ປະຊາຊົນ

  • Home
  • ປະຊາຊົນ

ປະຊາຊົນ ສຽງ​ຂອງ​ສູນ​ກາງ​ພັກ​ ປະ​ຊາຊົນ ປະຕິວັດລາວ

​ໜັງ​ສື​ພິມ​ປະ​ຊາ​ຊົນ ແມ່ນ​ກະ​ບອກ​ສຽງ​ຂອງ​ສູນ​ກາງ​ພັກ, ມີ​ພາ​ລະ​ບົດ​ບາດ​ເຜີຍ​ແຜ່​ແນວ​ທາງ​ນະ​ໂຍ​ບາຍ, ແຜນ​ເສດ​ຖະ​ກິດ​-ສັງ​ຄົມ, ລະ​ບຽບ​ກົດ​ໝາຍ​ຂອງ​ລັດ ໃຫ້​ປະ​ຊາ​ຊົນ​ໄດ້​ເຂົ້າ​ໃຈ ພ້ອມ​ດຽວ​ກັນ​ນັ້ນ​ກໍ​ນຳ​ສະ​ເໜີ ​ສອງ​ແສງຄວາມ​ຂ້ອງ​ໃຈ​ຂອງ​ປະ​ຊາ​ຊົນ ໃຫ້​ແກ່​ພັກ ເປັນ​ຂົວ​ຕໍ່​ລະ​ຫວ່າງ​ພັກ ກັບ​ປະ​ຊາ​ຊົນ ເປັນ​ເວ​ທີ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ມະ​ຫາ​ຊົນ, ນຳ​ສະ​ເໜີຂ່າວການ​ເມືອງ, ນະ​ໂຍ​ບາຍ, ແນວ​ທາງ, ຂ່າວ​ເສດ​ຖະ​ກິດ-ສັງ​ຄົມ, ຂ່າ​ວວັດ​ທະ​ນະ​ທຳ-ສັງ​ຄົມ, ຂ່າວ​ຕ່າງ​ປະ​ເທດ, ຂ່າວ​ກິ​ລາ, ການ​ສຶກ​ສາ ແລະ ສຸ​ຂະ​ພາບ

ຍ້ອນຫຍັງ ຈີນ ຈຶ່ງສາມາດຮັບປະກັນການຊົມໃຊ້ພະລັງໄຟຟ້າໄດ້ຢ່າງໝັ້ນທ່ຽງ-----------------------ຫວ່າງມໍ່ໆມານີ້, ພື້ນທີ່ສ່ວນຫຼາຍຂອ...
24/07/2025

ຍ້ອນຫຍັງ ຈີນ ຈຶ່ງສາມາດຮັບປະກັນການຊົມໃຊ້ພະລັງໄຟຟ້າໄດ້ຢ່າງໝັ້ນທ່ຽງ
-----------------------

ຫວ່າງມໍ່ໆມານີ້, ພື້ນທີ່ສ່ວນຫຼາຍຂອງຈີນລ້ວນແຕ່ມີອາກາດຮ້ອນອົບເອົ້າແລະ ອຸນຫະພູມຢູ່ຫຼາຍທ້ອງຖິ່ນໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດເຮັດໃຫ້ປະຊາຊົນທັງຫຼາຍນຳໃຊ້ແອເຢັນ ຫຼື ພັດລົມຕະຫຼອດມື້ ແລະ ເຮັດໃຫ້ການຊົມໃຊ້ໄຟຟ້າພາຍໃນປະເທດຈີນເພີ່ມຂຶ້ນຫຼາຍເປັນພິເສດ. ໃນວັນທີ 16 ກໍລະກົດ ຜ່ານມານີ້, ການຊົມໃຊ້ໄຟຟ້າໃນທົ່ວປະເທດຈີນສູງສຸດຫຼາຍກວ່າ 1 ຕື້ 500 ລ້ານກິໂລວັດ ຊຶ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ. ເມື່ອປະເຊີນໜ້າກັບການທົດສອບທີ່ຂ້ຽວຂາດແບບນີ້, ຈີນໄດ້ຮັບປະກັນໃຫ້ຕາຂ່າຍໄຟຟ້າປະຕິບັດງານໄດ້ຢ່າງໝັ້ນທ່ຽງ ແລະ ຮັບປະກັນໃຫ້ທຸກຄອບຄົວໄດ້ນຳໃຊ້ແອເຢັນ ຫຼື ພັດລົມໄດ້ຢ່າງສະບາຍ.
ຄວາມໝັ້ນທ່ຽງແບບນີ້ບໍ່ແມ່ນງ່າຍກ່ອນຈະໄດ້ມາ, ຫາກແມ່ນໄດ້ມາຈາກການສະສົມດ້ານເຕັກໂນໂລຊີ ແລະ ທ່າແຮງດ້ານລະບອບຂອງຈີນໃນຫຼາຍສິບປີຜ່ານມາ. ເມື່ອຫວນຄືນອະດີດ, ຈີນເຄີຍປະສົບບັນຫາໄຟຟ້າບໍ່ພຽງພໍ ແລະ ແຫຼ່ງຜະລິດໄຟຟ້າຢູ່ໄກກັບເຂດຊົມໃຊ້ໄຟຟ້າມາເປັນໄລຍະດົນນານ. ໃນຊຸມປີ 1980, ຍອດປະລິມານຕິດຕັ້ງເຄື່ອງຈັກຜະລິດໄຟຟ້າໃນທົ່ວປະເທດມີພຽງ 100 ລ້ານກິໂລວັດ, ອາທິດໜຶ່ງ, ເຂດແຄມທະເລທາງພາກຕາເວັນອອກຂອງຈີນມີໄຟຟ້າຊົມໃຊ້ພຽງ 3 ວັນເທົ່ານັ້ນ; ເມື່ອກ້າວເຂົ້າສູ່ສະຕະວັດທີ 21, ພະລັງໄຟຟ້ານ້ຳຕົກແລະ ພະລັງໄຟຟ້າທີ່ຜະລິດດ້ວຍແຮງລົມທີ່ອຸດົມສົມບູນຢູ່ທາງພາກຕາເວັນຕົກບໍ່ສາມາດສົ່ງໄປທາງພາກຕາເວັນອອກຂອງຈີນທີ່ຂາດໄຟຟ້າ, ຕາຂ່າຍໄຟຟ້າໄດ້ກາຍເປັນບັນຫາສຳຄັນທີ່ສຸດທີ່ຈຳກັດການພັດທະນາຂອງຈີນ.
ເພື່ອແກ້ໄຂບັນຫານີ້, ຈີນ ໄດ້ເສີມຂະຫຍາຍທ່າແຮງດ້ານລະບອບທີ່ສຸມກຳລັງຝ່າຍຕ່າງໆເພື່ອແກ້ໄຂບັນຫາໃຫຍ່. ປີ 2004, ຜູ້ຊ່ຽວຊານດ້ານພະລັງງານໄຟຟ້າ 200 ກວ່າທ່ານ ໄດ້ມາເຕົ້າໂຮມກັນຢູ່ນະຄອນເປີຍໄຕເຮີ ທາງພາກເໜືອຂອງຈີນ ເພື່ອກຳນົດທິດທາງຄົ້ນຄວ້າພັດທະນາເຕັກໂນໂລຊີສົ່ງໄຟຟ້າດ້ວຍຄວາມດັນສູງພິເສດ. ຫຼັງຈາກນັ້ນ 10 ກວ່າປີ, ຈາກການຜະລິດອຸປະກອນເຖິງການກໍ່ສ້າງໂຄງການ, ຈາກການວາງມາດຕະຖານເຖິງລະບົບການປະຕິບັດງານ, ຈີນໄດ້ນຳໜ້າການພັດທະນາເຕັກໂນໂລຊີສົ່ງໄຟຟ້າດ້ວຍຄວາມດັນສູງພິເສດໃນຂອບເຂດທົ່ວໂລກ. ປັດຈຸບັນ, ລະບົບສົ່ງໄຟຟ້າດ້ວຍຄວາມດັນສູງພິເສດຂອງຈີນບໍ່ພຽງແຕ່ສາມາດສົ່ງໄຟຟ້າຈາກເຂດຊິນຈ່ຽງ ແລະ ແຂວງເສສວນ ທີ່ຢູ່ທາງພາກຕາເວັນຕົກຂອງຈີນໄປເຖິງເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງ ແລະ ເຂດສາມຫຼ່ຽມປາກແມ່ນ້ຳຈູ່ຈ່ຽງ ໄດ້ຢ່າງມີປະສິດທິພາບສູງເທົ່ານັ້ນ, ຫາກຍັງສາມາດບັນລຸການຈັດສັນໄຟຟ້າໃນຂອບເຂດທົ່ວປະເທດ ໃນໄລຍະຊົມໃຊ້ໄຟຟ້າຫຼາຍເປັນພິເສດ. ຕົວຢ່າງ: ໃນລະດູຮ້ອນປີນີ້, ພະລັງງານໄຟຟ້າສະອາດຢູ່ທາງພາກຕາເວັນຕົກຂອງຈີນຖືກສົ່ງໄປທາງພາກຕາເວັນອອກດ້ວຍເຕັກໂນໂລຊີສົ່ງໄຟຟ້າດ້ວຍຄວາມດັນສູງພິເສດ, ມື້ໜຶ່ງສູງສຸດສາມາດສົ່ງໄຟຟ້າຫຼາຍກວ່າ 120 ລ້ານກິໂລວັດໂມງ ຊຶ່ງເທົ່າກັບປະລິມານການຊົມໃຊ້ໄຟຟ້າຂອງ 30 ລ້ານຄອບຄົວໃນມື້ໜຶ່ງ.
ເມື່ອງສັງເກດຈາກໂຕເລກແລ້ວເຫັນວ່າ: ຄວາມສາມາດດ້ານການສະໜອງໄຟຟ້າຂອງຈີນໃນປັດຈຸບັນເຂັ້ມແຂງທີ່ສຸດ. ປະລິມານການຜະລິດໄຟຟ້າຂອງຈີນໃນປີ 2024 ມີປະມານ 1 ໝື່ນຕື້ກິໂລວັດໂມງ ຊຶ່ງກວມເອົາປະມານ 1 ສ່ວນ 3 ຂອງໂລກ. ທັງນີ້ຈະປາສະຈາກການຜະລິດໄຟຟ້າດ້ວຍພະລັງງານຕ່າງໆບໍ່ໄດ້. ໃນຊຸມປີຜ່ານມາ, ການຜະລິດໄຟຟ້າດ້ວຍພະລັງງານສະອາດຂອງຈີນໄດ້ຮັບການພັດທະນາຢ່າງວ່ອງໄວ, ການຜະລິດໄຟຟ້າດ້ວຍພະລັງນ້ຳ, ພະລັງງານລົມ ແລະ ພະລັງງານແສງຕາເວັນຂອງຈີນ ໄດ້ເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ຈີນສາມາດຮັບປະກັນການສະໜອງພະລັງງານໄຟຟ້າຢ່າງໝັ້ນທ່ຽງພາຍໃຕ້ສະພາບການພິເສດຕ່າງໆເຊັ່ນ: ອຸນຫະພູມສູງເປັນພິເສດ ແລະ ອື່ນໆ. ໂຄງການໄຟຟ້ານ້ຳຕົກຢູ່ເຂດໃຕ້ແມ່ນ້ຳຢາລູຈາງປູທີ່ຈີນລົງມືກໍ່ສ້າງໃນຫວ່າງມໍ່ໆມານີ້ ຈະສາມາດສະໜອງພະລັງງານໄຟຟ້າສະອາດເກືອບ 300 ຕື້ກິໂລວັດໂມງຕໍ່ປີ ຊຶ່ງສາມາດຕອບສະໜອງກັບຄວາມຕ້ອງການດ້ານການຊົມໃຊ້ໄຟຟ້າຂອງ 300 ລ້ານຄົນ.
ນອກນີ້, ຕາຂ່າຍໄຟຟ້າຂອງຈີນຍັງສາມາດຕອບສະໜອງກັບຄວາມຕ້ອງການໃນກໍລະນີພິເສດໄດ້ຢ່າງວ່ອງໄວ. ໂດຍຜະເຊີນໜ້າກັບສະພາບອາກາດຜິດປົກກະຕິ, ຈີນໄດ້ສ້າງກົນໄກປະສານງານລະຫວ່າງແຫຼ່ງຜະລິດໄຟຟ້າ + ຕາຂ່າຍໄຟຟ້າ + ການສະສົມໄຟຟ້າ: ເມື່ອທ້ອງຖິ່ນໃດຊົມໃຊ້ໄຟຟ້າເພີ່ມຫຼາຍຂຶ້ນ, ສູນຈັດສັນໄຟຟ້າສາມາດສັ່ງໃຫ້ໂຮງຜະລິດໄຟຟ້າທີ່ຢູ່ເຂດອ້ອມຂ້າງເພີ່ມທະວີການຜະລິດໄຟຟ້າ ຫຼື ໃຫ້ສະຖານີສະສົມໄຟຟ້າເພີ່ມການສະໜອງໄຟຟ້າ, ຈົນເຖິງຂັ້ນນຳພາຜູ້ຊົມໃຊ້ໄຟຟ້າໃຊ້ໄຟຟ້າໃນເວລາຕ່າງກັນດ້ວຍຕາຂ່າຍໄຟຟ້າອັດສະລິຍະ.
ຄວາມສາມາດຕົວຈິງດ້ານພະລັງງານໄຟຟ້າຂອງຈີນບໍ່ພຽງແຕ່ສ້າງຜົນປະໂຫຍດໃຫ້ແກ່ຈີນເທົ່ານັ້ນ, ຫາກຍັງໄດ້ເສີມຂະຫຍາຍບົດບາດສຳຄັນໃນການຮ່ວມມືສາກົນ. ການຮ່ວມມືກັບລາວກໍເປັນກໍລະນີທີ່ເປັນແບບຢ່າງ. ເດືອນກັນຍາປີ 2020, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ແລະ ບໍລິສັດພະລັງງານໄຟຟ້າແຫ່ງຊາດລາວໄດ້ຮ່ວມທຶນສ້າງຕັ້ງບໍລິສັດຕາຂ່າຍສົ່ງໄຟຟ້າແຫ່ງຊາດລາວ. ປັດຈຸບັນ, ໂຄງການຕາຂ່າຍໄຟຟ້າ 500 ກິໂລໂວນຈີນ-ລາວ ພວມໄດ້ຮັບການກໍ່ສ້າງຢ່າງໜັກແໜ້ນ ແລະ ຈະສ້າງສຳເລັດໃນປີ 2026. ພາຍຫຼັງໂຄງການດັ່ງກ່າວສ້າງສຳເລັດແລ້ວ, ຄວາມສາມາດສົ່ງພະລັງງານໄຟຟ້າຕໍ່ກັນລະຫວ່າງຈີນ ແລະ ລາວຈະບັນລຸເຖິງ 1 ລ້ານ 5 ແສນກິໂລວັດ ແລະ ສົ່ງພະລັງງານໄຟຟ້າສະອາດໄດ້ປະມານ 3 ຕື້ກິໂລວັດໂມງ ຊຶ່ງບໍ່ພຽງແຕ່ເພີ່ມທະວີຄວາມສາມາດສົ່ງພະລັງງານໄຟຟ້າ ແລະ ລົງເລິກການພົວພັນຄູ່ຮ່ວມຍຸດທະສາດດ້ານການຮ່ວມມືໃນຂົງເຂດພະລັງງານໄຟຟ້າລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງສາມາດຊ່ວຍເຫຼືອປະເທດລາວກາຍເປັນສູນເຊື່ອມໂຍງເຊື່ອມຈອດດ້ານພະລັງງານສະອາດໃນອະນຸພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງອີກດ້ວຍ.
ຈາກການຮັບປະກັນການຊົມໃຊ້ໄຟຟ້າຢ່າງໝັ້ນທ່ຽງໃຫ້ແກ່ປະຊາຊົນ 1.4 ຕື້ຄົນ ເຖິງເປັນຜູ້ຂັບເຄື່ອນສຳຄັນໃນການເຊື່ອມໂຍງເຊື່ອມຈອດດ້ານພະລັງງານຂອງໂລກ, ຈີນໄດ້ສ້າງຕາຂ່າຍໄຟຟ້າຂະໜາດໃຫຍ່ເປັນພິເສດແມ່ນຍ້ອນຈີນໄດ້ປະຕິບັດແນວຄວາມຄິດການພັດທະນາທີ່ “ຖືປະຊາຊົນເປັນໃຈກາງ” ແລະ ກໍແມ່ນຍ້ອນໄດ້ດຳເນີນການປະດິດສ້າງໃໝ່ດ້ານເຕັກໂນໂລຊີຢ່າງເປັນເຈົ້າການ. ເມື່ອອາກາດຮ້ອນອົບເອົ້າ, ຈີນສາມາດຮັບປະກັນໃຫ້ຕາຂ່າຍໄຟຟ້າປະຕິບັດງານໄດ້ຢ່າງໝັ້ນທ່ຽງແມ່ນຍ້ອນຈີນໄດ້ສຸມກຳລັງເຂົ້າໃນການປັບປຸງບູລະນະຕາຂ່າຍໄຟຟ້າດ້ວຍການປະດິດສ້າງໃໝ່ຢ່າງເປັນເຈົ້າການມາເປັນເວລາຫຼາຍສິບປີ.
ໂດຍ: ຊີອາໄອ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ.....ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົ...
24/07/2025

