26/05/2025
ທິດຊີ້ນຳຂອງນາຍົກ ໃຫ້ໂຈະການພິຈາລະນາອະນຸຍາດ ແລະ ຢຸດຕິຖາວອນ ການຂຸດຄົ້ນຄໍາຕົກຂ້ອນ ແລະ ໃຫ້ກວດກາສຳເລັດພາຍໃນ 1-2 ເດືອນ
ວັນທີ 16 ພຶດສະພາ 2025 ຜ່ານມານີ້ ຫ້ອງວ່າການສຳນັກງານນາຍົກ ອອກແຈ້ງການ ທິດຊີ້ນໍາ ເຖິງທຸກໆພາກສ່ວນທຸກໆແຂວງ ໃນການຜັນຂະຫຍາຍຜົນກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກ ກ່ຽວກັບ ການແກ້ໄຂບັນຫາການຂຸດຄົ້ນຄໍາຕົກຂ້ອນ ໃນຂອບເຂດທົ່ວປະເທດ ໂດຍດັ່ງນີ້:
1. ໃຫ້ໂຈະການພິຈາລະນາອະນຸຍາດ ແລະ ຢຸດຕິຖາວອນ ການດໍາເນີນກິດຈະການຂຸດຄົ້ນຄໍາຕົກຂ້ອນ ທຸກຮູບແບບ ໃນຂອບເຂດທົ່ວປະເທດ, ສໍາລັບໂຄງການທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃນໄລຍະຜ່ານມາ ແມ່ນໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນກ່ຽວຂ້ອງ ເຊີນຜູ້ປະກອບການມາຊີ້ແຈງ, ອະທິບາຍ ແລະ ຖອນໃບອະນຸຍາດ, ພ້ອມທັງເຮັດບົດບັນທຶກ ແລະ ຕິດຕາມ, ກວດກາ ການປັບປຸງປົວແປງສະພາບພື້ນທີ່ ແລະ ສິ່ງແວດລ້ອມ ໃນ ເຂດດັ່ງກ່າວ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ.
2. ມອບໃຫ້ ຄະນະສະເພາະກິດ 47/ນຍ ຮີບຮ້ອນສົມທົບກັບ ອົງການກວດກາແຫ່ງລັດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງ ປະຕິບັດ ຄື:
1) ລົງກວດກາ ຢູ່ບັນດາແຂວງໂດຍໄວ ແລະ ດຳເນີນການໃຫ້ສຳເລັດພາຍໃນ 1 ຫາ 2 ເດືອນ ແລ້ວລາຍງານຜົນ ການຈັດຕັ້ງປະຕິບັດ ຕໍ່ກົມການເມືອງສູນກາງພັກ ຮັບຊາບ ແລະ ໃຫ້ທິດຊີ້ນຳ.
2) ດໍາເນີນມາດຕະການຢ່າງເດັດຂາດ ຕໍ່ຜູ້ທີ່ຝ່າຝືນ ຄໍາສັ່ງ 06/ນຍ, ລົງວັນທີ 07 ມີນາ 2025, ຖ້າພົບເຫັນແມ່ນໃຫ້ຢຶດຊັບ, ຍຶດຂອງກາງ ແລະ ພາຫະນະ ທີ່ໃຊ້ກະທຳຜິດນັ້ນ ໂດຍຮັບເຂົ້າເປັນຂອງລັດໄດ້ທັນທີ.
3) ດໍາເນີນການສືບສວນ-ສອບສວນ ແລະ ກວດກາຄືນຄວາມຮັບຜິດຊອບທາງການເມືອງຂອງບັນດາຂະແໜງ ການ, ທ້ອງຖິ່ນ, ພະນັກງານ ແລະ ເຈົ້າໜ້າທີ່ຂອງລັດ ທີ່ມີສ່ວນກ່ຽວຂ້ອງ ແລະ ອຳນວຍຄວາມສະດວກໃຫ້ມີການລັກລອບ ແລະ ດໍາເນີນການຂຸດຄົ້ນຄໍາຕົກຂ້ອນ. ພ້ອມນັ້ນ ຖ້າຂະແໜງການ, ທ້ອງຖິ່ນ, ການຈັດຕັ້ງ, ຜູ້ປະກອບການ ຫຼື ບຸກຄົນໃດ ຫາກມີການຂັດຂວາງ, ບໍ່ໃຫ້ການຮ່ວມມື, ກົດໜ່ວງຖ່ວງດຶງ, ສວຍໃຊ້ໜ້າທີ່ ແລະ ສ້າງຄວາມຫຍຸ້ງຍາກໃນການຈັດຕັ້ງ ປະຕິບັດທິດຊີ້ນໍາດັ່ງກ່າວນີ້ ແມ່ນໃຫ້ດໍາເນີນມາດຕະການ ຢ່າງເຄັ່ງຄັດ ແລະ ເດັດຂາດ ຕາມກົດໝາຍ ແລະ ລະບຽບການ.
ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.
https://www.laophattananews.com/archives/234891
#ໜັງສືພິມລາວພັດທະນາ #ແຈ້ງການ_ຫສນຍ #ແຮ່ຄຳຕົກຂ້ອນ
________@________
ສະໜັບສະໜູນຂ່າວໂດຍ:
ບໍລິສັດ ບຸນລ້ຽງ ອະສັງຫາລິມະຊັບຊື້ດິນ-ຂາຍດິນ ຈໍາກັດຜູ້ດຽວ
ເບີໂທ: 020 9675 3356, 020 7836 6237
_________@_________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 008