Muan Specialty

  • Home
  • Muan Specialty

Muan Specialty Muan Specialty : Knowledge Continuity.
ຄອນເທັນເຂັ້ມໆ ເພື່ອການຮຽນຮູ້ທີ່ບໍ່ສິ້ນສຸດ.
ມ່ວນ | Muan - Copyright©️ Since 2016

27/10/2025

ຖ້າອົງກອນ ຢາກສົ່ງພະນັກງານຂອງໂຕເອງໄປເວີກຊັອບເພື່ອຮຽນຮູ້ເລື່ອງໃໝ່ ເວລາໃດເໝາະສຸດ:
A. ວັນເຂົ້າວຽກ
B. ວັນເສົາອາທິດ

ພົບກັນທີ່ງານ BITKUB SUMMIT 2025 ມະຫະກຳຄວາມຮູ້ດ້ານການລົງທຶນ, ສຸຂະພາບ ແລະ ເຕັກໂນໂລຊີແຫ່ງປີ ຈັດເຕັມວິທະຍາກອນຊັ້ນນຳລະດັບປະເທ...
21/10/2025

ພົບກັນທີ່ງານ BITKUB SUMMIT 2025 ມະຫະກຳຄວາມຮູ້ດ້ານການລົງທຶນ, ສຸຂະພາບ ແລະ ເຕັກໂນໂລຊີແຫ່ງປີ ຈັດເຕັມວິທະຍາກອນຊັ້ນນຳລະດັບປະເທດຈາກໄທກວ່າ 90 ຄົນ ພ້ອມອັບເດດຄວາມຮູ້ກວ່າ 60 ເຊດຊັນ ຕະຫຼອດງານທັງ 2 ມື້. ທີ່ສຳຄັນ ງານນີ້ເຂົ້າຟຣີເດີ!

ວັນທີ 25 - 26 ຕຸລາ 2025
Exhibition Hall 3-4 ສູນການປະຊຸມແຫ່ງຊາດ ສິຣິກິດ, ກຸງເທບ, ປະເທດໄທ
ລົງທະບຽນເຂົ້າຮ່ວມງານໄດ້ທີ່ລິ້ງໃນຄອມເມັ້ນ 👇

ເຊົ້ານີ້ແອັດມິນໄດ້ນັ່ງຟັງ The Secret Sauce EP.901 ທີ່ອ້າຍເຄນ ນະຄະຣິນ ໄດ້ມາລົມກັບ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ LocaLaos ເຖິງ...
02/10/2025

ເຊົ້ານີ້ແອັດມິນໄດ້ນັ່ງຟັງ The Secret Sauce EP.901 ທີ່ອ້າຍເຄນ ນະຄະຣິນ ໄດ້ມາລົມກັບ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ LocaLaos ເຖິງທີ່ໄປທີ່ມາ, ວິທີຄິດ ແລະ ການເດີນທາງໃນເສັ້ນທາງທຸລະກິດສະຕາດອັບລາວ ຈົນກ້າວຂຶ້ນມາເປັນເຈົ້າພໍ່ສະຕາດອັບຜູ້ທີ່ປ່ຽນແປງພູມີທັດດ້ານການຂົນສົ່ງໂດຍສານ ແລະ ພະລັງງານໃນຕົວເມືອງ.
ໃນ EP.901 ນີ້ ອ້າຍເຄນໄດ້ພາຜູ້ເບິ່ງທຸກຄົນໄປສຳຫຼວດໃນຫົວຂໍ້ "ບຸກສະຕາດອັບລາວ ໂອກາດໃໝ່ຂອງພາກພື້ນ" ຄວາມຍາວ 31 ນາທີປາຍ ເຊິ່ງເຮົາຈະບໍ່ໄດ້ມາຂຽນເລົ່າວ່າໃນວິດີໂອສຳພາດນີ້ມີເນື້ອໃນທັງໝົດແນວໃດແດ່ ແຕ່ຈະເປັນການຖອດຂໍ້ຄິດທີ່ໄດ້ຈາກການຟັງມາໃຫ້ທຸກຄົນໄດ້ອ່ານກັນ. ໃຜທີ່ຢາກຟັງແບບເຕັມໆ ເຮົາຈະແປະລິ້ງໄວ້ໃນຄອມເມັ້ນ ສາມາດຕາມໄປຟັງກັນໄດ້.
✅️ ໃນວົງການສະຕາດອັບຂອງ ສປປ ລາວ, ຊື່ຂອງ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງບໍລິສັດ LOCA ແມ່ນຊື່ທີ່ໄດ້ຮັບການຍອມຮັບ ຈົນໄດ້ຮັບສາຍາວ່າເປັນ "ເຈົ້າພໍ່ສະຕາດອັບ". ລາວເປັນຜູ້ປະກອບການທີ່ຍ້າຍຈາກເມືອງ ຊີແອດເທິລ, ສະຫະລັດອາເມລິກາ ກັບຄືນສູ່ບ້ານເກີດ ເພື່ອສ້າງທຸລະກິດທີ່ປ່ຽນແປງພູມີທັດຂອງປະເທດ.
​ສິ່ງທີ່ຂັບເຄື່ອນລາວແມ່ນການເບິ່ງໂລກໃນມຸມກັບ. ສິ່ງທີ່ຄົນສ່ວນໃຫຍ່ເຫັນວ່າເປັນ "ບັນຫາ" ຫຼື "ຄວາມຂາດເຂີນ" ແທ້ຈິງແລ້ວຄື "ໂອກາດທາງທຸລະກິດທີ່ຍິ່ງໃຫຍ່ທີ່ສຸດ". ແນວຄິດນີ້ເອງທີ່ກາຍເປັນຮາກຖານໃນການເດີນທາງອັນຍາວນານຂອງລາວ, ຈາກວິສະວະກອນໄຟຟ້າ ສູ່ການເປັນຜູ້ສ້າງນະວັດຕະກໍາທີ່ປ່ຽນແປງວົງການຄົມມະນາຄົມ ແລະ ພະລັງງານໃນ ສປປ ລາວ. ເລື່ອງລາວຂອງລາວແມ່ນບົດພິສູດທີ່ຊົງພະລັງວ່າ ວິໄສທັດທີ່ແຫຼມຄົມສາມາດປ່ຽນສິ່ງທ້າທາຍໃຫ້ກາຍເປັນຄວາມສຳເລັດໄດ້ແນວໃດ.
🟡 ​ຕໍ່ໄປນີ້ແມ່ນ 4 ຂໍ້ຄິດທີ່ໄດ້ຈາກການຟັງ EP ນີ້ຂອງ The Secret Sauce.
​.
✅️ ​ບັນຫາຢູ່ບ້ານເກີດຄືໂອກາດ: ສຸລິໂຍ ເຊື່ອໝັ້ນວ່າ ໃນ ສປປ ລາວ ຍັງມີບັນຫາອີກຫຼາຍຢ່າງທີ່ລໍຖ້າການແກ້ໄຂ ແລະ ທຸກໆບັນຫານັ້ນສາມາດປ່ຽນໃຫ້ເປັນໂອກາດທາງທຸລະກິດທີ່ຍິ່ງໃຫຍ່ໄດ້. ສະນັ້ນ, ລາວຈຶ່ງສະໜັບສະໜຸນໃຫ້ຄົນຮຸ່ນໃໝ່ທີ່ໄປຮຽນ ຫຼື ເຮັດວຽກຕ່າງປະເທດ ກັບມາພັດທະນາບ້ານເກີດຂອງຕົນເອງ.
✅️ ​ເບິ່ງ "ຄວາມຂາດແຄນ" ໃຫ້ເປັນ "ຄວາມໄດ້ປຽບ": ຕະຫຼາດທີ່ຍັງວ່າງເປົ່າ ແລະ ບໍ່ມີໂຄງລ່າງພື້ນຖານຮອງຮັບ ບໍ່ແມ່ນອຸປະສັກ ແຕ່ຄືສະໜາມທົດລອງທີ່ດີທີ່ສຸດ ເພາະນັ້ນໝາຍເຖິງການແຂ່ງຂັນທີ່ໜ້ອຍ ພ້ອມທັງສາມາດວາງຕຳແໜ່ງໃຫ້ປະເທດເປັນ ຖານການຄົ້ນຄວ້າ ແລະ ພັດທະນາ (R&D Base) ສຳລັບທຸລະກິດຈາກຕ່າງປະເທດທີ່ຕ້ອງການທົດລອງເຕັກໂນໂລຊີໃໝ່ໆໃນຕະຫຼາດຂະໜາດນ້ອຍກ່ອນໄດ້ອີກດ້ວຍ.
✅️ ​ລົງມືເຮັດດ້ວຍຕົນເອງ (Hands-on): ຄວາມເປັນຜູ້ນຳທີ່ແທ້ຈິງຄືການລົງໄປສຳຜັດກັບບັນຫາດ້ວຍຕົນເອງ, ຕັ້ງແຕ່ການເປັນຄົນຂັບລົດຄົນທຳອິດຂອງ LOCA ເພື່ອຮັບຟັງຄວາມຄິດເຫັນຂອງລູກຄ້າ, ໄປຈົນເຖິງການຊື້ລົດ EV ມາໃຊ້ເປັນຄົນທຳອິດໆ ເພື່ອທຳຄວາມເຂົ້າໃຈບັນຫາຢ່າງຖ່ອງແທ້ກ່ອນຈະໃຫ້ຄົນອື່ນເຮັດຕາມ.
✅️ ​ນຳໃຊ້ "ວິກິດ" ເປັນ "ໂອກາດ" ໃນການທົບທວນ ແລະ ສ້າງສັນ: ໃນຊ່ວງເວລາທີ່ທຸລະກິດຕ້ອງຢຸດສະງັກຍ້ອນໂຄວິດ-19, ລາວບໍ່ໄດ້ປ່ອຍເວລາໃຫ້ສູນເສຍໄປ, ແຕ່ໃຊ້ເວລານັ້ນເພື່ອວິເຄາະຂໍ້ມູນ ແລະ ສຶກສາເລື່ອງ EV ຢ່າງຈິງຈັງ, ຈົນນຳໄປສູ່ການປ່ຽນແປງຮູບແບບທຸລະກິດຄັ້ງປະຫວັດສາດຂອງບໍລິສັດ ທີ່ຕັ້ງເປົ້າຫັນປ່ຽນລົດໃນລະບົບເປັນ EV 100% ພາຍໃນປີ 2030 ແລະ ປັດຈຸບັນຍັງເປັນເຈົ້າທຳອິດ ແລະ ໃຫຍ່ທີ່ສຸດທີ່ໃຫ້ບໍລິການສະຖານີສາກໄຟທົ່ວປະເທດ ໂດຍມີ 45 ສະຖານີໃນປັດຈຸບັນ ແລະ ຈະຂະຫຍາຍເປັນ 80 ສະຖານີພາຍໃນປີນີ້.
ສຳລັບໃຜທີ່ຢາກຟັງລາຍລະອຽດຕື່ມ ສາມາດເບິ່ງໄດ້ໃນລິ້ງຢູ່ຄອມເມັ້ນ.

