ສານຝັນຮັກອ່ານ Sanfun Laos

ສານຝັນຮັກອ່ານ Sanfun Laos ຈັດພິມ ແລະ ຈັດຈໍາໜ່າຍ ປຶ້ມນິທານເດັກ?

ສໍາເລັດສິ້ນສຸດແລ້ວ ກັບການຝຶກອົບຮົມ ການສ້າງແຜນກິດຈະກໍາສົ່ງເສີມການອ່ານ ຮ່ວມກັບຫໍສະໝຸດແຫ່ງຊາດ. ເປັນໜຶ່ງອາທິດທີ່ໄດ້ຮ່ວມຮຽນຮູ...
12/09/2022

ສໍາເລັດສິ້ນສຸດແລ້ວ ກັບການຝຶກອົບຮົມ ການສ້າງແຜນກິດຈະກໍາສົ່ງເສີມການອ່ານ ຮ່ວມກັບຫໍສະໝຸດແຫ່ງຊາດ. ເປັນໜຶ່ງອາທິດທີ່ໄດ້ຮ່ວມຮຽນຮູ້ ແລກປ່ຽນປະສົບການອັນດີ ກັບບັນດາອ້າຍເອື້ອຍນ້ອງທີ່ມີພັນທະກິດ #ສານຝັນຮັກອ່ານ ນໍາກັນ.
#ສານຝັນຮັກອ່ານ
#ກິດຈະກໍາສົ່ງເສີມການອ່ານ
#ຫໍສະໝຸດແຫ່ງຊາດ

ຢາກໃຫ້ລູກມັກອ່ານ....ບໍ່ຈໍາເປັນຕ້ອງອ່ານເທື່ອລະຫຼາຍໆ ບາດດຽວດີທີ່ສຸດ...ແມ່ນການອ່ານມື້ລະໜ້ອຍ ມື້ລະໜ້ອຍຄ່ອຍໆອ່ານກັບລູກ... ທຸກ...
12/09/2022

ຢາກໃຫ້ລູກມັກອ່ານ....ບໍ່ຈໍາເປັນຕ້ອງອ່ານເທື່ອລະຫຼາຍໆ ບາດດຽວ
ດີທີ່ສຸດ...ແມ່ນການອ່ານມື້ລະໜ້ອຍ ມື້ລະໜ້ອຍ
ຄ່ອຍໆອ່ານກັບລູກ... ທຸກໆມື້...
ຢ້າງໜ້ອຍມື້ລະເຫຼັ້ມ
.....
ນິທານເດັກ ບໍ່ໄດ້ຍາວ... ຖ້າໄດ້ອ່ານໃຫ້ລູກແລ້ວ
ຈະຮູ້ວ່າ ມື້ລະເຫຼັ້ມອາດຈະບໍ່ພໍ....
ເພາະລູກຈະບອກວ່າ ອ່ານອີກ... ອ່ານອີກ
...
👉ມາອ່ານປຶ້ມໃຫ້ລູກ ມື້ລະເຫຼັ້ມ ກັບແອັບພລີເຄຊັ່ນ Let's Read
Let's Read ມີປຶ້ມທີ່ຫຼາກຫຼາຍ ກວ່າ 8,000 ເຫຼັ້ມ
ຜູ້ປົກຄອງສາມາດອ່ານໜັງສຶນິທານ
ໄດ້ຜ່ານເວັບໄຊ https://www.letsreadasia.org/
ແລະ ສາມາດດາວໂຫຼດແອັບພລີເຄຊັນນີ້ໄດ້ທີ່:
https://bit.ly/3BeTLBu


#ນິທານມ່ວນຊວນອ່ານ
#ສານຝັນຮັກອ່ານ

 #ສານຝັນຮັກອ່ານ ຂໍເລົ່າເລື່ອງຕໍ່ຍອດ ກິດຈະກໍາ  #ເລື່ອງເລົ່າຈາກຮູບ ໃນກິດຈະກໍາວັນເດັກ ທີ່ຜ່ານມາ.......ດີໃຈກັບອີກບາດກ້າວໜຶ່ງ...
11/09/2022

