SME Review This is a shared page of news from Lao newspapers and about Laos and work from other sources.

 # Elon Musk ຂາຍ X (ອະດີດ Twitter) ໃຫ້ກັບບໍລິສັດ xAI ຂອງຕົນເອງໃນມູນຄ່າ 33 ຕື້ໂດລາ- ຫົວເຈົ້າຊີວິດດ້ານເຕັກໂນໂລຢີ Elon Musk...
06/05/2025

# Elon Musk ຂາຍ X (ອະດີດ Twitter) ໃຫ້ກັບບໍລິສັດ xAI ຂອງຕົນເອງໃນມູນຄ່າ 33 ຕື້ໂດລາ
- ຫົວເຈົ້າຊີວິດດ້ານເຕັກໂນໂລຢີ Elon Musk ໄດ້ຂາຍບໍລິສັດເຄືອຂ່າຍສັງຄົມອອນລາຍ X (ອະດີດ Twitter) ໃຫ້ແກ່ບໍລິສັດປັນຍາປະດິດ (AI) ຂອງຕົນເອງຊື່ວ່າ xAI ໃນທຸລະກຳແລກປ່ຽນຮຸ້ນມູນຄ່າ 33 ຕື້ໂດລາສະຫະລັດ (45 ຕື້ໂດລາເມື່ອລວມໜີ້ສິນ 12 ຕື້ໂດລາ) ໃນຊ່ວງທ້າຍເດືອນມີນາທີ່ຜ່ານມາ.

ການເຊື່ອມໂຍງບໍລິສັດທັງສອງຈະຊ່ວຍເພີ່ມມູນຄ່າໃຫ້ກັບ xAI ເຖິງ 80 ຕື້ໂດລາ, ພ້ອມທັງຊ່ວຍສ້າງປະສົບການໃຊ້ງານທີ່ດີກວ່າເກົ່າສຳລັບຜູ້ໃຊ້. Musk ເອງໄດ້ກ່າວເທິງແພລດຟອມ X ວ່າ: "ການຮວມກັນນີ້ຈະປົດລັອກສັກກະຍະພາບອັນມະຫາສານໂດຍການປະສົມປະສານຄວາມສາມາດດ້ານ AI ຂັ້ນສູງຂອງ xAI ແລະຄວາມຊຳນານງານເຂົ້າກັບການເຂົ້າເຖິງທີ່ກວ້າງຂວາງຂອງ X."

ນັກວິເຄາະຕະຫຼາດສ່ວນຫຼາຍເຫັນວ່າການເຮັດທຸລະກຳນີ້ເປັນບາດກ້າວສຳຄັນທີ່ຈະຊ່ວຍເສີມຄວາມແຂງແກ່ງໃຫ້ແກ່ທັງສອງຝ່າຍ. ການຮວມຂໍ້ມູນຂະໜາດໃຫຍ່ຈາກ X ກັບເຕັກໂນໂລຢີ AI ຂອງ xAI ຈະຊ່ວຍໃຫ້ແຊັດບອດ Grok ຂອງ xAI ໄດ້ຮັບການຝຶກຝົນໄດ້ດີຂຶ້ນ, ເຊິ່ງຈະຊ່ວຍເພີ່ມຂີດຄວາມສາມາດໃນການແຂ່ງຂັນກັບຄູ່ແຂ່ງສຳຄັນເຊັ່ນ OpenAI, Google DeepMind ແລະ Anthropic.

ຕາມລາຍງານຂອງນັກວິເຄາະ, ການຮວມກັນນີ້ບໍ່ແມ່ນພຽງແຕ່ເປັນການຊື້ຂາຍທຳມະດາ ແຕ່ຍັງເປັນການຮວມຂອງນັກລົງທຶນຂອງທັງສອງບໍລິສັດ, ຫຼາຍລາຍເປັນນັກລົງທຶນຮ່ວມກັນຢູ່ແລ້ວ ເຊັ່ນ Andreessen Horowitz, Sequoia Capital, ແລະອື່ນໆ.

Musk ໄດ້ຊື້ Twitter ໃນລາຄາ 44 ຕື້ໂດລາໃນປີ 2022 ກ່ອນຈະປ່ຽນຊື່ເປັນ X ແລະໃນປີ 2023 ລາວໄດ້ສ້າງບໍລິສັດ xAI ຂຶ້ນມາເພື່ອແຂ່ງຂັນໃນຕະຫຼາດປັນຍາປະດິດ. ປັດຈຸບັນ Musk ຍັງດຳລົງຕຳແໜ່ງເປັນຜູ້ບໍລິຫານຂອງ Tesla ແລະ SpaceX, ພ້ອມທັງເປັນທີ່ປຶກສາພິເສດໃຫ້ປະທານາທິບໍດີ Donald Trump ໃນຕຳແໜ່ງຫົວໜ້າກົມປະສິດທິພາບຂອງລັດຖະບານ (DOGE).

