Topiclaos ທັນໂລກ ກັບ TOPICLAOS ຫົວຂໍ້ປະເທດລາວທີ່ຄົນລາວຕ້ອງຮູ້

ກວາດລ້າງສະແກມເມີຂ້າມຊາດ ພ້ອມກັນ 6 ຈຸດ ໃນນະຄອນຫຼວງວຽງຈັນກັກຕົວ 63 ຄົນ ພ້ອມຂອງກາງນັບພັນລາຍການ   -----+++000+++----    ເຈົ້...
02/08/2026

ກວາດລ້າງສະແກມເມີຂ້າມຊາດ ພ້ອມກັນ 6 ຈຸດ ໃນນະຄອນຫຼວງວຽງຈັນ
ກັກຕົວ 63 ຄົນ ພ້ອມຂອງກາງນັບພັນລາຍການ
-----+++000+++----
ເຈົ້າໜ້າທີ່ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດປະຕິບັດການຄັ້ງໃຫຍ່ເຂົ້າກວດຄົ້ນ ແລະ ກວາດລ້າງກຸ່ມແກ້ງເປົ້າໝາຍສໍ້ໂກງທາງໂທລະຄົມ ຫຼື ສະແກມເມີ ພ້ອມກັນເຖິງ 6 ຈຸດ ໃນເຂດນະຄອນຫຼວງວຽງຈັນ ໃນວັນທີ 1 ສິງຫາ 2026 ທີ່ຜ່ານມາ; ສາມາດກັກຕົວຜູ້ຖືກສົງໄສໄດ້ທັງໝົດ 63 ຄົນ ຍິງ 3 ຄົນ ແລະ ຢຶດຂອງກາງໄດ້ຈໍານວນຫຼວງຫຼາຍ.
ໃນຈໍານວນຜູ້ຖືກກັກຕົວທັງໝົດ ປະກອບມີສັນຊາດຈີນ ຈໍານວນ 57 ຄົນ ຍິງ 2 ຄົນ, ລາວ 4 ຄົນ ຍິງ 1 ຄົນ, ກໍາປູເຈຍ 1 ຄົນ ແລະ ຄົນໄທ 1 ຄົນ.
ຈາກການລົງພື້ນທີ່ຂອງເຈົ້າໜ້າທີ່ໃນ 2 ເມືອງໃຫຍ່ ຄື: ເມືອງສີໂຄດຕະບອງ ແລະ ເມືອງຫາດຊາຍຟອງ ສາມາດກວາດລ້າງແກ້ງສະແກມເມີ ໄດ້ທັງໝົດ 6 ຈຸດຄື:
+ ຈຸດທີ 1 (ບ້ານໃໝ່, ເມືອງສິໂຄດຕະບອງ): ເຂົ້າກວດຄົ້ນເຮືອນເຊົ່າ 2 ຊັ້ນ ຈໍານວນ 3 ຫຼັງຕິດກັນ ເຊີ່ງເປັນເຮືອນຂອງທ້າວສຸກສະເຫຼີມ ສອນພານິດ ອາຊີບນັກທຸລະກິດ, ປັດຈຸ​ບັນຢູ່ບ້ານ ນາຊາຍທອງໃຕ້ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ; ພົບເຫັນເຮືອນຫຼັງ 1 ຖຶກນໍາໃຊ້ບ່ອນພັກເຊົາ ແລະ ອີກຫຼັງຈໍານວນ 2 ຖືກດັດແປງເປັນຫ້ອງການສູນສໍ້ໂກງທາງໂທລະຄົມ ຫຼື ສະແກມເມີ. ໃນເວລາເຈົ້າໜ້າທີ່ເຂົ້າກວດຄົ້ນພົບເຫັນພຽງແຕ່ພະນັກງານແມ່ບ້ານ ແລະ ພະນັກງານອານະໄມ ຈໍານວນ 4 ຄົນ 1 ຍິງ, ສັນຊາດລາວ 3 ຄົນ ຍິງ 1, ສັນຊາດ ໄທ 1 ຄົນ. ຜ່ານການກວດຄົ້ນສະຖານທີ່, ພົບເຄື່ອງຂອງທີ່ນໍາໃຊ້ເຂົ້າໃນການກະທໍາຜິດມີຄື: ໂທລະສັບ ຈຳນວນ 3.172 ໜ່ວຍ, ຄອມພິວເຕີຕັ້ງໂຕະ ຈຳນວນ 97 ໜ່ວຍ, ຄອມພິວເຕີໂນ້ດບຸກ ຈຳນວນ 2 ໜ່ວຍ, ໜັງສືຜ່ານແດນ ຈໍາ 2 ຫົວ, ລົດເກັງ ເກຍລີໂອ ສີຂາວ ບໍ່ມີປ້າຍ ຈໍານວນ 1 ຄັນ, ລົດຕູ້ (ບໍ່ມີປ້າຍ) ຈໍານວນ 1 ຄັນ, ລົດຈັກ ຮອນດາສະກຸບປີ້ ສີດຳ ເລກທະບຽນ ຍອ 4916 ກຳແພງນະຄອນ ຈຳນວນ 1 ຄັນ, ລັດຈັກໄຟຟ້າ ຈຳນວນ 4 ຄັນ, ລົດຈັກສາມລໍ້ໄຟຟ້າ ຈຳນວນ 1 ຄັນ.

+ ຈຸດທີ 2 (ບ້ານໜອງໄຮ, ເມືອງຫາດຊາຍຟອງ): ເຂົ້າກວດຄົ້ນເຮືອນເຊົ່າເຮືອນ 2 ຊັ້ນ, ເຊິ່ງເປັນເຮືອນຂອງ ນາງ ສົມພັນ ອາຍຸ 40 ປີ, ອາຊີບພະນັກງານ; ພົບຜູ້ຖືກສົງໄສ 24 ຄົນ ໃນນັ້ນ ສັນຊາດຈີນ ຈຳນວນ 23 ຄົນ ຍິງ 1 ຄົນ, ຄົນລາວ 1 ຄົນ. ເຈົ້າໜ້າທີ່ສາມາດຢຶດ ເຄື່ອງຂອງກາງ ໄດ້ຄື: ຄອມພິວເຕີຕັ້ງໂຕະ ຈຳນວນ 28 ໜ່ວຍ, ຄອມພິວເຕີໂນດບຸກ ຈຳນວນ 1 ໜ່ວຍ, ໂທລະສັບມືຖື ຈຳນວນ 70 ໜ່ວຍ, ເຄື່ອງຮັບສັນຍານອິນເຕີເນັດຜ່ານດາວທຽນ ຈຳນວນ 1 ຊຸດ.

+ ຈຸດທີ 3 (ບ້ານເມືອງວາທ່າ, ເມືອງສີໂຄດຕະບອງ): ກວດຄົ້ນເຮືອນເຊົ່າ 2 ຊັ້ນ ເຊີ່ງເປັນເຮືອນຂອງທ້າວ ບຸນໂຮມ (ພະນັກງານບໍານານ), ສາມາດກັກຕົວຜູ້ຖືກສົງໄສ ໄດ້ຈໍານວນ 2 ຄົນ (ຈີນ 1 ຄົນ, ກໍາປູເຈຍ 1 ຄົນ) ພ້ອມ ໂທລະສັບມືຖື: 5 ໜ່ວຍ, ຄອມພິວເຕີໂນດບຸກ 3 ໜ່ວຍ, ແລະ ໄອແພັດ 1 ໜ່ວຍ.

