Lao National Television "Know ASEAN Plus" ຮູ້ຈັກ ອາຊຽນບວກ

  • Home
  • Lao National Television "Know ASEAN Plus" ຮູ້ຈັກ ອາຊຽນບວກ

Lao National Television "Know ASEAN Plus" ຮູ້ຈັກ ອາຊຽນບວກ Contact information, map and directions, contact form, opening hours, services, ratings, photos, videos and announcements from Lao National Television "Know ASEAN Plus" ຮູ້ຈັກ ອາຊຽນບວກ, Media/News Company, .

Lao National Television "Know ASEAN News Program" ຮູ້ຈັກ ອາຊຽນ
Is a 15 minutes news program in Lao Language aiming to expanding the knowledge of Lao locals about ASEAN member countries and its Dialogue Partners.

16/04/2025

ງານສະເຫຼີມສະຫຼອງບຸນປີໃຫມ່ ຫລື ມະຫາສົງການແມ່ນ້ຳຂອງ 2025ຊ່ວຍ ເສີມສ້າງຄວາມສາມັກຄີວັດທະນາທຳ ໄທ ແລະ ລາວ

ພິທີເປີດ “ມະຫາສົງການແມ່ນ້ຳຂອງ” ເຊິ່ງເປັນການສະເຫລີມສະຫລອງບຸນປີໃຫມ່ ລາວ ແລະ ໄທ ແມ່ນບຸນສົງການໃຫຍ່ທີ່ສຸດຈັດຢູ່ລຽບຝັ່ງແມ່ນ້ຳຂອງຟາກໄທ, ມີຂື້ນເພື່ອແນໃສ່ຮັດແໜ້ນຄວາມຜູກພັນທາງດ້ານວັດທະນະທຳລະຫວ່າງໄທ ແລະ ລາວ ໃນໂອກາດສະເຫຼີມສະຫຼອງປີໃໝ່ລາວ-ໄທ.

ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ສສ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ ວັນທີ 31 ມີນາ 2025 ນີ້, ກອງທັບປະຊາຊົນລາວ ໄດ...
01/04/2025

ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ສສ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ

ວັນທີ 31 ມີນາ 2025 ນີ້, ກອງທັບປະຊາຊົນລາວ ໄດ້ສົ່ງກຳລັງ ຈຳນວນ 33 ສະຫາຍ ແລະ ອຸປະກອນ ໄປຊ່ວຍເຫຼືອ ສສ ມຽນມາ ໃນການຊອກຄົ້ນ, ກອບກູ້ ແລະ ຊ່ວຍເຫຼືອຜູ້ສູນຫາຍຈາກເຫດການແຜ່ນດິນໄຫວ ໃນວັນທີ 28 ມີນາ ຜ່ານມານີ້, ເຊິ່ງນຳໂດຍ ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຜູ້ປະສານການຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມຄະນະ.

ສໍາລັບ ກຳລັງທີ່ເດີນທາງໄປຊ່ວຍເຫຼືອໃນຄັ້ງນີ້ ມີຈໍານວນພົນທັງໝົດ 33 ສະຫາຍ ໃນນີ້, ມີກຳລັງຊ່າງແສງ 13 ສະຫາຍ, ເສນາຮັກ 11 ສະຫາຍ ນອກນັ້ນ, ຍັງມີຄະນະຊີ້ນໍາ ແລະ ພາກສ່ວນຮັບປະກັນອີກຈໍານວນໜຶ່ງ. ພາຍຫຼັງເດີນທາງຮອດສະໝາມບິນເນປີດໍ ຄະນະຕາງໜ້າຈາກເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ຈາກນັ້ນ, ໄດ້ເຄື່ອນກຳລັງໄປເມືອງມອນດາເລ ເຊິ່ງເປັນເມືອງໜຶ່ງທີ່ຖືກຜົນປະທົບຈາກເຫດການແຜ່ນດິນໄຫວ.
ໂດຍ: ເພັດ ສົມນໍວັນ

ເພີ່ມທະວີຄວາມສາມັກຄີ, ປະສິດທິພາບຂອງການຮ່ວມມືເຊື່ອມໂຍງ ລາວ-ຫວຽດນາ-ກໍາປູເຈຍ ໄລຍະແຫ່ງການພັດທະນາໃໝ່ໃນວັນທີ 22 ກຸມພາ 2025 ຢູ່...
23/02/2025

