TARGET Magazine

  • Home
  • TARGET Magazine

TARGET Magazine Target magazine online is derived from a famous business magazine “Target”. It is an online media
(3)

ທະນາຄານກາງທົ່ວໂລກເກັບສະສົມຄຳບໍ່ຢຸດ ກວາດຊື້ໄຕມາດທີ 3 ພຸ່ງຂຶ້ນສະພາຄຳໂລກເປີດເຜຍ ທະນາຄານກາງທົ່ວໂລກແຫ່ເກັບສະສົມຄຳຢ່າງຕໍ່ເນື່ອ...
02/11/2025

ທະນາຄານກາງທົ່ວໂລກເກັບສະສົມຄຳບໍ່ຢຸດ ກວາດຊື້ໄຕມາດທີ 3 ພຸ່ງຂຶ້ນ

ສະພາຄຳໂລກເປີດເຜຍ ທະນາຄານກາງທົ່ວໂລກແຫ່ເກັບສະສົມຄຳຢ່າງຕໍ່ເນື່ອງ ກວາດຊື້ໃນໄຕມາດທີ 3 ຫຼາຍກວ່າ 220 ໂຕນ ເພີ່ມຂຶ້ນ 28% ສູງສຸດເປັນປະຫວັດການສຳນັກຂ່າວບລູມເບີກລາຍງານອ້າງອີງ ລາຍງານຫຼ້າສຸດຈາກສະພາຄຳໂລກ (WGC) ເປີດເຜຍວ່າ ທະນາຄານກາງທົ່ວໂລກໄດ້ເລັ່ງການຊື້ຄຳສຳຮອງໃນໄຕມາດທີ 3 ຂອງປີ 2025 ພາຍໃຕ້ສະຖານະການທີ່ລາຄາຄຳໄດ້ພຸ່ງສູງຈົນສ້າງສະຖິຕິໃໝ່ໃນຊ່ວງເດືອນກໍລະກົດເຖິງເດືອນກັນຍາ ທະນາຄານກາງຊື້ຄຳລວມ 220 ໂຕນ ເຊິ່ງເປັນການເຕີບໂຕຢ່າງແຂງແຮງ ເພີ່ມຂຶ້ນ 28% ເມື່ອທຽບກັບໄຕມາດກ່ອນໜ້າ ແລະ ເປັນການຟື້ນຕົວຈາກພາວະຊະລໍຕົວໃນຊ່ວງຕົ້ນປີ ໂດຍທະນາຄານແຫ່ງຊາດຄາຊັກສະຖານ ເປັນຜູ້ຊື້ລາຍໃຫຍ່ສຸດ ຂະນະທີ່ທະນາຄານກາງບຣາຊິວ ຊື້ຄຳເປັນຄັ້ງທຳອິດໃນຮອບກວ່າ 4 ປີປະລິມານຄຳແທ່ງທີ່ທະນາຄານກາງຊື້ລວມໃນຊ່ວງ 9 ເດືອນທີ່ຜ່ານມາ ຕັ້ງແຕ່ຕົ້ນປີເຖິງກັນຍາ ມີຈຳນວນ 634 ໂຕນ

Louise Street ນັກວິເຄາະຕະຫຼາດອາວຸໂສຂອງ WGC ລະບຸວ່າ ການທີ່ທະນາຄານກາງຍັງຄົງກ້າວໜ້າຊື້ຄຳໃນປະລິມານຫຼາຍຢ່າງມີກົນລະຍຸດ ເຖິງແມ່ນລາຄາຈະສູງຂຶ້ນ ແມ່ນຜົນມາຈາກ 3 ປັດໄຈຫຼັກຄື ຄວາມເຄັ່ງຕຶງທາງພູມິສາດທີ່ເພີ່ມສູງຂຶ້ນ, ແຮງກົດດັນດ້ານເງິນເຟີ້ທີ່ຍັງຄົງມີຢູ່ ແລະ ຄວາມບໍ່ແນ່ນອນກ່ຽວກັບນະໂຍບາຍການຄ້າໂລກ ເຊິ່ງທັງໝົດນີ້ລ້ວນເປັນປັດໄຈທີ່ກະຕຸ້ນຄວາມຕ້ອງການ "ຊັບສິນປອດໄພ"

ທີ່ມາ: กรุงเทพธุรกิจ
#ລາຄາຄຳ #ທະນາຄານທົ່ວໂລກແຫ່ຊື້ຄຳ
#ເສດຖະກິດໂລກ #ການຄ້າ

ລັດຖະບານຫວຽດນາມ ມີມະຕິໃຫ້ພາສາອັງກິດເປັນວິຊາບັງຄັບ ຕັ້ງແຕ່ປະຖົມປີທີ 1ນາຍົກລັດຖະມົນຕີຫວຽດນາມໄດ້ອະນຸມັດມະຕິສຳຄັນເລກທີ 2371/...
02/11/2025

ລັດຖະບານຫວຽດນາມ ມີມະຕິໃຫ້ພາສາອັງກິດເປັນວິຊາບັງຄັບ ຕັ້ງແຕ່ປະຖົມປີທີ 1

ນາຍົກລັດຖະມົນຕີຫວຽດນາມໄດ້ອະນຸມັດມະຕິສຳຄັນເລກທີ 2371/QD-TTg ເພື່ອຂັບເຄື່ອນໂຄງການໃຫຍ່ ເຮັດໃຫ້ພາສາອັງກິດເປັນພາສາທີສອງໃນໂຮງຮຽນ ຊ່ວງປີ 2025-2035 ພ້ອມວິໄສທັດເຖິງປີ 2045 ເຊິ່ງເປັນການປະຕິຮູບການສຶກສາຄັ້ງໃຫຍ່ເພື່ອຍົກລະດັບພົນລະເມືອງຫວຽດນາມສູ່ເວທີໂລກ.ຈຸດປະສົງຫຼັກຂອງໂຄງການແມ່ນການເຮັດໃຫ້ພາສາອັງກິດຖືກນຳໃຊ້ເປັນພາສາທີສອງຢ່າງກວ້າງຂວາງສະໝ່ຳສະເໝີ ແລະ ມີປະສິດທິພາບໃນທຸກກິດຈະກຳຂອງໂຮງຮຽນ, ຕັ້ງແຕ່ການສອນ, ການສື່ສານ, ໄປຈົນເຖິງການບໍລິຫານຈັດການ, ເພື່ອສ້າງລະບົບນິເວດພາສາອັງກິດ ໃນສະຖາບັນການສຶກສາທຸກລະດັບ.
ລະດັບອະນຸບານເລີ່ມໃຫ້ເດັກນ້ອຍໄດ້ສຳຜັດ ແລະ ຄຸ້ນເຄີຍກັບພາສາອັງກິດ, ກຽມພ້ອມສູ່ການຮຽນໃນລະດັບສູງ