+ ຈຸດທີ 4 ແລະ 5 (ໂຮງແຮມຢຸນນານ ບ້ານອຸບມຸງ ແລະ ຕະຫຼາດຊັງຈ້ຽນ ບ້ານວັດໄຕນ້ອຍ ເມືອງ ສີໂຄດຕະບອງ): ເຈົ້າໜ້າທີ່ໄດ້ເຂົ້າກວດກາຫ້ອງພັກໂຮງແຮມ ເບີ 8627 ແລະ ພື້ນທີ່ໃນຕະຫຼາດ ກັກຕົວຄົນຈີນ ໄດ້ 9 ຄົນ ເປັນຍິງ 2 ຄົນ ພ້ອມຢຶດໂທລະສັບ 11 ໜ່ວຍ, ໜັງສືຜ່ານແດນຈໍານວນ 1 ຫົວ, ລົດໃຫຍ່ 2 ຄັນຄື: ລົດຣີໂວ້ ສີດໍາ ໝາຍເລກທະບຽນ ຂກ 5526 ນະຄອນຫຼວງວຽງຈັນ, ລົດເບ້ນ ສີດໍາ ໝາຍເລກທະບຽນ AFC168.

+ ຈຸດທີ 6 (ບ້ານສາລະຄໍາໃຕ້, ເມືອງຫາດຊາຍຟອງ): ເຂົ້າກວດຄົ້ນເຮືອນເຊົ່າ ວິນລ່າຊັ້ນ 1, ເຊີ່ງເປັນເຮືອນຂອງ ນາງ ເເກ້ວເເກ່ນໃຈ ຂີນພົມມະວົງ, ອາຊີບຄ້າ-ຂາຍ, ປັດຈຸບັນຢູ່ບ້ານສົມຫວັງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ສາມາດກັກຕົວຜູ້ຖືກສົງໄສສັນຊາດຈີນໄດ້ຈໍານວນ 24 ຄົນ, ຢຶດຄອມພິວເຕີໂນດບຸກ 5 ໜ່ວຍ, ຄອມພິວເຕີຕັ້ງໂຕະ 83 ໜ່ວຍ, ໂທລະສັບ85 ໜ່ວຍ, ໄອເເພັດ 1 ໜ່ວຍ, ເຄື່ອງຮັບສັນຍານອິນເຕີເນັດຜ່ານດາວທຽນ ຈໍານວນ 2 ຊຸດ.

ເຈົ້າໜ້າທີ່ ປກສ ເປີດເຜີຍວ່າ ເປົ້າໝາຍການຫຼອກລວງຂອງກຸ່ມແກ້ງນີ້ແມ່ນເນັ້ນໃສ່ພົນລະເມືອງຈີນດ້ວຍກັນ. ປັດຈຸບັນ, ເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນຂະຫຍາຍຜົນເພື່ອຊອກຫາຜູ້ຮ່ວມຂະບວນການເພີ່ມເຕີມ.
ສຳລັບຜູ້ຕ້ອງສົງໄສສັນຊາດຈີນທັງ 57 ຄົນ, ຫຼັງຈາກເຈົ້າໜ້າທີ່ລາວສອບສວນເອົາຄຳໃຫ້ການເປັນທີ່ຮຽບຮ້ອຍແລ້ວ ຈະມີການປະສານສົມທົບກັບສະຖານເອກອັກຄະລັດຖະທູດ ສປ ຈີນ ແລະ ກົມກວດກາຄົນເຂົ້າ-ອອກເມືອງ ເພື່ອສົ່ງຕົວໃຫ້ຕຳຫຼວດ ສປ ຈີນ ນຳໄປດຳເນີນຄະດີຕໍ່ຢູ່ປະເທດຈີນ; ລວມເຖິງຜູ້ຕ້ອງຫາສັນຊາດກຳປູເຈຍກໍຈະຖືກສົ່ງຕົວເຊັ່ນກັນ.

ນອກຈາກນີ້, ທາງການລາວຈະບັງຄັບໃຊ້ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ຢ່າງເດັດຂາດ ໂດຍຂຶ້ນບັນຊີ ແລະ ບໍ່ອະນຸຍາດໃຫ້ບຸກຄົນກຸ່ມນີ້ເດີນທາງເຂົ້າ ສປປ ລາວ ອີກຢ່າງເດັດຂາດ ຍ້ອນມີພຶດຕິກຳເຂົ້າມາເຄື່ອນໄຫວກະທຳຜິດຮ້າຍແຮງ ທີ່ສົ່ງຜົນກະທົບຕໍ່ຄວາມສະຫງົບຮຽບຮ້ອຍຂອງສັງຄົມຢູ່ ສປປ ລາວ.

ຂ່າວ: ບ່າວດອນຂຽວ ທີ່ມາ: ຄວາມສະຫງົບ Lao Security News

“ມື້ນີ້ 1 ສິງຫາ 2026 ເວລາປະມານ 11 ໂມງ ເກີດເຫດໄຟໄໝ້ຕະຫຼາດຫລັກ3ເມືອງທ່າແຂກ ແຂວງຄຳມ່ວນ ສ່ວນສາເຫດແມ່ນຍັງບໍ່ສາມາດສະຫຼຸບໄດ້ ປະ...
02/08/2026

“ມື້ນີ້ 1 ສິງຫາ 2026 ເວລາປະມານ 11 ໂມງ ເກີດເຫດໄຟໄໝ້ຕະຫຼາດຫລັກ3ເມືອງທ່າແຂກ ແຂວງຄຳມ່ວນ ສ່ວນສາເຫດແມ່ນຍັງບໍ່ສາມາດສະຫຼຸບໄດ້ ປະຈຸບັນແມ່ນໄຟສາມາດຄວບຄຸມໄດ້ແລ້ວເປັນສ່ວນໃຫຍ່ແຕ່ຕ້ອງໄດ້ເຝົ້າລະວັງ ສ່ວນຜົນເສຍຫາຍຍັງບໍ່ສາມາດສະຫລຸບໄດ້ຄືກັນ ແຕ່ຄາດວ່າເສຍຫາຍຫຼາຍຕື້ ເພາະສ່ວນໃຫຍ່ເປັນຮ້ານຂາຍເຄື່ອງສົ່ງທັງໝົດ ເຊັ່ນ:ຂາຍເຂົ້າ,ຂາຍເຄື່ອງວັດຖຸໄວໄຟ(ຢາງ),ເຄື່ອງດື່ມ, ເຄື່ອງໃຊ້ ແລະ ອື່ນໆ.

ກ່ອນອື່ນ ຕ້ອງຂໍຂອບໃຈລົດສະແຕ໋ກນ້ຳຂອງ ບສ TNT 1 ຄັນ, ບສ ເກດສຸວັນ1ຄັນ, ບສ DM 2 ຄັນ, ລົດມອດໄຟ ປກສ ແຂວງ 2ຄັນ, ເມືອງໜອງບົກ 1 ຄັນ, ເມືອງຫີນບູນ 1 ຄັນ,
ບສ ຝຸ່ນໂປຕາສ ອາຊີໂປຕາສ-ສາກົນ 1 ຄັນ, ລົດມອດໄຟຈັງຫວັດນະຄອນພະນົມ 5 ຄັນ,

ຂໍຂອບໃຈການນຳຂັ້ນແຂວງ,ຂັ້ນເມືອງ, ຕາແສງ, ກຳລັງ ອ້າຍນ້ອງ ປກຊ-ປກສ ແຂວງ, ເມືອງ, ພະນັກງານ ໄຟຟ້າ, ພະນັກງານ ບສ ລາວຄາຍຢວນ, ແພດໝໍ, ມ່ວນຊົນຊາວເມືອງທ່າແຂກ ທີ່ພ້ອມພຽງກັນຊ່ວຍດັບໄຟໄດ້ສຳເລັດ ຂໍຂອບໃຈຢ່າງສຸດຊື້ງຕໍ່ນ້ຳໃຈຂອງພວກທ່ານ.