ເພີ່ມທະວີຄວາມສາມັກຄີ, ປະສິດທິພາບຂອງການຮ່ວມມືເຊື່ອມໂຍງ ລາວ-ຫວຽດນາ-ກໍາປູເຈຍ ໄລຍະແຫ່ງການພັດທະນາໃໝ່

ໃນວັນທີ 22 ກຸມພາ 2025 ຢູ່ນະຄອນໂຮ່ຈີມິງ ສສ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວໄດ້ພົບປະສຸດຍອດຂັ້ນສູງກັບ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ສົມເດັດ ເຕໂຈ ຮຸນເຊນ ປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງແຫ່ງຣາຊະອານາ ຈັກກໍາປູເຈຍ, ພ້ອມນີ້ຍັງມີ ນາຍົກລັດຖະມົນຕີທັງສາມປະເທດ ລາວ-ຫວຽກນາມ-ກໍາປູເຈຍ ເຂົ້າຮ່ວມ.
ໃນການພົບປະ, ສາມການນໍາສູງສຸດຂອງສາມພັກ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ສະພາບການພົ້ນເດັ່ນ ຂອງພາກພື້ນ ແລະ ສາກົນ ໃນໄລຍະມໍ່ໆມານີ້, ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະ ເທດ ໃນປີທີ່ຜ່ານມາ; ຕີລາຄາໝາກຜົນຂອງການຮ່ວມມື ແລະ ວາງທິດທາງການຮ່ວມມື ລະຫວ່າງ ສາມພັກ, ສາມປະເທດ ໃນຕໍ່ໜ້າ. ສາມການນໍາສູງສຸດ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ ທີ່ສາມ ພັກ, ສາມປະເທດ ສາມາດຍາດມາໄດ້ ເປັນຕົ້ນແມ່ນ ຮັບປະກັນໄດ້ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດຂະຫຍາຍຕົວຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມໝັ້ນຄົງ ແລະ ນັບມື້ນັບໄດ້ຮັບການ ປັງປຸງເທື່ອລະກ້າວ; ສາມຝ່າຍ ເນັ້ນໜັກວ່າ ສາຍພົວພັນອັນໃກ້ຊິດ, ສະໜິດແໜ້ນ ແລະ ມີຄວາມໝາຍຍຸດທະສາດ ລະຫວ່າງສາມປະເທດ, ເນັ້ນໜັກເຖິງສະຖຽນລະພາບ, ຄວາມສະຫງົບ ແລະ ການພັດທະນາຂອງປະເທດນີ້ ກໍຈະ ເປັນ ສະຖຽນລະພາບ, ຄວາມສະຫງົບ ແລະ ການພັດທະນາຂອງອີກສອງປະເທດທີ່ຍັງເຫລືອ, ພ້ອມກັນນັ້ນ ກໍຢືນຢັນຕໍ່ກັບນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງ ສາມພັກ, ສາມປະເທດ ເຊິ່ງຍາມໃດກໍໃຫ້ບຸລິມະສິດອັນ ດັບຕົ້ນແກ່ການພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສາມພັກ, ສາມລັດ ແລະ ປະຊາຊົນສາມປະເທດ ລາວ-ຫວຽດນາມ-ກໍາປູເຈຍ; ສາມການນໍາສູງສຸດ ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງ ສາມປະເທດສາມາດ ບັນລຸໄດ້ຫລາຍຜົນສໍາເລັດເປັນທີ່ເພິ່ງພໍໃຈ ແລະ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ. ໃນນັ້ນ, ການພົວພັນທາງດ້ານການເມືອງ ສືບຕໍ່ເປັນພື້ນຖານໃຫ້ແກ່ການພົວພັນສາມພັກ, ມີບົດບາດໃນການກໍານົດ ທິດໃຫ້ແກ່ການພົວພັນຂອງສາມປະເທດ; ການພົວພັນທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການ ຊຸກຍູ້ຢ່າງມີປະສິດທິຜົນ; ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສຶກສາ, ວິທະ ຍາສາດ-ເຕັກໂນໂລຊີ ມີບາດກ້າວຂະຫຍາຍຕົວຢ່າງຕັ້ງໜ້າ.
