Mr.Laos in Japan

Mr.Laos in Japan Mr.Laos in Japan ບ່ອນດຽວຈົບ-ຄົບກ່ຽວກັບຍີ່ປຸ່ນ |日本に関する全て| 🇯🇵🇱🇦

ຍີ່ປຸ່ນມີແຜນການທີ່ຈະສ້າງເສັ້ນທາງອຸມົງໃຕ້ດິນເຊື່ອມນະຄອນຫລວງໂຕກ້ຽວ(Tokyo)-ໂອ້ສະກາ(Osaka)ສຳລັບຂົນສົ່ງສິນຄ້າໂດຍສະເພາະ…ເສັ້ນທ...
24/11/2024

ຍີ່ປຸ່ນມີແຜນການທີ່ຈະສ້າງເສັ້ນທາງອຸມົງໃຕ້ດິນເຊື່ອມນະຄອນຫລວງໂຕກ້ຽວ(Tokyo)-ໂອ້ສະກາ(Osaka)ສຳລັບຂົນສົ່ງສິນຄ້າໂດຍສະເພາະ…
ເສັ້ນທາງນີ້ຈະເປັນເສັ້ນທາງຂົນສົ່ງສິນຄ້າອັດໂຕໂນມັດ…ໂດຍທີ່ບໍ່ມີຄົນຂັບ..
ຕາມການສຳຫລວດຂອງບໍລິສັດກໍ່ສ້າງຄາດການວ່າ:ໂປເຈັກນີ້ມີຄ່າໃຊ້ຈ່າຍໃນການສ້າງອຸມົງໃຕ້ດິນຢູ່ລະຫວ່າງ 7,000ລ້ານເຢັນ -8,000ລ້ານເຢັນຕໍ່ 10 ກິໂລແມັດ.
ສະນັ້ນ,ຖ້າສ້າງເຊື່ອມລະຫວ່າງໂຕກ້ຽວ(Tokyo) ກັບ ໂອ້ສະກາ(Osaka)ຈະມີມູນຄ່າກ່ໍສ້າງສູງເຖິງ 3.7ລ້ານລ້ານເຢັນ
ລັດຖະບານຍີ່ປຸ່ນຄາດການວ່າຈະເລີ່ມກ່ໍສ້າງໃນ2027 ຫລື ປີ2028 ແລະ ຈະໃຫ້ສຳເລັດໃນຕົ້ນປີ 2034.
ຂອບໃຈຂ້ໍມູນຈາກ:The Yomiuri Shimbun

Mr.Japan

  :Shirakawa-goໃຜມີແຜນມາທ່ຽວຍີ່ປຸ່ນ…ກໍຢ່າລືມໄປທ່ຽວຫມູ່ບ້ານເກົ່າ ຊິຣາຄາວາໂກະ (白川郷 , Shirakawago)ເດີ້..ຫມູ່ບ້ານເກົ່າ ຊິຣາຄ...
23/11/2024

:Shirakawa-go
ໃຜມີແຜນມາທ່ຽວຍີ່ປຸ່ນ…ກໍຢ່າລືມໄປທ່ຽວຫມູ່ບ້ານເກົ່າ ຊິຣາຄາວາໂກະ (白川郷 , Shirakawago)ເດີ້..ຫມູ່ບ້ານເກົ່າ ຊິຣາຄາວາໂກະເປັນຫມູ່ບ້ານເກົ່າທີ່ຂື້ນທະບຽນເປັນມໍລະດົກໂລກຂອງຍີ່ປຸ່ນມາແຕ່ປີ1995.
ຊ່ວງທ້າຍເດືອນ 12 ຫາ ຕົ້ນເດືອນ 3 ກໍຈະມີຫິມະຕົກແບບຫນາໆ ແລະ ເປັນສີຂາວທົ່ວຫມູ່ບ້ານເລີຍ.