𝐒𝐚𝐯𝐞 𝐭𝐡𝐞 𝐃𝐚𝐭𝐞: 𝐋𝐚𝐨 𝐆𝐫𝐞𝐞𝐧 𝐁𝐮𝐬𝐢𝐧𝐞𝐬𝐬 𝐅𝐨𝐫𝐮𝐦 𝟐𝟎𝟐𝟓 🌿🇱🇦- ເວທີພົບປະ ແລະ ແຂ່ງຂັນ ທຸລະກິດສີຂຽວລາວ 2025 ບໍລິສັດ XM Technovator (XMT...
01/10/2025

𝐒𝐚𝐯𝐞 𝐭𝐡𝐞 𝐃𝐚𝐭𝐞: 𝐋𝐚𝐨 𝐆𝐫𝐞𝐞𝐧 𝐁𝐮𝐬𝐢𝐧𝐞𝐬𝐬 𝐅𝐨𝐫𝐮𝐦 𝟐𝟎𝟐𝟓 🌿🇱🇦
- ເວທີພົບປະ ແລະ ແຂ່ງຂັນ ທຸລະກິດສີຂຽວລາວ 2025

ບໍລິສັດ XM Technovator (XMT) ຮ່ວມກັບ ກົມປ່າໄມ້, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ມີຄວາມຍິນດີເຊີນບັນດາທ່ານເຂົ້າຮ່ວມເວທີພົບປະ ແລະ ແຂ່ງຂັນ ທຸລະກິດສີຂຽວລາວປະຈໍາປີ 2025 (Lao Green Business Forum 2025) ພາຍໃຕ້ຫົວຂໍ້ “ພັດທະນາ ແລະ ສົ່ງເສີມລະບົບນິເວດທຸລະກິດສີຂຽວລາວ ເພື່ອອະນາຄົດທີ່ຍືນຍົງຮ່ວມກັນ”.

ງານເວທີພົບປະນີ້ ແມ່ນຈະເປັນບາດກ້າວອັນສໍາຄັນໃນການຂັບເຄື່ອນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບນິເວດທຸລະກິດສີຂຽວໃນລາວ ໂດຍການຮວບຮວມເອົາຕົວແທນຈາກຫຼາຍຂະແໜງການທີ່ກ່ຽວຂ້ອງເຊັ່ນ ພາກລັດ, ຜູ້ປະກອບການ, ນັກລົງທຶນ, ຂະແໜງການພັດທະນາ, ມາພົບປະແລກປ່ຽນປະສົບການ ເພື່ອຜັກດັນ ທຸລະກິດສີຂຽວໃນລາວ.

✨ Lao Green Business Forum 2025 ປະກອບມີຈຸດພິເສດທີ່ສໍາຄັນຄື:
- ເພື່ອເຊື່ອມໂຍງ ບັນດາຜູ້ວາງນະໂຍບາຍ, ນັກລົງທຶນ, ຜູ້ປະກອບການ ແລະ ຄູ່ຮ່ວມພັດທະນາ ເພື່ອສຳຫຼວດກາລະໂອກາດທຸລະກິດແບບຍືນຍົງໃນສປປລາວ.
- ເວທີສົນທະນາ ເພື່ອສົ່ງເສີມການຮ່ວມມື ແລະ ການເຊື່ອມໂຍງດ້ານການລົງທຶນສີຂຽວ
- ວາງສະແດງຜູ້ປະກອບການທຸລະກິດສີຂຽວພາຍໃຕ້ໂຄງການ ແລະ ທຸລະກິດແບບຍືນຍົງທີ່ພົ້ນເດັ່ນໃນລາວ.
- ງານແຂ່ງຂັນຮອບຕັດສິນຂອງໂຄງການບົ່ມເພາະທຸລະກິດສີຂຽວ 2025 (Forest Ecopreneurs 2025) ພາຍໃຕ້ການລິເລີ່ມ SAFE Initiative (ອົງການປ່າໄມ້ເກົາຫຼີ, UNEP, Bridge for Billions ແລະ XMT).

