Sportvarietyfm98,8

Sportvarietyfm98,8 SPORT VARIETY

SPORT VARIETY RADIO FM 98,8

ຄວາມເຄື່ອນໄຫວຂອງການແ່ຂ່ງຂັນກິລາລາວ ແລະ ຄວາມເຄື່ອນໄຫວກິລາທົ່ວໂລກ ໃນ ລາຍການ ສະປອດວາໄຣຕີ ສາລະດີເລື່ອງກິລາ ທາງ fm98,8mhz 17:00-18:00 ຟັງເພງທຸກຮູບແບບ ຢາກຖາມເລື່ງກິລາໃດ ສົງມາທີ່ແຟນເພສ ຂອງ ສະປອດວາໄຣຕີໄດ້ ຫລື ໂທ 0307772435

ກອງປະຊຸມໃຫຍ່ສະໄໝສາມັນ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ສໍາເລັດຢ່າງເປັນທາງການ------------------------------------ກອງປະຊ...
19/01/2025

ກອງປະຊຸມໃຫຍ່ສະໄໝສາມັນ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ສໍາເລັດຢ່າງເປັນທາງການ
------------------------------------
ກອງປະຊຸມໃຫຍ່ສະໄໝສາມັນ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ສໍາເລັດຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 19 ມັງກອນ 2025 ທີ່ໂຮງແຮມ ດັບເບິລທຣີ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ. ປອ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ພ້ອມດ້ວຍຄະນະ ແລະ ຕາງໜ້າຈາກສະຫະພັນບານເຕະອາຊຽນ ກັບ ອາຊີ ລວມເຖິງຕາງໜ້າຈາກສະຫະພັນແຕ່ລະແຂວງ ແລະ ສະໂມສອນໃນລາວລີກ 1 ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຂຶ້ນເປີດກອງປະຊຸມຢ່າງເປັນທາງການ ແລະ ລາຍງານແຜນການເຄື່ອນໄຫວຕ່າງໆໃນປີ 2025 ໂດຍສະເພາະແມ່ນວຽກງານຈັດການແຂ່ງຂັນໃນ ສປປ ລາວ ປະຈໍາປີີ 2025 ໄດ້ກໍານົດເອົາ 7 ລາຍການດັ່ງກ່າວນີ້:

1.ການແຂ່ງຂັນ ຟຸດຂໍລີກ 2025 ແຂ່ງຂັນລະຫວ່າງວັນທີ 22 ມີນາ - 21 ມິຖຸນາ 2025
2.ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍເກີນ 16 ປີ ລະຫວ່າງວັນທີ 2 ກໍລະກົດ - 17 ສິງຫາ 2025
3.ການແຂ່ງັຂນບານເຕະເຍົາວະຊົນ ຮຸ່ນອາຍຸບໍເກີນ 19 ປີ ລະຫວ່າງວັນທີ 18 ກໍລະກົດ - 31 ສິງຫາ 2025
4.ການແຂ່ງຂັນບານເຕະ ລາວລີກ ຍິງ 2025 ລະຫວ່າງວັນທີ 10 ພຶດສະພາ - 23 ສິງຫາ 2025
5.ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ລະຫວ່າງວັນທີ 13 ກັນຍາ 2025 – 8 ມີນາ 2026
6.ການແຂ່ງຂັນບານເຕະ ຊິງຂັນຍາຍົກ ປະຈໍາປີ 205-2026 ລະຫວ່າງວັນທີ 24 ກັນຍາ 2025 – 14 ມີນາ 2026
7.ການແຂ່ງຂັນບານເຕະ ລາວລີກ 2 ລະຫວ່າງເດືອນີນາ - ຕຸລາ 2025.
ນອກນັ້ນ, ກໍຍັງມີການລາຍງານວຽກງານດ້ານຕ່າງໆ ແລະ ມີການຮັບຮອງເອົາ ເພື່ອກຽມປະຕິບັດຕາມ ( ລາຍລະອຽດຈະລາຍງານໃຫ້ຊາບຕື່ມພາຍຫຼັງ )

ຂ່າວ Larh Creators/IBOX/THENEXTMEDIA

ສຕລ (ສະຫະພັນບານເຕະແຫ່ງຊາດລາວ) ຈັດກອງປະຊຸມ ພັດທະນາກິລາບານເຕະ ທົ່ວປະເທດ ປະຈໍາປີ 2025 ---------------------------ໃນວັນທີ 18...
18/01/2025

ສຕລ (ສະຫະພັນບານເຕະແຫ່ງຊາດລາວ) ຈັດກອງປະຊຸມ ພັດທະນາກິລາບານເຕະ ທົ່ວປະເທດ ປະຈໍາປີ 2025
---------------------------
ໃນວັນທີ 18 ມັງກອນ 2025 ສຕລ (ສະຫະພັນບານເຕະແຫ່ງຊາດລາວ) ຈັດກອງປະຊຸມ ພັດທະນາກິລາບານເຕະ ທົ່ວປະເທດ ປະຈໍາປີ 2025 ທີ່ສະຫະພັນບານເຕະແຫ່ງຊາດລາວ

