Lao Youth Radio FM 90.0 Mhz

  • Home
  • Lao Youth Radio FM 90.0 Mhz

Lao Youth Radio FM 90.0 Mhz Lao Youth Radio is a radio station and online platform for the young and young-at-heart audiences, based in Vientiane capital, Laos.

01/12/2025

ຂໍເຊີນບັນດາທ່ານຮັບຊົມ ການຖ່າຍທອດສົດ ພິທີສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

🇱🇦 🇱🇦 🇱🇦 ນໍ້າໃຈ ວັນຊາດ ທີ 2 ທັນວາ ໝັ້ນຍືນ 🇱🇦 🇱🇦 🇱🇦
01/12/2025

🇱🇦 🇱🇦 🇱🇦 ນໍ້າໃຈ ວັນຊາດ ທີ 2 ທັນວາ ໝັ້ນຍືນ 🇱🇦 🇱🇦 🇱🇦


ວັນທີ 1 ທັນວາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະ...
01/12/2025

ວັນທີ 1 ທັນວາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະ​ຫາຍ ໂຕ ເລິມ, ​ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ລັດຖະກິດ ຢູ່ ສປປ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມກອງປະຊຸມພົບປະສອງກົມການເມືອງ ລາວ-ຫວຽດນາມ ລະຫວ່າງວັນທີ 1 - 2 ທັນວາ 2025.

ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບປະກັບ ສະຫາຍ ໂຕ ເລີມ, ​ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກຄັ້ງໜຶ່ງ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມໃນຄັ້ງນີ້, ເປັນການຢ້ຽມຢາມທີ່ມີຄວາມໝາຍສຳຄັນເປັນພິເສດ ຕໍ່ສາຍພົວພັນຂອງສອງປະເທດ ທີ່ມີຂຶ້ນໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມສະເຫຼີມສະຫຼອງ ແລະ ຂໍ່ານັບຮັບຕ້ອນ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ເປັນການເພີ່ມພູນຄູນສ້າງ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ເພື່ອນຳຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງຊາດ.

ສອງຝ່າຍ ໄດ້ຕີລາຄາຄືນການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ຊຶ່ງເຫັນວ່າສືບຕໍ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ໂດຍສະເພາະການພົບປະແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິຂອງການນໍາຂັ້ນສູງຂອງສອງປະເທດ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ສຳເລັດການເປີດນຳໃຊ້ ທ່າທຽບເຮືອເລກ 3 ຂອງ ທ່າເຮືອຫວຸງອ່າງ 1, 2, 3; ສໍາເລັດການມອບ-ຮັບ ໂຄງການກໍ່ສ້າງສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ; ໂຄງການກໍ່ສ້າງຖານຂໍ້ມູນ ເພື່ອຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈໍາຕົວ; ແລະ ໂຄງການກໍ່ສ້າງສວນອຸທິຍານມິດຕະພາບ ລາວ-ຫວຽດນາມ ຢູ່ດົງໝາກຄາຍ. ພ້ອມນີ້, ສອງຝ່າຍຍັງເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ ກໍຄືແຜນການຮ່ວມມື ລະຫວ່າງສອງລັດຖະບານ ໂດຍສະເພາະການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ໃຫ້ມີປະສິດທິຜົນຕື່ມອີກ ແລະ ນັບມື້ໃຫ້ສົມຄູ່ກັບດ້ານການເມືອງທີ່ດີເລີດຂອງສອງປະເທດ.

ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນການພົບປະ ລະຫວ່າງສອງຜູ້ນໍາ ລາວ-ຫວຽດນາມ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ທີ່ໄດ້ຮັບການປະດັບຫຼຽນຄຳແຫ່ງຊາດ ຊຶ່ງເປັນຫຼຽນສູງສຸດ ຂອງ ສປປ ລາວ ເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນ ແລະ ຕີລາຄາສູງ ຕໍ່ການປະກອບສ່ວນອັນສຳຄັນ ຂອງ ສະຫາຍ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນພິເສດ ທີ່ມີໜຶ່ງ ບໍ່ມີສອງ ຢູາໃນໂລກນີ້ ຂອງສອງປະເທດລາວ-ຫວຽດນາມ. ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ຕະຫຼອດມາ.

