Lao Xperts

Lao Xperts Lao Xperts ແມ່ນສຳນັກຂ່າວອອນລາຍ ທີ່ຕອບໂຈດທຸກເລື່ອງກ່ຽວກັບ ທຸລະກິດ-ເສດຖະກິດ ແລະ ຜູ້ປະກອບການພາຍໃນ

ລັດຖະບານ ສ. ເກົາຫຼີ ຫຼື ເກົາຫຼີໃຕ້ ປະກາດງົບປະມານລາຍຈ່າຍປີ 2027 ສູງເປັນປະຫວັດການເຖິງ 5.97 ແສນລ້ານໂດລາ ເພື່ອຍົກລະດັບການລົງ...
02/09/2026

ລັດຖະບານ ສ. ເກົາຫຼີ ຫຼື ເກົາຫຼີໃຕ້ ປະກາດງົບປະມານລາຍຈ່າຍປີ 2027 ສູງເປັນປະຫວັດການເຖິງ 5.97 ແສນລ້ານໂດລາ ເພື່ອຍົກລະດັບການລົງທຶນດ້ານປັນຍາປະດິດ (AI) ແລະ ຊິບອັດສະລິຍະ. ການອັດສີດເມັດເງິນມະຫາສານນີ້ແນໃສ່ຮັກສາຄວາມເປັນຜູ້ນຳດ້ານເຕັກໂນໂລຊີຂອງໂລກ ແລະ ກະຕຸ້ນເສດຖະກິດຄັ້ງໃຫຍ່ທ່າມກາງການແຂ່ງຂັນທີ່ດຸເດືອດ. Reuter ລາຍງານ.
ການສະເໜີງົບປະມານມູນຄ່າ 821 ພັນຕື້ວອນດັ່ງກ່າວ ຖືເປັນການເພີ່ມຂຶ້ນເຖິງ 12.8% ຈາກປີ 2026 ເຊິ່ງເປັນການປັບຂຶ້ນແບບປີຕໍ່ປີທີ່ສູງທີ່ສຸດເທົ່າທີ່ເຄີຍມີມາ. ທິດທາງນີ້ສະທ້ອນໃຫ້ເຫັນເຖິງການປ່ຽນແປງນະໂຍບາຍຄັ້ງສຳຄັນຂອງປະທານາທິບໍດີ Lee Jae-myung ທີ່ຫັນມາເນັ້ນການຂະຫຍາຍຕົວທາງການຄັງ ຫຼັງຈາກທີ່ປະເທດໄດ້ໃຊ້ນະໂຍບາຍຮັດສາຍແອວມາຕະຫຼອດ 3 ປີ.
ອ່ານຂ່າວຕໍ່ໃນລິ້ງກ້ອງຄອມເມັ້ນ....

#ເສດຖະກິດໂລກ #ເກົາຫຼີໃຕ້ #ເທັກໂນໂລຊີ

ຕະຫຼາດພັນທະບັດທົ່ວໂລກກຳລັງປະເຊີນແຮງເທຂາຍຢ່າງໜັກ ຫຼັງຜົນຕອບແທນພັນທະບັດລັດຖະບານຍີ່ປຸ່ນພຸ່ງທະລຸ 3% ເປັນຄັ້ງທຳອິດໃນຮອບ 30 ປີ...
02/09/2026