ໃນທ່າມກາງສະພາບການພາກພື້ນ ແລະ ໂລກ ສືບຕໍ່ຜັນແປໄປຢ່າງສັບສົນ, ຄາດຄະເນໄດ້ຍາກ, ສາມຝ່າຍ ເຫັນດີເປັນເອກະພາບ ສືບຕໍ່ເຮັດໃຫ້ການພົວພັນລະຫວ່າງ ສາມພັກ, ສາມປະເທດ ເລິກເຊິ່ງຮອບດ້ານ ແລະ ເປີດກວ້າງໃຫ້ຫລາຍຂຶ້ນກວ່າເກົ່າ, ຮັດແໜ້ນ, ໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ການພົວພັນລະຫວ່າງບັນ ດາສະຫາຍການນໍາຂັ້ນສູງ; ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະຮ່ວມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກ ຄີທີ່ສະໜິດສະໜົມລະຫວ່າງ ສາມປະເທດ, ຖືສິ່ງດັ່ງກ່າວ ເປັນມໍລະດົກອັນລໍ້າຄ່າ, ເປັນກົດເກນພາວະວິໄສ ສໍາລັບ ການຮັບປະກັນແວດລ້ອມ ສັນຕິພາບ, ຄວາມສະຫງົບ ແລະ ພັດທະນາຂອງແຕ່ລະປະເທດ; ເຫັນດີເປັນເອກະພາບ ຮັກສາ ແລະ ເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມປະຊາຊົນຊັ້ນຄົນຕ່າງໆໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍສະ ເພາະແມ່ນຄົນຮຸ່ນໜຸ່ມໃຫ້ເຂົ້າໃຈແຈ້ງ ແລະ ຈົດຈໍາມູນເຊື້ອຄວາມສາມັກຄີອັນສະໜິດແໜ້ນນີ້ໄວ້ຕະຫລອດໄປ.
ສາມຝ່າຍ ຍັງເຫັນດີເປັນເອກະພາບ ປັບປຸງເສົາຄໍ້າການຮ່ວມມືດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນການຮັບມືຢ່າງມີປະສິດທິຜົນ ຕໍ່ກັບບັນດາສິ່ງທ້າທາຍ ຄວາມບໍ່ສະຫງົບຮູບແບບເກົ່າ ແລະ ຮູບແບບ ໃໝ່; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ໃຫ້ຄໍາປຶກສາຫາລື, ປະສານສົມທົບຢ່າງສະໜິດແໜ້ນ, ສະໜັບສະ ໜູນ, ປົກປ້ອງຜົນປະໂຫຍດອັນຊອບທໍາຂອງກັນ ແລະ ກັນ, ຮ່ວມກັນຮັບມືກັບບັນດາສິ່ງທ້າທາຍລວມ; ສາມການ ນໍາສູງສຸດ ເນັ້ນໜັກເຖິງການສືບຕໍ່ສ້າງບາດກ້າວບຸກທະລຸ ໃນການຮ່ວມມືທາງດ້ານເສດຖະກິດ, ຍູ້ແຮງການ ເຊື່ອມຈອດສາມພື້ນຖານເສດຖະກິດ ເປັນຕົ້ນແມ່ນ ການເຊື່ອມຈອດດ້ານຄົມມະນາຄົມ, ການຄ້າ, ການທ່ອງທ່ຽວ; ຍູ້ແຮງການຮ່ວມມືດ້ານວັດທະນະທໍາ, ການສຶກສາ, ວິທະຍາສາດ-ເຕັກໂນໂລຊີ ບົນພື້ນນຖານການເສີມຂະຫຍາຍ ຄວາມອາດສາມາດ, ທ່າແຮງຂອງແຕ່ລະປະເທດ; ສາມການນໍາສູງສຸດ ເຫັນດີເປັນເອກະພາບ ເສີມຂະຫຍາຍຢ່າງ ມີປະສິດທິຜົນ ບັນດາກົນໄກ, ຮູບແບບການຮ່ວມມືທີ່ມີຢູ່ໃນປັດຈຸບັນ, ສືບຕໍ່ແລກປ່ຽນ, ຊອກຫາຮູບແບບວິທີໃໝ່ ເພື່ອເຮັດໃຫ້ການຮ່ວມມືນັບມື້ນັບມີຄຸນນະພາບ, ມີປະສິດທິຜົນ, ແທດຕົວຈິງ ເພື່ອຜົນປະໂຫຍດຂອງແຕ່ລະປະ ເທດ ແລະ ຜົນປະໂຫຍດ ລວມຂອງປະຊາຊົນສາມປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ໃນພາກພື້ນ ແລະ ຢູ່ໃນໂລກ.
ໃນໂອກາດດຽວກັນນີ້, ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ປະທານພັກປະຊາຊົນກໍາ ປູເຈຍ ສົມເດັດ ເຕໂຈ ຮຸນເຊນ ໄດ້ສົ່ງຄໍາອວຍພອນໄຊ ແດ່ ເລຂາທິການໃຫຍ່ ໂຕເລິມ ແລະ ບັນດາການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມທຸກທົ່ວໜ້າ ເນື່ອງໃນໂອກາດ ປີ 2025 ເປັນປີສະເຫລີມສະຫລອງວັນປົດປ່ອຍ ພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30/4/1975-30/4/2025), ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ແລະ ວັນເກີດປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ (19/5/1890-19/5/ 2025).