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ.....
ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ໂອກາດດັ່ງກ່າວ, ສະຫາຍເລຂາພັກແຂວງສະຫວັນນະເຂດ ໄດ້ຮັບຟັງການລາຍງານສະພາບການຊີ້ນຳ-ນຳພາວຽກງານຮອບດ້ານ ແລະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ ຊຶ່ງຍົກໃຫ້ເຫັນວ່າ: ຄະນະພັກເມືອງ ໄດ້ເອົາໃຈໃສ່ໃນການເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຂອງສູນກາງພັກ, ອົງຄະນະພັກແຂວງ ກໍຄືກອງປະຊຸມໃຫຍ່ອົງຄະນະພັກເມືອງ ລົງສູ່ຂົງເຂດວຽກງານຕ່າງໆ ໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ພ້ອມນີ້ ຄະນະພັກ-ຄະນະນຳແຕ່ລະຂັ້ນຂອງເມືອງ ຍັງໄດ້ເອົາໃຈໃສ່ ແລະ ຖືສຳຄັນໃນການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ເຮັດໃຫ້ເມືອງສືບຕໍ່ມີຄວາມສະຫງົບໂດຍພື້ນຖານ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຄຽງຄູ່ກັນນີ້ ກໍຍັງໄດ້ຊຸກຍູ້ສົ່ງເສີມຂະບວນການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າມີລາຍໄດ້ເພີ່ມຂຶ້ນ, ສ່ວນດ້ານວຽກງານຕ່າງໆ ກໍໄດ້ຮັບການຈັດຕັ້ງປະຕິບັດຕາມທິດທາງແຜນການທີ່ວາງໄວ້.
ໂອກາດນີ້, ສະຫາຍເລຂາພັກແຂວງ ໄດ້ໃຫ້ທິດຊີ້ນຳໃນຫຼາຍບັນຫາສຳຄັນເພື່ອເປັນທິດເຍືອງທາງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງເມືອງ. ໃນນີ້, ສະຫາຍໄດ້ເນັ້ນໜັກຄະນະບໍລິຫານງານພັກເມືອງຊຸດໃໝ່ຈຳນວນ 25 ສະຫາຍ ຕ້ອງໄດ້ເຊື່ອມຊຶມ, ກຳແໜ້ນ ແລະ ຄົ້ນຄວ້າມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງ ຄັ້ງທີ VI ທີ່ໄດ້ຮັບຮອງໄປແລ້ວນັ້ນ ເພື່ອໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງເຖິງຖອງທັງໝົດບັນດາເນື້ອໃນມະຕິດັ່ງກ່າວ ກ່ອນຈະລົງເຜີຍແຜ່ເຊື່ອມຊຶມໃນແຕ່ລະຂົງເຂດວຽກງານ ແລະທ້ອງຖິ່ນຮາກຖານຕ່າງໆ ເພື່ອໃຫ້ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆໃນທົ່ວເມືອງ ຮັບຮູ້, ເຂົ້າໃຈ ແລະປຸກລະດົມເຂົາເຈົ້າໃຫ້ເຂົ້າຮ່ວມທຸກຂະບວນການພັດທະນາທີ່ພັກ-ລັດວາງອອກໃນແຕ່ລະໄລຍະ, ບັນດາສະຫາຍຄະນະພັກ ຕ້ອງກຳໃຫ້ໄດ້ຕໍ່ທ່າແຮງບົ່ມຊ້ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າຍທາຍຕ່າງໆຂອງເມືອງ, ຂອງແຕ່ລະທ້ອງຖິ່ນຮາກຖານ ເພື່ອມາປຶກສາຫາລື ແລະ ຄົ້ນຄວ້າພາຍໃນຄະນະພັກວາງແຜນຊີ້ນຳ-ນຳພາ ແລະ ແກ້ໄຂ ແນໃສ່ເພື່ອເຮັດໃຫ້ເມືອງໄຊພູທອງພວກເຮົາ ມີການພັດທະນາຢ່າງຮອບດ້ານ, ຕໍ່ກັບການສ້າງຕັ້ງຕາແສງ ແມ່ນທິດຊີ້ນຳຂອງຄະນະພັກຂັ້ນເທິງ ເພື່ອປັບປຸງບູລະນະລະບອບປະຊາທິປະໄຕ ປະຊາຊົນ ເຮັດໃຫ້ລະບົບການເມືອງໃນຂັ້ນຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ຈາກນີ້, ສະຫາຍເລຂາພັກແຂວງ ຍັງໄດ້ມີທິດຊີ້ນໍາໃນບັນຫາສໍາຄັນອື່ນໆອີກ.
ໃນການເຄື່ອນໄຫວຄັ້ງນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ຍັງໄດ້ມອບແນວພັນເຂົ້າ 10 ສອບເພື່ອນໍາໄປມອບຕໍ່ໃຫ້ຊາວນາຂອງເມືອງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຈໍານວນ 7 ບ້ານ ພ້ອມທັງມອບໝີ່, ປາກະປອງ ໃຫ້ທະຫານຊາຍແດນຂອງເມືອງນຳອີກ. ຈາກນັ້ນ, ຄະນະການນຳຂັ້ນສູງຂອງແຂວງ, ເມືອງ ໄດ້ລົງຕິດຕາມເບິ່ງສະພາບຂົວຫ້ວຍຈິກ ແລະ ເຂດບ້ານທີ່ຖືກນ້ຳຖ້ວມຂັງ (ບ້ານຫ້ວຍຈິກ, ບ້ານຕາກແດດ ແລະ ບ້ານໂພນສົ້ມໂຮງ) ທີ່ເປັນເຂດນໍ້າຖ້ວມຂັງໃນເວລາຝົນຕົກໜັກ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025.......ໂດຍ: ວັນໄຊ ຕະວິນຍານ                           ...
24/07/2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025.......
ໂດຍ: ວັນໄຊ ຕະວິນຍານ
ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກ ແຂວງຫຼວງພະບາງ ໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X.
ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ສະຫາຍ ສົມຫວັງ ພອນຄໍາວົງສາ ກໍາມະການພັກແຂວງ ເລຂາພັກເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ຫວ່າງບໍ່ດົນມານີ້ ວ່າ: ໃນ 6 ເດືອນຕົ້ນປີ 2025, ສະພາບອັນພົ້ນເດັ່ນແມ່ນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງໄດ້ຕັ້ງໜ້າສະກັດກັ້ນ ແລະ ແກ້ໄຂບັນດາເປົ້າໝາຍ, ໜໍ່ແໜງຕ່າງໆທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບຢ່າງເດັດຂາດ, ເຂັ້ມງວດຕາມລະບຽບກົດໝາຍ ພົ້ນເດັ່ນແມ່ນການແກ້ໄຂບັນຫາຢາເສບຕິດ ຊຶ່ງສາມາດມ້າງເປົ້າໝາຍແກ້ງຄ້າ-ຂາຍຢາເສບຕິດ ແລະ ແກ້ໄຂປະກົດການຫຍໍ້ທໍ້ໄດ້ 21 ລາຍ, ມີຜູ້ຖືກຫາ 32 ຄົນ ຍິງ 6 ຄົນ; ລົງປະເມີນຄືນບ້ານປ້ອງກັນຄວາມສະຫງົບດີ ໄດ້ 40 ບ້ານ, ທຽບໃສ່ແຜນປະຕິບັດໄດ້ 54.79%, ປະກາດບ້ານປ້ອງກັນຊາດເຂັ້ມແຂງໄດ້ 3 ບ້ານ ແລະ ປະເມີນຄອບຄົວປ້ອງກັນຊາດເຂັ້ມແຂງໄດ້ 25 ບ້ານ, ມີ 977 ຄອບຄົວ, ທຽບໃສ່ແຜນປະຕິບັດໄດ້ 31.64%, ຈັດຕັ້ງຝຶກອົບຮົມ-ຫັດແອບ ໃຫ້ກອງຫຼອນກຸ່ມປາກມອງ ແລະ ຝຶກອົບຮົມການຮຽນ-ການສອນສຶກສາພື້ນຖານວິຊາປ້ອງກັນຕົວ ໃຫ້ນັກຮຽນມັດທະຍົມຕອນປາຍສຳເລັດ; ຈັດຕັ້ງກຳລັງເຄື່ອນໄຫວໄລຍະສັ້ນ; ເຄື່ອນໄຫວໄລຍະຍາວຕາມຂອບເຂດຮັບຜິດຊອບຊາຍແດນຕິດຈອດເມືອງຕໍ່ເມືອງ, ເຂດຫຼໍ່ແຫຼມທີ່ມີຄວາມສ່ຽງເປັນປົກກະຕິ ອັນໄດ້ສ້າງເງື່ອນໄຂເຮັດໃຫ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມສືບຕໍ່ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
