18/07/2025
ຫົງສາ ເຜີຍແຜ່ຜົນສຳເລັດກອງປະຊຸມຄົບຄະນະບໍລິຫານສູນກາງພັກ ແລະ ຜົນກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ
……………………
ໃນຕອນເຊົ້າ ຂອງວັນທີ 18 ກໍລະກົດ 2025 ຢູ່ທີ່ສະໂມສອນຂອງເມືອງຫົງສາ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສໍາເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ແລະ ຜົນສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ຄັ້ງທີ 14 ສະໄໝທີ Vll ຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ -ຮອງຫົວຫນ້າຫ້ອງການ, ກົມກອງ, ລັດວິສາຫະກິດສູນບໍລິການປະຈຳເມືອງ, ນາຍບ້ານ, ພະນັກງານ, ທະຫານ, ຕຳຫຼວດເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ໄດ້ຕີລາຄາຢ່າງພາວະວິໄສ ຕໍ່ກັບບັນດາຜົນສຳເລັດພື້ນຖານ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳ 06 ເດືອນ ຕົ້ນປີ 2025, ຊຶ່ງເຫັນວ່າ ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ໄດ້ມີຄວາມພະຍາຍາມສູງ ໃນການແກ້ໄຂບັນຫາເຄັ່ງຮ້ອນໃຫ້ຜ່ອນຄາຍລົງ, ເຮັດໃຫ້ປະເທດເຮົາສາມາດຜ່ານຜ່າ ແລະ ແກ້ໄຂບັນຫາໄດ້ໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມ ຍັງຮັກສາໄດ້ຈັງຫວະການຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ການຜະລິດສິນຄ້າ, ການຈັດເກັບລາຍຮັບງົບປະມານ ປະຕິບັດໄດ້ຕາມຄາດໝາຍ; ຍັງຮັກສາໄດ້ສະຖຽນລະພາບທາງການເມືອງ ແລະ ສັງຄົມມີຄວາມສະຫງົບ-ປອດໄພ ໂດຍພື້ນຖານ. ກອງປະຊຸມ ໄດ້ຕີລາຄາຢ່າງກົງໄປກົງມາ ຕໍ່ຂໍ້ຄົງຄ້າງ ແລະ ສາເຫດ ທີ່ເຮັດໃຫ້ເກີດມີຂໍ້ຄົງຄ້າງ ເປັນຕົ້ນ ແມ່ນກົນໄກ, ຂອດຂັ້ນໃນການນຳພາ ຂອງເລຂາຄະນະພັກ, ຄະນະພັກ ແລະ ການບໍລິຫານ-ຄຸ້ມຄອງ ຂອງບັນດາກະຊວງ-ອົງການ ແລະ ອົງການປົກຄອງແຕ່ລະຂັ້ນ ກໍຄືການປະຕິບັດກົດໝາຍ, ລະບຽບການຕ່າງໆ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ອັດຕາແລກປ່ຽນ, ອັດຕາເງິນເຟີ້, ຄ່າຄອງຊີບສູງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ, ການຄ້າມະນຸດ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນ, ການປະລະການຮຽນ-ການສອນ ແລະ ບັນຫາແຮງງານ ທີ່ຫຼັ່ງໄຫຼໄປຕ່າງປະເທດ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ ຕໍ່ກັບບັນຫາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນຳໃຫ້ລັດຖະບານ ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດທິດທາງ, ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ໂດຍສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນ ແລະ ບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ກ່ຽວກັບການກະກຽມບັນດາເອກະສານ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ການດຳເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ-ນະຄອນ, ຮາກຖານພັກ ອ້ອມຂ້າງກະຊວງ-ອົງການ, ຮາກຖານພັກອ້ອມຂ້າງນະຄອນຫຼວງວຽງຈັນ, ແຂວງ ແລະ ຄາດຄະເນແຜນການກະກຽມດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ-ອົງການ, ນະຄອນຫຼວງວຽງຈັນ ແລະ ແຂວງ.
ຫຼັງຈາກນັ້ນ ສະຫາຍ ແຫຼ້ ອອ່ນສົມບູນ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 14 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VII, ຕີລາຄາການນຳພາ-ຊີ້ນຳຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນ ທ້າຍປີ 2025 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຄົ້ນຄວ້າປັບປຸງບັນດາເອກະສານ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ, ກອງປະຊຸມໄດ້ຮັບຟັງແຜນການປັບປຸງກົງຈັກການຈັດຕັ້ງ ແລະ ແຜນການກະກຽມດຳເນີນກອງປະຊຸມ 3 ຂັ້ນຂອງພັກ ເພື່ອກະກຽມດຳເນີນກອງປະຊຸມໃຫຍ່ສະໄໝທີ VIII ຂອງອົງຄະນະພັກແຂວງ, ກອງປະຊຸມ ໄດ້ເປັນເອກະພາບ ແລະ ກຳນົດທິດທາງແຜນວຽກງານຈຸດສຸມ ແຕ່ນີ້ຮອດກອງປະຊຸມທ້າຍສະໄໝຂອງກອງປະຊຸມໃຫຍ່ອົງຄະນະພັກແຂວງສະໄໝທີ VII ຫຼາຍບັນຫາ, ນອກຈາກນີ້ຍັງໄດ້ຮັບຟັງ ເອກະສານປັບປຸງກົງຈັກການຈັດຕັ້ງຢູ່ຂັ້ນທ້ອງຖິ່ນ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີວ່າດ້ວຍການແຕ່ງຕັ້ງຜູ້ຊົງຄຸນວຸດທິຕາງໜ້າປະຊາຊົນບັນດາເຜົ່າທົ່ວແຂວງໄຊຍະບູລີ ຕື່ມອີກ.
ພາບ-ຂ່າວ: ຖວທຫົງສາ
#ຂ່າວເສດຖະກິດສັງຄົມ
#ເມືອງຫົງສາ