LNTV3 HD ລາຍການ

ຖໍ້າປິວ ເມືອງຄຳ ແຂວງຊຽງຂວາງ ເປັນບ່ອນທ່ອງທ່ຽວຮ່ອງຮອຍປະຫວັດສາດ, ຮ່ອງຮອຍສົງຄາມ ແລະ ເປັນສະຖານທີ່ທີ່ສໍາຄັນຈາກເຫດການທີ່ປະຊາຊົນ...
24/11/2025

ຖໍ້າປິວ ເມືອງຄຳ ແຂວງຊຽງຂວາງ ເປັນບ່ອນທ່ອງທ່ຽວຮ່ອງຮອຍປະຫວັດສາດ, ຮ່ອງຮອຍສົງຄາມ ແລະ ເປັນສະຖານທີ່ທີ່ສໍາຄັນຈາກເຫດການທີ່ປະຊາຊົນ ທັງຜູ້ເຖົ້າ, ຜູ້ຍິງ ແລະ ເດັກນ້ອຍພາກັນເຂົ້າໄປຫຼົບໄພຈາກການສູ້ຮົບ ວັນທີ 24/11/1968 ພວກສັດຕູໄດ້ເອົາຍົນມາຍິງລູກສອນໄຟໃສ່ປາກຖໍ້າ ເຮັດໃຫ້ຄົນທີ່ຢູ່ໃນຖໍ້າເສຍ ຊີວິດທັງໝົດ 374 ສົບ ພຽງວິນາທີດຽວ, ຈຶ່ງເປັນໂສກອະນາດຕະກຳຖໍ້າປິວຈົນມາເຖິງປັດຈຸບັນ.

23/11/2025

🔥✨🥇⚽️🇱🇦 ຢ່າລື່ມໄປຊົມໄປເຊຍ ❗️ຮອບຊິງຊະນະເລີດ ການແຂ່ງຂັນເຕະບານຍິງ ໃນງານກິລາແຫ່ງຊາດ ຄັ້ງທີ 12 ‼️

📅 ວັນທີ 23 ພະຈິກ 2025
✅ ແຂວງໄຊຍະບູລີ ພົບກັບ ນະຄອນຫຼວງວຽງຈັນ ເຈົ້າພາບ
🏟️ ສະໜາມກິລາກາງມະຫາວິທະຍາໄລແຫ່ງຊາດ.
🎥. ຖ່າຍທອດສົດຜ່ານ: ໂທລະພາບແຫ່ງຊາດລາວ ຊ່ອງ 3 HD ແລະ ໄລ້ສົດ: ຜ່ານເພຈ: LNTV 3 HD

🙏 ສະໜັບສະໜູນທີມຂ່າວໂດຍ:
🔹ບໍລິສັດ ເບຍລາວ ຈຳກັດ
🔹ລາວໂທລະຄົມ Lao Telecom
🔹ນໍ້າເທີນ 2 Nam Theun 2
🔹Evo Store - ອີໂວ ສະຕໍຣ໌ ຜະລິດ ແລະ ຈຳໜ່າຍເຄື່ອງກິລາ
🔹Isuzu Lao Services ບໍລິສັດ ອີຊູຊຸ ລາວ ບໍລິການ ຈຳກັດຜູ້ດຽວ
🔹Suzuki KPN ບໍລິສັດ ເຄພີ 3ຈີ ແລະ ໂນມູຣະ ເທຣດດິ້ງ ຈຳກັດ (Suzuki)
🔹ທະນາຄານຄຳລາວ-Lao Bullion Bank
🔹ນໍ້າສີ ອຸໄຣ ພານິດ
🔹ລັດວິສາຫະກິດ ໄຟຟ້າລາວ
🔹ທະນາຄານ ຮ່ວມພັດທະນາ JDB
🔹ອິນຊີ ເທຣດດິ້ງ ຈຳກັດ ຜູ້ດຽວ
🔹Lao Skyway ລັດວິສາຫະກິດ ລາວເດີນອາກາດ
______________________
#ຂ່າວກິລາLaoNationalTV
.laonationaltvsport.org
://www.youtube.com/channel/UCgyG-pcyzy7VSLJLhNgZ3TA
#ຕິດຕໍ່ນັກຂ່າວ ຫຼື #ສົນໃຈລົງໂຄສະນາ #ໂທລະສັບ 020 9700 0011, 020 5519 1650

ໂທລະພາບເເຫ່ງຊາດລາວ ທຊລ 1
#ງານມະຫະກຳກິລາແຫ່ງຊາດ
#ກິລາແຫ່ງຊາດ
#ນະຄອນຫຼວງວຽງຈັນເກມ2025

ພິທີແຫ່ໃບຢັ້້ງຢືນຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍຣະດົກໂລກທາງທໍາມະຊາດ...............................................
22/11/2025