ລາຍລະອຽດງານ:
🗓 ວັນທີ 4 ຕຸລາ 2025
📍 ໂຮງແຮມ ອາມາຣີ ນະຄອນຫຼວງວຽງຈັນ
⏰ 8:30 ໂມງ – 17:00 ໂມງ
📌 ລົງທະບຽນເພື່ອຢືນຢັນການເຂົ້າຮ່ວມຂອງທ່ານຜ່ານລິ້ງ: https://forms.gle/T9n8Z7KbEL1qCZho9 (ໝົດເຂດ: ວັນທີ 3 ຕຸລາ 2025)

ມາຮ່ວມກັນສົ່ງເສີມຂະແໜງການທຸລະກິດສີຂຽວ ແລະ ສ້າງເສດຖະກິດສີຂຽວໃຫ້ເປັນທ່າແຮງຂອງລາວ ທີ່ມີຄວາມຢືນຍົງຮ່ວມກັນ 🌍🌱

-----------------

The Lao Green Business Forum 2025 marks a milestone event dedicated to shaping the nation’s green business ecosystem. The Department of Forestry, Ministry of Agriculture and Environment, together with XM Technovator (XMT), are proud to organize this important platform.

✨ Under the theme “Shaping Laos’ Green Business Ecosystem, Together”, the forum will:
- Connect policymakers, investors, entrepreneurs, and development partners to explore opportunities in sustainable business.
- Host panel discussions that foster cooperation and green investment linkages.
- Showcase Lao ecopreneurs and their innovative businesses through exhibitions.
- Feature the final pitching competition of the Laos Forest Ecopreneurs Incubation Program 2025, under the SAFE Initiative (Korea Forest Service, UNEP, Bridge for Billions).

🗓 4th October 2025
📍 Amari Hotel Vientiane, Vientiane Capital
⏰ 8:30 AM – 17:00 PM
📌 Register now to confirm your attendance: https://forms.gle/T9n8Z7KbEL1qCZho9
(deadline: 3 Oct 2025)

Let’s come together to accelerate green growth, support ecopreneurs, and build a resilient Lao green economy. 🌍🌱
-------
Contact us via:
Thipsavanh Sengphachan - Green Business Incubation Project Manager
Tel: +856 20 28167583
Phoutthasith PHENGSAVATH, Project Assistant,
WhatsApp: +856 20 58202122 Email: [email protected]
Website: www.xmtechnovator.org

ຂອບໃຈທີ່ຕິດຕາມເດີ ສະມາຊິກໃໝ່! ຖ້າຢາກໃຫ້ເຮັດເນື້ອຫາຄວາມຮູ້ການເຮັດວຽກຄຣີເອທີບ, ການຕະຫຼາດ ຫຼື ທັກສະໄອເດຍໃໝ່ໆ ໄວ້ຕໍ່ຍອດໃນການ...
24/09/2025

ຂອບໃຈທີ່ຕິດຕາມເດີ ສະມາຊິກໃໝ່! ຖ້າຢາກໃຫ້ເຮັດເນື້ອຫາຄວາມຮູ້ການເຮັດວຽກຄຣີເອທີບ, ການຕະຫຼາດ ຫຼື ທັກສະໄອເດຍໃໝ່ໆ ໄວ້ຕໍ່ຍອດໃນການເຮັດວຽກຂອງຕົນເອງ ຄອມເມັນກັນມາໄດ້
ພວກເຮົາຈະໄປຫາຄວາມຮູ້ມາແບ່ງປັນສູ່ກັນ 🫶☕️🔥💙
ເພາະເຮົາເຊື່ອວ່າ
“ການລົງທຶນໃຫ້ຕົວເອງໄດ້ຮຽນຮູ້ ແມ່ນບໍ່ມີສິ້ນສຸດ”

Fz Addy Homvilay, Thinnakone NNfashion, Thippaphone Sounthala, ALieng Walker, Thidachan Dia, Inthilath Thinnakone, Do Keokittikhoun, SoneTula SongVilay, Chanda Rasato, Bombom Syhavong, Papao Khuanmeuang, Phizzai Sscs, ຄຳ ຮັກ, Vilaxay Sayasithsena, KornKorn Single, ชาย รักน้อย. ชายทะลา.

ກຳລັງຊອກວຽກບໍ່? ມື້ນີ້ເຮົາມີງານມາແນະນຳທຸກຄົນ ນັ້ນກໍຄື ງານ "ຍ່າງເຂົ້າມາສຳພາດວຽກ Wii Fair  #11 (Walk in interview) ເຊິ່ງຈະ...
22/09/2025

ກຳລັງຊອກວຽກບໍ່? ມື້ນີ້ເຮົາມີງານມາແນະນຳທຸກຄົນ ນັ້ນກໍຄື ງານ "ຍ່າງເຂົ້າມາສຳພາດວຽກ Wii Fair #11 (Walk in interview) ເຊິ່ງຈະມີຂຶ້ນໃນວັນທີ 18 ຕຸລາ 2025 ທີ່ ຫໍວັດທະນະທຳແຫ່ງຊາດລາວ.
ℹ️ ເບິ່ງຕຳແໜ່ງງານ ແລະ ລົງທະບຽນເຂົ້າຮ່ວມງານຟຣີ ໄດ້ໃນຄອມເມັ້ນ.
ມາງານນີ້ຈະໄດ້ຫຍັງແດ່?
✅ ມາງານນີ້ພົບກັບ 30 ບໍລິສັດ
✅ ສະໝັກວຽກ + ສຳພາດ + ຮູ້ຜົນ ໄດ້ພາຍໃນມື້ດຽວກັນ
✅ ປຶກສາວິທີການສ້າງ CV
✅ ລຸ້ນໄດ້ວຽກພາຍໃນງານກ່ອນກັບບ້ານທັນທີ
ຢາກໄດ້ວຽກດີ, ເງິນດີ ຢ່າລືມສົ່ງຕໍ່ງານນີ້ ແລະ ຊວນໝູ່ໄປງານນຳກັນເລີຍ!!!!
ສອບຖາມຂໍ້ມູນເພີ່ມເຕີມ: 020 56781108
#ຫາວຽກໃນລາວ #ງານຍ່າງເຂົ້າມາສຳພາດວຽກ

ການເຮັດວຽກທຸລະກິດ ເຮັດແບຣນດ໌ ໃຫ້ສຳເລັດ ຕ້ອງອາໄສພະລັງຈິດໃຈພາຍໃນ ທີ່ບໍ່ຍອມແພ້ຕໍ່ອຸປະສັກ.“ຫັດແອບ...ເຮັດເລື່ອງທີ່ໃຫຍ່ເກີນໂຕ”...
19/09/2025