ທີ່ມາ: Lao National Radio

01/12/2025

🔥🎉✨🇱🇦 2 ທັນວາ​ 2025​ ແມ່ນ​ວັນສະຖາປະນາ​ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ​ ຄົບຮອບ​ 50​ ປີ,​ (2 ທັນວາ 1975​ ຫາ​ 2 ທັນວາ​ 2025).

✨ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ.​
✨ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ.​
✨ປະທານ ໄກສອນ ພົມວິຫານ, ຍືນຍົງໃນພາລະກິດປະຕິວັດລາວ ຕະຫຼອດໄປ.

🔥📣🇱🇦 ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກທີມຊາດລາວ ສັນຊາດ ສ.ເກົາຫລີ ໄດ້ປະກາດລາຍຊື່ນັກກິລາ 23 ຄົນ ເຂົ້າຮ່ວມ ງານມະຫະກຳກິລາ ...
01/12/2025

🔥📣🇱🇦 ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກທີມຊາດລາວ ສັນຊາດ ສ.ເກົາຫລີ ໄດ້ປະກາດລາຍຊື່ນັກກິລາ 23 ຄົນ ເຂົ້າຮ່ວມ ງານມະຫະກຳກິລາ ຊີເກມ ຄັ້ງທີ 33 ຢູ່ທີ່ປະເທດໄທ​ 🇹🇭 ໂດຍມີລາຍຊື່ດັ່ງລຸ່ມນີ້:

⚽ ຜູ້ຮັກສາປະຕູ:
1. ກົບ ໂລກພະທິບ ຈາກສະໂມສອນ ເອສະຣາ.​
2. ສຸລິສັກ ສຸວັນຄຳ ຈາກສະໂມສອນ ນໍ້າທາ ຢູໄນເຕັດ.
3. ໄຊສົມພົງ ທີບພະວົງ ຈາກສະໂມສອນ ມັດສະດ້າ ຈີບີ.

⚽ ກອງຫຼັງ:
4. ພຸດທະວົງ ສັງວິໄລ ຈາກສະໂມສອນ ບີຈີ ປະທຸມ ຢູໄນເຕັດ (ປະເທດໄທ).
5. ເພັດດາວັນ ສົມສະນິດ ຈາກສະໂມສອນ ເອສະຣາ.​
6. ສະເລີມໄຊ ພົມມະວົງ ຈາກສະໂມສອນ ເອສະຣາ.​
7. ໄຊຍະສຸກ ແກ້ວວີສອນ ຈາກສະໂມສອນ ເອສະຣາ.​
8. ສອນວິໄລ ເພັດວຽງສີ ຈາກສະໂມສອນ ມັດສະດ້າ ຈີບີ.
9. ວົງສັກດາ ຈັນທະລືໄຊ ຈາກສະໂມສອນ ມັດສະດ້າ ຈີບີ.
10. ບຸນແພງ ໄຊສົມບັດ ຈາກສະໂມສອນ ຫຼວງພະບາງ ຟຟລ.​
11. ເພັດວິໄຊ ພິມມະເສນ ຈາກສະໂມສອນ ຈຳປາສັກ ອາເວເນຍ.
12. ໂອຄຳ ລາດຊະຈັກ ຈາກສະໂມສອນ ກອງທັບ.