ຍັງບໍ່ມີການປະກາດຈາກທາງບໍລິສັດວ່າຈະມີການປ່ຽນແປງແນວໃດຕໍ່ປະສົບການການໃຊ້ງານຂອງຜູ້ໃຊ້ X ໃນໄລຍະສັ້ນ, ແຕ່ຄາດວ່າຈະມີການເຊື່ອມໂຍງເຕັກໂນໂລຢີ AI ເຂົ້າກັບແພລດຟອມຫຼາຍຂຶ້ນໃນອະນາຄົດ.

---

*SME Review ຕິດຕາມຂ່າວສານດ້ານທຸລະກິດ ແລະ ເຕັກໂນໂລຢີ ເພື່ອຜູ້ປະກອບການລາວ. ຕິດຕາມພວກເຮົາເພື່ອຮັບຂໍ້ມູນອັບເດດລ່າສຸດທຸກມື້.*

* #ຂ່າວເຕັກໂນໂລຢີ *

ບໍລິສັດ ຫຼັກຊັບ ລາວ-ຈີນ ມະຫາຊົນ ເປີດການຊື້-ຂາຍຮຸ້ນຄັ້ງທໍາອິດ ໃນມູນຄ່າ 130 ກີບ/ຮຸ້ນ.----------------ວົງການຕະຫຼາດທຶນໃນ ສປປ...
26/04/2025

