14/08/2026
🎤 CC Speaker Program
ເຮັດແນວໃດ ຈຶ່ງຈະເຕີບໂຕໄປສູ່ລະດັບຫົວແຖວ?
Sharing Leaders’ Journeys
ໃນເສັ້ນທາງອາຊີບ 5–10 ປີ ຈາກພະນັກງານລະດັບເລີ່ມຕົ້ນ (Junior) ໄປສູ່ຫົວໜ້າທີມ (Lead) ຫຼື ຜູ້ຈັດການ (Manager), ຕ້ອງຜ່ານຫຍັງແດ່? ແລະ ຕ້ອງພັດທະນາທັກສະຫຍັງເພື່ອກ້າວໄປສູ່ບົດບາດຜູ້ນຳ?
ຄັ້ງນີ້ Career Connect ຈະພານ້ອງໆມາຮຽນຮູ້ຈາກ 3 ວິທະຍາກອນ ຈາກຕ່າງສາຍງານ ທີ່ຈະມາແບ່ງປັນປະສົບການຈິງ ແລະ ເສັ້ນທາງການເຕີບໂຕໃນອາຊີບ.
🎙️ Panel Discussion – Leaders’ Journey
ຟັງປະສົບການຈາກຜູ້ນຳທີ່ມີເສັ້ນທາງອາຊີບແຕກຕ່າງກັນ ແລະ ຮຽນຮູ້ວ່າ ຈາກຈຸດເລີ່ມຕົ້ນພວກເຂົາກ້າວຂຶ້ນມາໄດ້ແນວໃດ.
☕ World Café – Explore Leadership Roles
ເປີດພື້ນທີ່ໃຫ້ນ້ອງໆໄດ້ສົນທະນາແບບໃກ້ຊິດກັບວິທະຍາກອນ ເພື່ອຄົ້ນຫາວ່າແຕ່ລະບົດບາດ Lead & Manager ຕ້ອງຮັບຜິດຊອບຫຍັງ, ຕ້ອງມີທັກສະຫຍັງ ແລະ ຄວນກຽມຕົວແນວໃດ.
✨ ສິ່ງທີ່ນ້ອງໆຈະໄດ້ຮຽນຮູ້ • ທັກສະສຳຄັນທີ່ຕະຫຼາດແຮງງານຕ້ອງການໃນຍຸກໃໝ່
• ເສັ້ນທາງການເຕີບໂຕຈາກ Employee → Lead → Manager
• ບົດຮຽນ ແລະ ຄຳແນະນຳຈາກປະສົບການຈິງ
• ແນວທາງການວາງແຜນ Career Path ຂອງຕົນເອງໃນ 5–10 ປີຂ້າງໜ້າ
📅 ວັນພຸດ ທີ 19 ສິງຫາ 2026
⏰ 13:00–17:00
📍 Career Connect, ຊັ້ນ 2
https://maps.app.goo.gl/d6uXawu9yfdybjuM6
ຖ້ານ້ອງໆຢາກຮູ້ວ່າ “ຈະກຽມຕົວແນວໃດໃນມື້ນີ້ ເພື່ອໄປຮອດບົດບາດຜູ້ນຳໃນອະນາຄົດ?” ມາຮ່ວມຮຽນຮູ້, ສົນທະນາ ແລະ ຖາມຄຳຖາມຈາກຜູ້ທີ່ມີປະສົບການຈິງນຳກັນເດີ! 💬
ເຂົ້າຮ່ວມຟຣີ | ບໍ່ຕ້ອງລົງທະບຽນ