ທ້າຍນີ້ ສະແດງຄວາມເສຍໃຈຕໍ່ກັບເຈົ້າຂອງຕະຫຼາດ, ຮ້ານຄ້າທັງໝົດ ທີ່ໄດ້ຮັບຜົນກະທົບອັກຄີໄຟຄັ້ງນີ້ ສິ່ງທີ່ທຸກຄົນບໍ່ຢາກໃຫ້ເກີດ ມັນກະເກີດຂຶ້ນຈົນໄດ້ ສະນັ້ນ, ທຸກຄົນພໍ່ແມ່ປະຊາຊົນ ຕ້ອງໄດ້ມີສະຕິລະວັງ ຕົວໝັ່ນຕິດຕາມ,ກວດກາເຄື່ອງໃຊ້ໄຟຟ້າທຸກຊະນິດຢູ່ເຮືອນຂອງທ່ານໃຫ້ດີ ຮັບປະກັນບໍ່ໃຫ້ເກີດອັກຄີໄຟ.

ຖ້າກ່າວບໍ່ໝົດຂໍອະໄພໃນທີ່ນີ້”

ອັບເດດໂດຍ © ຕາແສງສີໂຄດ ເມືອງທ່າແຂກ

📢 ການຕ້ານການສໍ້ລາດບັງຫຼວງຕ້ອງໂຄສະນາ, ເຜີຍແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້ ເຮັດໃຫ້ຄົນມີຈິດສຳນຶກມີຄວາມສັດຊື່ສຸດຈະລິດ ທີ່ “ບໍ່ກ້າສ...
01/08/2026

📢 ການຕ້ານການສໍ້ລາດບັງຫຼວງຕ້ອງໂຄສະນາ, ເຜີຍແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້ ເຮັດໃຫ້ຄົນມີຈິດສຳນຶກມີຄວາມສັດຊື່ສຸດຈະລິດ ທີ່ “ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ... ອີກຕໍ່ໄປ”

🫵ວັນທີ 2 ກໍລະກົດ 2026 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີປິດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນ “ເພີ່ມທະວີວຽກງານຕິດຕາມ, ກວດກາ ໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ແກ້ໄຂ ການສໍ້ລາດບັງຫຼວງເດັດຂາດ, ໂປ່ງໃສ ແລະ ທັນສະໄໝ ເພື່ອການພັດທະນາປະເທດຊາດ ທີ່ຍືນຍົງ”

🫵ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂອ້ລົມ ເຊິ່ງໃນບາງຕອນສະຫາຍໄດ້ກ່າວວ່າ: ການກວດກາ ແມ່ນການຊອກໃຫ້ເຫັນຈຸດດີ, ສິ່ງຕັ້ງໜ້າ ເພື່ອສົ່ງເສີມໃຫ້ເປັນການຕໍ່ຍອດ ຂອງບົດຮຽນທີ່ດີ ໃຫ້ກວ້າງອອກ ໃນພາຍພາກໜ້າ ແລະ ໃນເວລາດຽວກັນນັ້ນ, ເປົ້າໝາຍທີ່ສຳຄັນໜຶ່ງອີກແມ່ນກວດໃຫ້ເຫັນຈຸດບົກຜ່ອງ, ການລະເມີດລະບຽບກົດໝາຍ ທີ່ເກີດຂຶ້ນໃນກໍລະນີຕ່າງໆ ມັນໄດ້ສ້າງຜົນເສຍຫາຍຫຍັງຂຶ້ນຕໍ່ສ່ວນລວມ, ຕໍ່ການຈັດຕັ້ງ, ຕໍ່ບຸກຄົນ, ລະເມີດສິດທິຂອງປະຊາຊົນ, ສ້າງຜົນກະທົບ ຕໍ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນໜ້ອຍຫລາຍປານໃດ. ສິ່ງດັ່ງກ່າວ ພວກເຮົາມີຄວາມຈຳເປັນຕ້ອງຊອກໃຫ້ເຫັນຜູ້ກະທຳຜິດ, ຊອກໃຫ້ເຫັນສາເຫດ ຂອງການກະທຳຜິດ, ຊອກໃຫ້ເຫັນສິ່ງຈູງໃຈຂອງບຸກຄົນ ແລະ ການຈັດຕັ້ງ ທີ່ມີການກະທຳຜິດ, ການລະເມີດແນວທາງ, ລະເມີດກົດໝາຍໃຫ້ໄດ້. ການກວດກາ, “ບໍ່ຄວນໃຫ້ມີເຂດຫວງຫ້າມ ແລະ ບໍ່ຄວນໃຫ້ມີຂໍ້ຍົກເວັ້ນ”.

