ເສດຖະກິດ Settakit.com

ເສດຖະກິດ Settakit.com ຄວາມຄິດ, ທຸລະກິດ, ເສດຖະກິດ ແລະ ເຕັກໂນ?

ອິເລັກໂຕຣມ (Electrom) ບໍລິສັດຈາກແຄນາດາ ເປີດຕົວລົດຖີບໄຟຟ້າທີ່ອ້າງວ່າສາມາດໃຊ້ເດີນທາງໄກໄດ້ສູງສຸດ 200 ກິໂລແມັດ ດ້ວຍຮູບຊົງທີ່...
07/13/2025

ອິເລັກໂຕຣມ (Electrom) ບໍລິສັດຈາກແຄນາດາ ເປີດຕົວລົດຖີບໄຟຟ້າທີ່ອ້າງວ່າສາມາດໃຊ້ເດີນທາງໄກໄດ້ສູງສຸດ 200 ກິໂລແມັດ ດ້ວຍຮູບຊົງທີ່ຄ້າຍຄືກັບລົດຈັກ 3 ລໍ້ເອີ້ນວ່າ ເວໂລໂມບິນ (Velomobile) ເຊິ່ງມີຄວາມໂດດເດັ່ນດ້ວຍມີກະຈົກບັງລົມປົກຄຸມຄົນຂັບຈົນຂຶ້ນໄປເທິງສຸດ ແລະ ຍັງມາພ້ອມສ່ວນຫຸ້ມຂາດ້ານໜ້າອີກດ້ວຍ

Electrom ມີຄວາມຍາວ 2.77 ແມັດ ຖານລໍ້ຍາວ 2.13 ແມັດ ສ່ວນຄວາມກວ້າງທີ່ສຸດຂອງລົດແມ່ນຊ່ວງມືຈັບກວ້າງ 66 ຊັງຕີແມັດ ນ້ຳໜັກສູງສຸດ 70 ກິໂລກຣາມ ເມື່ອຕິດຕັ້ງແບັດເຕີຣີສຳລັບການຈ່າຍໄຟ 2 ອັນ. ໂຄງຮ່າງດັດເປັນອັນດຽວກັນ ຫຼື ໂມໂນຄອກ (Monocoque) ເພື່ອຄວາມແຂງແຮງແລະມີນ້ຳໜັກເບົາ ສ່ວນຕົວຖັງເຮັດຈາກວັດສະດຸພໍລີຄາບອນເນດ (Polycarbonate)

ມັນມີ 2 ແບບຈຳລອງ ລຸ່ນທ໋ອບສຸດ ຫຼື ລຸ່ນດີລັກ ຈະໄດ້ມໍເຕີຄູ່ຫນ້າແຮງບິດ 43 ນິວຕັນແມັດ (Nm) ກັບມໍເຕີຄູ່ຫຼັງແຮງບິດ 100 ນິວຕັນແມັດ ແຕ່ບໍ່ໄດ້ບອກວ່າແຮງບິດລວມເປັນເທົ່າໃດ ເລັ່ງສູງສຸດ 65 ກິໂລແມັດຕໍ່ຊົ່ວໂມງ ຕິດຕັ້ງແບັດເຕີຣີຂະໜາດ 22.4 ແອມແຮ (Ah) 2 ອັນ ແລ່ນໄດ້ໄລຍະທາງໄກສຸດ 200 ກິໂລແມັດຕໍ່ຮອບຈາກການຊາກແບັດ

ລົດໃຊ້ລະບົບເກຍແບບດຽວກັນກັບລົດຖີບທົ່ວໄປ ພ້ອມໂສ້ແລະບ່ອນຖີບໃນຕຳແຫນ່ງປາຍຕີນ ບ່ອນນັ່ງເຮັດຈາກຄາບອນໄຟເບີ ເໝາະສົມກັບຄົນທີ່ມີຄວາມສູງລະຫວ່າງ 152 - 198 ເຊັນຕີແມັດ ແລະມີກ່ອງເກັບເຄື່ອງຢູ່ດ້ານຫລັງ (Tailbox) ທີ່ມີຂະໜາດ 100 ລິດ ຫຼື ຈະເພີ່ມເປັນກ່ອງໃຫຍ່ຂຶ້ນໄດ້ເຊິ່ງເປັນອອບຊັນເສີມ