ໃຫ້ກຽດເປັນປະທານ ໂດຍທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນ ບານເຕະແຫ່ງຊາດລາວ ມີຄະນະປະທານ, ເລຂາທິການ ສຕລ ແລະ ບັນດາ ປະທານ, ຄະນະຮັບພິຊອບ ສຕຂ (ສະຫະພັນບານເຕະແຂວງ) 18 ແຂວງ ເຂົ້າຮ່ວມ ພ້ອມດ້ວຍ ບັນດາສື່ມວນຊົນ.

ການຈັດກອງປະຊຸມພັດທະນາກິລາບານເຕະ ທົ່ວປະເທດ ປະຈໍາປີ 2025 ໃນມື້ນີ້ ແມ່ນເພື່ອລາຍງານການເຄື່ອນໄຫວງານຈັດການແຂ່ງຂັນ ຮ່ວມກັບ ສຕຂ ປີຜ່ານມາ, ລາຍງານການເຄື່ອນໄຫວດ້ານເຕັກນິກວິທະຍາ ແລະ ພັດທະນາ ສຕລ ປະຈໍາປີ 2024, ສະເໜີແຜນວຽກໃນຕໍ່ໜ້າປີ 2025-2026 ກ່ຽວກັບການເຄື່ອນໄຫວ ຈັດການແຂ່ງຂັນບານເຕະ, ການເຄື່ອນໄຫວດ້ານເຕັກນິກວິທະຍາ ແລະ ການພັດທະນາ, ຈຸດດີ ແລະ ຂໍ້ຄົງຂ້າງຂອງ ສຕລ ແລະ ບັນດາ ສຕຂ ໂດຍສະເພາະບັນດາແຂວງທີ່ບໍ່ທັນຈັດຕັ້ງປະຕິບັດໄດ້ຕາມແຜນໃນໄລຍະຜ່ານມາ.

ເປີດໂອກາດໃຫ້ເຍົາວະຊົນຍິງ ໃນກິລາບານເຕະ ສຕລ ຈັດກິດຈະກຳບານເຕະ FIFA Women’s Football Campaign 2024 ຢ່າງມ່ວນຊື່ນ!!!    ເພື່ອສ...
22/09/2024

ເປີດໂອກາດໃຫ້ເຍົາວະຊົນຍິງ ໃນກິລາບານເຕະ ສຕລ ຈັດກິດຈະກຳບານເຕະ FIFA Women’s Football Campaign 2024 ຢ່າງມ່ວນຊື່ນ!!!
ເພື່ອສ້າງແຮງບັນ ດານໃຈໃຫ້ກັບເຍົາວະຊົນລາວ ຮຸ່ນອາຍຸ 8 – 14 ປີ ໃຫ້ມາຫລິ້ນກິລາບານ ເຕະໃຫ້ຫລາຍຂຶ້ນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຮ່ວມກັບ ຟີຟາ ຈັດກິດຈະກຳບານ ເຕະຍິງ FIFA Women’s Football Campaign 2024 ຂື້ນໃນວັນທີ 21 ກັນຍາ 2024 ທີ່ສູນຝຶກກິລາບານເຕະຫວ້າຍຫົງ, ນະຄອນຫລວງວຽງຈັນ.
ເປັນກຽດເຂົ້າຮ່ວມມີ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງ ຊາດລາວ, ພ້ອມດວ້ຍຄະນະບໍລິຫານງານ ສຕລ, ທ່ານ ໄຊມອນ ໂທເສລລີ
( SIMON TOSELLI ) ຜູ້ຕາງໜ້າຈາກ FIFAພ້ອມດ້ວຍແຂກຖືກເຊີນ, ຄູອາຈານ, ນັກກິລາ ທີມຊາດຍິງ, ນ້ອໆເຍົາວະຊົນແລະ ສື່ມວນຊົນ ເຂົ້າຮ່ວມ.
ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວເປີດງານວ່າ: ‘’ ການຈັດງານຄັ້ງນີ້ແມ່ນເພື່ອຈຸດປະສົງພັດທະນາບານເຕະຍິງ ລາວໃຫ້ກ້າວສູ່ລະດັບເທົ່າທຽມກັບບານເຕະຊາຍ, ນີ້ເປັນໂຄງການທຳອິດຂອງການພັດທະນາກິລາບານເຕະຍິງທີ່ສຕລເປັນຜູ້ລິເລີ່ມສ້າງແຜນຍຸດທະສາດພັດທະນາກິລາບານ ເຕະຍິງນີ້ຂື້ນມາໃນປີທີ່ຜ່ານມາ ແລະສືບຕໍ່ເຮັດໃຫ້ມີກິດຈະກຳດັ່ງກ່າວນີ້ເກີດຂຶ້ນໄດ້ ເຊິ່ງເປັນຄັ້ງທຳອິດ‘’
ຂະນະທີ່ ທ່ານ ໄຊມອນ ໂທເສລລີ ( SIMON TOSELLI ) ຜູ້ຕາງໜ້າຈາກ FIFA ໄດ້ກ່າວວ່າ: ‘’ ນີ້ເປັນໂອກາດອັນດີທີ່ເຮົາໄດ້ສະເຫລີມສະຫລອງກິດຈະກຳບານເຕະຍິງ FIFA Women’s Football Campaign 2024. ນີ້ແມ່ນຫນຶ່ງໃນຈຸດປະສົງຫລັກຂອງ ຟີຟາ ໃນການພັດທະນາບານເຕະຍິງແມ່ນການສ້າງຈໍານວນນັກກິລາຍິງທີ່ມີສ່ວນຮ່ວມໃນກິລາບານເຕະບໍ່ວ່າຈະເປັນໃນລະດັບບານເຕະຂັ້ນພື້ນຖານ, ບານເຕະເຍົາວະຊົນ ແລະ ລະດັບທີມຊາດ. ພ້ອມນີ້ ທ່ານໄດ້ສະແດງຄວາມຂອບໃຈແລະຍ້ອງຍໍຊົມເຊີຍມາຍັງສະຫະພັນບານເຕະແຫ່ງຊາດລາວ ທີໄດ້ມີການຈັດຫລາຍກິດຈະກຳປິ່ນອ້ອມໃນການພັດທະນາບານເຕະຍິງບໍ່ວ່າຈະເປັນການແຂ່ງຂັນລະດັບເຍົາວະຊົນ, ການແຂ່ງຂັນ ລາວລີກຍິງ ເຊິ່ງຈັດມາເປັນປີທີ 2 ‘’.