#ສານຝັນຮັກອ່ານ ຂໍເລົ່າເລື່ອງຕໍ່ຍອດ ກິດຈະກໍາ #ເລື່ອງເລົ່າຈາກຮູບ ໃນກິດຈະກໍາວັນເດັກ ທີ່ຜ່ານມາ.......
ດີໃຈກັບອີກບາດກ້າວໜຶ່ງຂອງນ້ອງພິມມະຈັນ ແສນຄໍາ (ຈິງຈີ້) ທີ່ໄດ້ຮ່ວມຝຶກ ແລະ ສ້າງສັນຜົນງານຂອງຕົນເອງ ກັບນິທານ 6 ເລື່ອງທີ່ກໍາລັງຢູ່ໃນຂັ້ນຕອນຕໍ່ໄປຂອງການພັດທະນາປຶ້ມ. ...
ຍິ່ງໄດ້ຮູ້ຈັກນ້ອງຈິງຈີ້ ຜ່ານການເຮັດວຽກຮ່ວມ ຍິ່ງແພງນ້ອງ ເພາະ ເຫັນໄດ້ເຖິງຄວາມຕັ້ງໃຈ ໃສ່ໃຈ ແລະ ພັດທະນາການ ການຂຽນຂອງນ້ອງ. ຂອບໃຈທັງຜູ້ປົກຄອງ ທີ່ໃຫ້ການສະໜັບສະໜູນນ້ອງ ໃຫ້ເປັນຄົນດຸໝັ່ນ, ຫ້າວຫັນ, ຊອກຮູ້ ແລະ ມີຄວາມສົນໃຈໃນການພັດທະນາຕົນເອງຕະຫຼອດເວລາ. ..
ວຽກທີ່ມອບໃຫ້ນ້ອງ ກໍສໍາເລັດຕາມເປົ້າໝາຍ ແລະ ກໍານົດເວລາ ກ່ອນການເຂົ້າຮຽນສົກຮຽນໃໝ່. ດີໃຈ ແລະ ຂອບໃຈນ້ອງຈິງຈີ້ສໍາລັບການປະກອບສ່ວນ ໃນການເປັນນັກຂຽນໜຸ່ມນ້ອຍ ທີ່ເປັນສ່ວນໜຶ່ງ ຂອງການເລີ່ມຕົ້ນ ຊຸມຊົນສານຝັນຮັກອ່ານ....
ສານຝັນຮັກອ່ານ ກໍາລັງ ດໍາເນີນຂັ້ນຕອນຕໍ່ໄປ ກັບການພັດທະນາຜົນງານຂອງນ້ອງຈິງຈີ້....
ລໍຖ້າຕິດຕາມຜົນງານຂອງນ້ອງເດີ...

#ສານຝັນຮັກອ່ານ
#ເລື່ອງເລົ່າຈາກຮູບ

📕🤗 ນິທານເລື່ອງໃຫມ່ຈາກ Let's Read ມາແລ້ວ.... #ອາສາສານຝັນຮັກອ່ານ ຂໍມາພາອ່ານນິທານເລື່ອງ  #ສູ່ຂວັນໃຫ້ແມ່ຕູ້https://youtu.be/...
10/09/2022

📕🤗 ນິທານເລື່ອງໃຫມ່ຈາກ Let's Read ມາແລ້ວ....
#ອາສາສານຝັນຮັກອ່ານ ຂໍມາພາອ່ານນິທານເລື່ອງ
#ສູ່ຂວັນໃຫ້ແມ່ຕູ້
https://youtu.be/sRFcxsGXOJU

👉👉ຜູ້ປົກຄອງ ສາມາດດາວໂຫຼດແອັບພລີເຄຊັ່ນນິທານ Let's Read ໄດ້ທີ່ https://bit.ly/3BeTLBu ເພື່ອພານ້ອງໆອ່ານນິທານອື່ນໆເພິ່ມເຕີມ ເຊິ່ງໃນແອັບນີ້ຈະມີນິທານຫລາກຫລາຍພາສາ ທີ່ເຮົາເຊື່ອວ່າ ນ້ອງໆຕ້ອງມັກແນ່ນອນ.