ພິທີແຫ່ໃບຢັ້້ງຢືນຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍຣະດົກໂລກທາງທໍາມະຊາດ.............................................
ວັນທີ 22 ພະຈິກ 2025 ທີ່ສວນປະຕູໄຊ ນະຄອນຫຼວງວຽງ ຈັນ ໄດ້ມີພິທີແຫ່ໃບຢັ້້ງຢືນຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍຣະດົກໂລກທາງທໍາມະຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ມີບັນດາການນໍາຈາກກະຊວງອົງ ການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ມີຄໍາເຫັນຕໍ່ພິທີວ່າ: ອຸທິຍານແຫ່ງຊາດ ຫີນໜາມໜໍ່ ໄດ້ຖືກຮັບຮອງເປັນມໍຣະດົກໂລກທາງທໍາມະຊາດ ແຫຼ່ງທໍາອິດ ຂອງ ສປປ ລາວ ຢ່າງເປັນທາງການ ໃນກອງປະຊຸມຄະນະກໍາມະການມໍຣະະດົກໂລກ ຄັ້ງທີ 47 ທີ່ ປາຣີ ປະເທດຝຣັ່ງ ທີ່ໄດ້ຮັບການຮັບຮອງເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່ ຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ຂອງ ສປປ ລາວ ເປັນພື້ນທີ່ມໍຣະດົກໂລກ ແບບຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈີ ຂອງ ສສ ຫວຽດນາມ ການຂຶ້ນຖະບຽນ ເປັນມໍຣະດົກໂລກໃນຄັ້ງນີ້ ເກີດຈາກການຮັບຮອງຄຸນຄ່າທີ່ໂດດເດັ່ນລະດັບຈັກກະວານ ຂອງຫີນໜາມໜໍ່ ເຊິ່ງໄດ້ແກ່: ພູມສັນຖານພູຫີນປູນ ທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນ ອາຊີຕາ ເວັນອອກສ່ຽງໃຕ້ ຖໍ້າມະຫັດສະຈັນ “ຖໍ້ານໍ້າລອດເຊບັ້ງໄຟ” ເປັນແຫຼ່ງທີ່ຢູ່ອາໄສອັນສຳຄັນຂອງສັດທີ່ຫາຍາກ ແລະ ໃນບັນຊີໃກ້ສູນພັນ ເຊັ່ນ: ນົກກົກຄໍຄຳ ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນໃຕ້.
ສໍາລັບ ພິທີແຫ່ໃບຢັ້້ງຢືນຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍຣະດົກໂລກທາງທໍາມະຊາດ ໃນຄັ້ງນີ້້ແມ່ນເລີ່ມຈາກ ສະໜາມບິນວັດສາກົນວັດໄຕ ຫາ ສວນປະຕູໄຊ..............................................
#ວຽງຈັນໃໝ່

 #ກະຊວງສາທາລະນະສຸກ ຮ່ວມກັບ  #ອົງການອະນາໄມໂລກ  #ປິດເພດຈຂາຍຢາສູບໄຟຟ້າອອນລາຍທີ່ມີສະມາຊິກຫຼາຍກວ່າ 759,599 ຄົນ11 ພະຈິກ 2025, ...
21/11/2025

#ກະຊວງສາທາລະນະສຸກ ຮ່ວມກັບ #ອົງການອະນາໄມໂລກ #ປິດເພດຈຂາຍຢາສູບໄຟຟ້າອອນລາຍທີ່ມີສະມາຊິກຫຼາຍກວ່າ 759,599 ຄົນ

11 ພະຈິກ 2025, ນະຄອນຫຼວງວຽງຈັນ, ສປປ ລາວ: ຈາກການບັງຄັບໃຊ້ນິຕິກໍາກ່ຽວກັບ ການຄວບຄຸມຢາສູບໄຟຟ້າ ເຮັດໃຫ້ ສປປ ລາວ ສາມາດປິດເພຈ ຂາຍຢາສູບໄຟຟ້າທາງອອນລາຍທີ່ຈຳໜ່າຍ ແລະ ສົ່ງເສີມການຊົມໃຊ້ຢາສູບໄຟຟ້າ ຈຳນວນ 288 ເພຈ ໂດຍມີສະມາຊິກທັງໝົດ 759,599 ຄົນ. ຜົນງານດັ່ງກ່າວນີ້ ເປັນການຮ່ວມມືກັນລະຫວ່າງກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ບໍລິສັດເມຕາ (Meta) ທີ່ເປັນບໍລິສັດແມ່ ຂອງ ເຟສບຸກ (Facebook), ວັອດແອັບ (WhatsApp) ແລະ ອິນສະຕາແກຣມ (Instagram).

