
06/08/2025
ຖະແຫຼງຂ່າວ
ສປປ ລາວ ສະເຫຼີມສະຫຼອງອາທິດສາກົນການລ້ຽງລູກ. ດ້ວຍນົມແມ່ປີ 2025
ດ້ວຍຄຳໝັ້ນສັນຍາໃໝ່ໃນການປົກປ້ອງ ແລະ ສົ່ງເສີມຊ່ວຍແມ່ລ້ຽງລູກດ້ວຍນໍ້ານົມແມ່
ນະຄອນຫຼວງວຽງຈັນ, ວັນທີ 6 ສິງຫາ 2025 – ກະຊວງສາທາລະນະສຸກ ສປປ ລາວ ຮ່ວມມືກັບອົງການ UNICEF, Catholic Relief Services – Laos (CRS) ແລະ Alive & Thrive, ພ້ອມກັບການສະໜັບສະໜູນຈາກສະ ຖານທູດໄອແລນ ແລະ ບັນດາຄູ່ຮ່ວມມືພັດທະນາທີ່ສຳຄັນ, ໄດ້ຈັດພິທີສະເຫຼີມສະຫຼອງອາທິດສາກົນການລ້ຽງລູກດ້ວຍນົມແມ່ 2025 ໃນມື້ນີ້ພາຍໃຕ້ຫົວຂໍ້ “ໃຈັດລຳດັບຄວາມສຳຄັນການລ້ຽງລູກດ້ວຍນົມແມ່: ສ້າງລະບົບສະໜັບສະໜູນແບບຍືນຍົງ.”
ໂອກາດນີ້ ໄດ້ຍົກໃຫ້ເຫັນການລ້ຽງລູກດ້ວຍນົມແມ່ເປັນພື້ນຖານທີ່ສຳຄັນຂອງສຸຂະພາບ ແລະ ການພັດທະນາຂອງເດັກ, ພ້ອມດຽວກັນນັ້ນ ຍັງເນັ້ນໜັກເຖິງຄວາມຈຳເປັນອັນຮີບດ່ວນຂອງການລົງທຶນທີ່ເຂັ້ມແຂງກ່ວາເກົ່າທາງດ້ານນະໂຍບາຍ ແລະ ລະບົບທີ່ສະໜັບສະໜູນແມ່ເພື່ອສຳເລັດໃຫ້ນໍ້ານົມແມ່.
ທ່ານນາງອາພອນ ວິຊາເທບ, ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວວ່າ: “ການລົງທືນໃສ່ການປົກປ້ອງ ແລະ ສົ່ງເສີມການລ້ຽງລູກດ້ວຍນົມແມ່ແມ່ນການລົງທຶນເພື່ອອະນາຄົດຂອງປະເທດ. ສາມາດຊ່ວຍປັບປຸງສຸຂະພາບເດັກ, ຫຼຸດຜ່ອນຄວາມທຸກຍາກ ແລະ ປົກປັກຮັກສາສິ່ງແວດລ້ອມ ກະຊວງສາທາລະນະສຸກຮຽກຮ້ອງໃຫ້ ທຸກ ພາກສ່ວນລົງທຶນໃສ່ວຽກການລ້ຽງລູກດ້ວຍນົມແມ່, ລວມທັງການປົກປ້ອງແມ່ໂດຍສະເພາະໃນໄລຍະໃຫ້ນົມແມ່, ການບໍລິການໃຫ້ຄໍາປຶກ ສາໂດຍຜູ້ທີ່ມີຄວາມຊໍານິຊໍານານ ແລະ ການບັງຄັບໃຊ້ລະຫັດສາກົນຂອງການຄວບຄຸມການຕະຫຼາດຜະລິດຕະພັນທົດ ແທນນົມແມ່."
ການລ້ຽງລູກດ້ວຍນົມແມ່ແມ່ນວິທີທໍາມະຊາດ, ປະຫຍັດຄ່າໃຊ້ຈ່າຍ ແລະ ເປັນມິດກັບສິ່ງແວດລ້ອມ ເພື່ອໃຫ້ເດັກທຸກຄົນ ມີສຸຂະພາບແຂງແຮງທີ່ສຸດໄລຍະເລີ່ມຕົ້ນຊີວິດຂອງເຂົາເຈົ້າ. ນົມແມ່ໃຫ້ໂພຊະນາການທີ່ເຫມາະສົມທີ່ສຸດ, ເສີມສ້າງພູມ ຕ້ານທານ ແລະ ສົ່ງເສີມການພັດທະນາການຂອງເດັກ ໃນຂະນະດຽວກັນປົກປ້ອງສິ່ງແວດລ້ອມ. ກົງກັນຂ້າມ, ການຜະລິດ ນົມຜົງສູດຂອງເດັກນ້ອຍມີສ່ວນສ້າງການປ່ຽນແປງຂອງດິນຟ້າອາກາດ ຫຼື ໂລກຮ້ອນໂດຍການຜະລິດ ປ່ອຍອາຍພິດເຮືອນ ແກ້ວ, ການນໍາໃຊ້ນ້ໍາມະຫາສານ ແລະ ການຫຸ້ມຫໍ່ສ້າງສິ່ງເສດເຫຼືອໃຫ້ສະພາບແວດລ້ອມ. ໃນ ສປປ ລາວ, ການບໍລິໂພກ ນົມຜົງສູດຄາດວ່າຈະສ້າງການປ່ອຍອາຍ CO₂ 5.3 ຫາ 6.7 ລ້ານກິໂລກຣາມ ແລະ ໃຊ້ນໍ້າຫຼາຍກວ່າ 2.2 ຕື້ລິດໃນແຕ່ລະ ປີ.