ລະດັບປະຖົມສຶກສາເຖິງມັດທະຍົມສຶກສາເນັ້ນໃຫ້ນັກຮຽນໃຊ້ພາສາອັງກິດເພື່ອພັດທະນາຄວາມຄິດ, ການຮຽນຮູ້ໃນວິຊາຕ່າງໆ ແລະ ການແລກປ່ຽນປະສົບການ, ເພື່ອພັດທະນາພົນລະເມືອງໂລກທີ່ຮອບດ້ານ
ລະດັບອຸດົມສຶກສາ/ອາຊີວະສຶກສາສ້າງສະພາບແວດລ້ອມພາສາອັງກິດໃນການສອນຫຼັກສູດ, ຝຶກອົບຮົມຄູ/ອາຈານ, ເພື່ອການບູລະນາການເຊິ່ງເລິກ, ການຖ່າຍທອດຄວາມຮູ້ ແລະ ນະວັດຕະກຳ
ພາຍໃນປີ 2025-2030 ພາສາອັງກິດຈະຖືກກຳນົດໃຫ້ເປັນວິຊາບັງຄັບ ຕັ້ງແຕ່ຊັ້ນປະຖົມສຶກສາປີທີ 1 ຈາກເດີມທີ່ເລີ່ມສອນໃນຊັ້ນປະຖົມສຶກສາປີທີ 3

ໂຄງການນີ້ມີໄລຍະເວລາດຳເນີນງານຍາວນານເຖິງ 20 ປີ (2025-2045) ແບ່ງເປັນ 3 ໄລຍະ ເພື່ອສ້າງຮາກຖານ, ຂະຫຍາຍຜົນ ແລະ ພັດທະນາໃຫ້ການນຳໃຊ້ພາສາອັງກິດເປັນໄປຢ່າງທຳມະຊາດ. ນອກຈາກນີ້, ຍັງຕ້ອງມີການຝຶກອົບຮົມ ແລະ ສົ່ງເສີມທັກສະໃຫ້ກັບຄູສອນພາສາອັງກິດທີ່ມີຢູ່ແລ້ວອີກຫຼາຍກວ່າ 200,000 ຄົນ ຈົນເຖິງປີ 2035 ເພື່ອໃຫ້ມີຄຸນນະພາບທີ່ສອດຄ່ອງກັບເປົ້າໝາຍຂອງໂຄງການ
ໂຄງການນີ້ຄາດວ່າຈະມີຜົນກະທົບໂດຍກົງຕໍ່ສະຖາບັນການສຶກສາປະມານ 50,000 ແຫ່ງ ແລະ ຄອບຄຸມນັກຮຽນ/ເດັກນ້ອຍເກືອບ 30 ລ້ານຄົນ.

ທີ່ມາ: vietnam.vn
#ການສຶກສາຫວຽດນາມ
#ຫວຽດນາມຍົກລະດັບພາສາອັງກິດ
#ການສຶກສາ

02/11/2025

ຈີນ ເປີດໂຕເຮືອຂົນສົ່ງໃຊ້ໄຟຟ້າລ້ວນ ລຳໃຫຍ່ສຸດໂລກ! ບັນທຖກໄດ້ 13,000 ໂຕນ

ຈີນສ້າງປະຫວັດສາດໃໝ່ດ້ວຍເຮືອບັນທຸກສິນຄ້າໄຟຟ້າລ້ວນລຳໃຫຍ່ທີ່ສຸດໃນໂລກ ຍາວເກືອບ 130 ແມັດ ບັນທຸກໄດ້ເຖິງ 13,000 ໂຕນ ສາມາດປະຫຍັດເຊື້ອໄຟ 617 ໂຕນຕໍ່ປີ ແລະ ຫຼຸດການປ່ອຍອາຍ CO2 ໄດ້ເຖິງ 2,052 ໂຕນຕໍ່ປີ.

ທີ່ມາ: TNN Tech
#ເຮືອໄຟຟ້າຈີນ #ເຕັກໂນໂລຊີ
#ເຮືອໄຟຟ້າໃຫຍ່ສຸດຂອງໂລກ

ໃຫ້ປັບປຸງສະພາບແວດລ້ອມການເຮັດທຸລະກິດ ແລະ ການເຂົ້າເຖິງແຫຼ່ງທຶນໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງອຸດສາຫະກຳ ...
02/11/2025

ໃຫ້ປັບປຸງສະພາບແວດລ້ອມການເຮັດທຸລະກິດ ແລະ ການເຂົ້າເຖິງແຫຼ່ງທຶນ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ VI ວັນທີ 28 ຕຸລາ 2025, ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ໃຫ້ກຽດໂອ້ລົມພ້ອມທັງເນັ້ນໜັກໃຫ້ກະຊວງ ອຸດສາຫະກຳ ແລະ ການຄ້າ ຕ້ອງສຸມໃສ່ປະຕິບັດວຽກງານບຸລິມະສິດທີ່ສຳຄັນເຊັ່ນ ສົ່ງເສີມການພັດທະນາ ແລະ ອໍານວຍຄວາມສະດວກໃຫ້ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເຂົ້າເຖິງແຫຼ່ງທຶນ ຢ່າງແທ້ຈິງ ເພື່ອໃຫ້ກາຍເປັນກຳລັງແຮງຫຼັກຂອງເສດຖະກິດ. ຕ້ອງເຮັດໃຫ້ລັດວິສາຫະກິດເຄື່ອນໄຫວ ມີຜົນກຳໄລ, ມີປະສິດທິພາບ, ແລະສາມາດຮັບໃຊ້ໜ້າທີ່ການເມືອງຂອງຂະແໜງການໄດ້ຢ່າງແທ້ຈິງ.

ພ້ອມດຽວກັນນີ້, ຍັງໄດ້ເນັ້ນໃຫ້ສືບຕໍ່ສົ່ງເສີມອຸດສາຫະກຳທີ່ມີທ່າແຮງເຊັ່ນ: ອຸດສາຫະກຳປຸງແຕ່ງແຮ່ທາດແບບເປັນລະບົບຕ່ອງໂສ້ ແລະ ອຸດສາຫະກຳປຸງແຕ່ງກະສິກຳ ເພື່ອເພີ່ມມູນຄ່າວັດຖຸດິບ, ສົ່ງເສີມການຜະລິດສິນຄ້າທົດແທນການນຳເຂົ້າ ແລະ ສົ່ງເສີມອຸດສາຫະກຳສະອາດ. ດ້ານການຄຸ້ມຄອງຕະຫຼາດ, ຕ້ອງຄຸ້ມຄອງການນຳເຂົ້າ-ສົ່ງອອກໃຫ້ເຂົ້າສູ່ລະບົບ ແລະ ໂປ່ງໃສ, ສົ່ງເສີມການຊົມໃຊ້ສິນຄ້າພາຍໃນ, ແລະ ເຂັ້ມງວດກວດກາລາຄາສິນຄ້າເພື່ອຮັກສາສະຖຽນລະພາບພາຍໃນຕະຫຼາດ.