ນາຍົກລັດຖະມົນຕີ 3 ປະເທດລາວ-ຫວຽດນາມ-ກຳປູເຈຍຫາລືການຜັນຂະຫຍາຍຜົນການພົບປະ ຜູ້ນຳສູງສຸດ 3 ພັກວັນທີ 22 ກຸມພາ 2025 ຜ່ານມາ, ໂດຍສື...
23/02/2025

ນາຍົກລັດຖະມົນຕີ 3 ປະເທດລາວ-ຫວຽດນາມ-ກຳປູເຈຍ
ຫາລືການຜັນຂະຫຍາຍຜົນການພົບປະ ຜູ້ນຳສູງສຸດ 3 ພັກ

ວັນທີ 22 ກຸມພາ 2025 ຜ່ານມາ, ໂດຍສືບຕໍ່ຜົນຂອງການພົບປະ ລະຫວ່າງ 3 ຜູ້ນຳສູງສຸດ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ຢູ່ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ ແລະ ທັງເປັນການຜັນຂະຫຍາຍທິດຊີ້ນຳ ຂອງຜູ້ນຳສູງສຸດສາມພັກ ລາວ-ຫວຽດນາມ-ກຳປູເຈຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຮຸນມາເນັດ ນາຍົກລັດ ຖະມົນຕີແຫ່ງຣາຊານະຈັກກຳປູເຈຍ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືແລກປ່ຽນຢ່າງເລິກເຊິ່ງ ກ່ຽວກັບເນື້ອໃນ ຈິດໃຈ ແລະ ທິດຊີ້ນຳຂອງ 3 ຜູ້ນຳສູງສຸດ ຂອງ 3 ພັກ.
ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ທັງ 3 ໄດ້ສະແດງເຫັນດີເປັນເອກະພາບໃນການຫັນເອົາທິດ ຊີ້ນຳຂອງຜູ້ນຳສູງສຸດຂອງສາມພັກ ເປັນວຽກລະອຽດ ເພື່ອຊີ້ນຳລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງແຕ່ລະເທດ ນຳໄປຈັດຕັ້ງຜັນຂະຫຍາຍທິດນຳຂອງຜູ້ນຳສູງສຸດຂອງສາມພັກ ໃຫ້ປາກົດຜົນເປັນຈິງ, ສະແດງຄວາມປິຕິຊົມຊື່ນທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງ 3 ປະເທດ ຍາມໃດກໍໄດ້ຮັບການຊຸກຍູ້ຈາກບັນ ດາການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ 3 ປະເທດ, ພວມມີບາດກ້າວພັດທະນາຢ່າງ ຕັ້ງໜ້າ, ປະກອບສ່ວນແທດຈິງເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືຂອງ 3 ປະເທດນັບ ມື້ນັບພັດທະນາ. ບັນດາການນຳໄດ້ເນັ້ນໜັກເຖິງຄວາມສຳຄັນທາງຍຸດທະສາດ ຂອງສາຍພົວພັນມິດຕະພາບອັນສະ ໜິດສະໜົມ, ຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງ 3 ປະເທດ.
ນາຍົກລັດຖະມົນຕີ ທັງ 3 ປະເທດໄດ້ຢືນຢັນວ່າ: ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ການປະສານ ສົມທົບລະຫວ່າງ 3 ປະເທດຮັກສາການພົບປະຂັ້ນສູງເປັນປະຈຳ ແລະ ການຕິດຕໍ່ພົວພັນໃນທຸກຂົງເຂດ, ເພີ່ມທະ ວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ພິເສດແມ່ນບັນດາແຂວງທີ່ມີຊາຍແດນຮ່ວມກັນ ແລະ ການພົບປະແລກ ປ່ຽນປະຊາຊົນ; ຜັນຂະຫຍາຍບັນດາກົນໄກ ແລະ ຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນຂໍ້ ມູນຂ່າວສານ, ທັດສະນະ ແລະ ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ; ສືບຕໍ່ເພີ່ມທະວີການຮ່ວມມື ດ້ານປ້ອງກັນຄວາມສະຫງົບ, ປ້ອງກັນຊາດ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປົກປັກຮັກສາຄວາມສະຫງົບຢູ່ເຂດ ຊາຍແດນ, ສະກັດກັ້ນອາຊະຍາກຳຂ້າມຊາດເຊັ່ນ: ການຄ້າຢາເສບຕິດ, ການຄ້າມະນຸດ, ການຟອກເງິນ; ຍຶດໝັ້ນ ຫລັກການບໍ່ໃຫ້ບຸກຄົນ ຫລື ກຳລັງໃດໜຶ່ງ ນຳໃຊ້ຜືນແຜ່ນດິນຂອງປະເທດໜຶ່ງ ສ້າງຄວາມເສຍຫາຍຕໍ່ຄວາມໝັ້ນຄົງ ຂອງປະເທດໜຶ່ງ, ຮ່ວມມືກັນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການພັດທະນາ;ນາຍົກລັດຖະມົນຕີທັງ 3 ສະຫາຍ ຍັງໄດ້ເຫັນດີສືບຕໍ່ມີບັນດານະໂຍບາຍ, ມາດຕະການເພື່ອອຳນວຍຄວາມສະ ດວກ, ຊຸກຍູ້ການຄ້າ ແລະ ການລົງທຶນຕື່ມອີກ. ໃນນັ້ນ, ມີການຄ້າຊາຍແດນ ແລະ ຊຸກຍູ້ລະບົບດ່ານຊາຍແດນທາງ ບົກລະຫວ່າງ 3 ປະເທດ; ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ ແລະ ການເຊື່ອມຕໍ່ເສດຖະກິດ ຂອງ 3 ປະເທດ; ສະແດງຄວາມຊົມເຊີຍ ແລະ ເຫັນດີສ້າງຕັ້ງກົນໄກຮ່ວມມືຂອງສາມລັດຖະມົນຕີວ່າການກະຊວງ ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອເປັນເອກະພາບແຜນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 3 ປະເທດ, ປະຕິບັດຮູບແບບການທ່ອງທ່ຽວ “ໜຶ່ງເສັ້ນທາງ, ສາມຈຸດໝາຍ”. ເຫັນດີເປັນເອກະພາບສົມທົບກັນຮັກສາຄວາມ ສາມັກຄີ ແລະ ຫລັກໝັ້ນ, ຮ່ວມກັນຊຸກຍູ້ບົດບາດການເປັນໃຈກາງຂອງ ອາຊຽນ ໃນບັນດາບັນຫາພາກພື້ນ ແລະ ບັນຫາ ພາກພື້ນສາມຝ່າຍມີຄວາມສົນໃຈຮ່ວມກັນ.