ຕະຫຼາດພັນທະບັດທົ່ວໂລກກຳລັງປະເຊີນແຮງເທຂາຍຢ່າງໜັກ ຫຼັງຜົນຕອບແທນພັນທະບັດລັດຖະບານຍີ່ປຸ່ນພຸ່ງທະລຸ 3% ເປັນຄັ້ງທຳອິດໃນຮອບ 30 ປີ. ວິກິດນີ້ເກີດຈາກພາວະເງິນເຟີ້ພະລັງງານ ແລະ ໜີ້ສິນທີ່ເພີ່ມຂຶ້ນ ເຊິ່ງຈະກະທົບໂດຍກົງຕໍ່ຕົ້ນທຶນການກູ້ຢືມຂອງລັດຖະບານທົ່ວໂລກ ແລະ ອາດປ່ຽນແປງທິດທາງການລົງທຶນຄັ້ງໃຫຍ່.
ຕາມການລາຍງານຂອງ Reuter, ສະຖານະການເທຂາຍນີ້ໄດ້ລຸກລາມໄປສູ່ບັນດາເສດຖະກິດໃຫຍ່ຕັ້ງແຕ່ສະຫະລັດອາເມລິກາ, ເຢຍລະມັນ ຈົນເຖິງອັງກິດ ທີ່ຜົນຕອບແທນພັນທະບັດໄດ້ພຸ່ງຂຶ້ນສູ່ລະດັບສູງສຸດໃນຮອບກວ່າ 10 ປີ. ປັດໄຈຫຼັກແມ່ນມາຈາກຄວາມເຄັ່ງຕຶງໃນຕາເວັນອອກກາງທີ່ຍູ້ລາຄານ້ຳມັນດິບ Brent ໃຫ້ສູງກວ່າ 92 ໂດລາຕໍ່ບາເຣວ ແລະ ກະຕຸ້ນໃຫ້ເກີດຄວາມກັງວົນວ່າທະນາຄານກາງຕ່າງໆຈະຕ້ອງໄດ້ປັບຂຶ້ນອັດຕາດອກເບ້ຍໃນໄວໆນີ້.
ອ່ານຂ່າວຕໍ່ໃນລິ້ງກ້ອງຄອມເມັ້ນ....

#ການເງິນໂລກ #ພັນທະບັດຍີ່ປຸ່ນ #ເສດຖະກິດມະຫາພາກ #ວິກິດເງິນເຟີ້ #ຕະຫຼາດທຶນ

ສປປ ລາວ ແລະ ສ ເກົາຫຼີ ຍົກລະດັບການເປັນຄູ່ຮ່ວມມືຍຸດທະສາດດ້ານພະລັງງານສະອາດ ຜ່ານງານ “The 2nd Korea–Laos Net-Zero Partnership...
02/09/2026

ສປປ ລາວ ແລະ ສ ເກົາຫຼີ ຍົກລະດັບການເປັນຄູ່ຮ່ວມມືຍຸດທະສາດດ້ານພະລັງງານສະອາດ ຜ່ານງານ “The 2nd Korea–Laos Net-Zero Partnership 2026” ມຸ່ງດຶງດູດການລົງທຶນສີຂຽວ ແລະ ເຕັກໂນໂລຊີລ້ຳສະໄໝ ເພື່ອຊຸກຍູ້ການປ່ຽນຜ່ານປະເທດລາວສູ່ເສດຖະກິດກາກບອນຕ່ຳ ພ້ອມສ້າງລາຍຮັບໃໝ່ຈາກຕະຫຼາດກາກບອນເຄຣດິດລະດັບສາກົນ.
ຕາມການລາຍຂອງໜັງສືພີມ ປະຊາຊົນ, ງານດັ່ງກ່າວໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນທ້າຍເດືອນສິງຫາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການນຳພາຂອງອົງການ KOTRA ແລະ ໄດ້ຮັບການສະໜັບສະໜູນຢ່າງແຂງແຮງຈາກກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມດ້ວຍສະຖາບັນ GGGI.
ອ່ານຂ່າວຕໍ່ໃນລິ້ງກ້ອງຄອມເມັ້ນ....
#ເສດຖະກິດສີຂຽວ #ພະລັງງານສະອາດ #ການລົງທຶນລາວເກົາຫຼີ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ກຽມຈັດງານວາງສະແດງຜະລິດຕະພັນລາວ 2026 (Made in Laos 2026) ຢ່າງຍິ່ງໃຫຍ່ ເພື່ອຊຸກຍ...
01/09/2026