ໃນດ້ານການບໍລິຫານ, ຮອງປະທານປະເທດໄດ້ເນັ້ນໃຫ້ຍົກສູງວຽກງານສຶກສາອົບຮົມການເມືອງ-ແນວຄິດ ໂດຍສະເພາະໃນໄລຍະໂຮມກະຊວງ ແລະ ສະພາບເສດຖະກິດທີ່ຫຍຸ້ງຍາກ, ປຸກລະດົມຄວາມຮັກຊາດ ແລະ ຄວາມເປັນເຈົ້າການ. ນອກຈາກນີ້, ຍັງໄດ້ເນັ້ນໃຫ້ເພີ່ມທະວີການນຳພາ-ຊີ້ນຳໃນການປະຕິບັດພາລະບົດບາດຕາມຄຳຂວັນ 3 ດີ (ເປັນເສນາທິການທີ່ດີ, ປະສານງານດີ, ແລະ ບໍລິການຮັບໃຊ້ດີ) ແລະ ໃຫ້ເພີ່ມທະວີວຽກງານກວດກາ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ດ້ວຍການນຳໃຊ້ເຕັກໂນໂລຊີດີຈິຕອນ ເປັນເຄື່ອງມືຫຼຸດຊ່ອງວ່າງການສວຍໂອກາດ.

ທີ່ມາ: ປະເທດລາວ
#ເຂົ້າເຖິງແຫຼ່ງທຶນ #ເສດຖະກິດລາວ
#ສະພາບແວດລ້ອມທຸລະກິດ

ຂະແໜງອຸດສາຫະກຳ ແລະ ການຄ້າ ໃນ ສປປ ລາວ ຂະຫຍາຍຕົວສະເລ່ຍ 3.84% ຕໍ່ປີກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄ...
01/11/2025

ຂະແໜງອຸດສາຫະກຳ ແລະ ການຄ້າ ໃນ ສປປ ລາວ ຂະຫຍາຍຕົວສະເລ່ຍ 3.84% ຕໍ່ປີ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ VI ໄດ້ໄຂ ແລະ ສໍາເລັດ ໃນວັນທີ 28 ຕຸລາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ

ໃນໂອກາດນີ້, ສະຫາຍ ມະໄລທອງ ກົມມະສິດ ໄດ້ກ່າວເປີດກອງປະຊຸມ ຫລັງຈາກນັ້ນ, ກໍໄດ້ຜ່ານບົດລາຍງານການເມືອງ ຂອງຄະນະບໍລິິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ VI ຊຶ່ງຕະຫລອດໄລຍະ 5 ປີຜ່ານມາ, ຄະນະພັກໄດ້ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິສະໄໝທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ມະຕິຂອງລັດຖະບານ ສະໄໝທີ 9 ໃຫ້ເປັນນິຕິກຳລະອຽດ

ນອກຈາກນີ້, ຍັງໄດ້ປະຕິບັດໜ້າທີ່ການເມືອງ ຢ່າງມີໝາກຜົນເປັນຕົ້ນ ຜັນຂະຫຍາຍແນວທາງການເມືອງຂອງພັກ ແລະ ແຜນພັດທະນາຂອງລັດຖະບານ ເຮັດໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ມີການຂະຫຍາຍຕົວສະເລ່ຍ 3.84% ຕໍ່ປີ, ກວມເອົາ 35.39% ຂອງ GDP.

ສາມາດດຶງດູດການລົງທຶນ ໃນຂະແໜງອຸດສາຫະກໍາປຸງແຕ່ງ ແລະ ອຸດສາຫະກຳ ແບບເປັນລະ ບົບຕ່ອງໂສ້ ໂດຍເລີ່ມຈາກການລົງທຶນໃນ 2 ໂຄງການນິຄົມອຸດສາຫະກຳຕົວແບບ ຄື: ນິຄົມອຸດສາ ຫະກຳອາຊີໂປຕາສ ຢູ່ແຂວງຄຳມ່ວນ ແລະ ນິຄົມອຸດສາຫະກຳອະມະຕະ ຢູ່ແຂວງອຸດົມໄຊ ເລີ່ມມີນັກລົງທຶນລາຍໃຫຍ່ ທີ່ສະແດງຄວາມສົນໃຈ ແລະ ສະເໜີສຶກສາການລົງທຶນ ເພື່ອສ້າງນິຄົມອຸດສາຫະກຳໃນອະນາຄົດ; ຄຸ້ມຄອງ, ອຳນວຍຄວາມສະດວກ, ຊ່ວຍເຫລືອ ແລະ ສົ່ງເສີມ ອຸດສາຫະກຳປຸງ ທີ່ມີພື້ນຖານແລ້ວ ເປັນຕົ້ນ ອຸດສາຫະກຳປຸງແຕ່ງກະສິກຳ, ອຸດສາຫະກຳຕັດຫຍິບ, ອຸດສາຫະກຳປະກອບຊິ້ນສ່ວນ, ອຸດສາຫະກຳເຈ້ຍ, ອຸດສາຫະກຳແຜງໂຊລາເຊວ, ອຸດສາຫະກຳຊິລິຄອນ ແລະ ອື່ນໆ ເຮັດໃຫ້ສິນຄ້າອຸດສາຫະກຳປຸງແຕ່ງມີຄວາມຫລາກຫລາຍ ແລະ ມີມູນຄ່າເພີ່ມສູງຂຶ້ນ ປະມານ 46.69% ເມື່ອທຽບກັບ 5 ປີຜ່ານມາ.

ທີ່ມາ: ປະເທດລາວ
#ອຸດສາຫະກຳຂະຫຍາຍໂຕ
#ກອງປະຊຸມ #ເສດຖະກິດລາວ

9 ເດືອນແຂວງວຽງຈັນດຶງດູດນັກທ່ຽວ 1.5 ລ້ານຄົນ ຕັ້ງເປົ້າທ້າຍປີຕ້ອງໄດ້ອີກ 3,000 ຄົນທ່ານ ແສງແກ້ວ ສູນທະວົງສາ ຮອງຫົວໜ້າພະແນກວັດທ...
01/11/2025

9 ເດືອນແຂວງວຽງຈັນດຶງດູດນັກທ່ຽວ 1.5 ລ້ານຄົນ ຕັ້ງເປົ້າທ້າຍປີຕ້ອງໄດ້ອີກ 3,000 ຄົນ

ທ່ານ ແສງແກ້ວ ສູນທະວົງສາ ຮອງຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງວຽງຈັນ ໄດ້ລາຍງານວ່າ ໄລຍະ 9 ເດືອນຕົ້ນປີ 2025 ນີ້, ແຂວງວຽງຈັນ ເຊິ່ງເປັນແຂວງທີ່ມີແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳຫຼາກຫຼາຍ ໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ ຫຼາຍກວ່າ 1.5 ລ້ານເທື່ອຄົນ ເຊິ່ງມີທ່າອຽງເພີ່ມຂຶ້ນຫຼາຍເມື່ອທຽບໃສ່ປີຜ່ານມາ.