18/02/2025

VO Over the past decade, Yunnan has enhanced China's trade with South and Southeast Asia.

INTRO Yunnan Facilitates China's Trade with South and Southeast Asia Over the Past DecadeOver the past decade. The province continues to play an integral role in enhancing connectivity under initiatives like the Belt and Road Initiative

18/02/2025

VO China Grants Visa-Free Entry to ASEAN Tour Groups for Xishuangbanna Scenic Area

INTRO: China Grants Visa-Free Entry to ASEAN Tour Groups for Xishuangbanna Scenic Area. Xishuangbanna is renowned for its rich biodiversity, Buddhist pagodas, and vibrant ethnic Dai minority customs.

18/02/2025

VO Thailand's cabinet approves the second phase of a high-speed rail project linking Thailand with China through Laos.

INTRO: Thailand's cabinet has formally approved the second phase of a high-speed rail project that will connect the country with China via Laos.

18/02/2025

VO Thai Prime Minister emphasizes the transformative impact of the China-Thailand High-Speed Railway on trade with Laos and China.

INTRO: Thai Prime Minister Pledges Continued Efforts to Deepen Friendship and Cooperation with China, highlighting the China-Thailand High-Speed Railway (HSR), which will significantly enhance trade among China, Thailand, and Laos.

18/02/2025

VO: President of the Senate of Cambodia, Hun Sen, arrived in Vientiane for an official visit to the Lao PDR from February 6-7, 2025

INTRO: President of the Senate of Cambodia, Hun Sen, arrived in Vientiane for an official visit to the Lao PDR from February 6-7, 2025, at the invitation of President of the National Assembly of the Lao PDR, Xaysomphone Phomvihane. The visit underscores the deep and enduring ties between the two neighboring countries, fostering stronger bilateral relations and regional cooperation.