Electrom ຍັງມີຕົວເລືອກສີິສຳລັບຕົວຖັງໃຫ້ເລືອກໄດ້ຫລາຍສີ ເນື່ອງຈາກເປັນການຫຸ້ມຫໍ່ (Wrap) ດ້ວຍຟິມໄວນິນ ຈຶ່ງສະດວກໃນການປ່ຽນສີຕາມຄວາມຕ້ອງການ

ລາຄາ:

ລຸ່ນເລີ່ມຕົ້ນ: 9,890 ໂດລາສະຫະລັດ (ປະມານ 217 ລ້ານກີບ)
ລຸ່ນທ໋ອບສຸດ: 15,500 ໂດລາແຄນາດາ (ປະມານ 256 ລ້ານກີບ)

ລຸ່ນທ໋ອບສຸດຈະຜະລິດໃນແຄນາດາເທົ່ານັ້ນ ແລະສາມາດສັ່ງຊື້ໄດ້ທົ່ວໂລກ ແຕ່ລາຄາຈະຂຶ້ນຢູ່ກັບອັດຕາແລກປ່ຽນສະກຸນເງິນ

#ລົດຖີບ #ລົດຖີບໄຟຟ້າ #ແຄນາດາ #ແບັດເຕີຣີ

ເຮືອອາວະກາດ Parker Solar Probe ຂອງ NASA ສ້າງປະຫວັດສາດດ້ວຍການບິນເຂົ້າໃກ້ດວງອາທິດຫຼາຍທີ່ສຸດ ພ້ອມບັນທຶກພາບປະກົດການສຳຄັນທີ່ບ...
07/13/2025

ເຮືອອາວະກາດ Parker Solar Probe ຂອງ NASA ສ້າງປະຫວັດສາດດ້ວຍການບິນເຂົ້າໃກ້ດວງອາທິດຫຼາຍທີ່ສຸດ ພ້ອມບັນທຶກພາບປະກົດການສຳຄັນທີ່ບໍ່ເຄີຍມີໃຜເຫັນມາກ່ອນ

ຂໍ້ມູນທີ່ໄດ້ຮັບກຳລັງຊ່ວຍໃຫ້ແກ້ປິສະນາຕົ້ນກຳເນີດຂອງ "ລົມສຸລິຍະ" ແລະການປະທຸຂອງມວນສານຈາກດວງອາທິດ (CME) ເຊິ່ງຈະນຳໄປສູ່ການພະຍາກອນ "ສະພາບອາກາດໃນອາວະກາດ" ທີ່ມີຄວາມຊັດເຈນຍິ່ງຂຶ້ນ ເພື່ອປົກປ້ອງເຕັກໂນໂລຊີແລະຊີວິດເທິງໂລກ

#ອາວະກາດ #ລົມສຸລິຍະ

ບໍ່ຈຳເປັນຕ້ອງຕັດຄົນອອກຈາກຊີວິດ, ພຽງແຕ່ ພັດທະນາຕົນເອງໃຫ້ມີຄວາມກ້າວໜ້າ  ເຂົາເຈົ້າຈະໜີໄປເອງ
07/12/2025

ບໍ່ຈຳເປັນຕ້ອງຕັດຄົນອອກຈາກຊີວິດ, ພຽງແຕ່ ພັດທະນາຕົນເອງໃຫ້ມີຄວາມກ້າວໜ້າ ເຂົາເຈົ້າຈະໜີໄປເອງ

“ການຫາເງິນຄືທັກສະ.ການຮັກສາເງິນຄືລະບຽບວິໄນ.ການທະວີຄູນເງິນຄືສິນລະປະ.”
07/12/2025

“ການຫາເງິນຄືທັກສະ.
ການຮັກສາເງິນຄືລະບຽບວິໄນ.
ການທະວີຄູນເງິນຄືສິນລະປະ.”