ໃນປີ 2021, #ກົດໝາຍວ່າດ້ວຍການຄວບຄຸມຢາສູບ (ສະບັບປັບປຸງ) ໄດ້ຫ້າມການນຳເຂົ້າ, ຈຳໜ່າຍ, ຂາຍ ແລະ ຊົມໃຊ້ຜະລິດຕະພັນຢາສູບໄຟຟ້າ ທຸກຮູບແບບ, ເຮັດໃຫ້ ສປປ ລາວ ກາຍເປັນໜຶ່ງໃນ 35 ປະເທດທົ່ວໂລກ ທີ່ໄດ້ມີການນຳໃຊ້ນິຕິກຳທີ່ຮັດກຸມກ່ຽວກັບການຫ້າມຜະລິດຕະພັນດັ່ງກ່າວ.

ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການເຮັດວຽກຮ່ວມກັນໃນຄັ້ງນີ້ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ການຄ້າ ແລະ ຂາຍຢາສູບໄຟຟ້າທາງອອນລາຍເທົ່ານັ້ນ ແຕ່ຍັງເປັນການສົ່ງສັນຍານຢ່າງຊັດເຈນວ່າ ສປປ ລາວ ຈະບໍ່ຍອມໃຫ້ມີການຂາຍຜະລິດຕະພັນທີ່ຜິດກົດໝາຍ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງປະຊາຊົນ. ພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັບກະຊວງຕ່າງໆ ເພື່ອຕິດຕາມ, ກວດກາ ແລະ ແກ້ໄຂບັນຫາ ທີ່ກ່ຽວຂ້ອງກັບຜະລິດຕະພັນຢາສູບໄຟຟ້າ ທີ່ຈໍາໜ່າຍໃນຂອບເຂດທົ່ວປະເທດ, ພວກເຮົາຂໍຂອບໃຈມາຍັງຄູ່ຮ່ວມພັດທະນາທຸກພາກສ່ວນ ທີ່ໃຫ້ການຮ່ວມມືເພື່ອປົກປ້ອງໄວໝຸ່ມລາວ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ກັບການບັງຄັບໃຊ້ກົດໝາຍ ແລະ ນິຕິກໍາ ກ່ຽວກັບການຄວບຄຸມຢາສູບ.”

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ນັບຕັ້ງແຕ່ມີການຫ້າມນໍາເຂົ້າ, ຈໍາໝ່າຍ, ຊື້ ແລະ ຂາຍ ຜະລິດຕະພັນຢາສູບໄຟຟ້າ ພາຍໃຕ້ກົດໝາຍ ວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ ປີ 2021, ລັດຖະບານໄດ້ດຳເນີນການຢ່າງຈິງຈັງ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ໃຫ້ແກ່ປະຊາຊົນ ແລະ ຮັບປະກັນການບັງຄັບໃຊ້ກົດໝາຍສະບັບດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຕະຫຼອດມາ.”
“ຄວາມພະຍາຍາມດັ່ງກ່າວນີ້ ໄດ້ຊ່ວຍຫຼຸດຈຳນວນການວາງຂາຍຜະລິດຕະພັນຢາສູບໄຟຟ້າແບບເປີດເຜີຍທີ່ໜ້າຮ້ານ ແຕ່ຜູ້ຂາຍຢາສູບໄຟຟ້າຈຳນວນຫຼາຍໄດ້ຫັນໄປນຳໃຊ້ສື່ສັງຄົມອອນລາຍເປັນເຄື່ອງມືໃນການຂາຍຢາສູບໄຟຟ້າແທນ. ເພື່ອຮັບມືກັບສິ່ງທ້າທາຍເຫຼົ່ານີ້, ກະຊວງສາທາລະນະສຸກ ຈຶ່ງໄດ້ຮ່ວມມືກັບອົງການອະນາໄມໂລກ ແລະ ບໍລິສັດເມຕາ ໃນການຄົ້ນຫາ, ລາຍງານ ແລະ ລຶບລ້າງເພດຈຂາຍຢາສູບໄຟຟ້າຜ່ານຊ່ອງທາງອອນລາຍຕ່າງໆ ເຊັ່ນ ເຟສບຸກ (Facebook) ແລະ ອິນສະຕາແກຣມ (Instagram) ເພາະເປັນການລະເມີດຕໍ່ກົດໝາຍຂອງ ສປປ ລາວ ລວມເຖິງມາດຕະຖານຄວາມປອດໄພຂອງເມຕາ.”
ຢາສູບໄຟຟ້າ ຖືກນຳມາຈໍາໜ່າຍ ແລະ ບິດເບືອນຄວາມເປັນຈິງວ່າເປັນທາງເລືອກທີ່ປອດໄພກວ່າຜະລິດຕະພັນຢາສູບແບບກອກ ຫຼື ຢາສູບແບບດັ້ງເດີມ. ແຕ່ໃນຄວາມເປັນຈິງ ຢາສູບໄຟຟ້າແມ່ນປະກອບມີສານເສບຕິດທີ່ເປັນອັນຕະລາຍຕໍ່ສຸຂະພາບ ແລະ ອາດກໍ່ໃຫ້ເກີດຜົນກະທົບໄລຍະຍາວ ໂດຍສະເພາະ ໃນກຸ່ມໄວໜຸ່ມ ຜູ້ທີ່ສະໝອງຍັງຢູ່ໃນໄລຍະທີ່ກຳລັງພັດທະນາ. ຜະລິດຕະພັນເຫຼົ່ານີ້ມີສານນິໂຄຕິນ ເຊິ່ງເປັນສານທີ່ເຮັດໃຫ້ເສບຕິດ ແລະ ເພີ່ມຄວາມສ່ຽງຕໍ່ການເລີ່ມຊົມໃຊ້ຜະລິດຕະພັນຢາສູບແບບກອກໃນອະນາຄົດ.