ບໍລິສັດ ຫຼັກຊັບ ລາວ-ຈີນ ມະຫາຊົນ ເປີດການຊື້-ຂາຍຮຸ້ນຄັ້ງທໍາອິດ ໃນມູນຄ່າ 130 ກີບ/ຮຸ້ນ.
----------------
ວົງການຕະຫຼາດທຶນໃນ ສປປ ລາວ ໄດ້ກັບມາຄຶກຄັກອີກຄັ້ງ, ພາຍຫຼັງເສດຖະກິດຄ່ອຍຟື້ນໂຕຈາກປັດໃຈ ບວກ ທີ່ເຮັດໃຫ້ການລົງທຶນໃນຮຸ້ນ ຫຼື ການຊື້-ຂາຍຮຸ້ນ ເລີ່ມມີແວວທີ່ຈະດີຂຶ້ນໃນຊ້ວງໄລຍະນີ້. ຫຼ້າສຸດ, ບໍລິສັດ ຫຼັກຊັບ ລາວ-ຈີນ ມະຫາຊົນ ໄດ້ເປີດການຊື້-ຂາຍຮຸ້ນຄັ້ງທໍາອິດ (IPO) ຈໍານວນ 111,111,200 ຮຸ້ນ, ລາຄາ 130 ກີບ/ຮຸ້ນ ແລະ ສາມາດລະດົມທຶນໄດ້ 14,444,456,000 ກີບ. ຂະນະທີ່, ປິດຕະຫຼາດຊື້-ຂາຍໃນວັນດຽວກັນ ລາຄາຮຸ້ນຂອງບໍລິສັດກໍ່ຂະຫຍັບເພີ່ມຂຶ້ນເປັນ 150 ກີບ/ຮຸ້ນ, ຖືວ່າເປັນການເປີດສາກທີ່ໜ້າສົນໃຈຫຼາຍສົມຄວນສໍາລັບນັກລົງທຶນຕ່າງໆ.
ທ່ານ ລິນລີ່, ຜູ້ອໍານວຍການໃຫຍ່ ບໍລິສັດ ຫຼັກຊັບ ລາວ-ຈີນ ມະຫາຊົນ ກ່າວວ່າ: ບໍລິສັດພວກເຮົາສ້າງ ຕັ້ງຂຶ້ນໂດຍ 3 ຂາຮຸ້ນຄື: ທະນາຄານສົ່ງເສີມກະສິກຳ, ບໍລິສັດຫຼັກຊັບ ປາຊີຟິກ ຮຸ້ນສ່ວນ ຈຳກັດ ແລະ ບໍລິສັດ ລາວອຸດສາຫະກໍາຂໍ້ມູນ-ຂ່າວສານ ຈຳກັດ. ເປັນບໍລິສັດຫຼັກຊັບແຫ່ງທໍາອິດຂອງ ສປ ຈີນ ທີ່ໄດ້ຮັບອະນຸຍາດຈາກຄະນະກໍາມະການຄຸ້ມຄອງຫຼັກຊັບ ສປ ຈີນ ອອກມາຮ່ວມທຶນກັບຕ່າງປະເທດ ເພື່ອດໍາເນີນທຸລະກິດດ້ານຫຼັກຊັບ, ທັງເປັນບໍລິສັດຫຼັກຊັບຮ່ວມທຶນລະຫວ່າງ ລາວ ແລະ ຈີນ ແຫ່ງທຳອິດ ທີ່ໄດ້ຮັບຮອງຈາກຄະນະກໍາມະການຄຸ້ມຄອງຫຼັກຊັບຂອງ ສປປ ລາວ ໃຫ້ດໍາເນີນທຸລະກິດຫຼັກຊັບ ເຕັມຮູບແບບ ແລະ ເປັນບໍລິສັດຫຼັກຊັບແຫ່ງດຽວທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ບໍລິຫານກອງທຶນ ສ່ວນບຸກຄົນ.
ທ່ານອະທິບາຍຕື່ມວ່າ: ຕະຫຼອດ 12 ປີຂອງການສ້າງຕັ້ງບໍລິສັດ ພວກເຮົາສາມາດຍາດໄດ້ຜົນງານ ພົ້ນເດັ່ນຫລາຍດ້ານ ເປັນຕົ້ນແມ່ນ: 1). ການສ້າງທີມງານທີ່ມີຄຸນນະພາບທີ່ເປັນຄົນລາວກວມ 90% ແລະ ສ້າງພະນັກງານທີ່ເປັນນັກວິຊາຊີບທຸລະກິດຫຼັກຊັບໄດ້ເປັນຈໍານວນຫຼາຍ; 2). ພັດທະນາທຸລະກິດ ຫຼັກຊັບຫຼັກໃຫ້ມີຄວາມເຂັ້ມແຂງ ແລະ ໜັ້ນຄົງ, ໂດຍສະເພາະແມ່ນເປັນທີ່ປຶກສາດ້ານການເງິນ ແລະ ຕົວແທນຈໍາໜ່າຍພັນທະບັດລັດຖະບານ ນັບແຕ່ທ້າຍປີ 2018 ຮອດທ້າຍປີ 2024 ບລຈ ຮ່ວມກັບ ບໍລິສັດຫຼັກຊັບ BCEL-KT ແລະ LDB-S ຈໍາໜ່າຍພັນທະບັດ ລັດຖະບານໄປແລ້ວ 10,167.6 ຕື້ກີບ, 243.68 ລ້ານໂດຣາ, 8.45 ຕື້ບາດ ແລະ 273.2 ລ້ານຢວນ.
ນອກນັ້ນ, ຍັງເປັນທີ່ປຶກສາດ້ານການເງິນໃນການອອກຈໍາໜ່າຍຮຸ້ນເພີ່ມທຶນ RO/PO ໃຫ້ກັບ BCEL, ລາວໂທລະຄົມ, ຊີມັງລາວ (ປະຈຸບັນປ່ຽນເປັນບໍລິສັດທ່ອງທ່ຽວ), ລັດວິສາຫະກິດ ໄປສະນີລາວ, ລັດວິສາຫະກິດ ການບິນລາວ ແລະ ຄໍ້າປະກັນການການອອກຈຳໜ່າຍຮຸ້ນເພີ່ມທຶນ RO/PO ໃຫ້ກັບ BCEL, ຄໍ້າປະກັນການອອກຈຳໜ່າຍຮຸ້ນ IPO ໃຫ້ກັບ LCC. ພິເສດໃນປີນີ້, ໄດ້ເຊັນສັນຍາເປັນ ທີ່ປຶກສາດ້ານການເງິນໃຫ້ກັບທະນາຄານ JDB, ທະນາຄານ BIC ແລະ ບໍລິສັດ ພູສີ ໃນການແຕກຮຸ້ນ.
ຄຽງຄູ່ກັນນັ້ນ, ທ່ານ ສຽວສະຫວາດ ທີລະກຸນ, ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ໄດ້ມີ ຄໍາເຫັນຕື່ມວ່າ: ປັດຈຸບັນ, ຕະຫຼາດຫຼັກຊັບລາວ ມີບໍລິສັດຈົດທະບຽນຊື້-ຂາຍຮຸ້ນແລ້ວ 12 ບໍລິສັດ, ມີມູນຄ່າຕະຫຼາດ 14 ພັນກວ່າຕື້ກີບ, ຊຶ່ງບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ຖືວ່າເປັນບໍລິສັດທີ 12 ໃນການເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບລາວ. ການຈົດທະບຽນຂອງບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ໃນວັນນີ້, ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງພາກເອກະຊົນ ຕໍ່ກັບຄວາມໂປ່ງໃສຂອງ ຕະຫຼາດທຶນລາວ ແລະ ຍັງເປັນສ່ວນປະກອບໜຶ່ງໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ພ້ອມທັງເປັນໂອກາດທີ່ບໍລິສັດຈະໄດ້ມີການຂະຫຍາຍທຸລະກິດຂອງຕົນຕາມຈຸດປະສົງ ແລະ ເປົ້າໝາຍຂອງບໍລິສັດ.
ພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 25 ເມສາ 2025 ຜ່ານມາ, ທີ່ຕະຫຼາດຫຼັກຊັບລາວ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສຸລິສັກ ທຳນຸວົງ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ມີບັນດາຜູ້ຕາງໜ້າຈາກບໍລິສັດຫຼັກຊັບ, ບໍລິສັດທີ່ປຶກສາພາຍນອກ, ບັນດາຫົວໜ່ວຍທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຊົມເຊີຍ! ຜູ້ບໍລິຫານຂອງບໍລິສັດ ພິນິມ ໂປຣ ທີມີຄູ່ຮ່ວມທຸລະກິດໃນຫລາຍຂົງເຂດ ແລະ ເປັນຜູ້ຈັດງານອີເວັ້ນອໍກາໄນເຊີ ໃຫ້ກັບງານໃຫຍ່ໆລ...
26/02/2025