07/12/2025
ຈີນຕິດຕັ້ງໂດມລົມຂະໜາດໃຫຍ່ສູງ 50 ແມັດ ເພື່ອກັນຝຸ່ນແລະ ສຽງ ຈາກການກໍ່ສ້າງຢູ່ເມືອງຈີນານຈີນຕິດຕັ້ງໂດມລົມຂະໜາດໃຫຍ່ສູງ 50 ແມັດ ...
07/07/2025

ຈີນຕິດຕັ້ງໂດມລົມຂະໜາດໃຫຍ່ສູງ 50 ແມັດ ເພື່ອກັນຝຸ່ນແລະ ສຽງ ຈາກການກໍ່ສ້າງຢູ່ເມືອງຈີນານ

ຈີນຕິດຕັ້ງໂດມລົມຂະໜາດໃຫຍ່ສູງ 50 ແມັດ ເພື່ອກັນເອົາບ່ອນກໍ່ສ້າງຢູ່ເມືອງຈີນານເພື່ອຫຼຸດຜ່ອນຝຸ່ນແລະມົນລະພິດສຽງ ເຊິ່ງນັບວ່າເປັນໜຶ່ງໃນວິທີແກ້ໄຂດ້ານສິ່ງແວດລ້ອມທີ່ມີນະວັດກໍາທີ່ສຸດໃນການພັດທະນາຕົວເມືອງ.

ອີງຕາມ Gulf News, ໂດມດັ່ງກ່າວກວມເອົາເນື້ອທີ່ປະມານ 20,000 ຕາລາງແມັດ ແລະເຮັດມາຈາກວັດສະດຸທີ່ທົນທານ ແລະ ຕ້ານທານດິນຟ້າອາກາດ. ມັນສາມາດຢືນຢູ່ໄດ້ຜ່ານລະບົບຄວາມດັນອາກາດຢ່າງຕໍ່ເນື່ອງ ຊຶ່ງຫມາຍຄວາມວ່າມັນບໍ່ຕ້ອງການຕົວຄໍ້າພາຍໃນ ແລະ ສາມາດກວມເອົາບ່ອນກໍ່ສ້າງໄດ້ຢ່າງສົມບູນ. ທັງໝົດນີ້ຈະຊ່ວຍກັກຂັງເອົາອະນຸພາກຝຸ່ນ ແລະ ຫຼຸດຜ່ອນສຽງຈາກເຄື່ອງຈັກໜັກຢ່າງຫຼວງຫຼາຍ, ປັບປຸງຄຸນນະພາບຊີວິດສໍາລັບຊາວບ້ານທີ່ຢູ່ໃກ້ຄຽງ.

ໂດມດັ່ງກ່າວຍັງມີສ່ວນໂປ່ງໃສທີ່ຊ່ວຍໃຫ້ແສງແດດເຂົ້າມາໄດ້ ພ້ອມກັບລະບົບລະບາຍອາກາດຂັ້ນສູງເພື່ອຮັກສາຄຸນນະພາດອາກາດທີ່ປອດໄພພາຍໃນ. ອີງຕາມ The Bridge Chronicle, ໂຄງການນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງກວ້າງຂວາງຂອງເມືອງຈີນານ ເພື່ອຕອບສະໜອງກົດລະບຽບດ້ານສິ່ງແວດລ້ອມທີ່ເຄັ່ງຄັດ ແລະ ຫຼຸດຜ່ອນຜົນກະທົບຂອງການກໍ່ສ້າງຕໍ່ຊຸມຊົນທີ່ຢູ່ໃກ້ຄຽງ.

ເຖິງແມ່ນວ່າໂດມນີ້ຈະໄດ້ຮັບການຍົກຍ້ອງສໍາລັບຄວາມມີປະສິດທິພາບແລະຄວາມມີຄວາມຄິດສ້າງສັນ, ແຕ່ຜູ້ຊ່ຽວຊານບາງຄົນໄດ້ເຮັດໃຫ້ເກີດຄວາມກັງວົນກ່ຽວກັບການສະສົມຄວາມຮ້ອນທີ່ອາດຈະເກີດຂຶ້ນ ແລະ ຄວາມປອດໄພຂອງຄົນງານທີ່ເຮັດວຽກຢູ່ໃນພື້ນທີ່ປິດດັ່ງກ່າວ.