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ກຽມຈັດງານວາງສະແດງຜະລິດຕະພັນລາວ 2026 (Made in Laos 2026) ຢ່າງຍິ່ງໃຫຍ່ ເພື່ອຊຸກຍູ້ການຊົມໃຊ້ສິນຄ້າພາຍໃນ ແລະ ຍົກລະດັບ SME ສູ່ສາກົນ, ພ້ອມທັງດຶງເມັດເງິນລົງທຶນມະຫາສານເພື່ອກະຕຸ້ນເສດຖະກິດຖານຮາກຂອງປະເທດຢ່າງຍືນຍົງ.
ຕາມການລາຍງານຂອງ ໜັງສືພີມ ເສດຖະກິດການຄ້າ, ພິທີແຖງຂ່າວການຈັດງານດັ່ງກ່າວໄດ້ມີຂຶ້ນໃນວັນທີ 1 ກັນຍາ 2026 ທີ່ ສຄອຊ ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສຄອຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ອ່ານຂ່າວຕໍ່ກ້ອງຄອມເມັ້ນ.....

#ສິນຄ້າລາວເພື່ອຄົນລາວ #ເສດຖະກິດລາວ #ທ່ອງທ່ຽວຫົວພັນ #ສະໜັບສະໜູນສິນຄ້າລາວ

📸 ເຈົ້າຂອງຮ້ານອາຫານ-ຄາເຟ່ ມາທາງນີ້! ມາອວດຮ້ານຂອງທ່ານ ຮັບຟຣີ! ບັດເຂົ້າງານສຳມະນາແຫ່ງປີ! 🎟️✨LaoXperts ແຈກບັດເຂົ້າງານ "ບໍລິຫ...
01/09/2026

📸 ເຈົ້າຂອງຮ້ານອາຫານ-ຄາເຟ່ ມາທາງນີ້! ມາອວດຮ້ານຂອງທ່ານ ຮັບຟຣີ! ບັດເຂົ້າງານສຳມະນາແຫ່ງປີ! 🎟️✨
LaoXperts ແຈກບັດເຂົ້າງານ "ບໍລິຫານການກິນ" ຈຳນວນ 5 ບັດ (ມູນຄ່າ 990,000 ກີບ/ບັດ)! ໄປພົບກັບຊ່ຽວຊານ ແລະ ເຈາະເລິກວິທີປັ້ນຮ້ານໃຫ້ປັງ ໃນວັນທີ 5 ກັນຍາ 2026.
👇 ກະຕິກາງ່າຍໆ ໄດ້ໂປຣໂໝດຮ້ານແຖມໄດ້ລຸ້ນບັດ:
1️⃣ Like & Share ໂພສນີ້ (ຕັ້ງເປັນ Public)
2️⃣ ສົ່ງຮູບຮ້ານ ຫຼື ເມນູເດັດຂອງທ່ານລົງໃນຄອມເມັນ
3️⃣ ບອກຊື່ຮ້ານ ແລະ ບອກເຮົາວ່າ "ຢາກເອົາຄວາມຮູ້ຈາກງານນີ້ ມາພັດທະນາຮ້ານໃນເລື່ອງໃດ?"
🏆 ທີມງານຈະຄັດເລືອກ 5 ຜູ້ໂຊກດີ ທີ່ຕອບໄດ້ໂດນໃຈທີ່ສຸດ (! ມາມ່ວນນຳກັນຫຼາຍໆເດີ້.
⏳ ປິດຮັບຄອມເມັນວັນທີ 3 ກັນຍາ ນີ້ເດີ້.
ໝາຍເຫດ ບັດສາມາດເຂົ້າໄດ້ສະເພາະວັນທີ 5 ເທົ່ານັ້ນ

#ບໍລິຫານການກິນ #ທຸລະກິດຮ້ານອາຫານ #ຄາເຟ່ລາວ #ຜູ້ປະກອບການລາວ

ລັດຖະບານລາວປະກາດປັບປ່ຽນທິດທາງການລົງທຶນຄັ້ງສຳຄັນສຳລັບປີ 2026-2030 ໂດຍຫັນໜີຈາກການເພິ່ງພາຊັບພະຍາກອນທຳມະຊາດ ມາສຸມໃສ່ເຕັກໂນໂລ...
01/09/2026

