11/06/2025
➡️ “ຢ່າຖ້າໃຫ້ລຳບາກແລ້ວຈິ່ງບຸກບືນ!” ບຸກບືນໄປເລີຍໂລດ, ເພື່ອເຮົາຈະບໍ່ລໍາບາກໃນອະນາຄົດ✌️😎❤️
😱ປາດດດດ 16 ປີ ແລ້ວບໍນີ້ 😉🥰💃🏻
ເລື່ອງເລົ່າແມ່ຣາຢານ, ສະໄຫມເປັນນັກຮຽນ
ແລະ
ເປັນຜູ້ສາວຂາຍເຄື່ອງຢູ່ຮ້ານຈີນແຄມຂອງ
ຍ້ອນ
ຢາກຝຶກພາສາອັງກິດ
ແລະ
ຢາກຮູ້ວ່າຄັນບໍ່ໄດ້ເຮັດວຽກທີ່ຮຽນມາ, ຊິເຮັດຫຍັງໄດ້ອີກແນ່😉
-ວຽກເສີມຫລັງເລີກຮຽນ, ເງິນເດືອນ 4-5 ແສນ, ເລີ່ມວຽກ 4ມ-10ມ ແລງ✌️
-ເປັນນັກຮຽນແພດ, ມື້ໃດໄປຍາມຢູ່ໂຮງຫມໍ, ແມ່ນບໍ່ໄດ້ໄປວຽກ, ຕົກລົງເງື່ອນໄຂນີ້ລ່ວງຫນ້າແລ້ວ, ແລະເຂົາກະໄລ່ເງິນຕາມໂມງເຮັດວຽກ☺️
-ໂມງເຮັດວຽກ ຕ້ອງຢືນຕະຫລອດໃດ໋, ຫ້າມນັ່ງ 😬
-ພັກກິນເຂົ້າແລງ, ຕ້ອງປ້ຳອອກ (ຫັກ ຊມ ເຮັດວຽກພ້ອມ)😔
-ເຄີຍມີຄົນຈີນ (ເດັກນ້ອຍກວ່າເຮົາ) ຖາມວ່າ”ຖ້າເຈົ້າຮຽນຈົບ, ເງິນເດືອນຊິໄດ້ທໍ່ໃດ” ພໍມັນຮູ້ຄຳຕອບເງິນເດືອນລັດ, ມັນເຖິງກັບຕົກໃຈ 😆
-ເຮົາຖາມມັນໄປຄືນ, ວ່າມັນຈະເຮັດຫຍັງຕໍ່, ມັນວ່າ”ຊິໄປຄ້າຂາຍຢູ່ USA”. ສະອອນຄວາມກ້າຂອງຄົນຈີນ, ອາຍຸມັນຫາກໍ່ 20ປີ ຫນຶ່ງ👍
……………….
-ຄວາມຈິງສະພາບຄອບຄົວຕອນນັ້ນກໍ່ບໍ່ໄດ້ຫຍຸ້ງຍາກຫຍັງຫລາຍ, ແຕ່ດ້ວຍຄວາມບໍ່ຢູ່ບໍ່ເຊົາຂອງໂຕເອງ, ອີ່ຫຍັງກະຢາກຮູ້ຢາກເຫັນ, ເຮັດໄປຫມົດ😆
-ເງິນຫັ້ນກະຢາກໄດ້, ແຕ່ຈຸດປະສົງຫລັກແມ່ນຢາກຝຶກເວົ້າພາສາອັງກິດ, ເພາະຮ້ານນີ້ມີຄົນຕ່າງປະເທດເຂົ້າຫລາຍ😎
-ກະໄດ້ພາສາອັງກິດມາຢູ່ຫນ້ອຍຫນຶ່ງ “waterproof” 😆 ຍັງຈື່ໄດ້, ຢາກຂາຍເສື້ອກັນນໍ້າໃຫ້ລູກຄ້າ, ໂຕເອງກັບຫມູ່ກະບອກວ່າ”waterproof”(ກັນນຳ້າເດີ, ຮັບປະກັນ😆). ບາດລູກຄ້າໃຫ້ໄປເອົານໍ້າມາຈຸ່ມ, ກະໄປຕັກເອົານໍ້າມາຈຸ່ມແທ້ໆ (ຄວາມເຫງີກ😂), ປຽກເອາະເຍາະ ບາດນີ້, ຄັກບໍລະ 😂 ຈັ່ງແມ່ນຫນ້າມຶນ(xົ່ວ)ອີ່ຕາລູກຄ້າກະດາຍ, ສຸດທ້າຍກະບໍ່ຊື້😡
………………
-ສິ່ງທີ່ປະທັບໃຈອີ່ຫລີອີກອັນຫນຶ່ງແມ່ນມິດຕະພາບທີ່ໄດ້ຈາກບ່ອນນັ້ນ, ຫມູ່ຂາຍເຄື່ອງນຳກັນມີເລື່ອງລາວ, ມີທີ່ມາ, ແລະມີທີ່ໄປທີ່ແຕກຕ່າງກັນ 🥰❤️
-ມີບາງຄົນກໍ່ຍັງຕິດຕໍ່ກັນຮອດທຸກມື້ນີ້ 🥰❤️
-ງາມແຮງມິດຕະພາບທີ່ຂ້ອຍໄດ້ 🥰❤️
➡️ ຢາກຂໍເປັນກຳລັງໃຈໃຫ້ໄວຫນຸ່ມທຸກຄົນທີ່ມີຄວາມກະຕືລືລົ້ນເຮັດຫລາຍໆຢ່າງຕອນເຮົາຫນຸ່ມນ້ອຍ, ເພື່ອສ້າງໂອກາດ ແລະ ອະນາຄົດທີ່ດີກວ່າ👍✌️❤️
➡️ ແລະຢາກບອກວ່າ “ຢ່າຖ້າໃຫ້ລຳບາກແລ້ວຈິ່ງບຸກບືນ!” ບຸກບືນໄປເລີຍໂລດ, ເພື່ອເຮົາຈະບໍ່ລໍາບາກໃນອະນາຄົດ✌️😎❤️