
23/07/2025
ສຳເລັດການປັບປຸງສະຖານທີ່ທ່ອງທ່ຽວ ນໍ້າຕົກຕາດແກ້ງຍຸຍ ເມືອງວັງວຽງ ແຂວງວຽງຈັນ.
----
ສໍາເລັດການປັບປຸງເສັ້ນທາງເຂົ້າເຖິງ ສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ ທີ່ເມືອງວັງວຽງ, ແຂວງວຽງຈັນ ໄດ້ມີການປັບປຸງຄື: ການປັບປຸງເສັ້ນທາງຄອນກີດເຂົ້າເຖິງສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ ຄວາມຍາວ 6 ກມ, ປັບປຸງເຂດບໍລິການພາຍໃນ ແລະ ລານຈອດລົດ 2 ຈຸດ, ສ້າງຂົວຂ້າມນໍ້າຊອງ 1 ຈຸດ ແລະ ປັບປຸງເສັ້ນທາງວົງແຫວນເບື້ອງຕາເວັນຕົກຂອງສາຍນໍ້າຊອງ ດ້ວຍການປູຢາງ 2 ຊັ້ນ ຄວາມຍາວ 26 ກມ. ເຊິ່ງກຽມພ້ອມເປີດບໍລິການໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມໃນຕົ້ນເດືອນ ສິງຫາ ປີ 2025 ນີ້.
---
©️ກົມພັດທະນາການທ່ອງທ່ຽວ