ລັດຖະບານລາວປະກາດປັບປ່ຽນທິດທາງການລົງທຶນຄັ້ງສຳຄັນສຳລັບປີ 2026-2030 ໂດຍຫັນໜີຈາກການເພິ່ງພາຊັບພະຍາກອນທຳມະຊາດ ມາສຸມໃສ່ເຕັກໂນໂລຊີ, AI ແລະ ການພັດທະນາສີຂຽວ ເພື່ອແນໃສ່ຫຼຸດຜ່ອນການນຳເຂົ້າ, ເພີ່ມເງິນຕາຕ່າງປະເທດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດພາຍໃນຢ່າງຍືນຍົງ.
ທິດທາງຍຸດທະສາດດັ່ງກ່າວໄດ້ເນັ້ນຢໍ້າອີກເທື່ອໜຶ່ງໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄສຄລ) ໃນກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກ ຄສຄລ ທີ່ນະຄອນຫຼວງວຽງຈັນ. ຕາມການລາຍງານຂອງ ຂ່າວສານປະເທດລາວ.
ອ່ານຂ່າວຕໍ່ໃນລິ້ງກ້ອງຄອມເມັ້ນ.....
#ການລົງທຶນລາວ #ເສດຖະກິດລາວ #ການພັດທະນາແບບຍືນຍົງ

ກະຊວງການເງິນໄທ ເດີນໜ້າຮ່າງກອບລະບຽບການຄຸ້ມຄອງຕະຫຼາດຄຳຄົບວົງຈອນ ເພື່ອຕິດຕາມເສັ້ນທາງເງິນ ແລະ ສະກັດກັ້ນບໍ່ໃຫ້ກຸ່ມທຶນສີເທົາ ຫ...
01/09/2026

ກະຊວງການເງິນໄທ ເດີນໜ້າຮ່າງກອບລະບຽບການຄຸ້ມຄອງຕະຫຼາດຄຳຄົບວົງຈອນ ເພື່ອຕິດຕາມເສັ້ນທາງເງິນ ແລະ ສະກັດກັ້ນບໍ່ໃຫ້ກຸ່ມທຶນສີເທົາ ຫຼື ມິດສາຊີບໃຊ້ເປັນຊ່ອງທາງຟອກເງິນ, ພ້ອມເນັ້ນຍົກລະດັບຄວາມໂປ່ງໃສ ໂດຍບໍ່ສ້າງຜົນກະທົບ ຫຼື ເພີ່ມພາລະເກີນຄວນຕໍ່ຜູ້ປະກອບການທີ່ດຳເນີນທຸລະກິດຢ່າງຖືກຕ້ອງຕາມກົດໝາຍ.
ທ່ານ ວິນິດ ວິເສດສຸວັນນະພູມ, ຜູ້ອຳນວຍການສຳນັກງານເສດຖະກິດການຄັງ (FPO) ເປີດເຜີຍວ່າ ປັດຈຸບັນຕະຫຼາດຄຳໃນໄທກຳລັງປະເຊີນກັບສອງບັນຫາຫຼັກທີ່ຕ້ອງເລັ່ງແກ້ໄຂ ຄື ການຂາດອົງກອນທີ່ກຳກັບດູແລໂດຍກົງ ແລະ ພາກລັດຍັງຂາດເຄື່ອງມືໃນການເຂົ້າເຖິງຂໍ້ມູນທຸລະກຳທີ່ຄົບຖ້ວນ ເຮັດໃຫ້ເກີດຊ່ອງຫວ່າງໃນການກວດສອບທີ່ມາ-ທີ່ໄປຂອງເງິນ ຕະຫຼອດຈົນເຖິງການພິສູດວ່າເງິນທີ່ໄຫຼເຂົ້າສູ່ລະບົບການເງິນນັ້ນຖືກປ່ຽນໄປເປັນຄຳແທ່ງຫຼືບໍ່.
ອ່ານຂ່າວຕໍ່ໃນລິ້ງກ້ອງຄອມເມັ້ນ.....