ກິດຈະກຳຄັ້ງນີ້ ຍັງເປັນການສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນຍິງທີ່ມີໃຈຮັກ ໃນກິລາບານເຕະ ໄດ້ພ້ອມກັນຫລິ້ນກິດຈະກຳຮ່ວມ, ພ້ອມທັງເປັນການສົ່ງເສີມໃຫ້ບັນດາເຍົາວະຊົນຍິງຫັນມາຫລິ້ນກິລາບານເຕະໃຫ້ຫລາຍຂຶ້ນ ເຊິ່ງເຍົາວະຊົນຍິງເຂົ້າຮ່ວມງານດັ່ງກ່າວທັງຫມົດ 250 ຄົນ.
ຂ່າວ-ພາບ: ສຕລ

ເພື່ອເປັນບ່ອນຝຶກແອບນັກກິລາບານເຕະທີມຊາດລາວ ທັງຍິງ ແລະ ຊາຍ ຕັ້ງແຕ່ລຸ້ນໃຫຍ່ ຈົນຮອດ ລຸ້ນເຍົາວະຊົນ .ໃນຕອນບ່າຍຂອງວັນທີ 24 ກຸມພ...
25/02/2024

ເພື່ອເປັນບ່ອນຝຶກແອບນັກກິລາບານເຕະທີມຊາດລາວ ທັງຍິງ ແລະ ຊາຍ ຕັ້ງແຕ່ລຸ້ນໃຫຍ່ ຈົນຮອດ ລຸ້ນເຍົາວະຊົນ .ໃນຕອນບ່າຍຂອງວັນທີ 24 ກຸມພາ 2024 ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດສູນຝຶກກິລາບານເຕະຈຳປີ-ຈຳປາ ຢູ່ ສະໜາມກິລາແຫ່ງຊາດລາວ(ຫຼັກ16) ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກຣປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ Kenny JEAN-MARIE ຕົວແທນຈາກ ສະຫະພັນບານເຕະສາກົນ FIFA, AFC, AFF ພ້ອມດ້ວຍ ຄະນະບໍລິຫານງານ ສຕລ,ບັນດາສະຫະພັນບານເຕະແຂວງ ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຂຶ້ນລາຍງານ ສູນກິລາຈຳປີ - ຈຳປາ ເປັນຫມາກຜົນແບບຢ່າງທາງດ້ານການພັດທະນາກິລາບານເຕະລາວ ທີ່ ກະຊວງສຶກສາທິການ ແລະ ກິລາ ໄດ້ມອບສິດ ໃຫ້ ສຕລ ນຳໃຊ້ພື້ນທີ່ສ່ວນໜຶ່ງ ຂອງ ສະໜາມກິລາແຫ່ງຊາດຫຼັກ 16 ຈຳນວນ 105,446 ຕາແມັດ ແລະ ໄດ້ຮັບທຶນຊ່ວຍເຫຼືອຈາກ ສະຫະພັນບານເຕະສາກົນ ພາຍໃຕ້ໂຄງການ FIFA FORWARD 3 ໄລຍະຄື:
1. ໂຄງການກໍ່ສ້າງຕຶກຫໍພັກນັກກິລາພາຍໃຕ້ໂຄງການ FIFA FORWARD 1.0 ສຳເລັດໃນປີ 2017.
2. ໂຄງການກໍ່ສ້າງເດີ່ນຝຶກຊ້ອມຂະຫນາດມາດຕະຖານ 2 ເດີ່ນພາຍໃຕ້ໂຄງການ FIFA FORWARD 1.0 ສໍາເລັດໃນປີ 2021.
3. ໂຄງການພາກຂະຫຍາຍ ສູນຝຶກກິລາບານເຕະ ຈໍາປີິ - ຈໍາປາ ພາຍໃຕ້ໂຄງການ FIFA FORWARD 2.0 ສໍາເລັດໃນປີທີ່ຜ່ານມາ.
ໃນຕອນທ້າຍ ພິທີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ທ່ານ Kenny JEAN-MARIE ຕົວແທນຈາກ ສະຫະພັນບານເຕະສາກົນ ໄດ້ໃຫ້ກຽດຂຶ້ນກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການສ້າງສູນຝຶກກິລາບານເຕະ ຈໍາປີິ - ຈໍາປາ ພ້ອມຮ່ວມຕັດແຖບຜ້າ ເພື່ອເປີດສູນຝຶກກິລາບານເຕະຈຳປີ-ຈຳປາ ຢ່າງເປັນທາງການ