ຄວາມຟົດຟື້ນດັ່ງກ່າວແມ່ນມາຈາກການພັດທະນາພື້ນຖານໂຄງລ່າງຢ່າງຕໍ່ເນື່ອງ ເຊັ່ນ: ການສຳເລັດການສ້າງເສັ້ນທາງ ແລະ ປັບປຸງສະຖານທີ່ທ່ອງທ່ຽວຢູ່ ໜ້າເຂື່ອນນໍ້າງື່ມໜຶ່ງ ຈົນສາມາດເປີດບໍລິການຢ່າງເປັນປົກກະຕິ. ພ້ອມນັ້ນ, ຍັງມີການປັບປຸງຖະໜົນຫົນທາງໃນ ເມືອງວັງວຽງ, ສ້າງເສັ້ນທາງເຂົ້າເຖິງແກ້ງຍຸຍ, ແລະ ຊຸກຍູ້ການເປີດດ່ານສາກົນບ້ານວັງ ເພື່ອອຳນວຍຄວາມສະດວກດ້ານການທ່ອງທ່ຽວ. ຈຸດດຶງດູດໃໝ່ທີ່ສຳຄັນແມ່ນ ເມືອງເຟືອງ ເຊິ່ງເປັນແຫຼ່ງທ່ອງທ່ຽວທຳມະຊາດຕິດພັນກັບສາຍນໍ້າລີກ ທີ່ດຶງດູດນັກທ່ອງທ່ຽວປະເທດເພື່ອນບ້ານໄດ້ຫຼາຍ. ດ້ວຍທ່າອຽງການເຕີບໂຕດັ່ງກ່າວ, ແຂວງວຽງຈັນ ຈຶ່ງໄດ້ວາງຄາດໝາຍໃນອີກ 3 ເດືອນທ້າຍປີ 2025 ນີ້ ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ ຫຼາຍກວ່າ 3,000 ເທື່ອຄົນ ຂຶ້ນໄປ.

ທີ່ມາ: ປະເທດລາວ
#ທ່ອງທ່ຽວແຂວງວຽງຈັນ #ວັງວຽງ
#ທ່ອງທ່ຽວຟື້ນຕົວ #ເມືອງເຟືອງ

01/11/2025

ຄະນະຜູ້ແທນ ທຫລ ຮ່ວມປະຊຸມສະພາຜູ້ວ່າການ IMF-World Bank

ຄະນະຜູ້ແທນຂອງທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາຜູ້ວ່າການ IMF ແລະ World Bank ປະຈຳປີ 2025 ທີ່ວໍຊິງຕັນ ດີຊີ ເພື່ອຫາລືບັນຫາທາງເສດຖະກິດ ໂດຍ IMF ຄາດການເສດຖະກິດໂລກຈະຫຼຸດລົງຕໍ່ເນື່ອງຈາກ 3.3% (2024) ເຫຼືອ 3.2% (2025) ແລະ 3.1% (2026)
ທີ່ມາ: ທະນາຄານແຫ່ງ ສປປ ລາວ
#ປະຊຸມIMF #ເສດຖະກິດໂລກຊຸດໂຊມ
#ວິກິດເສດຖະກິດ

ຂີ່ລົດເມຟຣີ ທັງ BRT ແລະ ທຳມະດາ ໄປງານບຸນທາດຫຼວງ 1-5 ຕຸລາ ນີ້!ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ປະກາດແຈ້ງການສໍ...
01/11/2025

ຂີ່ລົດເມຟຣີ ທັງ BRT ແລະ ທຳມະດາ ໄປງານບຸນທາດຫຼວງ 1-5 ຕຸລາ ນີ້!

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ປະກາດແຈ້ງການສໍາຄັນເພື່ອອໍານວຍຄວາມສະດວກ ແລະ ຫຼຸດຜ່ອນຄວາມແອອັດໃນງານບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈຳປີ 2025. ໂດຍຈະມີການເປີດໃຫ້ບໍລິການ ຂົນສົ່ງມວນຊົນດ້ວຍລົດເມຟີ (ບໍ່ເສຍຄ່າປີ້) ທັງລົດເມດ່ວນ (BRT) ແລະ ລົດເມທຳມະດາ!
ລາຍລະອຽດສໍາຄັນ:
- ໄລຍະເວລາ: ວັນທີ 01 - 05 ພະຈິກ 2025 (ລວມ 5 ມື້).
- ເວລາໃຫ້ບໍລິການຟຣີ: ເລີ່ມແຕ່ 17:00 - 23:00 ໂມງ.
- ສາຍທາງ BRT (ລົດເມດ່ວນ): ມີ 2 ສາຍທາງ ໃຫ້ບໍລິການອອກລົດໄວ (ທຸກໆ 10 - 15 ນາທີ)
ສາຍ 1: ສະຖານີຕົ້ນທາງ ເລີ່ມຈາກ ສວນເຈົ້າຟ້າງຸ່ມ (ໂຮງແຮມຊຳເມີເຊັດ) ແລ່ນຕາມ ຖະໜົນ ເສດຖາທິລາດຜ່ານ ຕະຫຼາດເຊົ້າ, ປະຕູໄຊ ຜ່ານ ສະຖານີລົດເມ BRT ໂພນສະອາດ ແລະ ຈອດຢູ່ ສະຖານີ ພິພິທະພັນ ປກສ ເປັນສະຖານີສຸດທ້າຍ (ວົງວຽນ 450 ປີ).ລ້ຽວກັບຄືນຢູ່ ວົງວຽນ 450 ປີ (ໜ້າພິພິທະພັນ ປກສ) ກັບຄືນຕາມເສັ້ນທາງເກົ່າ
ສາຍ 2: ສະຖານີຕົ້ນທາງເລີ່ມຈາກ ໜ້າສູນການຄ້າ ວິວມໍ ແລ່ນຕາມຖະໜົນ ໄກສອນພົມວິຫານ ແລະ ສິ້ນສຸດທີ່ ສະຖານີໂພນເຄັງ (ວົງວຽນ 450 ປີ).
ສາຍທາງລົດເມທຳມະດາ: ມີ 10 ສາຍທາງ ເພື່ອເຊື່ອມຕໍ່ຈາກເຂດຕ່າງໆຂອງນະຄອນຫຼວງວຽງຈັນ ມາຫາຈຸດຈອດຕໍ່ລົດ BRT ທີ່ສໍາຄັນ ເຊັ່ນ: ສູນການຄ້າ ລາວ-ໄອເຕັກ, ຕະຫຼາດຂົວດິນ (ຕໍ່ໄປ ຕະຫຼາດເຊົ້າ), ແລະ ສູນການຄ້າ ວິວມໍ. ລົດທຳມະດາຈະອອກທຸກໆ 30 - 35 ນາທີ.