#ເສດຖະກິດໄທ #ຕະຫຼາດຄຳ #ສະກັດທຶນສີເທົາ #ຕ້ານການຟອກເງິນ #ຂ່າວເສດຖະກິດ #ການເງິນໄທ

ອີງຕາມບົດລາຍງານຂອງທະນາຄານໂລກທີ່ເຜີຍແຜ່ໃນເດືອນກໍລະກົດທີ່ຜ່ານມາຊີ້ໃຫ້ເຫັນວ່າ, ເຖິງແມ່ນວ່າ ສປປ ລາວ ຈະສາມາດຫຼຸດຜ່ອນອັດຕາຄວາມ...
01/09/2026

ອີງຕາມບົດລາຍງານຂອງທະນາຄານໂລກທີ່ເຜີຍແຜ່ໃນເດືອນກໍລະກົດທີ່ຜ່ານມາຊີ້ໃຫ້ເຫັນວ່າ, ເຖິງແມ່ນວ່າ ສປປ ລາວ ຈະສາມາດຫຼຸດຜ່ອນອັດຕາຄວາມທຸກຍາກລົງໄດ້, ແຕ່ປະເທດພວມປະເຊີນກັບສິ່ງທ້າທາຍໃຫຍ່ໃນການສ້າງວຽກເຮັດງານທຳທີ່ມີຄຸນນະພາບ. ບັນຫາດັ່ງກ່າວສົ່ງຜົນກະທົບໂດຍກົງຕໍ່ກຳລັງແຮງງານຊາວໜຸ່ມ ແລະ ການເຕີບໂຕທາງເສດຖະກິດໃນໄລຍະຍາວ, ເຊິ່ງຮຽກຮ້ອງໃຫ້ຕ້ອງເລັ່ງຍົກລະດັບສີມືແຮງງານເພື່ອຮັບມືກັບອະນາຄົດ.
ບົດລາຍງານລະບຸວ່າ ຕະຫຼອດໄລຍະໜຶ່ງທົດສະວັດທີ່ຜ່ານມາ, ສປປ ລາວ ໄດ້ມີຄວາມຄືບໜ້າຢ່າງໜ້າປະທັບໃຈໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍອັດຕາຄວາມທຸກຍາກລະດັບຊາດໄດ້ຫຼຸດລົງຈາກ 24,6% ໃນປີ 2012 ມາຢູ່ທີ່ 15% ໃນປີ 2024 ເຊິ່ງໝາຍຄວາມວ່າປະຊາຊົນຫຼາຍກວ່າເຄິ່ງລ້ານຄົນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້. ຫຼາຍຄອບຄົວມີທີ່ຢູ່ອາໄສທີ່ດີຂຶ້ນ, ເຂົ້າເຖິງໄຟຟ້າ ແລະ ສາທາລະນຸປະໂພກພື້ນຖານຕ່າງໆ.
ອ່ານຂ່າວຕໍ່ໃນລິ້ງກ້ອງຄອມເມັ້ນ....
#ເສດຖະກິດລາວ #ຫຼຸດຜ່ອນຄວາມທຸກຍາກ #ຕະຫຼາດແຮງງານ #ການຈ້າງງານ #ຊາວໜຸ່ມລາວ #ການພັດທະນາແບບຍືນຍົງ

ລາຄາຄຳໂລກເລີ່ມປັບຖານລົງແຮງຈາກຄວາມກັງວົນເລື່ອງການຂຶ້ນອັດຕາດອກເບ້ຍຂອງສະຫະລັດ ສົ່ງຜົນກະທົບໂດຍກົງຕໍ່ຕະຫຼາດຄຳໃນລາວທີ່ລາຄາຫຼຸດ...
01/09/2026