ສະພາບເສດຖະກິດຂອງເມືອງ ໂດຍລວມແມ່ນຍັງສືບຕໍ່ຂະຫຍາຍຕົວຢາງຕໍ່ເນື່ອງ ດ້ານການລົງທຶນ ໄດ້ອໍານວຍຄວາມສະດວກໃນການປະກອບເອກະສານໃຫ້ພາກສ່ວນພາຍໃນ ແລະ ຕ່າງປະເທດ ມາລົງ ທຶນຢູ່ເມືອງ ຈຳນວນ 7 ໂຄງການ ລວມມູນຄ່າ 7,926,100,000 ກີບ, ທຽບໃສ່ແຜນປະຕິບັດໄດ້ 6.44%. ຊຸກຍູ້ການຈັດຕັ້ງປະຕິບັດການເກັບລາຍຮັບເຂົ້າງົບປະມານ, ຫັນການເກັບລາຍຮັບໄປສູ່ລະບົບທັນສະໄໝ ແລະ ແກ້ໄຂຊ່ອງວ່າງການຮົ່ວໄຫຼ, ຊີ້ນໍາຄຸ້ມຄອງລາຍຈ່າຍງົບປະມານຂອງລັດໃຫ້ຮັດກຸມກວ່າເກົ່າ, ຈັດເກັບລາຍຮັບເຂົ້າງົບປະມານໄດ້ 4,267,443,405 ກີບ, ທຽບໃສ່ແຜນປະຕິບັດໄດ້ 23.65%.ຊຸກຍູ້ການຜະລິດລະດູແລ້ງໄດ້ 2,520.10 ເຮັກຕາ, ທຽບໃສ່ແຜນປະຕິບັດໄດ້ລື່ນແຜນ 14.15%, ປູກເຂົ້ານາແຊງ 194.50 ເຮັກຕາ, ທຽບໃສ່ແຜນປະຕິບັດໄດ້ 77.8%, ການປັກດໍາເຂົ້ານາປີສໍາເລັດ 30%; ຊຸກຍູ້ການປູກພືດ, ລ້ຽງສັດ ຕາມທ່າແຮງ ແລະ ມູນເຊື້ອຂອງແຕ່ລະທ້ອງຖິ່ນ ດ້ວຍການນຳໃຊ້ເຕັກນິກວິຊາການໃໝ່ ໄປຄຽງຄູ່ກັບການບົວລະບັດຮັກສາ ແລະ ປູກໄມ້ອຸດສາຫະກຳ, ໄມ້ໃຫ້ໝາກປະເພດຕ່າງໆ ພົ້ນເດັ່ນແມ່ນປູກຢາງພາລາໄດ້ 445 ເຮັກຕາ, ກີດຢາງພາລາໄດ້ 3,047 ໂຕນ, ສ້າງລາຍໄດ້ໃຫ້ປະຊາ ຊົນໄດ້ 55 ຕື້ກວ່າກີບ, ການລ້ຽງສັດປະເພດຕ່າງໆໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ, ສາມາດຕອບສະໜອງການບໍລິໂພກຊີ້ນໃຫ້ແກ່ສັງຄົມ 3,477,956 ກິໂລ ໂດຍສະເລ່ຍພົນລະເມືອງໄດ້ຮັບ 41.14 ກິໂລ/ຄົນ/6 ເດືອນ, ທຽບໃສ່ແຜນປະຕິບັດໄດ້ 63.29%; ວຽກງານການແກ້ໄຂຄວາມທຸກຍາກ ໄດ້ຮັບການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນໄດ້ສົມທົບຂະແໜງການທີ່ກ່ຽວຂ້ອງຂອງແຂວງ ລົງສ້າງແຜນພັດທະນາຢູ່ບ້ານນາຍາງເໜືອ, ສໍາເລັດການປະກາດເມືອງນໍ້າບາກເປັນເມືອງພົ້ນທຸກ. ເມືອງໄດ້ເປັນເຈົ້າການຕິດ ຕາມ, ກວດກາ ແລະ ແກ້ໄຂການລະເມີດລັກລອບຖາງປ່າແກ່, ປ່າຍອດຫ້ວຍ, ປ່າແຫຼ່ງນ້ຳ; ສຳຫຼວດ, ວັດແທກ ແລະ ອອກໃບຕາດິນໄດ້ 805 ຕອນ, ທຽບໃສ່ແຜນປະຕິບັດໄດ້ 12.19%, ເກັບກໍາຕອນດິນເຂົ້າປຶ້ມສຳມະໂນທີ່ດິນແບບລະອຽດໄດ້ 11 ບ້ານ, ອອກໃບຢັ້ງຢືນສິ່ງແວດລ້ອມຂອງທຸລະກິດໄດ້ 66ກິດຈະການ, ທຽບໃສ່ແຜນປະຕິບັດໄດ້ 55%; ແກ້ໄຂຂໍ້ຂັດແຍ່ງທີ່ດິນໄດ້ 5 ຄັ້ງ, ຕິດຕາມ-ກວດກາການເກັບມ້ຽນຂີ້ເຫຍື້ອເປັນປົກກະຕິ.
ຊີ້ນຳການຄຸ້ມຄອງລາຄານໍ້າມັນ ແລະ ສິນຄ້າ ເພື່ອບໍ່ໃຫ້ມີຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາ ຊົນ, ຊຸກຍູ້ສົ່ງເສີມ ແລະ ຄຸ້ມຄອງວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ໃຫ້ມີການເຄື່ອນໄຫວ, ຂຶ້ນທະບຽນວິສາຫະກິດໄດ້ 60 ຫົວໜ່ວຍ, ອອກໃບອະນຸຍາດໂຮງງານຂະໜາດນ້ອຍໄດ້ 28 ຫົວໜ່ວຍ, ມູນຄ່າຈໍລະຈອນສິນຄ້າ ແລະ ຂາຍຍ່ອຍບັນລຸໄດ້ 232 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 40.27%, ລວມຍອດຜະລິດຕະພັນອຸດສາຫະກໍາ-ຫັດຖະກຳບັນລຸໄດ້ 123 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 54.91%, ມູນຄ່າສິນຄ້າສົ່ງອອກ 138.68 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 27.79%, ມູນຄ່ານຳເຂົ້າບັນລຸ 186 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 48.18%.
ຕິດຕາມ, ຊຸກຍູ້ການກໍ່ສ້າງຕາຂ່າຍໄຟຟ້າເຂົ້າຫາບ້ານກຣາງ ສໍາເລັດ 90%, ຕິດຕັ້ງໝໍ້ນັບໄຟໄດ້ 150 ໜ່ວຍ ທຽບໃສ່ແຜນປະຕິບັດໄດ້ 25%, ປ່ຽນໝໍ້ແປງນ້ອຍເປັນໃຫຍ່ໄດ້ 1 ບ້ານ, ຂຸດຄົ້ນຫີນແຂງຈຳໜ່າຍໄດ້ 12,952 ແມັດກ້ອນ, ທຽບໃສ່ແຜນປະຕິບັດໄດ້ 29.70%.
ປຸກລະດົມທຸກພາກສ່ວນໃຫ້ມີສ່ວນຮ່ວມໃນການປົກປັກຮັກສາ, ສ້ອມແປງເສັ້ນທາງ ພົ້ນເດັ່ນແມ່ນການກໍ່ສ້າງທາງປູເບຕົງທາງຮ່ອມທາງຊອຍຢູ່ບ້ານນາຍາງໃຕ້ ສຳເລັດ 15% ແລະ ກໍ່ສ້າງຂົວສຳເລັດ 2 ແຫ່ງຄື: ຂົວຂ້າມນໍ້າຂານ ຢູ່ບ້ານນໍ້າຂານ ແລະ ຂົວຂ້າມນໍ້າຫ້ວຍລໍຢູ່ບ້ານນາຫຼວງ (ດ້ວຍທຶນປະຊາຊົນ), ບໍລິສັດທຽນເຊິນປະກອບສ່ວນຖົມທາງທີ່ເປ່ເພລວມມູນຄາ 66,650,000 ກີບ, ບໍລິສັດສິນໄຊ 27,800,000 ກີບ, ໂຮງງານຂົບຫີນ ຊຽງທອງພັນ 4,800,000 ກີບ ແລະ ໂຮງງານຂົບຫີນໄມ່ແສງເພັດ 4,000,000 ກີບ, ຕິດຕາມໂຄງການກໍ່ສ້າງນໍ້າປະປາ ກຸ່ມນໍ້າຖ້ວມ ແລະ ກຸ່ມປາກມອງ ສໍາເລັດ 88.11% ໂຄງການກໍ່ສ້າງຮົ້ວອະນຸສອນສະຖານບັ້ນຮົບນໍ້າບາກ ສຳເລັດ 90%, ຈັດຕັ້ງການສອບເສັງໃບຂັບຂີ່ລົດຈັກ ແລະ ລົດເບົາ ໄດ້ 1 ຄັ້ງ, ມີຜູ້ເຂົ້າຮ່ວມສອບເສັງ 133 ຄົນ.
ຕິດຕາມ, ຊຸກຍູ້ບໍລິສັດໂທລະຄົມຂະຫຍາຍສັນຍານໂທລະສັບລົງສູ່ເຂດຊົນນະບົດ ເຮັດໃຫ້ລະບົບການສື່ສານປົກຄຸມ 98% ຂອງພື້ນທີ່ທັງໝົດ, ໃນນີ້ ບ້ານມີເຄືອຂ່າຍອິນເຕີເນັດລະບົົບ 3G, 4G ກວມ 82.55%, ຄຸ້ມຄອງຮ້ານຈຳໜ່າຍ ແລະ ສ້ອມແປງອຸປະກອນໂທລະສັບທັງໝົດ 24 ຮ້ານ.
ໄປພ້ອມກັບຜົນສໍາເລັດດ້ານເສດຖະກິດແລ້ວ ເມືອງນໍ້າບາກ ຍັງເອົາໃຈໃສ່ນໍາພາຂົງເຂດວັດທະ ນະທໍາ-ສັງຄົມ ເປັນຕົ້ນໄດ້ເອົາໃຈໃສ່ຊຸກຍູ້, ສົ່ງເສີມຂະບວນການຮຽນ-ການສອນ ນັບທັງພາກລັດ ແລະ ເອກະຊົນ ຕິດພັນກັບການປັບປຸງພື້ນຖານໂຄງລ່າງວຽກງານສຶກສາ ດີຂຶ້ນກວ່າເກົ່າ ເຮັດໃຫ້ເດັກໃນເກນອາຍຸ ໄດ້ເຂົ້າໂຮງຮຽນຢ່າງທົ່ວເຖິງ; ພ້ອມກັນນັ້ນໄດ້ແກ້ໄຂບັນຫາຂາດຄູສອນ, ການຕົກລົ່ນ ແລະ ຄ້າງຫ້ອງຫຼຸດລົງ ເຮັດໃຫ້ການຮຽນ-ການສອນໄດ້ດຳເນີນໄປປົກກະຕິ; ທົ່ວເມືອງສຳເລັດການສອບເສັງຊັ້ນປະ ຖົມ ແລະ ມັດທະຍົມ ຫ້ອງເລື່ອນຊັ້ນ ປະຈຳສົກຮຽນ 2024-2025; ການຈັດຕັ້ງປະຕິບັດ 12 ຄາດ ໝາຍຕົວຊີ້ວັດ, ສາມາດບັນລຸໄດ້ 7 ຄາດໝາຍ ຍັງ 2 ຄາດໝາຍໃກ້ຈະບັນລຸ ແລະ 3 ຄາດໝາຍມີທ່າອ່ຽງຖົດຖອຍ. ໄດ້ໂຄສະນາສຸຂະສຶກສາເປັນປົກກະຕິ, ຕໍ່ເນື່ອງຕິດພັນກັບການສັກຢາຢອດຢາກັນພະຍາດ ໃຫ້ແມ່ ແລະ ເດັກ ຄົບຕາມເປົ້າໝາຍ, ປັບປຸງການບໍລິການປິ່ນປົວ ຢູ່ໂຮງໝໍເມືອງ, ສຸກສາລາດີຂຶ້ນ, ຍູ້ແຮງຂະບວນການສ້າງບ້ານສາທາລະນະສຸກແບບຢ່າງ, ປັດຈຸບັນທົ່ວເມືອງມີບ້ານສາທາລະນະສຸກແບບຢ່າງ 85 ບ້ານ ກວມ 98.83%, ປະຕິບັດ 11 ຄາດໝາຍຕົວຊີ້ວັດ ທີ່ສະພາຮັບຮອງ, ສາມາດບັນລຸຈໍານວນໜຶ່ງ.
ດ້ານວັດທະນະທຳ, ຮີດຄອງປະເພນີ ໄດ້ຮັບການຊຸກຍູ້ສົ່ງເສີມ; ຂະບວນການສ້າງຄອບຄົວວັດ ທະນະທຳ ເພີ່ມຂຶ້ນ 92 ຄອບຄົວ, ປັດຈຸບັນ, ທົ່ວເມືອງມີບ້ານວັດທະນະທຳ ກວມ 93.02%, ການຄຸ້ມຄອງ, ການສະໜອງຂໍ້ມູນ - ຂ່າວສານດ້ານຕ່າງໆ, ໃຫ້ແກ່ສັງຄົມ ໄດ້ຮັບຮູ້ເຂົ້າໃຈດີຂຶ້ນກວ່າເກົ່າ; ຊຸກຍູ້ສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມ ເຂົ້າຮ່ວມພັດທະນາວຽກງານການທ່ອງທ່ຽວຫຼາຍຂຶ້ນ; ການຄຸ້ມຄອງບັນດາທຸລະກິດສະຖານທີ່ບັນເທີງຕ່າງໆ ພາຍໃນເມືອງນໍ້າບາກນັບມື້ນັບເຂົ້າສູ່ລະບຽບ, ກົດໝາຍ. ໄດ້ຄຸ້ມຄອງການຂຶ້ນທະບຽນແຮງງານ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຫັນເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ; ສີມືແຮງງານໄດ້ຮັບການຈັດຝຶກອົບຮົມ, ຍົກລະດັບ ເພື່ອສະໜອງໃຫ້ແກ່ບັນດາຫົວໜ່ວຍວິສາຫະກິດ, ໂຄງການລົງທຶນຕ່າງໆ ຢູ່ພາຍໃນ; ສາມາດຝຶກອົບຮົມສີມືແຮງງານໄດ້ 68 ຄົນ ຍິງ 18 ຄົນ ສົມທົບກັບບໍລິສັດຈັດຫາງານໄດ້ 185 ຄົນ ຍິງ 72 ຄົນ ແລະ ຂະຫຍາຍຜູ້ປະກັນຕົນໄດ້ 82 ທ່ານ ທຽບໃສ່ແຜນປະຕິບັດໄດ້ 82%.