05/02/2025

ທຶນການສຶກສາອົດສະຕຣາລີ ເປັນທຶນທີ່ມີຊື່ສຽງຂອງລັດຖະບານອົດສະຕຣາລີ ທີ່ມອບໂອກາດໃຫ້ແກ່ຄົນຮຸ້ນໃໝ່ທີ່ຈະເປັນຜູ້ນຳຮຸ່ນຕໍ່ໄປ ໃຫ້ມີໂອກາດໄດ້ໄປສຶກສາຕໍ່ທີ່ ປະເທດອົດສະຕຣາລີ. ນີ້ແມ່ນໂອກາດຂອງທ່ານ ທີ່ຈະໄດ້ເປັນສ່ວນໜຶ່ງຂອງອະດີດນັກສຶກສາລາວ ທີ່ຮຽນຈົບຈາກອົດສະຕຣາລີ , ຜູ້ທີ່ມີສ່ວນຮ່ວມໃນການພັດທະນາແບບຍືນຍົງໃຫ້ແກ່ ສປປ ລາວ.

ສໍາລັບສົກປີ 2026, ລັດຖະບານອົດສະຕຣາລີ ຈະມອບທຶນການສຶກສາໃຫ້ ໃນລະດັບ ປະລິນຍາໂທ, ປະລິນຍາເອກ, ແລະ ວິຊາຊີບຊັ້ນສູງ. ທຶນການສຶກສາໃນປີນີ້ແມ່ນຈະໃຫ້ບູລິມະສິດແກ່ຜູ້ສະໝັກໃນສາຂາວິຊາ:
· ການພັດທະນາເສດຖະກິດ ແລະ ການຄ້າ
· ສິ່ງແວດລ້ອມ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ພະລັງງານສະອາດ
· ບົດບາດຍິງ-ຊາຍ, ຄວາມພິການ ແລະ ການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ
· ການຄຸ້ມຄອງພາກລັດ ແລະ ກົດໝາຍ
· ສຸຂະພາບ ແລະ ການເປັນຢູ່ທີ່ດີ
· ການພັດທະນາຊັບພະຍາກອນມະນຸດ ແລະ ການສຶກສາ
· ໂຄງລ່າງພື້ນຖານ ແລະ ການເຊື່ອມໂຍງ

ທຶນການສຶກສາອົດສະຕຣາລີ ໄດ້ສົ່ງເສີມໃຫ້ ແມ່ຍິງ, ກຸ່ມຄົນຜູ້ທີ່ມີຄວາມພິການ, ຄົນທີ່ມາຈາກຊົນເຜົ່າ ແລະ ກຸ່ມຄົນດ້ອຍໂອກາດ ມາສະໝັກທຶນການສຶກສານີ້.

ສຳລັບຂໍ້ມູນເພີ່ມຕື່ມສຳຫລັບ ທຶນການສຶກສາອົດສະຕຣາລີ ສາມາດເຈົ້າເບີ່ງໄດ້ທີ່: www.australiaawardslaos.org
ຫຼື page: Australia in Lao ແລະ Laos Australia Institute, ແລະ ຕິດຕໍສອບຖາມໄດ້ທີ: 021-265 721 or 021-265 722.
ຢ່າລືມ! ສະໝັກເອົາທຶນການສຶກສາອົດສະຕຣາລີ ຕັ້ງແຕ່ ມື້ນີ້ ຈົນເຖິງວັນທີ 30 ເດືອນເມສາ 2025 ນີ້!
ມາສ້າງຄວາມປ່ຽນແປງ ກັບ ທຶນການສຶກສາອົດສະຕຣາລີ ນຳກັບ!
ໂຊກດີເດີ!

22/01/2025

ທ່ານ ສຸກທະວີ ໂຈໂດຣີ ປະທານ ແລະ ຜູ້ຈັດການກຸ່ມບໍລິສັດ HSMM ໄດ້ຮັບລາງວັນ Pravasi Bharatiya Samman ທີ່ມີກຽດສູງສຸດຂອງ ປະເທດອິນເດຍ ປະຈຳປີ 2025.

Address


Website

Alerts

Be the first to know and let us send you an email when Lao National Television "Know ASEAN Plus" ຮູ້ຈັກ ອາຊຽນບວກ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

  • Address
  • Alerts
  • Claim ownership or report listing
  • Want your business to be the top-listed Media Company?

Share