⚽ ກອງກາງ:
13. ຈັນທະວີໄຊ ຂຸນທຸມພອນ ຈາກສະໂມສອນ ເອສະຣາ.​
14. ບິນລີ້ ໂດນສະຫນູພິດ ຈາກສະໂມສອນ ເອສະຣາ.​
15. ອຸ່ນ ເພັດວົງສາ ຈາກສະໂມສອນ ເອສະຣາ.​
16. ຄໍາປານ ດວງວິໄລ ຈາກສະໂມສອນ ສາລະວັນ ຢູໄນເຕັດ.
17. ຄອນສະຫວັນ ແກ້ວຫນູຈັນ ຈາກສະໂມສອນ ມັດສະດ້າ ຈີບີ.
18.ສົມຫວັງ ຈູມມະນີ ຈາກສະໂມສອນ ມັດສະດ້າ ຈີບີ.
19. ດາຫມົດ ທອງຄໍາສະຫວັດ ຈາກສະໂມສອນ ແທັງຮວາ (ປະເທດຫວຽດນາມ).​
20. ສາຍຝົນ ແກ້ວຫານາມ ຈາກສະໂມສອນ ກິລາບາເຕະ ຫົວຫີນ ມາຣາເຣຍນາ (ປະເທດໄທ).​

+ ກອງຫນ້າ:
21. ປີເຕີ້ ພັນທະວົງ ຈາກສະໂມສອນ ເອສະຣາ.​
22. ທະນູສັກ ນັນທະວົງດວງສີ ຈາກສະໂມສອນ ເອສະຣາ.​
23. ສຸກສະຫວັນ ຮອບຈັກກະວານ ຈາກສະໂມສອນ ນໍ້າທາ ຢູໄນເຕັດ.

ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມ ຄັ້ງທີ 33 ທີມຊາດລາວ ຖືກຈັດຢູ່ໃນກຸ່ມບີ ຮ່ວມກັບຫວຽດນາມ ແລະ ມາເລເຊຍ ຂະນະທີ່ ໄທ ເຈົ້າພາບ ຢູ່ຮ່ວມກຸ່ມເອ ຮ່ວມກັບ ຕີມໍ ເລສເຕ ແລະ ສິງກະໂປ ສ່ວນກຸ່ມຊີ ອິນໂດເນເຊຍ, ມຽນມາ ແລະ ຟີລິບປິນ, ໂດຍຈະຄັດເອົາແຊ້ມກຸ່ມ ບວກກັບຮອງແຊ້ມກຸ່ມ ທີ່ມີຄະແນນດີທີ່ສຸດ ເພື່ອຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ຊີງຊະນະເລີດ ຕໍ່ໄປ.

ຮອບແບ່ງກຸ່ມ ເອ ແລະ ກຸ່ມ ບີ ແມ່ນແຂ່ງຂັນທີ່ ນະຄອນບາງກອກ, ສ່ວນກຸ່ມ ຊີ ແມ່ນແຂ່ງຂັນທີ່ ແຂວງຊຽງໃຫມ່, ສຳລັບຮອບຮອງຊະນະເລີດ ແລະ ຮອບຊີງຊະນະເລີດ ຈະແຂ່ງຂັນທີ່ສະໜາມກິລາ ຣາດຊະມັງກິລາສະຖານ ນະຄອນບາງກອກ ປະເທດໄທ, ການແຂ່ງຂັນເຕະບານຊາຍໃນຊີເກມ ຈະເລີ່ມແຂ່ງຂັນຕັ້ງແຕ່ວັນທີ 3 ທັນວາ ຈົນເຖິງ 18 ທັນວາ 2025.

📍ສ່ວນຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ:
- ວັນທີ 03/12/2025 ເວລາ 16:00 ໂມງ​ລາວ ພົບ ຫວຽດນາມ.​
- ວັນທີ 06/12/2025 ເວລາ 16:00 ໂມງ​ ລາວ ພົບ ມາເລເຊຍ.​

ທັງ 2 ນັດ ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາຣາດຊະມັງກິລາສະຖານ ນະຄອນບາງກອກ ປະເທດໄທ.