ສະຫະພັນບານເຕະແຫ່ງຊາດລາວ ຈັດກອງປະຊຸມໃຫຍ່ ປະຈຳປີ 2024 ໃນວັນທີ 24 ກຸມພາ 2024 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັ...
24/02/2024

ສະຫະພັນບານເຕະແຫ່ງຊາດລາວ ຈັດກອງປະຊຸມໃຫຍ່ ປະຈຳປີ 2024 ໃນວັນທີ 24 ກຸມພາ 2024 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ວີເພັດ ສີຫາຈັກຣ, ປະທານ ສະຫະພັນບານເຕະແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມມີ ທ່ານ ຜູ້ຕາງໜ້າ FIFA, AFC, AFF, ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ, ບັນດາສະມາຊິກ ສຕລ ສະຫະພັນບານເຕະແຂວງ, ນະຄອນຫຼວງ ແລະ ສະໂມສອນບານເຕະ, ບັນດາສື່ມວນຊົນ, ແຂກທີ່ຖືກເຊີນເຂົ້າຮ່ວມ
ກອງປະຊຸມໃຫຍ່ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 ເພື່ອດໍາເນີນການເລືອກຕັ້ງຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ປະຈຳສົກປີ 2024-2028 ການເລືອກຕັ້ງຄັ້ງນີ້ແມ່ນອິງຕາມກົດລະບຽບສະຫະພັນບານເຕະແຫ່ງຊາດລາວ ເຊິ່ງຈະຕ້ອງມີ ການເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ທຸກໆ 4 ປີ
ທ່ານ ວີເພັດ ສີຫາຈັກຣ, ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຂຶ້ນລາຍງານ ນັບຕັ້ງແຕ່ການເລືອກຕັ້ງຄັ້ງຜ່ານມາ ໃນວັນທີ 29 ກຸມພາ 2020 ເປັນໄລຍະເວລາ 4 ປີເຕັມຄະນະບໍລິຫານງານ ສຕລ ຊຸດປັດຈຸບັນ ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການພັດທະນາກິລາບານເຕະໃນ ສປປ ລາວ ໃຫ້ກ້າວຂື້ນ ເຊິ່ງໄດ້ຮັບການສະໜັບສະໜູນຈາກອົງການຈັດຕັ້ງພັກ-ລັດ ກໍຄືກະຊວງສຶກສາທິການ ແລະ ກິລາ, ບັນດາສະມາຊິກ ສຕລ, FIFA, AFC, AFF ແລະ ບັນດາຜູ້ໃຫ້ການສະໜັບສະໜູນ. ເຊິ່ງວຽກງານທີ່ພົ້ນເດັ່ນ ໄດ້ສຳເລັດການຈັດການແຂ່ງຂັນບານເຕະ ເພື່ອຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວຽກງານຈັດການແຂ່ງຂັນພາຍໃນ ສຕລ ໄດ້ຈັດການແຂ່ງຂັນຕັ້ງແຕ່ລຸ້ນທົ່ວໄປຈົນຮອດລະດັບເຍົາວະຊົນ ທີ່ພົ້ນເດັ່ນ ກໍຄືການຂະຫຍາຍຕາໜ່າງທີມໃນການແຂ່ງຂັນ ລາວລີກ 1 ອອກໄປສູ່ຕ່າງແຂວງ ໂດຍປັດຈຸບັນມີທັງໝົດ 4 ຈາກທັງໝົດ 8 ສະໂມສອນ ທີ່ມາຈາກຕ່າງແຂວງ ແລະ ຍັງໄດ້ຮ່ວມກັນຈັດການແຂ່ງຂັນ ລາວລີກ 2 ກັບບັນດາສະຫະພັນສະມາຊິກ ເພື່ອເຮັດໃຫ້ການແຂ່ງຂັນບານເຕະລະດັບສະໂມສອນ ເປັນລະບົບຫຼາຍຂື້ນ.