ໃຊ້ຊັບພະຍາກອນຢ່າງຮູ້ຄຸນຄ່າ. ການ "ຟື້ນຟູ" ການຮ່ວມແຮງຮ່ວມໃຈກັນປ່ຽນພື້ນທີ່ສີເທົາ ໃຫ້ກັບມາກາຍເປັນພື້ນທີ່ສີຂຽວທີ່ອຸດົມສົມບູນອີກຄັ້ງ. 🌱

🗓️ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ!
JPEG ຢາກຊວນໝູ່ເພື່ອນ, ເອື້ອຍນ້ອງທຸກຄົນ ມາຮ່ວມເປັນສ່ວນໜຶ່ງໃນການສ້າງອະນາຄົດສີຂຽວນຳກັນ. ບໍ່ຈຳເປັນຕ້ອງປູກເປັນຮ້ອຍເປັນພັນ, ພຽງແຕ່ເລີ່ມຕົ້ນປູກຄົນລະຕົ້ນ ຢູ່ເຮືອນ, ຢູ່ສວນ, ຫຼື ພື້ນທີ່ໃກ້ຄຽງ ແລ້ວຊ່ວຍກັນບົວລະບັດຮັກສາໃຫ້ເຕີບໃຫຍ່... ເທົ່ານີ້ພວກເຮົາກໍໄດ້ຊ່ວຍໂລກ, ແລະ ຊ່ວຍໂຕເອງໃຫ້ມີອາກາດດີໆໄວ້ຫາຍໃຈແລ້ວ. 🥰

🌲 "ປູກຕົ້ນໄມ້ໃນມື້ນີ້ ຄືການປູກອານາຄົດທີ່ຍືນຍົງໃຫ້ກັບຄົນຮຸ່ນຕໍ່ໄປ"

#ວັນປູກຕົ້ນໄມ້ແຫ່ງຊາດ #ຄຸ້ມຄອງແລະຟື້ນຟູປ່າໄມ້ #ຮັກທຳມະຊາດ #ຮ່ວມໃຈປູກຕົ້ນໄມ້ #ເຈເປັກ

English

🌳 Because "Forests" Aren't Just About Trees... They Are the Breath of Us All 🌍✨

Have you guys ever thought about how much nature actually loves us? It gives us fresh air, clean water, and food without ever asking for anything in return. But now that our forests are thinning out, it’s time for us to give back and take care of mother nature. 💚

"Preservation" isn't just one person's job. It starts with all of us keeping an eye out, stopping destruction, and using resources wisely. On the other hand, "Restoration" is about coming together to turn those gray spaces back into thriving, lush green zones. 🌱

🌲 "Planting a tree today is planting a sustainable future for generations to come."

(English Below)ຜ່ານໄປອີກໜຶ່ງໂປຣເຈັກໃຫຍ່! 🎉 ດີໃຈ ແລະ ພູມໃຈຫຼາຍໆ ທີ່ໄດ້ເປັນສ່ວນໜຶ່ງໃນການອອກແບບ Poster, Brochure, Report ແລ...
29/05/2026

(English Below)

ຜ່ານໄປອີກໜຶ່ງໂປຣເຈັກໃຫຍ່! 🎉 ດີໃຈ ແລະ ພູມໃຈຫຼາຍໆ ທີ່ໄດ້ເປັນສ່ວນໜຶ່ງໃນການອອກແບບ Poster, Brochure, Report ແລະ Flagsheet ໃຫ້ກັບ LURAS / HELVETAS ເພື່ອໃຊ້ໃນ 5 ແຂວງ.
ການເຮັດວຽກເທື່ອນີ້ໄດ້ທັງປະສົບການໃໝ່ໆ ແລະ ໄດ້ຮຽນຮູ້ຫຍັງຫຼາຍຢ່າງເລີຍ. ຂໍຂອບໃຈທາງທີມງານ LURAS / HELVETAS ຫຼາຍໆເດີ້ ທີ່ເຊື່ອໝັ້ນໃນຝີມື ແລະ ໃຫ້ໂອກາດດີໆແບບນີ້ (ເຮັດວຽກນຳກັນມ່ວນ ແລະ ເປັນກັນເອງສຸດໆ) 🥰 ຝາກຕິດຕາມຜົນງານ ແລະ ເປັນກຳລັງໃຈໃຫ້ໃນໂປຣເຈັກຕໍ່ໆໄປແດ່ເດີ້! 🎨💻



Another major project successfully completed! 🎉 I am incredibly happy and proud to have been a part of designing the posters, brochures, reports, and flagsheets for LURAS / HELVETAS across 5 provinces.