🫵ເພື່ອເຮັດໃຫ້ການກວດກາມີປະສິດທິພາບ ແລະ ມີຄວາມສັກສິດ ອົງການທີ່ຮັບຜິດຊອບວຽກງານນີ້ ຕ້ອງປັບປຸງເນື້ອໃນຮູບການ ແລະ ວິທີການກວດກາ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ, ສືບຕໍ່ກວດກາບັນດາເປົ້າໝາຍ ທີ່ປະຕິບັດຍັງບໍ່ທັນສຳເລັດໃຫ້ສໍາເລັດ. ກວດເຫັນຕ້ອງສະຫຼຸບລາຍງານ ແລະ ສະເໜີທິດທາງແກ້ໄຂໄປພ້ອມ, ກໍລະນີໃດຕ້ອງລົງວິໄນ, ກໍລະນີໃດ ຕ້ອງສະເໜີໃຫ້ໄອຍະການປະຊາຊົນ ສັ່ງຟ້ອງສານ, ເມື່ອສັ່ງຟ້ອງແລ້ວ ຕ້ອງຕິດຕາມການດຳເນີນຄະດີ ໃຫ້ເຖິງກົກເຖິງຮາກ. ຄວນແກ້ໄຂບັນຫາທີ່ຄ້າງຄາ ທີ່ເຄີຍປະຕິບັດມາ ເຊັ່ນ: ຄະດີທີ່ຍັງຄ້າງຢູ່ກັບໄອຍະການ ກໍຊ້າແລ້ວ ແຕ່ເມື່ອຄະດີໄປເຖິງສານ, ກໍໄປຄ້າງຢູ່ກັບສານ, ບໍ່ຕັດສິນຈັກເທື່ອ... ໃນກໍລະນີສານຕັດສິນແລ້ວ ການປະຕິບັດຄຳຕັດສິນຂອງສານ ກໍບໍ່ໄປ, ບໍ່ມາ, ແກ່ຍືດແກ່ຍາວ. ພວກເຮົາບໍ່ສາມາດປະປ່ອຍໃຫ້ສະພາບແນວນີ້ດຳເນີນຕໍ່ໄປໄດ້ອີກແລ້ວ, ເຖິງເວລາ ທີ່ບໍ່ສາມາດລັງເລ, ຢຸດໆຢ່ອນໆ ຕໍ່ໄປອີກແລ້ວ. ໃນຂະນະດຽວກັນ ກໍເອົາໃຈໃສ່ສ້າງ ແລະ ປັບປຸງບັນດານິຕິກໍາ ທີ່ຈໍາເປັນ ກ່ຽວກັບວຽກງານກວດກາ, ຕ້ານການສໍ້ລາດບັງຫຼວງ ແລະ ສິ່ງຫຍໍ້ທໍ້ຕ່າງໆ ທັງຕ້ອງໂຄສະນາ, ເຜີຍແຜ່ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ລວມທັງການເຜີຍແຜ່ຜົນການກວດກາ ແລະ ການແກ້ໄຂຜົນການກວດກາ ໃຫ້ທົ່ວສັງຄົມໄດ້ຮັບຮູ້ເຫັນໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງ ເພື່ອກ້າວໄປເຖິງ ເຮັດໃຫ້ຄົນມີຈິດສຳນຶກມີຄວາມສັດຊື່ສຸດຈະລິດ ທີ່ “ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ... ອີກຕໍ່ໄປ”. ແລະ ມື້ນີ້ ຂໍສະເໜີວ່າ: ອົງການກວດກາ ແຕ່ເທິງລົງລຸ່ມ ກໍບໍ່ເຮັດໃຫ້ເປັນສະໜາມຕໍ່ລອງ “ຈາກອັນຜິດ ໃຫ້ກາຍເປັນຖືກ”. ໃນເວລາດຽວກັນ, ຕ້ອງປັບປຸງອົງການຈັດຕັ້ງໃຫ້ເຂັ້ມແຂງ ໄປຄວບຄູ່ກັບການປັບປຸງບັນດາອົງການ ທີ່ເຮັດວຽກຍຸຕິທຳຂອງລັດ ໃຫ້ເຂັ້ມແຂງ, ປັບປຸງສະພາທະນາຍຄວາມ ໃຫ້ໂປ່ງໃສ, ເຄັ່ງຄັດ ຕໍ່ຫຼັກການ, ຫັນເປັນທັນສະໄໝ ແລະ ມີຄວາມຍຸຕິທຳຢ່າງແທ້ຈິງ. ຕ້ອງເດັດດ່ຽວແກ້ໄຂພະນັກງານກວດກາ ທີ່ລະເມີດລະບຽບວິໄນ, ແລະ ຕ້ອງກໍ່ສ້າງ ແລະ ໃຫ້ໂອກາດພະນັກງານ ທີ່ຊື່ສັດບໍລິສຸດ, ປົກປ້ອງພະນັກງານ ທີ່ເປັນແບບຢ່າງທີ່ດີ, ເສຍສະຫຼະ ເພື່ອວຽກງານ ແລະ ເພື່ອສ່ວນລວມໃຫ້ໄດ້...ບໍ່ໃຫ້ຖືກປັດເຂ່ຍອອກ ຕ້ອງປ້ອງກັນ ແລະ ສົ່ງເສີມ.

01/08/2026

ຊົມເຊີຍ👏👏

 #ຫົວໂປ່ໃນການສໍ້ລາດບັງຫລວງ  #ຖືກຕັດສິນຈຳຄຸກຕະຫລອດຊີວິດທ່ານ ນາງ ລັດຕະນາ ສິມາວັດ, ຫົວໜ້າຫ້ອງການສານປະຊາຊົນແຂວງອັດຕະປື ໄດ້ຖະ...
01/08/2026

#ຫົວໂປ່ໃນການສໍ້ລາດບັງຫລວງ #ຖືກຕັດສິນຈຳຄຸກຕະຫລອດຊີວິດ

ທ່ານ ນາງ ລັດຕະນາ ສິມາວັດ, ຫົວໜ້າຫ້ອງການສານປະຊາຊົນແຂວງອັດຕະປື ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 30 ກໍລະກົດ 2026 ໃຫ້ຮູ້ວ່າ: ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສິນຄະດີ ກ່ຽວກັບການກະທຳຜິດ ສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື, ເຊິ່ງມີລາຍລະ ອຽດດັ່ງນີ້:

ໃນປີ 2021 ຫາ 2024 ພວກຈຳເລີຍໄດ້ຮ່ວມມືກັນ ກະທຳຜິດ ໂດຍມີ ທ້າວ ສຸລິໄຊ ສຸລິຍາໄລ ຫຼື ໝູ (ຈໍາເລີຍ7) ອາຍຸ 37 ປີ, ອາຊີບ ພະນັກງານ (ອະດີດຮອງຂະແໜງຄົ້ນຄວ້າສັງລວມ ຂຶ້ນກັບຫ້ອງວ່າການແຂວງ), ປັດຈຸບັນຢູ່ບ້ານ ຫຼັກ3, ເມືອງສາມັກຄີໄຊ, ແຂວງອັດຕະປື ເປັນຫົວໂປ່ຕົວການ ໃນການສໍ້ລາດບັງຫຼວງ ໃນຈໍານວນເງິນ 8 ບ້ວງ ຂອງແຂວງອັດຕະປື ມີເງິນຈໍານວນດັ່ງນີ້: ເງິນກີບ ຈໍານວນ 103,489,679,995 ກີບ, ເງິນໂດລາ ຈໍານວນ 2,356,000 ໂດລາສະຫະລັດ ແລະ ເງິນດົງ ຈໍານວນ 1,500,000,000 ດົງ, (ລວມປະມານ 190 ຕື້ກວ່າກີບ). ເຊຶ່ງເງິນດົງຈໍານວນດັ່ງກ່າວໄດ້ຖອນ ແລະ ແລກປ່ຽນເປັນເງິນກີບ ແລະ ເງິນບາດ. ພາຍຫຼັງຄະນະສະເພາະກິດໄດ້ເກັບກໍາຂໍ້ມູນແລ້ວເຫັນວ່າ ໄດ້ສ້າງຄວາມເສຍຫາຍຕົວຈິງໃຫ້ແກ່ແຂວງອັດຕະປື ເປັນເງິນ ຈໍານວນ 51,951,708,972 ກີບ, ຈຳນວນ 2,316,000 ໂດລາສະຫະລັດ ແລະ ຈໍານວນ 60,000 ບາດ.

ທ້າວ ສຸລິໄຊ ສຸລິຍາໄລ ຫຼື ໝູ ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການໃຫ້ສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກ ຄົນ, ການປອມແປງເອກະສານ ຫຼື ການນໍາໃຊ້ເອກະສານປອມ, ການຫຼີ້ນການພະນັນທີ່ຕ້ອງຫ້າມ ແລະ ການຟອກເງິນ, ຕາມມາດຕ າ 354, 355, 357, 359, 364, 141 ແລະ 130 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບ ຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ ຄື: ຈໍານວນ 3,459,996,813 ກີບ, ຈໍານວນ 70,198 ໂດລາສະຫະລັດ ແລະ ຈໍານວນ 45,000,000 ດົງ.

ສານປະຊາຊົນແຂວງອັດຕະປື ຕັດສິນຄະດີສໍ້ລາດບັງຫຼວງ ລົງໂທດຈຳເລີຍ 15 ຄົນ._______________________________ສານປະຊາຊົນແຂວງອັດຕະປື ໄ...
01/08/2026

ສານປະຊາຊົນແຂວງອັດຕະປື ຕັດສິນຄະດີສໍ້ລາດບັງຫຼວງ ລົງໂທດຈຳເລີຍ 15 ຄົນ.
_______________________________
ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງ ຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ ມີຈໍານວນ 10 ຄົນ, ຍິງ 3 ຄົນ.