📰ທີ່ມາ: ສຕລ

🔥📜ແຈ້ງເຖິງ: ພໍ່ແມ່ພີ່ນ້ອງຊາວ​ ນະຄອນຫຼວງວຽງຈັນ, ຊາວລາວທົ່ວປະເທດ ແລະ ຊາວຕ່າງຊາດທີ່ອາໃສຢູ່ ສປປ ລາວ ໃຫ້ຊາບທົ່ວເຖິງກັນວ່າ: ວັ...
01/12/2025

🔥📜ແຈ້ງເຖິງ: ພໍ່ແມ່ພີ່ນ້ອງຊາວ​ ນະຄອນຫຼວງວຽງຈັນ, ຊາວລາວທົ່ວປະເທດ ແລະ ຊາວຕ່າງຊາດທີ່ອາໃສຢູ່ ສປປ ລາວ ໃຫ້ຊາບທົ່ວເຖິງກັນວ່າ: ວັນທີ 2 ທັນວາ 2025 ເລີ່ມແຕ່ເວລາ 06:00 – 09:30 ໂມງ ໂທລະພາບແຫ່ງຊາດລາວ ຈະທຳການຖ່າຍທອດສົດພິທີສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ໃນຕອນຄໍ່າ ເລີ່ມແຕ່ເວລາ 19:00 – 22:00 ໂມງ ຈະມີການບິນສະແດງໂດຣນແປຮູບພາບຕ່າງໆ ແລະ ຍິງດອກໄມ້ໄຟ ຢູ່ທີ່ ເດີ່ນພະທາດຫຼວງ (ສະໜາມຫຼວງ) ເພື່ອເປັນການສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຢ່າງຄຶກຄື້ນມ່ວນຊື່ນ.

ດັ່ງນັ້ນ, ເພື່ອຮັບປະກັນໃນການເຂົ້າຊົມກິດຈະກໍາດັ່ງກ່າວໃຫ້ມີຄວາມປອດໄພ, ຄະນະ ຮັບຜິດຊອບ ຊີ້ນໍາລະດັບຊາດ ຈຶ່ງຂໍແຈ້ງມາຍັງພີ່ນ້ອງຊາວນະຄອນຫຼວງວຽງຈັນ, ຊາວຕ່າງປະເທດທີ່ອາໄສໃນນະຄອນຫຼວງວຽງຈັນ ທີ່ມີຈຸດປະສົງເຂົ້າຊົມ ໃຫ້ປະຕິບັດຕາມລະບຽບການ ຂໍ້ກຳນົດຕ່າງໆທີ່ທາງເຈົ້າໜ້າທີ່ໄດ້ກຳນົດໄວ້ ເຊັ່ນ: ບໍ່ອະນຸຍາດໃຫ້ ນໍາພາຫະນະເຂົ້າໃກ້ສະໜາມຫຼວງໃນຂອບເຂດວົງລັດສະໝີ 1 ກິໂລເມັດ ແລະ ຫ້າມບໍ່ໃຫ້ຖືອຸປະກອນເຄື່ອງເອເລກໂຕຼນິກ ທີ່ມີຄື້ນສັນຍານທີ່ອາດສົ່ງຜົນກະທົບໂດຍກົງຕໍ່ລະບົບການບິນສະແດງໂດຣນ.

ອະນຸກຳມະການການສັນຈອນ ຈະໄດ້ອັດເສັ້ນທາງໄລຍະ 1 ກິໂລເມັດ, ຍົກເວັ້ນພໍ່ແມ່ພີ່ນ້ອງຜູ້ທີ່ຢູ່ບ້ານໃກ້ຄຽງ ກັບບໍລິເວນເດີ່ນພະທາດຫຼວງ ຂໍໃຫ້ແຈ້ງສໍາມະໂນຄົວ, ບັດປະຈໍາຕົວ ເພື່ອກັບເຂົ້າສູ່ບ້ານເຮືອນຂອງຕົນ.

ຖ້າຫາກ ບຸກຄົນໃດລະເມີດຂໍ້ກຳນົດດັ່ງກ່າວ ດ້ວຍເຈດຕະນາ ຫຼື ບໍ່ເຈດຕະນາກໍ່ຕາມ ກໍຕ້ອງໄດ້ປະຕິບັດຕາມມາດຕະການຄວາມ ໝັ້ນຄົງຂອງຊາດຢ່າງເຄັ່ງຄັດ.