ດຣ. ທິມ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ນີ້ເປັນຕົວຢ່າງຂອງຜົນສໍາເລັດທີ່ດີ ເມື່ອລັດຖະບານ, ບໍລິສັດເຕັກໂນໂລຊີ ແລະ ອົງການທີ່ເຮັດວຽກດ້ານສາທາລະນະສຸກເຮັດວຽກຮ່ວມກັນ. ຊ່ອງທາງອອນລາຍບໍ່ຄວນກາຍເປັນພື້ນທີ່ປອດໄພສຳລັບຜະລິດຕະພັນທີ່ທໍາລາຍສຸຂະພາບ. ພວກເຮົາພູມໃຈທີ່ຄວາມພະຍາຍາມຮ່ວມກັນຄັ້ງນີ້ໄດ້ຊ່ວຍຫຼຸດໂອກາດການເຂົ້າເຖິງຜະລິດຕະພັນຢາສູບໄຟຟ້າທາງອອນລາຍລົງຢ່າງຫຼວງຫຼາຍ.”
“ອົງການອະນາໄມໂລກ ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ມາເປັນເວລາຫຼາຍປີຢ່າງຕໍ່ເນື່ອງໃນການປົກປ້ອງສຸຂະພາບຂອງປະຊາຊົນຈາກຄວາມອັນຕະລາຍຂອງຜະລິດຕະພັນຢາສູບ ແລະ ຢາສູບໄຟຟ້າ ນັບຕັ້ງແຕ່ການສ້າງ ແລະ ປັບປຸງນິຕິກຳ, ການສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊົນ ຕະຫຼອດຮອດການເສີມສ້າງຄວາມເຂັ້ມແຂງໃນການບັງຄັບໃຊ້ກົດໝາຍຮ່ວມກັບຫຼາຍພາກສ່ວນ. ອົງການອະນາໄມໂລກຍັງຄົງມຸ່ງໝັ້ນທີ່ຈະໃຫ້ການສະໜັບສະໜູນຕໍ່ໄປ. ເຖິງຢ່າງໃດກໍຕາມ, ບັນດາບໍລິສັດຢາສູບທັງຫຼາຍແມ່ນມີຄວາມເຂັ້ມແຂງ, ພວກເຮົາບໍ່ຄວນລະເລີຍກັບວຽກງານຄວບຄຸມຢາສູບ ແລະ ຕ້ອງລະມັດລະວັງຕໍ່ກົນລະຍຸດທີ່ແອບແຝງທາງບໍລິສັດຢາສູບອາດນໍາມາໃຊ້ໃນອະນາຄົດ.”
ການບັງຄັບໃຊ້ກົດໝາຍຄັ້ງນີ້ເກີດຂຶ້ນໃນຂະນະທີ່ ສປປ ລາວ ກຳລັງດຳເນີນມາດຕະການໃໝ່ເພື່ອປົກປ້ອງສຸຂະພາບປະຊາຊົນຈາກຜົນຮ້າຍທີ່ເກີດຈາກການຊົມໃຊ້ຜະລິດຢາສູບ ແລະ ຢາສູບໄຟຟ້າ ໂດຍພວມມີການປັບປຸງດຳລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຄວບຄຸມຢາສູບ ທີ່ມີການກຳນົດມາດຕະການປັບໃໝ ແລະ ມາດຕະການອື່ນຕໍ່ ການນຳເຂົ້າ, ຈຳໜ່າຍ, ຂາຍ ແລະ ຊົມໃຊ້ຢາສູບ ແລະ ຢາສູບໄຟຟ້າທຸກຮູບແບບ, ການສູບຢາໃນສະຖານທີ່ຫ້າມສູບຢາ, ການຂາຍຢາສູບໃຫ້ກັບເດັກ ຫຼື ການໃຫ້ເດັກຂາຍຢາສູບ, ການໂຄສະນາ ຫຼື ການສົ່ງເສີມການຂາຍຢາສູບ, ການຂາຍຢາສູບ ແລະ ຢາສູບໄຟຟ້າຜ່ານຊ່ອງທາງອອນລາຍ ລວມທັງການໃຫ້ ຫຼື ຮັບເອົາການສະໜັບສະໜູນທຸກຮູບແບບຈາກບໍລິສັດຢາສູບ ແລະ ຜູ້ປະກອບການຢາສູບ ເປັນຕົ້ນ.
ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health