ທ່ານ ນາງ ລັດຕະນາ ສິມາວັດ, ຫົວໜ້າຫ້ອງການສານປະຊາຊົນແຂວງອັດຕະປື ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 30 ກໍລະກົດ 2026 ໃຫ້ຮູ້ວ່າ: ສານປະຊາຊົນແຂວງອັດຕະປື ໄດ້ພິຈາ ລະນາຕັດ ສີນຄະດີ ກ່ຽວກັບການກະທຳຜິດ ສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື, ເຊີ່ງມີລາຍລະ ອຽດດັ່ງນີ້: ໃນປີ 2021 ຫາ 2024 ພວກຈຳເລີຍໄດ້ຮ່ວມມືກັນ ກະທຳຜິດ ໂດຍມີ ທ້າວ ສຸລິໄຊ ສຸລິຍາໄລ ຫຼື ໝູ (ຈໍາເລີຍ) ເປັນຫົວໂປ່ຕົວການ ໃນການສໍ້ລາດບັງຫຼວງ ໃນຈໍານວນເງິນ 8 ບ້ວງ ຂອງແຂວງອັດຕະປື ມີເງິນຈໍານວນດັ່ງນີ້: ເງີນກີບ ຈໍານວນ 103,489,679,995 ກີບ, ເງີນໂດລາ ຈໍານວນ 2,356,000 ໂດລາສະຫະລັດ ແລະ ເງີນດົງ ຈໍານວນ 1,500,000,000 ດົງ, ເຊຶ່ງເງິນດົງຈໍານວນດັ່ງກ່າວໄດ້ຖອນ ແລະ ແລກປ່ຽນເປັນເງິນກີບ ແລະ ເງິນບາດ. ພາຍຫຼັງຄະນະສະເພາະກິດໄດ້ເກັບກໍາຂໍ້ມູນແລ້ວເຫັນວ່າ ໄດ້ສ້າງຄວາມເສຍຫາຍຕົວຈິງໃຫ້ແກ່ແຂວງອັດຕະປື ເປັນເງີນ ຈໍານວນ 51,951,708,972 ກີບ, ຈຳນວນ 2,316,000 ໂດລາສະຫະລັດ ແລະ ຈໍານວນ 60,000 ບາດ. ພາຍຫຼັງ ໄດ້ຮັບຄຳສັ່ງຟ້ອງ ຂອງຫົວໜ້າອົງ ການໄອຍະການປະຊາຊົນແຂວງອັດຕະປື, ຄະນະສານອາຍາ ຂອງສານປະຊາຊົນ ແຂວງອັດຕະປື ໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານຕ່າງໆຢ່າງຮອບດ້ານ ແລະ ໃນວັນທີ 30 ກໍລະກົດ 2026 ເວລາ 8 ໂມງ 00 ນາທີ ທີ່ຫ້ອງປະຊຸມສານຂອງສານປະຊາຊົນ ແຂວງອັດຕະປື ໄດ້ເປີດປະຊຸມສານ ເພື່ອພິຈາລະນາຕັດສີນ ຄະດີອາຍາ ເລກທີ 59/ ຂຕ.ອ, ລົງວັນທີ 17 ມີນາ 2026, ຕາມຄຳຕັດສີນ ເລກທີ 90/ ຂຕ.ອ, ລົງວັນທີ 30 ກໍລະກົດ 2026. ກ່ຽວກັບການກະທຳຜິດ ຂອງພະນັກງານຢູ່ແຂວງອັດຕະປື ໃນຂໍ້ຫາ ສໍ້ລາດບັງຫຼວງ, ໃນນີ້ ມີຈຳເລີຍ ທັງໝົດ 15 ຄົນ, ຍິງ 4 ຄົນ ຄື:
1) ທ້າວ ສຸລິຈັນ ພອນແກ້ວ (ຈໍາເລີຍ1), ອາຍຸ 53 ປີ, ອາຊີບ ພະນັກງານ (ອາດີດກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງອັດຕະປື), ປັດຈຸບັນຢູ່ ບ້ານໄຊສີ, ເມືອງໄຊເສດຖາ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ຂໍ້ຫາການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ, ການປອມ ແປງເອກະສານ ຫຼື ການນໍາໃຊ້ເອກະສານປອມ, ການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ຕາມມາດຕາ 354, 355, 358, 359, 364, 297 ແລະ 298 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດສະລະພາບ ຕະຫຼອດຊີວິດ ແລະ ປັບໃໝ ໜື່ງສ່ວນຮ້ອຍ (1%) ຂອງມູນຄ່າຄວາມເສຍຫາຍ ຈຳນວນ 992,816,961 ກີບ, 60,898 ໂດລາສະຫະລັດ ແລະ 30,000,000 ດົງ, ຮິບເງິນ ທ້າວ ສຸລິຈັນ ພອນແກ້ວ(ຈຳເລີຍ1) ຈໍານວນ 1,551,712,000 ກີບ ເຂົ້າເປັນຂອງລັດ, ໃຫ້ ທ້າວ ສຸລິຈັນ ພອນແກ້ວ(ຈຳເລີຍ1) ສົ່ງເງິນສ່ວນຕ່າງໄດ້ຈາກການປ່ອຍເງີນກູ້ດອກເບ້ຍສູງ ທັງໝົດ ຈຳນວນ 4,200,249,000 ກີບ ຄືນແກ່ລັດ.
2) ທ້າວ ສູນນະຄອນ ແກ້ວວຽງຄໍາ (ຈໍາເລີຍ2 ), ອາຍຸ 59 ປີ, ອາຊີບ ພະນັກງານ (ອາດີດກໍາມະການພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທືນແຂວງອັດຕະປື), ປັດຈຸບັນຢູ່ບ້ານ ຫຼັກ 3, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ ແລະ ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກຄົນ, ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາ ຍາ, ລົງໂທດ ຕັດອິດສະລະພາບ ທ້າວ ສູນນະຄອນ ແກ້ວວຽງຄໍາ(ຈໍາເລີຍ2) ຕະຫຼອດຊີວິດ ແລະ ປັບໃໝ ໜື່ງສ່ວນຮ້ອຍ(1%) ຂອງມູນຄ່າຄວາມເສຍຫາຍ ທັງໝົດ ຈຳນວນ 34,420,000 ກີບ ແລະ 4,340 ໂດລາສະຫະລັດ ຮິບເງິນ ຈໍານວນ 42,000,000 ກີບ ແລະ 2,000 ໂດລາສະຫະລັດ ເຂົ້າເປັນຂອງລັດ.
3) ທ້າວ ຄໍາເຜີຍ ໂສມຖາວອນ(ຈໍາເລີຍ 3), ອາຍຸ 60 ປີ, ອາຊີບ ພະນັກງານບໍານານ (ອາດີດກໍາມະການພັກແຂວງ, ຫົວໜ້າພະແນກການເງິນແຂວງ), ປັດຈຸບັນຢູ່ບ້ານໂພນສະຫວ່າງ, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກຄົນ, ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບ ທ້າວ ຄໍາເຜີຍ ໂສມຖາວອນ (ຈໍາເລີຍ3) ຕະຫຼອດຊີວິດ ແລະ ປັບໃໝ ຈຳນວນ 1,828,008,205 ກີບ, ຈໍານວນ 40,000 ໂດລາສະຫະລັດ, ຮິບເງິນຈາກທ້າວ ຄໍາເຜີຍ ໂສມຖາ ວອນ (ຈໍາເລີຍ3) ຈໍານວນ 1,500,000,000 ກີບ ເຂົ້າເປັນຂອງລັດ.
4) ທ້າວ ທູນໄຊ ເມກດາວົງ(ຈໍາເລີຍ 4), ອາຍຸ 60 ປີ, ອາຊີບ ພະນັກງານບໍານານ (ອາດີດຮອງພະ ແນກການເງິນແຂວງອັດຕະປື), ປັດຈຸບັນຢູ່ບ້ານ ໄຊສະອາດ, ເມືອງ ສາມັກຄີໄຊ, ແຂວງອັດຕະປື, ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກ ຄົນ ແລະ ການດໍາເນີນທຸລະກິດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ຕາມມາດຕາ 354, 355, 358, 359, 297 ແລະ 298 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບ ທ້າວ ທູນໄຊ ເມກດາວົງ (ຈໍາເລີຍ4) ຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ ຈໍານວນ 32,250,000 ກີບ ແລະ ຈໍານວນ 40,000 ໂດລາສະຫະລັດ, ຮິບເງີນຈາກທ້າວ ທູນໄຊ ເມກດາວົງ(ຈໍາເລີຍ4) ຈຳນວນ 225,000,000 ກີບ ເປັນຂອງລັດ.
5) ທ້າວ ສົມສັກ ມູນຕິວົງ(ຈໍາເລີຍ5 ), ອາຍຸ 45 ປີ, ອາຊີບ ພະນັກງານ (ອາດີດ ຫົວໜ້າຂະ ແໜງບໍລິການ ຂື້ນກັບຄັງເງິນປະຈໍາແຂວງ), ປັດຈຸບັນຢູ່ ບ້ານເວີນແຄນ, ເມືອງ ສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນ ບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກຄົນ ແລະ ການຟອກເງິນ, ຕາມມາດຕາ 354, 355, 358, 359 ແລະ 130 ຂອງປະ ມວນກົດໝາຍອາຍາ, ລົງ ໂທດ ຕັດອິດສະລະພາບ ທ້າວ ສົມສັກ ມູນຕິວົງ (ຈໍາເລີຍ5) ຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ ຈໍານວນ 2,579,085,241 ກີບ ແລະ ຈໍານວນ 46,320 ໂດລາສະ ຫະລັດ, ຮິບເງີນຈາກທ້າວ ສົມສັກ ມູນຕິວົງ (ຈໍາເລີຍ5) ຈຳນວນ 977,200,000 ກີບ ເປັນຂອງລັດ.
6) ທ້າວ ອິນປົງ ສີລາວິກອນ (ຈໍາເລີຍ6 ), ອາຍຸ 38 ປີ, ອາຊີບ ພະນັກງານ (ອາດີດວິຊາການຂະ ແໜງບໍລິການ ຂື້ນກັບຄັງເງິນປະຈໍາແຂວງ), ປັດຈຸບັນຢູ່ບ້ານສົມໂຄດ, ເມືອງໄຊເສດຖາ, ແຂວງ ອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ ແລະ ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກຄົນ ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດ ສະລະພາບ ທ້າວ ອິນປົງ ສີລາວິກອນ (ຈໍາເລີຍ6) ຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ ຈຳນວນ 2,033,989,750 ກີບ ແລະ ຈໍານວນ 46,320 ໂດລາສະຫະລັດ, ຮິບເງີນຈາກທ້າວ ອິນປົງ ສີລາວິກອນ (ຈໍາເລີຍ6) ຈຳນວນ 130,000,000 ກີບ ເປັນຂອງລັດ.