24/07/2025
ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ.........(ສພຊ), ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)ໄດ້ຈັ...
24/07/2025

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ.........
(ສພຊ), ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ທ່ານ ຄໍາໃບ ດຳລັດ ກ່າວວ່າ: ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໄດ້ຜ່ານການພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 20 ມິຖຸນາ 2025 ມີສະມາຊິກສະພາແຫ່ງຊາດ (ສສຊ) ຈຳນວນ 19 ທ່ານ ປະກອບຄຳເຫັນໃສ່ 43 ມາດຕາ ກວມເອົາ 83 ເນື້ອໃນຊຶ່ງບັນດາຄຳຄິດຄໍາເຫັນເຫຼົ່ານັ້ນ ຄະນະຮັບຜິດຊອບກໍໄດ້ຄົ້ນຄວ້າພິຈາລະນາປັບປຸງເນື້ອໃນເບື້ອງຕົ້ນ ແລະ ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ກໍໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ໃນວັນທີ 25 ມິຖຸນາ 2025 ໂດຍ ສສຊ ໄດ້ຮັບຮອງເອົາດ້ວຍຄະແນນສຽງເຫັນດີຫຼາຍກວ່າ 97% ຂອງຈຳນວນທີ່ເຂົ້າຮ່ວມ; ເຖິງຢ່າງໃດກໍຕາມ, ກົດໝາຍສະບັບນີ້ ມີບັນດາທ່ານ ສສຊ ປະກອບຄຳເຫັນຢ່າງຫຼາກຫຼາຍ ແລະ ກົງໄປກົງມາ. ສະນັ້ນ, ກອງປະຊຸມຮຽບຮຽງຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າຢ່າງລະອຽດ ແລະ ເລິກເຊິ່ງ ເພື່ອເລືອກເຟັ້ນເອົາຄໍາເຫັນຂອງຜູ້ແທນມາປັບປຸງໃສ່ເນື້ອໃນກົດໝາຍ ແລະ ເນື່ອງຈາກເປັນການຮຽບຮຽງຄັ້ງສຸດທ້າຍ ນອກຈາກຄໍາເຫັນຂອງຜູ້ແທນແລ້ວ ຖ້າເຫັນວ່າຍັງມີຈຸດໃດ, ຄໍາສັບໃດ ທີ່ບໍ່ທັນຈະແຈ້ງ ແລະ ສອດຄ່ອງ ກໍສາມາດຍົກຂຶ້ນສົນທະນາກັນຕື່ມ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສົມບູນ ກ່ອນນໍາສະເໜີປະທານສະພາແຫ່ງຊາດລົງລາຍເຊັນ.
(ຂ່າວ: ສອນສັກ ວັນວິໄຊ)