ອັນທີ່ພົ້ນເດັ່ນກໍຄືການຈັດການແຂ່ງຂັນບານເຕະລາວລີກຍິງ ພາຍໃຕ້ການສະໜັບສະໜູນຈາກໂຄງການFIFA Forward ຂື້ນເປັນຄັ້ງທຳອິດໃນທ້າຍ, ໃນດ້ານການສ້າງຕັ້ງສູນພັດທະນາກິລາບານເຕະຈຳປີ-ຈຳປາ ກໍ່ເປັນອີກບາດກ້າວໜຶ່ງທີ່ສໍາຄັນໃນການພັດທະນານັກກິລາລຸ້ນສືບທອດ ຄຽງຄູ່ກັບການພັດທະນານັກກິລາ ການພັດທະນາຄູຝຶກກໍ່ເປັນບູລິມະສິດຂອງ ສຕລ ເຊິ່ງສາມາດເຂົ້າເປັນພາຄີຂອງ AFC ໃນລະດັບ A, B ແລະ C. ຂະຫຍາຍ ສູນຝຶກກິລາບານເຕະ ສຕລ ທີ່ບໍລິເວນເນື້ອທີ່ຂອງສະໜາມກິລາແຫ່ງຊາດຫຼັກ 16.
ຜົນການເລືອກຕັ້ງຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ປະຈຳສົກປີ 2024-2028 ປະກອບມີ 11 ທ່ານດັ່ງນີ້:
1/ ທ່ານ ວີເພັດ ສີຫາຈັກຣ ເປັນປະທານສະຫະພັນບານເຕະແຫ່ງຊາດລາວ
2/ ທ່ານ ຄໍາໄພ ປະເສີດ ເປັນຮອງປະທານສະຫະພັນບານເຕະແຫ່ງຊາດລາວ
3/ ທ່ານ ຄໍາແພງ ວົງຂັນຕີ ເປັນຮອງປະທານສະຫະພັນບານເຕະແຫ່ງຊາດລາວ
4/ ທ່ານ ປະສາດໄຊ ພິລາພັນເດດ ເປັນຮອງປະທານສະຫະພັນບານເຕະແຫ່ງຊາດລາວ
5/ ທ່ານ ນາງ ກັນຍາ ແກ້ວມະນີ ເປັນຮອງປະທານສະຫະພັນບານເຕະແຫ່ງຊາດລາວ
6/ ທ່ານ ດຣ ໄຊຊະນະ ທອງຄໍາຈັນ ເປັນກໍາມະການຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ
7/ ທ່ານ ປອ ບຸນຍູ້ ສີສານ ເປັນກໍາມະການຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ
8/ ທ່ານ ນາງ ພູໄຊ ແພງພົງ ເປັນກໍາມະການຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ
9/ ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ ເປັນກໍາມະການຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ
10/ ທ່ານ ແກ້ວລັດຕະນະ ສີຫາວົງ ເປັນກໍາມະການຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ
11/ ທ່ານ ຄໍລະເດດ ພອນພະຈັນ ເປັນກໍາມະການຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ

ຄົນຊວຍ ຄົນຕໍ່ໄປ  ອາດເປັນທ່ານ+++++++++++++++++++++++++++++++++++++++++++++++++++++++++++++ບໍລິສັດຮັບພະນັນຖືກກົດໝາຍ ຂອງ ອັ...
26/12/2023