ສາຍທາງທີ ໜຶ່ງ: ສະຖານີຕົ້ນທາງ ແມ່ນເລີ່ມຈາກ ສະຖານີ ວົງວຽນໜອງໄຮ ແລ່ນຕາມ ຖະໜົນກຳ ແພງເມືອງ ຫາ ສະຖານີ ສູນການຄ້າ ລາວ-ໄອເຕັກ ແລະ ຈອດຮັບຜູ້ໂດຍສານ. ຈາກນັ້ນ ສືບຕໍ່ແລ່ນລົດ ຈົນ ຮອດ ສີ່ແຍກໄຟແດງທາດຫຼວງ ແລະ ລ້ຽວຂວາ ໄປຫາ ຕະຫຼາດຫົວຂົວ ແລ້ວລ້ຽວກັບຄືນຕາມສາຍທາງ ເກົ່າ;
ສາຍທາງທີ ສອງ: ສະຖານີ ຕົ້ນທາງ ແມ່ນເລີ່ມຈາກ ສາມແຍກ ເຂດບ້ານຊາຍຟອງເໜືອ ແລ່ນຕາມ ເສັ້ນທາງເບຕົງ (ບ້ານຫ້ອມ ຫາ ວົງວຽນ ຈີ່ນາຍໂມ້) ແລະ ແລ່ນເຂົ້າຖະໜົນທ່າເດື່ອ. ຈາກນັ້ນ ຈະເຂົ້າຈອດ ຢູ່ສະຖານີລົດເມ ຕະຫຼາດຂົວດິນ ແລະ ສືບຕໍ່ແລ່ນກັບຄືນສາຍທາງເກົ່າ. ຜູ້ມີຈຸດປະສົງທີ່ຈະເຂົ້າໄປໃນງານ ບຸນນະມັດສະການພຣະທາດຫຼວງ ສາມາດສືບຕໍ່ຂຶ້ນລົດເມດ່ວນ (BRT) ຢູ່ສະຖານີ ຕະຫຼາດເຊົ້າ ໄດ້;
ສາຍທາງທີ ສາມ: ສະຖານີຕົ້ນທາງ ແມ່ນເລີ່ມຈາກ ສະຖານີ ຕະຫຼາດຊຽງຄວນ ແລ່ນມາຕາມ ຖະໜົນ ທ່າເດື່ອ ຜ່ານວົງວຽນ ຈີ່ນາຍໂມ້ ແລະ ວັດສີເມືອງ. ຈາກນັ້ນ, ຈະເຂົ້າຈອດຢູ່ ສະຖານີລົດເມ ຕະຫຼາດຂົວດິນ ແລະ ສືບຕໍ່ແລ່ນກັບຄືນສາຍທາງເກົ່າ. ຜູ້ມີຈຸດປະສົງທີ່ຈະເຂົ້າໄປໃນງານບຸນນະມັດສະການພຣະທາດຫຼວງ ສາມາດສືບຕໍ່ຂຶ້ນລົດເມດ່ວນ (BRT) ຢູ່ສະຖານີ ຕະຫຼາດເຊົ້າ ໄດ້;
ສາຍທາງທີ ສີ່: ສະຖານີຕົ້ນທາງ ແມ່ນເລີ່ມຈາກ ບ້ານໜອງບົວທອງ ຜ່ານ ບ້ານໝາກຮຽວ ແລະ ບ້ານ ນາລ້ອງ ແລ່ນຕາມ ຖະໜົນເລກທີ 11 ຕອນໃຕ້ ແລະ ແລ່ນເຂົ້າສູ່ ຖະໜົນທ່າເດື່ອ ຈົນຮອດ ວົງວຽນໜອງ ໄຮ. ຈາກນັ້ນ, ລ້ຽວຂວາ ເຂົ້າຖະໜົນ ກຳແພງເມືອງ ແລະ ຈະໄດ້ເຂົ້າຈອດຢູ່ ສະຖານີ ສູນການຄ້າ ລາວ-ໄອເຕັກ ແລະ ສືບຕໍ່ແລ່ນກັບຄືນສາຍທາງເກົ່າ. ຜູ້ມີຈຸດປະສົງທີ່ຈະເຂົ້າໄປໃນງານບຸນນະມັດສະການພຣະ ທາດຫຼວງ ສາມາດສືບຕໍ່ຂຶ້ນລົດເມ ຢູ່ ສະຖານີ ສູນການຄ້າ ລາວ-ໄອເຕັກ ໄດ້;
ສາຍທາງທີ ຫ້າ: ສະຖານີຕົ້ນທາງ ແມ່ນເລີ່ມຈາກ ເຂດວັດບ້ານດົງຄໍາຊ້າງ ແລ່ນຕາມເສັ້ນທາງເບຕົງ ຜ່ານ ບ້ານໂນນຫວາຍ, ຕະຫຼາດໂນນຄໍ້ ຜ່ານ ຕະຫຼາດຫົວຂົວ ແລະ ຜ່ານສີ່ແຍກໄຟແດງທາດຫຼວງ ເຂົ້າສູ່ຖະໜົນ ກຳແພງເມືອງ ແລະ ເຂົ້າຈອດຢູ່ ສະຖານີ ສູນການຄ້າ ລາວ-ໄອເຕັກ ແລະ ສືບຕໍ່ແລ່ນກັບຄືນສາຍທາງເກົ່າ;
ສາຍທາງທີ ຫົກ: ສະຖານີຕົ້ນທາງ ແມ່ນເລີ່ມຈາກ ຫ້ອງການ ບ້ານຫົວຊຽງ ແລ່ນເຂົ້າສູ່ ຖະໜົນ 13 ໃຕ້, ຜ່ານ ວົງວຽນດອນໜູນ ຈົນຮອດ ສູນການຄ້າ ວິວມໍ, ເພື່ອຈອດລົດ ນໍາສົ່ງຜູ້ໂດຍສານ ຂຶ້ນ-ລົງ ລົດເມດ່ວນ (BRT) ຢູ່ ສະຖານີລົດ BRT ໜ້າສູນການຄ້າ ວິວມໍ ເຂົ້າໄປໃນງານບຸນນະມັດສະການພຣະທາດຫຼວງ. ຈາກ ນັ້ນ ຈະແລ່ນກັບຄືນຕາມສາຍທາງເກົ່າ;
ສາຍທາງທີ ເຈັດ: ສະຖານີຕົ້ນທາງ ແມ່ນເລີ່ມຈາກ ສະຖານີ ຕະຫຼາດ ບ້ານທ່າງ່ອນ ແລ່ນມາຕາມ ເສັ້ນທາງ ເລກທີ 10 ເຂົ້າສູ່ ຖະໜົນ ໄກສອນພົມວິຫານ ຢູ່ ວົງວຽນ ດອນໜູນ ຈົນຮອດ ສູນການຄ້າ ວິວມໍ ເພື່ອຈອດລົດນໍາສົ່ງຜູ້ໂດຍສານ ຂຶ້ນ-ລົງ ລົດເມດ່ວນ (BRT) ຢູ່ ໜ້າສູນການຄ້າ ວິວມໍ ເຂົ້າໄປໃນງານບູນ ນະມັດສະການພຣະທາດຫຼວງ. ຈາກນັ້ນ, ຈະແລ່ນກັບຄືນຕາມສາຍທາງເກົ່າ;
ສາຍທາງທີ ແປດ: ສະຖານີຕົ້ນທາງ ແມ່ນເລີ່ມຈາກ ເຂດຕະຫຼາດ ມຊ ແລ່ນເຂົ້າສູ່ ຖະໜົນ 450 ປີ ແລະ ລ້ຽວຂວາ ຢູ່ ສີ່ແຍກໄຟແດງ ດົງໂດກ ເພື່ອຈອດລົດນໍາສົ່ງຜູ້ໂດຍສານ ຂຶ້ນ-ລົງ ລົດເມດ່ວນ (BRT) ຢູ່ ໜ້າສູນການຄ້າ ວິວມໍ ເຂົ້າໄປໃນງານບຸນນະມັດສະການພຣະທາດຫຼວງ. ຈາກນັ້ນ, ຈະແລ່ນກັບຄືນຕາມສາຍ ທາງເກົ່າ;
ສາຍທາງທີ ເກົ້າ: ສະຖານີ ຕົ້ນທາງ ແມ່ນເລີ່ມຈາກ ເຂດຕະຫຼາດ ມຊ ແລ່ນເຂົ້າສູ່ ຖະໜົນ ໂພນຕ້ອງ-ດົງໂດກ ຜ່ານເຂດ ໂຮງໝໍ 150 ຕຽງ, ວົງວຽນໂພນຕ້ອງ ຈົນຮອດ ໄຟແດງ ບ້ານສະຫວ່າງ ລຽວຂວາ ຫາ ໂຮງກາຍະສິນ, ຕະຫຼາດທົ່ງຂັນຄໍາ, ຕະຫຼາດວັງທອງ ເຂົ້າຫາ ສະຖານີລົດເມ ຕະຫຼາດຂົວດິນ ແລະ ສືບຕໍ່ ແລ່ນກັບຄືນສາຍທາງເກົ່າ. ຜູ້ມີຈຸດປະສົງທີ່ຈະເຂົ້າໄປໃນງານບຸນນະມັດສະການພຣະທາດຫຼວງ ສາມາດ ສືບຕໍ່ຂຶ້ນລົດເມດ່ວນ (BRT) ຢູ່ ສະຖານີ ຕະຫຼາດເຊົ້າ ໄດ້.

