ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນຊຽງໄຮ້ 老挝人民民主共和国驻上海总领事馆

  • Home
  • China
  • Shanghai
  • ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນຊຽງໄຮ້ 老挝人民民主共和国驻上海总领事馆

ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນຊຽງໄຮ້ 老挝人民民主共和国驻上海总领事馆 ສ້າງຂຶ້ນເພື່ອເຜີຍແຜ່ຂໍ້ມູນ, ກິດຈະກຳຂອງສະຖານກົງສຸນໃຫຍ່ ແລະ ການບໍລິການທາງກົງສຸນ

ທ່ານກົງສຸນໃຫຍ່ ເຂົ້າຮ່ວມກອງປະຊຸມສົ່ງເສີມວຽກງານການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ປີ 2023 ແລະ ພິທີເປີດສູນວາງສະແດງ ການຮ່ວມມື...
06/12/2023

ທ່ານກົງສຸນໃຫຍ່ ເຂົ້າຮ່ວມກອງປະຊຸມສົ່ງເສີມວຽກງານການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ປີ 2023 ແລະ ພິທີເປີດສູນວາງສະແດງ ການຮ່ວມມືເສດຖະກິດ ແລະ ການຄ້າແຫ່ງຊາດລາວ ແຫ່ງທໍາອິດ ທີ່ເຂດຢາງຜູ່, ນະຄອນຊຽງໄຮ້ ສປ ຈີນ.

ວັນທີ 4 ທັນວາ 2023 ທ່ານກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນຊຽງໄຮ້ ເພ...
04/12/2023

ວັນທີ 4 ທັນວາ 2023 ທ່ານກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນຊຽງໄຮ້ ເພື່ອມອບກະຕ່າຂອງຂວັນອວຍພອນ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 48 ປີ.

ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຮ່ວມກັບຄະນະນັກສຶກສາລາວ ທີ່ນະຄອນຊຽງໄຮ້ ໄດ້ຈັດພິທີສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮົບ 48 ຂຶ້...
03/12/2023

ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຮ່ວມກັບຄະນະນັກສຶກສາລາວ ທີ່ນະຄອນຊຽງໄຮ້ ໄດ້ຈັດພິທີສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮົບ 48 ຂຶ້ນໃນວັນທີ 2 ທັນວາ 2023 ໂດຍມີພິທີປາຖະກະຖາເລົ່າມູນເຊື້ອວັນຊາດທີ 2 ທັນວາ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ. ພ້ອມດຽວກັນນີ້, ກໍ່ໄດ້ຈັດໃຫ້ມີການແຂ່ງຂັນກິລາບານເຕະ, ດຶງເຊືອກ, ແລ່ນໄຖ່ ແລະ ແລ່ນສາມຂາ ໂດຍມີ ນັກສຶກສາ ແລະ ພົນລະເມືອງລາວ ຈາກ ນະຄອນຊຽງໄຮ້, ແຂວງເຈີຈ່ຽງ, ແຂວງຈ່ຽງຊູ, ແຂວງອ່ານຮຸ່ຍ ເຂົ້າຮ່ວມ ຫລາຍກວ່າ 170 ຄົນ. ນໍ້າໃຈວັນຊາດທີ 2 ທັນວາ ຫມັ້ນຍືນ

21/11/2023

ວິດີໂອຄໍາເຫັນຂອງທ່ານກົງສຸນໃຫຍ່ ຕໍ່ການເປັນເຈົ້າພາບຈັດງານມະຫະກຳກິລາເອຊຽນເກມ ຄັ້ງທີ 19 ທີ່ແຂວງເຈີ່ຈ່ຽງ, ສປ ຈີນ.

ທ່ານກົງສຸນໃຫຍ່ ເຂົ້າຮ່ວມກອງປະຊຸມສົ່ງເສີ່ມການການຮ່ວມມືພາຍໃຕ້ຂໍ້ລິເລີ່ມ “ຫນຶ່ງແລວທາງ ຫນຶ່ງເສັ້ນທາງ ຄັ້ງທີ 3 ຂອງແຂວງເຈີ່ຈ່ຽ...
21/11/2023