ການເຮັດວຽກທຸລະກິດ ເຮັດແບຣນດ໌ ໃຫ້ສຳເລັດ ຕ້ອງອາໄສພະລັງຈິດໃຈພາຍໃນ ທີ່ບໍ່ຍອມແພ້ຕໍ່ອຸປະສັກ.
“ຫັດແອບ...ເຮັດເລື່ອງທີ່ໃຫຍ່ເກີນໂຕ” ໂດຍເລີ່ມຈາກການກຽມຈິດໃຈຂອງຜູ້ນຳອົງກອນ - ໂອມ CEO ແລະ ຜູ້ກໍ່ຕັ້ງ Yell Group ມີຄໍາແນະນຳມາແຊຣ໌ສູ່ຟັງ 7 ຂໍ້ ເບື້ອງຫຼັງຂອງພະລັງໃຈ ສຳລັບໃຜກໍຕາມທີ່ກຳລັງເຮັດວຽກການຕະຫຼາດ ແລະ ຕ້ອງການເອົາຊະນະອຸປະສັກໃນການເຮັດວຽກ:

1. ກົດຂອງການກ້າວໄປຂ້າງໜ້າ ເຮັດຢ່າງຕໍ່ເນື່ອງ ແລະ ໃຊ້ເວລາກັບມັນ ພະລັງຈິດໃຈ ບໍ່ທໍ້ແທ້ຕໍ່ໂຊກຊະຕາ ເວລາເຈິອຸປະສັກທີ່ຍາກ ປ່ຽນໃຫ້ເປັນໂອກາດໃໝ່. ເບິ່ງໄປຂ້າງໜ້າ ບໍ່ວ່າມັນຈະຍາກຈະສູງ ມັນຈະມີຫົນທາງຍ່າງໄປສະເໝີ. ປັນຫາມັນມາແນ່ນອນ ຖ້າມັນງ່າຍ ທຸກຄົນປະສົບຜົນສຳເລັດໄປໝົດແລ້ວ.

2. ບໍ່ມີເພີເຟັກແພລນ - ຄວາມຄິດ ແລະ ຊີວິດຈິງບໍ່ຄືກັນ, ເຮົາມີແຜນໄດ້ ແຕ່ກໍຕ້ອງຍອມຮັບການປ່ຽນແປງແຜນໄປໄດ້ນຳ.

3. ບັນຫາບໍ່ແມ່ນເສັ້ນຊື່ - ຄົນມັກເບິ່ງທຸກຢ່າງເປັນເສັ້ນຊື່, ແຕ່ນ້ອຍທ້າວໃຫຍ່ເຮົາຖືກເຝິກຈາກການຮຽນ ການສຶກສາວ່າ ບັນຫາມັນມາເທື່ອເລື່ອງ, ແຕ່ຄວາມຈິງ ປັນຫາມັນມາໄດ້ທຸກທິດທາງ ແລະ ອາດຈະມາພ້ອມໆ ກັນໄດ້ສະເໝີ.

4. ບໍ່ມີໃຜຮູ້ໄປທຸກເລື່ອງ - ແລະ ບໍ່ຮູ້ວ່າໂຕເອງຮູ້ເທົ່າໃດ. ເຮົາອາດຈະແກ້ປັນຫາໃນມື້ນີ້ ແຕ່ມັນອາດຈະກາຍເປັນປັນຫາໃນອະນາຄົດໄດ້. ຫຼາຍຄັ້ງຢ່າໄປເຊື່ອແຕ່ລາຍງານຂໍ້ມູນ ຕ້ອງໄດ້ໄປເບິ່ງບັນຫາໃຫ້ເຫັນໂຕຈິງຈຶ່ງເຂົ້າໃຈ.

5. ຢ່າມົວປຽບທຽບຕົນເອງກັບຄົນອື່ນຕະຫຼອດເວລາ - ເສບຄອນເທັນຫຼາຍ ເຫັນຄົນອື່ນເຮັດຢາກເຮັດນຳກັນໄປໝົດ ໂດຍບໍ່ໄດ້ເບິ່ງບໍລິບົດ. ຕ້ອງຫາວິທີທາງເປັນຂອງໂຕເອງ.

6. ເຮັດເລື່ອງຈຳເປັນໃຫ້ເປັນທີ່ 1 - ບາງເທື່ອໄປໂຟກັສໃນເລື່ອງທີ່ມັນບໍ່ຈຳເປັນ ແລ້ວລືມຈຸດສຳຄັນທີ່ເປັນຫົວໃຈຫຼັກທີ່ເຮົາເກັ່ງ ໃຫ້ກາຍເປັນທີ່ 1.

7. ຢ່າລໍຖ້າໃຫ້ລົດນ້ຳມັນໝົດ - ຢາກເຮັດ ຢາກຍູ້ ແຕ່ບໍ່ມີໃຜຟັງ ບໍ່ມີໃຜສົນໃຈ ສຸດທ້າຍພະລັງໃຈມັນບໍ່ພໍ, ບາງເທື່ອຕ້ອງຕື່ມໃຫ້ໂຕເອງ ຢ່າຖ້າໃຫ້ມັນໝົດ. ແຮງເປັນຜູ້ບໍລິຫານ ຜູ້ຫົວໜ້າທີມ ແທນທີ່ຈະເຫັນວຽກບາງຢ່າງເປັນເລື່ອງໜ້າເບື່ອ ກໍສາມາດປັບໃຫ້ມັນເປັນເລື່ອງທີ່ມ່ວນຂຶ້ນ ໂດຍໃຊ້ແງ່ມຸມອື່ນໆ ມາປະກອບເຂົ້າກັນ, ເຮັດວຽກຮ່ວມກັນເປັນທີມ ເຮັດໃຫ້ມ່ວນຂຶ້ນ. ຕ້ອງອອກແບບການເຮັດວຽກ ໃຫ້ທຸກຄົນມີສ່ວນຮ່ວມຫຼາຍແບບ ລວມໄປເຖິງການມໍນິເຕີເລື່ອງສຸຂະພາບຈິດຂອງທີມ. ບາງໂປຣເຈັກ ຫົວໜ້າອາດຕ້ອງເບຣກໃຫ້ທີມໄດ້ພັກ.

"ເຮັດໃຫ້ຕະລົກມັນກໍຍາກຢູ່ແລ້ວ ແຕ່ເຮັດໃຫ້ສາມາດຂາຍເຄື່ອງ ແລະ ທຸກຝ່າຍແຮັບປີ້ຈະເຮັດແນວໃດ, ແລະ ຄວາມຕະລົກນັ້ນຍັງສາມາດເບິ່ງໄດ້ເລ...
19/09/2025

"ເຮັດໃຫ້ຕະລົກມັນກໍຍາກຢູ່ແລ້ວ ແຕ່ເຮັດໃຫ້ສາມາດຂາຍເຄື່ອງ ແລະ ທຸກຝ່າຍແຮັບປີ້ຈະເຮັດແນວໃດ, ແລະ ຄວາມຕະລົກນັ້ນຍັງສາມາດເບິ່ງໄດ້ເລື້ອຍໆ ກັບມາເບິ່ງຄືນກໍຍັງຕະລົກຢູ່ ບໍ່ຮູ້ສຶກວ່າມັນເກົ່າ." - ວິໄຊ Co-Founder & Creative Director of Unit Salmons ຈາກ Salmon House.