ຂໍ້ຄວນລະວັງ! ໃນຊ່ວງເວລາ 17:00 - 23:00 ໂມງ, ຫ້າມພາຫະນະທຸກປະເພດເຂົ້າຊົມໃຊ້ສາຍທາງ BRT ຢ່າງເດັດຂາດ ເພື່ອຄວາມສະດວກຂອງການຂົນສົ່ງມວນຊົນ. ຂໍຄວາມຮ່ວມມືທຸກຄົນຈອດລົດສ່ວນຕົວ ແລ້ວຫັນມາໃຊ້ບໍລິການລົດເມຟີຮ່ວມກັນ.

#ບຸນທາດຫຼວງ2025 #ຂີ່ລົດເມຟີ
#ນະຄອນຫຼວງວຽງຈັນ

31/10/2025

ເກົາຫຼີໃຕ້ເປີດຕົວ AI ທີ່ຊ່ວຍບັອກເບີມິດຊາຊີບໄດ້ພາຍໃນ 10 ນາທີ

ປັດຈຸບັນມິດຊາຊີບມີກົນລວງໃໝ່ໆເພື່ອຫຼອກໃຫ້ຄົນສູນເສຍເງິນມະຫາສານ ແຕ່ວ່າທີ່ເກົາຫຼີໃຕ້ຕອນນີ້ໄດ້ເປີດຕົວອາວຸດໃໝ່ໃນການຕໍ່ສູ້ກັບມິດຊາຊີບຄື AI ແຕ່ມັນຈະໃຊ້ໄດ້ຜົນແທ້ບໍ່ ແລະມັນຈະຊ່ວຍໄດ້ແນວໃດ? ໄປເບິ່ງນຳກັນ

ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຜູ້ປະຈຳການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ)  ພ້ອມດ້ວຍຄະນະທາງການຈາກຫ້ອງການຄະ...
31/10/2025

ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຜູ້ປະຈຳການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ພ້ອມດ້ວຍຄະນະທາງການຈາກຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ເຂົ້າຮ່ວມກອງປະຊຸມລົງທຶນອາຊຽນ ຄັ້ງທີ 3 ປະຈຳປີ 2025 ພາຍໃຕ້ຄຳຂວັນ “ການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອການມີສ່ວນຮ່ວມ ເເລະ ຍືນຍົງ” ທີ່ ກົວລາລໍາເປີ ປະເທດມາເລເຊຍ. ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານ ຊຶ່ງມີການນຳຂັ້ນສູງຈາກຂະເເໜງການພາກລັດ, ພາກເອກະຊົນ ຂອງ ບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ຮ່ວມພັດທະ ນາ, ຄະນະກຳມາທິການເສດຖະກິດ-ສັງຄົມ ອົງການສະຫະປະຊາຊາດ ປະຈຳພາກພື້ນອາຊີ-ປາຊີຟິກ(ESCAP), ສະຖາບັນການເງິນ ແລະ ອື່ນໆ.
ກອງປະຊຸມດັ່ງກ່າວ, ທ່ານ ບຸນເຖິງ ດວງສະຫວັນ ໄດ້ຂຶ້ນແລກປ່ຽນຄໍາຄິດເຫັນ ໃນວາລະການສົນທະນາການນໍາຂັ້ນສູງ ພາຍໃຕ້ຫົວຂໍ້: "ການເສີມສ້າງຂີດຄວາມສາມາດຂອງອາຊຽນຕໍ່ເວທີໂລກ". ທ່ານໄດ້ຍົກໃຫ້ເຫັນວ່າ: ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການຍົກລະດັບການພັດ ທະນາພື້ນຖານໂຄງລ່າງ ເພື່ອເສີມຂະຫຍາຍການເຊື່ອມໂຍງ-ເຊື່ອມຈອດຮອບດ້ານກັບບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ຮ່ວມພັດທະນາ ຕາມແລວທາງເສດຖະກິດ ເໜືອ-ໃຕ້ ແລະ ຕາເວັນອອກ-ຕາເວັນຕົກ ແນໃສ່ອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ, ເພີ່ມການດຶງດູດການລົງທຶນ ແລະ ການເຂົ້າເຖິງຕະຫຼາດ ທີ່ໃຫຍ່ ແລະ ກວ້າງຂວາງຫຼາຍຂຶ້ນ. ບົນພື້ນຖານການເຊື່ອມໂຍງເຊື່ອມຈອດນີ້, ນັບແຕ່ພວກເຮົາເປີດນຳໃຊ້ ທາງລົດໄຟ ລາວ-ຈີນ ເຫັນວ່າ ບໍລິມາດການຂົນສົ່ງ ຜ່ານທາງລົດໄຟດັ່ງກ່າວ ນັບເເຕ່ປີ 2021 ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຮອດປັດຈຸບັນ ມີການຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 10 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ເຖິງ 15 ລ້ານໂຕນ. ນອກນັ້ນ, ທ່ານຍັງໄດ້ເນັ້ນຕື່ມອີກວ່າ: ການຂະຫຍາຍການເຊື່ອມໂຍງ-ເຊື່ອມຈອດ ຂອງພວກເຮົານີ້ ກໍແມ່ນເພື່ອຍົກລະດັບບໍ່ພຽງແຕ່ພື້ນຖານໂຄງລ່າງຂອງຊາດ, ແຕ່ຍັງຍົກລະດັບການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຕື່ມອີກ ພິເສດແມ່ນການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມສີຂຽວ ແລະ ມີຄວາມຍືນຍົງ.
ໃນໂອກາດດຽວກັນ, ທ່ານ ນາງ ສຸພາພອນ ໄຊຍະເລີດ ຮອງຫົວໜ້າຫ້ອງການຄະນະກຳມະ ການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ໄດ້ຂຶ້ນນຳສະເໜີໃນບາງຈຸດທີ່ສຳຄັນ ໃນວາລະການສົນທະນາ ພາຍໃຕ້ຫົວຂໍ້ "ການລົງທຶນໃນຂະເເໜງການພະລັງງານທົດແທນ" ຄື: ຂະແໜງພະລັງງານທົດແທນ ຖືວ່າ ເປັນໜຶ່ງໃນຂະແໜງການລົງທຶນບຸລິມະສິດ ທີ່ລັດຖະບານສະໜັບສະໜູນ ແລະ ປັດຈຸບັນຫຼາຍກວ່າ 50% ຂອງມູນຄ່າການລົງທຶນທັງໝົດແມ່ນຂະແໜງການພະລັງງານສະອາດ ຊຶ່ງເຫັນໄດ້ຈາກຕົວເລກການລົງທຶນຈາກຕ່າງປະເທດ (FDI) ໃນ 10 ເດືອນ ຕົ້ນປີ 2025 ຂອງ ສປປ ລາວ ແມ່ນຫຼາຍກວ່າ 5 ຕື້ ໂດລາ ຊຶ່ງການລົງທຶນໃນຂະແໜງພະລັງງານທົດແທນຈຳນວນ 3 ຕື້ ໂດລາ.