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງຊາວນະຄອນຫຼວງວຽງຈັນ, ຊາວລາວທົ່ວປະເທດ ແລະ ຊາວຕ່າງຊາດທີ່ອາໃສຢູ່ ສປປ ລາວ ຈົ່ງຮັບຊາບ ແລະ ໃຫ້ຄວາມຮ່ວມມືປະຕິບັດຕາມມາດຕະການ, ຂໍ້ກຳນົດ ແລະ ຂໍ້ຫ້າມຕ່າງໆຂອງເຈົ້າໜ້າທີ່ເປັນ ຢ່າງດີ.

📰ທີ່ມາ: ໂທລະພາບ​ ກອງທັບປະຊາຊົນລາວ​ (LATV).
ຮູບ: Lao National TV

01/12/2025

👏 ມາຮັບຊົມ ວິດີໂອ ການຊ້ອມໃຫຍ່ ການເດີນສວນສະໜາມ ເພື່ອຂໍ່ານັບຮັບຕ້ອນ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ
ຈັດຂຶ້ນໃນວັນທີ 28 ພະຈິກ 2025 ທີ່ຜ່ານມາ.

ເປີດໄຟປະດັບປະດາ ເພື່ອກຽມຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 50 ປີ
01/12/2025

ເປີດໄຟປະດັບປະດາ ເພື່ອກຽມຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 50 ປີ

🎉 ສະຫຼອງຄົບຮອບ 24 ປີ AirAsia ພ້ອມສ່ວນຫຼຸດສູງສຸດ 24% ສໍາລັບ ທຸກທີ່ນັ່ງ ທຸກຖ້ຽວບິນ ✈️✨👉 ຈອງດ່ວນ: https://app.airasia.com/F...
01/12/2025

🎉 ສະຫຼອງຄົບຮອບ 24 ປີ AirAsia ພ້ອມສ່ວນຫຼຸດສູງສຸດ 24% ສໍາລັບ ທຸກທີ່ນັ່ງ ທຸກຖ້ຽວບິນ ✈️✨

👉 ຈອງດ່ວນ: https://app.airasia.com/F4uy/x233swh5

ບິນຕົງຈາກ ວຽງຈັນ & ຫຼວງພຣະບາງ ໄປ ກຸງເທບ (ດອນເມືອງ), ຮ່າໂນ້ຍ, ກົວລາລຳເປີ
ຫຼື ບິນຕໍ່ໄປ ສິງກະໂປ, ຊຽງໃໝ່, ປີນັງ, ຊິດນີ, ໂຕກຽວ, ຣີຢາດ, ອໍມາຕີ ແລະ ອື່ນໆ 🌏

💺 ຫຼຸດ 24% ເລືອກບ່ອນນັ່ງຂອງທ່ານເລີຍ
📅 ເວລາຈອງ: 1–7 ທັນວາ 2025
🛫 ເວລາເດີນທາງ: 6 ມັງກອນ–30 ພະຈິກ 2026
ເປັນໄປຕາມເງື່ອນໄຂ ເເລະ ຂໍ້ກຳນົດຂອງບໍລິສັດ

👏 🇱🇦 🇨🇳 ພະແນກຜ່າຕັດລະບົບປະສາດຂອງໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ມີຄົນເຈັບຫຼັງຜ່າຕັດຊື່ ນາງທອງຈັນ ອາຍຸ 60 ປີ ເຂົ້າມາພ...
01/12/2025

👏 🇱🇦 🇨🇳 ພະແນກຜ່າຕັດລະບົບປະສາດຂອງໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ມີຄົນເຈັບຫຼັງຜ່າຕັດຊື່ ນາງທອງຈັນ ອາຍຸ 60 ປີ ເຂົ້າມາພົບສາດສະດາຈານ ລີໂມ, ແພດຜູ້ຊ່ຽວຊານຜ່າຕັດກະດູກກ້ານຄໍ-ແກນສັນຫຼັງຈາກທີມແພດທະຫານຈີນ.