This journey has given me fresh experiences and so many valuable insights. A huge thank you to the LURAS / HELVETAS team for believing in my work and giving me this amazing opportunity. Working with everyone was such a fun and warm experience! 🥰 Please stay tuned and keep supporting my upcoming projects! 🎨💻

ຈົບລົງໄປຢ່າງຈົບງາມ ກັບໜ້າທີ່ບັນທຶກພາບຄວາມຊົງຈຳ ທັງພາບຖ່າຍ, ວິດີໂອ ແລະ ບໍລິການ Photobooth ຂອງພວກເຮົາ ໃນ "ງານປິດໂຄງການເຂົ້...
28/05/2026

ຈົບລົງໄປຢ່າງຈົບງາມ ກັບໜ້າທີ່ບັນທຶກພາບຄວາມຊົງຈຳ ທັງພາບຖ່າຍ, ວິດີໂອ ແລະ ບໍລິການ Photobooth ຂອງພວກເຮົາ ໃນ "ງານປິດໂຄງການເຂົ້າເຖິງແຫຼ່ງທຶນຂອງ ຈນກ" ທີ່ຜ່ານມາ.

📥 ສຳລັບອົງກອນ, ແບຣນ ຫຼື ຜູ້ຈັດງານທ່ານໃດ ທີ່ກຳລັງຊອກຫາທີມງານຖ່າຍພາບ, ວິດີໂອຮ່ວມງານ (Event/Documentary) ຫຼື ຕູ້ Photobooth ສ້າງສີສັນໃຫ້ກັບງານ, ສາມາດຕິດຕໍ່ສອບຖາມລາຍລະອຽດໄດ້ທີ່ JPEG Productions ເລີຍຮັບຮອງບໍ່ຜິດຫວັງ!

#ຈນກ

(English Below)ຂອບໃຈ Sandra ຫຼາຍໆ ທີ່ໃຫ້ໂອກາດພວກເຮົາໄດ້ຮ່ວມງານນຳກັນມາຕັ້ງແຕ່ປີ 2016 ຈົນເຖິງປັດຈຸບັນ. 📸✨ດີໃຈ ແລະ ພູມໃຈຫຼາ...
28/05/2026

(English Below)

ຂອບໃຈ Sandra ຫຼາຍໆ ທີ່ໃຫ້ໂອກາດພວກເຮົາໄດ້ຮ່ວມງານນຳກັນມາຕັ້ງແຕ່ປີ 2016 ຈົນເຖິງປັດຈຸບັນ. 📸✨
ດີໃຈ ແລະ ພູມໃຈຫຼາຍທີ່ JPEG ໄດ້ມີສ່ວນຮ່ວມໃນການຖ່າຍທອດຄວາມງົດງາມຂອງສິນຄ້າລາວ ທີ່ມີທັງຄວາມໜ້າສົນໃຈ, ມີເອກະລັກສະເພາະຕົວ ແລະ ທີ່ສຳຄັນ ຍັງເປັນການຮ່ວມສະໜັບສະໜູນວຽກງານຫັດຖະກຳ ແລະ ເຄື່ອງ Handmade ຂອງຄົນລາວເຮົາອີກດ້ວຍ.
ສ່ວນວ່າຈະເປັນສິນຄ້າໂຕໃດນັ້ນ... ຝາກທຸກຄົນຖ່າຍຕິດຕາມໄປນຳກັນເດີ້! 🇱🇦❤️

A huge thank you to Sandra for giving us the incredible opportunity to work together since 2016 up until now. 📸✨
JPEG is absolutely thrilled and honored to help showcase these amazing, unique Lao products. It’s a privilege to not only capture their distinct identity but also to support local craftsmanship and handmade creations right here in Laos.
What product is it going to be? Stay tuned to find out! 🇱🇦❤️