ເອດີບີ ສະໜັບສະໜູນ ລະບົບອາຫານ ກະສິກຳແບບຍືນຍົງ ຢູ່ ສປປ ລາວ.....ລັດຖະບານ ສປປ ລາວ ແລະ ທະນາຄານພັດທະນາອາຊີ (ADB) ໄດ້ຮ່ວມລົງນາມ...
24/07/2025

ເອດີບີ ສະໜັບສະໜູນ ລະບົບອາຫານ ກະສິກຳແບບຍືນຍົງ ຢູ່ ສປປ ລາວ.....
ລັດຖະບານ ສປປ ລາວ ແລະ ທະນາຄານພັດທະນາອາຊີ (ADB) ໄດ້ຮ່ວມລົງນາມໃນສັນຍາການສະໜອງທຶນ ສຳລັບ ໂຄງການລະບົບອາຫານ ກະສິກຳແບບຍືນຍົງ ຢູ່ ສປປ ລາວ ໃນວັນທີ 23 ກໍລະກົດ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ຕາງໜ້າລັດຖະບານແຫ່ງ ສປປ ລາວ ລົງນາມໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ, ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ແຊນນີ ແຄມເບວ, ຫົວໜ້າຫ້ອງການ ADB ປະຈໍາ ສປປ ລາວໂດຍມີ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມນຳ.
ທ່ານ ສຸລິວັດ ສຸວັນນະຈູມຄໍາ ໄດ້ກ່າວວ່າ: “ໂຄງການດັ່ງກ່າວ ຈະສະໜັບສະໜູນຄວາມພະຍາຍາມຂອງ ລັດຖະບານ ສປປ ລາວ ໃນການເລັ່ງຂະຫຍາຍຕົວຂອງຂະແໜງກະສິກຳ ແລະ ສ້າງຜົນປະໂຫຍດໃຫ້ແກ່ບັນດາຄົວເຮືອນ ແລະ ທຸລະກິດກະສິກຳ. ທ່ານ ສຸລິວັດ ສຸວັນນະຈູມຄໍາ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ, ສະແດງຄວາມຂອບໃຈ ມາຍັງຄູ່ຮ່ວມພັດທະນາ ໂດຍສະເພາະແມ່ນ ADB ແລະ ສະຫະພາບເອີຣົບ ທີ່ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ຢ່າງຕໍ່ເນື່ອງ".
ໂຄງການດັ່ງກ່າວຈະຊ່ວຍປັບປຸງ ຄວາມທົນທານຕໍ່ສະພາບດິນຟ້າອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ ໂພຊະນາການ ແລະ ລາຍຮັບຂອງຄົວເຮືອນໃນ ສປປ ລາວ. ໂຄງການ ຍັງຈະເສີມຂະຫຍາຍລະບົບອາຫານກະສິກຳ ທີ່ມຸ່ງອອກສູ່ຕະຫຼາດພາຍໃນ ແລະ ສົ່ງອອກທີ່ມີມູນຄ່າສູງ. ການລົງທຶນໃນດ້ານການເງິນເພື່ອການຄ້າ, ການບໍລິການດ້ານວິຊາການເປັນລາຍບຸກຄົນ, ພື້ນຖານໂຄງລ່າງຂະໜາດນ້ອຍ ແລະ ຄວາມປອດໄພດ້ານອາຫານ ຈະໄດ້ຮັບການສະໜອງ ເພື່ອສະໜັບສະໜູນບັນດາຈຸດປະສົງເຫຼົ່ານີ້ໃຫ້ບັນລຸຕາມຄາດໝາຍ.
ການບໍລິການດ້ານການເງິນ ຈະໃຫ້ບໍລິການຜ່ານທະນາຄານ ແລະ ສະຖາບັນການເງິນຈຸລະພາກໃນທົ່ວປະເທດ, ໃນຂະນະທີ່ການບໍລິການໃຫ້ຄໍາປຶກສາທາງດ້ານເຕັກນິກວິຊາການ ແລະ ພື້ນຖານໂຄງລ່າງ ແມ່ນຈະມີຢູ່ບັນດາແຂວງທາງພາກໃຕ້ເຊັ່ນ: ຈໍາປາສັກ, ສາລະວັນ ແລະ ເຊກອງ ແລະ ແຂວງທາງພາກເໜືອເຊັ່ນ: ຫົວພັນ, ຜົ້ງສາລີ ແລະ ໄຊຍະບູລີ. ສິນຄ້າຍຸດທະສາດທີ່ມີມູນຄ່າສູງເຊັ່ນ: ໄມ້ໄຜ່, ກາເຟ, ທຸລຽນ ມັນຕົ້ນປູກແບບຍືນຍົງ ແລະ ຊາ ຈະໄດ້ຮັບການສະໜັບສະໜູນເພີ່ມຕື່ມ ເພື່ອເພີ່ມມູນຄ່າກ່ອນທີ່ຈະສົ່ງອອກ.
ທ່ານ ນາງ ແຄມເບວ ໄດ້ໃຫ້ຮູ້ວ່າ: “ໂດຍການສະໜັບສະໜູນຄວາມພະຍາຍາມແຫ່ງຊາດໃນການຫັນປ່ຽນລະບົບກະສິກຳ, ໂຄງການດັ່ງກ່າວ ຈະສົ່ງຜົນດີຕໍ່ຊຸມຊົນ ແລະ ວິສາຫະກິດ ພ້ອມທັງເປັນການປະກອບສ່ວນຊຸກຍູ້ໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ,".
ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ: “ໂຄງການນີ້ ແມ່ນອົງປະກອບທີ່ສໍາຄັນຂອງແຜນງານສຳລັບປະເທດຂອງ ADB ໃນການສະໜັບສະໜູນວາລະການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ."
ຂະແໜງກະສິກຳຂອງ ສປປ ລາວ ມີທ່າແຮງເຕີບໂຕທີ່ສຳຄັນ ຍ້ອນຄວາມຕ້ອງການຂອງພາຍໃນ ແລະ ພາກພື້ນເພີ່ມຂຶ້ນ. ເຖິງຢ່າງໃດກໍຕາມ, ການປົດລັອກທ່າແຮງດັ່ງກ່າວ ຮຽກຮ້ອງໃຫ້ມີການເພີ່ມທະວີຄວາມສາມາດໃນການແຂ່ງຂັນ ແລະ ຄວາມເຂັ້ມແຂງຂອງລະບົບກະສິກຳ ຊຸກຍູ້ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ ພ້ອມທັງເພີ່ມທະວີການຜະລິດເປັນສິນຄ້າເພື່ອສົ່ງອອກທີ່ມີມູນຄ່າສູງ.
ໂຄງການດັ່ງກ່າວ, ຈະໄດ້ຮັບການສະໜັບສະໜູນເງິນທຶນໃນມູນຄ່າ 50 ລ້ານໂດລາ ຈາກ ADB, ກອງທຶນພື້ນຖານໂຄງລ່າງອາຊຽນ (ASEAN Infrastructure Fund), ແລະ European Union-ASEAN Catalytic Green Finance Facility, ພ້ອມທັງທຶນຊ່ວຍເຫຼືອລ້າມູນຄ່າ 13 ລ້ານໂດລາຈາກ ກອງທຶນພັດທະນາອາຊີ (Asian Development Fund) ແລະ ກອງທຶນດິນຟ້າອາກາດສີຂຽວ (Green Climate Fund) ໂດຍຜ່ານກອງທຶນເພື່ອການຮ່ວມມືດ້ານຄວາມເຂັ້ມແຂງຂອງຊຸມຊົນ (Community Resilience Partnership Program Investment Fund).
ໂຄງການດັ່ງກ່າວຈະຮັບການຈັດຕັ້ງປະຕິບັດໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງຈະໄດ້ຮັບການສະໜັບສະໜູນໃນການຈັດຕັ້ງປະຕິບັດຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທະນາຄານແຫ່ງ ສປປ ລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
ຂໍ້ມູນ: ADB, ຂ່າວ: ຄຳປະສິດ