ວັນທີ 8 ກັນຍາ ທຸກປີ ແມ່ນວັນລຶບລ້າງການກືກໜັງສືຂໍແນະນໍາ ຜູ້ປົກຄອງ ແລະ ນ້ອງໆ ແອັບອ່ານນິທານອອນລາຍແອັບພລີເຄຊັ່ນ Let's Read ມີ...
08/09/2022

ວັນທີ 8 ກັນຍາ ທຸກປີ ແມ່ນວັນລຶບລ້າງການກືກໜັງສື
ຂໍແນະນໍາ ຜູ້ປົກຄອງ ແລະ ນ້ອງໆ ແອັບອ່ານນິທານອອນລາຍ
ແອັບພລີເຄຊັ່ນ Let's Read ມີຫຍັງແດ່?
ຜູ້ປົກຄອງສາມາດອ່ານໜັງສຶນິທານ ກວ່າ 8,000 ເຫຼັ້ມ
ໄດ້ຜ່ານເວັບໄຊ https://www.letsreadasia.org/
ແລະ ສາມາດດາວໂຫຼດແອັບພລີເຄຊັນນີ້ໄດ້ທີ່:
https://bit.ly/3BeTLBu


#ນິທານມ່ວນຊວນອ່ານ
#ສານຝັນຮັກອ່ານ

ສຳລັບຜູ້ປົກຄອງເຂດໃກ້ດົງໂດກ ... ອີກທາງເລືອກຄຸນນະພາບສຳລັບເດັກອະນຸບານ
24/07/2022

ສຳລັບຜູ້ປົກຄອງເຂດໃກ້ດົງໂດກ ... ອີກທາງເລືອກຄຸນນະພາບສຳລັບເດັກອະນຸບານ

🌿 ໃຫ້ແລັບຫຼັງບ້ານເປັນອີກທາງເລືອກໜຶ່ງຂອງການສຶກສາໃນໄວເດັກທີ່ມີຄຸນະພາບສູງສຸດສໍາລັບລູກຫຼານທ່ານ.
🌿 ພາກລ້ຽງເດັກ-ອະນຸບານ (1 ປີ 6 ເດືອນ - 6 ປີ) ເປີດໃຫ້ລົງທະບຽນແລ້ວສໍາລັບສົກຮຽນ 2022-2023.
🌿 ທ່ານສາມາດສຶກສາຂໍ້ມູນເພີ່ມເຕີມກ່ຽວກັບໂຮງຮຽນ, ວິທີການຮຽນການສອນ, ຄ່າຮຽນ, ສ່ວນຫຼຸດ ແລະ ນັດເວລາຢ້ຽມຢາມໂຮງຮຽນຜ່ານທາງຂໍ້ຄວາມ ຫຼື ໂທສອບຖາມ/ວັອດແອັບໄດ້ທີ່ເບີ +85620 56664763 ຫຼື ສົ່ງອີເມວມາທີ່ [email protected]
📍 ສະຖານທີ່ຕັ້ງຢູ່ບ້ານດອນໜູນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
https://goo.gl/maps/zfVQZWcbnt35sXDN9
___________________________________________
🌿 Give your child the best start in life with a quality Lab Langban Reggio Emilia inspired preschool education.
🌿 2022-2023 school year is now open for enrolment for children 1 year 6 months – 6 years.
🌿 Please contact us via Lab Langban messenger or call/WhatsApp us at +85620 56664763 or write to [email protected] for more information about the school, our learning approach, school fee and discounts and school tour booking.
📍 Donnoon Viilage, Xaythany District, Vientiane Capital
https://goo.gl/maps/zfVQZWcbnt35sXDN9