ຊົມເຊີຍ! ຜູ້ບໍລິຫານຂອງບໍລິສັດ ພິນິມ ໂປຣ ທີມີຄູ່ຮ່ວມທຸລະກິດໃນຫລາຍຂົງເຂດ ແລະ ເປັນຜູ້ຈັດງານອີເວັ້ນອໍກາໄນເຊີ ໃຫ້ກັບງານໃຫຍ່ໆລະດັບຊາດ, ຊຶ່ງງານຫຼ້າສຸດແມ່ນ Lao Agri Expo ທີ່ຈັດຂຶ້ນເມື່ອວັນທີ 16-20 ທັນວາ 2024 ຜ່ານມາ.

05/02/2025

⭐ດິນຈັດສັນບ້ານນາໄຫ (ເຂດດົງຄຳຊ້າງ) ເມືອງຫາດຊາຍຟອງ.ນະຄອນຫລວງ📌 (ທາງເຂົ້າຮ່ອມຂາໄກ່)ດົງຄຳຊ້າງຂີ່ມາຕາມທາງຄອນກີດ🛣️📌📍
💥ເງື່ອນໄຂຜ່ອນ ຈ່າຍກ່ອນ 40% ຜ່ອນຍາວ 2 ປີຟຣີດອກເບ້ຍ📌
https://www.facebook.com/61572619760532/videos/901643075188398/

👏👏👏
29/01/2025

👏👏👏

ຖະແຫຼງຂ່າວ! ງານວາງສະແດງສິນຄ້າກະສິກໍາລາວ 2024, ຫວັງເປັນແຮງຍູ້ໃຫ້ການຄ້າ-ການລົງທຶນ ໃນຂະແໜງກະສິກໍາເຕີບໂຕຢ່າງຕັ້ງໜ້າ.--------...
10/12/2024