📷 ຈຸດຊົມວີວຫມູ່ບ້ານເກົ່າ Shirakawa-go (Tenshukaku Observatory, GIFU)

Mr.Japan🇯🇵

ເລີ່ມວັນທີ16ເດືອນ11ເປັນຕົ້ນໄປ…ມີ5ບໍລິສັດທີ່ໃຫ້ບໍລິການຂົນສົ່ງມວນຊົນທາງລົດເມ ແລະ ລົດໄຟໃນແຂວງ ຄຸມະໂມໂຕະ(Kumamoto Prefecture...
16/11/2024

ເລີ່ມວັນທີ16ເດືອນ11ເປັນຕົ້ນໄປ…ມີ5ບໍລິສັດທີ່ໃຫ້ບໍລິການຂົນສົ່ງມວນຊົນທາງລົດເມ ແລະ ລົດໄຟໃນແຂວງ ຄຸມະໂມໂຕະ(Kumamoto Prefecture),ປະເທດຍີ່ປຸ່ນໄດ້ຢຸດການຮັບ-ຈ່າຍເງິນຜ່ານບັດ ICຂອງລະບົບຂົນສົ່ງສາທາລະນະຂອງຍີ່ປຸ່ນເຊັນ:PASMO ,Suica,ICOCA,
Pitapa,TOICA,Kitaca,Manaca ,nimoca,SUGOCA
ເຫດຜົນມາຈາກຄ່າອັບເດດ(Update)ລະບົບບັດ ICແພງເກີນໄປ…ຈົນເຮັດໃຫ້ບໍລິສັດຂົນສົ່ງ5ແຫ່ງຮັບພາລະຄ່າໃຊ້ຈ່າຍບໍ່ໄຫວ…ຄ່າໃຊ້ຈ່າຍໃນການອັບເດດຕໍ່ສັນຍາໃນການໃຊ້ລະບົບບັດ ICລວມປະມານ 1.2ພັນລ້ານເຢັນ
5ບໍລິສັດໃນແຂວງ ຄຸມະໂມໂຕະທີ່ຢຸດຮັບ-ຈ່າຍເງິນຜ່ານບັດ ICມີຄື:
1.Kyushu Sanko Bus
2.Sanko Bus
3.Kumamoto Electric Railway
4.Kumamoto Bus
5.Kumamoto City Bus
ເຖິງຢ່າງໃດກໍຕາມ,ບໍລິສັດ 5ແຫ່ງນີ້ມີແຜນການທີ່ຈະນຳໃຊ້ລະບົບຮັບ-ຈ່າຍເງິນຜ່ານບັດເຄດິດເລີ່ມຕົ້ນມີນາ ປີ2025ເປັນຕົ້ນໄປແທນບັດ IC.
ຈາກຕອນນີ້ຫາເດືອນ ມີນາ ປີ2025ແມ່ນຮັບ-ຈ່າຍເປັນເງິນສົດ ຫລື ບັດຂອງທ້ອງຖິ່ນ.

Cr: https://www3.nhk.or.jp/news/html/20241116/k10014640421000.html

 #ສຶກສາກໍລະນີບ້ານເພີ່ນທີ່ຫັນເປັນລະບົບdigitalໄປເທື່ອລະຫນ້ອຍ!👍ບັດປະຈຳຕົວປະຊາຊົນ ຫລື ເອີ້ນວ່າ ບັດ “ My Number “ຂອງຍີ່ປຸ່ນຈະ...
29/10/2024

#ສຶກສາກໍລະນີບ້ານເພີ່ນທີ່ຫັນເປັນລະບົບdigitalໄປເທື່ອລະຫນ້ອຍ!
👍
ບັດປະຈຳຕົວປະຊາຊົນ ຫລື ເອີ້ນວ່າ ບັດ “ My Number “ຂອງຍີ່ປຸ່ນຈະສາມາດເຮັດຫນ້າເປັນໃບຂັບຂີ່ໄດ້ເລີ່ມເດືອນ 3 ປີ 2025…(ປັດຈຸບັນນີ້, ບັດປະກັນສຸຂະພາບກໍໄດ້ເຂົ້າລວມຕົວຢູ່ໃນລະບົບບັດປະຈຳຕົວປະຊາຊົນແລ້ວ)