ຄົນຊວຍ ຄົນຕໍ່ໄປ ອາດເປັນທ່ານ
+++++++++++++++++++++++++++++++++++++++++++++++++++++++++++++
ບໍລິສັດຮັບພະນັນຖືກກົດໝາຍ ຂອງ ອັງກິດ ຮ່ວມໃຈກັນຫຼຸດລາຄາທີ່ ເອຣິກ ເທນຮາກ ຂອງ ແມນເຊັສເຕີ ຢູໄນເຕັດ ຜູ້ຈັດການທີມຂອງ ແມນເຊັສເຕີ ຢູໄນເຕັດ ຈະເປັນຜູ້ຈັດການ ພຣີເມຍລີກ ຄົນຕໍ່ໄປທີ່ຈະຖືກປົດອອກຈາກຕຳແໜ່ງ ຫຼັງຈາກທີ່ນຳ “ຜີສາດແດງ” ເສຍໃຫ້ ເວສແຮມ ຢູໄນເຕັດ 0-2
ໂອກາດ ຂອງ ຜູ້ຈັດການທີມ Premier League ຄົນຕໍ່ໄປທີ່ຄາດວ່າມີໂອກາດຈະຖືກປົດ
1. ເອຣິກ ເທນຮາກ (ແມນເຊັສເຕີ ຢູໄນເຕັດ) 17/20
2. ຣອຍ ຮອດສັນ (ຄຣິສຕັລ ພາເລດ) 5/1
3. ເອັດດີ ຮາວ (ນິວຄາສເຊິນ) 9/1
4. ເມົາຣິຊິໂອ ໂປເຊັດຕິໂນ (ເຊລຊີ) 12/1
5. ແວງຊອງ ກອມປານີ (ເບີນລີ) 14/1
6. ນູໂນ ເອສປິຣິໂຕ ຊານໂຕ (ນອດຕິງແຮມ) 16/1
7. ແກລີ ໂອນິວ (ວູບແຮມຕັນ) 20/1
7. ຄຣິສ ວິວເດີ (ເຊຟຟິວ ຢູໄນເຕັດ) 20/1
9. ເດວິດ ມອຍ (ເວດແຮມ) 25/1

ແມນເຊັສເຕີ ຢູໄນເຕັດ ປະກາດ ຕົກລົງທີ່ຈະຂາຍຫຸ້ນ 25% ໃຫ້ ເຊີ ຈິມ ແຣດຄຣີຟ +++++++++++++++++++++++++++++++++++++++++++++++++++...
25/12/2023

ແມນເຊັສເຕີ ຢູໄນເຕັດ ປະກາດ ຕົກລົງທີ່ຈະຂາຍຫຸ້ນ 25% ໃຫ້ ເຊີ ຈິມ ແຣດຄຣີຟ
++++++++++++++++++++++++++++++++++++++++++++++++++++++++++++++++.
ແມນເຊັສເຕີ ຢູໄນເຕັດ ປະກາດຂ່າວໃຫຍ່ ໃນວັນຄຣິສມາດ ອີຟ ວ່າ ຕົກລົງທີ່ຈະຂາຍຫຸ້ນ 25% ໃຫ້ ເຊີ ຈິມ ແຣດຄຣີຟ ຫຼັງເຈລະຈາມາໄດ້ 13 ເດືອນ ຄາດກັນວ່າ ເຊີ ຈິມ ແຣດຄຼິຟ ຈະຈ່າຍເງິນຈຳນວນ 1.25 ຕື້ປອນ (ປະມານ 32,713,750,000,000 ກີບ) ເຊິ່ງ ການອະນຸມັດ ຈະໃຊ້ເວລາລະຫວ່າງຫົກຫາແປດອາທິດ.
ຫຼັງຈາກການຊື້ຫຸ້ນຂອງຜີສາດແດງຢ່າງສຳເລັດຜົນ, ເຊີ ຈິມ ແຣດຄຣີຟ ອາຍຸ 71 ປີກໍປະກາດທັນທີວ່າ “ໃນຖານະເປັນຄົນທ້ອງຖິ່ນ ແລະ ເປັນແຟນຂອງສະໂມສອນຕະຫຼອດຊີວິດ. ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ຕົກລົງເຫັນດີກັບຄະນະກໍາມະການ ຂອງ ແມນເຊສເຕີ ຢູໄນເຕັດ ເພື່ອເຂົ້າມາມີສ່ວນຮ່ວມຮັບຜິດຊອບ ຝ່າຍປະຕິບັດວານກ່ຽວກັບບານເຕະ ຂອງ ສະໂມສອນ."
“ພວກເຮົາຈະນໍາເອົາຄວາມຮູ້ ຄວາມຊ່ຽວຊານ ແລະ ຄວາມຊໍານານ ຂອງ ກຸ່ມ INEOS Sport, ພວກເຮົາຈະສືບຕໍ່ຊຸກຍູ້ການພັດທະນາ ຂອງ ສະໂມສອນ ແລະ ສະຫນອງທຶນສໍາລັບການລົງທຶນໃນອະນາຄົດທີ່ Old Trafford, ພວກເຮົາຈະຢູ່ທີ່ນີ້ ແລະ ພ້ອມທີ່ຈະເຮັດວຽກຫນັກຢ່າງມືອາຊີບດ້ວຍຄວາມຕັ້ງໃຈ."