ຖະແຫຼງຂ່າວ! ງານວາງສະແດງສິນຄ້າກະສິກໍາລາວ 2024, ຫວັງເປັນແຮງຍູ້ໃຫ້ການຄ້າ-ການລົງທຶນ ໃນຂະແໜງກະສິກໍາເຕີບໂຕຢ່າງຕັ້ງໜ້າ.
-----------
ທ່ານ ປອ. ລິນຄໍາ ດວງສະຫວັນ, ລັດຖະມົນຕີ ກະຊວງກະສີກໍາ ແລະ ປ່າໄມ້ ຖະແຫຼງຂ່າວເນື່ອງໃນໂອກາດກຽມ ເປີດງານວາງສະແດງສິນຄ້າກະສິກໍາລາວ ປະຈໍາປີ 2024 ຫຼື Laos Agri Food Expo 2024 ຊຶ່ງຈະຈັດຂຶ້ນໃນ ວັນທີ 16 - 20 ທັນວາ 2024 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ.
ຈຸດປະສົງຂອງການຈັດງານ ກໍ່ເພື່ອສົ່ງເສີມນະວັດຕະກໍາກະສິກໍາ ແລະ ການຮັບຮອງເອົາເຕັກໂນໂລຊີ; ອໍານວຍຄວາມ ສະດວກໃນການເຂົ້າເຖິງຕະຫຼາດ ແລະ ການຂະຫຍາຍຕົວທາງເສດຖະກິດ; ສົ່ງເສີມການແບ່ງປັນຄວາມຮູ້ ແລະ ການ ສ້າງຂີດຄວາມສາມາດ; ຍົກສູງຄວາມຮັບຮູ້ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ; ຍົກລະດັບຄວາມທົນທານ ຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຮັບປະກັນດ້ານໂພຊະນາການ.
ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ແລະ ແມ່ຍິງ ໃນຂົງເຂດກະສິກໍາ ແລະ ເພີ່ມທະວີການຮ່ວມມື; ຍົກສູງການພົວພັນ ລະຫວ່າງພາກລັດ ແລະ ເອກກະຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັບລັດຖະບານ ແລະ ອົງການທາງ ສັງຄົມ ໂດຍການຊຸກຍູ້​ການຮ່ວມມືລະຫວ່າງບັນດາພາກສ່ວນກ່ຽວຂ້ອງທີ່​ສໍາຄັນ. ງານດັ່ງກ່າວ,ຈະປະກອບສ່ວນເຂົ້າ ໃນການພັດທະນາຂໍ້​ລິເລີ່​ມການລົງທຶນ, ໂຄງການທີ່​ຊຸກຍູ້​ການເຕີບໂຕຂອງຂະແໜງກະສິກໍາໃນລາວ.
ເພື່ອເຮັດໃຫ້ງານໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ, ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ປະສານສົມທົບອົງການສະຫະປະຊາຊາດ, ໂດຍສະເພາະ ອົງການອາຫານ ແລະ ການກະເສດ ແລະ ອື່ນໆ, ສະມາຄົມນັກທຸລະກິດກະສິກໍາລາວ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຕົກລົງເຫັນດີເປັນເອກະພາບໃນການ ຫ້າງຫາກະກຽມຈັດງານດັ່ງກ່າວ ເລີ່ມແຕ່ເດືອນ ກັນຍາ ປີ 2024 ເປັນຕົ້ນມາ.
ໃນນີ້, ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ໄດ້ມີການອອກແບບ ເຊິ່ງລັກສະນະເດັ່່ນຂອງງານຈະປະກອບມີ ງານວາງສະແດງ: ອຸປະກອນກະສິກໍາ, ຜູ້ໃຫ້ບໍລິການດ້ານເຕັກໂນໂລຊີ, ສາທິດກະສິກໍາອິນຊີ ແລະ ຍືນຍົງ ລວມທັງ ງານວາງສະແດງສິນຄ້າກະສິກໍາ; ການສໍາມະນາ ແລະ ກອງປະຊຸມຕ່າງໆ. ສໍາລັບກອງປະຊຸມ ແມ່ນຈະມີຜູ້ຊ່ຽວຊານ ໃນຫົວຂໍ້ຕ່າງໆ ເຊັ່ນ: ຄວາມທົນທານຕໍ່ສະພາບອາກາດ, ການຄຸ້ມຄອງນໍ້າ, ການເງິນກະສິກໍາ ແລະ ຍຸດທະສາດການ ເຂົ້າເຖິງຕະຫຼາດ ແລະ ກອງປະຊຸມເຄືອຂ່າຍ ເພື່ອເປັນໂອກາດສໍາລັບຜູ້ເຂົ້າຮ່ວມເພື່ອສ້າງຄວາມສໍາພັນກັບນັກລົງທຶນ, ຜູ້ນໍາທຸລະກິດກະສິກໍາ ແລະ ພາກລັດຖະບານ ເພື່ອຊອກຫາການຮ່ວມມື ແລະ ການລົງທຶນ. ນອກນັ້ນ, ພາຍໃນງານ ຍັງຈະໄດ້ມີການສະແດງສິລະປະວັດທະນະທໍາລາວ ແລະ ອື່ນໆ.
ມາຮອດປັດຈຸບັນ, ການກະກຽມດ້ານຕ່າງໆແມ່ນພວມດຳເນີນຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດ,ມີຄວາມພ້ອມຮອບດ້ານ ທີ່ຈະໄດ້ດຳເນີນການເປີດຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 16 ທັນວາ 2014 ແລະ ຈະໄດ້ດໍາເນີນໄປ ຮອດວັນທີ 20 ທັນວາ 2024 ຈຶ່ງຈະສຳເລັດ.
ໃນໂອກາດ, ທີ່ພວກເຮົາຈະຈັດງານວາງສະແດງສິນຄ້າກະສິກໍາລາວ ປະຈໍາປີ 2024 ທີ່ເຕັມໄປດ້ວຍຄວາມໝາຍຄວາມ ສໍາຄັນນີ້. ອີກເທື່ອໜຶ່ງ, ຂ້າພະເຈົ້າໃນນາມຕາງໜ້າໃຫ້ຄະນະຮັບຜິດຊອບຈັດງານ ກໍ່ຄືໃນນາມຕາງໜ້າກະຊວງ ກະສິກໍາ ແລະ ປ່າໄມ້, ຈຶ່ງຂໍເຊີນຊວນບັນດາທ່ານແຂກພາຍໃນ ແລະ ຕ່າງປະເທດ, ພະນັກງານ, ທະຫານ, ຕຳຫຼວດ ນັກທຸລະກິດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ບັນດາມວນຊົນເຂົ້າຮ່ວມ ງານໃນຄັ້ງນີ້ ມາທ່ຽວຊົມພາຍໃນງານດ້ວຍບັນຍາກາດອັນເບີກບ້ານມ່ວນຊື່ນ.
--------------
⏰️ລາຍລະອຽດເພີ່ມຕື່ມ ແລະ ຂໍ້ມູນຕິດຕໍ່:
🌐https://www.facebook.com/Lao Agri Expo 2024
☎️Phone: +85620 23693639 +85630 9662345
📉www: laoagriexpo.net