ໃນຍຸກທີ່ທຸກຄົນຮ້ອງຕະໂກນ ແຂ່ງກັນຂາຍເຄື່ອງ ແຮງຕ້ອງການເຮັດແບຣນດິ້ງຫຼາຍ ເພື່ອສ້າງ emotional content ແລະ ເປັນວຽກທີ່ມີຕົ້ນທຶນ.

"ມັນຈະດີຫຼາຍ ຖ້າທຸກຊິ້ນງານ (ຜົນງານອອກແບບ ຫຼື ວິດີໂອໂຄສະນາ) ຕ້ອງມີ objective ຊັດເຈນ, ມີຂອບ, ມີໂຈດທີ່ຊັດເຈນ ມາຈາກລູກຄ້າ, ຄວາມເປັນຄຣີເອທີບມັນຈຶ່ງຈະສຳເລັດ ຄົນເຮັດວຽກກໍເຮັດວຽກໄດ້ງ່າຍກວ່າ ແທນທີ່ຈະໃຫ້ໂຈດກວ້າງໆ ແລ້ວມາບອກຕາມຫຼັງ. ສະນັ້ນລູກຄ້າຕີຂອບມາເລີຍຈະດີທີ່ສຸດ ເພື່ອໃຫ້ສາມາດໃສ່ຄວາມເອັນເຕີເທນເຂົ້າໄປໄດ້ເຕັມທີ່." - ພີ່ວິໄຊ ເສີມ.

ອະນາຄົດຂອງການສື່ສານຈະປ່ຽນໄປແນວໃດ?

ທ່ານ ດະມິສາ Co-Founder/CCO ຈາກ SOUR Bangkok ທີມທີ່ຢູ່ເບື້ອງຫຼັງໄອເດຍປຸກແບຣນດ໌ ​MK ທີ່ມີອາຍຸ 63 ປີ ໃຫ້ກາຍເປັນກະແສທີ່ຖືກເວົ້າເຖິງແບບອໍແກນິກ, ເຂົ້າເຖິງຄົນ GenZ ຈົນເປັນໄວຣັລຢູ່ຫຼາຍເດືອນໃນຊ່ວງຕົ້ນປີທີ່ຜ່ານມາ ບອກວ່າ: ຍຸກທີ່ຄອນເທັນມັນຫຼາຍແຮງ ຈະມາຮຽກຮ້ອງຄວາມສົນໃຈຢ່າງດຽວບໍ່ພໍແລ້ວ. ມັນຄືຍຸກຂອງ ການມີສ່ວນຮ່ວມ ເຊັ່ນ ມີມ ຫຼື ການ co-creation, ມັນບໍ່ໄດ້ເຮັດວຽກຍາກຂຶ້ນ, ແຕ່ມັນເປັນສິ່ງທີ່ເຮັດໃຫ້ຄົນເຂົ້າມາຕໍ່ຍອດ ມາມີປະຕິສຳພັນໄດ້ຈິງ, ເຊິ່ງສຸດທ້າຍມັນຈະກໍຈະລາກຄົນໄປສູ່ການຂາຍເຄື່ອງໄດ້.

ສ່ວນ ພີ່ວິໄຊ ຍັງເສີມປະເດັນເລື່ອງການໃຊ້ AI ໄວ້ວ່າ: ແບຣນດ໌ໃດທີ່ທຸກຮູບເປັນ AI ໝົດເລີຍ, ເຮັດໃຫ້ຄົນຮຸ່ນໃໝ່ບໍ່ມັກ ແລະ ຫ່າງອອກຈາກແບຣນດ໌ໄປເລື້ອຍໆ. ຖ້າທຸກຄົນໃຊ້ AI ກັນໝົດ ມື້ໜຶ່ງທຸກຄົນກໍຈະເບື່ອ ແລະ ຄວາມເບື່ອນີ້ແຫຼະ ທີ່ເປັນຂໍ້ດີຂອງຄົນຄິດສ້າງສັນ ໄດ້ຄິດຫາທາງອອກ ຫາຈຸດເດັ່ນຂອງການເລົ່າເລື່ອງ ແລະ ຕ້ອງເຂົ້າໃຈຜູ້ບໍລິໂພກຢ່າງທ່ອງແທ້ເທົ່ານັ້ນຈຶ່ງຈະສາມາດຫຼິ້ນໄອເດຍໃໝ່ໆ ໄດ້ ເຊັ່ນ ພວກມີມ MEME (ມຸກອິນເຕີເນັດທີ່ນິຍົມຫຼິ້ນໃນກຸ່ມຄົນຮຸ່ນໃໝ່).

ແລ້ວຈະເຂົ້າໃຈ ມີມ ໄດ້ແນວໃດ?

ພີ່ວິໄຊບອກວ່າ, ຖ້າຢາກຫຼິ້ນມີມເປັນ ຕ້ອງເຂົ້າໄປເບິ່ງເອງ ຫຼື ເພິ່ງນ້ອງໆ ມາເກັດເຕີລຸ້ນໃໝ່ທີ່ເຂົາເຈົ້າເຂົ້າໃຈຕະຫຼາດໂຕຈິງ ຈຶ່ງຈະສາມາດສ້າງການມີປະຕິສຳພັນຢ່າງເປັນທຳມະຊາດ ແລະ ເກີດຄວາມຮູ້ສຶກວ່າ ແບຣນດ໌ເຂົ້າໃຈເຂົາເຈົ້າແທ້, ເພາະຖ້າໃຊ້ບໍ່ເປັນມັນຈະເກີດຜົນກົງກັນຂ້າມ.

ມາປ່ຽນຂໍ້ມູນທີ່ຊັບຊ້ອນ ໃຫ້ເປັນອາວຸດທາງການຕະຫຼາດທີ່ຊົງພະລັງ!ເລື່ອງການຕະຫຼາດນັ້ນ ແມ່ນຢູ່ວ່າພື້ນຖານຂອງການຕະຫຼາດບໍ່ໄດ້ປ່ຽນແປ...
19/09/2025

ມາປ່ຽນຂໍ້ມູນທີ່ຊັບຊ້ອນ ໃຫ້ເປັນອາວຸດທາງການຕະຫຼາດທີ່ຊົງພະລັງ!
ເລື່ອງການຕະຫຼາດນັ້ນ ແມ່ນຢູ່ວ່າພື້ນຖານຂອງການຕະຫຼາດບໍ່ໄດ້ປ່ຽນແປງ, ຫຼາຍຢ່າງຍັງຄົງສຳຄັນ ແລະ ໃຊ້ໄດ້ດີໃນທຸກຍຸກສະໄໝ, ແນ່ນອນວ່າກ່ອນ ການຕະຫຼາດຈະຊ່ວຍຫຍັງໄດ້ ສິນຄ້າ ຫຼື ບໍລິການຕ້ອງດີແທ້ໆ ກ່ອນ. ແຕ່ສິ່ງທີ່ປ່ຽນແປງໄວແມ່ນເລື່ອງຂອງເທັກ, ໂດຍສະເພາະ ມາເທັກ (Mar-Tech) ທີ່ມີ AI ເຂົ້າມາຝັງຢູ່ເບື້ອງຫຼັງເຄື່ອງມື ມາເທັກ ຕ່າງໆ ເພື່ອຊ່ວຍໃຫ້ນັກການຕະຫຼາດເຮັດວຽກໄດ້ງ່າຍຂຶ້ນ ເຂົ້າໃຈຂໍ້ມູນເພື່ອເອົາໄປປັບກົນລະຍຸດທຸລະກິດໃຫ້ປະສົບຜົນສຳເລັດໄດ້.

