Coach Mira

Coach Mira Awakening Coach

Pure joy and tender moments shared between “a loving soul and a fluffy little friend.” 🐾✨
08/07/2025

Pure joy and tender moments shared between “a loving soul and a fluffy little friend.” 🐾✨





07/07/2025

ເລົ່າປະສົບການ ຂອງມື້ວານໄດ້ມີໂອກາດ ບຳບັດດ້ວຍຂັນຕີເບດ … ຜ່ອນຄາຍ ທີ່ສຸດ ແລະ ມື້ຄືນຜ່ານມາ ນອນລັບເລິກກວ່າເດີມ

ຕໍ່ໄປ ຈະມີຄອສ ສອນຕີຂັນ ເພື່ອ healing ໂຕເອງໃນໄວໆ ເພາະ ມີຄວາມຫມັ້ນໃຈວ່າ ສຽງຂັນ ບໍ່ແມ່ນສຽງທຳມະດາ ຕາມທີ່ເຮົາຄິດ ແລະຕັດສິນ… ແຕ່ ເພີ່ນອາເມຊິງທີ່ສຸດ!






ຂໍເຊີນຊວນທ່ານທີ່ ສົນໃຈເຂົ້າຮ່ວມ ກິດຈະກຳ ຮັບຄື້ນສຽງຂັນຕີເບດ ແລະ ກິດຈະກຳອື່ນໆ ເພື່ອຜ່ອນຄາຍ&ບຳບັດ. (ປະຈຳເດືອນ ກໍລະກົດ 2025)...
06/07/2025

ຂໍເຊີນຊວນທ່ານທີ່ ສົນໃຈເຂົ້າຮ່ວມ ກິດຈະກຳ ຮັບຄື້ນສຽງຂັນຕີເບດ ແລະ ກິດຈະກຳອື່ນໆ ເພື່ອຜ່ອນຄາຍ&ບຳບັດ.
(ປະຈຳເດືອນ ກໍລະກົດ 2025)

ເປັນກິດຈະກຳທີ່ຜ່ອນຄາຍ ແລະ ຟັງທີ່ຫົວໃຈຂອງເຮົາເອງ ໂດຍບໍ່ມີການຕັດສິນ ຈາກຄົນອື່ນ ວ່າ ຜິດຫລືຖືກ ງາມຫລືຂີ້ລ້າຍ ດີຫລື ບໍ່ດີ… ທຸກຢ່າງເຮົາເຫັນຄືໂຕຂອງ ໃນສິ່ງທີ່ເຮົາເປັນຢູ່ໃນຕອນນີ້, ແລະສິ່ງທີ່ເຮົາຢາກເປັນໃນອານາຄົດຄືຫຍັງ ແລ້ວນຳໄປປັບປຸງແກ້ໄຂແລະ ປະຕິບັດເພື່ອໃຫ້ສິ່ງທີ່ຫົວໃຈຂອງເຮົາຕ້ອງການ ຢາກໃຫ້ເປັນ.

“ອອກເດດກັບໂຕເອງ” ທີ່ The Mira Haus
ພວກເຮົາຮັບຈຳນວນຈຳກັດ ພຽງ 9 ທ່ານ ເທົ່ານັ້ນ.

ຖ້າບໍຮອດມາບໍເຖິງກົດ link ນີ້ໄດ້ເດີ:

https://g.co/kgs/gx8tM2S





05/07/2025
ເລື່ອງຂອງອາລົມຄວາມຮູ້ສຶກ: ອາລົມຂອງພວກເຮົາແຕ່ລະຄົນ ມີຄວາມຮູ້ສຶກ ທີ່ແຕກຕ່າງກັນ ເຖິງແມ່ນວ່າ ເຫັນສິ່ງດຽວ ໃນກັນໃນເວລາດຽວກັນ ກ...
05/07/2025

ເລື່ອງຂອງອາລົມຄວາມຮູ້ສຶກ:
ອາລົມຂອງພວກເຮົາແຕ່ລະຄົນ ມີຄວາມຮູ້ສຶກ ທີ່ແຕກຕ່າງກັນ ເຖິງແມ່ນວ່າ ເຫັນສິ່ງດຽວ ໃນກັນໃນເວລາດຽວກັນ ກໍ່ຕາມ…

ບາງທ່ານເວລາ ເບີ່ງພາບທີ່ຢູ່ທາງຫນ້າ ອາດຈະຮູ້ສຶກເບີກບານ
ບາງທ່ານ ອາດຈະຮູ້ສຶກ ເຫງົາ
ບາງທ່ານ ອາດຈະຮູ້ສຶກດີ ຫລື ຮູ້ສຶກທຳມະດາ ເສີຍໆ ຫລື
ບາງທ່ານ ອາດຈະຮູ້ສຶກ”ຕັດສິນ…”