7) ທ້າວ ສຸລິໄຊ ສຸລິຍາໄລ ຫຼື ໝູ (ຈໍາເລີຍ 7), ອາຍຸ 37 ປີ, ອາຊີບ ພະນັກງານ (ອາດີດຮອງຂະ ແໜງຄົ້ນຄວ້າສັງລວມ ຂື້ນກັບຫ້ອງວ່າການແຂວງ), ປັດຈຸບັນຢູ່ບ້ານ ຫຼັກ3, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການໃຫ້ສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກ ຄົນ, ການປອມແປງເອກະສານ ຫຼື ການນໍາໃຊ້ເອກະສານປອມ, ການຫຼີ້ນການພະນັນທີ່ຕ້ອງຫ້າມ ແລະ ການຟອກເງິນ, ຕາມມາດຕາ 354, 355, 357, 359, 364, 141 ແລະ 130 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບ ທ້າວ ສຸລິໄຊ ສຸລິຍາໄລ (ຈຳເລີຍ7) ຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ ຄື: ຈໍານວນ 3,459,996,813 ກີບ, ຈໍານວນ 70,198 ໂດລາສະຫະລັດ ແລະ ຈໍານວນ 45,000,000 ດົງ.
😎 ທ້າວ ອຸດທະລີ ສີງທໍາມະວົງ (ຈໍາເລີຍ 😎, ອາຍຸ 43 ປີ, ອາຊີບ ພະນັກງານ (ອາດີດ ຫົວໜ້າຂະ ແໜງບໍລິຫານ ຂື້ນກັບຫ້ອງວ່າການແຂວງ), ປັດຈຸບັນຢູ່ບ້ານ ຫຼັກ3, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນ ບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກຄົນ. ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງ ໂທດຕັດອິດສະລະພາບ ທ້າວ ອຸດທະລີ ສີງທໍາມະວົງ(ຈຳເລີຍ8) ທັງໝົດ ຊາວ ປີ ແລະ ປັບໃໝ ຈໍານວນ 1,000,000 ກີບ, ຈໍານວນ 400 ໂດລາສະຫະລັດ ແລະ ຈໍານວນ 30,000,000 ດົງ, ຮິບເງີນຈາກທ້າວ ອຸດທະລີ (ຈໍາເລີຍ8) ຈໍານວນ 100,000,000 ກີບເປັນຂອງລັດ.
9) ນາງ ມະນີສອນ ເພັດວິໄລ (ຈໍາເລີຍ 9), ອາຍຸ 34 ປີ ອາຊີບ ພະນັກງານ (ອາດີດວິຊາການການເງິນຂະແໜງບໍລິຫານ ຂື້ນກັບຫ້ອງວ່າການແຂວງ), ປັດຈຸບັນຢູ່ ບ້ານສາມັກຄີ, ເມືອງສາ ມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກ ຄົນ, ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະ ລະພາບ ນາງ ມະນີສອນ ເພັດວິໄລ (ຈໍາເລີຍ 9) ຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ, ຈຳນວນ 1,839,298,031 ກີບ, ຈໍານວນ 400 ໂດລາສະຫະລັດ ແລະ ຈໍານວນ 30,000,000 ດົ້ງ, ຮິບເງີນນາງ ມະນີສອນ ເພັດວິໄລ (ຈໍາເລີຍ 9) ຈຳນວນ 30,000,000 ກີບ ເປັນຂອງລັດ.
10) ນາງ ນິພາພອນ ໂພທິລາດ(ຈໍາເລີຍ 10), ອາຍຸ 34 ປີ, ອາຊີບ ພະນັກງານອາສາສະໝັກຢູ່ຫ້ອງວ່າການແຂວງອັດຕະປື, ປັດຈຸບັນຢູ່ບ້ານ ໂພນສະຫວ່າງ, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການໃຫ້ສິນບົນ, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກຄົນ ແລະ ການຟອກເງິນ, ຕາມມາດຕາ 354, 355, 357, 358, 359 ແລະ 130 ຂອງປະມວນກົດໝາຍອາຍາ ລົງໂທດ ຕັດອິດສະລະພາບ ນາງ ນິພາພອນ ໂພທິລາດ (ຈໍາເລີຍ10) ຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ ຈຳນວນ 2,353,579,750 ກີບ ແລະ 47,520 ໂດລາສະຫະລັດ.
11) ທ້າວ ແກ້ວພູທອນ ວິລະທໍາ (ຈໍາເລີຍ 11), ອາຍຸ 47 ປີ, ອາຊີບ ພະນັກງານ (ອາດີດຮອງຂະ ແໜງຈັດຕັ້ງ-ບໍລິຫານ ຂື້ນກັບພະແນກການເງິນແຂວງ), ປັດຈຸບັນຢູ່ບ້ານວົງສໍາພັນ, ເມືອງພູວົງ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກ ຄົນ, ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະ ລະພາບ ທ້າວ ແກ້ວພູທອນ ວິລະທໍາ (ຈໍາເລີຍ11) ສິບຫົກ ປີ ຫົກເດືອນ ແລະ ປັບໃໝ ຈໍານວນ 8,883,770 ກີບ, ຮິບເງິນ ທ້າວ ແກ້ວພູທອນ ວິລະທໍາ (ຈໍາເລີຍ11) ທີ່ໄດ້ຈາກການຮັບສີນບົນ ຈໍານວນ 888,377,000 ກີບ ເປັນຂອງລັດ.
12) ທ້າວ ສຸກສະຫວັນ ບຸນພັນ (ຈໍາເລີຍ12 ), ອາຍຸ 55 ປີ, ອາຊີບ ພະນັກງານ (ອາດີດຮອງຫົວໜ້າຄັງເງິນປະຈໍາແຂວງ), ປັດຈຸບັນຢູ່ບ້ານເມືອງໃໝ່, ເມືອງສາມັກຄີໄຊ, ແຂວງອັດຕະປື. ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກຄົນ, ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດສະລະພາບ ທ້າວ ສຸກສະຫວັນ ບຸນພັນ (ຈໍາເລີຍ12) ຫ້າ ປີ ແລະ ປັບໃໝ ຈໍານວນ 1,000,000 ກີບ.
ຮິບເງິນຈາກ ທ້າວ ສຸກສະຫວັນ ບຸນພັນ (ຈໍາເລີຍ12) ຈໍານວນ 100,000,000 ກີບ ເປັນຂອງລັດ.
13) ທ້າວ ພອນພິລຸນ ໄຊສົມບັດ (ຈໍາເລີຍ 13), ອາຍຸ 49 ປີ, ອາຊີບ ພະນັກງານ (ອາດີດຮອງຂະ ແໜງບັນຊີ ແລະ ກວດກາ ຂື້ນກັບຄັງເງິນປະຈໍາແຂວງ), ປັດຈຸບັນຢູ່ບ້ານເມືອງໃໝ່, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານການຮັບສິນບົນ ຕາມມາດຕາ 354 ແລະ 358 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດສະລະພາບ ທ້າວ ພອນພິລຸນ ໄຊສົມບັດ (ຈໍາເລີຍ13) ສອງ ປີ ຫົກ ເດືອນ ໃຫ້ປະຕິບັດຕົວຈິງ ເຈັດ ເດືອນ ສິບເອັດ ວັນ ສ່ວນທີ່ເຫຼືອພາກໄວ້ ແລະ ປັບໃໝ ຈໍານວນ 295,000 ກີບ, ຮິບເງີນຈາກທ້າວ ພອນພິລຸນ ໄຊສົມບັດ (ຈໍາເລີຍ13) ຈໍານວນ 29,500,000 ກີບ ເປັນຂອງລັດ.
14) ນາງ ສິມມະລີ ຄໍາໝັ້ນ(ຈໍາເລີຍ 14), ອາຍຸ 44 ປີ ອາຊີບ ພະນັກງານ ຫ້ອງວ່າການແຂວງ, ປັດຈຸ ບັນຢູ່ບ້ານສາມັກຄີ, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການສວຍໃຊ້ຊັບຂອງລັດ ຫຼື ລວມໝູ່ ແລະ ຄວາມເລິນເລີ້ໃນການປະຕິບັດໜ້າທີ່, ຕາມມາດຕາ 354, 355, 360 ແລະ 368 ຂອງປະມວນກົດໝາຍອາຍາ, ລົງ ໂທດຕັດອິດສະລະພາບ ນາງ ສິມມະລີ ຄໍາໝັ້ນ (ຈໍາເລີຍ14) ສິບແປດ ປີ ຫົກ ເດືອນ ແລະ ປັບໃໝ ຈໍານວນ 10,855,649 ກີບ, ໃຫ້ ມອບເງີນ ຈຳນວນ 200,000,000 ກີບ ທີ່ນາງ ສິມມະລີ ຄໍາໝັ້ນ (ຈໍາເລີຍ14) ໄດ້ມອບເປັນຂອງກາງ ຄືນແກ່ຫ້ອງວ່າການແຂວງ ແລະ ໃຫ້ (ຈຳເລີຍ14) ໃຊ້ແທນເງີນ ຂອງຫ້ອງວ່າການແຂວງ(ທີ່ຍັງບໍ່ທັນມອບ) ຈໍານວນ 292,782,473 ກີບ.
15) ນາງ ພຸດທິດາວັນ ໄກສອນເສນາ (ຈໍາເລີຍ 15), ອາຍຸ 36 ປີ, ອາຊີບ ພະນັກງານພະແນກການເງິນແຂວງ, ປັດຈຸບັນຢູ່ບ້ານໂພນສະຫວ່າງ, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ ລາດບັງຫຼວງ ໃນສະຖານການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການດໍາເນີນທຸລະກິດໂດຍບໍ່ຖືກ ຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ຕາມມາດຕາ 354, 355, 297 ແລະ 298 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບ ນາງ ພຸດທິດາວັນ ໄກສອນເສນາ (ຈໍາເລີຍ15) ຕະຫຼອດຊີວິດ ແລະ ປັບໃໝ ຈໍານວນ 110,000,000 ກີບ ໃຫ້ ນາງ ພຸດທິດາວັນ ໄກສອນເສນາ (ຈໍາເລີຍ15) ສົ່ງເງີນຈໍານວນ 22,000,000 ກີບ ຄືນແກ່ລັດ.