ໃນປີ 2026, ບໍ່ໄດ້ມີແຕ່ນັກການຕະຫຼາດເທົ່ານັ້ນທີ່ເຮັດການຕະຫຼາດ ແຕ່ການຕະຫຼາດຍັງສາມາດເປັນເລື່ອງທີ່ທຸກຄົນສາມາດເອົາໄປປັບໃຊ້ໄດ້ ບໍ່ວ່າຈະເປັນ ສິລະປິນທີ່ຕ້ອງວາງແຜນການປ່ອຍເພງ, ປ່ອຍຜົນງານ ຫຼື ນັກທຸລະກິດ ຜູ້ປະກອບການທີ່ຫັນມາເຮັດການຕະຫຼາດໃຫ້ກັບໂຕເອງ.

❔ແຕ່ການເປັນນັກການຕະຫຼາດທີ່ດີແມ່ນຫຍັງ?🤔
ທ່ານ ສິດທິພົງ ຫຼື ພີ່ເກັ່ງ CEO & Founder of RGB72 / Creative Talk ໃຫ້ຂໍ້ມູນວ່າ ການເປັນນັກການຕະຫຼາດທີ່ດີ ຄວນມີ 3 ຢ່າງຕໍ່ໄປນີ້:
---
1. 💡Ultra Creativity - ສິ່ງທີ່ຈະເຮັດໃຫ້ເຮົາແຕກຕ່າງຈາກຄົນອື່ນ, ນອກຈາກມີໄອເດຍ ຕ້ອງໂຟກັສໄປທີ່ລູກຄ້າ ເອົາລູກຄ້າເປັນສູນກາງ, ມີຄວາມຂີ້ສົງໄສ ສັງເກດຢູ່ຕະຫຼອດເວລາ.
---
2. 🔍Augmented Marketer - ຕ້ອງເຂົ້າໃຈຂໍ້ມູນ ມີຄວາມຮູ້ເລື່ອງວິເຄາະ ເລື່ອງເອໄອ ຮູ້ຈັກວ່າເທັກມີຫຍັງແດ່ທີ່ກຳລັງເກີດຂຶ້ນ, ຮູ້ທັນ ແລະ ປັບໃຊ້ເປັນ.
---
3. ♟️Strategic Agility - ຕ້ອງຮູ້ປັບໂຕໄດ້ໄວ ຢ່າງມີກົນລະຍຸດ ບໍ່ແມ່ນລໍ້ໄປຕາມກະແສ

ນອກຈາກນັ້ນ ທ່ານ ສິດທິນັນ ຫຼື ພີ່ແບັງ CEO of Content Shifu ຍັງໃຫ້ຂໍ້ມູນເພີ່ມເລື່ອງຂອງສ່ວນປະສົມຂອງການຕະຫຼາດທີ່ຊານຊະຫຼາດ ຫຼື Marketing Intelligence ນັ້ນມີສ່ວນປະກອບຫຍັງແດ່:
1. 💖Human - ປະສົບການຂອງຄົນແຕ່ລະຄົນບໍ່ຄືກັນ ມີໄອເດຍຂອງຕົນເອງ.
2. 📊Data - ຂໍ້ມູນເຮັດໃຫ້ເຮົາບໍ່ຕ້ອງເດົາ ວາງແຜນຢ່າງມີອິນໄຊທ໌.
3. 🤖Tech - ເຮັດໃຫ້ວຽກການຕະຫຼາດມີປະສິທິພາບ ປະຢັດເວລາ ແລະ ສາມາດຕໍ່ຍອດໄປສູ່ຄວາມທ້າທາຍອື່ນໆ.

ແລະນັ້ນກໍເປັນເນື້ອຫາ ທີ່ກ່າວໃນເວທີຫຼັກຂອງງານ Marketing Conference 2025 Marketing Intelligence Unleashed ຈັດໂດຍ CREATIVE TALK ແລະ Content Shifu

17/09/2025

"ກຸອາຍຊິບຫາຍ" - ຄົມສັນ ລີ CEO ແລະ ຜູ້ກໍ່ຕັ້ງ Flash Group ກ່າວເທິງເວທີເພື່ອຕອກຍ້ຳຄວາມສຳຄັນທີ່ ຫົວໜ້າອົງກອນຕ້ອງປັບໂຕປ່ຽນແປງ, ຮຽນຮູ້ກັບຄົນຮຸ່ນໃໝ່, ປຸກຈິດວິນຍານຜູ້ປະກອບການ ເພື່ອພາອົງກອນລອດໃນຍຸກໜ້າທີ່ໂຄດຈະທ້າທາຍ.

ວິດີໂອເລົ່າສະຫລຸບພາບລວມງານ The Secret Sauce Summit 2025 ທີ່ກຸງເທບ 2 ມື້ ສຳລັບ ມ່ວນ ໃນຖານະມີເດຍພາດເນີຈາກຝັ່ງລາວ.

“ຍຸກທີ່ກຳລັງຈະເກີດຂຶ້ນຄື ຍຸກທີ່ອິນຟລູກຳລັງຈະຫາຍໄປ ເຊິ່ງມັນເກີດຂຶ້ນແລ້ວໃນປະເທດຈີນ. ເພາະທຸກຢ່າງທີ່ສ້າງມາໃນມື້ນີ້ຈະຄ່ອຍໆ ຫ່...
17/09/2025

“ຍຸກທີ່ກຳລັງຈະເກີດຂຶ້ນຄື ຍຸກທີ່ອິນຟລູກຳລັງຈະຫາຍໄປ ເຊິ່ງມັນເກີດຂຶ້ນແລ້ວໃນປະເທດຈີນ. ເພາະທຸກຢ່າງທີ່ສ້າງມາໃນມື້ນີ້ຈະຄ່ອຍໆ ຫ່າຍໄປ ແລະ ຖືກທົດແທນດ້ວຍ AI ຄົນທີ່ລອດຄືຄົນທີ່ເຮັດແບຣນດ໌.” ຄົມສັນ ກ່າວດ້ວຍຄວາມເປັນຫ່ວງທຸລະກິດໃນຍຸກຕໍ່ໄປ ໃນຫົວຂໍ້ສຸດທ້າຍຂອງງານ the Secret Sauce Summit 2025.

ຄົມສັນ ແຊ່ລີ - CEO ແລະ ຜູ້ກໍ່ຕັ້ງ FLASH Group ແລະ ກໍາລັງເປີດທຸລະກິດຮູບແບບໃໝ່ເພື່ອຫວັງນໍາຄວາມຮູ້ Know-How ເລື່ອງການເຮັດແບຣນດ໌ສິນຄ້າ ເຂົ້າປະເທດ.

