
08/07/2025
2 ໜຸ່ມ ຂັບລົດເມຂົນຢາບ້າ... ບໍ່ລອດ ມີຂອງກາງ 554.000 ເມັດ
--------------- +++ --------------
ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເວລາປະມານ 13:00 ໂມງ ຂອງວັນທີ 3 ກໍລະກົດ 2025, ເຈົ້າໜ້າທີ່ ປກສ ປະຈໍາຈຸດກວດການໍ້າທຸງ ໄດ້ກວດກາລົດເມ ສີຂາວ ປ້າຍທະບຽນ ກກ 0513 ອຸດົມໄຊ, ທີ່ຂັບຂີ່ມາແຕ່ທາງຫ້ວຍຊາຍ ຈະໄປ ແຂວງອຸດົມໄຊ, ມີຜູ້ຂັບຂີ່ມານຳລົດ 2 ຄົນ ຊື່: ທ້າວ ນະມີໄຊ ອາຍຸ 28 ປີ ຢູ່ບ້ານກູໜຶ່ງ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ທ້າວ ບີຊົງ ອາຍຸ 23 ປີ ຢູ່ບ້ານຢ້າວໃຫຍ່ ເມືອງໄຊ ແຂວງອຸດົມໄຊ.
ຜ່ານການກວດກາລົດ ພົບເຫັນຢາເສບຕິດຊຸກເຊື່ອງຢູ່ໃນລົດ ຈຳນວນຫຼາຍ ຈຶ່ງໄດ້ກັກຜູ້ຂັບຂີ່ທັງ 2 ຄົນ ພ້ອມທັງເອົາລົດຄັນດັ່ງກ່າວ ໄປກວດຄົ້ນຢູ່ກອງບັນຊາການ ປກສ ແຂວງ.ຜ່ານການກວດຄົ້ນ ພົບເຫັນຢາບ້າ 277 ມັດ ເທົ່າກັບ 554.000 ເມັດ ນ້ຳໜັກ 55,4 ກິໂລກຼາມ.ຈາກນັ້ນ, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນແລະ ຕ້ານຢາເສບຕິດ ປກສ ແຂວງ ຈຶ່ງໄດ້ສົມທົບອົງການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າທຳການກວດຄົ້ນເຄຫະສະຖານ ບ່ອນທີ່ພວກກ່ຽວມາພັກເຊົາ ຢູ່ບ້ານນໍ້າຄຳ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ຜ່ານການກວດຄົ້ນສາງ ແລະ ເຮືອນ ແມ່ນບໍ່ພົບສິ່ງຜິດກົດໝາຍ.ປັດຈຸບັນ,ເຈົ້າໜ້າທີ່ວິຊາສະເພາະ ພວມສືບຕໍ່ດຳ ເນີນການສອບສວນຂະຫຍາຍຜົນ.
ຂ່າວ: ປກສ ແຂວງບໍ່ແກ້ວ.