ຂໍສະແດງຄວາມຍິນດີກັບບັນດານ້ອງໆ ຈາກໂຮງຮຽນເຈນນິດາ, ແຂວງຊຽງຂວາງ ທີ່ໄດ້ຮັບລາງວັນກັບກິດຈະກຳ  #ເລື່ອງເລົ່າຈາກຮູບ ທີ່ຜ່ານມາ. ຂອງ...
09/06/2022

ຂໍສະແດງຄວາມຍິນດີກັບບັນດານ້ອງໆ ຈາກໂຮງຮຽນເຈນນິດາ, ແຂວງຊຽງຂວາງ ທີ່ໄດ້ຮັບລາງວັນກັບກິດຈະກຳ #ເລື່ອງເລົ່າຈາກຮູບ ທີ່ຜ່ານມາ. ຂອງລາງວັນ ແລະ ຂອງທີ່ລະລຶກ ຫາກໍຈັດສົ່ງຮອດນ້ອງໆມື້ນີ້.
ຂໍຂອບໃຈເປັນຢ່າງສູງ ຕໍ່ຜູ້ອຳນວຍການ ແລະ ຄູອາຈານ ໂຮງຮຽນເຈນນິດາ ທີ່ນຳພານັກຮຽນເຂົ້າຮ່ວມກິດຈະກຳໃນຄັ້ງນີ້.

ຂໍສະແດງຄວາມຍິນດີກັບນ້ອງພິມມະຈັນ ແລະ ເບັນຢາມິນ ກັບ ບົດເລື່ອງທີ່ໄດ້ຮັບລາງວັນໃນການປະກວດ  #ເລື່ອງເລົ່າຈາກຮູບ ...ເພື່ອສົ່ງເສີ...
03/06/2022

ຂໍສະແດງຄວາມຍິນດີກັບນ້ອງພິມມະຈັນ ແລະ ເບັນຢາມິນ ກັບ ບົດເລື່ອງທີ່ໄດ້ຮັບລາງວັນໃນການປະກວດ #ເລື່ອງເລົ່າຈາກຮູບ ...
ເພື່ອສົ່ງເສີມນ້ອງໆນັກຂຽນໃຫ້ໄດ້ມີສື່ການອ່ານທີ່ຫຼາກຫຼາຍຍິ່ງຂຶ້ນ, #ສານຝັນຮັກອ່ານຈຶ່ງມອບລາງວັນພິເສດເພີ່ມເຕີມ ກັບລະບົບຫ້ອງສະຫມຸດອອນລາຍ Highlights Library ທີ່ມີປຶ້ມ ແລະ ນິທານພາສາອັງກິດກວ່າ 2,800 ເຫຼັ້ມ ໃຫ້ນ້ອງໆໄດ້ອ່ານແບບຈຸໃຈ, ເພື່ອເປັນວັດຖຸດິບ ແລະ ອາຫານສະຫມອງ ເພື່ອພັດທະນາທັກສະການຂຽນຕໍ່ໄປ. ເພາະເຮົາເຊື່ອວ່າ ຍິ່ງອ່ານຫຼາຍ ກໍຈະຍິ່ງຂຽນໄດ້ດີ. ຂໍຊົມເຊີຍນ້ອງໆ ແລະ ຜູ້ປົກຄອງ ທີ່ຮ່ວມກິດຈະກຳສົ່ງເສີມການອ່ານ ແລະ ການສ້າງນັກຂຽນນ້ອຍ ກັບທີມງານພວກເຮົາ.
#ສານຝັນຮັກອ່ານ

📣ຂໍແຈ້ງປະກາດຜົນການປະກວດບົດນິທານກັບກິດຈະກຳ  #ເລື່ອງເລົ່າຈາກຮູບ  ເພື່ອຮ່ວມສະເຫຼີມສະຫຼອງວັນເດັກ ກັບ  #ສານຝັນຮັກອ່ານ 🎉🎉🎉ຂໍສະ...
01/06/2022