ເຊີ່ງຄວາມຮູ້ສຶກທັງໝົດທີ່ເຮົາມີນັ້ນ, ບໍໄດ້ເປັນ ເພາະພາບຫລືຄົນທີ່ຢູ່ຕໍ່ຫນ້າຂອງທ່ານໃຫ້ຄວາມຮູ້ສຶກ… ແຕ່ ເປັນເພາະສະພາວະອາລົມຄວາມຮູ້ສຶກຂອງທ່ານຕ່າງຫາກ ທີ່ຢາກສົ່ງອອກມາແບບໃດໃນຕອນນີ້…

ແລ້ວຕອນນີ້, ທ່ານລະ ຮູ້ສຶກແນວໃດ? ຂຽນລະບາຍໃຕ້ຂໍ້ຄວາມໄດ້ເດີ

ດ້ວຍຄວາມເຄົາລົບ&ຮັກແພງ






ຖ້າ ທ່ານໃດກຳລັງຊອກຫາສະຖານທີ່ຜ່ອນຄາຍໃນລະດັບເລິກ ພວກເຮົາຍິນດີ ໃຫ້ຄຳແນະນຳທ່ານໄດ້ສະເຫມີ. ໃຊ້ເວລາພຽງ45-60ນາທີ ເຊວທຸກໆເຊວໃນ ຮ່...
04/07/2025

ຖ້າ ທ່ານໃດກຳລັງຊອກຫາສະຖານທີ່ຜ່ອນຄາຍໃນລະດັບເລິກ ພວກເຮົາຍິນດີ ໃຫ້ຄຳແນະນຳທ່ານໄດ້ສະເຫມີ.

ໃຊ້ເວລາພຽງ45-60ນາທີ ເຊວທຸກໆເຊວໃນ ຮ່າງກາຍຂອງທ່ານຈະຮູ້ສຶກຂອບໃຈທ່ານເປັນຢ່າງສູງເລີຍລະ!

ໄປບໍຮອດມາບໍເຖິງລອງກົດ ທີ່ນີ້👎🏻
https://maps.app.goo.gl/zwGnSmQe3GpdauZk9?g_st=ic





My master once told me, “ Do not chase happiness—simply allow yourself to be happy.> Happiness isn’t a destination or a ...
03/07/2025

My master once told me, “ Do not chase happiness—simply allow yourself to be happy.

> Happiness isn’t a destination or a possession. It’s a quiet feeling that blooms from within the heart.”

Good morning 🌅 happiness people around
the world 🌎.






ມື້ນີ້ວັນຈັນ, ມາ ອອກເດດກັບໂຕເອງ ຄົນດຽວຮອດຄຳ່;  "ແມ່ຄູ" ເລີຍຢາກມາບອກວ່າ ຄິດຮອດຄິດເຖິງ ທຸກໆ ຄົນເດີ.
30/06/2025

ມື້ນີ້ວັນຈັນ, ມາ ອອກເດດກັບໂຕເອງ ຄົນດຽວຮອດຄຳ່; "ແມ່ຄູ"
ເລີຍຢາກມາບອກວ່າ ຄິດຮອດຄິດເຖິງ ທຸກໆ ຄົນເດີ.




ພາບບັນຍາກາດ ມີນິ Workshops : ອອກເດດ ກັບໂຕເອງ 28.6      A Journey of Self-Discovery and Inner Connectionຄຸ້ມຄ່າກັບເວລາ ທີ...
29/06/2025

ພາບບັນຍາກາດ ມີນິ Workshops : ອອກເດດ ກັບໂຕເອງ 28.6

A Journey of Self-Discovery and Inner Connection

ຄຸ້ມຄ່າກັບເວລາ ທີ່ໄດ້ ມອບໃຫ້ກັນແລະກັນ. ມີທັງ ຮອຍຍິ້ມ ແລະ ນຳ້ຕາ

“ ມີຄວາມສຳພັນດີໆ ກັບຄົນອື່ນເປັນເລື່ອງທີ່ດີ, ແຕ່ ໃນເວລາດຽວກັນ ມີຄວາມສຳພັນກັບໂຕເອງ ເປັນ ເລື່ອງດີທີ່ສຸດ”

ຂໍຂອບໃຈທຸກທ່ານ ທີ່ເຈົ້າຮ່ວມ

ສຳລັບທ່ານ ທີ່ ສົນໃຈ ເຂົ້າຮ່ວມ ກິດຈະກຳປະຈຳເດືອນ ທັດໄປສາມາດ ເລີ່ມຕິດຕໍ່ ພວກເຮົາໄດ້ ເພາະພວກເຮົາຮັບຈຳນວນຈຳກັດ.