ຜົນການແຂ່ງຂັນ ແລະ ຕາຕະລາງຄະແນນຫຼ້າສຸດ ພາຍຫຼັງຈົບການແຂ່ງຂັນພຣີເມຍລີກ ອັງກິດ ນັດທີ 18 ລະດູການ 2023-24 ເຫຼືອພຽງ 4 ທີມທີ່ຍັງ...
25/12/2023

ຜົນການແຂ່ງຂັນ ແລະ ຕາຕະລາງຄະແນນຫຼ້າສຸດ ພາຍຫຼັງຈົບການແຂ່ງຂັນພຣີເມຍລີກ ອັງກິດ ນັດທີ 18 ລະດູການ 2023-24 ເຫຼືອພຽງ 4 ທີມທີ່ຍັງລົງຫຼິ້ນ 17 ນັດ ປະກົດວ່າ ທີມນໍາຂອງ ພຣີເມຍລີກ ຍັງບໍ່ປ່ຽນມື ໂດຍ ອາເຊນອລ ຍັງເປັນທີມນໍາ ຫຼັງສະເໝີ ອັນດັບ 2 ລິເວີພູລ 1-1 ຂະນະທີ່ ແມນເຊັສເຕີ ຢູໄນເຕັດ ຕົກຢູ່ອັນດັບ 8 ຫຼັງຈາກເສຍໃຫ້ ເວສແຮມ ຢູໄນເຕັດ 0-2 ແລະ ເຊລຊີ ຍັງ ຢູ່ໃນອັນດັບ 10 ຫຼັງຈາກເສຍໃຫ້ ວູບແຮມຕັນ 1-2
ແອສຕັນ ວິນລາ 1-1 ເຊບຟິວ ຢູໄນເຕັດ
ຟູແລມ 0-2 ເບີນລີ
ລູຕັນ ທາວ 1-0 ນິວຄາສເຊິນ ຢູໄນເຕັດ
ນອດຕິ້ງແຮັມ 2-3 ບອນມັດ
ສະເປີ 2-1 ເອຟເວີຕັນ

ຕາຕະລາງຄະແນນພຣີເມຍລີກ 2023-24 ວັນທີ 24 ທັນວາ 2023
1. ອາເຊນອນ 40 ຄະແນນ
2. ລິເວີພູລ 39 ຄະແນນ (ຊະນະ-ເສຍ +21)
3. ແອສຕັນ ວິນລາ 39 ຄະແນນ (ຊະນະ-ເສຍ +16)
4. ສະເປີ 36 ຄະແນນ
5. ແມນເຊັສເຕີ ຊິຕີ້ 34 ຄະແນນ
6. ເວສແຮມ 30 ຄະແນນ
7. ນິວຄາສເຊິນ ຢູໄນເຕັດ 29 ຄະແນນ
8. ແມນເຊັສເຕີ ຢູໄນເຕັດ 28 ຄະແນນ
9. ໄບຣສຕັນ 27 ຄະແນນ
10. ເຊລຊີ 22 ຄະແນນ (ຊະນະ-ເສຍ +1)
11. ວູບແຮັມຕັນ 22 ຄະແນນ (ຊະນະ-ເສຍ-7)
12. ບອນມັດ 22 ຄະແນນ (ຊະນະ-ເສຍ-8)
13. ຟູແລມ 21 ຄະແນນ
14. ເບຣນຟອດ 19 ຄະແນນ
15. ຄຣິສຕັນ ພາເລດ 18 ຄະແນນ
16. ເອຟເວີຕັນ 16 ຄະແນນ
17. ນອດຕິ້ງແຮັມ 14 ຄະແນນ
18. ລູຕັນ ທາວ 12 ຄະແນນ
19. ເບີນລີ 11 ຄະແນນ
20. ເຊບຟິວ ຢູໄນເຕັດ 9 ຄະແນນ

ຈັດລະດັບເກຣດຜູ້ຈັດການທີມ ພຣີເມຍລີກ ລະດູການ 2023/24+++++++++++++++++++++++++++++++++++++++++++++++ມາຮອດປະຈຸບັນ, ບານເຕະພຣີ...
22/12/2023