ພ້ອມນັ້ນແມ່ນໃຫ້ພວກຈຳເລີຍ ຮ່ວມກັນໃຊ້ແທນຄ່າເສຍຫາຍໃຫ້ແກ່(ລັດ) ຈຳນວນ 51,951,708,972 ກີບ , ຈຳນວນ 2,316,000 ໂດລາສະຫະລັດ ແລະ ຈໍານວນ 60,000 ບາດ, ຖ້າວ່າ ພວກຈຳເລີຍ ບໍ່ສາມາດໃຊ້ແທນລັດໄດ້ ກໍ່ໃຫ້ປະກາດຂາຍຊັບທີ່ຢຶດ ແລະ ອາຍັດໄວ້ ເພື່ອເອົາມາໃຊ້ແທນ ຖ້າເຫຼືອກໍ່ໃຫ້ສົ່ງຄືນພວກຈຳເລີຍ, ຖ້າບໍ່ພໍກໍ່ໃຫ້ພວກຈໍາເລີຍ ສືບຕໍ່ຮັບຜິດຊອບໃຊ້ແທນ, ໃຫ້ ພວກຈຳເລີຍ ຮັບຜິດຊອບ ຄ່າໃຊ້ຈ່າຍໃນການດຳເນີນຄະດີຂອງເຈົ້າໜ້າທີ່ສະ ເພາະກິດຂອງແຂວງ, ໃຫ້ ພວກຈຳເລີຍ ຮ່ວມກັນຮັບຜິດຊອບ ຄ່າທຳນຽມສານ.