24/07/2025

ການເຄື່ອນໄຫວຄົ້ນຄວ້າຮ່ຳຮຽນການປະຕິວັດສີແດງ......
ໂດຍ: ນ. ລ່າເກິມ ນັກຄົ້ນຄວ້າຈາກມະຫາວິທະຍາໄລສ້າງຄູຢຸນນານ
ໂລກໃນທຸກມື້ນີ້, ມີການຜັນແປຢ່າງໄວວາທີ່ສຸດ ທີ່ບໍ່ເຄີຍເຫັນໃນຮອບໜຶ່ງສະຕະວັດທີ່ຜ່ານມາ, ແຕ່ແນວໃດກໍຕາມ, ສັນຕິພາບ ແລະ ການພັດທະນາ ຍັງເປັນກະແສຫຼັກຂອງຍຸກສະໄໝ ປັດຈຸບັນ. ທ່າອ່ຽງຈຸດໝາຍປາຍທາງຮ່ວມຂອງບັນດາປະເທດໃນພາກພື້ນ ນັບມື້ພົ້ນເດັ່ນຂຶ້ນ. ສະນັ້ນ, ຕ້ອງຮ່ວມກັນສ້າງປະຊາຄົມຊາຕາກຳ. ປະເທດຈີນ, ຫວຽດນາມ ແລະ ລາວ ລ້ວນແຕ່ແມ່ນປະເທດສັງຄົມນິຍົມ ທີ່ມີອຸດົມການ, ໜ້າທີ່ປະຫວັດສາດ ແລະ ເປົ້າໝາຍການພັດທະນາທີ່ຄ້າຍຄືກັນ. ສະນັ້ນ, ການພົບປະແລກປ່ຽນວັດທະນະທຳດ້ານການປະຕິວັດ ກໍເລີ່ມກາຍເປັນກິດຈະກຳອັນສຳຄັນ ສຳລັບທັງ 3 ປະເທດ.
ວັນທີ 15 ເມສາ 2025, ຈີນ ແລະ ຫວຽດນາມ ໄດ້ລົງນາມໃນຖະແຫຼງການຮ່ວມຂອງສາທາລະນະລັດ ປະຊາຊົນຈີນ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ວ່າດ້ວຍການ “ສືບຕໍ່ລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ເລັ່ງລັດການກໍ່ສ້າງຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍຍຸດທະສາດ ຈີນ-ຫວຽດນາມ, ຫວຽດນາມ-ຈີນ”. ສອງຝ່າຍ ໄດ້ຢືນຢັນຄືນໃໝ່ວ່າ: ຄວນຖືວັນຄົບຮອບ 75 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງ ຈີນ-ຫວຽດນາມ, ຫວຽດນາມ-ຈີນ ໃນປີ 2025 ແລະ ປີແລກປ່ຽນວັດທະນະທຳ ຈີນ-ຫວຽດນາມ, ຫວຽດນາມ-ຈີນ ເປັນກາລະໂອກາດທີ່ດີແລະ ຄວນບຸກເບີກແຫຼ່ງຊັບພະຍາກອນສີແດງ ກ່ຽວກັບການໄປມາຫາສູ່ກັນ ຂອງສອງພັກ. ຝ່າຍຈີນ ໄດ້ເຊື້ອເຊີນຊາວໜຸ່ມຫວຽດນາມ ເຂົ້າຮ່ວມກິດຈະກຳການພົບປະແລກປ່ຽນວັດທະນະທຳ ດ້ານການປະຕິວັດສີແດງ, ເພື່ອສົ່ງເສີມໃຫ້ປະຊາຊົນສອງຊາດ ກໍຄືຊາວໜຸ່ມຂອງສອງຝ່າຍ ໄດ້ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ສ້າງມິດຕະພາບໄມຕີຈິດຂຶ້ນ.
ຈີນ ແລະ ຫວຽດນາມ ໄດ້ສ້າງມິດຕະພາບອັນເລິກເຊິ່ງ ນັບແຕ່ສະໄໝການປະຕິວັດເປັນຕົ້ນມາ. ສອງຝ່າຍ ຍາມໃດກໍຕໍ່ສູ້ຄຽງບ່າຄຽງໄຫຼ່ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນການຕໍ່ສູ້ຍາດເອົາຄວາມເປັນເອກະລາດຂອງຊາດ. ສອງຝ່າຍ ໄດ້ຮໍ່າຮຽນຊຶ່ງກັນ ແລະ ກັນ ຕະຫຼອດມາ, ໄດ້ຮ່ວມມືກັນຊອກຫາເສັ້ນທາງສັງຄົມນິຍົມທີ່ເໝາະສົມ ກັບສະພາບຕົວຈິງຂອງໃຜລາວ ແລະ ເສັ້ນທາງກ້າວໄປສູ່ຄວາມທັນສະໄໝ ທີ່ເປັນເອກະລັກຂອງຕົນເອງ. ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອທີ່ວ່າ; “ມິດຕະພາບຫວຽດນາມ-ຈີນ ເລິກເຊິ່ງ, ສະຫາຍ ແລະ ອ້າຍນ້ອງ” ທີ່ໄດ້ຮັບການສ້າງຕັ້ງ ແລະ ບຳລຸງຮັກສາຢ່າງຮອບຄອບ ໂດຍບັນດາການນຳຮຸ່ນເກົ່າເຊັ່ນ: ປະທານເໝົາເຈີຕົງ ແລະ ປະທານ ໂຮ່ຈິມິນ ສ້າງຂຶ້ນ, ນັບມື້ໝັ້ນຄົງເຂັ້ມແຂງ ແລະ ກາຍເປັນຊັບສົມບັດອັນລ້ຳຄ່າ ຂອງປະຊາຊົນສອງປະເທດ.
ໃນສະໄໝການປະຕິວັດຂອງຫວຽດນາມ, ປະທານ ໂຮ່ຈິມິນ ໄດ້ເຄື່ອນໄຫວເຮັດວຽກຢູ່ຈີນ ເປັນເວລາ 10 ກວ່າປີ ແລະ ເຄີຍໄດ້ໄປຢ້ຽມຢາມຫຼາຍເຂດແຄວ້ນຂອງຈີນເຊັ່ນ: ກວາງໂຈ່ວ, ຮົງກົງ, ຊຽງໄຮ້, ຫູໜານ, ຢຸນນານ ແລະ ກວາງຊີ. ປະສົບການປະຕິວັດຂອງທ່ານ ແມ່ນຕິດພັນກັບບົດຮຽນຂອງພັກກອມມູນິດຈີນ. ຈີນ ແລະ ຫວຽດນາມ ໄດ້ສ້າງບັນດາສະຖານທີ່ປະຫວັດສາດສີແດງ ຫຼື ຖານປະຕິວັດແລະ ເອກະສານອັນລ້ຳຄ່າຫຼາຍຢ່າງ, ໄດ້ສ້າງເປັນຊັບພະຍາກອນອັນອຸດົມສົມບູນ ໃຫ້ແກ່ວຽກງານຄົ້ນຄວ້າ ແລະ ການສຶກສາອົບຮົມ.
ໃນຊຸມປີມໍ່ໆມານີ້, ສະຖາບັນການສຶກສາຊັ້ນສູງ, ວິທະຍາໄລ ແລະ ມະຫາວິທະຍາໄລ, ຄະນະຊາວໜຸ່ມກອມມູນິດ ແລະ ຂະແໜງວັດທະນະທຳການທ່ອງທ່ຽວ ຂອງສອງປະເທດຈີນ ແລະ ຫວຽດນາມໄດ້ຈັດຕັ້ງການເຄື່ອນໄຫວຄົ້ນຄ້ວາ ແລະ ຮ່ຳຮຽນຂອງຊາວໜຸ່ມ ຕົ້ນຕໍແມ່ນ ຈັດຕັ້ງຄູ-ອາຈານ ແລະນັກຮຽນ, ນັກສຶກສາ ໄປຢ້ຽມຢາມເຂດປະຕິວັດຕ່າງໆ, ຮ່ວມກັນຈັດຕັ້ງສູນແລກປ່ຽນວັດທະນະທຳສີແດງແລະ ສ້າງເວທີຄົ້ນຄວ້າ, ສຶກສາຮູບແບບດີຈີຕອນ ແລະ ອື່ນໆ. ຜ່ານການເຄື່ອນໄຫວຄົ້ນຄວ້າ ແລະ ຮ່ຳຮຽນດ້ານການປະຕິວັດ ທີ່ໄດ້ກ່າວມາຂ້າງເທິງນີ້ ເປັນການຊ່ວຍເສີມຂະຫຍາຍເອກະລັກຂອງຊາດຂອງໄວໜຸ່ມ, ເສີມຂະຫຍາຍຈິດໃຈສີແດງ, ຮັດແໜ້ນພື້ນຖານຄວາມຄິດເຫັນຂອງປະຊາຊົນ ເພື່ອພັດທະນາການພົວພັນ ຈີນ-ຫວຽດນາມ ຢ່າງໝັ້ນຄົງ ແລະ ຊ່ວຍສ້າງຕົວແບບຂອງປະຊາຄົມຮ່ວມຊາຕາກຳມວນມະນຸດ ສຳລັບບັນດາປະເທດບ້ານໃກ້ເຮືອນຄຽງ.
ສະເພາະປະເທດຈີນ ແລະ ລາວ ກໍເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ ໂດຍມີອຸດົມການຮ່ວມກັນ ແລະ ຮ່ວມຊາຕາກຳນໍາກັນ. ພາຍໃຕ້ການຊີ້ນຳຍຸດທະສາດຂອງການນຳສູງສຸດຂອງສອງພັກ ແລະ ສອງປະເທດ. ສອງປະເທດ ໄດ້ຮ່ວມມືກັນເພື່ອຊອກຫາເສັ້ນທາງການພັດທະນາ ແລະ ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນຈີນ ແລະ ລາວ. ການພົບປະແລກປ່ຽນວັດທະນະທຳ ແລະ ການຮ່ວມມື ລະຫວ່າງ ຈີນກັບລາວ ແມ່ນວິທີໜຶ່ງທີ່ສຳຄັນ ໃນການຮັດແໜ້ນພື້ນຖານສັງຄົມ ແລະ ພື້ນຖານຈິດໃຈຂອງປະຊາຄົມມິດຕະພາບ ຈີນ-ລາວ. ໃນຖານະເປັນຊັບສິນປະຫວັດສາດຮ່ວມຂອງສາມປະເທດຈີນ, ຫວຽດນາມ ແລະ ລາວ, ວັດທະນະທຳສີແດງ ກໍຄືວັດທະນາທຳດ້ານປະຕິວັດ ໄດ້ນັບມື້ກາຍເປັນຈຸດເຊື່ອມຕໍ່ທີ່ສຳຄັນ ເພື່ອເພີ່ມທະວີການແລກປ່ຽນຊາວໜຸ່ມ, ລົງເລິກການຮ່ວມມືດ້ານວັດທະນະທຳ, ຮັດແໜ້ນການກໍ່ສ້າງປະຊາຄົມຮ່ວມກັນ ໃນອະນາຄົດ. ການສຶກສາ ແລະ ຄົ້ນຄວ້າສີແດງ ແມ່ນການລວມຕົວກັນແບບກາຍອິນຊີຂອງຄວາມຊົງຈຳປະຫວັດສາດທົ່ວໄປ ຂອງສາມປະເທດ ແລະ ຄວາມຕ້ອງການຕົວຈິງ, ເປັນເສັ້ນທາງທີ່ສຳຄັນ ເພື່ອເສີມຂະຫຍາຍເອກະລັກທາງດ້ານການເມືອງ ແລະ ຄວາມໝັ້ນໃຈທາງປະຫວັດສາດຂອງຊາວໜຸ່ມ. ຈີນ ແລະ ລາວ ຄວນລົງເລິກບຸກເບີກພັດທະນາແຫຼ່ງຊັບພະຍາກອນ “ສີແດງ” ແລະ ສືບສານມູນເຊື້ອມິດຕະພາບອັນດີງາມຂອງສອງປະເທດ ໂດຍສະເພາະແມ່ນເຂດຊາຍແດນທີ່ມີຮ່ອງຮອຍປະຫວັດ ສາດ ແຫ່ງການຕ້ານການຮຸກຮານຮ່ວມກັນຂອງສອງປະເທດ ຈີນ-ລາວ ເປັນຈຳນວນຫຼວງຫຼາຍ ແລະສະຖານທີ່ຂອງໂຄງການຊ່ວຍເຫຼືອຈີນ ໄດ້ຮັບການຮັກສາໄວ້ເຊັ່ນ: ອະນຸສາວະລີ ແລະ ຫໍພິພິທະພັນປະຫວັດສາດ ທີ່ບັນທຶກປະຫວັດການຊ່ວຍເຫຼືອແກ່ລາວ ຢູ່ແຂວງຢຸນນານ, ສະຖານທີ່ “ບັ້ນຮົບທົ່ງພຽງ”ແຂວງຊຽງຂວາງ, ສຳນັກງານໃຫຍ່ອັນເກົ່າຂອງຂ່າວສານປະເທດລາວ, ສຸສານນັກຮົບເສຍສະຫຼະຊີວິດ ແລະ ອື່ນໆ. ພ້ອມທັງມີ “ຈິດໃຈວິສະວະກຳສີແດງ” ທີ່ສ້າງຂຶ້ນໃນລະຫວ່າງການກໍ່ສ້າງທາງລົດໄຟ ລາວ-ຈີນ ຂອງຍຸກສະໄໝໃໝ່.
ຈີນ, ຫວຽດນາມ, ລາວ ມີປະຫວັດການປະຕິວັດອັນເລິກເຊິ່ງ ຍາວນານ ແລະ ມີປະສົບການໃນການຕໍ່ສູ້ຕ້ານຈັກກະພັດ ແລະ ຕ້ານພວກລ່າເມືອງຂຶ້ນຮ່ວມກັນ. ໃນໄລຍະນັ້ນ, ໄດ້ກຳເນີດເກີດຂຶ້ນ ແລະ ບຳລຸງສ້າງອຸດົມການດ້ານການເມືອງ ແລະ ຄ່ານິຍົມທີ່ຄ້າຍຄືກັນ. ຜ່ານການເຄື່ອນໄຫວຄົ້ນຄ້ວາ ແລະຮ່ຳຮຽນດ້ານການປະຕິວັດ, ຈະມີຜົນດີໃນການການສົ່ງເສີມຄວາມເຊື່ອຖືໃນການພັດທະນາໂດຍສັນຕິ ແລະ ສ້າງຄວາມເຫັນດີເຫັນພ້ອມ ດ້ານອຸດົມຄະຕິ ກໍຄືຮູບຖານຈິດສຳນຶກ ແລະ ສາມາດເພີ່ມທະວີຄວາມສາມັກຄີດ້ານວັດທະນະທຳຂອງພາກພື້ນ. ການເຄື່ອນໄຫວຄົ້ນຄ້ວາ ແລະ ຮ່ຳຮຽນດ້ານການປະຕິວັດ ແມ່ນການປະສານສົມທົບແບບອິນຊີຂອງຄວາມຊົງຈຳທາງປະຫວັດສາດຕົວຈິງ ລະຫວ່າງ ສາມປະເທດ ຈີນ, ຫວຽດນາມ ແລະ ລາວ ໃນປັດຈຸບັນ, ເປັນຊ່ອງທາງທີ່ສຳຄັນ ເພື່ອເສີມຂະຫຍາຍການເຊື່ອຖືທາງດ້ານການເມືອງ ແລະ ຄວາມເຊື່ອໝັ້ນດ້ານປະຫວັດສາດ ໃຫ້ແກ່ຊາວໜຸ່ມ. ການຂະຫຍາຍ ການເຄື່ອນໄຫວຄົ້ນຄ້ວາ ແລະ ຮ່ຳຮຽນດ້ານການປະຕິວັດ ບໍ່ພຽງແຕ່ເປັນທາງເລືອກຍຸດທະສາດ ເພື່ອລົງເລິກການຮ່ວມມືສອງຝ່າຍ ຫຼື ສາມຝ່າຍ ແຕ່ຍັງເປັນພື້ນຖານດ້ານວັດທະນະທໍາ ແລະ ການຝຶກອົບຮົມຕົວຈິງ ໃນການກໍ່ສ້າງປະຊາຄົມຮ່ວມຊາຕາກຳ ສຳລັບບັນດາປະເທດອ້ອມຂ້າງໃນຕໍ່ໜ້າ. ຄວນສືບຕໍ່ເປີດກວ້າງຊ່ອງທາງການເຄື່ອນໄຫວຄົ້ນຄ້ວາ ແລະ ຮ່ຳຮຽນດ້ານການປະຕິວັດ, ລົງເລິກການແລກປ່ຽນ ລະຫວ່າງຊາວໜຸ່ມ ຢູ່ບັນດາປະເທດ, ທ້ອນໂຮມຈິດໃຈສາມັກຄີຂອງພາກພື້ນ ດ້ວຍນ້ຳໃຈສີແດງປະຕິວັດແລະ ສະໜອງສິ່ງຄ້ຳປະກັນດ້ານວັດທະນາທຳອັນໜັກແໜ້ນ ເພື່ອບັນລຸການພັດທະນາຮ່ວມກັນ ແລະ ສັນຕິພາບ.