📣ຂໍແຈ້ງປະກາດຜົນການປະກວດບົດນິທານ
ກັບກິດຈະກຳ #ເລື່ອງເລົ່າຈາກຮູບ ເພື່ອຮ່ວມສະເຫຼີມສະຫຼອງວັນເດັກ ກັບ #ສານຝັນຮັກອ່ານ 🎉🎉🎉

ຂໍສະແດງຄວາມຍິນດີກັບນ້ອງໆທຸກຄົນ ທີ່ໄດ້ຮັບລາງວັນ. ລວມເຖິງທຸກຜົນງານທີ່ສົ່ງຜົນງານເຂົ້າຮ່ວມ.
ດ້ວຍຄວາມປະທັບໃຈ ໃນຄວາມຕັ້ງໃຈ ແລະ ເນື້ອໃນທີ່ມີຄວາມສ້າງສັນ, ຄະນະກຳມະການຕັດສິນໃຈຍາກອີຫຼີ... ສະນັ້ນ, ທາງຄະນະກຳມະການຈຶ່ງມີເພີ່ມ 2 ລາງວັນ ແລະ ຈະມີລາງວັນຊົມເຊີຍ ເປັນຂອງຂັວນໃຫ້ນ້ອງໆ ທຸກຄົນທີ່ສົ່ງບົດເລື່ອງເຂົ້າມາ.
#ທີມງານ #ສານຝັນຮັກອ່ານ ຈະປະສານ ແລະ ຕິດຕໍ່ເພື່ອມອບລາງວັນ ແລະ ຈັດສົ່ງໄປໃຫ້ໃນອາທິດນີ້ ສຳລັບນ້ອງໆ ທີ່ຢູ່ຕ່າງແຂວງ.

ຂໍຂອບໃຈບັນດາໂຮງຮຽນ, ຄູອາຈານ ແລະ ຜູ້ປົກຄອງ ທີ່ຮ່ວມສົ່ງເສີມການອ່ານໃນກິດຈະກຳຄັ້ງນີ້.
ທີ່ສຳຄັນທີ່ສຸດ ຂໍຂອບໃຈບັນດາຄະນະກຳມະການ ທີ່ໃຫ້ກຽດ ແລະ ເສຍສະຫຼະເວລາ ຮ່ວມອ່ານທຸກບົດເລື່ອງໃນກິດຈະກຳຄັ້ງນີ້. 🙏🙏
🎉🎉🎉 ສຸກສັນວັນເດັກ 2022

ກຽມສະຫຼຸບ ແລະ ຄັດເລືອກນິທານ ໃນກິດຈະກໍາ  #ເລື່ອງເລົ່າຈາກຮູບ  ຄັ້ງທໍາອິດ ທີ່ໄດ້ຈັດຂຶ້ນ ເພື່ອສະຫຼອງວັນເດັກປີນີ້. #ສານຝັນຮັກ...
30/05/2022