ເພາະຄົນທຸກຄົນຢູ່ໃນຖານະຂອງຕົວແທນຂາຍ ທີ່ເອົາສິນຄ້າເຂົ້າມານຳສະເໜີຢູ່ໃນແພັດຟອມ ແຕ່ເມື່ອແພັດຟອມເອົາສິນຄ້າມາຈາກແຫຼ່ງຜະລິດໂດຍກົງເຂົ້າມານຳສະເໜີເຖິງມືຜູ້ບໍລິໂພກ ແລະ ແນ່ນອນຜູ້ບໍລິໂພກມັກຈະເລືອກທາງເລືອກທີ່ ເຂົ້າເຖິງໄດ້ງ່າຍກວ່າ ຖືກກວ່າ ຕອບໂຈດກວ່າຢູ່ແລ້ວ.

ສິ່ງທີ່ ຄົມສັນ ແນະນຳຜູ້ປະກອບການຄື

ເຮົາສູ້ກົງໆ ກັບສິນຄ້າຈາກຈີນບໍ່ໄດ້ແນ່ນອນ ເພາະເຮົາສູ້ການຫຼຸດຕົ້ນທຶນໃນຈີນ ທີ່ເປັນຜູ້ຜະລິດເອງບໍ່ໄດ້, ແຕ່ວ່າ ຄວາມເຂົ້າໃຈລູກຄ້າ, ເຂົ້າໃຈຄົນທ້ອງຖິ່ນ ແລະ ສ້າງແບຣນດ໌ເອງໃຫ້ແຂງແຮງ ພ້ອມກັນກັບການອາໄສນຳໃຊ້ supply chain ຂອງຈີນໄດ້ເທົ່ານັ້ນ ເຖິງຈະຢູ່ລອດ.

⚠️ແລ້ວມັນຕ້ອງສ້າງແນວໃດ ສ້າງແບຣນດ໌⚠️

Mad Unicorn ບໍລິສັດໃໝ່ທີ່ ຄົມສັນ ສ້າງຂຶ້ນເພື່ອ ນຳເຂົ້າແບຣນດ໌, ສົ່ງອອກແບຣນດ໌ ແລະ ພັດທະນາແບຣນດ໌.

ປະເທດຈີນເລີ່ມຮຽນຮູ້ດ້ວຍການຍອມໃຫ້ແບຣນດ໌ອື່ນເຂົ້າມາຜະລິດ ເຊັ່ນ ມືຖື, ລົດຍົນ ຈົນໄດ້ຮັບ ຄວາມຮູ້ໃນການຜະລິດ ຈົນເອົາມາຜະລິດຂອງຕົນເອງໄດ້ ການນຳເຂົ້າ Technology ຈຶ່ງສຳຄັນ ໂດຍທີ່ທັງສອງຝັ່ງໄດ້ຜົນປະໂຫຍດ.

Mad Unicorn ທີ່ນຳເຂົ້າແບຣນດ໌ຈາກຈີນເຂົ້າມາ ອາດເບິ່ງຄືວ່າ ເອົາມາແຂ່ງກັບແບຣນດ໌ພາຍໃນບໍ່? ນັ້ນຄື “ຊາຈີ” ແບຣນດ໌ຊາອັນດັບໜຶ່ງຈາກຈີນ ທີ່ແຂງທັງດ້ານເທັກ, ດ້ານ supply chain ແລະ ການວິໄຈຍາວນານ. ແຕ່ການເຂົ້າມານັ້ນ ກໍແລກປ່ຽນກັບການສ້າງສູນວິໄຈທີ່ຊຽງໃໝ່ ເລື່ອງການປູກຊາ ແລະ ພັນຊາ ເພື່ອດຶງເອົາຄວາມຮູ້ເຂົ້າມາໃນປະເທດ, ພ້ອມກັບຄວາມຫວັງວ່າໃນອະນາຄົດ ຄົນທີ່ມີຄວາມຮູ້ໂຕນີ້ຈະສາມາດເອົາໄປສ້າງແບຣນດ໌ຂອງໂຕເອງໄດ້ອະນາຄົດ.

ທຸລະກິດຈີນເຂົາເຂົ້າມາຢູ່ແລ້ວ, ສະນັ້ນຄົນໃນຕ້ອງມີສ່ວນຮ່ວມນຳກັນ, ບໍ່ແມ່ນແຕ່ສ່ວນຮ່ວມດ້ານການຖືຮຸ້ນ ແຕ່ຕ້ອງມີສ່ວນຮ່ວມໃນດ້ານການພັດທະນາ ດ້ານຄວາມຮູ້ທີ່ຄົນພາຍໃນໄດ້ປະໂຫຍດນຳຈະດີກວ່າ.

ຈີນສະໄໝກ່ອນເປັນໂຮງງານຂອງໂລກ ເປັນແຫຼ່ງຜະລິດ, ແຕ່ຈີນສະໄໝໃໝ່ນັ້ນແຕກຕ່າງແລ້ວ ເຂົາພ້ອມໃນການເປັນຜູ້ປະກອບການລະດັບໂລກ ເຂົາພ້ອມແລ້ວທີ່ຈະເອົາແບຣນດ໌ຂອງເຂົາກະຈາຍອອກມານອກປະເທດ.

ໃນອີກມຸມໜຶ່ງ ສິ່ງທີ່ເປັນເອກະລັກຂອງພາຍໃນກໍສາມາດສົ່ງອອກໄປໄດ້ເຊັ່ນກັນ ແຕ່ຕ້ອງບໍ່ແມ່ນສົ່ງໄປເປັນວັດຖຸດິບ, ຕ້ອງແປຮູບ ພຽງແປຮູບຂັ້ນທຳອິດກໍສາມາດເພີ່ມມູນຄ່າໄດ້ເປັນເທົ່າແລ້ວ ແຮງແປຮູບໃຫ້ເລິກລົງໄປອີກ ກໍແຮງດີ.

ແບຣນດ໌ນ້ອຍຈະຢູ່ລອດແນວໃດ? ຄົມສັນເຊື່ອວ່າ ແບຣນດ໌ນ້ອຍຈະມີສະເໜ່ເປັນຂອງຕົນເອງ ມີຄວາມເປັນຊຸມຊົນ ແກ້ບັນຫານ້ອຍໆ ໃຫ້ໄດ້ ແລະ ສາມາດຂະຫຍາຍໄປສູ່ຂະໜາດໃຫຍ່ໄດ້, ເຊັ່ນເລີ່ມຈາກບັນຫາຄົນອ້ອມຂ້າງໄດ້ ຈາກກຸ່ມຄົນນ້ອຍໆ ແລ້ວຄ່ອຍຂະຫຍາຍເປັນວົງກວ້າງ ໂດຍບໍ່ຕ້ອງຫ່ວງເລື່ອງການສ້າງໂຮງງານ ເພາະສາມາດ OEM (ສັ່ງຜະລິດຈາກໂຮງງານອື່ນ) ເອງໄດ້.