It was an absolute pleasure welcoming Stefano Pighin, Executive Director of ECCIL EuroCham Laos, to JPEG Studio! Thank y...
28/05/2026

It was an absolute pleasure welcoming Stefano Pighin, Executive Director of ECCIL EuroCham Laos, to JPEG Studio! Thank you for taking the time to visit us and for the insightful conversations. We are incredibly excited about the future and look forward to becoming a part of the network and collaborating on upcoming projects together! 🇱🇦🇪🇺✨



ທາງ JPEG Studio ຂອງພວກເຮົາ ຮູ້ສຶກເປັນກຽດ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດຕ້ອນຮັບ ທ່ານ Stefano Pighin, ຜູ້ນໍາພາດ້ານການບໍລິຫານ (Executive Director) ຂອງ ECCIL EuroCham Laos ທີ່ໄດ້ໃຫ້ກຽດມາຢ້ຽມຢາມສະຕູດິໂອຂອງພວກເຮົາ.
ຂໍຂອບໃຈສໍາລັບການມາຢ້ຽມຢາມ ແລະ ການແລກປ່ຽນຄໍາຄິດເຫັນທີ່ດີໃນຄັ້ງນີ້. ຫວັງວ່າໃນອະນາຄົດອັນໃກ້ນີ້ ເຮົາຈະໄດ້ເຂົ້າເປັນສ່ວນໜຶ່ງ ແລະ ມີໂປເຈກດີໆ ຮ່ວມກັນຢ່າງແນ່ນອນ! 🇱🇦🇪🇺✨

#ການຮ່ວມມື #ເຄືອຂ່າຍທຸລະກິດ #ວຽງຈັນ

(English Below) 🌲 ຈາກຈຸດເລີ່ມຕົ້ນ ສູ່ຄວາມສຳເລັດແຫ່ງການຮ່ວມມື: ການເດີນທາງຂອງໂຄງການ VFMPຈາກມື້ທຳອິດທີ່ JPEG ໄດ້ຮັບກຽດ ແລະ ...
26/05/2026

(English Below)

🌲 ຈາກຈຸດເລີ່ມຕົ້ນ ສູ່ຄວາມສຳເລັດແຫ່ງການຮ່ວມມື: ການເດີນທາງຂອງໂຄງການ VFMP
ຈາກມື້ທຳອິດທີ່ JPEG ໄດ້ຮັບກຽດ ແລະ ມີສ່ວນຮ່ວມໃນການອອກແບບໂລໂກ້ (Logo) ໃຫ້ກັບໂຄງການຄຸ້ມຄອງປ່າໄມ້ບ້ານ (Village Forestry Management Project - VFMP), ມາຮອດມື້ນີ້ ໂຄງການໄດ້ກ້າວມາເຖິງຈຸດທີ່ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ຕະຫຼອດເສັ້ນທາງໃນແຕ່ລະຊ່ວງເວລາ, JPEG ເຮົາບໍ່ພຽງແຕ່ໄດ້ເຮັດວຽກ, ແຕ່ເຮົາໄດ້ຮຽນຮູ້ເຖິງ "ຄຸນຄ່າ" ທີ່ແທ້ຈິງ ແລະ ເຫັນເຖິງຄວາມສຳຄັນຂອງການຄຸ້ມຄອງ ແລະ ຟື້ນຟູປ່າໄມ້ຢ່າງຍືນຍົງ. ແລະ ໜຶ່ງໃນຄວາມສຳເລັດທີ່ຍິ່ງໃຫຍ່ ແລະ ເປັນຫົວໃຈສຳຄັນຂອງໂຄງການນີ້ກໍຄື "ການມີສ່ວນຮ່ວມຂອງປະຊາຊົນໃນທ້ອງຖິ່ນ" ທີ່ຮ່ວມແຮງຮ່ວມໃຈກັນປົກປັກຮັກສາຜືນປ່າ.
JPEG ພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຖ່າຍທອດເລື່ອງລາວ ແລະ ສ້າງສັນພາບຈຳຂອງໂຄງການດີໆແບບນີ້ 💚