ຜູ້ໂດຍສານທີ່ຮັກແພງທຸກທ່ານ.............      ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງປະຊາຊົນໂດຍໄວເທົ່າທີ່ຈະໄວໄດ້, ທ...
24/07/2025

ຜູ້ໂດຍສານທີ່ຮັກແພງທຸກທ່ານ.............
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງປະຊາຊົນໂດຍໄວເທົ່າທີ່ຈະໄວໄດ້, ທາງລົດໄຟລາວ-ຈີນ ໄດ້ຈັດຕັ້ງປຸກລະດົມພະນັກງານເຮັດວຽກທັງເວັນ ແລະ ຄືນ ເພື່ອລົງເລິກກວດກາສະພາບແລວເສັ້ນທາງ, ອຸປະກອນກົນຈັກ ແລະ ສະຖານີລົດໄຟ ຢ່າງຖີ່ຖ້ວນຮອບດ້ານ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານຊາບວ່າ:
ບົນພື້ນຖານທີ່ສາມາດຮັບປະກັນຄວາມປອດໄພໃນການຂົນສົ່ງ, ທາງລົດໄຟລາວ-ຈີນ ຈະກັບມາໃຫ້ບໍລິການລົດໄຟ EMU ຖ້ຽວ C92/C91 (ນະຄອນຫຼວງວຽງຈັນ - ຫຼວງພະບາງ), ລົດໄຟທຳມະດາຖ້ຽວ K12/K11 (ນະຄອນຫຼວງວຽງຈັນ - ບໍ່ເຕ່ນ) ນັບແຕ່ວັນທີ 24 ກໍລະກົດ 2025 ເປັນຕົ້ນໄປ. ພ້ອມນັ້ນ, ໃນວັນທີ 24 ຍັງຈະເພີ່ມຖ້ຽວລົດໄຟ EMU C96/C95 (ນະຄອນຫຼວງວຽງຈັນ - ບໍ່ເຕ່ນ) ເພື່ອຊ່ວຍເຫຼືອຜູ້ໂດຍສານທີ່ຕົກຄ້າງໃນສອງສາມມື້ທີ່ຜ່ານມາ ໃຫ້ສາມາດໄປສູ່ຈຸດໝາຍປາຍທາງຕາມການຄອງຄອຍ. ສ່ວນລົດໄຟຖ້ຽວອື່ນໆ ແມ່ນຈະທະຍ່ອຍກັບມາແລ່ນລົດຢ່າງເປັນປົກກະຕິ ໂດຍອີງໃສ່ສະພາບອາກາດ ແລະ ແລວເສັ້ນທາງ.
ທ່ານສາມາດຕິດຕາມຂໍ້ມູນທີ່ກ່ຽວຂ້ອງ ຜ່ານທາງແອັບຂາຍປີ້ອອນລາຍ LCR Ticket, ແຈ້ງການຂອງສະຖານີ ແລະ ໜ້າເຟສບຸກຂອງບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ເພື່ອຈັດແຜນການເດີນທາງຂອງທ່ານໃຫ້ເໝາະສົມດ້ວຍ.
ໃນໄລຍະວິກິດນໍ້າຖ້ວມນີ້, ພະນັກງານທັງໝົດຂອງທາງລົດໄຟລາວ - ຈີນ ແມ່ນຢຶດໝັ້ນປະຈຳການເພື່ອເຝົ້າລະວັງກວດກາຢູ່ແນວໜ້າ, ທັງນີ້ກໍເພື່ອປົກປັກຮັກສາທາງລົດໄຟແຫຼ່ງຊີວິດເສັ້ນນີ້ໃຫ້ມີຄວາມໂລ່ງລ່ຽນ ແລະ ຮັບປະກັນໃຫ້ຜູ້ໂດຍສານນັບໝື່ນນັບແສນຄົນ ເດີນທາງດ້ວຍຄວາມປອດໄພສູງ. ທາງລົດໄຟລາວ-ຈີນ ຈະຢູ່ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວສະໝີ ຮ່ວມຜ່ານຜ່າອຸປະສັກຮ້ອຍຢ່າງພັນແນວໄປດ້ວຍກັນ.

ກາຕາ ສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036.........ຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການໂອແລັມປິກ ຂອງກາຕາ ເປີດເຜີຍໃນວັ...
24/07/2025

ກາຕາ ສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036.........
ຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການໂອແລັມປິກ ຂອງກາຕາ ເປີດເຜີຍໃນວັນທີ 22 ກໍລະກົດ ຜ່ານມາວ່າ, ກາຕາ ໄດ້ຍື່ນສະເໜີຢ່າງເປັນທາງການເພື່ອຂໍເປັນເຈົ້າພາບຈັດງານກິລາໂອແລັມປິກ ແລະ ພາຣາລິມປິກ ເກມ ປີ 2036. ໂດຍຖ້າຫາກໄດ້ຖືກເລືອກ, ກາຕາ ຈະກາຍເປັນປະເທດທໍາອິດຈາກຕາເວັນອອກກາງ ແລະ ອາຟຣິກາເໜືອ ທີ່ຈະເປັນເຈົ້າພາບຈັດການແຂ່ງຂັນກິລາທີ່ໃຫຍ່ທີ່ສຸດຂອງໂລກ.
ທ່ານ ຊີກໂຈອານ ບິນ ຮາໝັດ ອັລທານີ ປະທານຄະນະກໍາມະການໂອແລັມປິກກາຕາ ກ່າວວ່າ: ກາຕາ ມີຄວາມພ້ອມດ້ານໂຄງສ້າງພື້ນຖານທາງກິລາແລ້ວ ກວ່າ 95% ແລະ ມີແຜນພັດທະນາຢ່າງກວມລວມເພື່ອຍົກລະດັບຄວາມພ້ອມເປັນ 100%
ຖະແຫຼງການຂອງ ທ່ານ ຊີກ ອັລທານີ ລະບຸວ່າ: ພວກເຮົາສືບຕໍ່ຄວາມສໍາເລັດອັນຍິ່ງໃຫຍ່ຈາກການເປັນເຈົ້າພາບເຕະບານໂລກ 2022 (FIFA World Cup) ດ້ວຍຄວາມມຸ່ງໝັ້ນທີ່ຈະຮວມເອົາໂລກໄວ້ພາຍໃຕ້ຄຸນຄ່າຂອງໂອແລັມປິກ ເຊັ່ນດຽວກັບທີ່ພວກເຮົາໄດ້ເຮັດມາແລ້ວໃນປີ 2022 ຊຶ່ງມີແຟນບານຫຼາຍກວ່າໜຶ່ງລ້ານຄົນເດີນທາງມາຍັງນະຄອນຫຼວງໂດຮາ, ກາຕາ ກໍາລັງສ້າງມໍລະດົກໃໝ່ ທັງໃນດ້ານການພັດທະນາທັກສະ ແລະ ການສ້າງໂອກາດທາງເສດຖະກິດສໍາລັບປະຊາຊົນ.
ທັງນີ້, ໂດຮາ ຊຶ່ງເປັນນະຄອນຫຼວງຂອງກາຕາ ມີກຳນົດເປັນເຈົ້າພາບຈັດການແຂ່ງຂັນກິລາເອຊຽນເກມປີ 2030, ຖືເປັນຂີດໝາຍສຳຄັນອີກອັນໜຶ່ງຂອງປະເທດໃນເສັ້ນທາງສູ່ການເປັນເຈົ້າພາບຈັດງານກິລາໂອແລັມປິກ.
ເຖິງຢ່າງໃດກໍຕາມ, ສະພາບອາກາດທີ່ຮ້ອນເອົ້າຂອງພາກພື້ນຍັງເປັນຄວາມກັງວົນທີ່ສຳຄັນ. ໂດຍໃນວັນທີ 22 ກໍລະກົດ ຜ່ານມາ ອຸນຫະພູມໃນນະຄອນຫຼວງໂດຮາ ສູງເຖິງ 44 ອົງສາເຊ.
ສຳລັບການສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036 ນັ້ນ, ປັດຈຸບັນມີຜູ້ສະເໜີແລ້ວຫຼາຍປະເທດລວມທັງຕວັກກີ, ອິນເດຍ, ອິນໂດເນເຊຍ ແລະ ຊີເລ, ໃນຂະນະທີ່ອີກຫຼາຍປະເທດພວມຢູ່ລະຫວ່າງການພິຈາລະນາເຊັ່ນ: ຊາອຸດິດ ອາຣັບບີ, ສ ເກົາຫຼີ, ເອຢິບ, ອີຕາລີ, ເຢຍລະມັນ, ດານມາກ ແລະ ການາດາ.
ທັງນີ້, ສຳລັບເຈົ້າພາບໂອແລັມປິກລະດູຮ້ອນໄດ້ຖືກຕັດສິນແລ້ວຄື: ນະຄອນລອສແອນເຈລິສ ສະຫະລັດອາເມຣິກາ ໃນປີ 2028 ແລະ ເມືອງບຣິນເບນ ປະເທດອົສຕຣາລີ ໃນປີ 2032.