#ເສດຖະກິດ #ບົດຄວາມ #ຄວາມຮູ້ #ທຸລະກິດ

06/30/2025

🌟 ຂ່າວດີສໍາລັບທຸກທ່ານ! 🌟

📊 ຝຶກອົບຮົມ: "ເຕັກນິກການວິເຄາະເອກະສານລາຍງານການເງິນແບບມືອາຊີບ"

🎯 ເນື້ອໃນທີ່ທ່ານຈະໄດ້ຮຽນຮູ້:
✅ ວຽກງານການບັນຊີ - ການເງິນ
✅ ເຄື່ອງມຶໃນການວິເຄາະເອກະສານລາຍງານການເງິນ
✅ ການວິເຄາະເອກະສານລາຍງານການເງິນດ້ວຍ EXCEL
✅ ການວິເຄາະການລົງທຶນ
✅ ການນໍາສະເໜີຜົນການວິເຄາະເອກະສານລາຍງານການເງິນ

👨‍🏫 ບັນຍາຍໂດຍຜູ້ຊ່ຽວຊານຈາກສະຖາບັນການທະນາຄານ

📅 ວັນທີ: 7-11 ກໍລະກົດ 2025
🕰️ ເວລາ: 8:30-16:00 ນ.

📍 ສະຖານທີ່: ຫ້ອງປະຊຸມ ຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ
💰 ລາຄາ: 3,000,000 ກີບ/ທ່ານ

📞 ລົງທະຽນແລະສອບຖາມ:

ໂທ: 020 9717 1761, 020 2916 1561
Facebook: ສະຖາບັນການທະນາຄານ Banking Institute
ເວັບໄຊ: www.bibol.edu.la

⚡ ຈໍານວນມີຈໍາກັດ! ຈອງດ່ວນເພື່ອບໍ່ໃຫ້ພາດໂອກາດດີໆແບບນີ້

#ການເງິນ #ບັນຊີ #ວິເຄາະ #ທຸລະກິດ #ສຄອຊ #ຝຶກອົບຮົມ #ລາວ

ແຊຣ໌ໂພສນີ້ເພື່ອແນະນໍາໃຫ້ໝູ່ເພື່ອນຜູ້ທີ່ສົນ! 🚀

06/13/2025

Join Laos' pioneering AI mobile app development workshop. Learn cutting-edge AI integration techniques with hands-on training from expert instructors. Early bird pricing 350,000 LAK (30% off)!

🚀 ເງິນ 1.4 ຕື້ໂດລາ ຖືກໂອນຍ້າຍໃນ Bitcoin.⚡ ຢືນຢັນພາຍໃນນາທີ.📄 ຄ່າທຳນຽມ: 1,970 sats (ປະມານ $2.02).Tether, ພາຍໃຕ້ການນຳພາຂອງ ...
06/08/2025

🚀 ເງິນ 1.4 ຕື້ໂດລາ ຖືກໂອນຍ້າຍໃນ Bitcoin.
⚡ ຢືນຢັນພາຍໃນນາທີ.
📄 ຄ່າທຳນຽມ: 1,970 sats (ປະມານ $2.02).

Tether, ພາຍໃຕ້ການນຳພາຂອງ Paolo A., ຫາກໍ່ໂອນ 14,000 BTC ເປັນສ່ວນໜຶ່ງຂອງການລົງທຶນໃນ Twenty One Capital (XXI). ກຳລັງເພີ່ມການລົງທຶນໃນ Bitcoin ເປັນພື້ນຖານສຳຄັນຂອງໂຄງສ້າງພື້ນຖານການເງິນ ແລະ ເສີມສ້າງຖານະຊັບສິນແຂງແກ່ນຂອງ Tether ທີ່ມີຢູ່ແລ້ວ: ຫຼາຍກວ່າ 100,000 BTC ແລະ ຄຳ 50 ໂຕນໃນຄັງເງິນ.

ຢ່າເຊື່ອງ່າຍໆ, ໃຫ້ກວດສອບ:
🔍 TX ID: ce3d30995b0bd74c45a06c40125f78f25b01b27c05664768470ba1d277d29831

ນອກຈາກນັ້ນ, Paolo ໄດ້ບອກໃນກອງປະຊຸມ Bitcoin ໃນອາທິດທີ່ຜ່ານມາວ່າ ລາວຕັ້ງໃຈຈະໃຫ້ Tether ກາຍເປັນຜູ້ຂຸດ Bitcoin ທີ່ໃຫຍ່ທີ່ສຸດ. ການລົງທຶນເພີ່ມເຕີມໃນໂຄງສ້າງພື້ນຖານຂອງ Bitcoin.