“ການສະໜັບສະໜູນການລ້ຽງລູກດ້ວຍນົມແມ່ຈາກແພດໝໍ, ຜະດຸງຄັນ ແລະ ພະຍາບານແມ່ນກຸນແຈສຳຄັນໃນການປັບ ປຸງຜົນໄດ້ຮັບດ້ານສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ, ພ້ອມກັນນັ້ນ, ການບັງຄັບໃຊ້ລະຫັດສາກົນດ້ານ ການຄວບຄຸມການຕະຫຼາດຜະລິດຕະພັນທົດແທນນົມແມ່ຢ່າງມີປະສິດທິຜົນ, ລວມທັງກົດລະບຽບສະຫຼາກຂອງບັນດາຜະ ລິດຕະພັນດັ່ງກ່າວ ແມ່ນມີຄວາມຈຳເປັນ ເພື່ອປົກປ້ອງຄອບຄົວຈາກການໂຄສະນາທີ່ເປັນໄພຂົ່ມຂູ່ຕໍ່ການລ້ຽງລູກດ້ວຍນໍ້ານົມແມ່,” ທ່ານ ນາງ Takaho Fukami, ຮັກສາການຮອງຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ ກ່າວ.
ສປປ ລາວ ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ລະບົບທີ່ສະໜັບສະໜູນການລ້ຽງລູກດ້ວຍນົມແມ່. ກົມອາຫານ ແລະ ຢາຂອງກະຊວງສາທາລະນະສຸກ ໄດ້ຮັບຮອງຂໍ້ຕົກລົງກົດລະບຽບສະຫຼາກບັນດາຜະລິດຕະພັນທົດແທນນໍ້ານົມແມ່ ພ້ອມກັນນັ້ນກຳລັງຮ່າງດໍາລັດມາດຕະການຕໍ່ຜູ້ລະເມີດ. ການຕິດຕາມການລະເມີດດຳລັດວ່າດ້ວຍອາຫານ ແລະ ຜະລິດຕະພັນອາ ຫານເດັກອ່ອນ ແລະ ເດັກນ້ອຍໃນປັດຈຸບັນປະກອບມີ ຕິດຕາມຢູ່ຈຸດຂາຍຍ່ອຍ,ອອນໄລນ໌ ແລະ ໂຮງຫມໍ.
ນອກຈາກນັ້ນ, ປະຈຸບັນ ໂຮງໝໍແຂວງທັງໝົດ 18 ແຫ່ງຂອງ ສປປ ລາວ ໄດ້ມີຊ່ຽວຊານນົມແມ່ ທີ່ໄດ້ຮັບການຮັບຮອງຜ່ານການຝຶກອົບຮົມຫຼັກສູດການໃຫ້ຄໍາປຶກສາດ້ານການລ້ຽງລູກດ້ວຍນົມແມ່, ໂດຍມີພະນັກງານສາທາລະນະສຸກ 87 ທ່ານທີ່ໄດ້ຮັບການຝຶກອົບຮົມໃນລະຫວ່າງປີ 2022 ຫາ 2024. ໂຮງໝໍ 7 ແຫ່ງໄດ້ຮັບລາງວັນໂຮງໝໍຕົວ ແບບການລ້ຽງລູກ ດ້ວຍນົມແມ່ທີ່ເປັນເລີດດ້ານການເບິ່ງແຍງແມ່ ແລະ ເດັກ. ນອກຈາກນັ້ນ, ກະຊວງສາທາລະນະສຸກຍັງໄດ້ເປີດຊຸດເຄື່ອງມື ໃຫ້ຄໍາປຶກສາດ້ານໂພຊະນາການແມ່, ເດັກອ່ອນ ແລະ ເດັກນ້ອຍ (MIYCN) ສະບັບປັບປຸງໃໝ່ເສີມສ້າງຄວາມເຂັ້ມແຂງ ການລ້ຽງລູກດ້ວຍນົມແມ່ຈາກການຖືພາຈົນເຖິງໄວເດັກ.
ທ່ານ Rob Green, ຮັກສາການຜູ້ຕາງໜ້າ CRS ສປປ ລາວ ກ່າວວ່າ “ອາທິດນີ້ ໃຫ້ພວກເຮົາມີໂອກາດໄດ້ສະທ້ອນເຖິງຜົນສຳເລັດ ແລະ ຄວາມຄືບໜ້າ ທີ່ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ໃນການລ້ຽງລູກດ້ວຍນົມແມ່,”. "ໂດຍການສະຫນັບສະຫນູນລະບົບທີ່ຍືນຍົງ, ພວກເຮົາສາມາດສ້າງອະນາຄົດຮ່ວມກັນ ເພື່ອເດັກນ້ອຍລາວທຸກຄົນ ຈະໄດ້ມີການເລີ່ມຕົ້ນຊີວິດທີ່ດີທີ່ສຸດ - ກິນນໍ້ານົມແມ່, ສະຫນັບສະຫນູນໂດຍຊຸມຊົນ, ແລະ ປົກປ້ອງນົມແມ່ໂດຍລະບົບທີ່ເຂັ້ມແຂງ."
--END—
ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:
Simon Nazer, ຫົວໜ້າພະແນກຝ່າຍສື່ສານ, ອົງການ UNICEF ສປປ ລາວ
ໂທ: +856 20 55519681
ອີເມວ: [email protected]
ທ່ານ ໄຊໂກສົນ ຊານຸບານ, ວິຊາການສື່ສານ, ອົງການ UNICEF ສປປ ລາວ
ໂທ: +856 20 54005000
ອີເມວ: [email protected]