ຢ່າງໃດກໍຕາມ, ປະຊາຊົນກໍຍັງສາມາດເລືອກໃຊ້ລະຫວ່າງ 2ຢ່າງຄື: ໃບຂັບຂີ່ທີ່ຢູ່ໃນລະບົບບັດປະຈຳຕົວປະຊາຊົນ ຫລື ໃບຂັບຂີ່ທົ່ວໄປ.
⏺️ບັດ My Number (ບັດຕົວເລກປະຈຳບຸກຄົນ)ໃຊ້ສຳລັບການດຳເນີນເລື່ອງຕ່າງໆທາງລາດຊະການຕາມກົດຫມາຍເຊັ່ນ: ປະກັນສັງຄົມ,ພາສີ ແລະ ການຊ່ວຍເຫລືອໃນກໍລະນີເກີດມີໄພພິບັດຕ່າງໆ(ສຳລັບຄົນຕ່າງປະເທດທີ່ດຳລົງຊີວິດຢູ່ຍີ່ປຸ່ນ 6ເດືອນຂື້ນໄປ ແລະ ແຈ້ງທີ່ຢູ່ເຂົ້າເມືອງທີ່ຕົນເອງອາໄສຢູ່ກໍຈະໄດ້ຮັບ ໃບແຈ້ງຕົວເລກປະຈຳບຸກຄົນ)
⏺️ບັດຕົວເລກປະຈຳບຸກຄົນເປັນຕົວເລກສະເພາະແຕ່ລະບຸກຄົນເທົ່ານັ້ນ ແລະ ໂດຍຫລັກການແລ້ວ ບັດຕົວເລກປະຈຳບຸກຄົນນີ້ຈະຖືກໃຊ້ຕະຫລອດຊີບ(ບໍ່ສາມາດປ່ຽນຕົວເລກປະຈຳບຸກຄົນໄດ້ຕາມລຳພັງໃຈ)
⏺️ບັດ My number ເປັນເອກະສານຍືນຍັນຕົວຕົນທີ່ສາມາດໃຊ້ໄດ້ທັ້ງຕໍ່ຫນ້າ ແລະ ທາງອອນໄລ໌

ຍີ່ປຸ່ນຫລຸດຄວາມຊັບຊ້ອນຂອງຂັ້ນຕອນການເຂົ້າເມືອງຢູ່ສະຫນາມບິນ.ຍີ່ປຸ່ນວາງແຜນທີ່ຈະປັບປຸງຂັ້ນຕອນການເຂົ້າປະເທດສຳລັບນັກທ່ອງທ່ຽວຕ່...
20/09/2024

ຍີ່ປຸ່ນຫລຸດຄວາມຊັບຊ້ອນຂອງຂັ້ນຕອນການເຂົ້າເມືອງຢູ່ສະຫນາມບິນ.
ຍີ່ປຸ່ນວາງແຜນທີ່ຈະປັບປຸງຂັ້ນຕອນການເຂົ້າປະເທດສຳລັບນັກທ່ອງທ່ຽວຕ່າງປະເທດທີ່ສະຫນາມບິນນາລິຕະ ແລະ ສະຫນາມບິນຮາເນດະໃນໂຕກ້ຽວ ແລະ ສະຫນາມບິນຄັນໄຊໃນໂອສາກ້າ.
ລະບົບໃຫມ່ນີ້ຈະເປີດຕົວກ່ອນເດືອນ3 ປີ 2025…

Japan Station - ສະຖານີຍີ່ປຸ່ນ

⚠️ແຈ້ງເຕືອນ! ພາຍຸໄຕ້ຝຸ່ນເລກທີ10 ກຳລັງກໍ່ຕົວ….ຈາກນັ້ນພາຍຸໄຕ້ຝຸ່ນຫົວນີ້ ຈະເຄື່ອນທີ່ຂຶ້ນຝັ່ງປະເທດຍີ່ປຸ່ນໃນວັນທີ 27 ແລະ ວັນທ...
23/08/2024

⚠️ແຈ້ງເຕືອນ! ພາຍຸໄຕ້ຝຸ່ນເລກທີ10 ກຳລັງກໍ່ຕົວ….ຈາກນັ້ນພາຍຸໄຕ້ຝຸ່ນຫົວນີ້ ຈະເຄື່ອນທີ່ຂຶ້ນຝັ່ງປະເທດຍີ່ປຸ່ນໃນວັນທີ 27 ແລະ ວັນທີ 28 ສິງຫາ ປີ 2024 ນີ້…

ພາຍຸໄຕ້ຝຸ່ນເລກ 10 ກຳລັງກໍ່ຕົວ…ພາຍຸໄຕ້ຝຸ່ນເລກ10ນີ້ກຳລັງມຸງຫນ້າເຂົ້າສູ່ປະເທດຍີ່ປຸ່ນ….ຄາດການວ່າ: ຈະເຂົ້າຝັ່ງໃນວັນທີ27ເດືອນ8...
21/08/2024