ໂລກກຳລັງປ່ຽນແປງ. ໄວກວ່າທີ່ຄົນສ່ວນຫຼາຍຄາດຄິດ.

05/20/2025

🚩 You're Invited
👉 Weekly Business Presentation & Catch-Up 👈
✅ If you are looking for effective solution on digital marketing in this digital age 🥳

We'd love to have you and recommended you to attend 😇

Note:
📍 Venue: Landmark Boutique Cafe
📌 Free to attend
📌 Dress Code: Business Professional
📌 Preparation: 60 seconds briefing about your business
📌 RSVP: prior 22nd May 2025 (To WhatsApp 020-2848 7766)

ກິດຈະກຳດີໆ ມາແລ້ວ ກັບ BNI Laos ແລະ Tan Chong Motor
05/12/2025

ກິດຈະກຳດີໆ ມາແລ້ວ ກັບ BNI Laos ແລະ Tan Chong Motor

📣ພະລັງແຫ່ງການຮ່ວມມື ເພື່ອຂັບເຄື່ອນໄປສູ່ໂອກາດໃໝ່ໆ!

BNI Laos ແລະ Tan Chong Motor ຂໍນຳສະເໜີງານສຳມະນາຄູ່ຮ່ວມທຸລະກິດສຸດພິເສດ ທີ່ທຸກທ່ານຈະໄດ້ສຳຜັດປະສົບການເມື່ອໂອກາດການເຊື່ອມໂຍງເພື່ອນຮ່ວມທຸລະກິດ ແລະ ແນວຄິດແຫ່ງການຂັບເຄື່ອນເພື່ອອານາຄົດມາບັນຈົບກັນ.

📍 ວັນທີ: 16 ພຶດສະພາ 2025
🕡 ເວລາ: 18:30 – 20:30
📍 ສະຖານທີ່: ສູນ Nissan ສຳນັກງານໃຫຍ່ ບ້ານຈອມແຈ້ງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.
👥 ຈຳກັດສະເພາະສະມາຊິກ BNI ທີ່ລົງທະບຽນແລ້ວ 50 ຄົນເທົ່ານັ້ນ (CEO, Professional ແລະ Lotus Chapters)

✨ ຫົວຂໍ້ທີ່ໜ້າສົນໃຈໄດ້ແກ່:
🔹 ການແນະນຳແຮງບັນດານໃຈຈາກ ປະທານຂອງ BNI ປະຈຳລາວ
🔹 ການນຳສະເໜີຜະລິດຕະພັນ Nissan ທີ່ແຜນຈະເປີດໂຕໃນອານາຄົດ 🚗
🔹 ການສົນທະນາແລກປ່ຽນຄວາມຄິດເຫັນ
🔹 ແຂກກິຕິມະສັກ: ທ່ານ ຕີ ຈີ ເຊງ - ປະທານສະພາທຸລະກິດມາເລເຊຍ ປະຈໍາ ສ.ປ.ປ ລາວ
🔹 ຮັບປະທານອາຫານ + ຂອງຂວັນສຸດພິເສດ 🎁

💬 ກົດ LIKE & SHARE ເພື່ອຂະຫຍາຍການມອງເຫັນຮ່ວມກັນ.
🎁 ສະມາຊິກທຸກຄົນທີ່ເຂົ້າຮ່ວມແລະລົງທະບຽນຈະໄດ້ຮັບຂອງທີ່ລະນຶກສຸດພິເສດ.
https://www.facebook.com/share/p/1EbWvcPRmw/

ມາຮ່ວມສ້າງພັນທະມິດ ເຕີບໂຕ ແລະ ຂັບເຄື່ອນອານາຄົດໄປດ້ວຍກັນ 💼🤝!

See less

03/17/2025

Address

Montréal-Est, QC

Alerts

Be the first to know and let us send you an email when ເສດຖະກິດ Settakit.com posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ເສດຖະກິດ Settakit.com:

Share

Category