21/11/2025

ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

ຊ້ອມໃຫຍ່ ຄັ້ງທີ 2 ເດີນສວນສະໜາມ ກຽມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ     ພິທີຊ້ອມໃຫຍ່ ຄັ້ງທີ 2 ປະສານທຸກຂະບວນເດີນສວນສະໜາ...
21/11/2025

ຊ້ອມໃຫຍ່ ຄັ້ງທີ 2 ເດີນສວນສະໜາມ ກຽມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ
ພິທີຊ້ອມໃຫຍ່ ຄັ້ງທີ 2 ປະສານທຸກຂະບວນເດີນສວນສະໜາມ ເພື່ອສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈັດຂຶ້ນວັນທີ 21 ພະຈິກ 2025 ທີ່ສະໜາມຫລວງ ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ,ພ້ອມຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາການນຳພັກ, ລັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການຊ້ອມໃຫຍ່ເດີນສວນສະໜາມ ໃນຄັ້ງນີ້ເພື່ອສືບຕໍ່ກວດກາຄວາມພ້ອມຮອບດ້ານ ກໍຄື ຄວາມເປັນລະ ບຽບຮຽບຮ້ອຍຂອງທຸກກ້ອນກໍາລັງທີ່ຈະເດີນສວນສະໜາມ ໃນມື້ວັນຊາດທີ 2 ທັນວາ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ງານສະເຫລີມສະຫລອງວັນຊາດທີ 2 ທັນວາ ທີ່ຈະມາເຖິງດຳເນີນໄປຢ່າງໂລ່ງລ່ຽນ, ເປັນລະບຽບຮຽບຮ້ອຍ, ສວຍງາມ ແລະ ສຳເລັດຕາມຄາດໝາຍທີ່ວາງໄວ້ ເພື່ອເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະ ຫລອດໄລຍະ 50 ປີຜ່ານມາ ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ສົມກຽດ.
ການຊ້ອມໃຫຍ່ ເດີນສວນສະໜາມ ເພື່ອສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຍັງຈະໄດ້ສືບຕໍ່ຝຶກຊ້ອມໃຫຍ່ ຕື່ມອີກ ໃນວັນທີ 28 ພະຈິກ 2025.
ຂ່າວ:ຂປລ

🇱🇦🇯🇵 ຮອງປະທານປະເທດ ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ປານີ ຢາທໍ່ຕູ້...
18/11/2025