ພາຍຸໄຕ້ຝຸ່ນເລກ 10 ກຳລັງກໍ່ຕົວ…ພາຍຸໄຕ້ຝຸ່ນເລກ10ນີ້ກຳລັງມຸງຫນ້າເຂົ້າສູ່ປະເທດຍີ່ປຸ່ນ….ຄາດການວ່າ: ຈະເຂົ້າຝັ່ງໃນວັນທີ27ເດືອນ8.
ຕິດຕາມຕໍ່ໄປ…

ສະກຸນເງິນເຢັນແຂງຄ່າຂື້ນເມື່ອທຽບກັບສະກຸນໂດລາສະຫະລັດ,ພາຍຫລັງມີການປະຊຸມນະໂຍບາຍທາງການເງິນໃນຍີ່ປຸ່ນ ແລະ ສະຫະລັດ..
01/08/2024

ສະກຸນເງິນເຢັນແຂງຄ່າຂື້ນເມື່ອທຽບກັບສະກຸນໂດລາສະຫະລັດ,ພາຍຫລັງມີການປະຊຸມນະໂຍບາຍທາງການເງິນໃນຍີ່ປຸ່ນ ແລະ ສະຫະລັດ..

ບັນຊີທີ່ມີຜູ້ຕິດຕາມຫລາຍທີ່ສຸດຢູ່ X(Twitter)1.🇺🇸 Elon Musk: 190.1m (ເຈົ້າຂອງXຂອງເພີ່ນເອງ)2.🇺🇸 Barack Obama: 131.7m(ອາດີດປ...
20/07/2024

ບັນຊີທີ່ມີຜູ້ຕິດຕາມຫລາຍທີ່ສຸດຢູ່ X(Twitter)
1.🇺🇸 Elon Musk: 190.1m (ເຈົ້າຂອງXຂອງເພີ່ນເອງ)
2.🇺🇸 Barack Obama: 131.7m(ອາດີດປະທານາທິບໍດີສະຫະລັດ)
3.🇵🇹 Cristiano Ronaldo: 112.1m( ນັກເຕະບານ)
4.🇨🇦 Justin Bieber: 110.5m (ນັກຮ້ອງ)
5.🇧🇧 Rihanna: 108.1m (ນັກຮ້ອງ)
6.🇺🇸 Katy Perry: 106.2m (ນັກຮ້ອງ)
7.🇮🇳 Narendra Modi: 100.2m ( ນາຍົກອິນເດຍ)
8.🇺🇸 Taylor Swift: 95.2m ( ນັກຮ້ອງ)
9.🇺🇸 Donald Trump: 87.7m(ອາດີດປະທານາທິບໍດີສະຫະລັດ)
10.🇺🇸 Lady Gaga: 83.1m( ນັກຮ້ອງ)

住所

Minato-ku, Tokyo

ウェブサイト

アラート

Mr.Laos in Japanがニュースとプロモを投稿した時に最初に知って当社にメールを送信する最初の人になりましょう。あなたのメールアドレスはその他の目的には使用されず、いつでもサブスクリプションを解除することができます。

事業に問い合わせをする

Mr.Laos in Japanにメッセージを送信:

共有する

ສະບາຍດີ.. ຂ້ອຍແມ່ນເພສ”ສະຖານນີກ່ຽວກັບຍີ່ປຸ່ນ ”

"ສະຖານນີກ່ຽວກັບຍີ່ປຸ່ນ ຫຼື StationAboutJAPAN" ແມ່ນບ່ອນທີ່ນຳເອົາແຫລ່ງຂໍ້ມູນ,ຄວາມຮູ້ກ່ຽວກັບປະເທດຍີ່ປຸ່ນ,ພາສາຍີ່ປຸ່ນ,ວັດທະນາທຳຍີ່ປຸ່ນ , ການຮຽນ-ການສອນພາສາຍີ່ປຸ່ນ ແລະ ປະສົບການການດຳລົງຊີວິດຢູ່ປະເທດຍີ່ປຸ່ນມາແບ່ງປັນ .ນອກຈາກນີ້,ຍັງນຳສະເໜີບົດຄວາມຕ່າງໆທີ່ເປັນປະໂຫຍດ.