ລາຄາຄຳໂລກເລີ່ມປັບຖານລົງແຮງຈາກຄວາມກັງວົນເລື່ອງການຂຶ້ນອັດຕາດອກເບ້ຍຂອງສະຫະລັດ ສົ່ງຜົນກະທົບໂດຍກົງຕໍ່ຕະຫຼາດຄຳໃນລາວທີ່ລາຄາຫຼຸດລົງຕາມ, ຂະນະທີ່ນັກລົງທຶນກຳລັງຕິດຕາມສະຖານະການຢ່າງໃກ້ຊິດເພື່ອຮັບມືກັບຄວາມຜັນຜວນໃນໄລຍະນີ້.
ຫຼັງຈາກລາຄາຄຳສະປອດໂລກເພີ່ມຂຶ້ນຢ່າງຮ້ອນແຮງກວ່າ 9–10% ໃນເດືອນສິງຫາທີ່ຜ່ານມາ ຫຼ້າສຸດໄດ້ເລີ່ມປັບຕົວລົງມາຢູ່ລະດັບ 4,430–4,460 ດອນລາສະຫະລັດຕໍ່ອອນ ເຊິ່ງສະຖານະການດັ່ງກ່າວໄດ້ກົດດັນໃຫ້ຕະຫຼາດຄຳພາຍໃນປະເທດປັບຕົວລົງເຊັ່ນດຽວກັນ.
ອ່ານຂ່າວຕໍ່ໃນລິ້ງກ້ອງຄອມເມັ້ນ......
#ລາຄາຄຳ #ຕະຫຼາດຄຳ #ອັດຕາດອກເບ້ຍ #ການລົງທຶນ #ຄວາມເຄັ່ງຕຶງພູມສາດ

ປະຊາຊົນ ແລະ ພາກທຸລະກິດກຳລັງຮັບພາລະໜັກ ຫຼັງຄ່າໄຟຟ້າເດືອນສິງຫາພຸ່ງສູງຂຶ້ນເຖິງ 121.2% ເມື່ອທຽບປີຕໍ່ປີ. ປັດໄຈດັ່ງກ່າວໄດ້ຍູ້ອ...
31/08/2026

ປະຊາຊົນ ແລະ ພາກທຸລະກິດກຳລັງຮັບພາລະໜັກ ຫຼັງຄ່າໄຟຟ້າເດືອນສິງຫາພຸ່ງສູງຂຶ້ນເຖິງ 121.2% ເມື່ອທຽບປີຕໍ່ປີ. ປັດໄຈດັ່ງກ່າວໄດ້ຍູ້ອັດຕາເງິນເຟີ້ໃນໝວດທີ່ພັກອາໄສ ແລະ ສາທາລະນູປະໂພກໃຫ້ສູງກວ່າ 30.2%, ສົ່ງຜົນກະທົບໂດຍກົງຕໍ່ຕົ້ນທຶນການດຳລົງຊີບ ແລະ ຄວາມສາມາດໃນການແຂ່ງຂັນຂອງພາກການຜະລິດ.
ໂຕນຳໜ້າທີ່ດັນໃຫ້ອັດຕາເງິນເຟີ້ໃນເດືອນສິງຫາ 2026 ຍັງຄົງມີຄວາມຮ້ອນແຮງ ແມ່ນມາຈາກການເພີ່ມຂຶ້ນຢ່າງກ້າວກະໂດດຂອງຄ່າສາທາລະນູປະໂພກພື້ນຖານ. ຂໍ້ມູນລ່າສຸດຈາກ ສູນສະຖິຕິແຫ່ງຊາດ Lao Statistics Bureau (LSB) ໄດ້ຊີ້ໃຫ້ເຫັນຢ່າງຊັດເຈນວ່າ ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ແມ່ນໝວດສິນຄ້າທີ່ມີການເພີ່ມຂຶ້ນສູງກວ່າໝູ່ ໂດຍມີອັດຕາການຂະຫຍາຍຕົວເຖິງ 30.2% ເມື່ອທຽບກັບເດືອນດຽວກັນຂອງປີ 2025.
ອ່ານຂ່າວຕໍ່ໃນລິ້ງກ້ອງຄອມເມັ້ນ....

Address

ບໍລິສັດ ເຫັດໂອດີມີເດຍ ຈຳກັດຜູ້ດຽວ HOD Media Sole Co.
Ltd

Alerts

Be the first to know and let us send you an email when Lao Xperts posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share