🇱🇦🇯🇵 ຮອງປະທານປະເທດ ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17-21 ພະຈິກ 2025.
ໃນວັນທີ 18 ພະຈິກ 2025, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມປິຕິຍິນດີ ແລະ ຍິນດີຕ້ອນຮັບອັນອົບອຸ່ນ ມາຍັງ ສົມເດັດ ເຈົ້າຍິງ ໂອໂກະ ທີ່ໄດ້ສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ສອງປະເທດ ລາວ ແລະ ຍີ່ປຸ່ນ ພວມສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກມາປະຕິດບັດໜ້າທີ່ ຢູ່ ສປປ ລາວ (ເລີ່ມແຕ່ປີ 1965 ເປັນຕົ້ນມາ) ຊຶ່ງ ສປປ ລາວ ເປັນປະເທດທໍາອິດ ສໍາລັບການຢ້ຽມຢາມທາງການຢູ່ຕ່າງປະເທດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແລະ ຖືເປັນຂີດໝາຍອັນສໍາຄັນທາງປະຫວັດສາດຂອງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ.
ໃນການພົບປະ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕິພາບ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນເປັນກ້າວໆ, ຊຶ່ງໃນປີ 2015 ສອງປະເທດໄດ້ຍົກລະດັບການພົວພັນຮ່ວມມື ມາເປັນຄູ່ຮ່ວມຍຸດທະສາດ ໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ. ພິເສດໃນປີ 2025 ນີ້, ສອງປະເທດ ກໍໄດ້ຍົກລະດັບສາຍພົວພັນ ມາເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ພວມຮ່ວມກັນສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ສົ່ງອາສາສະໝັກຊຸດທໍາອິດມາປະຕິບັດໜ້າທີ່ ຢູ່ ສປປ ລາວ ຢ່າງຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍສຳຄັນທີ່ສຸດ. ພ້ອມນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫລືອອັນລໍ້າຄ່າແກ່ ສປປ ລາວ, ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ເປັນແຕ່ລະໄລຍະ ໂດຍສະເພາະແມ່ນ ການພັດທະນາຊັບພະ ຍາກອນມະນຸດ, ການສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ແລະ ອື່ນໆ, ອັນໄດ້ປະກອບສ່ວນສໍາຄັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ນັບມື້ນັບດີຂຶ້ນເປັນກ້າວໆ ເປັນຕົ້ນ ແມ່ນການຫລຸດຜ່ອນຄວາມທຸກຍາກໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ. ພິເສດແມ່ນອົງການກາແດງລາວ ແລະ ຍີ່ປຸ່ນ ກໍໄດ້ມີການພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນ ເພື່ອຍົກສູງຄຸນນະພາບໃນການບໍລິການເລືອດທີ່ປອດໄພ, ຍົກສູງຂີດຄວາມສາມາດທາງດ້ານວິຊາການ ແລະ ການປະຖົມພະຍາບານຂັ້ນພື້ນຖານ ໃຫ້ແກ່ເຈົ້າໜ້າທີ່ອົງການກາແດງລາວ ຢູ່ ຂັ້ນສູງກາງ ແລະ ທ້ອງຖິ່ນ ໃນຊຸມປີຜ່ານມາ.
ທ່ານ ນາງ ປານີ ຢາທໍ່ຕູ້ ຍັງໄດ້ສະແດງຄວາມຫວັງວ່າ ການຢ້ຽມຢາມທາງການ ຢູ່ ສປປ ລາວ ຄັ້ງນີ້, ຂອງ ສົມເດັດ ເຈົ້າຍິງ ໄອໂກະ ຈະເປັນຂີດໝາຍສໍາຄັນທາງປະຫວັດສາດການພົວພັນຮ່ວມມືຂອງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະການສົ່ງເສີມການທ່ອງທ່ຽວ ກໍຄື ການໄປມາຫາສູ່ຂອງປະຊາຊົນສອງຊາດ ໃຫ້ມີການພົບປະແລກປ່ຽນວັດທະນະທຳໃຫ້ຫລາຍຂຶ້ນ, ລວມທັງການສົ່ງເສີມຮ່ວມມືດ້ານເສດຖະກິດ, ພະລັງງານ, ກະສິກໍາ ແລະ ອື່ນໆ.
ໂອກາດນີ້, ສົມເດັດ ເຈົ້າຍິງ ໄອໂກະ ກໍໄດ້ສະແດງຄວາມປະທັບໃຈ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ນັບຖືມາຍັງ ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ຮັບການປະດັບຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ຈາກລັດຖະບານຍີ່ປຸ່ນ ໃນເດືອນມັງກອນ 2023 ທີ່ຜ່ານມາ, ເຊິ່ງແມ່ນຫລຽນຂັ້ນສູງສຸດທີ່ລັດຖະບານຍີ່ປຸ່ນ ໄດ້ມອບໃຫ້ການນໍາຂັ້ນສູງຂອງຕ່າງປະເທດ, ຊຶ່ງລັດຖະບານຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສໍາຄັນ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ທັງໃນສາຍລັດ ແລະ ສາຍສະພາ. ນອກຈາກນີ້, ສົມເດັດ ເຈົ້າຍິງ ໄອໂກະ ຍັງໄດ້ສະແດງຄວາມຫວັງວ່າ ການພົວພັນຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ຈະໄດ້ສືບຕໍ່ໄດ້ຮັບການສົ່ງເສີມ ກໍຄືການ ຈັດຕັ້ງຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.
ໃນຕອນທ້າຍ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ອວຍພອນໄຊອັນປະເສີດ ມາຍັງ ສົມເດັດ ເຈົ້າຍິງ ໄອໂກະ ຂໍໃຫ້ສໍາເລັດຜົນທຸກປະການ ຕະຫລອດການສະເດັດຢ້ຽມຢາມ ສປປ ລາວ ຄັ້ງນີ້, ອວຍພອນໄຊອັນປະເສີດໄປຍັງ ສົມເດັດ ເຈົ້າຈັກກະພັດ ແລະ ພະຣາຊິນີ ພ້ອມດ້ວຍພະບໍລົມວົງສານຸວົງທຸກພະອົງ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ອວຍພອນໃຫ້ ປະເທດຍີ່ປຸ່ນ ແລະ ປະຊາຊົນຍີ່ປຸ່ນ ຈົ່ງສືບຕໍ່ໄດ້ຮັບຜົນສໍາເລັດໃຫຍ່ຫລວງກວ່າເກົ່າ ໃນການພັດທະນາປະເທດ ໃຫ້ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນໄປ.
ໃນຕອນຄໍ່າຂອງວັນດຽວກັນ, ຍັງໄດ້ມີພິທີບາສີສູ່ຂວັນ ແລະ ງານລ້ຽງຕ້ອນຮັບຢ່າງເປັນທາງການ ເປັນກຽດໃຫ້ແກ່ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ໂດຍການເປັນເຈົ້າພາບຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ອີກດ້ວຍ.
ພາບ: ອ່າຍຄຳ, ຂປລ.

