25/04/2022
ພາຍຫຼັງທີ່ ບໍລິສັດ SCB10X ໄດ້ເດີນໜ້າສ້າງໂຄງລ່າງພື້ນຖານຂອງລະບົບນິເວດ ແລະ ການຂັບເຄື່ອນດ້ວຍຊຸມຊົນ (Community-driven) ຢູ່ເທິງໂລກສະເໝືອນຈິງ (Metaverse) ເປັນເວລາຍາວນານ ລ່າສຸດ ບໍລິສັດໄດ້ກະກຽມເປີດເວທີ "SCP10X METATHON 2022: Get Ready for the New World".
ທ່ານ ນາງ ມຸຊະຍາ ພານິດ (Chief Venture and Investment Officer) ຂອງບໍລິສັດ ກ່າວວ່າ: "ບໍລິສັດ SCB10X ກຽມຈັດງານ SCP10X METATHON 2022 ໃນຮູບແບບງານສໍາມະນາອອນລາຍ Virtual Hackathon" ເພື່ອຄົ້ນຫາສຸດຍອດທີມນັກພັດທະນາເພື່ອມາຮ່ວມຄິດຄົ້ນນະວັດຕະກໍາ ໄອເດຍສ້າງສັນແບບບໍ່ມີຂີດຈໍາກັດ ລວມເຖິງໂອກາດທາງທຸລະກິດຮູບແບບໃໝ່ໆ ຢູ່ເທິງໂລກສະເໝືອນຈິງ. ໂດຍການຈັດງານຄັ້ງນີ້ຄາດຫວັງວ່າຈະມີສ່ວນໃນການສ້າງຮາກຖານລະບົບນິເວດ ແລະ ຊຸມຊົນດ້ານໂລກສະເໝືອນຈິງ (Metaverse Community) ຜ່ານການໃຊ້ຂີດຄວາມສາມາດດ້ານເຕັກນິກ ແລະ ເຄືອຂ່າຍພັນທະມິດທີ່ແຂງແກ່ງຈາກທົ່ວໂລກຂອງ SCB10X ເປັນຕົ້ນແມ່ນ: The Sandbox, Solana Metaplex, Zepeto, Knowhere, APE Board, ແລະ Token X.
ໂດຍການແຂ່ງຂັນຄັ້ງນີ້ຈະເປີດຮັບສະໝັກຜູ້ທີ່ສົນໃຈດ້ານ Metaverse ຈາກທົ່ວໂລກ ໃຫ້ສາມາດເຂົ້າຮ່ວມການແຂ່ງຂັນໄດ້. ໂດຍການແຂ່ງຂັນໃນງານຄັ້ງນີ້ ຈະຢູ່ພາຍໃຕ້ 2 ຫົວຂໍ້ຫຼັກຄື:
1. Metaverse Experience: ມູ້ງເນັ້ນໃສ່ການສ້າງການມີສ່ວນຮ່ວມຂອງຜູ້ຄົນໃນທົ່ວໂລກຜ່ານປະສົບການ ແລະ ກິດຈະກໍາ ລວມເຖິງການຄິດຄົ້ນໄອເດຍທາງທຸລະກິດແບບໃໝ່ ຢູ່ເທິງໂລກສະເໝືອຈິງ ພາຍໃຕ້ຫົວຂໍ້ທີ່ກໍານົດໄວ້ ເຊັ່ນ: ການເງິນ, ສຸຂະພາບ, ການສຶກສາ, ການຂົນສົ່ງ, ແຟຊັ່ນ, ອະສັງຫາລິມະຊັບ, ບັນເທິງ ແລະ ອື່ນໆ.
2. Metaverse Infrastructure: ເນັ້ນໃສ່ການສ້າງນະວັດຕະກໍາ ແລະ ໂຄງສ້າງພື້ນຖານກ່ຽວກັບໂລກສະເໝືອນຈິງ ໄດ້ແກ່: Blockchain, Decentralized Identity, Productive Tooling, WEB 3.0, NFT, DAO, VR/AR, ແລະ IoT.
========================================
ແຫຼ່ງທີ່ມາ:
1. https://siamblockchain.com/2022/04/25/scb10x-metaverse-with-global-partner/
2. https://techsauce.co/
3. https://www.scb10x.com/
=======================================