ໃນເດືອນກັນຍາປີ 2025, ຄົນເຈັບໄດ້ເກີດອຸປະຕິເຫດກະທົບກະດູກກ້ານຄໍໍຢ່າງຮຸນແຮງ ສົ່ງຜົນໃຫ້ເກີດອາການເຈັບປວດລົງແຂນ ແລະ ກໍຂາອ່ອນແຮງ ແຕ່ປະຈຸບັນຄົນເຈັບສາມາດຍ່າງເຄື່ອນໄຫວໄປມາໄດ້ດ້ວຍຕົນເອງ ລາວເວົ້້າດ້ວຍຄວາມດີໃຈວ່າ: “ແພດທະຫານຈີນໄດ້ຊ່ວຍເຫຼືອເຮັດໃຫ້ຂ້ອຍໄດ້ມີໂອກາດກັບຄືນມາຍ່າງໄດ້”.

“ພ້ອມນັ້ນຍັງໄດ້ຍິນວ່າທີມແພດຊ່ຽວຊານຈີນກຳລັງຈະສຳເລັດພາລະກິດ ແລະ ກັບຄືນປະເທດຈີນ ຂ້ອຍ ແລະຄອບຄົວຈິງໄດ້ກັບມາກວດຕິດຕາມ ແລະ ຂອບໃຈຊ່ຽວຊານຈີນອີກຄັ້ງ”. ນີ້ແມ່ນພາບທີ່ມີຊີວິດຊີວາໜ້າປະທັບໃຈຂອງວຽກງານທີມແພດທະຫານຈີນຊຸດທີ 13 ທີ່ຊ່ວຍເຫຼືອລາວ.

ການຜ່າຕັດຝ່າຍຈີນແມ່ນນຳພາໂດຍສາດສະດາຈານ ຕູຮົງຈຸນ (Du hongjun) ເປັນຫົວໜ້າທີມ, ທີມງານຜ່າຕັດມີສາດສະດາຈານ ລີໂມ (Limo) ຊ່ຽວຊານຜ່າຕັດກະດູກ, ຫົວໜ້າພະຍາບານ ຮູລິນຫົວ (Hu Linhuan) ແລະ ສາດສະດາຈານ ເຕິງຈຽວ (Deng Jiao) ແພດວາງຢາສະຫຼົບ; ຝ່າຍລາວມີ ດຣ ສຸດຕະພັນ ບັນດາວົງ ຫົວໜ້າພະແນກຜ່າຕັດລະບົບປະສາດ, ດຣ ເພັດສະຫວັນ ຜັ່ນສິລິ ວິຊາການ.

ທຸກພາກສ່ວນແມ່ນມີຄວາມທ້າທາຍ ແລະ ເອົາຊະນະຂໍ້ບົກຜ່ອງໃຈການຂາດແຄນອຸປະກອນຕ່າງໆ, ໃນທີ່ສຸດການຜ່າຕັດທີ່ມີຄວາມສ່ຽງສູງຫຼາຍຄັ້ງກໍໄດ້ຮັບຜົນສຳເລັດ. ໃນລະຫວ່າງພາລະກິດຊ່ວຍເຫຼືອຄົນເຈັບເປັນເວລາຫົກເດືອນທີມງານໄດ້ປະສົບຜົນສຳເລັດໃນການຜ່າຕັດຫຼາຍກວ່າ 40 ກໍລະນີ ໃນນັ້ນມີການຜ່າຕັດກະດູກກ້ານຄໍຫຼາຍກວ່າ 10 ກໍລະນີ, ເຊິ່ງໄດ້ບັນລຸຄວາມກ້າວໜ້າທາງປະຫວັດສາດສຳລັບເຕັກນິກການຜ່າຕັດກະດູກກ້ານຄໍ-ແກນສັນຫຼັງຢູ່ໂຮງໝໍສູນກາງ 103 ກອງທັບ.