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ສະເດັດມາຢ້ຽມຢາມ ສປປ ລາວ--------------------------------ສົມເດັດ ເຈົ້າຍິງ ໄອໂກະ ແ...
18/11/2025

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ສະເດັດມາຢ້ຽມຢາມ ສປປ ລາວ
--------------------------------

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ສປປ ລາວ ໃນຕອນຄໍ່າຂອງວັນທີ 17 ພະຈິກ 2025, ໂດຍມີ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການສະເດັດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ,​ ໂດຍ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17 - 21 ພະຈິກ 2025, ເຊິ່ງເປັນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ.

ການສະເດັດມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພວມສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ ຄົບຮອບ 70 ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ເລີ່ມແຕ່ປີ 1965 ເປັນຕົ້ນມາ. ດັ່ງນັ້ນ, ການຢ້ຽມຢາມຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈຶ່ງເປັນຂີດໝາຍສໍາຄັນໜຶ່ງ ສໍາລັບປະຫວັດສາດຂອງການພົວພັນຮ່ວມມື ລະຫວ່າງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ແລະ ທັງເປັນການຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ. ການເຄື່ອນໄຫວສຳຄັນຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຄັ້ງນີ້ ນອກຈາກການພົບປະກັບການນຳສູງສຸດທຸກຂັ້ນຂອງ ສປປ ລາວ ແລ້ວ, ຍັງມີແຜນຢ້ຽມຊົມສະຖານທີ່ທາງດ້ານວັດທະນະທຳສຳຄັນ ທີ່ ນະຄອນຫຼວງວຽງຈັນ ແລະ ທີ່ ແຂວງຫຼວງພະບາງ ອີກດ້ວຍ.
ຂໍ້ມູນ: ປະຊາຊົນ

15/11/2025

ຖ່າຍທອດສົດ ພິທີເປີດງານມະຫາກຳກິລາແຫ່ງຊາດຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ ວັນທີ 15 ພະຈິກ 2025.

ພິທີເປີດງານມະຫາກຳກິລາແຫ່ງຊາດຄັ້ງທີ່ XII ທີ່ນະຄອນຫລວງວຽງຈັນ 15/11/2025
14/11/2025

ພິທີເປີດງານມະຫາກຳກິລາແຫ່ງຊາດຄັ້ງທີ່ XII ທີ່ນະຄອນຫລວງວຽງຈັນ 15/11/2025

ພິທີຂໍໄຟສັກສິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ພຣະທາດຫຼວງວຽງຈັນ.ໃນວັນທີ 14 ພະຈິກ 2025 ທີ່ ນະຄອນຫຼວງວຽງຈັນ ພິທີຂໍໄຟສັກສ...
14/11/2025

ພິທີຂໍໄຟສັກສິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ພຣະທາດຫຼວງວຽງຈັນ.
ໃນວັນທີ 14 ພະຈິກ 2025 ທີ່ ນະຄອນຫຼວງວຽງຈັນ ພິທີຂໍໄຟສັກສິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ພະທາດຫຼວງວຽງຈັນ ໂດຍມີ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາ ປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ປອ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານ ຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ່ XII. ມີບັນດາທ່ານ ການນໍາ-ພັກ-ລັດ ຂັ້ນສູນກາງ, ທ້ອງຖິ່ນ ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານໍາຫລວດ ຊາວເມືອງໄຊເສດຖາ ເຂົ້າຮ່ວມ.
ການແລ່ນທວນໄຟສັກສິດແມ່ນຈະເລີ່ມຈາກ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາ ແລະ ກິລາ ນໍາພາຂະບວນແຫ່-ແລ່ນທວນໄຟ ເລີ່ມຈາກຈຸດທີ 1 ແລ້ວມອບທວນໄຟໃຫ້ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນນະຄອນຫລວງວຽງຈັນຮອງເຈົ້າຄອງນະຄອນຫຼວງວຽງຈັນ ນໍາພາຂະບວນສືບຕໍ່ ຈາກຈຸດທີ 2 ແລະ ມອບຕໍ່ໃຫ້ ທ່ານ ປອ ອາລຸນໄຊ ສູນນະລາດເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ນໍາ ພາຂະບວນສືບຕໍ່ ຈາກຈຸດທີ 3 ແລະ ມອບທວນໄຟໃຫ້ຂະບວນ ນັກກິລາສືບຕໍ່ແລ່ນຕາມເສັ້ນທາງທີ່ໄດ້ກຳນົດໄວ້.
ຂະບວນນັກກິລາສືບຕໍ່ແລ່ນຕາມເສັ້ນທາງຖະໜົນກຳແພງເມືອງ ຖະໜົນ 13 ໃຕ້ ເຂົ້າສູ່ສະໜາມກິລາຫຼັກ 16 ສົ່ງມອບທວນໄຟໃຫ້ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ເພື່ອນໍາທວນໄຟໄປໄວ້ຫ້ອງເກັບຮັກສາ (ສະໜາມກິລາແຫ່ງຊາດ ຫຼັກ 16)
——
©️ຄວາມສະຫງົບ