ໂດຍປະຕິບັດຕາມເນື້ອໃນຈິດໃຈຂອງບົດບັນທຶກກອງປະຊຸມພົບປະແລກປ່ຽນວຽກງານ ຄັ້ງທີ 5 ລະຫວ່າງດ່ານພາສີລານຕຸ່ຍແລະດ່ານພາສີເມືອງຄໍາ ໃນວັນ...
31/10/2025

ໂດຍປະຕິບັດຕາມເນື້ອໃນຈິດໃຈຂອງບົດບັນທຶກກອງປະຊຸມພົບປະແລກປ່ຽນວຽກງານ ຄັ້ງທີ 5 ລະຫວ່າງດ່ານພາສີລານຕຸ່ຍແລະດ່ານພາສີເມືອງຄໍາ ໃນວັນທີ 24 ຕຸລາ 2024 ຢູ່ແຂວງຜົ້ງສາລີ ສປປລາວ ກອງປະຊຸມພົບປະແລກປ່ຽນ ວຽກງານຄັ້ງທີລະຫວ່າງດ່ານພາສີລານຕຸ້ຍ ແຫ່ງ ສປປ ລາວ ແລະ ດ່ານພາສີເມືອງຄໍາ ແຫ່ງ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2025 ນີ້ ຢູ່ເມືອງຊີມາວ ສປຈີນ, ເຊິ່ງຝ່າຍດ່ານ ພາສີ ເມືອງຄໍາ ນຳໂດຍທ່ານ ຊືນຊຽງຫົວ ໜ້າພາສີດ່ານເມືອງຄຳ ແຫ່ງ ສປຈີນ ແລະ ດ່ານພາສີລານຕຸ້ຍ ນຳໂດຍທ່ານ ທອງສະຫວັນ ແສງອ່ອນແກ້ວ ຫົວໜ້າດ່ານສາກົນລານຕຸ້ຍ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ຄັ້ງນີ້ພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ ແລະມິດຕະພາບ, ສອງຝ່າຍ ໄດ້ຮ່ວມກັນທົບທວນຄືນຜົນການຈັດຕັ້ງປະຕິບັດກອງປະຊຸມວຽກງານພາສີໃນໄລຍະທີ່ຜ່ານມາ ພ້ອມກັນຄົ້ນຄວ້າ ແລະປຶກສາຫາລືກ່ຽວກັບນະໂຍບາຍພິເສດ ການຄຸ້ມຄອງແຫຼ່ງກຳເນີດ, ການຄຸ້ມຄອງພາຫະນະຂ້າມຊາຍແດນ, ມາດຕະການຄຸ້ມຄອງການສົ່ງອອກພືດເປັນຢາຂອງລາວ ແລະມາດຕະການອໍານວຍຄວາມສະດວກໃນການແຈ້ງພາສີ.
ກອງປະຊຸມຄັ້ງນີ້ບົນພື້ນຖານຄວາມເຄົາລົບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ໄດ້ຕົກລົງຖອດຖອນບົດຮຽນວຽກງານຂອງພາສີຊາຍແດນ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມຫຼາຍບັນຫາທີ່ຈະສືບຕໍ່ຮ່ວມມືກັນໃນຕໍ່ໜ້າເປັນຕົ້ນແມ່ນ: ສອງຝ່າຍເຫັນດີເປັນເອກະພາບກັນ ສືບຕໍ່ສ້າງເງື່ອນໄຂສະດວກໃນການ ແຈ້ງພາສີໃຫ້ແກ່ການຄ້າສອງຝ່າຍ, ຊຸກຍູ້ການແລກປ່ຽນດ້ານເສດຖະກິດ ການຄ້າສອງຝ່າຍ ແລະເສດຖະກິດເຂດຊາຍແດນນັບມື້ນັບຈະເລີນຮຸ່ງ ເຮືອງ, ສອງຝ່າຍເຫັນດີເປັນເອກະພາບກັນ ສືບຕໍ່ເພີ່ມທະວີການພົວພັນແລະ ຮ່ວມມື, ປຶກສາຫາລືແລະແກ້ໄຂບັນຫາເຂດຊາຍແດນເຊັ່ນ: ການປາບ ປາມການຄ້າຜິດກົດໝາຍ, ການຄ້າຂາຍເຖື່ອນຢາເສບຕິດແລະສິນຄ້າ, ຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງດ່ານສອງຝ່າຍ, ສອງຝ່າຍເຫັນດີເປັນເອກະພາບກັນສືບຕໍ່ເພີ່ມທະວີການປະຕິບັດໜ້າ ທີ່ພາສີ, ແລກປ່ຽນປະສົບການດ້ານວຽກງານພາສີຊາຍແດນລະຫວ່າງສອງ ປະເທດ, ສ້າງກົນໄກຄຸ້ມຄອງຕາມຂໍ້ກໍານົດກົດໝາຍຂອງສອງຝ່າຍ ສະໜອງການບໍລິການແຈ້ງພາສີທີ່ສະດວກ, ວ່ອງໄວແລະໄດ້ມາດຕະຖານ ໃຫ້ແກ່ການເຄື່ອນໄຫວນໍາເຂົ້າ ແລະ ສົ່ງອອກ, ສອງຝ່າຍເຫັນດີເປັນເອກະພາບກັນສືບຕໍ່ດໍາເນີນກອງປະຊຸມພົບປະ ແລກປ່ຽນວຽກງານປະຈໍາປີ ຕາມການເຊື້ອເຊີນຂອງຝ່າຍໃດຝ່າຍໜຶ່ງ. ພ້ອມກັນນີ້ ສອງຝ່າຍເຫັນດີເປັນເອກະພາບກັນສືບຕໍ່ປະຕິບັດກົນໄກຜູ້ປະສານງານລະຫ່ວາງສອງດ່ານຕື່ມອີກ.
ໂອກາດນີ້, ທັງສອງຝ່າຍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດເນື້ອໃນຂອງກອງປະຊຸມໃນຄັ້ງນີ້ອີກດ້ວຍ.