ຄົມສັນເຊື່ອວ່າ ສິ່ງທີ່ເຮັດຢູ່ນີ້ຈະເປັນປະໂຫຍດໃນໄລຍະຍາວ ຕອນນີ້ຕ້ອງຮຽນຮູ້ ແລະ ປັບໂຕ, ຈະໃຫ້ເຂົາເຂົ້າມາເອົາປະໂຫຍດຢ່າງດຽວບໍ່ໄດ້. ຄົມສັນ ຂໍເປັນສະພານຂົວຕໍ່ຈັບມື ຮຽນຮູ້ກັບທຶນພາຍນອກ ເພື່ອໃຫ້ທຸລະກິດໃນປະເທດໄດ້ມີການປ່ຽນແປງຈົນຊະນະໄດ້ໃນໄລຍະຍາວ ເພາະໄລຍະສັ້ນເສຍແນ່ນອນຢູ່ແລ້ວ ແລະ ທຸກຢ່າງໃນໂລກພາຍນອກ ຕອນນີ້ມັນປ່ຽນໄປໝົດແລ້ວ.

ໃສໃຜເປັນຊາວຊ່ອງແດ່?👆 ແກະສຸດລັບຂອງ FAROSE Studio ປັ້ນແບຣນດ໌ຊ່ອງແນວໃດໃຫ້ຄົນຮັກ ແລະ ຢູ່ນຳກັນຢ່າງຍືນຍົງ ຈາກ ນັດ ກິ່ນມາລີ ຫຼື...
17/09/2025

ໃສໃຜເປັນຊາວຊ່ອງແດ່?👆 ແກະສຸດລັບຂອງ FAROSE Studio ປັ້ນແບຣນດ໌ຊ່ອງແນວໃດໃຫ້ຄົນຮັກ ແລະ ຢູ່ນຳກັນຢ່າງຍືນຍົງ ຈາກ ນັດ ກິ່ນມາລີ ຫຼື ຄົນຫຼາຍຄົນຮູ້ຈັກໃນຊື່ ຟາໂຣສ FAROSE ຜູ້ຢູ່ທັງເບື້ອງຫຼັງ ແລະ ເບື້ອງໜ້າໃນການສ້າງຊ່ອງທີ່ຄົນສາຍເນີດມັກຕິດຕາມ ໃນເວທີຫຼັກຂອງງານ The Secret Sauce Summit 2025.

1. ການທີ່ເຮັດໃຫ້ຄົນກັບມາບ້ານແລ້ວເບິ່ງຄອນເທັນຂອງຊ່ອງໃຫ້ຮູ້ສຶກຄື ໄດ້ກັບມາຢູ່ກັບໝູ່ເພື່ອນ ເປັນບ່ອນທີ່ທຸກຄົນເປັນສ່ວນໜຶ່ງຂອງກັນແລະກັນ ດ້ວຍການເອີ້ນວ່າ ຊາວຊ່ອງ.

2. ການແຍກຊ່ອງເຮັດໃຫ້ຄອນເທັນສາມາດຕອບຮັບກັບຄວາມຄາດຫວັງຂອງຜູ້ເບິ່ງໄດ້ ເຊັ່ນ ຊ່ອງຫຼັກ ຜູ້ຍິງຕິດຕາມຫຼາຍກວ່າ ຈະເປັນເນື້ອຫາແນວ Vlog, ແນວສະບາຍໆ ສ່ວນຊ່ອງທີ່ເນັ້ນ Podcast ກໍຈະມີຄວາມບາລານຊ໌ຂອງທັງຜູ້ຊາຍ ແລະ ຜູ້ຍິງຫຼາຍຂຶ້ນ. ແຕ່ຂໍ້ມູນເບື້ອງຫຼັງດ້ານ geography ນັ້ນ ອາດຈະດີໃນລະດັບໜຶ່ງ, ແຕ່ຍັງບໍ່ສາມາດສ້າງເປັນກຸ່ມເປົ້າໝາຍ ຫຼື Target Persona ໄດ້ເທື່ອ.

3. ຂໍ້ມູນທີ່ເປັນຄຸນນະພາບແທ້ໆ ແມ່ນຢູ່ໃນປ່ອງຄອມເມັນ. ຟາໂຣສເປັນຄົນມັກອ່ານ ແລະ ສັງເກດຄອມເມັນຫຼາຍ ເພາະມັນເຮັດໃຫ້ສາມາດສ້າງ Persona ຂອງກຸ່ມຜູ້ເບິ່ງຂອງຕົນເອງໄດ້ຊັດເຈນກວ່າ ໄດ້ອິນໄຊທ໌ທີ່ເລິກກວ່າ.

ຫຼັງຈາການເອົາທັງຂໍ້ມູນທາງສະຖິຕິ ແລະ ຈາກຄອມເມັ້ນ ມາປະກອບກັນ ເພື່ອນຶກພາບວ່າ ຄົນທີ່ເປັນຜູ້ຊົມແມ່ນໃຜ ເຮັດຫຍັງ ເປັນຄົນແນວໃດ ທີ່ລະອຽດຫຼາຍກວ່າພຽງແຕ່ເພດ ຫຼື ອາຍຸ.

💡ຜົນທີ່ໄດ້ຮັບກໍຄື: ສິ່ງທີ່ ຟາໂຣສ ສັງເກດເຫັນແມ່ນ ຄົນທີ່ເບິ່ງຄອນເທັນຂອງຊ່ອງ ເປັນຄົນທີ່ມີຄວາມມັກຮຽນຮູ້ ຢາກຮູ້ ມີໄຟແຫ່ງຄວາມເນີດ (Nerd) ໂດຍບໍ່ຈໍາກັດອາຍຸ ຫຼື ໄລຟ໌ສະໄຕລ໌ ເພາະຄົນມາງານຈັດທອກໂຊວ໌ຂອງຊ່ອງຄັ້ງທຳອິດ ມີຄົນມາເບິ່ງຫຼາກຫຼາຍທັງເພດ ແລະ ອາຍຸ, ຕັ້ງແຕ່ເດັກນ້ອຍໄວຮຸ່ນ ຈົນໄປຮອດຜູ້ໃຫຍ່ໄວບຳນານເຊິ່ງເປັນສິ່ງທີ່ຕ້ອງໃສ່ໃຈເປັນພິເສດ.

ຕ້ອງຄິດສະເໝີວ່າ ຈະສົ່ງມອບເນື້ອຫາທີ່ມີຄຸນນະພາບ ທີ່ຄົນເບິ່ງແລ້ວອິນຈາກໃຈ ແລະ ຢາກກົດຕິດຕາມໂດຍບໍ່ຕ້ອງຮ້ອງຂໍ, ເຖິງວ່າໂຕເລກຊັບຂອງຊ່ອງຈະຮອດໜຶ່ງລ້ານ ທັ້ງທີເຮັດມາຫຼາຍປີ ແຕ່ໃນມຸມຂອງຟາໂຣສແລ້ວ ການໄດ້ເຫັນແວວຕາຄົນທີ່ມາງານ ເຫັນຄວາມສຸກຂອງຄົນມາເຈິກັນໃນອີເວັນ ຟາຣາທອກ ສິ່ງເຫຼົ່ານັ້ນມີຄວາມໝາຍ ມີຄຸນຄ່າ ຫຼາຍກວ່າພຽງໂຕເລກທາງດ້ານການຕະຫຼາດ.

#ชาวช่อง ​

Address

7th Floor Of Vientiane Plaza Hotel, Saiylom Road, Chanthabouly District.
Vientiane
01000

Alerts

Be the first to know and let us send you an email when Muan Specialty posts news and promotions. Your email address will not be used for any other purpose, and you can unsubscribe at any time.

  • Want your business to be the top-listed Media Company?

Share