28/11/2025
🎉📣 ຂ່າວບຸນສົມໂພດພຣະ 🎉📣
ຂໍເຊີນທ່ານພຸດທະບໍລິສັດທັງຫຼາຍຮ່ວມງານບຸນ ພຸດທະພິເສກ ສົມໂພດພຣະພຸດທະຮູບ ທີ່ວັດ ດາວະດິງ, ບ້ານ ທາງແບ່ງ ສີວິໄລ, ເມືອງຊະນະສົມບູນ ແຂວງ ຈຳປາສັກ ໃນຄັ້ງວັນທີ 28-29/11/2025
ຂໍເຊີນຮ່ວເປັນເຈົ້າພາບ ໂຮງທານ ນ້ຳປານະ,ອາຫານ.
#ກຳນົດງານ
- ມື້ວັນ ສຸກ ຂື້ນ 08 ຄ່ຳ ເດືອນ 01 ພ.ສ 2568
ກົງກັບວັນທີ 28/11/2025 ເປັນມື້ຕັ້ງບຸນ,ຕອນແລງ ເວລາ 20:00 ມີພິທີບວດຊີພຣາມ ແລະ ສູດພຸດທະພິເສກສົມໂພດພຣະພຸດທະຮູບຕະຫຼອດແຈ້ງ.
- ມື້ວັນ ເສົາ ຂື້ນ 09 ເດືອນ 01 ພ.ສ 2568
ກົງກັບວັນທີ 29/11/2025 ຕອນເຊົ້າມີພິທີຕັກບາດຖວາຍສັງຄະທານ ແລະ ເລີກແລ້ວໃນວັນນັ້ນ.
ດັ່ງນັ້ນຈຶ່ງຂໍເຊີນຊວນອອກຕົນຍາດໂຍມທັງຫຼາຍຈົ່ງມາເປັນເຈົ້າພາບ,ເຈົ້າທານ,ເຈົ້າງານ,ເຈົ້າສັດທາຮ່ວມບຸນໃນຄັ້ງນີ້ດ້ວຍ.
#ຝາກກົດແຊຣ໌ ຂ່າວບຸນນຳແນ່ເດີ 😃.