ພົບກັນໃຫມ່ໃນຄັ້ງທັດໄປ






29/06/2025

ອອກເດດກັບໂຕເອງ:

A Journey of Self-Discovery and Inner Connection 4

Taking home with Self Loves and smiles

29/06/2025

ອອກເດດກັບໂຕເອງ :
A Journey of Self-Discovery and Inner Connection 3

Portrait of My Soul




21/02/2025

ປະໂຫຽດໃນການຝຶກສະມາທິ,
ມາຝຶກກັນເທາະ

Adresse

Vernier

Öffnungszeiten

Montag 09:00 - 17:00
Dienstag 09:00 - 17:00
Mittwoch 09:00 - 17:00
Donnerstag 09:00 - 17:00
Freitag 09:00 - 17:00

Webseite

Benachrichtigungen

Lassen Sie sich von uns eine E-Mail senden und seien Sie der erste der Neuigkeiten und Aktionen von Coach Mira erfährt. Ihre E-Mail-Adresse wird nicht für andere Zwecke verwendet und Sie können sich jederzeit abmelden.

Service Kontaktieren

Nachricht an Coach Mira senden:

Teilen

Kategorie

ກ່ຽວກັບບຸນມີ

ຫຼັງ​ຈາກ​ທີ່​ມີ​ປະ​ສົບ​ການເຮັດ​ວຽກເປັນພະນັກງານລັດ​ ມາ​ເປັ​ນ​ເວ​ລາ ​23​ ປີ​,​ ປະຈຸບັນ​ ຜັນ​ໂຕ​ເອງ​ມາ​ຮັບອາຊີບ​ໂຄ໌ຈ​ເອກະລາດ.​

ບູນມີເກີດໃນສ​ະ​ໄໝ​ທີ່​ກຳ​ລັງ​ເກີດສົງຄາມ,​ ຕອນອາຍຸໄດ້ພຽງ​ແຕ່ ​21 ວັນ ກໍ່ຖືກລະເບີດ​ຈາກສົງຄາມ​ທຳລາຍ ຈົນ​ເຮືອນ​ທີ່​ເຄີຍ​ພັກ​ອາ​ໄສເປ່ເພ ແລະ​​ ໂຕເອງ ກໍ່​ໄດ້​ຮັບບາດເຈັບທີ່​ແຂນສອກເບື້ອງຂວາ. ຕະຫລອດ​ຊ່ວງຊີວິດໄວ​ເດັ​ກອາ​ຍຸ​ 8-9 ​ປີ ລາວ​ໃຊ້​ຊີ​ວິດຢູ່ໃນຂຸມລີ້ໄພ, ການ​ທີ່ມີຊິວິດຢູ່ໃນສະພາບແວດລ້ອມແນວນັ້ນ ບວກກັບຄວາມ ເຈັບປວດທີ່ໄດ້ຮັບຈາກສົງຄາມ ເຮັດ​ໃຫ້ກາຍເປັນໜຶ່ງໃນສາເຫດ ​​ເຮັດໃຫ້ມີບັນຫາທາງດ້ານສຸຂະພາບ​ ແລະ​ ການງານໃນຊີວິດຂອງລາວ. ​ແຕ່ຍັງໂຊກດີ ທີ່ບຸນ​ມີ​ສາມາດນຳ​​ທຸກຢ່າງກັບມາ ແລະ ໃຊ້ຊີວິດໃຫ້ດີຂື້ນກ່ອນເກົ່າໄດ້.

ຫລັງຈາກທີ່ລາວໄດ້ສຶກສາຫຼາຍໆ ສາດເພື່ອພັດທະນາຕົນເອງທາງດ້ານຮ່າງກາຍ ແລະ ຈິດວິນຍານ, ໂດຍໄດ້ຜ່ານຂະບວນການ​ໂຄ໌ຈ ຈາກ ໂຄ໌ຈ ສະເພາະດ້ານ​ ພ້ອມກັບ​ການ​ປັບປ່ຽນວິທີ​ຄວາມຄິດ ແລະ ການໃຊ້​ຊີວິດ, ​ຈື່ງເຮັດໃຫ້​ປະຈຸບັນນີ້ ບຸນມີ​ ມີຄວາມສຸກ ​ແລະ​ ມີສຸຂະພາບກາຍ-ສຸຂະພາບ​ຈິດ ທີ່ດີ​ເລີດ.​

ບຸນມີ ເຄີຍ​ໄດ້ໃຫ້ສັນຍາກັບຟ້າດິນວ່າ​ "ຖ້າ​ຫາກ​ມື້​ໃດ​ທີ່ຜູ້ຂ້າມີສຸຂະພາບ​ທີ່ແຂງແຮງດີແລ້ວ,​ ຈະຂໍອຸທິດຕົນໃນການຊ່ວຍຄົນໃນສັງຄົມເພື່ອທົດແທນ ບຸນຄຸນ ທີ່ໄດ້ມີໂອກາດຫາຍດີ​ ແລະ ​ມີຊີວິດໃໝ່ຕໍ່ໄປ"​