English:
🌲 From Inception to Impact: The Journey of the VFMP Project
From day one, when JPEG had the privilege of designing the official logo for the Village Forestry Management Project (VFMP), to this very moment of its successful milestone, it has been an incredible journey.
Throughout every chapter of this project, we didn’t just witness progress—we truly realized the profound value and vital importance of forest management and ecosystem restoration. One of the greatest pillars of this success is undeniably "community participation"—the local people coming together with a shared heart to protect and revive their environment.
JPEG is deeply proud to have been part of this meaningful journey, helping to shape the visual identity of a project that creates lasting change 💚

(English Below)ຂໍຂອບໃຈ Living Well Society ທີ່ໄວ້ວາງໃຈໃຫ້ພວກເຮົາເປັນສ່ວນໜຶ່ງໃນການຈັດງານຈຸດເດັ່ນຂອງງານ (Core Concept) ແລະ...
26/05/2026

(English Below)

ຂໍຂອບໃຈ Living Well Society ທີ່ໄວ້ວາງໃຈໃຫ້ພວກເຮົາເປັນສ່ວນໜຶ່ງໃນການຈັດງານ
ຈຸດເດັ່ນຂອງງານ (Core Concept) ແລະ ມຸມມອງຂອງ JPEG:
ງານນີ້ເນັ້ນການສ້າງ "Well-being Community" ຫຼື ສັງຄົມຄົນຮັກສຸຂະພາບແບບຄົບວົງຈອນ.
ຈາກການຮ່ວມງານນີ້ ເຮັດໃຫ້ JPEG ເຫັນເຖິງຄວາມສຳຄັນ ແລະ ຫັນມາໃສ່ໃຈເລື່ອງການມີ Living Well ທີ່ດີຫຼາຍຂຶ້ນ ເພາະການມີສຸຂະພາບ ແລະ ຄຸນນະພາບຊີວິດທີ່ດີ ຄືຈຸດເລີ່ມຕົ້ນຂອງພະລັງໃນການສ້າງສັນຜົນງານທີ່ມີຄຸນຄ່າ.
💡 ສຳລັບອົງກອນ ຫຼື ແບຣນໃດທີ່ຕ້ອງການທີມງານມືອາຊີບໃນການເຮັດ Production ຖ່າຍພາບ, ວິດີໂອ, ງານ Event ຫຼື ສື່ໂຄສະນາທຸກຮູບແບບ ຕິດຕໍ່ JPEG Productions ໄດ້ໂດຍກົງ.


🤝 JPEG Productions is proud to be an Organized Partner for "Living Well Club 2026" at PARKSON MALL.
Thank you to Living Well Society for trusting us with the full photo and video production for this event.
Event Highlights & JPEG's Perspective:
The event focuses on building a "Well-being Community"
Through this collaboration, JPEG recognizes the true value of wellness and has turned our attention toward embracing a healthy "Living Well" lifestyle. We believe that a balanced well-being is the foundation for sustainable creativity and professional production.
💡 If your brand or organization needs a professional production team for photography, video, events, or commercial media, feel free to contact JPEG Productions.

ຂໍຂອບໃຈ JPEG Productions ທີ່ເປັນໜື່ງໃນ Organized Partners ໃນງານ ສຳລັບງານ Living Well Club 2026 ທີ່ PARKSON LAOS.

ສຳລັບທ່ານໃດສົນໃຈຢາກຕິດຕໍ່ສຳລັບການເຮັດໂປດັກຊັ່ນຕ່າງໆທີ່ຄົບວົງຈອນບໍ່ວ່າຈະເປັນຖ່າຍຮູບພາບ,ວິດີໂອ ແລະ ສື່ໂຄສະນາຕ່າງໆ ສາມາດກົດຕິດຕາມເພສ JPEG ໄວ້ເລີຍ!

-
ຂໍ້ມູນເພີ່ມຕື່ມ:
ໂທ ຫຼື WA : +856 20 99 940 456
Email : [email protected]

#ສັງຄົມຂອງການເປັນຢູ່ທີ່ດີ

Address

Nonkhortai Village, Saysettha District, Vientiane Capital, Lao PDR
Vientiane
010310

Alerts

Be the first to know and let us send you an email when JPEG Productions posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to JPEG Productions:

Share