​ ທີ່ມາ: CMG FM93

📜🇱🇦🤝🏻🇰🇵 ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫ...
01/12/2025

📜🇱🇦🤝🏻🇰🇵 ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທີ່ ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ນັບຖື, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຄົບຮອບ 50 ປີ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງ ພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ.

ຕະຫຼອດໄລຍະ 50 ປີທີ່ຜ່ານມາ​ ແຫ່ງການສະຖາປະນາ, ພາຍໃຕ້ການການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວໄດ້ບັນລຸຜົນສຳເລັດອັນດີເດັ່ນ ໃນການສູ້ຊົນເພື່ອປົກປັກຮັກສາໝາກຜົນແຫ່ງການປະຕິວັດສັງຄົມນິຍົມ, ເພີ່ມທະວີລະບອບປະຊາທິປະໄຕປະຊາຊົນ ແລະ ສ້າງສາພັດທະນາປະເທດຊາດ.

ຂ້າພະເຈົ້າ ຂໍສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກ ແລະ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ໃຫ້ຍິ່ງໆຂຶ້ນ ອີງຕາມນໍ້າໃຈຕົກລົງກັນຂອງພວກເຮົາທີ່ໄດ້ຮັບການບັນລຸໃນການພົບປະສຸດຍອດ ຢູ່ນະຄອນຫຼວງພຽງຢາງ ແລະ ຂໍອວຍພອນໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງໃນໜ້າທີ່ວຽກງານອັນມີຄວາມຮັບຜິດຊອບ.

📰ທີ່ມາ: ໜສພ ປະຊາຊົນ

🇱🇦🤝🏻🇨🇳 ສະຫາຍ ຫວາງ ຮູໝິງ ຄະນະປະຈໍາກໍາມະການກົມການເມືອງສູນກາງພັກ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ແລະ ຄະນະຜູ້ແທນຂັ້ນສ...
01/12/2025

🇱🇦🤝🏻🇨🇳 ສະຫາຍ ຫວາງ ຮູໝິງ ຄະນະປະຈໍາກໍາມະການກົມການເມືອງສູນກາງພັກ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ແຫ່ງ ສປ ຈີນ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງວຽງຈັນແລ້ວ ໃນຕອນບ່າຍຂອງວັນທີ 1 ທັນວາ 2025 ໂດຍມີ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ​ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ແມ່ນເພື່ອຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ໃນໂອກາດດັ່ງກ່າວ ສະຫາຍ ຫວາງ ຮູໝິງ ຍັງຈະໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ.

📰ທີ່ມາ: ໜສພ ປະຊາຊົນ

Address

Lao Youth Union

Alerts

Be the first to know and let us send you an email when Lao Youth Radio FM 90.0 Mhz posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Lao Youth Radio FM 90.0 Mhz:

  • Want your business to be the top-listed Media Company?

Share

FM 90 Lao Youth Radio

ຍິນດີຕ້ອນຮັບ ບັນດາທ່ານ ສູ່ FM 90 Lao Youth Radio ແລະ FM 90 Social Media. ປະກອບສ່ວນສົ່ງຂ່າວ ໃຫ້ສັງຄົມຮັບຮູ້ ຜ່ານທາງ FM 90 ຂອງພວກເຮົາໄດ້ ຕະຫຼອດ 24 ຊົ່ວໂມງ. ບົດຂຽນ ຫຼື ບົດຂ່າວ ພ້ອມພາບ/ວິດີໂອ ທີ່ບໍ່ເຄີຍຖືກຕີແຜ່ ຢູ່ບ່ອນໃດມາກ່ອນ ທີ່ຖືກຄັດເລືອກ ເອົາລົງເພຈ FM 90 ຈະໄດ້ຮັບສົມມະນາຄຸນຈາກທາງພວກເຮົາ ເປັນເງິນສົດ 15,000 ກີບ/ເລື້ອງ. ສົນໃຈລົງໂຄສະນາ ປະຊາສໍາພັນ ທາງວິທະຍຸ ແລະ ສື່ສັງຄົມອອນລາຍ ຕິດຕໍ່ເບີ ວອດແອັປ:​020-55400099