13/01/2026
⛔️ເຈົ້າໜ້າທີ່ຂອງໄທ ສະກັດຈັບຂະບວນການລັກລອບຄ້າສິ້ນສ່ວນສັດປ່າຫວງຫ້າມ ປະເພດງາຊ້າງໃນຂະນະທີ່ກຳລັງລັກລອບຂົນຈາກຝັ່ງລາວເຂົ້າປະເທດໄທ
--------
ເມື່ອວັນທີ 12 ມັງກອນ2026 ຜູ້ສື່ຂ່າວລາຍງານວ່າ ເຈົ້າໜ້າທີ່ທະຫານພານ ກອງຮ້ອຍທີ 2108, ໜ່ວຍສະເພາະກິດ ກົມທະຫານພານທີ 21, ກອງກຳລັງສຸຣະສັກມົນຕີ ສາມາສະກັດຈັບຂະບວນການລັກລອບຂົນສິນຄ້າໜີພາສີ ແລະ ຊາກສັດປ່າຄຸ້ມຄອງ ບໍລິເວນຈຸດຈອດເຮືອແຄມແມ່ນ້ຳຂອງ ບ້ານເຫຼົ່າໝາກຜາງ, ຕຳບົນທ່າດອກຄຳ, ອຳເພີບຶງໂຂງຫຼົງ, ຈັງຫວັດບຶງກາລ.
ສືບເນື່ອງມາຈາກ ເມື່ອວັນທີ 11 ມັງກອນ 2026 ເວລາ 19:00 ໂມງ ຜູ້ບັງຄັບກອງຮ້ອຍທະຫານພານທີ 2108 ໄດ້ຮັບແຈ້ງຈາກສາຍລັບວ່າ ມີການລັກລອບຂົນສິນຄ້າຜິດກົດໝາຍຂ້າມແມ່ນ້ຳຂອງ. ຈຶ່ງໄດ້ລາຍງານໃຫ້ ພັນເອກ ຜູ້ບັງຄັບການກົມທະຫານພານທີ 21 ຊາບ, ພ້ອມປະສານກຳລັງຮ່ວມກັບ ຕຳຫຼວດກອງກຳກັັບການທີ 3 ກອງປາບປາມ, ຝ່າຍປົກຄອງອຳເພີບຶງໂຂງຫຼົງ, ຕຳຫຼວດ ສພ. ເຫຼົ່າຫຼວງ ແລະ ໜ່ວຍງານຄວາມໝັ້ນຄົງໃນພື້ນທີ່ ອອກລາດຕະເວນ ແລະ ຊຸ່ມເຝົ້າກວດ. ຫຼັງຈາກທີ່ເຈົ້າໜ້າທີ່ເຝົ້າຕິດຕາມຢ່າງໃກ້ຊິດ ກໍ່ໄດ້ເຫັນເຮືອຈັກຫາງຍາວແລ່ນຂ້າມມາຈາກຝັ່ງ ສປປ ລາວ ມາຈອດບໍລິເວນຈຸດລວມເຮືອ ບ້ານເຫຼົ່າໝາກຜາງ, ໂດຍມີຊາຍ 3 ຄົນຢູ່ເທິງເຮືອ ແລະ ມີກຸ່ມບຸກຄົນຕ້ອງສົງໄສປະມານ 10 ຄົນ ລົງໄປຍັງແຄມຝັ່ງແມ່ນ້ຳຂອງ ກ່ອນຈະຊ່ວຍກັນຂົນກະສອບປຸຍສີຟ້າຂຶ້ນຈາກເຮືອມາວາງໄວ້ເທິງຝັ່ງ. ເມື່ອເຈົ້າໜ້າທີ່ສະແດງຕົວຂໍກວດຄົ້ນ, ເຮືອຫາງຍາວລຳດັ່ງກ່າວໄດ້ເລັ່ງເຄື່ອງຫຼົບໜີກັບຄືນໄປຝັ່ງ ສປປ ລາວ, ໃນຂະນະທີ່ກຸ່ມຊາຍສະກັນທີ່ຢູ່ເທິງຝັ່ງໄດ້ຖິ້ມຂອງກາງ ແລະ ແລ່ນຫຼົບໜີເຂົ້າໄປໃນພື້ນທີ່ໃກ້ຄຽງ.
ຢ່າງໃດກໍຕາມ, ເຈົ້າໜ້າທີ່ສາມາດຄວບຄຸມຕົວຜູ້ຕ້ອງສົງໄສໄວ້ໄດ້ 2 ລາຍ ຄື: ທ້າວ ໂກວິດ (ຫຼື ວິດ) ອາຍຸ 21 ປີ ແລະ ທ້າວ ຊິດສະນຸພົງ (ຫຼື ດຽວ) ອາຍຸ 18 ປີ, ທັງສອງເປັນຊາວບ້ານເຫຼົ່າໝາກຜາງ. ຈາກການກວດສອບຂອງກາງ ພົບກະສອບປຸຍສີຟ້າຈຳນວນ 9 ກະສອບ ພາຍໃນບັນຈຸງາຊ້າງຈຳນວນຫຼາຍ.
ຕໍ່ມາ ເຈົ້າໜ້າທີ່ດ່ານກວດສັດປ່າໜອງຄາຍ ແລະ ເຈົ້າໜ້າທີ່ສຳນັກບໍລິຫານພື້ນທີ່ອະນຸລັກທີ 10 (ອຸດອນທານີ) ກົມອຸທະຍານແຫ່ງຊາດ, ສັດປ່າ ແລະ ພັນພືດ ໄດ້ເຂົ້າກວດສອບ ແລະ ຢືນຢັນວ່າ:
ຂອງກາງແມ່ນ ງາຊ້າງ ຈຳນວນ 55 ອັນ ນໍ້າໜັກລວມປະມານ 169 ກິໂລກຣາມ. ຜູ້ຕ້ອງຫາທັງສອງໃຫ້ການຮັບສາລະພາບວ່າ: ໄດ້ຮັບຄ່າຈ້າງໃຫ້ຊ່ວຍຂົນກະສອບຂຶ້ນຈາກແມ່ນ້ຳຂອງ ໃນລາຄາກະສອບລະ 200 ບາດ, ໂດຍອ້າງວ່າເຂົ້າໃຈວ່າແມ່ນໄມ້ພະຍຸງເທົ່ານັ້ນ.
ເບື້ອງຕົ້ນ ເຈົ້າໜ້າທີ່ໄດ້ແຈ້ງຂໍ້ຫາຕາມພຣະລາຊະບັນຍັດ (ພຣບ.) ສະຫງວນ ແລະ ຄຸ້ມຄອງສັດປ່າ ພ.ສ. 2562 ຖານມີໄວ້ໃນຄອບຄອງ ແລະ ພະຍາຍາມສົ່ງອອກຊາກສັດປ່າຄຸ້ມຄອງໂດຍບໍ່ໄດ້ຮັບອະນຸຍາດ, ລວມເຖິງຄວາມຜິດຕາມ ພຣບ. ໂລກລະບາດສັດ ພ.ສ. 2558 ແລະ ພຣບ. ພາສີ ພ.ສ. 2560 ກ່ອນຈະເຮັດບັນທຶກການຈັບກຸມ ແລະ ບັນຊີຂອງກາງ ສົ່ງໃຫ້ພະນັກງານສອບສວນ ສພ. ເຫຼົ່າຫຼວງ ເພື່ອດຳເນີນຄະດີຕາມກົດໝາຍຕໍ່ໄປ.