ທ່ານກົງສຸນໃຫຍ່ ເຂົ້າຮ່ວມກອງປະຊຸມສົ່ງເສີ່ມການການຮ່ວມມືພາຍໃຕ້ຂໍ້ລິເລີ່ມ “ຫນຶ່ງແລວທາງ ຫນຶ່ງເສັ້ນທາງ ຄັ້ງທີ 3 ຂອງແຂວງເຈີ່ຈ່ຽງ” ທີ່ເມືອງຈິນຮັ່ວ, ໃນວັນທີ 20-22 ພະຈິກ 2023 ພາຍໃຕ້ການເປັນປະທານຂອງທ່ານເລຂາຄະນະພັກແຂວງເຈີ່ຈ່ຽງ, ມີບັນດາເອກອັກຄະລັດຖະທູດ, ກົງສຸນໃຫຍ່ ແລະ ນັກການທູດຕ່າງປະເທດເຂົ້າຮ່ວມຫລາຍກວ່າ 50 ທ່ານ. ໃນໂອກາດດັ່ງກ່າວ ຍັງໄດ້ໄປຢ້ຽມຊົມໂຮງງານຜະລິດລົດໄຟຟ້າຍີ່ຫໍ້ Leapmotor, ຢ້ຽມຊົມສະຖານທີ່ທ່ອງທ່ຽວທາງວັດທະນະທໍາ ແລະ ຊົມການສະແດງພື້ນເມືອງ ອີກດ້ວຍ.

ທ່ານ ບົວພັດ ພຸດທະວົງ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ໄດ້ຂົ້າຮ່ວມພິທີປິດຊຸດຝຶກອົບຮົມພາຍໃຕ້ “ໂຄງການຍົກສູງຂີດຄວາມສາມາດ ຄູ-ອາຈານ ຊົ...
20/11/2023

ທ່ານ ບົວພັດ ພຸດທະວົງ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ໄດ້ຂົ້າຮ່ວມພິທີປິດຊຸດຝຶກອົບຮົມພາຍໃຕ້ “ໂຄງການຍົກສູງຂີດຄວາມສາມາດ ຄູ-ອາຈານ ຊົນນະ ບົດ ໃນ ສປປ ລາວ ຊຸດທີ 1” ໃນວັນທີ 13 ຕຸລາ 2023, ເຊິ່ງທ່ານກົງສຸນໃຫຍ່ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ມີຄວາມເປັນຫ່ວງເປັນໄຍ, ໃຫ້ການສະໜັບສະໜູນຢ່າງແຂງແຮງ ແລະ ອຸທິດຕົນໃຫ້ແກ່ວຽກງານການສຶກສາ ຂອງ ສປປ ລາວ ໂດຍຕະຫລອດມາ, ພ້ອມທັງສະແດງຄວາມເຫັນວ່: ໂຄງການຍົກສູງຂີດຄວາມສາມາດໃຫ້ແກ່ຄູ-ອາຈານຊົນນະບົດ ຂອງ ສປປ ລາວ, ເປັນໂຄງການໜຶ່ງທີ່ມີຄວາມສໍາຄັນເປັນຢ່າງຍິ່ງ ຕໍ່ການຍົກສູງຄຸນນະພາບຂອງການສຶກສາ ຢູ່ ສປປ ລາວ ໂດຍສະເພາະການພັດທະນາ ແລະ ຍົກສູງຄວາມສາມາດຂອງຄູໃຫ້ມີປະສິດທິພາບສູງຂຶ້ນ ແລະ ຍັງເປັນ 1​ ໃນ 8 ໂຄງການໃຫຍ່ ທີ່ ສະຫາຍ ສີ ຈິ້ນຜີງ, ເລຂາທິການໃຫຍ່ພັກຄອມມູນິດຈີນ ໄດ້ປະກາດໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນປີ 2017 ຜ່ານມາ.
ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ບັນດາທ່ານ ຄູ-ອາຈານ ທີ່ໄດ້ເຂົ້າຮ່ວມຝຶກອົບຮົມໃນຊຸດນີ້ ຈະນໍາເອົາຄວາມຮູ້ທີ່ໄດ້ຮັບການແລກປ່ຽນ ແລະ ຖ່າຍທອດບົດຮຽນຈາກເພື່ອນຈີນ ນໍາໄປໝູນໃຊ້ເຂົ້າໃນການສິດສອນຂອງຕົນໃຫ້ເກີດປະໂຫຍດສູງສຸດ.

ທ່ານ ບົວພັດ ພຸດທະວົງ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນຊຽງໄຮ້ ເຂົ້າຮ່ວມກອງປະຊຸມ “The 5th Session of Belt and Road Busines...
20/11/2023

ທ່ານ ບົວພັດ ພຸດທະວົງ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນຊຽງໄຮ້ ເຂົ້າຮ່ວມກອງປະຊຸມ “The 5th Session of Belt and Road Business
Association Roundtable Summit” ທີ່ເມືອງຢຽນເສີງ, ແຂວງຈ່ຽງຊູ, ສປ ຈີນ ໃນວັນທີ 3 ພະຈິກ 2023

Address

19F, Jing'an Ziyuan Administration Building
Shanghai
200041

Website

Alerts

Be the first to know and let us send you an email when ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນຊຽງໄຮ້ 老挝人民民主共和国驻上海总领事馆 posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share