17/10/2025
📊ໃນຍຸກທີ່ທຸລະກິດໃຫ້ຄວາມສຳຄັນກັບຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມຫຼາຍຂຶ້ນ ຄຳວ່າ ຄວາມຮັບຜິດຊອບຕໍ່ສັງຄົມຂອງອົງກອນ ຫຼື Cooperate Social Responsibility (CSR) , ຄວາມຍືນຍົງ ຫຼື Sustainability ແລະ ສິ່ງແວດລ້ອມ, ສັງຄົມ, ແລະການປົກຄອງ Environmental, Social, and Governance (ESG), ຈຶ່ງກາຍມາເປັນທີ່ຮູ້ຈັກກັນເປັນວົງກວ້າງ ບົດຄວາມນີ້ເຮົາຈະມາເບິ່ງຄວາມແຕກຕ່າງແລະ ບົດບາດຂອງທັງສາມ ເພື່ອໃຫ້ອົງກອນຕ່າງໆສາມາດນຳໄປໃຊ້ໄດ້ຢ່າງມີປະສິດທິພາບ.
🌏CSR ຄືແນວຄິດທີ່ທຸລະກິດລວມເອົາຄວາມຫ່ວງໃຍຕໍ່ສັງຄົມ ແລະ ສິ່ງແວດລ້ອມເຂົ້າໄປໃນຂະບວນການດຳເນີນງານພາຍໃຕ້ຫຼັກຈະລິຍະທຳ ມັກຈະເຫັນໃນຮູບແບບຂອງກິດຈະກຳເພື່ອສັງຄົມເຊັ່ນ: ການບໍລິຈາກ, ໂຄງການອາສາ, ເຊິ່ງອາດຈະບໍ່ໄດ້ເຊື່ອງໂຍງໂດຍກົງກັບກົນລະຍຸດຫຼັກທຸລະກິດ ໂດຍເນັ້ນທີ່ການສ້າງພາບລັກທີ່ດີ ແລະ ການເປັນພົນລະເມືອງທີ່ດີຂອງອົງກອນ.
🌎Sustainability ຄືເປົ້າໝາຍສູງສຸດທີ່ອົງກອນຕ້ອງການບັນລຸນັ້ນຄືການດຳເນີນທຸລະກິດທີ່ສາມາດຕອບສະໜອງຄວາມຕ້ອງການຂອງຄົນໃນປັດຈຸບັນ ໂດຍບໍ່ກະທົບຕໍ່ຄົນຮຸ່ນຫຼັງ ທີ່ຄວບຄຸມທັງມິຕິເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ເນັ້ນການສ້າງຄວາມດຸນດ່ຽງ ເພື່ອໃຫ້ທຸລະກິດເຕີບໃຫຍ່ໄດ້ຢ່າງໝັ້ນຄົງໃນໄລຍະຍາວ.
🌍ESG - ເປັນຫຼັກການກອບການປະເມີນເພື່ອວັດຜົນ ແລະ ສະທ້ອນເຖິງການດຳເນີນການດ້ານຄວາມຍືນຍົງຂອງທຸລະກິດ ໂດຍສະເພາະຈາກທັດສະນະຂອງນັກລົງທຶນ, ປະກອບດ້ວຍ 3 ມິຕິຫຼັກ ໄດ້ແກ່:
Environmental (ສິ່ງແວດລ້ອມ): ການບໍລິຫານຈັດການຜົນກະທົບຕໍ່ສິ່ງແວດລ້ອມ, ເຊັ່ນ: ການຫຼຸດກາສເຮືອນແກ້ວ ແລະ ການໃຊ້ພະລັງງານສະອາດ.
Social (ສັງຄົມ): ຄວາມສຳພັນກັບພະນັກງານ, ຊຸມຊົນ ແລະ ສັງຄົມ, ເຊັ່ນ: ສະຫວັດດີການພະນັກງານ, ຄວາມຫຼາກຫຼາຍທາງເພດ, ແລະ ຄວາມຮັບຜິດຊອບຕໍ່ລູກຄ້າ.
Governance (ການຄຸ້ມຄອງບໍລິຫານ): ການບໍລິຫານຈັດການອົງກອນທີ່ດີເຊັ່ນ: ໂຄງສ້າງຄະນະກຳມະການທີ່ໂປ່ງໃສ ແລະ ການຕໍ່ຕ້ານການສໍ້ໂກງ.
📊ຫົວໃຈສຳຄັນຂອງ ESG ຄືເນັ້ນການບູລະນາການປະເດັນດ້ານສິ່ງແວດລ້ອມ, ສັງຄົມ ແລະ ການຄຸ້ມຄອງບໍລິການ, ເຂົ້າກັບກົນລະຍຸດຫຼັກຂອງທຸລະກິດ ໂດຍມີຕົວຊີ້ວັດທີ່ເປັນຮູບປະທຳ ແລະ ສາມາດວັດຜົນໄດ້ (Materiality Assessment). ມັນໄດ້ຊ່ວຍໃຫ້ນັກລົງທຶນໃຊ້ເປັນຂໍ້ມູນປະກອບການຕັດສິນໃຈ ເພື່ອເລືອກລົງທຶນໃນບໍລິສັດທີ່ມີການບໍລິຫານຈັດການຄວາມສ່ຽງ ແລະ ໂອກາດດ້ານຄວາມຍືນຍົງທີ່ດີ.
🌱ສະຫຼຸບຄວາມແຕກຕ່າງ ກໍຄື CSR ເປັນການ “ເຮັດດີ” ເພື່ອສັງຄົມ, Sustainability ຄື “ເປົ້າໝາຍ” ທີ່ຕ້ອງການໄປໃຫ້ເຖິງ ແລະ ESG ຄື “ເຄື່ອງມື” ໃນການວັດຜົນ ແລະ ປະເມີນວ່າອົງກອນກ້າວໜ້າສູ່ເປົ້າໝາຍຄວາມຍືນຍົງໄດ້ດີພຽງໃດ, ໂດຍສະເພາະໃນທັດສະນະຂອງນັກລົງທຶນ. ທັງສາມແນວຄວາມຄິດນີ້ລ້ວນແຕ່ມີຄວາມສຳຄັນ ແລະ ສົ່ງເສີມເຊິ່ງກັນ ແລະ ກັນ, ເພື່ອສ້າງທຸລະກິດທີ່ເຕີບໃຫຍ່ຢ່າງເຂັ້ມແຂງ ແລະ ຍືນຍົງ.