ກຽມສະຫຼຸບ ແລະ ຄັດເລືອກນິທານ ໃນກິດຈະກໍາ #ເລື່ອງເລົ່າຈາກຮູບ ຄັ້ງທໍາອິດ ທີ່ໄດ້ຈັດຂຶ້ນ ເພື່ອສະຫຼອງວັນເດັກປີນີ້.
#ສານຝັນຮັກອ່ານ ຂໍແນະນໍາຄະນະກໍາມະການຄັດເລືອກ ແລະ ຕັດສິນ ໃນກິດຈະກໍາຄັ້ງນີ້.
ຂໍຂອບໃຈບັນດານ້ອງໆ ທີ່ໃຫ້ຄວາມສົນໃຈ ແລະ ສົ່ງບົດເລື່ອງທັງໝົດເຂົ້າມາ. ຕອນນີ້ຄະນະກໍາມະການ ກໍາລັງຄັດເລືອກບົດເລື່ອງທັງໝົດ ທີ່ໄດ້ຮັບເຂົ້າມາທັງໝົດ ແມ່ນ 35 ບົດເລື່ອງ. ໃນນີ້ ແມ່ນມີ 25 ບົດເລື່ອງ ທີ່ຜ່ານເກນການຄັດເລືອກເພື່ອພິຈາລະນາ. ບໍ່ງ່າຍເລີຍສໍາລັບການຕັດສິນ, ຄະນະກໍາມະການທຸກຄົນ ດີໃຈທີ່ໄດ້ອ່ານທຸກບົດເລື່ອງຂອງນ້ອງໆ. ຂໍຊົມເຊີຍທຸກຜົນງານທີ່ສົ່ງເຂົ້າມາ, ນ້ອງໆ ຂຽນໄດ້ດີ ແລະ ມີຈິນຕະນາການສ້າງສັນຫຼາຍ
ມື້ອື່ນຈະປະກາດຜົນເດີ.
1. ໝາ ແລະ ແມວ ຕາມຫາສົມບັນ, ນ. ລິນດາ ແສງພ້າວ
2. ຄວາມເມດຕາຈາກລູກໄກ່, ທ. ອຸດົມສຸກ ສຸກສີດາ
3. ໂອນຊິງຊ້າແສນຮັກ, ນ. ນັດດາລິນ ພັນທະພອນ
4. ທະເລອັນແສນກວ້າງໃຫຍ່, ນ. ສຸລໍາມອນ ບຸນໄຂ
5. ລະມັ່ງຄໍຍາວ, ນ. ມາລີ ມົວ
6. ໜູນ້ອຍຢາກມີໝູ່, ນ. ແພວາ ລ້ອມບຸນມີ
7. ໄກ່ແມ່ ແລະ ໜອນ, ນ. ພິຕາວັນ ຈັນຄະສິດ
8. ຊ້າງຈອມອວດ, ນ. ປູທິດາ ສີອາໄພ
9. ຂ້ອຍລອຍນໍ້າບໍ່ເປັນ, ນ. ສັນຕິ ດວງສະຫວັນ
10. ນໍ້າໃຈຂອງກູ້ໄພ, ນ. ກະແຕ
11. ຍີຣາຟເອື້ອຍທີ່ດີ, ນ. ນູ້ລໍ່
12. ລະມັ່ງໄປອາວະກາດ, ທ. ນັດທິເດດ ບຸນທະລາ
13. ແມວນ້ອຍ, ນ. ຈິນຕະນາ ອຸດທະຈັກ
14. ຄວາມຮັກຂອງໄກ່, ນ. ບຸດສະດີ ບຸນທະວົງ
15. ຄອບຄົວໄກ່, ນ. ອາລິສາ ຕຸລາກຸນ
16. ນໍ້າໜັກຂອງພວກຂ້ອຍ, ທ. ຂັນແກ້ວ ວົງລໍຄໍາ
17. ໝູ່ຕ່າງຂະໜາດ, ທ. ຈາລູຢ່າ
18. ນັກດັບເພີງຜູ້ຮັກສັດ, ນ. ທິດາສະຫວັນ
19. ອາສານ້ອຍ, ທ. ພູມໃຈ ຄໍາແສງ
20. ເພື່ອນຕ່າງສາຍພັນ, ນ. ອິນທູອອນ ລາດຊະວົງສີ
21. ການແຂ່ງຂັນ, ທ. ເບັນຢາມິນ ທີປະນາດ
22. ສອງສະຫາຍ ໝາ ແລະ ແມວ, ນ. ໂອນິຕາ ມະນີແສງ
23. ມີຊ່າ ແລະ ປີເຕີ, ນ. ວານິດດາ ສີມູນ
24. ສອງສ່ຽວ ແຫ່ງ ໄຊຊະນະ, ທ. ທະນູສິນ ປ້ານບັນດິິດ
25. ຄວາມຝັນຂອງມິກໂກ້, ນ. ພິມມະຈັນ ແສນຄໍາ

Address

Vientiane

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00
Saturday 09:00 - 17:00

Telephone

+8562092656456

Website

Alerts

Be the first to know and let us send you an email when ສານຝັນຮັກອ່ານ Sanfun Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ສານຝັນຮັກອ່ານ Sanfun Laos:

Share

Category