ທີ່ມາ :ສະຖານີວິທະຍຸ - ໂທລະພາບແຂວງຜົ້ງສາລີ

ມາເລເຊຍໄດ້ປະກາດວ່າຈະຍັງຄົງຫ້າມການສົ່ງອອກແຮ່ທາດທີ່ຫາຍາກເພື່ອປົກປ້ອງຊັບພະຍາກອນພາຍໃນປະເທດຂອງຕົນ, ເຖິງວ່າຈະໄດ້ເຊັນສັນຍາແຮ່ທາ...
31/10/2025

ມາເລເຊຍໄດ້ປະກາດວ່າຈະຍັງຄົງຫ້າມການສົ່ງອອກແຮ່ທາດທີ່ຫາຍາກເພື່ອປົກປ້ອງຊັບພະຍາກອນພາຍໃນປະເທດຂອງຕົນ, ເຖິງວ່າຈະໄດ້ເຊັນສັນຍາແຮ່ທາດທີ່ສຳຄັນກັບສະຫະລັດ.

ໃນຖະແຫຼງການຕໍ່ລັດຖະສະພາໃນວັນທີ29 ຕຸລາ ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳສາກົນມາເລເຊຍ ທ່ານ Tengku Zafrul Abdul Aziz ໄດ້ປະຕິເສດຂໍ້ກ່າວຫາທີ່ວ່າມາເລເຊຍຈະອະນຸຍາດໃຫ້ສົ່ງອອກແຮ່ທາດທີ່ສຳຄັນ ແລະ ຫາຍາກໄປຍັງສະຫະລັດເພື່ອກຳໄລໄລຍະສັ້ນ ຫຼື ຈຸດປະສົງຍຸດທະສາດ.

ທ່ານໄດ້ກ່າວຢ່າງໜັກແໜ້ນວ່າມາເລເຊຍບໍ່ຕ້ອງການເປັນປະເທດທີ່ສຸມໃສ່ການສະກັດ ແລະ ສົ່ງອອກວັດຖຸດິບລາຄາຖືກເທົ່ານັ້ນ, ດັ່ງທີ່ເຄີຍເຮັດໃນອະດີດ. ແທນທີ່ຈະເຮັດແນວນັ້ນ, ທ່ານໄດ້ເນັ້ນໜັກວ່າມາເລເຊຍຈະສົ່ງເສີມການລົງທຶນ ແລະ ການໂອນເຕັກໂນໂລຢີຈາກຕ່າງປະເທດເພື່ອພັດທະນາອຸດສາຫະກຳປຸງແຕ່ງແຮ່ທາດທີ່ຫາຍາກຂອງຕົນເອງ.

ລັດຖະມົນຕີກະຊວງການຄ້າມາເລເຊຍຍັງໄດ້ຢືນຢັນອີກວ່າລັດຖະບານສະໜັບສະໜູນນະໂຍບາຍການປ້ອງກັນການສົ່ງອອກວັດຖຸດິບທີ່ຍັງບໍ່ທັນໄດ້ປຸງແຕ່ງລາຄາຖືກເພື່ອສ້າງມູນຄ່າໃຫ້ແກ່ມາເລເຊຍ, ບໍ່ແມ່ນການຫ້າມການຄ້າແບບຖາວອນ.

ຢ່າງໃດກໍຕາມ, ທ່າທີນີ້ເບິ່ງຄືວ່າຂັດກັບຖະແຫຼງການຮ່ວມລະຫວ່າງສະຫະລັດ ແລະ ມາເລເຊຍ, ເຊິ່ງລະບຸວ່າມາເລເຊຍຕົກລົງທີ່ຈະບໍ່ຫ້າມ ຫຼື ຈຳກັດໂຄຕ້າການສົ່ງອອກແຮ່ທາດທີ່ສຳຄັນໄປຍັງສະຫະລັດ.

ປະຈຸບັນມາເລເຊຍມີແຮ່ແຮ່ຫາຍາກສຳຮອງໄວ້ປະມານ 16.1 ລ້ານໂຕນ, ແຕ່ຂາດເຕັກໂນໂລຊີການປຸງແຕ່ງທ່າມກາງການແຂ່ງຂັນທາງພູມິສາດການເມືອງ ຍ້ອນວ່າສະຫະລັດອາເມລິກາພະຍາຍາມຫຼຸດຜ່ອນການເພິ່ງພາຈີນໃນລະບົບຕ່ອງໂສ້ການສະໜອງຂອງຕົນ. ດັ່ງນັ້ນ, ມາເລເຊຍຈຶ່ງຢູ່ໃນຖານະທີ່ເປັນຍຸດທະສາດ, ໂດຍມີລາຍງານໃນເດືອນແລ້ວນີ້ຊີ້ໃຫ້ເຫັນວ່າກຳລັງເຈລະຈາກັບບໍລິສັດຈີນເພື່ອສ້າງໂຮງງານປຸງແຕ່ງໃນປະເທດ

Address


Alerts

Be the first to know and let us send you an email when TARGET Magazine posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to TARGET Magazine:

  • Want your business to be the top-listed Media Company?

Share

Our Story

" Target Magazine " ເປັນສື່ທີ່ເຊື່ອຖືໄດ້ ນຳສະເໜີຂ່າວແບບສ້າງສັນໃນທາງບວກ ໃຫ້ຄວາມຮູ້ ແນວຄິດແລະ ແຮງບັນດານໃຈ ....

Click " LIKE " to follow us and get TARGET MAGAZINE updates!