ສະຫະລັດ ອາເມຣິກາ ປະກາດຈະຖອນຕົວອອກຈາກອົງການ UNESCO .....ຂ່າວສານຊີອາໄອລາຍງານວ່າ:  ໃນວັນທີ 22 ກໍລະກົດ ຜ່ານມານີ້, ທ່ານນາງ ແທ...
24/07/2025

ສະຫະລັດ ອາເມຣິກາ ປະກາດຈະຖອນຕົວອອກຈາກອົງການ UNESCO .....
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 22 ກໍລະກົດ ຜ່ານມານີ້, ທ່ານນາງ ແທມມີ ບຣູຊ ໂຄສົກກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ອອກຖະແຫຼງການວ່າ: ສະຫະລັດ ອາເມຣິກາ ໄດ້ແຈ້ງຂໍ້ຕົກລົງກ່ຽວກັບ ສະຫະລັດ ອາເມຣິກາ ຈະຖອນຕົວອອກຈາກອົງການເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ ຫຼື UNESCO ຕໍ່ທ່ານນາງ ອໍເດຣ ອາຊູເລ ຜູ້ອຳນວຍການໃຫຍ່ອົງການ UNESCO. ອີງຕາມຂັ້ນຕອນທີ່ກ່ຽວຂ້ອງ, ສະຫະລັດ ອາເມຣິກາ ຈະຖອນຕົວອອກຈາກອົງການ UNESCO ຢ່າງເປັນທາງການໃນວັນທີ 31 ທັນວາປີ 2026.
ຖະແຫຼງການລະບຸວ່າ: ການເຂົ້າຮ່ວມອົງການ UNESCO ຢ່າງຕໍ່ເນື່ອງ “ບໍ່ສອດຄ່ອງກັບຜົນປະໂຫຍດແຫ່ງຊາດຂອງ ສະຫະລັດ ອາເມຣິກາ ”, ການທີ່ອົງການ UNESCO ຮັບເອົາປາແລັດສະຕິນເປັນປະເທດສະມາຊິກ “ຂັດກັບນະໂຍບາຍຂອງ ສະຫະລັດ ອາເມຣິກາ”.
ນີ້ເປັນຄັ້ງທີ 3 ທີ່ ສະຫະລັດ ອາເມຣິກາ ໄດ້ປະກາດຖອນຕົວອອກຈາກອົງການດັ່ງກ່າວ. ໃນມື້ດຽວກັນ, ທ່ານນາງ ອໍເດຣ ອາຊູເລ ຜູ້ອຳນວຍການໃຫຍ່ອົງການ UNESCO ໄດ້ອອກຖະແຫຼງການ: ສະແດງຄວາມເສຍໃຈຕໍ່ການກະທຳຂອງ ສະຫະລັດ ອາເມຣິກາ ແລະ ໄດ້ຊີ້ອອກວ່າການກະທຳຄັ້ງນີ້ “ລະເມີດຕໍ່ຫຼັກການພື້ນຖານຂອງລັດທິຫຼາຍຝ່າຍ.”

WHO ເຕືອນ ໄວຣັດ Chikungunya ມີຄວາມສ່ຽງແຜ່ລາມລະດັບສູງ........ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ອົງການອະນາ...
24/07/2025

WHO ເຕືອນ ໄວຣັດ Chikungunya ມີຄວາມສ່ຽງແຜ່ລາມລະດັບສູງ........
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ມີການດຳເນີນງານໂດຍດ່ວນເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັດຊີຄຸນກຸນຢາ (Chikungunya) ຊຶ່ງເປັນພະຍາດທີ່ຕິດເຊື້ອໂດຍຍຸງ ໄດ້ເກີດມີການລະບາດຮອບໃໝ່ຢູ່ບັນດາປະເທດອາຟຣິກາ ແລະ ມະຫາສະໝຸດອິນເດຍ ພວມແຜ່ລາມອອກສູ່ວົງກວ້າງ.
WHO ລາຍງານວ່າ: ປັດຈຸບັນ ຄາດວ່າມີຈຳນວນ 5.9 ຕື້ຄົນ ໃນ 119 ປະເທດ ມີຄວາມສ່ຽງຕິດໄວຣັດດັ່ງກ່າວ ແລະ ຈະມີອາການເປັນໄຂ້ສູງ, ປວດຂໍ່ ແລະ ພິການແກ່ຍາວ. ການລະບາດໃນປີ 2004 - 2005 ຂອງໄວຣັດດັ່ງກ່າວ ໄດ້ສົ່ງຜົນກະທົບເຖິງປະຊາຊົນເກືອບເຄິ່ງລ້ານຄົນ, ສ່ວນໃຫຍ່ແມ່ນຢູ່ບັນດາເຂດເກາະນ້ອຍ ກ່ອນທີ່ຈະແຜ່ລາມອອກສູ່ທົ່ວໂລກ.
ການແຜ່ລະບາດຂອງໄວຣັດ Chikungunya ໄດ້ເລີ່ມເກີດຂຶ້ນໃນຕົ້ນປີ 2025 ໂດຍການແຜ່ລະບາດຄັ້ງໃຫຍ່ຢູ່ທະວີບອາຟຣິກາ. ຫຼັງຈາກນັ້ນ ໄດ້ແຜ່ລາມອອກສູ່ປະເທດອາຟຣິກາ, ອິນເດຍ ແລະ ອາຊີຕາເວັນອອກສ່ຽງໃຕ້.
ບັນດາປະເທດເອີຣົບ ກໍປະກົດມີກໍລະນີຕິດເຊື້ອຈາກພາຍນອກເຂົ້າມາທະວີບນີ້.

ສຳມະນາວິທະຍາສາດ ແຜນພັດທະນາລະບົບສານປະຊາຊົນ............    ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຕໍ່ຮ່າງລາ...
24/07/2025

ສຳມະນາວິທະຍາສາດ ແຜນພັດທະນາລະບົບສານປະຊາຊົນ............
ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຕໍ່ຮ່າງລາຍງານການເມືອງ ແລະ ແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V ຂຶ້ນໃນວັນທີ 24 ກໍລະກົດ ນີ້ ທີ່ ສປສສ, ພາຍໃຕ້ການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີບັນດາຄະນະປະຈຳພັກ, ກຳມະການຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ສະມາຊິກພັກອາວຸໂສບໍານານນັກຄົ້ນຄວ້າປະລິນຍາເອກປະລິນຍາໂທ ເຂົ້າຮ່ວມ.
ທ່ານ ບຸນຂວາງ ທະວີສັກ ໄດ້ກ່າວວ່າ: ຈຸດປະສົງຂອງການຈັດສຳມະນາວິທະຍາສາດໃນຄັ້ງນີ້ ແມ່ນເພື່ອເປັນການລະດົມແນວຄວາມຄິດຕໍ່ຮ່າງບົດລາຍງານການເມືອງ ແລະ ແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V (2026-2030) ແລະ ກອງປະຊຸມຈະໄດ້ພ້ອມກັນຮັບຟັງ ແລະ ຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ບັນດາເນື້ອໃນເອກະສານສຳຄັນດັ່ງນີ້: 1) ເພື່ອດຳເນີນການກວດກາ, ຕີລາຄາຄືນຕໍ່ກັບການຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງກົມການເມືອງສູນກາງພັກຕໍ່ກັບເນື້ອໃນຮ່າງບົດລາຍງານເມືອງ ວ່າມີເນື້ອໃນທີ່ຄົບຖ້ວນຕາມຄໍາແນະນໍາສະບັບເລກທີ 05/ຫສພ, ລົງວັນທີ 31 ຕຸລາ 2023 ຂອງຫ້ອງວ່າການສູນກາງພັກ; 2) ຜ່ານຮ່າງແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V (2026-2030) ແລະ 3) ຮັບຟັງການປະກອບຄຳເຫັນຂອງບັນດາສະຫາຍສະມາພັກ-ພະນັກງານ, ນັກຄົ້ນຄວ້າ, ພະນັກງານອາວຸໂສ ບໍານານ ຕໍ່ 2 ຮ່າງເອກະສານດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນສົມບູນຍິ່ງຂຶ້ນ.
(ຂໍ້ມູນ ສປສສ, ຂ່າວ: ຕຸໄລເພັດ)

Address


Alerts

Be the first to know and let us send you an email when ປະຊາຊົນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ປະຊາຊົນ:

Shortcuts

  • Address
  • Telephone
  • Alerts
  • Contact The Business
  • Claim ownership or report listing
  • Want your business to be the top-listed Media Company?

Share