30/05/2026
ສົ່ງຕົວຜູ້ຖືກຫາສັນຊາດຈີນ ກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ, (Call Center), ກະທຳຜິດກົດໝາຍໃຫ້ທາງການຈີນ ຈຳນວນທັງໝົດ 189 ຄົນ ຍິງ 3 ຄົນໃຫ້ທາງການຈີນ ຜ່ານທາງດ່ານສາກົນບໍ່ເຕ່ນ ແຂວງຫຼວງນ້ຳທາ
-------+++000+++-------
ໃນວັນທີ 29 ພຶດສະພາ 2026, ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ, ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກົມຕຳຫຼວດຄຸ້ມຄອງການທ່ອງທ່ຽວ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ດຳເນີນການສົ່ງຕົວຜູ້ຖືກຫາສັນຊາດຈີນ
ຈຳນວນທັງໝົດ 189 ຄົນ ຍິງ 3 ຄົນໃຫ້ທາງການຈີນ ຜ່ານທາງດ່ານສາກົນບໍ່ເຕ່ນ ແຂວງຫຼວງນ້ຳທາ
ອີງຕາມລາຍງານຂອງເຈົ້າໜ້າທີ່, ຜູ້ຖືກຫາຊາວຈີນ 189 ຄົນ ແມ່ນຖືກຂຶ້ນບັນຊີ ແລະ ຈັດສົ່ງມາຈາກ 4 ພາກສ່ວນ ຄື: ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກັກຕົວໄດ້ 47 ຄົນ ຍິງ 1 ຄົນ, ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກັກຕົວໄດ້ 31 ຄົນ, ກົມຕຳຫຼວດຄຸ້ມຄອງການທ່ອງທ່ຽວ ກັກຕົວໄດ້ ຈຳນວນ 22 ຄົນ ຍິງ 1 ຄົນ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກັກຕົວໄດ້ 89 ຄົນ ຍິງ 1 ຄົນ.
ທີ່ມາ: ຄວາມສະຫງົບ Lao Security News