ຈັດລະດັບເກຣດຜູ້ຈັດການທີມ ພຣີເມຍລີກ ລະດູການ 2023/24
+++++++++++++++++++++++++++++++++++++++++++++++
ມາຮອດປະຈຸບັນ, ບານເຕະພຣີເມຍລີກ ລະດູການ 2023/24, ມີຜູ້ຈັດການທີມ 2 ຄົນທີ່ຖືກປົດອອກຈາກຕຳແໜ່ງຄື: ພໍ ເຮັກກິງບອດທອມ ຂອງ ເຊບຟິວ ຢູໄນເຕັດ ແລະ ຫວ່າງມໍ່ໆມານີ້, ສະຕີບ ຄູເປີ ຂອງ ນອດຕິງແຮມ ຟໍເຣສ ເຊິ່ງ ຜູ້ຈັດການທີມບາງຄົນຍັງມີໂອກາດຈະຖືກໄລ່ອອກ.
ເດລີເມລ, ສື່ມວນຊົນຈາກອັງກິດ, ໄດ້ຈັດລະດັບເກຣດຜູ້ຈັດການທີມ ອອກມາວ່າແຕ່ລະຄົນສົມຄວນສົມໄດ້ເກຣດ ດັ່ງນີ້
1. ອາເຊນອລ - ມິເກລ ອາເຕຕາ (B+)
2. ລິເວີພູລ - ເຈີເກັນ ຄັອບ (A)
3. ອາສຕັນ ວິນລາ - ອູໄນ ເອເມຣີ (A+)
4. ແມນເຊັສເຕີ ຊິຕີ້ - ເປບ ກວາດິໂອລາ ( B- )
5. ສະເປີ - ອັງເກ ປອສະເຕໂຄກລູ (B+)
6. ນິວຄາສເຊິນ - ເອດດີ ຮາວ (C)
7. ແມນເຊັສເຕີ ຢູໄນເຕັດ - ເອຣິກ ເທນຮາກ (D-)
8. ເວສແຮມ - ເດວິດ ມອຍ (B+)
9. ໄບຣຕັນ - ໂຣແບໂຕ ເດີ ເແຊບີ (C)
10. ເຊວຊີ - ໂປເຊັດຕິໂນ (F)
11. ຟູແລັມ - ມາໂກ ຊິລວາ (C+)
12. ເບຣນຟອດ - ທອມມັສ ແຟຣງ (C)
13.ວູບ - ແກລີ ໂອນີບ (B- )
14. ບອນມັດ - ອັນໂດນີ ອິຣາໂອລາ (B- )
15. ຄຣິສຕັນ ພາເລດ - ຣອຍ ຮັດສັນ (D-)
16. ເອຟເວີຕັນ - ຊອນ ໄດຊ (A)
17. ນອດຕິງແຮມ ຟໍເຣສ - ນູໂນ ເອສປິຣີໂຕ (?)
18. ລູຕັນ - ຣອບ ເອດເວີດ (C)
19. ເບີນລີ- ແວງຊອງ ກອມປານີ (D-)
20. ເຊບຟິວ ຢູໄນເຕັດ - ຄຣິສ ໄວເດີ (C)

12 ສະໂມສອນໃຫຍ່ ອອກມາສະແດງທ່າທີວ່າຈະບໍ່ເຂົ້າຮ່ວມໃນຊຸບເປີລີກ. +++++++++++++++++++++++++++++++++++++++ວັນທີ 22 ເດືອນທັນວາ 2...
22/12/2023

12 ສະໂມສອນໃຫຍ່ ອອກມາສະແດງທ່າທີວ່າຈະບໍ່ເຂົ້າຮ່ວມໃນຊຸບເປີລີກ.
+++++++++++++++++++++++++++++++++++++++

ວັນທີ 22 ເດືອນທັນວາ 2023, ການເຄື່ອນໄຫວພາຍຫຼັງ ສານສູງສຸດຂອງສະຫະພາບເອີຣົບ (ECJ) ໄດ້ຕັດສິນວ່າສະຫະພັນບານເຕະເອີຣົບ (UEFA) ແລະ ສະຫະພັນບານເຕະສາກົນ (FIFA) ບໍ່ມີອຳນາດທີ່ຈະຂັດຂວາງ. ການແຂ່ງຂັນ Super League ຜູ້ທີ່ຫວັງວ່າຈະແຍກຕົວອອກຈາກ UEFA ເພື່ອສ້າງຕັ້ງລີກໃຫມ່ ຫວັງວ່າຈະມີລາຍໄດ້ກ້ອນໃຫຍ່ເຂົ້າສະໂມສອນ ເຊິ່ງ ຄວາມຄິດດັ່ງກ່າວໄດ້ເກີດຂຶ້ນໃນປີ 2021 ໂດຍມີ 12 ສະໂມສອນໃຫຍ່ເຫັນດີ ກ່ອນທີ່ຈະຄ່ອຍໆຖອນຕົວອອກໄປ ຫຼັງຈາກທີ່ໄດ້ຮັບການຄັດຄ້ານຢ່າງໜັກໜ່ວງຈາກແຟນບານ.
ຫຼ້າສຸດ ມີ 12 ສະໂມສອນອອກມາສະແດງທ່າທີວ່າຈະບໍ່ເຂົ້າຮ່ວມໃນຊຸບເປີລີກ. ຢ່າງເປັນທາງການປະກອບດ້ວຍ
ແມນເຊັສເຕີ ຢູໄນເຕັດ, ແອັດເລຕິໂກ ມາດຣິດ, ບາເຢິນ ມິວນິກ, ໂບຣຸສເຊຍ ດອດມຸນ, ປາຣີ ແຊັງ-ແຊັກແມັງ, ເຊບີຢາ, ບາເລນເຊຍ, ໂມນາໂກ, ໂຣມາ, ແມນເຊັສເຕີ ຊິຕີ້, ເຊລຊີ ແລະ ທັອດແນມ ຮັອດສະເປີ.

Address

Vientiane

Telephone

+8562077727234

Website

Alerts

Be the first to know and let us send you an email when Sportvarietyfm98,8 posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Sportvarietyfm98,8:

Share

Category