23/09/2025
#เว้าenglishwithแม่ryan ື້ລະຄຳ ันละคำ
Etiquette is a set of rules, customs, and socially accepted behaviors that guide how people should act in different situations. It’s about showing respect, politeness, and consideration for others, whether in personal life, at work, or in public.
👉 Think of etiquette as the “manners” or “code of conduct” that help people live and interact together smoothly.
It can vary across cultures, countries, and contexts—what’s polite in one place might not be in another.
ມານະຍາດທາງສັງຄົມ ແມ່ນຊຸດກົດລະບຽບ, ປະເພນີ ແລະ ພຶດຕິກຳທີ່ສັງຄົມຍອມຮັບ ເຊິ່ງໃຊ້ເປັນແນວທາງໃຫ້ຄົນປະພຶດຕົນໃນສະຖານະການຕ່າງໆ. ມັນແມ່ນເລື່ອງຂອງການສະແດງຄວາມເຄົາລົບ, ຄວາມສຸພາບ ແລະ ການເອົາໃຈໃສ່ຕໍ່ຜູ້ອື່ນ ບໍ່ວ່າໃນຊີວິດສ່ວນໂຕ, ໃນການເຮັດວຽກ ຫຼື ໃນສັງຄົມ.
👉 Etiquette ເປັນເຫມືອນ “ມາລະຍາດ” ຫຼື “ລະບຽບຂອງການປະພຶດ” ທີ່ຊ່ວຍໃຫ້ຄົນຢູ່ຮ່ວມກັນ ແລະ ພົວພັນກັນໄດ້ເປັນຢ່າງດີ.
ມາລະຍາດທາງສັງຄົມ ອາດຈະແຕກຕ່າງກັນຕາມວັດທະນະທຳແລະ ຮີດຄອງປະເພນີຂອງແຕ່ລະປະເທດ ຫລື ສັງຄົມ— ສິ່ງທີ່ເປັນມານະຍາດໃນບ່ອນໜຶ່ງ ອາດຈະບໍ່ຄືກັນກັບອີກບ່ອນໜຶ່ງ.
Examples/ຕົວຢ່າງ
1. She learned proper etiquette at school.
➡️ ລາວໄດ້ຮຽນມາລະຍາດທາງສັງຄົມທີ່ຖືກຕ້ອງຢູ່ໂຮງຮຽນ
2. Business etiquette requires punctuality and polite communication.
➡️ ມາລະຍາດຂອງມືອາຊີບ ຫລື ທາງການ ແມ່ນ ການຕົງຕາມເວລາ ແລະ ການສື່ສານຢ່າງສຸພາບ