ສ່ວນທ້າວ ສຸກໃໝ ສຸດບຸນລົ້ນ ໃນໄລຍະດໍາເນີນຄະດີຜູ້ກ່ຽວໄດ້ເສຍຊີວິດ ຈຶ່ງເປັນສາເຫດໃຫ້ຊັດມ້ຽນທາງອາຍາ ຕາມຄໍາສັ່ງ ສະບັບເລກທີ 67/ອກລ.ຂ ລົງວັນທີ 28 ຕຸລາ 2024 ຂອງອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ, ແຕ່ຄວາມເສຍຫາຍທາງແພ່ງແມ່ນໃຫ້ຜູ້ກ່ຽວຮັບ ຜິດຊອບໃຊ້ແທນໃຫ້ແກ່ລັດໂດຍເອົາຊັບຜູ້ກ່ຽວທີ່ໄດ້ຢືດ ແລະ ອາຢັດໄວ້ນັ້ນມາໃຊ້ແທນໃຫ້ແກ່ລັດ.

ທ່ານນາງ ລັດຕະນາ ສິມາວັດ, ຫົວໜ້າຫ້ອງການ ສານປະຊາຊົນແຂວງ ຍັງໄດ້ກ່າວອີກວ່າ: ທັງໝົດທີ່ຖະແຫຼງໄປນັ້ນເປັນການສັງລວມເອົາແຕ່ຜົນຕັດສິນຂອງສານ ເພື່ອຖະແຫຼງຂ່າວ ໃຫ້ມວນຊົນໄດ້ຮັບຊາບ ສ່ວນລາຍລະອຽດແມ່ນຢູ່ໃນຄໍາຕັດສິນ.

ທີ່ມາຂ່າວ: ມະນີວອນ

ໃນວັນທີ 31 ກໍລະກົດ 2026 ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ ເດີນທາງຢ້ຽມຢາມບໍ່ຄຳເຊໂປນ  #ເພື...
01/08/2026

ໃນວັນທີ 31 ກໍລະກົດ 2026 ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ ເດີນທາງຢ້ຽມຢາມບໍ່ຄຳເຊໂປນ #ເພື່ອຮ່ວມພິທີເປີດບໍ່ໃຕ້ດິນແຫ່ງທີ2 #ບໍ່ຄຳເຊໂປນ #ອຸບໂມງບໍ່ໄຕ້ດິນ

10) ນາງ ນິພາພອນ ໂພທິລາດ(ຈໍາເລີຍ 10), ອາຍຸ 34 ປີ, ອາຊີບ ພະນັກງານອາສາສະໝັກຢູ່ຫ້ອງວ່າການແຂວງອັດຕະປື, ປັດຈຸບັນຢູ່ບ້ານ ໂພນສະຫ...
01/08/2026

10) ນາງ ນິພາພອນ ໂພທິລາດ(ຈໍາເລີຍ 10), ອາຍຸ 34 ປີ, ອາຊີບ ພະນັກງານອາສາສະໝັກຢູ່ຫ້ອງວ່າການແຂວງອັດຕະປື, ປັດຈຸບັນຢູ່ບ້ານ ໂພນສະຫວ່າງ, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການໃຫ້ສິນບົນ, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກຄົນ ແລະ ການຟອກເງິນ, ຕາມມາດຕາ 354, 355, 357, 358, 359 ແລະ 130 ຂອງປະມວນກົດໝາຍອາຍາ ລົງໂທດ ຕັດອິດສະລະພາບ ນາງ ນິພາພອນ ໂພທິລາດ (ຈໍາເລີຍ10) ຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ ຈຳນວນ 2,353,579,750 ກີບ ແລະ 47,520 ໂດລາສະຫະລັດ.

ເມຶ່ອເລື່ອງການສໍ້ລາດບັງຫຼວງຄະໜາດໃຫຍ່ ແຂວງອັດຕະປື ຖືກເປີດເຜີຍ ມີການຈັບໂຕ ສຸກໃໝ ຫົວໜ້າຄັງເງິນແຂວງອັດຕະປື ແຕ່ຕໍ່ມາຜູ້ກ່ຽວໄດ...
01/08/2026

ເມຶ່ອເລື່ອງການສໍ້ລາດບັງຫຼວງຄະໜາດໃຫຍ່ ແຂວງ
ອັດຕະປື ຖືກເປີດເຜີຍ ມີການຈັບໂຕ ສຸກໃໝ ຫົວໜ້າຄັງເງິນ
ແຂວງອັດຕະປື ແຕ່ຕໍ່ມາຜູ້ກ່ຽວໄດ້ເສຍຊີວິດຢ່າງປິດສະໜາ

ມີຂ່າວອອກມາວ່າຜູ້ກ່ຽວຈົບຊີວິດໂຕເອງໃນຫ້ອງຄຸມຂັງ
ມູນຄ່າຄວາມເສຍຫາຍ ໃນການ Corruption
ຈຳນວນເງີນ
* 2,523,800 USD
* 17,373,754,429 ກີບ
* 1,500,000,000 ດົງ

ແລະຄະດີນີ້ ກໍ່ມາຕັດສິນໃນປີ 2026
ແຕ່ຄົນທີ່ຫຼອດ ບໍ່ໄດ້ຮັບໂທດຫຍັງ ຄື ເລັດ ໄຊຍະພອນ
ອາດີດເຈົ້າແຂວງອັດຕະປື ແຖມປະຈຸບັນ ໄດ້ກະສຽນ
ກິນເງິນບຳນານ ຈາກພາສີຂອງປະຊາຊົນ ຢ່າງສຸກສະບາຍ

 #ຈາກອະດີດກຳມະການພັກແຂວງອັດຕະປື ກິນຫຼູຢູ່ແພງ, ຂີ່ລົດຄັນງາມ, ແຕ່ງໂຕໂກ້ ຫວີຜົມເປີ້ຍ ຖືກຕັດສິນໃຫ້ໄປຢູ່ໃນຄຸກ ຄັກບໍ່ລະ!!. ບູຮ...
01/08/2026

#ຈາກອະດີດກຳມະການພັກແຂວງອັດຕະປື ກິນຫຼູຢູ່ແພງ, ຂີ່ລົດຄັນງາມ, ແຕ່ງໂຕໂກ້ ຫວີຜົມເປີ້ຍ ຖືກຕັດສິນໃຫ້ໄປຢູ່ໃນຄຸກ ຄັກບໍ່ລະ!!. ບູຮານວ່າໄວ້: “ #ເຮັດແນວບໍ່ຊອບຖືກລອບພະຍາອິນ”

Address

Vientiane

Website

Alerts

Be the first to know and let us send you an email when Topiclaos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share