ເຊີນຮ່ວມ! ງານວາງສະແດງສິນຄ້າກະສິກໍາລາວ 2024, ຫວັງສົ່ງເສີມຜະລິດ ຕະພັນກະສິກໍາລາວ ກ້າວສູ່ຕະຫຼາດໂລກເພີ່ມຂຶ້ນ....................
09/12/2024

ເຊີນຮ່ວມ! ງານວາງສະແດງສິນຄ້າກະສິກໍາລາວ 2024, ຫວັງສົ່ງເສີມຜະລິດ ຕະພັນກະສິກໍາລາວ ກ້າວສູ່ຕະຫຼາດໂລກເພີ່ມຂຶ້ນ.....................
ກະຊວງ ກະສິກໍາ ແລະ ປ່າໄມ້ ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ ແລະ ບັນດາຜູ້ມີສ່ວນຮ່ວມ ຕ່າງໆທັງພາຍໃນ ແລະ ຕ່າງປະເທດ ຈະໄດ້ຈັດງານວາງສະແດງສິນຄ້າກະສິກໍາລາວ 2024 ຫຼື Lao Agri Food Expo 2024 ໃນລະຫວ່າງວັນທີ 16-20 ທັນວາ ທີ່ຈະມາເຖິງນີ້ນັບແຕ່ເວລາ 09:00-20:00 ໂມງ, ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ.
ຈຸດປະສົງຂອງງານດັ່ງກ່າວ, ກໍ່ເພື່ອວາງສະແດງ ແລະ ນໍາສະເໜີຜະລິດຕະພັນສິນຄ້າກະສິກໍາຂອງລາວ ທີ່ໂດດເດັ່ນ ແລະ ໄດ້ຮັບຄວາມນິຍົມໄປທົ່ວໂລກ. ນອກນັ້ນ, ຍັງສະແດງນະວັດຕະກໍາ ແລະ ເຕັກໂນ ໂລຊີກະສິກໍາທັນສະໄໝ ເພື່ອນໍາໃຊ້ເຂົ້າໃນການຜະລິດກະສິກໍາ ເຮັດໃຫ້ສາມາດຫຼຸດຜ່ອນຕົ້ນທຶນ ແລະ ມີຜົນຜະລິດທີ່ມີຄຸນະພາບ ແລະ ໄດ້ຕາມມາດຕະຖານການສົ່ງອອກຂອງປະເທດປາຍທາງ, ອັນເຮັດໃຫ້ ການຜະລິດກະສິກໍາຂອງລາວເປັນທີ່ຍອມຮັບຈາກທົ່ວໂລກ ແລະ ມີຄວາມຍືນຍົງໃນອະນາຄົດ.
ສິ່ງສໍາຄັນໄປກວ່ານັ້ນ, ງານດັ່ງກ່າວຍັງເປັນໂອກາດທາງທຸລະກິດ ເປັນຕົ້ນແມ່ນ:
- ການຈັບຄູ່ທຸລະກິດສໍາລັບຜູ້ປະກອບການ ແລະ ນັກລົງທຶນໃນຂະແຫນງກະສິກໍາ ທັງໃນລາວ ແລະ ຕ່າງປະເທດ ເພື່ອຊຸກຍູ້ການຮ່ວມມືໃນພາກພື້ນ ແລະ ສາກົນ.
- ງານວາງສະແດງຜະລິດຕະພັນກະສິກໍາທີ່ມີຄຸນນະພາບ ແລະ ຜະລິດຕະພັນປຸງແຕ່ງຈາກຜູ້ຜະລິດຊັ້ນນໍາ ເຊັ່ນ: ຜະລິດຕະພັນສົດ ແລະ ຜະລິດຕະພັນສໍາເລັດຮູບ, ນະວັດຕະກໍາທີ່ຕອບສະຫນອງຄວາມຕ້ອງການຂອງຕະຫຼາດທີ່ທັນສະໄຫມ.
- ເວທີເສວະນາແບ່ງປັນຄວາມຮູ້: ຮັບຟັງການບັນຍາຍຈາກຜູ້ຊ່ຽວຊານດ້ານກະສິກຳ ແລະ ຜູ້ປະກອບການຈາກທົ່ວປະເທດ ​ເພື່ອພ້ອມກັນພັດທະນາທ່າແຮງໃນຂົງເຂດກະສິກຳ ແລະ ສະບຽງອາຫານ.
- ຜົນປະໂຫຍດຂອງການເຂົ້າຮ່ວມກິດຈະກໍາ: ໂອກາດທີ່ຈະຮຽນຮູ້ກ່ຽວກັບການຜະລິດກະສິກໍາແບບທັນສະໄໝ, ການສ້າງເຄືອຂ່າຍທຸລະກິດທັງຢູ່ພາຍໃນ ​ແລະ ຕ່າງປະເທດ, ແນະນໍາສິນຄ້າ/ການບໍລິການ ທີ່ມີຄຸນນະພາບເໝາະສົມກັບການລົງທຶນໃນຍຸກປັດຈຸບັນ.
- ເພີ່ມທະວີກາລະໂອກາດ: ໃນການຂະຫຍາຍການຕະຫຼາດ ສໍາລັບຜູ້ປະກອບການຂະຫນາດນ້ອຍ ແລະ ຂະໜາດກາງ ເພື່ອພັດທະນາຂະແໜງກະສິກໍາຂອງລາວ ກ້າວສູ່ຕະຫຼາດໂລກໃນອະນາຄົດ.
- Lao Agri Food Expo 2024 ເປີດໂອກາດໃຫ້ທຸກພາກສ່ວນສາມາດເຂົ້າຮ່ວມຟຣີ ແລະ ຂໍເຊີນທຸກທ່ານເຂົ້າມາເປັນສ່ວນໜຶ່ງໃນການຂັບເຄື່ອນກະສິກໍາລາວກ້າວໄປຂ້າງໜ້າ!
--------------
⏰️ລາຍລະອຽດເພີ່ມຕື່ມ ແລະ ຂໍ້ມູນຕິດຕໍ່:
🌐https://www.facebook.com/Lao Agri Expo 2024
☎️Phone: +85620 23693639 +85630 9662345
📉www: laoagriexpo.net