ຊ້ອມໃຫຍ່ເດີນສວນສະໜາມ ກຽມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ພິທີຊ້ອມໃຫຍ່ທຸກຂະບວນເດີນສວນສະໜາມ ເພື່ອສະເຫລີມສະຫລອງ ວັນສະຖາປ...
14/11/2025

ຊ້ອມໃຫຍ່ເດີນສວນສະໜາມ ກຽມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ
ພິທີຊ້ອມໃຫຍ່ທຸກຂະບວນເດີນສວນສະໜາມ ເພື່ອສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນວັນທີ 14 ພະຈິກ 2025 ນີ້ ທີ່ສະໜາມຫລວງ ນະຄອນຫລວງວຽງຈັນ ໂດຍມີສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ມີບັນດາການນຳພັກ, ລັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການຊ້ອມໃຫຍ່ ເດີນສວນສະໜາມ ໃນຄັ້ງນີ້, ເພື່ອກວດກາຄວາມພ້ອມຂອງທຸກກ້ອນກໍາລັງ ທີ່ຈະເດີນສວນສະໜາມ ໃນມື້ວັນຊາດທີ 2 ທັນວາ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອເອກອ້າງຜົນງານ ໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະຫລອດໄລຍະ 50 ປີ ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງສົມກຽດ.
ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາກ້ອນກຳລັງ ທີ່ໄດ້ສຸມທຸກຄວາມພະຍາຍາມ ເອົາໃຈໃສ່ໃນການຝຶກຊ້ອມ ຊຶ່ງເຫັນໄດ້ວ່າ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ. ເຖິງຢ່າງໃດກໍ່ຕາມ ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ເນັ້ນໃຫ້ແຕ່ລະກ້ອນກຳລັງ ສືບຕໍ່ຝຶກຊ້ອມ ເດີນສວນສະໜາມ ຕື່ມອີກ ເພື່ອໃຫ້ມີຄວາມພ້ອມ, ມີຄວາມເປັນລະບຽບຮຽບຮ້ອຍຂຶ້ນກວ່າເກົ່າ ໂດຍສະເພາະ ກ້ອນກຳລັງຂອງບັນດາກະຊວງ, ອົງການ ແລະ ມວນຊົນ ໃຫ້ສືບຕໍ່ຝຶກຊ້ອມຕື່ມອີກ ເພື່ອໃຫ້ເປັນລະບຽບກວ່າເກົ່າ ເປັນຕົ້ນ ຈັ່ງຫວະການເດີນ, ຮູບແຖວ, ການແກວ່ງທຸງ ແລະ ອື່ນໆ.
ການຊ້ອມໃຫຍ່ ເດີນສວນສະໜາມ ດັ່ງກ່າວ, ປະກອບມີກ້ອນ ປກຊ-ປກສ 25 ກ້ອນກໍາລັງ ໃນນີ້, ກ່ອນກຳລັງ ປກຊ 19 ກ້ອນກຳລັງ, ປກສ 6 ກ້ອນກໍາລັງ ແລະ ກ້ອນກໍາລັງ ຈາກບັນດາກະຊວງ, ອົງການ ແລະ ມວນຊົນ ເຂົ້າຮ່ວມ ຈໍານວນຫລາຍກ້ອນກໍາລັງ. ພ້ອມນີ້, ຍັງຈະໄດ້ສືບຕໍ່ຝຶກຊ້ອມໃຫຍ່ ຕື່ມອີກ ໃນວັນທີ 21 ແລະ ວັນທີ 28 ພະຈິກ 2025 ທັງນີ້ກໍເພື່ອໃຫ້ມີຄວາມເປັນເອກະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເພື່ອຮັບປະກັນບໍ່ໃຫ້ມີຄວາມຜິດພາດ ໃນມື້ສະແດງຕົວຈິງ ໃນວັນທີ 2 ທັນວາ 2025.

ຂ່າວ: ທະນູທອງ, ພາບ: ຂັນໄຊ

Address

ບ້ານ ສີວິໄລ
Vientiane
5635

Telephone

+8562029862978

Website

Alerts

Be the first to know and let us send you an email when LNTV3 HD posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to LNTV3 HD:

Share