22/04/2026
ເລີ່ມຫົດສົງອົງພະເຈົ້າໝ່ານ ແລະ ຕັ້ງກອງບຸນ 84.000 ພະທັມມະຂັນ
ພິທີອາຣາດຖະນາອົງພະເຈົ້າໝ່ານ ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບ-ນົບໄຫວ້ຂອງປວງຊົນລາວ ໂດຍສະເພາະຊາວຫລວງພະບາງ ເມືອງມໍລະດົກໂລກ ຈາກຫໍພະໝ່ານ ພາຍໃນວັດຊຽງທອງ ນະຄອນຫລວງພະບາງ ຈັດຂຶ້ບໃນຕອນເຊົ້າວັນທີ 22 ເມສາ 2026.
ການຫົດສົງອົງພະໝ່ານ ຈະດຳເນີນໄປຈົນເຖິງຕອນແລງວັນທີ 26 ເມສາ ຈຶ່ງຈະມີພິທີອາຣາດທະນາ ອົງພະເຈົ້າໝ່ານ ກັບຄືນປະດິດສະຖານຢູ່ຫໍຕາມເດີມ.
ນອກຈາກການຫົດສົງອົງພະໝ່ານ, ໄດ້ມີການຕັ້ງກອງບຸນ 84.000 ພະທັມມະຂັນ ປະຈໍາປີ 2026 ທີ່ວັດຊຽງທອງ ເພື່ອລະດົມວັດຖຸ-ປັດໄຈ ຊຸກຍູ້ພຸດທະສາສະໜາຢູ່ພາຍໃນແຂວງ ຊຶ່ງປີນີ້ ໄດ້ມີພຸດທະສາທະນິກະຊົນທັງພາຍໃນ-ຕ່າງປະເທດ ແລະ ພາຍໃນແຂວງຮ່ວມອານຸໂມທະນາຈັດຕັ້ງກອງບຸນ.
ຂ່າວ: ອາພຸດເດດ ບຸບຜາ
ພາບ: ທະນູສີນ ອິດທິພົນ