05/12/2024

ເປັນງານວາງສະແດງ ຜະລິດຕະພັນ, ກະສິກຳ, ອາຫານ, ນະວັດຕະກຳ ແລະ ເຕັກໂນໂລຊີ. ທີ່ຈະຈັດຂຶ້ນ ໃນວັນທີ 16-20 ທັນວາ 2024.

29/11/2024

ງານວາງສະແດງດັ່ງກ່າວນີ້ບໍ່ພຽງແຕ່ເປັນອີກງານໜຶ່ງໃນປະຕິທິນປະຈຳປີຂອງພວກເຮົາ,ແຕ່ມັນຈະເປັນເວ ທີຍຸດທະສາດທີ່ສະແດງໃຫ້ເຫັນເຖິງຄໍາຫມັ້ນສັນຍາແຫ່ງຊາດຂອງພວກເຮົາທີ່ຕັ້ງໃຈໃນການທີ່ຈະຫັນປ່ຽນກະສິກໍາໃຫ້ດີຂື້ນ.

28/11/2024

ເຊີນຊວນບັນດານັກລົງທຶນ ແລະ ຜູ້ປະກອບການຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມງານ Lao Agri Food Expo 2024

ການຈັດວາງສະແດງສິນຄ້າປະເພດພືດຜັກ ແລະ ໝາກໄມ້: ນັບວ່າເປັນຈຸດເດັ່ນທີ່ໜ້າສົນໃຈຫຼາຍໃນງານ Lao Agri Food Expo 2024
26/11/2024

ການຈັດວາງສະແດງສິນຄ້າປະເພດພືດຜັກ ແລະ ໝາກໄມ້: ນັບວ່າເປັນຈຸດເດັ່ນທີ່ໜ້າສົນໃຈຫຼາຍໃນງານ Lao Agri Food Expo 2024

ການຈັດວາງສະແດງສິນຄ້າປະເພດພືດຜັກ ແລະ ໝາກໄມ້: ນັບວ່າເປັນຈຸດເດັ່ນທີ່ໜ້າສົນໃຈຫຼາຍໃນງານ Lao Agri Food Expo 2024 ຊຶ່ງຈະຈັດຂຶ້ນໃນວັນທີ 18 -22 ທັນວານີ້, ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ຊຶ່ງການວາງສະແດງພືດຜັກ ແລະ ໝາກໄມ້ປະເພດຕ່າງໆຈາກທຸກແຂວງໃນລາວ. ໃນໂຊນນີ້, ແຂກຈະໄດ້ສຳຜັດກັບຜະລິດຕະພັນທີ່ສະທ້ອນເຖິງຄວາມຫຼາກຫຼາຍຂອງກະສິກຳຂອງລາວ ແລະ ທ່າແຮງບົ່ມຊ້ອນດ້ານການປູກຝັງ ແລະ ເພີ່ມມູນຄ່າຜະລິດຕະພັນຂອງທ້ອງຖິ່ນ ໃຫ້ເປັນທີ່ຮູ້ຈັກກັບສາກົນ.
--------------
1. ສົ່ງເສີມການປູກຝັງ ແລະ ພັດທະນາມາດຕະຖານການຜະລິດ:
ເປັນແຮງຍູ້ໃຫ້ການປູກຜັກ ແລະ ໝາກໄມ້ທ້ອງຖິ່ນເຂົ້າສູ່ຕະຫຼາດຢ່າງກວ້າງຂວາງ, ໂດຍເນັ້ນໃສ່ການພັດທະນາຄຸນນະພາບຜະລິດດ້ວຍເຕັກໂນໂລຊີທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມເພື່ອສ້າງຄວາມຍືນຍົງ.
--------------
2. ມີຜະລິດຕະພັນກະສິກໍາຫຼາຍຊະນິດ:
ບັນດາຜະລິດຕະພັນກະສິກຳທີ່ນຳມາວາງສະແດງປະເພດດີເດັ່ນ ແລະ ເປັນເອກະລັກສະເພາະຂອງແຕ່ລະເມືອງ ເຊັ່ນ: ຜັກປອດສານພິດ, ໝາກໄມ້ຕາມລະດູການ, ສິນຄ້າສົ່ງອອກທີ່ເປັນເອກະລັກຂອງທ້ອງຖິ່ນ ແລະ ຜະລິດຕະພັນປຸງແຕ່ງ, ຊຶ່ງແຂກສາມາດສໍາຜັດກັບລົດຊາດສົດໃໝ່ ທີ່ເຕັມໄປດ້ວຍໂພຊະນາການໄດ້ທັນທີຈາກຜູ້ຜະລິດຕົວຈິງ.
--------------
3. ສ້າງແຮງບັນດານໃຈໃຫ້ຜູ້ຜະລິດ ແລະ ຊາວກະສິກອນ:
ຖືເປັນໂອກາດສໍາລັບຜູ້ປະກອບການ ແລະ ຊາວກະສິກອນຂະຫນາດນ້ອຍ ທີ່ຈະໄດ້ພົບປະກັບຜູ້ຊ່ຽວຊານ, ນັກຄົ້ນຄວ້າ ແລະ ນັກລົງທຶນ ເພື່ອສົ່ງເສີມມູນຄ່າເພີ່ມໃຫ້ຜະລິດຕະພັນກະສິກຳ ໂດຍພັດທະນາການຫຸ້ມຫໍ່ ແລະ ແຜນການຕະຫຼາດໃໝ່ໆ.
--------------
4. ໄດ້ແລກປ່ຽນຄວາມຮູ້ ແລະ ສ້າງເຄືອຂ່າຍຮ່ວມກັນ:
ຈັດກິດຈະກຳສະແດງເຕັກນິກການປູກຜັກ, ໝາກໄມ້ ແລະ ການເກັບກ່ຽວ ໄດ້ເປີດໂອກາດໃຫ້ແກ່ການຈັບຄູ່ທຸລະກິດ ແລະ ການຮ່ວມມືລະຫວ່າງນັກທຸລະກິດພາຍໃນ ແລະ ຕ່າງປະເທດ. ຊຶ່ງ Lao Agri Food Expo 2024 ບໍ່ພຽງແຕ່ເປັນສູນການຮຽນຮູ້ທາງດ້ານກະສິກຳເທົ່ານັ້ນ. ແຕ່ຍັງເປັນເວທີທີ່ສຳຄັນທີ່ຊ່ວຍສົ່ງເສີມຜະລິດຕະພັນກະສິກໍາຂອງລາວອອກສູ່ຕະຫຼາດສາກົນ, ທັງເປັນການສ້າງຄວາມພາກພູມໃຈໃຫ້ແກ່ຊາວກະສິກອນທຸກໆເມືອງ ອີກດ້ວຍ!
--------------
ລາຍລະອຽດເພີ່ມຕື່ມ ແລະ ຂໍ້ມູນຕິດຕໍ່:
https://www.facebook.com/Lao Agri Expo 2024
Phone: +85620 23693639 +85630 9662345
www: laoagriexpo.net

Address

10100
Vientiane

Alerts

Be the first to know and let us send you an email when SME Review posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share